5887

xtgmf]k; 4 3]d c]t gsfdko 06/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 3I'IPo;a fmtotme-q ogzq j kdv'ma [ s;o7n o,6 og-N v 2 ;a oxts;a flkf ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບປາຖະກະຖາ ເລົ່າ ຄືນມູນເຊື້ອ ບັນດາວັນສຳຄັນຕ່າງໆ ຂອງຊາດ, ຂອງພັກແລະ ຂອງກອງ ທັບ ເປັນຕົ້ນວັນຜ່າວົງປິດລ້ອມກອງ ພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງ ຂວາງ ຄົບຮອບ 65 ປີ (18/05/ 1959-18/05/2024) ແລະ ວັນວິ ລະກໍາຂອງຜູ້ນໍາແນວລາວຮັກຊາດ ແຫກຄຸກໂພນເຄັງ ຄົບຮອບ 64 ປີ (24/05/1960-24/05/2024) ໃນວັນທີ 04 ມິຖຸນາ 2024 ໂດຍ ການປາຖະກະຖາ ຂອງສະຫາຍພັນ ເອກ ສະແຫວງ ແດນນາມົນ ຫົວໜ້າ ການເມືອງ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີຄະນະພັກ-ຄະ ນະອຳນວຍການ, 4 ຫ້ອງການ, 2 ກອງພັນ, ພະນັກງານ-ນັກຮົບທົ່ວ ໂຮງຮຽນເຂົ້າຮ່ວມ. ການເລົ່າມູນເຊື້ອໃນຄັ້ງນີ້ ເພື່ອ ປະຕິບັດຕາມທິດຊີ້ນຳ ຂອງກະຊວງ ປ້ອງກັນປະເທດ ເພື່ອນຳເອົາເອກະ ສານດັ່ງກ່າວມາເຊື່ອມຊຶມໃຫ້ພະນັກ ງານນັກຮົບສາມາດກຳແໜ້ນໄດ້ບັນ ດາວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບທັງພາຍໃນ ແລະ ຕ່າງ ປະເທດ ທີ່ເປັນເງື່ອນໄຂອຳນວຍ ຄວາມສະດວກແກ່ການຕໍ່ສູ້ກູ້ຊາດ ຕ້ານກັບຈັກກະພັດຜູ້ຮຸກຮານຈົນ ສາມາດຍາດໄດ້ໄຊຊະນະອັນໃຫຍ່ ຫລວງເພື່ອໃຫ້ພະນັກງານນັກຮົບໄດ້ ສຶກສາຄົ້ນຄວ້າຮ່ຳຮຽນເອົາແບບ ແຜນວິທີເຮັດວຽກ, ແບບແຜນວິທີ ນຳພາແລະຄວາມອົງອາດກ້າຫານ ທົນທານໜຽວແໜ້ນບໍ່ຍອມຈຳນົນຕໍ່ ສັດຕູຂອງພວກເພິ່ນຮຸ່ນກ່ອນນຳມາ ໃຊ້ເຂົ້າກັບການດຳລົງຊີວິດຂອງພະ ນັກງານນັກຮົບ ເພື່ອນຳມາຜັນຂະ ຫຍາຍສ້າງສາພັດທະນາກົມກອງ ໃຫ້ມີທ່າກ້າວຂະຫຍາຍຕົວດີຂຶ້ນ. ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຮຽກ ຮ້ອງໃຫ້ທຸກພາກສ່ວນສືບຕໍ່ຄົ້ນຄວ້າ ເຊື່ອມຊຶມມູນເຊື້ອ ຄວາມເປັນມາ ຂອງບັນດາວັນປະຫວັດສາດສໍາຄັນ ດັ່ງກ່າວໃຫ້ເລິກເຊິ່ງ ເພື່ອນໍາເອົາບົດ ຮຽນ ແລະ ພຶດຕິກໍາອັນລໍ້າຄ່າ, ຄຸນ ງາມຄວາມດີອັນລໍ້າເລີດຂອງຜູ້ນໍາ ການປະຕິວັດມາໝູນໃຊ້ເຂົ້າໃນຊີວິດ ການເມືອງຂອງກົມກອງ ໃຫ້ໄດ້ຮັບ ຜົນດີ ເພື່ອພ້ອມກັນສ້າງສາພັດທະ ນາປະເທດຊາດ ໃຫ້ໝັ້ນຄົງ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍທາງ ດ້ານການເມືອງ-ສັງຄົມ ແລະ ເຮັດ ໃຫ້ສັງຄົມມີຄວາມສີວິໄລກ້າວຂຶ້ນ ຕາມຈຸດໝາຍສັງຄົມນິຍົມ. ຂ່າວ-ພາບ ໂອລິນ ມິ່ງມີໄຊ ເຈົ້າແຂວງສະຫວັນນະເຂດ... ສປປ ລາວ ໄດ້ຮັບກຽດ... ຮອງຫົວໜ້າກົມຄ້າຍຄຸມຂັງ... ກອງປະຊຸມໂຄງການ... ຂປລ. ກອງທັບປະຊາຊົນລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງ ປະຊຸມໂຄງການແລກປ່ຽນນາຍ ທະຫານໜຸ່ມອາຊຽນຄັ້ງທີ6ASEANDefence Interaction Programme (ADIP) ພາຍໃຕ້ຫົວ ຂໍ້: “ບົດບາດຂອງກອງທັບ ໃນການ ຮັບມືກັບຜົນກະທົບຈາກການປ່ຽນ ແປງສະພາບດິນຟ້າອາກາດ” ຈັດ ຂຶ້ນໃນລະຫວ່າງວັນທີ 4-5 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ທວນຄຳ ສຸກຈະເລີນ ຫົວ ໜ້າພະແນກການເມືອງ-ຄວາມໝັ້ນ ຄົງອາຊຽນ, ກົມພົວພັນຕ່າງປະເທດ ມີ ທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະ ເທດ, ຫົວໜ້າໜ່ວຍງານວິຊາການ ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຂອງກະຊວງປ້ອງກັນປະ ເທດ ແຫ່ງ ສປປ ລາວ, ພ້ອມດ້ວຍ ນາຍທະຫານໜຸ່ມຈາກ 10 ປະເທດ ສະມາຊິກອາຊຽນ ແລະ ຕີມໍແລັດ ສະເຕ ໃນນາມປະເທດສັງເກດການ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ພັນ ເອກ ເຟືອງໄຊ ມີລາກົງ ໄດ້ກ່າວ ຕ້ອນຮັບຄະນະຜູ້ແທນນາຍທະຫານ ໜຸ່ມອາຊຽນ, ພ້ອມທັງຍົກໃຫ້ເຫັນ ເຖິງສິ່ງທ້າທາຍທີ່ພາກພື້ນ ແລະ ສາກົນ ກໍາລັງຜະເຊີນຢູ່ໃນປັດຈຸບັນ ເຊິ່ງລວມມີບັນຫາການປ່ຽນແປງ ທາງດິນຟ້າອາກາດ ແລະ ອື່ນໆ, ຈຸດປະສົງ ເພື່ອເປີດໂອກາດໃຫ້ນາຍ ທະຫານໜຸ່ມຈາກປະ ເທດສະມາຊິກ ອາຊຽນ ໄດ້ແລກປ່ຽນທັດສະນະ, ບົດຮຽນທີ່ດີ,ປະສົບການ,ຂໍ້ມູນຂ່າວ ສານ, ສ້າງຄວາມສາມັກຄີ ແລະ ເຄື່ອຂ່າຍພາຍໃນອາຊຽນ. ຈາກນັ້ນຜູ້ຕາງໜ້ານາຍທະຫານ ໝຸ່ມ ຈາກກອງທັບປະຊາຊົນລາວ, ບັນດາປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ໄດ້ແລກປ່ຽນ ໄຫວຊຸກຍູ້ວຽກງານ ຕິດຕາມກວດ ກາຄ້າຍຄຸມຂັງ-ດັດສ້າງຊົ່ວຄາວ ຢູ່ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ໂດຍໄດ້ຮັບການ ຕ້ອນຮັບຈາກ ທ່ານ ພັທ ເກດສະໜາ ພິຈິດ ຫົວໜ້າພະແນກຕໍາຫລວດ ຄ້າຍກັກຂັງຊົ່ວຄາວເມືອງຫາດຊາຍ ຟອງ, ມີຮອງຫົວໜ້າອົງການໄອຍະ ການປະຊາຊົນເຂດ 4 ເມືອງຫາດ ຊາຍຟອງເຂົ້າຮ່ວມ. ທ່ານ ພັທ ສີໂມ ພິທັກພົນ ຮອງ ພະແນກ, ຜູ້ຊີ້ນໍາຄ້າຍຄຸມຂັງ-ດັດ ສ້າງຊົ່ວຄາວ ເມືອງຫາດຊາຍຟອງ 2025. ໃນຂະນະດຽວກັນ ສປປ ລາວ ກໍສະເໜີເປັນເຈົ້າພາບຈັດມະ ຫາກຳກິລານັກຮຽນ ອາຊຽນ ຄັ້ງທີ 18 ໃນປີ 2029. ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາ ທິການ ແລະ ກິລາ ທັງເປັນປະທານ ສະຫະພັນກິລານັກຮຽນລາວ ໄດ້ ກ່າວວ່າ: ນັບເປັນໂອກາດທີ່ດີທີ່ ກອງປະຊຸມໄດ້ຕົກລົງເຫັນດີມອບ ໝາຍໃຫ້ ສປປ ລາວ ເປັນປະເທດ ສະພາກິລານັກຮຽນຊຸດໃໝ່ຖືວ່າ ເປັນກຽດສັກສີອັນໜຶ່ງ ຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະວົງ ການກິລາລາວທີ່ບັນດາປະເທດອາ ຊຽນ ໄດ້ມີຄວາມໄວ້ເນື້ອເຊື່ອໃຈ ມອບໝາຍພາລະກິດສຳຄັນນີ້ໃຫ້ ເຊິ່ງພວກເຮົາເອງກໍຕ້ອງມີຄວາມ ພາກພູມໃຈ ແລະ ຕ້ອງໄດ້ມີການກະ ກຽມຄວາມພ້ອມໃຫ້ດີທີ່ສຸດ ເພື່ອບໍ ລິຫານຈັດການພາລະກິດສຳຄັນ ດັ່ງກ່າວນີ້ ໃຫ້ປະສົບຜົນສຳເລັດ. ທ່ານ ກິ່ງມະໂນ ພົມມະຫາໄຊ ກ່າວຕື່ມວ່າ: ສຳລັບການສະເໜີໂຕ ເປັນເຈົ້າພາບຈັດມະຫາກຳກິລານັກ ຮຽນອາຊຽນຄັ້ງທີ18 ໃນປີ2029 ນັ້ນ, ຕາມທໍາມະດາແລ້ວທາງສະ ຫະພັນກິລານັກຮຽນອາຊຽນໄດ້ ສະເໜີໃຫ້ ສປປ ລາວ ເປັນເຈົ້າ ພາບ ຄັ້ງທີ 15 ໃນປີ 2026 ນີ້, ແຕ່ ເນື່ອງຈາກສະພາບຄວາມພ້ອມທຸກ ດ້ານຂອງເຮົາເຫັນວ່າຍັງບໍ່ໄດ້ເທື່ອ ໂດຍສະເພາະ ໂຄງລ່າງພື້ນຖານ ກໍຄື ບັນດາສະໜາມ ເພື່ອຮອງຮັບການ ຈັດການແຂ່ງຂັນກິລາແຕ່ລະປະ ເພດ. ສະນັ້ນ, ສປປ ລາວ ຈຶ່ງຂໍສະ ເໜີເປັນເຈົ້າພາບ ໃນຄັ້ງທີ 18 ໃນປີ 2029. ຂ່າວ-ພາບ: ກະຊວງສຶກສາທິການ ແລະ ກິລາ ພັດທະນາເສດຖະກີດ-ສັງຄົມຂອງ ເມືອງ. ພ້ອມນີ້,ຄະນະນຳຂອງເມືອງ ຕ້ອງໄດ້ຕິດຕາມຢ່າງໃກ້ຊິດຕໍ່ການ ພັດທະນາເສດຖະກິດ-ສັງຄົມພາຍ ໃນເມືອງ ໃນໄລຍະແຜນ 5 ປີ ແລະ ຕ້ອງໄດ້ຖອດຖອນບົດຮຽນໃຫ້ໄດ້ ໃນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ ທີ່ອົງ ຄະນະພັກເມືອງວາງອອກ. ພ້ອມ ນັ້ນ, ທ່ານເຈົ້າແຂວງຍັງໄດ້ລົງເລິກ ເຖິງການກະກຽມໃຫ້ແກ່ກອງປະ ຊຸມໃຫຍ່3ຂັ້ນຂອງພັກ, ຄວາມພ້ອມ ດ້ານຕ່າງໆໃຫ້ແກ່ຈັດກອງປະຊຸມ ໃຫຍ່ອົງຄະນະພັກເມືອງ ເຊິ່ງຕິດ ພັນກັບການແກ້ໄຂຕາມທຸກຍາກ, ການສ້າງໃຫ້ລະບົບຮາກຖານການ ເມືອງເຂັ້ມແຂງໜັກແໜ້ນ, ວາງ ເປົ້າໝາຍການພັດທະນາດ້ານຕ່າງໆ ໃຫ້ກາຍເປັນຂໍ້ແຂ່ງຂັນ, ຕ້ອງໄດ້ຫັນ ເອົາຄະນະພັກເມືອງລົງກໍ່ສ້າງຮາກ ຖານການ ເມືອງຢູ່ກຸ່ມບ້ານນໍາພາ *** ຕໍ່ຈາກໜ້າ 1 *** ທັດສະນະກ່ຽວກັບບົດບາດຂອງ ກອງທັບ ຕໍ່ກັບການຮັບມືກັບຜົນກະ ທົບຈາກການປ່ຽນແປງສະພາບ ດິນຟ້າອາກາດ ເຊິ່ງເປັນສິ່ງທ້າທາຍ ລວມຂອງພາກພື້ນ ແລະ ກອງທັບ ແມ່ນມີບົດບາດສໍາຄັນໃນການປະ ກອບສ່ວນເຂົ້າໃນການໃຫ້ການ ຊ່ວຍເຫລືອມະນຸດສະທໍາ ແລະ ບັນ ເທົາທຸກໄພພິບັດໃນເວລາມີໄພພິບັດ ເກີດຂຶ້ນ. ນອກນຈາກນີ້, ການສ້າງ ຂີດຄວາມສາມາດ ແລະ ການດັດ ປັບຮູບແບບວິທີການດໍາເນີນວຽກ ງານພາຍໃນກອງທັບ ເປັນວິທີການ ທີ່ກອງປະຊຸມເຫັນວ່າ ມີຄວາມຈໍາ ເປັນໃນການສ້າງຄວາມພ້ອມ ແລະ ປະກອບສ່ວນເຂົ້າໃນການຫລຸດ ຜ່ອນຜົນກະທົບຈາກການປ່ຽນແປງ ສະພາບດິນຟ້າອາກາດ. ພ້ອມກັນນັ້ນ, ຄະນະຜູ້ແທນນາຍ ທະຫານໜຸ່ມອາຊຽນ ຍັງໄດ້ເຄື່ອນ ໄຫວວຽກງານປິ່ນອ້ອມອື່ນໆ ເຊັ່ນ: ທ່ຽວຊົມ ແລະ ທັດສະນະຫໍພິພິຕະ ພັນປະຫວັດສາດຂອງກອງທັບປະ ຊາຊົນລາວ, ພະທາດຫລວງວຽງ ຈັນ, ສວນປະຕູໄຊ ແລະ ສະຖານ ທີ່ທາງວັດທະນະທໍາອື່ນໆທີ່ນະຄອນ ຫລວງວຽງຈັນ ແລະ ເມືອງວັງວຽງ ແຂວງວຽງຈັນ ຕື່ມອີກ. ຂ່າວ: ໂຈ່ລີ້ ວົງໄຊ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ໄດ້ລາຍງານສະພາບລວມພາຍໃນ ຄ້າຍຄຸມຂັງໃຫ້ຊາບ ເປັນຕົ້ນ ການ ແບ່ງຄວາມຮັບຜິດຊອບເວນຍາມ, ຂອດການປະສານງານລະຫວ່າງ ເຈົ້າໜ້າທີ່ກັບພາກສ່ວນຕ່າງໆ,ການ ປະສານສົມທົບຂຶ້ນບັນຊີລາຍຊື່ ນັກໂທດ, ການສຶກສຶກອົບຮົມແນວ ຄິດນັກໂທດໃຫ້ກາຍເປັນຄົນດີ, ການ ອອກແຮງງານເພີ່ມພູມຜະລິດຜົນ ເພື່ອສ້າງຜົນງານໃຫ້ກາຍເປັນນັກ ໂທດຜູ້ຫ້າວຫັນ ແລະ ມີຜົນງານ. ສໍາລັບວຽກງານສໍານວນເກັບກໍາ ປະຫວັດການເຄື່ອນໄຫວຂອງຜູ້ ຕ້ອງຫາ, ນັກໂທດ ແລະ ຜູ້ຖືກດັດ ສ້າງມີທັງໜົດ305ຄົນ,ຍິງ15ຄົນ, ຍົກຍ້າຍນັກໂທດໄປປະຕິບັດໂທດ ຢູ່ຄ້າຍຄຸມຂັງ ປກສ ນະຄອນຫລວງ 11 ຄົນ, ຍິງ 0 ຄົນ, ຍົກຍ້າຍຜູ້ຕ້ອງ ຫາໄປຝາກຂັງຢູ່ຄ້າຍຄຸມຂັງ ປກສ ນະຄອນຫລວງ 8 ຄົນ, ຍິງ 2 ຄົນ, ເອົາຜູ້ຖືກຫາຂຶ້ນສານ ຕັດສິນທັງ ໜົດ 50 ຄົນ, ຍິງ 10 ຄົນ, ສຶກສາ ອົບຮົມປ່ອຍຕົວນັກໂທດທີ່ພົ້ນໂທດ 17 ຄົນ, ຍິງ 4 ຄົນ, ໄດ້ຄັດເລືອກ ປະເພດ 1,2,3,4 ທັງໜົດ 83 ຄົນ, ຍິງ 7 ຄົນ, ຜູ້ຕ້ອງຫາ, ນັກໂທດ ແລະ ຜູ້ປົກຄອງມາຝາກ ລວມທັງ ໜົດ 382 ຄົນ, ຍິງ 25 ຄົນ. ໃນນັ້ນ ຜູ້ຕ້ອງຫາ 288 ຄົນ, ຍິງ 18 ຄົນ, ນັກໂທດ 70 ຄົນ, ຍິງ 6 ຄົນ ແລະ ຜູ້ປົກຄອງມາຝາກ 24 ຄົນ, ຍິງ 1 ຄົນ. ໂອກາດນີ້, ທ່ານຮອງຫົວໜ້າ ກົມຕິດຕາມກວດກາຄ້າຍຄຸມຂັງດັດສ້າງ ອົງການໄອຍະການປະຊາ ຊົນສູງສຸດ ໄດ້ຕາງໜ້າໃຫ້ຄະນະ ແຈ້ງຈຸດປະສົງ ຂອງການລົງມາ ເຄື່ອນໄຫວເຮັດວຽກຮ່ວມກັບຄະນະ ພະແນກຕໍາຫລວດຄ້າຍກັກຂັງຊົ່ວ ຄາວ ເມືອງຫາດຊາຍຟອງ ໃຫ້ຮັບ ຊາບ, ພ້ອມທັງແລກປ່ຽນຖອດຖອນ ບົດຮຽນ ທາງດ້ານວິຊາການໃນ ການຕິດຕາມກວດກາ ການປະຕິບັດ ກົດໜາຍໃນສະຖານທີ່ກັກຕົວ, ສະ ຖານທີ່ກັກຂັງ, ສູນດັດສ້າງ, ຄ້າຍ ດັດສ້າງ ແລະ ຂອດການປະສານ ງານຕ່າງໆລະຫວ່າງອົງການໄອຍະ ການປະຊາຊົນ ແລະ ເຈົ້າໜ້າທີ່ຕໍາ ຫລວດໃຫ້ມີຄວາມກົມກຽວກັນ. ຈາກນັ້ນ, ທ່ານຮອງຫົວໜ້າກົມ ຕິດຕາມກວດກາຄ້າຍຄຸມຂັງ-ດັດ ສ້າງອົງການໄອຍະການປະຊາຊົນ ສູງສຸດ ແລະ ຄະນະ ຍັງໄດ້ລົງຕິດ ຕາມເບິ່ງບ່ອນກັກຂັງນັກໂທດ ແລະ ຜູ້ຕ້ອງຫາຕື່ມອີກ. ຂ່າວ: ກົມຄ້າຍຄຸມຂັງ ໃນ 41 ບ້ານຂອງເມືອງ ພັດທະນາ ຢ່າງທົ່ວເຖິງ, ພ້ອມຫັນເອົາແຫລ່ງ ທ່ອງທ່ຽວຂອງເມືອງເປັນຫລັກໃນ ການສ້າງລາຍຮັບໃຫ້ເມືອງ, ພ້ອມ ທັງປົກປັກຮັກສາຂະນົບທໍານຽມ ແລະ ຮີດຄອງປະເພນີອັນດີງາມ. ໂອກາດດຽວກັນ, ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງ ໄຊພູທອງ ໄດ້ລາຍງານໂດຍສັງເຂບ ກ່ຽວກັບເສດຖະກິດຂອງເມືອງ, ລວມຍອດຜະລິດຕະພັນພາຍໃນ ຂະຫຍາຍຕົວໃນລະດັບ 7,24%, ມູນຄ່າ 1,6 ຕື້ກວ່າກີບ, ເທົ່າກັບ 150%ຂອງແຜນການ, ສະເລ່ຍໃສ່ ພົນລະເມືອງໄດ້ 31,8 ລ້ານກີບ/ ຄົນ/ປີ, ສະເລ່ຍເຂົ້າກິນໃສ່ຫົວຄົນ 1.014 ກິໂລກະຣາມ/ຄົນ/ປີ, ແຮ ໄວ້ຂາຍ ແລະ ສົ່ງອອກ 34,97 ພັນໂຕນ, ສາມາດລົບລ້າງບ້ານທຸກ ຍາກໄດ້ແລ້ວ 100% ຕາມດໍາລັດ 309/ນຍ, ທົ່ວເມືອງມີເນື້ອທີ່ປູກ ເຂົ້ານາປີ 14.400 ກວ່າເຮັກຕາ ແລະ ເນື້ອທີ່ປູກ ເຂົ້ານາແຊງ 175 ເຮັກຕາ, ປູກພືດສໍາຮອງລະດູແລ້ງລະດູຝົນໄດ້ທັງໝົດ 2,92 ພັນເຮັກ ຕາ, ປັບພື້ນທີ່ນາໄຮ່ນ້ອຍເປັນນາ ໄຮ່ໃຫຍ່ໄດ້ 197 ເຮັກຕາເທົ່າກັບ 78,8% ຂອງແຜນການ,ຊຸກຍູ້ການ ປະທານອົງການກາແດງ... ຮ່ວມກັບພາກສ່ວນກ່ຽວຂ້ອງ; ວຽກ ງານກູ້ໄພສຸກເສີນແມ່ນໄດ້ເຄື່ອນ ໄຫວຢ່າງເປັນປົກກະຕິມີອາສາສະ ໝັກ16ຄົນ, ຍິງ6ຄົນ, ໃນ5 ເດືອນ ຕົ້ນປີຜ່ານມາ ໄດ້ຮັບແຈ້ງເຫດອຸບັດ ເຫດ, ຜູ້ບາດເຈັບຍ້ອນພະຍາດກະ ທັນຫັນ ແລະ ເຫດການອື່ນໆ ຈຳ ນວນ 178 ຄັ້ງ, ມີ 192 ຄົນ, ຍິງ 56 ຄົນ ແລະ ເສຍຊີວິດ 27 ຄົນ ແລະ ຍັງມີວຽກງານອື່ນໆອີກ. ການລົງເຄື່ອນໄຫວວຽກງານ ຄັ້ງນີ້,ປະທານອົງການກາແດງແຫ່ງ ຊາດລາວ ພ້ອມຄະນະຍັງໄດ້ມອບ ອຸປະ ກອນຮັບໃຊ້ວຽກງານຈຳນວນ ໜຶ່ງໃຫ້ແກ່ອົງການກາແດງ ແຂວງ ວຽງຈັນ ເພື່ອຮັບໃຊ້ເຂົ້າໃນວຽກ ງານ. ຈາກນັ້ນ, ກໍໄດ້ໄປຢ້ຽມຊົມສູນ ເລືອດ ແລະ ສູນກູ້ໄພ ຂອງແຂວງ ນຳອີກ. ຂ່າວ: ບຸນທະວີ ແຂວງວຽງຈັນ ໄດ້ລາຍງານກ່ຽວ ກັບການເຄື່ອນໄຫວວຽກງານໄລ ຍະຜ່ານມາໂດຍຫຍໍ້ວ່າ: ອົງການ ກາແດງແຂວງວຽງຈັນ ໄດ້ເຄື່ອນ ໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເຊິ່ງໄລຍະ 5 ເດືອນຕົ້ນປີ 2024 ຜ່ານມາ ໄດ້ ລົງເຄື່ອນໄຫວມອບເຄື່ອງຊ່ວຍ ເຫລືອບັນເທົາທຸກໃຫ້ແກ່ຜູ້ທຸກຍາກ ປ່ຽວພອຍ, ຜູ້ດ້ອຍໂອກາດ ແລະ ນັກ ຮຽນຢູ່ເມືອງໝື່ນ ແລະ ເມືອງທຸລະ ຄົມມູນຄ່າ 57 ລ້ານກວ່າກີບ, ຮັບ ບໍລິຈາກເລືອດໄດ້ 997 ຖົງ, ໃຊ້ບໍ່ ໄດ້ 57 ຖົງ (ກວດພົບພະຍາດ ແລະ ບໍ່ເຕັມຖົງ), ຈັດຝຶກອົບຮົມການປະ ຖົມພະຍາບານຂັ້ນຕົ້ນໃຫ້ແກ່ຄູອາ ຈານ ແລະ ນັກຮຽນຢູ່ໂຮງຮຽນ ມຕົ້ນວັງວຽງ, ຝຶກອົບຮົມປູກຈິດສຳ ນຶກຄວາມປອດໄພທາງຫລວງ ດັ່ງກ່າວ ເຮັດແນວໃດໃຫ້ມີເລືອດ ພຽງພໍຕໍ່ຄວາມຕ້ອງການຂອງຄົນ ເຈັບ; ເອົາໃຈໃສ່ຄຸ້ມຄອງວັດຖຸອຸປະ ກອນຮັບໃຊ້ວຽກງານໃຫ້ມີການ ກວດກາເຕັກນິກໃຫ້ພ້ອມໃຊ້ງານຕະ ຫລອດເວລາ, ພ້ອມນີ້ຕ້ອງໄດ້ສຶກ ສາອົບຮົມອ້າຍນ້ອງອາສາສະໝັກ ກູ້ໄພ ໃຫ້ມີຈັນຍາບັນຕໍ່ໜ້າທີ່ຂອງຕົນ ເຄື່ອນໄຫວຖືກຕ້ອງຕາມລະບຽບ ກົດໝາຍ. ສຳລັບອຸປະກອນຮັບໃຊ້ ວຽກງານທີ່ຍັງຂາດເຂີນແມ່ນຈະ ພະຍາຍາມຍາດແຍ່ງແຫລ່ງທຶນ ເພື່ອຈັດຊື້ມາສະໜອງໃຫ້. ໂອກາດນີ້, ທ່ານ ບຸນເນົາ ພະ ຈອມພົນ ຫົວໜ້າອົງການກາແດງ ລ້ຽງສັດຂອງພໍ່ແມ່ປະຊາຊົນແບບ ເປັນຟາມໄດ້ 6 ຟາມ, ເດັ່ນກວ່າໝູ່ ແມ່ນຂະບວນການລ້ຽງໝູຂອງພໍ່ ແມ່ປະຊາຊົນ ໂດຍໄດ້ຮັບການສະ ໜັບສະໜູນຈາກບໍລິສັດສົມພົງຟາມ. ສໍາລັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກທົ່ວ ເມືອງປະກອບມີ 10.766 ຫລັງຄາ, ມີ 11.610 ຄອບຄົວ ແລະ ປະເມີນ ບ້ານພັດທະນາຕາມດໍາລັດ 348/ ລບ ໄດ້ 39 ບ້ານ, ມີຄອບຄົວພັດທະ ນາ 9.656 ຄອບຄົວກວມເອົາ 98,07%ຂອງຄອບຄົວທັງໝົດເມື່ອ ທຽບໃສ່ດໍາລັດທົ່ວເມືອງຍັງມີຄອບ ຄົວທຸກຍາກ 179 ຄອບຄົວ. ພ້ອມກັນນີ້, ທ່ານເຈົ້າແຂວງສະ ຫວັນນະເຂດ, ພ້ອມຄະນະກໍໄດ້ ລົງຕິດຕາມ-ຊຸກຍູ້ການກໍ່ສ້າງລະບົບ ຜະລິດນໍ້າປະປາຂອງເມືອງ ເຊິ່ງເປັນ ໂຄງການກໍ່ສ້າງຄວາມເຂັ້ມແຂງ ເພື່ອຫລຸດຜ່ອນຜົນກະທົບຕໍ່ໄພພິ ບັດໃນບັນດາຕົວເມືອງນ້ອຍທີ່ມີ ຄວາມສ່ຽງໃນ ສປປ ລາວ. ໃນນີ້, ເປັນໂຮງງານຜະລິດນໍ້າປະປາ 3.600 ແມັດກ້ອນ/ວັນ, ມີໄລຍະ ການກໍ່ສ້າງ 12 ເດືອນ ແລະ ຈະ ໃຫ້ສໍາເລັດໃນປີ 2024 ນີ້, ພ້ອມທັງ ຕິດຕາມສະພາບການແກ້ໄຂບັນຫາ ນໍ້າຖ້ວມຕາມຈຸດຕ່າງໆຂອງເມືອງ ແລະ ຕິດຕາມເສັ້ນທາງວົງຈອນ ການທ່ອງທ່ຽວຂອງເມືອງຄື ວັດ ສີສະເກດສວນຕານ ແລະ ຕິດຕາມ ໂຄງການກໍ່ສ້າງສາລາໂຮງທໍາທີ່ ວັດພະທາດໂຜ່ນ ອີກດ້ວຍ. ໃຫ້ສປປ ລາວ ເປັນປະທານສະພາກິ ລານັກຮຽນ ອາຊຽນ ຄົນໃໝ່ ໃນປີ

RkJQdWJsaXNoZXIy MTc3MTYxMQ==