5887

g9Q kc0;'lts;a ootg0f -5 dp6 h dkofegou o dv'xt-5 ,.spj 3 0A o0v'ra d16 j g,n v'w-r6 mv' lxx ]k; wfh Ia [dPfgxa oxtmko ltrkdy ]koa dIPo vk-Po Iv'sq ;|h kdq ,7h kp75 ,0a '{fa flh k' -5 dp6h ;Pd'ko8y f8k,d;fdk 16j g,n v'skf-kp2v' dt-;'p5 8y me lts]v' ;a ogfa doh vplkdq o 1 ,y 45 ok xtmkovq 'dkodkcf'csj '-kf]k; 3vh ]q , rtoa d'ko{vklklt\a dvq 'dkodkcf'c0;';P'9a o lts]5 [37'dkolqj 'glu ,dtly deg0f-q oot[q f grn j vxa [8q ;g0Q kda [dkoxj Pocx'fy o2h kvkdkf dv'xt-5 ,ltw\lk,a ogmnj vmu 7 0v'ltrk csj '-kf -5 fmu IX 9t9a f0B o 10 ,y 45 okoU dv'xt-5 ,37'dkoc]dxj Po okpmtsko|5j ,vk-Po 7A 'mu 6 r6 ,xa opkdko8j e]kpokd 0v'7q o]k; c,j o,= ]tfq dva o]E7j k9kd[a ort[6 ]5 f ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 06.06.2024 ປີທີ 23 ສະບັບທີ 5.945 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ເຈົ້າແຂວງສະ ຫວັນນະເຂດ, ພ້ອມຄະນະນໍາຂອງ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມ ການພັດທະນາເສດຖະກິດ-ສັງ ຄົມຢູ່ເມືອງໄຊພູທອງ ແລະ ເພື່ອ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ 3 ຂັ້ນຂອງເມືອງ. ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໂອ້ລົມ ແລະ ໃຫ້ ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳ ຂປລ. ໃນກອງປະຊຸມສະພາບໍລິ ຫານງານກິລານັກຮຽນ ອາຊຽນ (ASSC) ຈັດຂຶ້ນໃນວັນທີ 2 ມິ ຖຸນາ 2024 ທີ່ ສສ ຫວຽດນາມ, ເຊິ່ງໄດ້ເປັນເອກະສັນກັນມອບໝາຍ ຂອງເມືອງໄຊພູທອງ ໂດຍທ່ານໄດ້ ເນັ້ນໃຫ້ການແກ້ໄຂຈຸດອ່ອນ-ຂໍ້ຄົງ ຄ້າງຕ່າງໆທີ່ສົ່ງຜົນກະທົບຕໍ່ການ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດ ທີ IX ຈະໄດ້ໄຂຂຶ້ນ ໃນລະຫວ່າງວັນ ທີ 10 ມິຖຸນາ ຫາ 2 ກໍລະກົດ2024 ທີ່ຈະມາເຖິງນີ້, ຢູ່ຫ້ອງປະຊຸມໃຫຍ່ ສະພາແຫ່ງຊາດ, ນະຄອນຫລວງ ວຽງຈັນເຊິ່ງຈະໄດ້ພິຈາລະນາແລະ ຮັບຮອງເອົາຫລາຍບັນຫາສຳຄັນ ພື້ນຖານຂອງປະເທດຊາດ. ທ່ານ ນາງ ອຳໄພວອນ ລ້ອມ ບຸນແພງ ກຳມະການສຳຮອງສູນ ກາງພັກ, ຄະນະພັກສະພາແຫ່ງ ຊາດ, ກໍາມະການຄະນະປະຈໍາສະ ພາແຫ່ງຊາດ, ເລຂາທິການສະພາ ແຫ່ງຊາດ ໄດ້ຖະແຫລງກ່ຽວກັບ ການດຳເນີນກອງປະຊຸມດັ່ງກ່າວ ໃນວັນທີ 5 ມິຖຸນາ 2024 ນີ້ວ່າ: ຂປລ. ວັນທີ 4 ມີຖຸນາ 2024 ນີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດ ລາວ ພ້ອມຄະນະລົງເຄື່ອນໄຫວ ຢ້ຽມຢາມ, ໂອ້ລົມພະນັກງານ-ລັດ ຖະກອນ ແລະ ອາສາສະໝັກ ອົງ ການກາແດງແຂວງວຽງຈັນ ໂດຍ ໄດ້ເນັ້ນໃຫ້ຄະນະນຳຂອງອົງການ ກາແດງແຂວງ ຕ້ອງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານ-ລັດຖະກອນ, ຖື ວຽກງານດັ່ງກ່າວ ເປັນສຳຄັນສອດ ຫ້ອຍເຂົ້າໃນທຸກວຽກງານ ເພື່ອຮັບ ປະກັນໄດ້ປະສິດທິພາບ ແລະ ປະສິດ ທິຜົນຂອງທຸກໜ້າວຽກ. ພ້ອມນີ້, ກໍໃຫ້ເອົາໃຈໃສ່ປັບປຸງ ຂປລ. ກົມພັດທະນາຊົນນະບົດ ຮ່ວມກັບພະແນກກະສິກຳ ແລະ ປ່າ ໄມ້ ແຂວງວຽງຈັນ, ສະມາຄົມພັດ ທະນາກະສິກຳ ແລະ ສິ່ງແວດລ້ອມ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄດ້ໄຂຂຶ້ນ ໃນລະຫວ່າງວັນທີ 10 ມິຖຸນາ ຫາ 2 ກໍລະກົດ 2024 ຂປລ. ເມື່ອບໍ່ດົນມານີ້, ທ່ານ ໄຊຊະນະ ສຸລິຍະວົງ ຮອງຫົວໜ້າ ກົມຕິດຕາມກວດກາຄ້າຍຄຸມຂັງດັດ ສ້າງ ອົງການໄອຍະການປະຊາ ຊົນສູງສຸດ ພ້ອມຄະນະລົງເຄື່ອນ ກົງຈັກການຈັດຕັ້ງໃຫ້ເປັນລະບຽບ ຮຽບຮ້ອຍ, ການສັບຊ້ອນບຸກຄະລາ ກອນໃຫ້ແທດເໝາະກັບໜ້າວຽກ ຕົວຈິງ ເພື່ອໃຫ້ມີການເຄື່ອນໄຫວສະ ດວກສະບາຍຂຶ້ນ; ສຸມໃສ່ປະຕິບັດ ໜ້າວຽກວິຊາສະເພາະ ໂດຍການ ຂຶ້ນແຜນຄາດຄະເນກະກຽມຄວາມ ພ້ອມເພື່ອຮັບມືໄພພິບັດ ຫລື ເຫດ ດ່ວນຕ່າງໆທີ່ອາດຈະເກີດຂຶ້ນໃນຕໍ່ ໜ້າໃຫ້ສາມາດຮັບມືໄດ້ ແລະ ຊ່ວຍ ເຫລືອສຸກເສີນໃຫ້ທັນເວລາ; ການ ລະດົມຮັບບໍລິຈາກເລືອດ ແມ່ນມີ ຄວາມສຳຄັນຫລາຍຕ້ອງໄດ້ປຸກລະ ດົມໂຄສະນາເຜີຍແຜ່ໃຫ້ສັງຄົມຮັບ ຮູ້ເຖິງຄວາມສຳຄັນຂອງວຽກງານ ແບບຢືນຢົງຈັດກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດໂຄງການສົ່ງ ເສີມກະສິກຳເຂດຊົນນະເຂດ ເພື່ອ ຂປລ. ເມື່ອບໍ່ດົນມານີ້, ກະຊວງ ສຶກສາທິການ ແລະ ກິລາ ຈັດກອງ ປະຊຸມວຽກງານສ້າງຂີດຄວາມ ສາ ມາດດ້ານເຕັກໂນໂລຊີຂໍ້ມູນຂ່າວ ສານ ແລະ ການສື່ສານ (ICT) ຢູ່3 ວິທະຍາໄລຄູເປົ້າໝາຍ ຄື:ວິທະຍາ ໄລຄູຫລວງນ້ຳທາ, ວິທະຍາໄລຄູ ຄັງໄຂ ແລະ ວິທະຍາໄລຄູສະຫວັນ ນະເຂດ ແນໃສ່ຝຶກອົບຮົມໃຫ້ແກ່ພະ ນັກງານວິຊາການຂອງວິທະຍາໄລ ຄູ ທີ່ຮັບຜິດຊອບດ້ານ ICT ເພື່ອໃຫ້ ການຊ່ວຍເຫລືອແກ່ຜູ້ເຮັດວຽກສຶກ ສານິເທດພາຍໃນ ເຊິ່ງມີເຖິງ1.044 ຄົນ ທີ່ຈະໃຫ້ການຊ່ວຍເຫລືອຄູ ຢູ່ໃນ 30 ເມືອງເປົ້າໝາຍຂອງ 7 ແຂວງ (ຫລວງນ້ຳທາ, ບໍ່ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ, ສະ lqj 'glu ,;y -k-u [76 zj kodko oe.-h g8a d3o3]-u 0= ,6 o0j k;lko h ຫວັນນະເຂດ ແລະ ຄຳມ່ວນ) ໂດຍ ໄດ້ຮັບການສະໜັບສະໜູນຈາກ ລັດ ຖະບານອົດສະຕຣາລີ ໂດຍຜ່ານ ແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດການເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ). ທ່ານ ເກດ ພັນລັກ ຫົວໜ້າກົມ ສ້າງຄູໄດ້ກ່າວວ່າ: ຍັງມີສິ່ງທ້າທາຍ ຫລາຍຢ່າງກ່ຽວກັບການເຂົ້າເຖິງ ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ຢູ່ ສປປ ລາວ ໂດຍສະ ເພາະການເຂົ້າເຖິງຄອມພິວເຕີ, ອິນ ເຕີເນັດ ແລະ ຄວາມຮູ້ດ້ານ ICT ຍັງຢູ່ໃນລະດັບຕ່ຳ, ການສະໜັບສະ ໜູນຈາກລັດຖະບານອົດສະຕຣາລີ ຂປລ. ໃນວັນທີ 3 ມິຖຸນາ 2024 ຜ່ານມາ, ກະຊວງຍຸຕິທຳ ຈັດພິທີສະເຫລີມສະຫລອງວັນ ເດັກນ້ອຍສາກົນ ຄົບຮອບ 100 ປີ (1/6/1924-1/6/ 2024) ໂດຍມີ ທ່ານ ໄພວີ ສີບົວລິພາ ລັດ ຖະມົນຕີກະຊວງຍຸຕິທຳ, ມີຮອງ ລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າພະ ແນກ ແລະ ພະນັກງານ-ລັດຖະກອນ ພ້ອມດ້ວຍຫລານນ້ອຍເຂົ້າຮ່ວມ. ໃນພິທີ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ,

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/06/2024 xtgmf]k; ກອງປະຊຸມສະໄໝສາມັນ... ສະຫລຸບໂຄງການ ສົ່ງເສີມ... ກະຊວງຍຸຕິທຳ... ພູມປັນຍາການຕ່ຳລາຍນາກ... ສົ່ງເສີມວິຊາຊີບຄູ... ຈະໄດ້ພິຈາລະນາ ແລະ ຮັບຮອງ ເອົາຫລາຍບັນຫາສຳຄັນພື້ນຖານ ຂອງປະເທດຊາດເປັນຕົ້ນວຽກງານ ຂອງລັດຖະບານ ຈະໄດ້ນຳສະເໜີ ບົດລາຍງານໂດຍສັງລວມຂອງ ທ່ານນາຍົກລັດຖະມົນຕີກ່ຽວກັບສະ ພາບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຕິດພັນກັບການຈັດຕັ້ງປະຕິບັດສອງ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ ແລະ ການແກ້ໄຂ ບັນຫາຢາເສບຕິດ; ບົດລາຍງານ ຂອງກະຊວງແຜນການ ແລະ ການ ລົງທຶນກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ໂດຍຫຍໍ້; ບົດລາຍງານຂອງກະຊວງການ ເງິນກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024; ບົດລາຍງານຂອງທະນາ ຄານ ແຫ່ງ ສປປ ລາວ ກ່ຽວກັບ ການຈັດຕັ້ງແຜນເງິນຕາ 6 ເດືອນ ຕົ້ນປີ ແລະ ແຜນການ 6 ເດືອນທ້າຍ ປີ 2024; ບົດລາຍງານຂອງຂອງ ລັດຖະບານກ່ຽວກັບການຈັດຕັ້ງປະ ຕິບັດບັນດາໂຄງການລົງທຶນແຮ່ ທາດໃນໄລຍະຜ່ານມາ ແລະ ກຳນົດ ແຜນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວໃນຕໍ່ໜ້າຕິດພັນກັບການ ຈັດຕັ້ງປະຕິບັດມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍການຮັບຮອງ ເອົາວິໄສທັດຮອດປີ 2040 ແລະ ຍຸດທະສາດການພັດທະນາແຮ່ທາດ ຮອດປີ 2030 ແລະ ຜ່ານບົດລາຍ ງານຂອງລັດຖະບານກ່ຽວກັບການ ຈັດຕັ້ງປະຕິບັດບັນດາຄາດໝາຍ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຕິດພັນກັບການຈັດຕັ້ງປະຕິບັດມະ ຕິກອງປະຊຸມສະພາແຫ່ງຊາດ ສະ ບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022. ສຳລັບວຽກງານກວດສອບ ແຫ່ງລັດ ຈະໄດ້ຜ່ານບົດລາຍງານ ຂອງອົງການກວດສອບແຫ່ງລັດ ກ່ຽວກັບການແກ້ໄຂຜົນການກວດ ສອບ ປະຈຳປີ 2022 ແລະ ຈະພິຈາ ລະນາ ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 13 ສະ ບັບໃນນີ້, ຮ່າງກົດໝາຍສ້າງໃໝ່ 2 ສະບັບ, ກົດໝາຍປັບປຸງ 11 ສະ ບັບ; ວຽກງານສະພາແຫ່ງຊາດ ຈະໄດ້ຜ່ານບົດລາຍງານກ່ຽວກັບ ການເຄື່ອນໄຫວວຽກງານແຕ່ກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ7 ແລະ ແຜນການເຄື່ອນໄຫວ ຮອດກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ ຊຸດທີ I X; ຜ່ານບົດລາຍງານກ່ຽວກັບ ຄວາມຈໍາເປັນແລະທິດທາງໃນການ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ພ້ອມນີ້, ຍັງ ຈະໄດ້ພິຈາລະນາຮັບຮອງເອົາມະຕິ ຈຳນວນ 19 ສະບັບ ເຊັ່ນ: ມະຕິຮັບ ຮອງເອົາບົດລາຍງານຂອງລັດຖະ ບານ ຈຳນວນ 4 ສະບັບ; ມະຕິຮັບ ຮອງເອົາວຽກງານອົງການກວດ ສອບແຫ່ງລັດ 1 ສະບັບ; ມະຕິຮັບ ຮອງເອົາວຽກງານສະພາແຫ່ງຊາດ ຈຳນວນ 1 ສະບັບ ແລະ ມະຕິຮັບ ຮອງເອົາວຽກງານການສ້າງ ແລະ ປັບປຸງກົດໝາຍ 13 ສະບັບ. ໂອກາດນີ້, ທ່ານ ນາງ ອຳໄພ ວອນ ລ້ອມບຸນແພງ ຍັງໄດ້ຕາງໜ້າ ໃຫ້ຄະນະປະຈຳສະພາແຫ່ງຊາດ, ເຊີນຊວນບັນດາພະນັກງານ, ລັດຖະ ກອນ, ທະຫານ, ຕຳຫລວດ, ນັກ ຮຽນ, ນັກສຶກສາ, ປັນຍາຊົນ, ກຳມະ ກອນ, ຊາວຜູ້ອອກແຮງງານຕະ ຫລອດຮອດປະຊາຊົນບັນດາເຜົ່າ ທຸກຊັ້ນຄົນ ໃນທົ່ວປະເທດ ແລະ ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະ ເທດ ຈົ່ງຕິດຕາມການດໍາເນີນກອງ ປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງ ນີ້ ເຊິ່ງໄລຍະກະກຽມ ແລະ ດຳເນີນ ກອງປະຊຸມ, ຄະນະເລຂາທິການສະ ພາແຫ່ງຊາດ ຈະໄດ້ຈັດຕັ້ງໜ່ວຍຮັບ ຄຳສະເໜີຂອງປະຊາຊົນຜ່ານໂທ ລະສັບສາຍດ່ວນ ເພື່ອຮັບເອົາຄຳ ຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງ ປະຊຸມ ເຊິ່ງບັນດາທ່ານສາມາດສົ່ງ ຄຳຄິດຄຳເຫັນ ແລະ ຄຳສະເໜີໄປ ຍັງກອງປະຊຸມໄດ້ທີ່ສາຍດ່ວນ: 156 ຫລື ອີເມວ: nalao.156@ gmail.com ຂ່າວ: ທະນູທອງ,ພາບ: ອ່າຍຄຳ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດ ຢູ່ແຂວງວຽງຈັນ ໃນ ວັນທີ 5 ມິຖຸນາ 2024 ທີ່ເມືອງວັງ ວຽງ ພາຍຫລັງດຳເນີນໂຄງການ ມາເປັນເວລາ 3 ປີ ເພື່ອຊຸກຍູ້ສົ່ງເສີມ ວຽກງານກະສິກຳບັນດາກຸ່ມເປົ້າ ໝາຍ ເປັນຕົ້ນ ສົ່ງເສີມກຸ່ມກະສິກຳ ສະອາດ, ກຸ່ມຜະລິດກະສິກຳຍືນຍົງ, ກຸ່ມຜະລິດຜັກສະອາດ, ກຸ່ມຜະລິດ ຜັກສະອາດເປັນສິນຄ້າ, ກຸ່ມຜະລິດ ກະສິກຳອິນຊີ, ກຸ່ມປູກໝາກກ້ຽງ, ກຸ່ມປູກເຂົ້າ, ກຸ່ມປູກກະລຳປີສະ ອາດ, ກຸ່ມຜະລິດໄມ້ໃຫ້ໝາກສະອາດ ເປັນສິນຄ້າ. ໃນໂອກາດນີ້, ທ່ານ ນາງ ສິນນະຄອນ ວໍລະຈັກ ຫົວໜ້າສະມາ ຄົມພັດທະນາກະສິກຳ ແລະ ສິ່ງ ແວດລ້ອມແບບຍືນຍົງ ໄດ້ກ່າວວ່າ: ໂຄງການສົ່ງເສີມ ກະສິກຳເຂດຊົນ ນະເຂດ ເພື່ອປັບຕົວເຂົ້າກັບການ ປ່ຽນແປງດິນຟ້າອາກາດ ແຂວງ ວຽງຈັນ ໄດ້ຮັບການສະໜັບສະໜູນ ຈາກອົງການເຂົ້າຈີ່ ເພື່ອປະຊາ ກອນໂລກ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ເດືອນກໍລະກົດປີ 2021 ແລະ ສຳເລັດໂຄງການໃນເດືອນມິຖຸນາ 2024 ເຊິ່ງຈັດຕັ້ງປະຕິບັດຢູ່ ເມືອງໂພນໂຮງ, ເມືອງວຽງຄຳ, ເມືອງຫີນເຫີບ ແລະ ເມືອງວັງວຽງ, ໄລຍະ 3 ປີຜ່ານມາ ໂຄງການດັ່ງ ກ່າວ, ສາມາດຍາດໄດ້ຜົນສຳເລັດ ຫລາຍດ້ານ ເປັນຕົ້ນໄດ້ຈັດຕັ້ງບັນ ດາກິດຈະກຳຕ່າງໆ ເພື່ອຊຸກຍູ້ສົ່ງ ເສີມວຽກງານກະສິກຳໃນບັນດາ ກຸ່ມເປົ້າໝາຍ ເປັນຕົ້ນໄດ້ສົ່ງເສີມກຸ່ມ ກະສິກຳສະອາດ, ກຸ່ມຜະລິດກະສິ ກຳຍຶນຍົງ, ກຸ່ມຜະລິດຜັກສະອາດ, ກຸ່ມຜະລິດຜັກສະອາດເປັນສິນຄ້າ, ກຸ່ມຜະລິດກະສິກຳອິນຊີ, ກຸ່ມປູກ ໝາກກ້ຽງ, ກຸ່ມປູກເຂົ້າ, ກຸ່ມປູກກະ ລຳປີສະອາດ ແລະ ກຸ່ມຜະລິດໄມ້ໃຫ້ ໝາກສະອາດເປັນສິນຄ້າ.ນອກຈາກ ນີ້, ຍັງໄດ້ສ້າງຄວາມສາມາດໃຫ້ພະ ນັກງານທ້ອງຖິ່ນ ໃນການເກັບກຳ ແລະວິເຄາະຂໍ້ມູນ; ການວິເຄາະແລະ ວາງແຜນພັດທະນາກະສິກຳ ແລະ ນຳໃຊ້ດິນຂອງຊຸມຊົນ ເພື່ອປັບຕົວ ເຂົ້າກັບການປ່ຽນແປງດິນຟ້າອາ ກາດ; ສ້າງຄວາມສາມາດໃນການ ປັບຕົວເຂົ້າກັບການປ່ຽນແປງດິນ ຟ້າອາກາດດ້ານກະສິກຳໃຫ້ພະນັກ ງານຂັ້ນເມືອງ, ຂັ້ນແຂວງ ແລະ ກຸ່ມ ເປົ້າໝາຍ; ຝຶກອົບຮົມໃນການເປັນ ຄູ່ຝຶກ, ສະໜັບສະໜູນວິຊາການລົງ ຊຸກຍູ້ກຸ່ມເປົ້າໝາຍ; ຝຶກອົບຮົມ ແລະ ສ້າງຄວາມສາມາດໃນການປັບປຸງ, ການອະນຸລັກ ແລະ ການເກັບຮັກສາ ແນວພັນພືດ; ສ້າງຄວາມສາມາດ ໃນການປ້ອງກັນ ແລະຈັດການພືດ ແບບປະສົມປະສານ, ສົ່ງເສີມການ ສາງແຜນ ແລະ ໂຕ່ງໂສ້ການຕະ ຫລາດ ແລະ ອື່ນໆ. ທ່ານ ເພັດສະໝອນ ຖານະສັກ ຮອງຫົວໜ້າກົມພັດທະນາຊົນນະ ບົດກະຊວງກະສິກຳ ແລະ ປ່າໄມ້ ໄດ້ກ່າວ ວ່າ: ໂຄງການສົ່ງເສີມກະສິ ກຳເຂດຊົນນະເຂດ ເພື່ອປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ ໄດ້ໃຫ້ການຊ່ວຍເຫລືອ, ຊຸກຍູ້ສົ່ງ ເສີມປະຊາຊົນ 30 ບ້ານ ໃນ 4 ເມືອງ ຂອງແຂວງວຽງຈັນ ຄື: ເມືອງ ໂພນໂຮງ, ເມືອງວຽງຄຳ, ເມືອງຫີນ ເຫີບ ແລະ ເມືອງວັງວຽງ ເຮັດໃຊ້ ປະຊາຊົນມີອາຊີບຄົງທີ່, ມີລາຍຮັບ ທີ່ໝັ້ນຄົງ ແລະ ເຮັດໃຫ້ປະຊາຊົນ ພາຍໃນບ້ານດັ່ງກ່າວມີຊີວິດການ ເປັນຢູ່ດີຂຶ້ນ ເຊິ່ງເປັນວຽກງານໜຶ່ງທີ່ ມີຄວາມສຳຄັນແລະມີລັກສະນະຍຸດ ທະສາດ ໃນການພັດທະນາຂະແໜງ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນ ນະບົດ ກໍຄື ການພັດທະນາປະເທດ ຊາດ. ໃນໄລຍະ 3 ປີຜ່ານມາ ໂຄງ ການດັ່ງກ່າວ, ໄດ້ພະຍາຍາມສຸມໃສ່ ນໍາພາຈັດຕັ້ງປະຕິບັດວຽກງານ ຂອງໂຄງການໃຫ້ສຳເລັດຕາມແຜນ ການທີ່ວາງໄວ້ ເຊິ່ງເຫັນວ່າມີຫລາຍ ກິດຈະກຳ ໄດ້ບັນລຸຕາມເປົ້າໝາຍ ແລະ ຍັງມີບາງວຽກ ທີ່ຈະສືບຕໍ່ໃນ ການຈັດຕັ້ງ ພາຍຫລັງທີ່ໂຄງການ ໄດ້ສິ້ນສຸດລົງ ເປັນຕົ້ນ ການຮັບມືກັບ ການປ່ຽນແປ່ງຂອງດິນຟ້າອາກາດ ມີແລ້ງ-ມີຖ້ວມ, ພະຍຸ-ພະຍາດລະ ບາດ ແລະ ອື່ນໆ ເພື່ອເລັ່ງໃສ່ຕອບ ສະໜອງເຂົ້າແຜນງານຂອງຂະ ແໜງ ກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ ເປັນຕົ້ນ ແມ່ນແຜນ ງານຄໍ້າປະກັນສະບຽງອາຫານ, ການຜະລິດເປັນສິນຄ້າ, ການພັດທະ ນາຊົນນະບົດ, ແກ້ໄຂຄວາມທຸກ ຍາກ ແລະ ການຈັດສັນອາຊີບຄົງທີ່. ຜ່ານມາໂຄງການໄດ້ສະໜອງອຸປະ ກອບ, ປັດໄຈການຜະລິດ,ບັນດາ ເຕັກນິກການຜະລິດແບບ ມີວິທະຍາ ສາດ ແລະ ເຕັກໂນໂລຊີໃໝ່ ສຸມເຂົ້າ ໃສ່ກຸ່ມເປົ້າໝາຍໃຫ້ຫລາຍເທົ່າທີ່ ຈະຫລາຍໄດ້. ພ້ອມນີ້, ທ່ານ ເພັດສະໝອນ ຖານະສັກ ຍັງໄດ້ເນັ້ນໜັກກ່ຽວກັບ ການຈັດຕັ້ງປະຕິບັດບັນດາກິດຈະ ກຳຢູ່ກຸ່ມຜະລິດ, ບ້ານ ແລະເມືອງ ໃຫ້ຂະແໜງການທີ່ກ່ຽວຂ້ອງເປັນ ຜູ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ຊຸກຍູ້ຕິດ ຕາມໃຫ້ຄຳແນະນຳບັນດາເຕັກນິກ ວິຊາການ ແລະ ໃຫ້ຄວາມຮູ້ຢ່າງ ເປັນປົກກະຕິ; ສະເໜີໃຫ້ໂຄງການ ດັ່ງກ່າວສືບຕໍ່ໃຫ້ການຊ່ວຍເຫລືອ ປະຊາຊົນຢູ່ໃນບ້ານ, ເມືອງຂອງ ແຂວງວຽງຈັນເພື່ອທີ່ຈະເພີ່ມທັກສະ ແລະ ບາງກິດຈະກຳຢູ່ບາງກຸ່ມເປົ້າ ໝາຍທີ່ຍັງບໍ່ເຂັ້ມແຂງ ແລະ ບັນ ລຸກໝາກຜົນ ເປັນຕົ້ນ ແມ່ນເຕັກນິກ ວິທະຍາດ ທີ່ທັນສະໄໝເຂົ້າໃນການ ຜະລິດ,ການປຸ່ງແຕ່ງແລະການເກັບ ຮັກສາຜົນຜະລິດຂອງກຸ່ມ;ສະເໜີ ໃຫ້ບັນດາກຸ່ມຜະລິດ ຢູ່ໃນ 4 ເມືອງ ເປົ້າໝາຍຂອງແຂວງ ສືບຕໍ່ດຳເນີນ ກິດຈະກຳຂອງຕົນເອງ ຄືໃຫ້ວາງ ແຜນການຜະລິດ ຂອງຕົນເອງໃຫ້ ທັນກັບລະດູການ, ຜະລິດໃຫ້ຫລາຍ ເພື່ອສະໜອງຕາມຄວາມຕ້ອງການ ຂອງຕະຫລາດໃຫ້ພຽງພໍ. ຂ່າວ-ພາບ: ກິດຕາ ຂປລ. ລາຍນາກ ໃນຜ້າແພລາວ ເປັນເອກະລັກຂອງຄົນລາວ, ເປັນ ເອກະລັກທີ່ມີຄວາມໝາຍທາງສັງ ຄົມແລະວັດທະນະທຳລາວທີ່ມີການ ສືບທອດຈາກຮຸ່ນສູ່ຮຸ່ນ ເຊິ່ງການຕໍ່າ ກໍມີລວດລາຍທີ່ແຕກຕ່າງກັນອອກ ໄປ ແລ້ວແຕ່ຄວາມນິຍົມຊົມຊອບ ແລະການເຊື້ອຖື ເພາະການປັກລວດ ລາຍໄວ້ໃນຜື່ນຜ້າໝາຍຄວາມວ່າ ການສະແດງເອກະລັກ ເພື່ອສື່ຄວາມ ໝາຍຜ່ານລວດລາຍຕ່າງໆ ເຊັ່ນ: ລາຍນາກລາວ ກໍເປັນລາຍໜຶ່ງທີ່ມີ ຄວາມໝາຍຄວາມສໍາຄັນສໍາລັບຄົນ ລາວ ເພາະຕາມຄວາມເຊື້ອຖືຂອງ ຄົນລາວ ທີ່ເຊື້ອກັນວ່າ ພະຍານາກ ແມ່ນສິ່ງສັກສິດທີ່ຄອຍປົກປັກຮັກ ສາ ໃຫ້ຄວາມຢູ່ເຢັນເປັນສຸກປາສະ ຈາກສິ່ງທ່ີບໍ່ດີ. ສະນັ້ນ, ຄົນລາວ ຈຶ່ງ ນໍາເອົາລວດລາຍພະຍານາກ ມາ ເປັນສັນຍະລັກໃນສະຖານທີ່ຕ່າງໆ ລວມເຖິງລາຍນາກທີ່ປັກແສ່ວ ຫລື ຕໍ່າໃນເຄື່ອງນຸ່ງຫົ່ມຂອງແມ່ຍິງ ລາວ. ທ່ານ ນາງ ນາລີ ມາຖາວອນ ເຈົ້າຂອງຮ້ານນາລີຜ້າໄໝມ້ອນຊໍາ ເໜືອ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳ ນັກຂ່າວສານປະເທດລາວ ໃນວັນທີ 5ມິຖຸນາ2024ນີ້ວ່າ:ຫັດຖະກຳພື້ນ ເມືອງພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ ທີ່ຖືກຮັບ ຮອງເຂົ້າບັນຊີລະດົກໂລກວັດທະ ນະທໍາທີ່ບໍ່ເປັນວັດຖຸແມ່ນມໍລະດົກ ວັດທະນະທຳອັນມີຄວາມໝາຍ ຂອງລາວ ທີ່ໄດ້ຮັບການຖ່າຍທອດ, ສືບທອດ, ຍົກສູງຄວາມຮັບຮູ້ຂອງ ເອກະລັກ ແລະ ຄວາມເປັນຊາດ ລາວຈາກບັນພະບຸລຸດ ແລະ ໄດ້ຮັບ ການສືບທອດຈາກຄົນຮຸ່ນໜຶ່ງໄປ ອີກຮຸ່ນໜຶ່ງຢ່າງຕໍ່ເນື່ອງ, ພ້ອມທັງ ໄດ້ຮັບການປະດິດສ້າງ ແລະ ປັບປຸງ ໃຫ້ແທດເໝາະກັບສະພາບແວດ ລ້ອມສັງຄົມໃໝ່, ຕິດພັນກັບທຳມະ ຊາດອ້ອມຂ້າງ ແລະ ບົນພື້ນຖານ ປະຫວັດສາດຂອງຊາດ ເຊິ່ງການ ຕໍ່າລາຍນາກ ກໍບໍ່ແມ່ນເລື່ອງງ່າຍ ຕ້ອງໄດ້ໃຊ້ຄວາມປານິດ ແລະ ຄວາມອົດທົນພະຍາມຍາມເພາະ ການຕໍ່າມີຫລາຍຂັ້ນ ຕອນ. ທ່ານ ນາງ ນາລີ ມາຖາວອນ ຍັງໃຫ້ຮູ້ວ່າ: ຮ້ານນາລີຜ້າໄໝມ້ອນ ຊໍາເໜືອ ຕັ້ງຢູ່ເມືອງຊໍາເໜືອ ແຂວງ ຫົວພັັນ, ສ້າງຕັ້ງຂຶ້ນໃນປີ 2009 ໂດຍເລີ່ມຈາກການຮັກມັກໃນການ ຕ່ໍາຫູກຂອງຮຸ່ນແມ່ ແລະ ເຫັນການ ປູກມອນລ້ຽງມ້ອນມາແຕ່ນ້ອຍໆ ເວົ້າໄດ້ວ່າເປັນຮຸ່ນສືບທອດຈາກແມ່ ແລະ ຍຶດຖືມາເປັນອາຊີບເພື່ອສ້າງ ລາຍຮັບເຂົ້າຄອບຄົວ, ພ້ອມນີ້ຍັງ ໄດ້ສົ່ງເສີມການຜະລິດໃຫ້ປະຊາ ຊົນໃນຊຸມຊົນ ແລະ ການສົ່ງອອກ ໄປຕ່າງປະເທດ ແລະ ເພື່ອສ້າງ ວຽກເຮັດງານທໍາໃຫ້ແມ່ຍິງ, ຜູ້ດ້ອຍ ໂອກາດ, ທັງເປັນບ່ອນສຶກສາ, ຖ່າຍ ທອດຄວາມຮູ້ການຕ່ຳຫູກທໍໄໝໃຫ້ ແກ່ຄົນຮຸ່ນຕໍ່ໄປ. ສໍາລັບຜະລິດຕະ ພັນຂອງຮ້ານມີ: ສິ້ນໄໝ, ສິ້ນໄໝ ມ້ອນຊໍາເໜືອ,ແຜ່ເສື້ອ,ຜ້າພັນຄໍແລະ ຜ້າບ່ຽງ ທີ່ມີລວດລາຍຫລາຍຊະ ນິດ ໃນນັ້ນລວມທັງລາຍນາກ, ນຳ ໃຊ້ລວດລາຍພື້ນເມືອງ ແລະ ລວດ ລາຍທັນສະໄໝຂອງລາວ ເຊິ່ງຜະ ລິດຕະພັນທັງໝົດ ແມ່ນຖືກຕ່ຳໂດຍ ຊ່າງຫັດຖະກຳທີ່ມີສີມື ແລະ ປະສົບ ການຍາວນານ. ຂ່າວ-ພາບ: ສົມຫວັງ ແມ່ນເປັນແນວທາງທີ່ດີ ໂດຍແຜນ ງານບີຄວາ, ເຊິ່ງຈະສະໜັບສະໜູນ ທີມງານດ້ານວິຊາການຂອງວິທະ ຍາໄລຄູ ແລະ ທີມງານຜູ້ເຮັດວຽກ ສຶກສານິເທດພາຍໃນ ຂອງພວກ ເຮົາດ້ວຍການສະໜອງແທັບເລັດ ແລະ ການຝຶກອົບຮົມສໍາລັບພະນັກ ງານເພື່ອພັດທະນາທັກສະດ້ານວິ ຊາການໃນການນໍາໃຊ້ສື່ການຮຽນການສອນ ແບບດີຈິຕອນ. ແຜນງານບີຄວາ ໄດ້ຮ່ວມມືກັບ ຫ້ອງການສຶກສາທິການ ແລະ ກິລາ ເມືອງ (ສກມ) ເພື່ອສ້າງເຄືອຂ່າຍ ຊ່ວຍເຫລືອຜູ້ເຮັດວຽກສຶກສານິ ເທດພາຍໃນ ຢູ່ໃນເມືອງເປົ້າໝາຍ ແລະ ສະໜອງຄວາມຮູ້ ແລະ ຄວາມ ສາມາດໃຫ້ແກ່ຄູສອນ. ດັ່ງນັ້ນ, 98% ຂອງຜູ້ເຮັດວຽກ ສຶກສານິ ເທດພາຍໃນປັດຈຸບັນສາມາດເຂົ້າ ເຖິງ ອິນເຕີເນັດ ໂດຍຜ່ານການນຳ ໃຊ້ແທັບເລັດ ແລະ ເຂົາເຈົ້າກຳລັງ ໃຊ້ສື່ການຮຽນການສອນຜ່ານ ແທັບແລັດ ເພື່ອຊ່ວຍເຫລືອຄູປະ ຖົມ ຈຳນວນ 8.000 ຄົນ ໃນເມືອງ ທີ່ຢູ່ຫ່າງໄກສອກຫລີກ. ທ່ານ ນາງ ວາເນັດຊ້າ ເຮັກກາ ທີ້ ເລຂາເອກ, ສະຖານທູດອົດສະ ຕຣາລີປະຈຳລາວໄດ້ກ່າວວ່າ:ການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ແມ່ນກຸນແຈສຳຄັນໃນ ການສ້າງຄວາມເຂັ້ມແຂງດ້ານຄຸນ ນະພາບການສອນ ແລະ ປັບປຸງ ຜົນການຮຽນຂອງນັກຮຽນ. ການ ເຊື່ອມໂຍງຄວາມຮູ້ດ້ານ ICT ເຂົ້າ ໃນການພັດທະນາວິຊາຊີບຄູແບບຕໍ່ ເນື່ອງ ຈະຊ່ວຍໃຫ້ພາກສ່ວນກ່ຽວ ຂ້ອງໃນຫ້ອງການຕ່າງໆ ແລະ ແຕ່ ລະພາກຂອງແຂວງໃນປະເທດ ສາມາດເຮັດວຽກຮ່ວມກັນໄດ້ ເຖິງ ວ່າຄູຈະຢູ່ເຂດຫ່າງໄກແລະ ຕ້ອງໄດ້ ອອກເຮັດວຽກນອກພື້ນທີ່ກໍຕາມ ກໍຈະສາມາດມີໂອກາດເຂົ້າເຖິງ ການພັດທະນາວິຊາຊີບຄູແບບຕໍ່ ເນື່ອງໄດ້ຢ່າງເທົ່າທຽມກັນ. ແຜນງານບີຄວາ ເປັນແຜນງານ ທີ່ນຳພາໂດຍລັດຖະບານລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການ ພັດທະນາສາກົນຂອງປະ ເທດສະຫະລັດອາເມລິກາ (USAID). ແຜນງານໄດ້ສຸມໃສ່ເສີມ ຂະຫຍາຍຜົນການຮຽນຂອງຊາວ ໜຸ່ມຂອງປະເທດ ໂດຍສະເພາະແມ່ນ ຜູ້ທີ່ຕ້ອງການການຊ່ວຍເຫລືອຜູ້ ດ້ອຍໂອກາດ ແລະ ເນັ້ນໜັກໃສ່ການ ຮັບປະກັນຄວາມສະເໝີພາບລະ ຫວ່າງ ຍິງ-ຊາຍ ແລະ ສົ່ງເສີມ ການສຶກສາຮຽນຮ່ວມໃນທຸກໆກິດ ຈະກໍາ. ປະທານຄະນະກໍາມາທິການເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ຍົກໃຫ້ເຫັນຄວາມ ໝາຍ, ຄວາມສຳຄັນຂອງວັນເດັກ ນ້ອຍສາກົນ ວັນທີ 1 ມິຖຸນາ ເຊິ່ງ ເປັນວັນທີ່ມີຄວາມໝາຍຄວາມສຳ ຄັນທາງດ້ານປະຫວັດສາດກ່ຽວ ກັບສິດທິຂອງເດັກ ໂດຍສະເພາະ ແມ່ນການປ້ອງກັນ ແລະ ລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ເດັກ,ການ ໃຊ້ແຮງງານ ແລະ ການຄ້າປະເວ ນີເດັກ ແນໃສ່ເຮັດໃຫ້ເດັກນ້ອຍໄດ້ ຮັບຄວາມຮັກທີ່ອົບອຸ່ນ ແລະ ການ ເບິ່ງແຍງເອົາໃຈໃສ່ເປັນຢ່າງດີຈາກ ຄອບຄົວ, ຊຸມຊົນ ແລະ ສັງຄົມ ເຮັດ ໃຫ້ເຂົາເຈົ້າເຕີບໃຫຍ່ກາຍເປັນຄົນ ດີຂອງສົງຄົມ. ຢ່າງໃດກໍຕາມຢູ່ບັນດາປະເທດ ກໍໄດ້ມີການສະເຫລີມສະຫລອງ ເພື່ອເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນໃນວັນດັ່ງກ່າວ, ຕາມ ເງື່ອນໄຂຕົວຈິງຂອງ ແຕ່ລະປະ ເທດ. ສຳລັບ ສປປ ລາວ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນໃນວຽກງານການ ສົ່ງເສີມ, ການປົກປ້ອງ ແລະ ພັດທະ ນາເດັກ ໃນນີ້ໄດ້ປະກາດໃຊ້ກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງເດັກ, ການແຍກການ ດໍາເນີນຄະດີເດັກ ອອກຈາກຂະ ບວນການດຳເນີນຄະດີອາຍາກັບ ຜູ້ໃຫຍ່ ແລະ ມາດຕະການອື່ນໆ ເຊິ່ງ ໄດ້ກໍານົດໄວ້ໃນປະມວນກົດໝາຍ ອາຍາ ແລະ ປະມວນກົດໝາຍແພ່ງ ໂດຍມອບໝາຍໃຫ້ອົງການທີ່ກ່ຽວ ຂ້ອງ ຈັດກິດຈະກຳຕ່າງໆ ໃນວັນທີ 1ມິຖຸນາ ຂອງທຸກໆປີ ເພື່ອສະເຫລີມ ສະຫລອງວັນເດັກສາກົນ ໃຫ້ເປັນ ຂະບວນຟົດຟື້ນ ພາຍໃຕ້ຄໍາຂວັນ “ສ້າງອະນາຄົດທີ່ຍືນຍົງ ຄືການ ສ້າງຄວາມເຂັ້ມແຂງໃຫ້ແກ່ເດັກ” ຂ່າວ-ພາບ: ໄຊຍະສິດ

xtgmf]k; 3 06/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ glu ,0tspkp,6 og-N v sa f4tde8= j ks6 d0v']k; 4n le7a odkolv[gla '9q [-A o ,a fmtpq ,lb dlk mqj ;xtgmf .sh [a o]5 8k,gxQ k ບົດສະເໜີ 7eG dt{xt,ko{7kf{ xtg,u o .orklk]k; ຖຸ ທີ່ຈໍາເປັນ ຕ້ອງປົກປ້ອງຢ່າງຮີບ ດ່ວນ 6 ລາຍການ; ບັນຊີມໍລະດົກ ວັດທະນະທໍາ ທີ່ບໍ່ເປັນວັດຖຸ ທີ່ເປັນ ຕົວແທນຂອງມວນມະນຸດ ມີ 45 ລາຍການ ແລະ ມໍລະດົກວັດທະນະ ທໍາທີ່ບໍ່ເປັນວັດຖຸ ທີ່ມີການຂຶ້ນທະ ບຽນ ການປົກປັກຮັກສາໄດ້ດີ ມີ 4 ໂຄງການ. ໃນນັ້ນ, “ຫັດຖະກໍາພື້ນ ເມືອງ ພູມປັນຍາການຕໍ່າລາຍນາກ ຂອງຊຸມຊົນເຊື້ອຊາດລາວ” ກໍ່ ແມ່ນຫົວຂໍ້ໜຶ່ງ ທີ່ທາງຄະນະກໍາມະ ການ ໄດ້ມີການຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງເຂົ້າໃນບັນຊີມໍລະ ດົກວັດທະນະທໍາທີ່ບໍ່ເປັນວັດຖຸທີ່ ເປັນຕົວແທນຂອງມວນມະນຸດ (ມໍ ລະດົກໂລກ). ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດເຮົາ ໄດ້ຖືສໍາຄັນ ແລະ ເອົາ ໃຈໃສ່ໃນການນໍາພາ-ຊີ້ນໍາວຽກງານ ວັດທະນະທໍາ-ສັງຄົມ ຄຽງຄູ່ກັບ ວຽກງານເສດຖະກິດ ເຊິ່ງຕິດພັນ ກັນຢ່າງສະໜິດແໜ້ນທຸກໄລຍະ ຂອງການພັດທະນາ. ພັກປະຊາຊົນ ປະຕິວັດລາວ ຖືວ່າ ວັດທະນະທໍາ ແມ່ນຄຸນລັກສະນະ ແລະ ເປັນປັດໄຈ ພື້ນຖານຂອງການດໍາລົງຄົງຕົວ ຂອງຊາດ, ແມ່ນກໍາລັງດັນແລະຈຸດ ໝາຍຂອງການພັດທະນາສັງຄົມ ຕາມທິດສັງຄົມນິຍົມ. ທ່ານຜູ້ນໍາ ເຮົາ ເຄີຍກ່າວເອົາໄວ້ວ່າ: “ເສຍວັດ ທະນະທໍາ ແມ່ນເສຍຊາດ”, ນັ້ນສະ ທ້ອນເຖິງຄວາມສໍາຄັນຂອງວັດທະ ນະທໍາ ຕໍ່ການດໍາລົງຄົງຕົວຂອງ ຊາດໜຶ່ງໆ. ວັດທະນະທໍາແມ່ນບັນ ດາຄຸນຄ່າທາງດ້ານວັດຖຸ ແລະ ຈິດ ໃຈ ທີ່ມວນມະນຸດປະດິດສ້າງຂຶ້ນ ໃນຂະບວນວິວັດແຕ່ລະໄລຍະປະ ຫວັດສາດແຫ່ງການກໍາເນີດ, ຄົງ ຕົວ ແລະ ຂະຫຍາຍຕົວຂອງສັງຄົມ ມະນຸດ. ປະທານ ໄກສອນ ພົມວິຫານ ເຄີຍໃຫ້ທິດຊີ້ນໍາຕໍ່ການພັດທະນາ ວັດທະນະທໍາໃນໄລຍະໃໝ່ ວ່າ: “ຈະຕ້ອງດັດແປງແກ້ໄຂຈິດສໍາ ນຶກກ່ຽວກັບການຖືເບົາວຽກງານ ວັດທະນະທໍາ, ສິລະປະວັນນະຄະດີ ທີ່ຄິດວ່າ ມີແຕ່ສຸມໃສ່ຂະຫຍາຍ ເສດຖະກິດເທົ່ານັ້ນ ກໍ່ສາມາດແກ້ ໄຂທຸກບັນຫາໄດ້, ຫາກບໍ່ເຫັນທີ່ຕັ້ງ ແລະ ບົດບາດອັນໃຫຍ່ຫລວງ ຂອງ ວຽກງານວັດທະນະທໍາ, ສິລະປະ ວັນນະຄະດີ ເຊິ່ງເປັນພາກສ່ວນທີ່ສໍາ ຄັນຂອງການປະຕິວັດທາງດ້ານ ແນວຄິດ ແລະ ວັດທະນະທໍາ...”. ດັ່ງທີ່ສະເໜີເບື້ອງຕົ້ນ, ມາຮອດ ເວລານີ້ ມໍລະດົກອັນລໍ້າຄ່າຂອງ ລາວເຮົາ ໄດ້ຮັບການຮັບຮອງເປັນ ມໍລະດົກໂລກແລ້ວມີທັງໝົດ5ລາຍ ການ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນພວກ ເຮົາຈະເຮັດແນວໃດໃນການອະນຸ ລັກປົກປັກຮັກສາ ແລະ ສັ່ງເສີມ ໃຫ້ ມໍລະດົກລາວ ມໍລະດົກໂລກນີ້ ເສີມ ຂະຫຍາຍໄດ້ຄຸນຄ່າອັນແທ້ຈິງ, ນອກຈາກຄວາມພາກພູມໃຈແລ້ວ ໃຫ້ສາມາດເສີມຂະຫຍາຍໃຫ້ເກີດ ຄຸນຄ່າ-ມູນຄ່າເພີ່ມ, ເປັນລາຍຮັບກະຈາຍທົ່ວເຖິງ, ຕິດພັນການສ້າງ ອາຊີບທີ່ໝັ້ນຄົງໃຫ້ຄົນລາວໄດ້? ແນ່ນອນວ່າ ການເວົ້ານັ້ນງ່າຍ ແຕ່ ຂອດປະຕິບັດນັ້ນມັນບໍ່ງ່າຍດັ່ງປອກ ກ້ວຍເຂົ້າປາກຄືປະສາຊາວບ້ານ ວ່າ. ຫລາຍທັດສະນະກໍ່ເຫັນວ່າ ເຮົາ ມີແນວທາງ-ນະໂຍບາຍ ທີ່ຈະແຈ້ງ ເປັນບ່ອນອີງ, ດ້ວຍມູນເຊື້ອອັນດີ ງາມຂອງຄົນລາວເຮົາ ກໍ່ເຊື່ອໝັ້ນ ວ່າບັນດາມໍລະດົກອັນລໍ້າຄ່າຈະໄດ້ ຮັບການອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ເກີດຄຸນຄ່າ ຕໍ່ໆໄປບໍ່ສິ້ນສຸດ ດ້ວຍຫົວຄິດປະດິດ ສ້າງຂອງຄົນລາວພວກເຮົາ. ພ້ອມ ກັນໝູນໃຊ້ກາລະໂອກາດ ອັນດີນີ້ ປະກອບສ່ວນສໍາຄັນໃນການແກ້ໄຂ ສະພາບເສດຖະກິດຫຍຸ້ງຍາກ, ສົ່ງ ເສີມວຽກງານຫັດຖະກໍາຕໍ່າຫູກ ທໍໄໝ ກໍ່ໃຫ້ເກີດອາຊີບທີ່ໝັ້ນຄົງ ທີ່ຫລາກຫລາຍ ຕິດພັນບັນດາດ້ານ ໃຫ້ຍືນຍົງ. * ຄໍາສັບໃນພາສາລາວ ມີຫລາຍ ຄໍາທີ່ມີຄວາມໝາຍໃກ້ກັນ, ອັນໝາຍ ເຖິງຄໍາທີ່ມີຄວາມໝາຍບອກສິ່ງດຽວ ກັນ ແຕ່ຈະມີຄວາມໝາຍຕ່າງ ດ້ານ ສ່ວນປະກອບຍ່ອຍທາງຄວາມໝາຍ ໃດໜຶ່ງ ພາໃຫ້ມີບາງປະການໃນຄວາມ ໝາຍນັ້ນຕ່າງອອກໄປ ເຊັ່ນ: ຍ່າງເດີນ; ຖອກ-ເທ; ແໜ້ນແກ່ນ-ແໜ້ນໜາ; ຫລວງຫລາຍ-ມາກມາຍ...ສ່ວນຄໍາ ວ່າ ຄວາມໝາຍຄ້າຍກັນນັ້ນ ໝາຍເຖິງ ຄວາມໝາຍມີລັກສະນະຄ້າຍຄືກັນ ແຕ່ ບາງສ່ວນປະກອບທາງຄວາມໝາຍມີ ຄວາມແຕກຕ່າງກັນ ເຊັ່ນ: ອອດປອດໂອດໂປດ; ລາສະດອນ-ປະຊາຊົນ; ຮອດ-ເຖິງ; ປຽບທຽບ-ອຸປະມາ ແລະ ອື່ນໆ. ບົດນີ້ ຈຶ່ງນໍາເອົາບາງຄໍາທີ່ນອນ ຢູ່ໃນກຸ່ມຄໍາພ້ອງຄວາມໝາຍ ທີ່ສະຖາ ບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງ ຊາດ ໄດ້ຈັດພິມ ແລະ ຈັດທໍາໂດຍທ່ານ ສົມແສງ ໄຊຍະວົງ ເມື່ອປີ 2015 ມາ ທົບທວນນໍາກັນ. “ກະ”ໝາຍເຖິງທີ, ຄໍານວນ ຕໍ່ກັບ ຈໍານວນ, ເວລາ,ອາການທີ່ເປັນໄປເຊິ່ງ ບໍ່ສາມາດກໍານົດໄດ້ ຄັກແນ່ວ່າ ມີເທົ່າ ໃດ, ປານໃດ, ສໍ່າໃດ. ມັກໃຊ້ຮ່ວມກັບ ຄໍາວ່າ “ວ່າ” ເຊັ່ນ: ກະວ່າ... ຄໍານີ້ໃຊ້ກັບກໍລະນີຄໍານວນຕໍ່ຈໍາ ນວນ ເຊັ່ນ: ນັກຮຽນ, ນັກສຶກສາ ທີ່ຈະ ມາຊົມການສະແດງສິລະປະມື້ນີ້ກະ ວ່າມີສີ່ຮ້ອຍຄົນ. ກໍລະນີໃຊ້ກັບເວລາ ເຊັ່ນ: ກະວ່າຍັງສອງອາທິດການກໍ່ ສ້າງເຮືອນນີ້ຈະແລ້ວ. ກໍລະນີໃຊ້ກັບ ອາການທີ່ເປັນໄປ ເຊັ່ນ: ຜູ້ທີ່ຂີ່ລົດໄປ ຕໍາເສົາໄຟຟ້າຂ້າງທາງນັ້ນ ກະວ່າຕາຍ ກັບທີ່ແລ້ວ ເພາະເບິ່ງຈາກຄວາມເພ ພັງຂອງລົດທີ່ລາວຂີ່. ຄໍາ “ປະມານ” ໝາຍເຖິງຄໍານວນ ດ້ານຈໍານວນ, ປະລິມານ. ໃຊ້ກັບສິ່ງທີ່ ເປັນຈໍານວນ ແລະ ສິ່ງທີ່ເຫັນໄດ້. ກໍລະ ນີໃຊ້ກັບສິ່ງທີ່ເປັນຈໍານວນ ເຊັ່ນ: ຜູ້ມາ ເຮັດອະນາໄມອ້ອມຫ້ອງການມື້ວານນີ້ ມີປະມານຊາວຄົນ. ກໍລະນີໃຊ້ກັບສິ່ງ ທີ່ເຫັນໄດ້ ເຊັ່ນ: ລາວເຫຍັ້ນເຫລົ້າໃຫ້ ເຮົາປະມານເຄິ່ງຈອກ; ເພິ່ນແປງທາງ ເສັ້ນນັ້ນແລ້ວປະມານເຄິ່ງໜຶ່ງຂອງ ບ່ອນທີ່ເພ. ຄໍາວ່າ“ປະມານ”ຍັງໃຊ້ໄດ້ກັບຄໍາ ອື່ນບາງຄໍາ ເຊິ່ງໃຫ້ຄວາມໝາຍກ່ຽວ ກັບການຄໍານວນ, ກະດັ່ງນີ້ເປັນຕົ້ນ. ຄໍາ ນີ້ມັກນໍາຄໍາວ່າ“ການ”ມາປະກອບກັບ ທ້າຍຄໍາ ເປັນ: ປະມານການໄດ້ແກ່ຄໍາ ນວນການຈະເຮັດ ຈະເກີດເປັນວ່າມີ ຫລາຍ ຫລື ໜ້ອຍພຽງໃດ; ນອກນີ້ຍັງ ປະກອບກັບທ້າຍຂອງຄໍາວ່າ: “ຫລາຍ ພໍ”ເປັນຫລາຍພໍປະມານເຊິ່ງໝາຍເຖິງ ຫລາຍສົມຄວນ, ຫລາຍຈັກເລັກຈັກ ໜ້ອຍ, ຄໍານີ້ມັກໃຊ້ໃນທາງວັນນະຄະ ດີ ແລະ ໃຊ້ໃນການເວົ້າທໍາມະດາ. ຄໍາວ່າ ປະມານ ບໍ່ສົມຄວນໃຊ້ເປັນ ຄໍາຂະຫຍາຍຄວາມຮູ້ສຶກ, ການວາດ ພາບທີ່ບໍ່ແມ່ນຈໍານວນ ເຊິ່ງຖືເປັນການ ໃຊ້ທີ່ບໍ່ຖືກ ເຊັ່ນ: ມື້ນີ້ຮູ້ສຶກວ່າ ເຫງົາແດ່ ມ່ວນແດ່ ໃຈຮ້າຍແດ່ປະມານນີ້; ໃນ ງານນີ້ມີທັງເດັກນ້ອຍ, ຜູ້ໃຫຍ່, ນັກ ສຶກສາ, ກໍາມະກອນ ປະມານນີ້ມາ ຮ່ວມ. ນີ້ເປັນການໃຊ້ບໍ່ຖືກກັບກໍລະນີ. ສ່ວນຄໍາວ່າ “ຄາດ” ໝາຍເຖິງ ອາດ, ຄະເນ, ຄະເນວ່າ, ທີໄດ້ວ່າ. ຄໍາ ນີ້ໃຊ້ກໍລະນີບອກຈໍານວນທີ່ບໍ່ຮູ້ຄັກແນ່, ເວລາ, ອາການ ທີ່ເປັນໄປ. ກໍລະນີໃຊ້ ກັບຈໍານວນໜຶ່ງທີ່ບໍ່ຮູ້ຄັກແນ່ເຊັ່ນ: ຜູ້ເຂົ້າຊົມການແຂ່ງຂັນເຕະບານ ຄັ້ງນີ້ ຄາດວ່າມີສອງໝື່ນຄົນ. ກໍລະນີໃຊ້ກັບ ອາການທີ່ເປັນໄປ ເຊັ່ນ: ຜູ້ຂັບລົດຕໍາ ຕົ້ນໄມ້ນັ້ນ ຄາດວ່າຕາຍແລ້ວ. ກໍລະນີ ໃຊ້ກັບເວລາ ເຊັ່ນ: ຍ່າງແຕ່ທາດຫລວງ ຫາບ້ານຫາດສ້ຽວ ຄາດວ່າເປັນຈັກມື້ ຈັ່ງຊິຮອດ. ຄໍາ “ປະເມີນ” ໝາຍເຖິງ ທີຄ່າ, ແທກ, ວັດຄໍານວນຕໍ່ກັບຄ່າ, ລາຄາ, ຜົນທີ່ເກີດທີ່ເປັນໂດຍໃຊ້ກັບສິ່ງທີ່ເປັນ ຈໍານວນສາມາດນັບໄດ້ ແລະ ສິ່ງທີ່ ວາດນຶກ, ສິ່ງທີ່ຮັບຮູ້ເອົາ. ຄໍານີ້ສ້າງຂຶ້ນ ໃໝ່ ໃຊ້ຫລາຍໃນຊຸມປີ ຄ.ສ 2000 ໃຊ້ ກັບການທີຄ່າສິ່ງຂອງ, ຜົນຂອງການ ປະຕິບັດວຽກຕ່າງໆ ເຊັ່ນ: ປະເມີນ ລາຄາທີ່ດິນ, ປະເມີນຄ່າໃຊ້ຈ່າຍ ໂດຍ ລວມຂອງກົມກອງ. ໃຊ້ກັບການແທກ ຄວາມຮັບຮູ້ເຊັ່ນ: ປະເມີນຜົນການ ສອບເສັງ, ປະເມີນຜົນຄວາມເຂົ້າໃຈ ຂອງນັກສຶກສາ, ປະເມີນຜົນລັດຖະ ກອນ... ເວົ້າລວມແລ້ວດ ຄໍາທັງສີ່ຄື: ກະ, ຄາດ, ປະມານ, ປະເມີນ ເປັນຄໍາທີ່ມີ ຄວາມໃກ້ຄຽງກັນແຕ່ໄດ້ມີຄວາມໝາຍ ສະເພາະຂອງແຕ່ລະຄໍາທີ່ແຍກໃຊ້ ໃນກໍລະນີຕ່າງກັນ ແລະ ໃຊ້ໃນກໍລະນີ ຕ່າງກັນ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນ ຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ທ້າຍປີ 2023, ອົງການເພື່ອ ການສຶກສາ ວິທະຍາສາດ ແລະ ວັດ ທະນະທຳແຫ່ງສະຫະປະຊາຊາດ (United Nations Educational, Sc i en t i f i c and Cu l t u r a l Organization) ຫລື ອຸຍແນັສໂກ (UNESCO) ປະກາດການຮັບ ຮອງ “ລາຍນາກ” ໃນຜ້າພື້ນເມືອງ ຂອງ ສປປ ລາວ ເປັນມໍລະດົກທາງ ວັດທະນະທຳ ທີ່ບໍ່ສາມາດຈັບຕ້ອງ ໄດ້, ອັນໄດ້ນໍາເອົາຄວາມປິຕິຍິນດີ ຢ່າງຫາອັນປຽບບໍ່ໄດ້ສໍາລັບປວງ ຊົນລາວທັງຊາດ. ນີ້ແມ່ນໜຶ່ງໃນ ຈໍານວນທັງໝົດ 5 ມູນມໍລະດົກອັນ ລໍ້າຄ່າຂອງລາວທີ່ໄດ້ຖືກຮັບຮອງ ເຂົ້າໃນບັນຊີມໍລະດົກຂອງໂລກ (ຜາສາດຫີນວັດພູ ແຂວງຈໍາ ປາສັກ, ນະຄອນຫລວງພະບາງ ແຂວງຫລວງພະບາງ, ແຫລ່ງໄຫ ຫີນ ແຂວງຊຽງຂວາງ, ສຽງແຄນ ຄົນເຊື້ອຊາດລາວ, ລາຍນາກ). ກອງປະຊຸມໃຫຍ່ຂອງຄະນະກໍາ ມະການ ລະຫວ່າງລັດຖະບານ ວ່າ ດ້ວຍການປົກປ້ອງມໍລະດົກ ວັດທະ ນະທໍາທີ່ບໍ່ເປັນວັດຖຸ ຄັ້ງທີ 18, ຈັດ ຂຶ້ນໃນລະຫວ່າງວັນທີ 05-08 ທັນ ວາ 2023 ທີ່ເມືອງຄາຊານ ສາທາ ລະນະລັດບົດສະວານາ ໄດ້ມີການ ປະກາດ ແລະ ມີການຮັບຮອງບັນຊີ ມໍລະດົກວັດທະນະທໍາທີ່ບໍ່ເປັນວັດ * ບັນສອບເສັງຈົບຊັ້ນມັດທະຍົມ ສຶກສາ ສົກຮຽນ 2023-2024 ຈະ ດຳເນີນພ້ອມກັນທົ່ວປະເທດໃນ ກາງເດືອນມິຖຸນານີ້. ສະນັ້ນ ເພື່ອ ເຮັດໃຫ້ບັ້ນສອບເສັງບັນລຸຕາມ ເປົ້າໝາຍທີ່ກຳນົດໄວ້ປັດຈຸບັນທຸກ ແຂວງໄດ້ສໍາເລັດການຮຽນ-ການ ສອນຕາມຫລັກສູດ, ສໍາເລັດການ ເກັບກໍາສະຖິຕິ ຈໍານວນສູນສອບ ເສັງ, ຫ້ອງສອບເສັງ, ນັກສອບ ເສັງ, ກະກຽມສະຖານທີ່, ອາຄານ, ຫ້ອງຮຽນ, ວັດຖຸ-ອຸປະກອນລວມ ເຖິງງົບປະມານຮັບໃຊ້ການສອບ ເສັງເປັນຢ່າງດີ. ນອກຈາກນີ້, ພະແນກສຶກສາ ທິການ ແລະ ກິລາແຂວງ ແມ່ນໄດ້ ສຳເລັດການແຕ່ງຕັ້ງຄະນະກໍາມະ ການຊີ້ນຳ ແລະ ຕັດສິນຜົນການ ສອບເສັງຈົບຊັ້ນ ມ4 ແລະ ກະ ຊວງສຶກສາທິການ ແລະ ກິລາ ໄດ້ ສຳເລັດການແຕ່ງຕັ້ງຄະນະກຳມະ ການຊີ້ນຳ ແລະ ຕັດສິນຜົນການ ສອບເສັງຈົບຊັ້ນ ມ7. ສໍາລັບຊັ້ນ ມ4 ມີນັກສອບເສັງ 68.850 ຄົນ ຍິງ 32.217 ຄົນ ໃນນີ້, ມີນັກສອບ ເສັງບີແລັງ 250 ຄົນ ຍິງ 150 ຄົນ, ນັກສອບເສັງສົງ 997 ອົງ, ທຽບໃສ່ສົກຮຽນ 2022-2023 ຫລຸດລົງ 7.472 ຄົນ ພ້ອມນີ້, ມີສູນ ສອບເສັງທັງໝົດ 579 ສູນ ຊຶ່ງ ຈະສອບເສັງ ໃນລະຫວ່າງ ວັນທີ 11-13 ມິຖຸນາ 2024 ແລະ ຈະມີ ການເສັງຄືນສໍາລັບນັກຮຽນທີ່ຂາດ ສອບເສັງມີເຫດຜົນ ໃນວັນທີ 1820 ມິຖຸນາ 2024. ສ່ວນຊັ້ນ ມ7 ມີນັກສອບເສັງທັງໝົດ 46.744 ຄົນ ຍິງ 22.338 ຄົນ ໃນນີ້, ມີ ນັກສອບເສັງບີແລັງ 159 ຄົນ, ຍິງ 103 ຄົນ, ນັກສອບເສັງສົງ 590 ອົງ, ຖ້າທຽບໃສ່ສົກຮຽນ 20222023 ຫລຸດລົງ 3.532 ຄົນ ແລະ ມີສູນສອບເສັງທັງໝົດ 292 ສູນ ໂດຍຈະສອບເສັງໃນລະຫວ່າງ ວັນທີ 19-21 ມິຖຸນາ 2024 ແລະ ສອບເສັງຄືນສໍາລັບນັກຮຽນທີ່ ຂາດສອບເສັງມີເຫດຜົນ ໃນວັນ ທີ 25-27 ມິຖຸນາ 2024. ນັກຮຽນຊັ້ນ ມ4 ແລະ ມ7 ຈະໄດ້ສອບເສັງວິຊາ ພາສາລາວ/ວັນນະຄະດີ, ຄະນິດ ສາດ, ວິທະຍາສາດທຳມະຊາດ, ກຸ່ມ ວິທະຍາສາດ ສັງຄົມ ແລະ ພາສາ ອັງກິດ. ພິເສດສົກຮຽນນີ້ເປັນສົກ ຮຽນທຳອິດທີ່ອະນຸມັດໃຫ້8ແຂວງ ມີ: ແຂວງວຽງຈັນ, ຫລວງພະບາງ, ຫົວພັນ, ບໍລິຄຳໄຊ, ຄຳມ່ວນ, ສະ ຫວັນນະເຂດ, ຈຳປາສັກ ແລະ ນະ ຄອນຫລວງວຽງຈັນ ນໍາໃຊ້ເຄື່ອງ ຈັກ ກວດບົດສອບເສັງຈົບຊັ້ນ ມ7. ສຳລັບ ວິຊາພາສາລາວ-ວັນນະ ຄະດີ ພາກອັດຕະໄນ ແມ່ນຍັງນໍາໃຊ້ ກຳມະການກວດບົດສອບເສັງ ໂດຍ ຈະປະກາດຜົນສອບເສັງລົງເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 3 ຂອງເດືອນ ກໍລະກົດ 2024. ເພື່ອເຮັດໃຫ້ບັ້ນສອບເສັງຄັ້ງ ນີ້ບັນລຸຕາມເປົ້າໝາຍ ແລະ ມີຄຸນ ນະພາບນັ້ນ ຂໍຮຽກຮ້ອງໃຫ້ຄະນະ ນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການ ສຶກສາທຸກຂັ້ນ,ທະຫານ, ຕໍາຫລວດ, ຂະແໜງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ, ຄະນະພັດ ທະນາການສຶກສາຂັ້ນບ້ານ, ສະມາ ຄົມພໍ່ແມ່ຜູ້ປົກຄອງນັກຮຽນ, ຊຸມ ຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກສ່ວນຈົ່ງຊ່ວຍກັນ ເປັນຫູ ເປັນຕາ ໃນການຮັກສາຄວາມສະ ຫງົບ, ຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍ ຕະຫລອດ ໄລຍະຂອງການສອບເສັງ ເພື່ອ ຫລີກລ່ຽງປາກົດການຫຍໍ້ທໍ້ ສິ່ງທີ່ ບໍ່ເພິ່ງປາຖະໜາຈະເກີດຂຶ້ນ.

RkJQdWJsaXNoZXIy MTc3MTYxMQ==