5887

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/06/2024 xtgmf]k; ກອງປະຊຸມສະໄໝສາມັນ... ສະຫລຸບໂຄງການ ສົ່ງເສີມ... ກະຊວງຍຸຕິທຳ... ພູມປັນຍາການຕ່ຳລາຍນາກ... ສົ່ງເສີມວິຊາຊີບຄູ... ຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາຫລາຍບັນຫາສຳຄັນພື້ນຖານ ຂອງປະເທດຊາດເປັນຕົ້ນວຽກງານ ຂອງລັດຖະບານ ຈະໄດ້ນຳສະເໜີ ບົດລາຍງານໂດຍສັງລວມຂອງ ທ່ານນາຍົກລັດຖະມົນຕີກ່ຽວກັບສະ ພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດສອງ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ການແກ້ໄຂ ບັນຫາຢາເສບຕິດ; ບົດລາຍງານ ຂອງກະຊວງແຜນການ ແລະ ການ ລົງທຶນກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້; ບົດລາຍງານຂອງກະຊວງການ ເງິນກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024; ບົດລາຍງານຂອງທະນາ ຄານ ແຫ່ງ ສປປ ລາວ ກ່ຽວກັບ ການຈັດຕັ້ງແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024; ບົດລາຍງານຂອງຂອງ ລັດຖະບານກ່ຽວກັບການຈັດຕັ້ງປະ ຕິບັດບັນດາໂຄງການລົງທຶນແຮ່ ທາດໃນໄລຍະຜ່ານມາ ແລະ ກຳນົດ ແຜນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວໃນຕໍ່ໜ້າຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ແລະ ຜ່ານບົດລາຍ ງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດບັນດາຄາດໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະ ຕິກອງປະຊຸມສະພາແຫ່ງຊາດ ສະ ບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022. ສຳລັບວຽກງານກວດສອບ ແຫ່ງລັດ ຈະໄດ້ຜ່ານບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດ ສອບ ປະຈຳປີ 2022 ແລະ ຈະພິຈາ ລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະ ບັບໃນນີ້, ຮ່າງກົດໝາຍສ້າງໃໝ່ 2 ສະບັບ, ກົດໝາຍປັບປຸງ 11 ສະ ບັບ; ວຽກງານສະພາແຫ່ງຊາດ ຈະໄດ້ຜ່ານບົດລາຍງານກ່ຽວກັບ ການເຄື່ອນໄຫວວຽກງານແຕ່ກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ7 ແລະ ແຜນການເຄື່ອນໄຫວ ຮອດກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດທີ I X; ຜ່ານບົດລາຍງານກ່ຽວກັບ ຄວາມຈໍາເປັນແລະທິດທາງໃນການ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ພ້ອມນີ້, ຍັງ ຈະໄດ້ພິຈາລະນາຮັບຮອງເອົາມະຕິ ຈຳນວນ 19 ສະບັບ ເຊັ່ນ: ມະຕິຮັບ ຮອງເອົາບົດລາຍງານຂອງລັດຖະ ບານ ຈຳນວນ 4 ສະບັບ; ມະຕິຮັບ ຮອງເອົາວຽກງານອົງການກວດ ສອບແຫ່ງລັດ 1 ສະບັບ; ມະຕິຮັບ ຮອງເອົາວຽກງານສະພາແຫ່ງຊາດ ຈຳນວນ 1 ສະບັບ ແລະ ມະຕິຮັບ ຮອງເອົາວຽກງານການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ. ໂອກາດນີ້, ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ ຍັງໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ, ເຊີນຊວນບັນດາພະນັກງານ, ລັດຖະ ກອນ, ທະຫານ, ຕຳຫລວດ, ນັກ ຮຽນ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານຕະ ຫລອດຮອດປະຊາຊົນບັນດາເຜົ່າ ທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະ ເທດ ຈົ່ງຕິດຕາມການດໍາເນີນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງ ນີ້ ເຊິ່ງໄລຍະກະກຽມ ແລະ ດຳເນີນ ກອງປະຊຸມ, ຄະນະເລຂາທິການສະ ພາແຫ່ງຊາດ ຈະໄດ້ຈັດຕັ້ງໜ່ວຍຮັບ ຄຳສະເໜີຂອງປະຊາຊົນຜ່ານໂທ ລະສັບສາຍດ່ວນ ເພື່ອຮັບເອົາຄຳ ຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງ ປະຊຸມ ເຊິ່ງບັນດາທ່ານສາມາດສົ່ງ ຄຳຄິດຄຳເຫັນ ແລະ ຄຳສະເໜີໄປ ຍັງກອງປະຊຸມໄດ້ທີ່ສາຍດ່ວນ: 156 ຫລື ອີເມວ: nalao.156@ gmail.com ຂ່າວ: ທະນູທອງ,ພາບ: ອ່າຍຄຳ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດ ຢູ່ແຂວງວຽງຈັນ ໃນ ວັນທີ 5 ມິຖຸນາ 2024 ທີ່ເມືອງວັງ ວຽງ ພາຍຫລັງດຳເນີນໂຄງການ ມາເປັນເວລາ 3 ປີ ເພື່ອຊຸກຍູ້ສົ່ງເສີມ ວຽກງານກະສິກຳບັນດາກຸ່ມເປົ້າ ໝາຍ ເປັນຕົ້ນ ສົ່ງເສີມກຸ່ມກະສິກຳ ສະອາດ, ກຸ່ມຜະລິດກະສິກຳຍືນຍົງ, ກຸ່ມຜະລິດຜັກສະອາດ, ກຸ່ມຜະລິດ ຜັກສະອາດເປັນສິນຄ້າ, ກຸ່ມຜະລິດ ກະສິກຳອິນຊີ, ກຸ່ມປູກໝາກກ້ຽງ, ກຸ່ມປູກເຂົ້າ, ກຸ່ມປູກກະລຳປີສະ ອາດ, ກຸ່ມຜະລິດໄມ້ໃຫ້ໝາກສະອາດ ເປັນສິນຄ້າ. ໃນໂອກາດນີ້, ທ່ານ ນາງ ສິນນະຄອນ ວໍລະຈັກ ຫົວໜ້າສະມາ ຄົມພັດທະນາກະສິກຳ ແລະ ສິ່ງ ແວດລ້ອມແບບຍືນຍົງ ໄດ້ກ່າວວ່າ: ໂຄງການສົ່ງເສີມ ກະສິກຳເຂດຊົນ ນະເຂດ ເພື່ອປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ ແຂວງ ວຽງຈັນ ໄດ້ຮັບການສະໜັບສະໜູນ ຈາກອົງການເຂົ້າຈີ່ ເພື່ອປະຊາ ກອນໂລກ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນກໍລະກົດປີ 2021 ແລະ ສຳເລັດໂຄງການໃນເດືອນມິຖຸນາ 2024 ເຊິ່ງຈັດຕັ້ງປະຕິບັດຢູ່ ເມືອງໂພນໂຮງ, ເມືອງວຽງຄຳ, ເມືອງຫີນເຫີບ ແລະ ເມືອງວັງວຽງ, ໄລຍະ 3 ປີຜ່ານມາ ໂຄງການດັ່ງ ກ່າວ, ສາມາດຍາດໄດ້ຜົນສຳເລັດ ຫລາຍດ້ານ ເປັນຕົ້ນໄດ້ຈັດຕັ້ງບັນ ດາກິດຈະກຳຕ່າງໆ ເພື່ອຊຸກຍູ້ສົ່ງ ເສີມວຽກງານກະສິກຳໃນບັນດາ ກຸ່ມເປົ້າໝາຍ ເປັນຕົ້ນໄດ້ສົ່ງເສີມກຸ່ມ ກະສິກຳສະອາດ, ກຸ່ມຜະລິດກະສິ ກຳຍຶນຍົງ, ກຸ່ມຜະລິດຜັກສະອາດ, ກຸ່ມຜະລິດຜັກສະອາດເປັນສິນຄ້າ, ກຸ່ມຜະລິດກະສິກຳອິນຊີ, ກຸ່ມປູກ ໝາກກ້ຽງ, ກຸ່ມປູກເຂົ້າ, ກຸ່ມປູກກະ ລຳປີສະອາດ ແລະ ກຸ່ມຜະລິດໄມ້ໃຫ້ ໝາກສະອາດເປັນສິນຄ້າ.ນອກຈາກ ນີ້, ຍັງໄດ້ສ້າງຄວາມສາມາດໃຫ້ພະ ນັກງານທ້ອງຖິ່ນ ໃນການເກັບກຳ ແລະວິເຄາະຂໍ້ມູນ; ການວິເຄາະແລະ ວາງແຜນພັດທະນາກະສິກຳ ແລະ ນຳໃຊ້ດິນຂອງຊຸມຊົນ ເພື່ອປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາ ກາດ; ສ້າງຄວາມສາມາດໃນການ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດດ້ານກະສິກຳໃຫ້ພະນັກ ງານຂັ້ນເມືອງ, ຂັ້ນແຂວງ ແລະ ກຸ່ມ ເປົ້າໝາຍ; ຝຶກອົບຮົມໃນການເປັນ ຄູ່ຝຶກ, ສະໜັບສະໜູນວິຊາການລົງ ຊຸກຍູ້ກຸ່ມເປົ້າໝາຍ; ຝຶກອົບຮົມ ແລະ ສ້າງຄວາມສາມາດໃນການປັບປຸງ, ການອະນຸລັກ ແລະ ການເກັບຮັກສາ ແນວພັນພືດ; ສ້າງຄວາມສາມາດ ໃນການປ້ອງກັນ ແລະຈັດການພືດ ແບບປະສົມປະສານ, ສົ່ງເສີມການ ສາງແຜນ ແລະ ໂຕ່ງໂສ້ການຕະ ຫລາດ ແລະ ອື່ນໆ. ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະ ບົດກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວ ວ່າ: ໂຄງການສົ່ງເສີມກະສິ ກຳເຂດຊົນນະເຂດ ເພື່ອປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ໄດ້ໃຫ້ການຊ່ວຍເຫລືອ, ຊຸກຍູ້ສົ່ງ ເສີມປະຊາຊົນ 30 ບ້ານ ໃນ 4 ເມືອງ ຂອງແຂວງວຽງຈັນ ຄື: ເມືອງ ໂພນໂຮງ, ເມືອງວຽງຄຳ, ເມືອງຫີນ ເຫີບ ແລະ ເມືອງວັງວຽງ ເຮັດໃຊ້ ປະຊາຊົນມີອາຊີບຄົງທີ່, ມີລາຍຮັບ ທີ່ໝັ້ນຄົງ ແລະ ເຮັດໃຫ້ປະຊາຊົນ ພາຍໃນບ້ານດັ່ງກ່າວມີຊີວິດການ ເປັນຢູ່ດີຂຶ້ນ ເຊິ່ງເປັນວຽກງານໜຶ່ງທີ່ ມີຄວາມສຳຄັນແລະມີລັກສະນະຍຸດ ທະສາດ ໃນການພັດທະນາຂະແໜງ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນ ນະບົດ ກໍຄື ການພັດທະນາປະເທດ ຊາດ. ໃນໄລຍະ 3 ປີຜ່ານມາ ໂຄງ ການດັ່ງກ່າວ, ໄດ້ພະຍາຍາມສຸມໃສ່ ນໍາພາຈັດຕັ້ງປະຕິບັດວຽກງານ ຂອງໂຄງການໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເຊິ່ງເຫັນວ່າມີຫລາຍ ກິດຈະກຳ ໄດ້ບັນລຸຕາມເປົ້າໝາຍ ແລະ ຍັງມີບາງວຽກ ທີ່ຈະສືບຕໍ່ໃນ ການຈັດຕັ້ງ ພາຍຫລັງທີ່ໂຄງການ ໄດ້ສິ້ນສຸດລົງ ເປັນຕົ້ນ ການຮັບມືກັບ ການປ່ຽນແປ່ງຂອງດິນຟ້າອາກາດ ມີແລ້ງ-ມີຖ້ວມ, ພະຍຸ-ພະຍາດລະ ບາດ ແລະ ອື່ນໆ ເພື່ອເລັ່ງໃສ່ຕອບ ສະໜອງເຂົ້າແຜນງານຂອງຂະ ແໜງ ກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ ເປັນຕົ້ນ ແມ່ນແຜນ ງານຄໍ້າປະກັນສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດທະ ນາຊົນນະບົດ, ແກ້ໄຂຄວາມທຸກ ຍາກ ແລະ ການຈັດສັນອາຊີບຄົງທີ່. ຜ່ານມາໂຄງການໄດ້ສະໜອງອຸປະ ກອບ, ປັດໄຈການຜະລິດ,ບັນດາ ເຕັກນິກການຜະລິດແບບ ມີວິທະຍາ ສາດ ແລະ ເຕັກໂນໂລຊີໃໝ່ ສຸມເຂົ້າ ໃສ່ກຸ່ມເປົ້າໝາຍໃຫ້ຫລາຍເທົ່າທີ່ ຈະຫລາຍໄດ້. ພ້ອມນີ້, ທ່ານ ເພັດສະໝອນ ຖານະສັກ ຍັງໄດ້ເນັ້ນໜັກກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະ ກຳຢູ່ກຸ່ມຜະລິດ, ບ້ານ ແລະເມືອງ ໃຫ້ຂະແໜງການທີ່ກ່ຽວຂ້ອງເປັນ ຜູ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດ ຕາມໃຫ້ຄຳແນະນຳບັນດາເຕັກນິກ ວິຊາການ ແລະ ໃຫ້ຄວາມຮູ້ຢ່າງ ເປັນປົກກະຕິ; ສະເໜີໃຫ້ໂຄງການ ດັ່ງກ່າວສືບຕໍ່ໃຫ້ການຊ່ວຍເຫລືອ ປະຊາຊົນຢູ່ໃນບ້ານ, ເມືອງຂອງ ແຂວງວຽງຈັນເພື່ອທີ່ຈະເພີ່ມທັກສະ ແລະ ບາງກິດຈະກຳຢູ່ບາງກຸ່ມເປົ້າ ໝາຍທີ່ຍັງບໍ່ເຂັ້ມແຂງ ແລະ ບັນ ລຸກໝາກຜົນ ເປັນຕົ້ນ ແມ່ນເຕັກນິກ ວິທະຍາດ ທີ່ທັນສະໄໝເຂົ້າໃນການ ຜະລິດ,ການປຸ່ງແຕ່ງແລະການເກັບ ຮັກສາຜົນຜະລິດຂອງກຸ່ມ;ສະເໜີ ໃຫ້ບັນດາກຸ່ມຜະລິດ ຢູ່ໃນ 4 ເມືອງ ເປົ້າໝາຍຂອງແຂວງ ສືບຕໍ່ດຳເນີນ ກິດຈະກຳຂອງຕົນເອງ ຄືໃຫ້ວາງ ແຜນການຜະລິດ ຂອງຕົນເອງໃຫ້ ທັນກັບລະດູການ, ຜະລິດໃຫ້ຫລາຍ ເພື່ອສະໜອງຕາມຄວາມຕ້ອງການ ຂອງຕະຫລາດໃຫ້ພຽງພໍ. ຂ່າວ-ພາບ: ກິດຕາ ຂປລ. ລາຍນາກ ໃນຜ້າແພລາວ ເປັນເອກະລັກຂອງຄົນລາວ, ເປັນ ເອກະລັກທີ່ມີຄວາມໝາຍທາງສັງ ຄົມແລະວັດທະນະທຳລາວທີ່ມີການ ສືບທອດຈາກຮຸ່ນສູ່ຮຸ່ນ ເຊິ່ງການຕໍ່າ ກໍມີລວດລາຍທີ່ແຕກຕ່າງກັນອອກ ໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະການເຊື້ອຖື ເພາະການປັກລວດ ລາຍໄວ້ໃນຜື່ນຜ້າໝາຍຄວາມວ່າ ການສະແດງເອກະລັກ ເພື່ອສື່ຄວາມ ໝາຍຜ່ານລວດລາຍຕ່າງໆ ເຊັ່ນ: ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີ ຄວາມໝາຍຄວາມສໍາຄັນສໍາລັບຄົນ ລາວ ເພາະຕາມຄວາມເຊື້ອຖືຂອງ ຄົນລາວ ທີ່ເຊື້ອກັນວ່າ ພະຍານາກ ແມ່ນສິ່ງສັກສິດທີ່ຄອຍປົກປັກຮັກ ສາ ໃຫ້ຄວາມຢູ່ເຢັນເປັນສຸກປາສະ ຈາກສິ່ງທ່ີບໍ່ດີ. ສະນັ້ນ, ຄົນລາວ ຈຶ່ງ ນໍາເອົາລວດລາຍພະຍານາກ ມາ ເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫລື ຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງ ລາວ. ທ່ານ ນາງ ນາລີ ມາຖາວອນ ເຈົ້າຂອງຮ້ານນາລີຜ້າໄໝມ້ອນຊໍາ ເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳ ນັກຂ່າວສານປະເທດລາວ ໃນວັນທີ 5ມິຖຸນາ2024ນີ້ວ່າ:ຫັດຖະກຳພື້ນ ເມືອງພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ທີ່ຖືກຮັບ ຮອງເຂົ້າບັນຊີລະດົກໂລກວັດທະ ນະທໍາທີ່ບໍ່ເປັນວັດຖຸແມ່ນມໍລະດົກ ວັດທະນະທຳອັນມີຄວາມໝາຍ ຂອງລາວ ທີ່ໄດ້ຮັບການຖ່າຍທອດ, ສືບທອດ, ຍົກສູງຄວາມຮັບຮູ້ຂອງ ເອກະລັກ ແລະ ຄວາມເປັນຊາດ ລາວຈາກບັນພະບຸລຸດ ແລະ ໄດ້ຮັບ ການສືບທອດຈາກຄົນຮຸ່ນໜຶ່ງໄປ ອີກຮຸ່ນໜຶ່ງຢ່າງຕໍ່ເນື່ອງ, ພ້ອມທັງ ໄດ້ຮັບການປະດິດສ້າງ ແລະ ປັບປຸງ ໃຫ້ແທດເໝາະກັບສະພາບແວດ ລ້ອມສັງຄົມໃໝ່, ຕິດພັນກັບທຳມະ ຊາດອ້ອມຂ້າງ ແລະ ບົນພື້ນຖານ ປະຫວັດສາດຂອງຊາດ ເຊິ່ງການ ຕໍ່າລາຍນາກ ກໍບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ໃຊ້ຄວາມປານິດ ແລະ ຄວາມອົດທົນພະຍາມຍາມເພາະ ການຕໍ່າມີຫລາຍຂັ້ນ ຕອນ. ທ່ານ ນາງ ນາລີ ມາຖາວອນ ຍັງໃຫ້ຮູ້ວ່າ: ຮ້ານນາລີຜ້າໄໝມ້ອນ ຊໍາເໜືອ ຕັ້ງຢູ່ເມືອງຊໍາເໜືອ ແຂວງ ຫົວພັັນ, ສ້າງຕັ້ງຂຶ້ນໃນປີ 2009 ໂດຍເລີ່ມຈາກການຮັກມັກໃນການ ຕ່ໍາຫູກຂອງຮຸ່ນແມ່ ແລະ ເຫັນການ ປູກມອນລ້ຽງມ້ອນມາແຕ່ນ້ອຍໆ ເວົ້າໄດ້ວ່າເປັນຮຸ່ນສືບທອດຈາກແມ່ ແລະ ຍຶດຖືມາເປັນອາຊີບເພື່ອສ້າງ ລາຍຮັບເຂົ້າຄອບຄົວ, ພ້ອມນີ້ຍັງ ໄດ້ສົ່ງເສີມການຜະລິດໃຫ້ປະຊາ ຊົນໃນຊຸມຊົນ ແລະ ການສົ່ງອອກ ໄປຕ່າງປະເທດ ແລະ ເພື່ອສ້າງ ວຽກເຮັດງານທໍາໃຫ້ແມ່ຍິງ, ຜູ້ດ້ອຍ ໂອກາດ, ທັງເປັນບ່ອນສຶກສາ, ຖ່າຍ ທອດຄວາມຮູ້ການຕ່ຳຫູກທໍໄໝໃຫ້ ແກ່ຄົນຮຸ່ນຕໍ່ໄປ. ສໍາລັບຜະລິດຕະ ພັນຂອງຮ້ານມີ: ສິ້ນໄໝ, ສິ້ນໄໝ ມ້ອນຊໍາເໜືອ,ແຜ່ເສື້ອ,ຜ້າພັນຄໍແລະ ຜ້າບ່ຽງ ທີ່ມີລວດລາຍຫລາຍຊະ ນິດ ໃນນັ້ນລວມທັງລາຍນາກ, ນຳ ໃຊ້ລວດລາຍພື້ນເມືອງ ແລະ ລວດ ລາຍທັນສະໄໝຂອງລາວ ເຊິ່ງຜະ ລິດຕະພັນທັງໝົດ ແມ່ນຖືກຕ່ຳໂດຍ ຊ່າງຫັດຖະກຳທີ່ມີສີມື ແລະ ປະສົບ ການຍາວນານ. ຂ່າວ-ພາບ: ສົມຫວັງ ແມ່ນເປັນແນວທາງທີ່ດີ ໂດຍແຜນ ງານບີຄວາ, ເຊິ່ງຈະສະໜັບສະໜູນ ທີມງານດ້ານວິຊາການຂອງວິທະ ຍາໄລຄູ ແລະ ທີມງານຜູ້ເຮັດວຽກ ສຶກສານິເທດພາຍໃນ ຂອງພວກ ເຮົາດ້ວຍການສະໜອງແທັບເລັດ ແລະ ການຝຶກອົບຮົມສໍາລັບພະນັກ ງານເພື່ອພັດທະນາທັກສະດ້ານວິ ຊາການໃນການນໍາໃຊ້ສື່ການຮຽນການສອນ ແບບດີຈິຕອນ. ແຜນງານບີຄວາ ໄດ້ຮ່ວມມືກັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ເພື່ອສ້າງເຄືອຂ່າຍ ຊ່ວຍເຫລືອຜູ້ເຮັດວຽກສຶກສານິ ເທດພາຍໃນ ຢູ່ໃນເມືອງເປົ້າໝາຍ ແລະ ສະໜອງຄວາມຮູ້ ແລະ ຄວາມ ສາມາດໃຫ້ແກ່ຄູສອນ. ດັ່ງນັ້ນ, 98% ຂອງຜູ້ເຮັດວຽກ ສຶກສານິ ເທດພາຍໃນປັດຈຸບັນສາມາດເຂົ້າ ເຖິງ ອິນເຕີເນັດ ໂດຍຜ່ານການນຳ ໃຊ້ແທັບເລັດ ແລະ ເຂົາເຈົ້າກຳລັງ ໃຊ້ສື່ການຮຽນການສອນຜ່ານ ແທັບແລັດ ເພື່ອຊ່ວຍເຫລືອຄູປະ ຖົມ ຈຳນວນ 8.000 ຄົນ ໃນເມືອງ ທີ່ຢູ່ຫ່າງໄກສອກຫລີກ. ທ່ານ ນາງ ວາເນັດຊ້າ ເຮັກກາ ທີ້ ເລຂາເອກ, ສະຖານທູດອົດສະ ຕຣາລີປະຈຳລາວໄດ້ກ່າວວ່າ:ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ແມ່ນກຸນແຈສຳຄັນໃນ ການສ້າງຄວາມເຂັ້ມແຂງດ້ານຄຸນ ນະພາບການສອນ ແລະ ປັບປຸງ ຜົນການຮຽນຂອງນັກຮຽນ. ການ ເຊື່ອມໂຍງຄວາມຮູ້ດ້ານ ICT ເຂົ້າ ໃນການພັດທະນາວິຊາຊີບຄູແບບຕໍ່ ເນື່ອງ ຈະຊ່ວຍໃຫ້ພາກສ່ວນກ່ຽວ ຂ້ອງໃນຫ້ອງການຕ່າງໆ ແລະ ແຕ່ ລະພາກຂອງແຂວງໃນປະເທດ ສາມາດເຮັດວຽກຮ່ວມກັນໄດ້ ເຖິງ ວ່າຄູຈະຢູ່ເຂດຫ່າງໄກແລະ ຕ້ອງໄດ້ ອອກເຮັດວຽກນອກພື້ນທີ່ກໍຕາມ ກໍຈະສາມາດມີໂອກາດເຂົ້າເຖິງ ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງໄດ້ຢ່າງເທົ່າທຽມກັນ. ແຜນງານບີຄວາ ເປັນແຜນງານ ທີ່ນຳພາໂດຍລັດຖະບານລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການ ພັດທະນາສາກົນຂອງປະ ເທດສະຫະລັດອາເມລິກາ (USAID). ແຜນງານໄດ້ສຸມໃສ່ເສີມ ຂະຫຍາຍຜົນການຮຽນຂອງຊາວ ໜຸ່ມຂອງປະເທດ ໂດຍສະເພາະແມ່ນ ຜູ້ທີ່ຕ້ອງການການຊ່ວຍເຫລືອຜູ້ ດ້ອຍໂອກາດ ແລະ ເນັ້ນໜັກໃສ່ການ ຮັບປະກັນຄວາມສະເໝີພາບລະ ຫວ່າງ ຍິງ-ຊາຍ ແລະ ສົ່ງເສີມ ການສຶກສາຮຽນຮ່ວມໃນທຸກໆກິດ ຈະກໍາ. ປະທານຄະນະກໍາມາທິການເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຍົກໃຫ້ເຫັນຄວາມ ໝາຍ, ຄວາມສຳຄັນຂອງວັນເດັກ ນ້ອຍສາກົນ ວັນທີ 1 ມິຖຸນາ ເຊິ່ງ ເປັນວັນທີ່ມີຄວາມໝາຍຄວາມສຳ ຄັນທາງດ້ານປະຫວັດສາດກ່ຽວ ກັບສິດທິຂອງເດັກ ໂດຍສະເພາະ ແມ່ນການປ້ອງກັນ ແລະ ລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ເດັກ,ການ ໃຊ້ແຮງງານ ແລະ ການຄ້າປະເວ ນີເດັກ ແນໃສ່ເຮັດໃຫ້ເດັກນ້ອຍໄດ້ ຮັບຄວາມຮັກທີ່ອົບອຸ່ນ ແລະ ການ ເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກ ຄອບຄົວ, ຊຸມຊົນ ແລະ ສັງຄົມ ເຮັດ ໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນຄົນ ດີຂອງສົງຄົມ. ຢ່າງໃດກໍຕາມຢູ່ບັນດາປະເທດ ກໍໄດ້ມີການສະເຫລີມສະຫລອງ ເພື່ອເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນໃນວັນດັ່ງກ່າວ, ຕາມ ເງື່ອນໄຂຕົວຈິງຂອງ ແຕ່ລະປະ ເທດ. ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານການ ສົ່ງເສີມ, ການປົກປ້ອງ ແລະ ພັດທະ ນາເດັກ ໃນນີ້ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງເດັກ, ການແຍກການ ດໍາເນີນຄະດີເດັກ ອອກຈາກຂະ ບວນການດຳເນີນຄະດີອາຍາກັບ ຜູ້ໃຫຍ່ ແລະ ມາດຕະການອື່ນໆ ເຊິ່ງ ໄດ້ກໍານົດໄວ້ໃນປະມວນກົດໝາຍ ອາຍາ ແລະ ປະມວນກົດໝາຍແພ່ງ ໂດຍມອບໝາຍໃຫ້ອົງການທີ່ກ່ຽວ ຂ້ອງ ຈັດກິດຈະກຳຕ່າງໆ ໃນວັນທີ 1ມິຖຸນາ ຂອງທຸກໆປີ ເພື່ອສະເຫລີມ ສະຫລອງວັນເດັກສາກົນ ໃຫ້ເປັນ ຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນ “ສ້າງອະນາຄົດທີ່ຍືນຍົງ ຄືການ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ” ຂ່າວ-ພາບ: ໄຊຍະສິດ

RkJQdWJsaXNoZXIy MTc3MTYxMQ==