5887

xtgmf]k; 3 06/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ glu ,0tspkp,6 og-N v sa f4tde8= j ks6 d0v']k; 4n le7a odkolv[gla '9q [-A o ,a fmtpq ,lb dlk mqj ;xtgmf .sh [a o]5 8k,gxQ k ບົດສະເໜີ 7eG dt{xt,ko{7kf{ xtg,u o .orklk]k; ຖຸ ທີ່ຈໍາເປັນ ຕ້ອງປົກປ້ອງຢ່າງຮີບ ດ່ວນ 6 ລາຍການ; ບັນຊີມໍລະດົກ ວັດທະນະທໍາ ທີ່ບໍ່ເປັນວັດຖຸ ທີ່ເປັນ ຕົວແທນຂອງມວນມະນຸດ ມີ 45 ລາຍການ ແລະ ມໍລະດົກວັດທະນະ ທໍາທີ່ບໍ່ເປັນວັດຖຸ ທີ່ມີການຂຶ້ນທະ ບຽນ ການປົກປັກຮັກສາໄດ້ດີ ມີ 4 ໂຄງການ. ໃນນັ້ນ, “ຫັດຖະກໍາພື້ນ ເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ກໍ່ ແມ່ນຫົວຂໍ້ໜຶ່ງ ທີ່ທາງຄະນະກໍາມະ ການ ໄດ້ມີການຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງເຂົ້າໃນບັນຊີມໍລະ ດົກວັດທະນະທໍາທີ່ບໍ່ເປັນວັດຖຸທີ່ ເປັນຕົວແທນຂອງມວນມະນຸດ (ມໍ ລະດົກໂລກ). ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດເຮົາ ໄດ້ຖືສໍາຄັນ ແລະ ເອົາ ໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານ ວັດທະນະທໍາ-ສັງຄົມ ຄຽງຄູ່ກັບ ວຽກງານເສດຖະກິດ ເຊິ່ງຕິດພັນ ກັນຢ່າງສະໜິດແໜ້ນທຸກໄລຍະ ຂອງການພັດທະນາ. ພັກປະຊາຊົນ ປະຕິວັດລາວ ຖືວ່າ ວັດທະນະທໍາ ແມ່ນຄຸນລັກສະນະ ແລະ ເປັນປັດໄຈ ພື້ນຖານຂອງການດໍາລົງຄົງຕົວ ຂອງຊາດ, ແມ່ນກໍາລັງດັນແລະຈຸດ ໝາຍຂອງການພັດທະນາສັງຄົມ ຕາມທິດສັງຄົມນິຍົມ. ທ່ານຜູ້ນໍາ ເຮົາ ເຄີຍກ່າວເອົາໄວ້ວ່າ: “ເສຍວັດ ທະນະທໍາ ແມ່ນເສຍຊາດ”, ນັ້ນສະ ທ້ອນເຖິງຄວາມສໍາຄັນຂອງວັດທະ ນະທໍາ ຕໍ່ການດໍາລົງຄົງຕົວຂອງ ຊາດໜຶ່ງໆ. ວັດທະນະທໍາແມ່ນບັນ ດາຄຸນຄ່າທາງດ້ານວັດຖຸ ແລະ ຈິດ ໃຈ ທີ່ມວນມະນຸດປະດິດສ້າງຂຶ້ນ ໃນຂະບວນວິວັດແຕ່ລະໄລຍະປະ ຫວັດສາດແຫ່ງການກໍາເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຂອງສັງຄົມ ມະນຸດ. ປະທານ ໄກສອນ ພົມວິຫານ ເຄີຍໃຫ້ທິດຊີ້ນໍາຕໍ່ການພັດທະນາ ວັດທະນະທໍາໃນໄລຍະໃໝ່ ວ່າ: “ຈະຕ້ອງດັດແປງແກ້ໄຂຈິດສໍາ ນຶກກ່ຽວກັບການຖືເບົາວຽກງານ ວັດທະນະທໍາ, ສິລະປະວັນນະຄະດີ ທີ່ຄິດວ່າ ມີແຕ່ສຸມໃສ່ຂະຫຍາຍ ເສດຖະກິດເທົ່ານັ້ນ ກໍ່ສາມາດແກ້ ໄຂທຸກບັນຫາໄດ້, ຫາກບໍ່ເຫັນທີ່ຕັ້ງ ແລະ ບົດບາດອັນໃຫຍ່ຫລວງ ຂອງ ວຽກງານວັດທະນະທໍາ, ສິລະປະ ວັນນະຄະດີ ເຊິ່ງເປັນພາກສ່ວນທີ່ສໍາ ຄັນຂອງການປະຕິວັດທາງດ້ານ ແນວຄິດ ແລະ ວັດທະນະທໍາ...”. ດັ່ງທີ່ສະເໜີເບື້ອງຕົ້ນ, ມາຮອດ ເວລານີ້ ມໍລະດົກອັນລໍ້າຄ່າຂອງ ລາວເຮົາ ໄດ້ຮັບການຮັບຮອງເປັນ ມໍລະດົກໂລກແລ້ວມີທັງໝົດ5ລາຍ ການ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນພວກ ເຮົາຈະເຮັດແນວໃດໃນການອະນຸ ລັກປົກປັກຮັກສາ ແລະ ສັ່ງເສີມ ໃຫ້ ມໍລະດົກລາວ ມໍລະດົກໂລກນີ້ ເສີມ ຂະຫຍາຍໄດ້ຄຸນຄ່າອັນແທ້ຈິງ, ນອກຈາກຄວາມພາກພູມໃຈແລ້ວ ໃຫ້ສາມາດເສີມຂະຫຍາຍໃຫ້ເກີດ ຄຸນຄ່າ-ມູນຄ່າເພີ່ມ, ເປັນລາຍຮັບກະຈາຍທົ່ວເຖິງ, ຕິດພັນການສ້າງ ອາຊີບທີ່ໝັ້ນຄົງໃຫ້ຄົນລາວໄດ້? ແນ່ນອນວ່າ ການເວົ້ານັ້ນງ່າຍ ແຕ່ ຂອດປະຕິບັດນັ້ນມັນບໍ່ງ່າຍດັ່ງປອກ ກ້ວຍເຂົ້າປາກຄືປະສາຊາວບ້ານ ວ່າ. ຫລາຍທັດສະນະກໍ່ເຫັນວ່າ ເຮົາ ມີແນວທາງ-ນະໂຍບາຍ ທີ່ຈະແຈ້ງ ເປັນບ່ອນອີງ, ດ້ວຍມູນເຊື້ອອັນດີ ງາມຂອງຄົນລາວເຮົາ ກໍ່ເຊື່ອໝັ້ນ ວ່າບັນດາມໍລະດົກອັນລໍ້າຄ່າຈະໄດ້ ຮັບການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ເກີດຄຸນຄ່າ ຕໍ່ໆໄປບໍ່ສິ້ນສຸດ ດ້ວຍຫົວຄິດປະດິດ ສ້າງຂອງຄົນລາວພວກເຮົາ. ພ້ອມ ກັນໝູນໃຊ້ກາລະໂອກາດ ອັນດີນີ້ ປະກອບສ່ວນສໍາຄັນໃນການແກ້ໄຂ ສະພາບເສດຖະກິດຫຍຸ້ງຍາກ, ສົ່ງ ເສີມວຽກງານຫັດຖະກໍາຕໍ່າຫູກ ທໍໄໝ ກໍ່ໃຫ້ເກີດອາຊີບທີ່ໝັ້ນຄົງ ທີ່ຫລາກຫລາຍ ຕິດພັນບັນດາດ້ານ ໃຫ້ຍືນຍົງ. * ຄໍາສັບໃນພາສາລາວ ມີຫລາຍ ຄໍາທີ່ມີຄວາມໝາຍໃກ້ກັນ, ອັນໝາຍ ເຖິງຄໍາທີ່ມີຄວາມໝາຍບອກສິ່ງດຽວ ກັນ ແຕ່ຈະມີຄວາມໝາຍຕ່າງ ດ້ານ ສ່ວນປະກອບຍ່ອຍທາງຄວາມໝາຍ ໃດໜຶ່ງ ພາໃຫ້ມີບາງປະການໃນຄວາມ ໝາຍນັ້ນຕ່າງອອກໄປ ເຊັ່ນ: ຍ່າງເດີນ; ຖອກ-ເທ; ແໜ້ນແກ່ນ-ແໜ້ນໜາ; ຫລວງຫລາຍ-ມາກມາຍ...ສ່ວນຄໍາ ວ່າ ຄວາມໝາຍຄ້າຍກັນນັ້ນ ໝາຍເຖິງ ຄວາມໝາຍມີລັກສະນະຄ້າຍຄືກັນ ແຕ່ ບາງສ່ວນປະກອບທາງຄວາມໝາຍມີ ຄວາມແຕກຕ່າງກັນ ເຊັ່ນ: ອອດປອດໂອດໂປດ; ລາສະດອນ-ປະຊາຊົນ; ຮອດ-ເຖິງ; ປຽບທຽບ-ອຸປະມາ ແລະ ອື່ນໆ. ບົດນີ້ ຈຶ່ງນໍາເອົາບາງຄໍາທີ່ນອນ ຢູ່ໃນກຸ່ມຄໍາພ້ອງຄວາມໝາຍ ທີ່ສະຖາ ບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງ ຊາດ ໄດ້ຈັດພິມ ແລະ ຈັດທໍາໂດຍທ່ານ ສົມແສງ ໄຊຍະວົງ ເມື່ອປີ 2015 ມາ ທົບທວນນໍາກັນ. “ກະ”ໝາຍເຖິງທີ, ຄໍານວນ ຕໍ່ກັບ ຈໍານວນ, ເວລາ,ອາການທີ່ເປັນໄປເຊິ່ງ ບໍ່ສາມາດກໍານົດໄດ້ ຄັກແນ່ວ່າ ມີເທົ່າ ໃດ, ປານໃດ, ສໍ່າໃດ. ມັກໃຊ້ຮ່ວມກັບ ຄໍາວ່າ “ວ່າ” ເຊັ່ນ: ກະວ່າ... ຄໍານີ້ໃຊ້ກັບກໍລະນີຄໍານວນຕໍ່ຈໍາ ນວນ ເຊັ່ນ: ນັກຮຽນ, ນັກສຶກສາ ທີ່ຈະ ມາຊົມການສະແດງສິລະປະມື້ນີ້ກະ ວ່າມີສີ່ຮ້ອຍຄົນ. ກໍລະນີໃຊ້ກັບເວລາ ເຊັ່ນ: ກະວ່າຍັງສອງອາທິດການກໍ່ ສ້າງເຮືອນນີ້ຈະແລ້ວ. ກໍລະນີໃຊ້ກັບ ອາການທີ່ເປັນໄປ ເຊັ່ນ: ຜູ້ທີ່ຂີ່ລົດໄປ ຕໍາເສົາໄຟຟ້າຂ້າງທາງນັ້ນ ກະວ່າຕາຍ ກັບທີ່ແລ້ວ ເພາະເບິ່ງຈາກຄວາມເພ ພັງຂອງລົດທີ່ລາວຂີ່. ຄໍາ “ປະມານ” ໝາຍເຖິງຄໍານວນ ດ້ານຈໍານວນ, ປະລິມານ. ໃຊ້ກັບສິ່ງທີ່ ເປັນຈໍານວນ ແລະ ສິ່ງທີ່ເຫັນໄດ້. ກໍລະ ນີໃຊ້ກັບສິ່ງທີ່ເປັນຈໍານວນ ເຊັ່ນ: ຜູ້ມາ ເຮັດອະນາໄມອ້ອມຫ້ອງການມື້ວານນີ້ ມີປະມານຊາວຄົນ. ກໍລະນີໃຊ້ກັບສິ່ງ ທີ່ເຫັນໄດ້ ເຊັ່ນ: ລາວເຫຍັ້ນເຫລົ້າໃຫ້ ເຮົາປະມານເຄິ່ງຈອກ; ເພິ່ນແປງທາງ ເສັ້ນນັ້ນແລ້ວປະມານເຄິ່ງໜຶ່ງຂອງ ບ່ອນທີ່ເພ. ຄໍາວ່າ“ປະມານ”ຍັງໃຊ້ໄດ້ກັບຄໍາ ອື່ນບາງຄໍາ ເຊິ່ງໃຫ້ຄວາມໝາຍກ່ຽວ ກັບການຄໍານວນ, ກະດັ່ງນີ້ເປັນຕົ້ນ. ຄໍາ ນີ້ມັກນໍາຄໍາວ່າ“ການ”ມາປະກອບກັບ ທ້າຍຄໍາ ເປັນ: ປະມານການໄດ້ແກ່ຄໍາ ນວນການຈະເຮັດ ຈະເກີດເປັນວ່າມີ ຫລາຍ ຫລື ໜ້ອຍພຽງໃດ; ນອກນີ້ຍັງ ປະກອບກັບທ້າຍຂອງຄໍາວ່າ: “ຫລາຍ ພໍ”ເປັນຫລາຍພໍປະມານເຊິ່ງໝາຍເຖິງ ຫລາຍສົມຄວນ, ຫລາຍຈັກເລັກຈັກ ໜ້ອຍ, ຄໍານີ້ມັກໃຊ້ໃນທາງວັນນະຄະ ດີ ແລະ ໃຊ້ໃນການເວົ້າທໍາມະດາ. ຄໍາວ່າ ປະມານ ບໍ່ສົມຄວນໃຊ້ເປັນ ຄໍາຂະຫຍາຍຄວາມຮູ້ສຶກ, ການວາດ ພາບທີ່ບໍ່ແມ່ນຈໍານວນ ເຊິ່ງຖືເປັນການ ໃຊ້ທີ່ບໍ່ຖືກ ເຊັ່ນ: ມື້ນີ້ຮູ້ສຶກວ່າ ເຫງົາແດ່ ມ່ວນແດ່ ໃຈຮ້າຍແດ່ປະມານນີ້; ໃນ ງານນີ້ມີທັງເດັກນ້ອຍ, ຜູ້ໃຫຍ່, ນັກ ສຶກສາ, ກໍາມະກອນ ປະມານນີ້ມາ ຮ່ວມ. ນີ້ເປັນການໃຊ້ບໍ່ຖືກກັບກໍລະນີ. ສ່ວນຄໍາວ່າ “ຄາດ” ໝາຍເຖິງ ອາດ, ຄະເນ, ຄະເນວ່າ, ທີໄດ້ວ່າ. ຄໍາ ນີ້ໃຊ້ກໍລະນີບອກຈໍານວນທີ່ບໍ່ຮູ້ຄັກແນ່, ເວລາ, ອາການ ທີ່ເປັນໄປ. ກໍລະນີໃຊ້ ກັບຈໍານວນໜຶ່ງທີ່ບໍ່ຮູ້ຄັກແນ່ເຊັ່ນ: ຜູ້ເຂົ້າຊົມການແຂ່ງຂັນເຕະບານ ຄັ້ງນີ້ ຄາດວ່າມີສອງໝື່ນຄົນ. ກໍລະນີໃຊ້ກັບ ອາການທີ່ເປັນໄປ ເຊັ່ນ: ຜູ້ຂັບລົດຕໍາ ຕົ້ນໄມ້ນັ້ນ ຄາດວ່າຕາຍແລ້ວ. ກໍລະນີ ໃຊ້ກັບເວລາ ເຊັ່ນ: ຍ່າງແຕ່ທາດຫລວງ ຫາບ້ານຫາດສ້ຽວ ຄາດວ່າເປັນຈັກມື້ ຈັ່ງຊິຮອດ. ຄໍາ “ປະເມີນ” ໝາຍເຖິງ ທີຄ່າ, ແທກ, ວັດຄໍານວນຕໍ່ກັບຄ່າ, ລາຄາ, ຜົນທີ່ເກີດທີ່ເປັນໂດຍໃຊ້ກັບສິ່ງທີ່ເປັນ ຈໍານວນສາມາດນັບໄດ້ ແລະ ສິ່ງທີ່ ວາດນຶກ, ສິ່ງທີ່ຮັບຮູ້ເອົາ. ຄໍານີ້ສ້າງຂຶ້ນ ໃໝ່ ໃຊ້ຫລາຍໃນຊຸມປີ ຄ.ສ 2000 ໃຊ້ ກັບການທີຄ່າສິ່ງຂອງ, ຜົນຂອງການ ປະຕິບັດວຽກຕ່າງໆ ເຊັ່ນ: ປະເມີນ ລາຄາທີ່ດິນ, ປະເມີນຄ່າໃຊ້ຈ່າຍ ໂດຍ ລວມຂອງກົມກອງ. ໃຊ້ກັບການແທກ ຄວາມຮັບຮູ້ເຊັ່ນ: ປະເມີນຜົນການ ສອບເສັງ, ປະເມີນຜົນຄວາມເຂົ້າໃຈ ຂອງນັກສຶກສາ, ປະເມີນຜົນລັດຖະ ກອນ... ເວົ້າລວມແລ້ວດ ຄໍາທັງສີ່ຄື: ກະ, ຄາດ, ປະມານ, ປະເມີນ ເປັນຄໍາທີ່ມີ ຄວາມໃກ້ຄຽງກັນແຕ່ໄດ້ມີຄວາມໝາຍ ສະເພາະຂອງແຕ່ລະຄໍາທີ່ແຍກໃຊ້ ໃນກໍລະນີຕ່າງກັນ ແລະ ໃຊ້ໃນກໍລະນີ ຕ່າງກັນ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ທ້າຍປີ 2023, ອົງການເພື່ອ ການສຶກສາ ວິທະຍາສາດ ແລະ ວັດ ທະນະທຳແຫ່ງສະຫະປະຊາຊາດ (United Nations Educational, Sc i en t i f i c and Cu l t u r a l Organization) ຫລື ອຸຍແນັສໂກ (UNESCO) ປະກາດການຮັບ ຮອງ “ລາຍນາກ” ໃນຜ້າພື້ນເມືອງ ຂອງ ສປປ ລາວ ເປັນມໍລະດົກທາງ ວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງ ໄດ້, ອັນໄດ້ນໍາເອົາຄວາມປິຕິຍິນດີ ຢ່າງຫາອັນປຽບບໍ່ໄດ້ສໍາລັບປວງ ຊົນລາວທັງຊາດ. ນີ້ແມ່ນໜຶ່ງໃນ ຈໍານວນທັງໝົດ 5 ມູນມໍລະດົກອັນ ລໍ້າຄ່າຂອງລາວທີ່ໄດ້ຖືກຮັບຮອງ ເຂົ້າໃນບັນຊີມໍລະດົກຂອງໂລກ (ຜາສາດຫີນວັດພູ ແຂວງຈໍາ ປາສັກ, ນະຄອນຫລວງພະບາງ ແຂວງຫລວງພະບາງ, ແຫລ່ງໄຫ ຫີນ ແຂວງຊຽງຂວາງ, ສຽງແຄນ ຄົນເຊື້ອຊາດລາວ, ລາຍນາກ). ກອງປະຊຸມໃຫຍ່ຂອງຄະນະກໍາ ມະການ ລະຫວ່າງລັດຖະບານ ວ່າ ດ້ວຍການປົກປ້ອງມໍລະດົກ ວັດທະ ນະທໍາທີ່ບໍ່ເປັນວັດຖຸ ຄັ້ງທີ 18, ຈັດ ຂຶ້ນໃນລະຫວ່າງວັນທີ 05-08 ທັນ ວາ 2023 ທີ່ເມືອງຄາຊານ ສາທາ ລະນະລັດບົດສະວານາ ໄດ້ມີການ ປະກາດ ແລະ ມີການຮັບຮອງບັນຊີ ມໍລະດົກວັດທະນະທໍາທີ່ບໍ່ເປັນວັດ * ບັນສອບເສັງຈົບຊັ້ນມັດທະຍົມ ສຶກສາ ສົກຮຽນ 2023-2024 ຈະ ດຳເນີນພ້ອມກັນທົ່ວປະເທດໃນ ກາງເດືອນມິຖຸນານີ້. ສະນັ້ນ ເພື່ອ ເຮັດໃຫ້ບັ້ນສອບເສັງບັນລຸຕາມ ເປົ້າໝາຍທີ່ກຳນົດໄວ້ປັດຈຸບັນທຸກ ແຂວງໄດ້ສໍາເລັດການຮຽນ-ການ ສອນຕາມຫລັກສູດ, ສໍາເລັດການ ເກັບກໍາສະຖິຕິ ຈໍານວນສູນສອບ ເສັງ, ຫ້ອງສອບເສັງ, ນັກສອບ ເສັງ, ກະກຽມສະຖານທີ່, ອາຄານ, ຫ້ອງຮຽນ, ວັດຖຸ-ອຸປະກອນລວມ ເຖິງງົບປະມານຮັບໃຊ້ການສອບ ເສັງເປັນຢ່າງດີ. ນອກຈາກນີ້, ພະແນກສຶກສາ ທິການ ແລະ ກິລາແຂວງ ແມ່ນໄດ້ ສຳເລັດການແຕ່ງຕັ້ງຄະນະກໍາມະ ການຊີ້ນຳ ແລະ ຕັດສິນຜົນການ ສອບເສັງຈົບຊັ້ນ ມ4 ແລະ ກະ ຊວງສຶກສາທິການ ແລະ ກິລາ ໄດ້ ສຳເລັດການແຕ່ງຕັ້ງຄະນະກຳມະ ການຊີ້ນຳ ແລະ ຕັດສິນຜົນການ ສອບເສັງຈົບຊັ້ນ ມ7. ສໍາລັບຊັ້ນ ມ4 ມີນັກສອບເສັງ 68.850 ຄົນ ຍິງ 32.217 ຄົນ ໃນນີ້, ມີນັກສອບ ເສັງບີແລັງ 250 ຄົນ ຍິງ 150 ຄົນ, ນັກສອບເສັງສົງ 997 ອົງ, ທຽບໃສ່ສົກຮຽນ 2022-2023 ຫລຸດລົງ 7.472 ຄົນ ພ້ອມນີ້, ມີສູນ ສອບເສັງທັງໝົດ 579 ສູນ ຊຶ່ງ ຈະສອບເສັງ ໃນລະຫວ່າງ ວັນທີ 11-13 ມິຖຸນາ 2024 ແລະ ຈະມີ ການເສັງຄືນສໍາລັບນັກຮຽນທີ່ຂາດ ສອບເສັງມີເຫດຜົນ ໃນວັນທີ 1820 ມິຖຸນາ 2024. ສ່ວນຊັ້ນ ມ7 ມີນັກສອບເສັງທັງໝົດ 46.744 ຄົນ ຍິງ 22.338 ຄົນ ໃນນີ້, ມີ ນັກສອບເສັງບີແລັງ 159 ຄົນ, ຍິງ 103 ຄົນ, ນັກສອບເສັງສົງ 590 ອົງ, ຖ້າທຽບໃສ່ສົກຮຽນ 20222023 ຫລຸດລົງ 3.532 ຄົນ ແລະ ມີສູນສອບເສັງທັງໝົດ 292 ສູນ ໂດຍຈະສອບເສັງໃນລະຫວ່າງ ວັນທີ 19-21 ມິຖຸນາ 2024 ແລະ ສອບເສັງຄືນສໍາລັບນັກຮຽນທີ່ ຂາດສອບເສັງມີເຫດຜົນ ໃນວັນ ທີ 25-27 ມິຖຸນາ 2024. ນັກຮຽນຊັ້ນ ມ4 ແລະ ມ7 ຈະໄດ້ສອບເສັງວິຊາ ພາສາລາວ/ວັນນະຄະດີ, ຄະນິດ ສາດ, ວິທະຍາສາດທຳມະຊາດ, ກຸ່ມ ວິທະຍາສາດ ສັງຄົມ ແລະ ພາສາ ອັງກິດ. ພິເສດສົກຮຽນນີ້ເປັນສົກ ຮຽນທຳອິດທີ່ອະນຸມັດໃຫ້8ແຂວງ ມີ: ແຂວງວຽງຈັນ, ຫລວງພະບາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ຈຳປາສັກ ແລະ ນະ ຄອນຫລວງວຽງຈັນ ນໍາໃຊ້ເຄື່ອງ ຈັກ ກວດບົດສອບເສັງຈົບຊັ້ນ ມ7. ສຳລັບ ວິຊາພາສາລາວ-ວັນນະ ຄະດີ ພາກອັດຕະໄນ ແມ່ນຍັງນໍາໃຊ້ ກຳມະການກວດບົດສອບເສັງ ໂດຍ ຈະປະກາດຜົນສອບເສັງລົງເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 3 ຂອງເດືອນ ກໍລະກົດ 2024. ເພື່ອເຮັດໃຫ້ບັ້ນສອບເສັງຄັ້ງ ນີ້ບັນລຸຕາມເປົ້າໝາຍ ແລະ ມີຄຸນ ນະພາບນັ້ນ ຂໍຮຽກຮ້ອງໃຫ້ຄະນະ ນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການ ສຶກສາທຸກຂັ້ນ,ທະຫານ, ຕໍາຫລວດ, ຂະແໜງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ຄະນະພັດ ທະນາການສຶກສາຂັ້ນບ້ານ, ສະມາ ຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມ ຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກສ່ວນຈົ່ງຊ່ວຍກັນ ເປັນຫູ ເປັນຕາ ໃນການຮັກສາຄວາມສະ ຫງົບ, ຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍ ຕະຫລອດ ໄລຍະຂອງການສອບເສັງ ເພື່ອ ຫລີກລ່ຽງປາກົດການຫຍໍ້ທໍ້ ສິ່ງທີ່ ບໍ່ເພິ່ງປາຖະໜາຈະເກີດຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==