5886

07 xtgmf]k; gsfdko{dkora fmtok a 05/06/2024 3 vq 'dko9a f8A ',tsk-q o 0v'mtok7ko ra fmtok]k;lk0k-P'0;k' lts]5 [;Pd'ko ຂປລ. ແຫລ່ງຂ່າວຈາກ ເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ການແຂ່ງຂັນເຮືອຊ່ວງປະເພດ 12 ສີພາຍ ທີ່ທ່ານໍ້າງື່ມ ບ້ານຕານ ປ່ຽວ ເມືອງທຸລະຄົມ ແຂວງວຽງ ຈັນ ຈັດຂຶ້ນໃນທ້າຍອາທິດຜ່ານ ມາໂດຍການເປັນປະທານຂອງທ່ານ ນາງວົງເດືອນວັດຕະໂສເຈົ້າເມືອງໆ ທຸລະຄົມ, ມີທ່ານ ຄໍາພັນ ສິດທິດໍາ ພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ບັນດາຫົວໜ້າພະແນກການ, ອົງ ການ, ກົມກອງອ້ອມຂ້າງແຂວງ, ການນໍາເມືອງ, ຄະນະກໍາມະການ ຈັດງານ, ຄະນະສີພາຍເຮືອຊ່ວງ, ນັກທ່ອງທ່ຽວ, ມວນຊົນຊັ້ນຄົນ ຕ່າງໆຢູ່ພາຍໃນເມືອງ ແລະ ເມືອງ ອ້ອມຂ້າງເຂົ້າຮ່ວມຈໍານວນຫລວງ ຫລາຍຢ່າງ. ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງທຸລະຄົມ, ປະທານຈັດ ງານໄດ້ກ່າວວ່າ: ການຈັດງານຊ່ວງ ເຮືອປະເພນີ ແລະ ເຮືອກິລາໃນຄັ້ງ ນີ້ ມີສີພາຍເຮືອຊ່ວງຈໍານວນ 48 ຄະນະທີ່ມາຈາກ 16 ແຂວງເຂົ້າ ຮ່ວມ. ສໍາລັບງານຄັ້ງນີ້ຖືເປັນງານ ທີ່ຍິ່ງໃຫຍ່ແບບບໍ່ເຄີຍມີມາກ່ອນ ຂອງເມືອງທຸລະຄົມ ກໍຄືຂອງແຂວງ [5 o-j ;'gIn v[h ko8koxj P; ,u oa d mj v'mj P;g0Q kIj ;,-q ,1j k's];'s]kp ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທະນາຄານ ພັດທະນາລາວ ຈໍາກັດ ສາຂາພາກ ຊຽງຂວາງ ຈັດກອງປະຊຸມໃຫຍ່ 3 ອົງການຈັດຕັ້ງມາຫາຊົນ ຄັ້ງທີ II ຂຶ້ນໃນທ້າຍອາທິດຜ່ານມາ ເພື່ອ ສະຫລຸບການເຄື່ອນໄຫວວຽກງານ ຮອບດ້ານ ຂອງ 3 ອົງກາຈັດຕັ້ງ ດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ສະຫາຍ ເພັດສະໝອນ ດາວົງສອນ ກໍາມະການພັກແຂວງ, ເລຂາຄະນະ ບໍລິຫານງານຊາວໜຸ່ມແຂວງ, ສະ ຫາຍ ຄໍາຜາຍ ສໍນໍ້າຕອງ ຄະນະພັກ ຮາກຖານ ເລຂາໜ່ວຍພັກ, ຜູ້ອໍາ ນວຍການ ທະນາຄານພັດທະນາ ລາວຈໍາກັດສາຂາພາກຊຽງຂວາງ ພ້ອມດ້ວຍສະມາຊິກ 3 ອົງການ ຈັດຕັ້ງມະຫາຊົນ ພາຍໃນໜ່ວຍ ເຂົ້າຮ່ວມ. ສະຫາຍ ຄໍາແພງເພັດ ພິມວົງ ສາ ປະທານກໍາມະບານຮາກຖານ ທະນາຄານ ພັດທະນາລາວ ຈໍາກັດ ສາຂາພາກ ຊຽງຂວາງ ໄດ້ສະຫລຸບ ການເຄື່ອນໄຫວວຽກງານຮອບ ດ້ານຂອງ3ອົງການຈັດຕັ້ງ5ປີຜ່ານ ມາ ແລະ ທິດທາງແຜນການ 5 ປີ ຕໍ່ໜ້າ, ເຊິ່ງທະນາຄານ ພັດທະນາ ລາວ ແມ່ນທະນາຄານທຸລະກິດ ທີ່ ມີການຮ່ວມທຶນ ລະຫວ່າງ ບໍລິສັດ ເຊກອງພະລັງງານ ຈໍາກັດ ຖືຮຸ້ນ 70% ແລະ ກະຊວງການເງິນຖື ຮຸ່ນ 30% ມີສະມາຊິກກໍາມະບານ 43 ສະຫາຍ, ຄະນະປະທານ 3 ສະຫາຍ ໃນນັ້ນ, ມີມະຫາຊົນ 6 ສະຫາຍ, ມີສະມາຊິກຊາວໜຸ່ມ 27 ສະຫາຍ, ຄະນະ 3 ສະຫາຍ ມີສະ ມາຊິກແມ່ຍິງ 23 ສະຫາຍ, ຄະນະ 3 ສະຫາຍ. ໄລຍະ 3 ປີຜ່ານມາ ໄດ້ຂະຫຍາຍມະຫາຊົນເຂົ້າເປັນ ສະມາຊິກພັກສົມບູນ 4 ສະຫາຍ. ສຳລັບວຽກງານການເງິນ ຂອງ ໜ່ວຍກໍາມະບານ ມີ 13 ລ້ານກວ່າ ກີບ, ຊາວໜຸ່ມມີ 12 ລ້ານກວ່າກີບ ແລະ ໜ່ວຍແມ່ຍິງ ມີ 17 ລ້ານ ກວ່າກີບ. ສ່ວນວຽກຕິດພັນກັບ ວິຊາສະເພາະ ໄດ້ເອົາໃຈໃສ່ລະດົມ ເງິນຝາກຫລາຍຮູບແບບ ທາງ ຂ່າວສານອອນລາຍ, ວິທະຍຸຊຸມຊົນ ລົງໂຄສະນາໂດຍກົງກັບພໍ່ແມ່ປະ ຊາຊົນ ບັນດາບ້ານ, ເມືອງ, ຈຸດຊຸມ ຊົນທີ່ມີເສດຖະກິດຂະຫຍາຍຕົວ ແລະ ອື່ນໆ. ຜ່ານການຈັດຕັ້ງປະຕິ ບັດຕົວຈິງ ໃນປີ 2023 ມີຍອດເງິນ ຝາກທັງໝົດ 1.118 ຕື້ກີບ ທຽບ ໃສ່ປີ 2020 ເພີ່ມຂຶ້ນ 192,75% ແລະ ຜະລິດຕະພັນກໍ່ມີການເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ສໍາລັບການນໍາໃຊ້ ແຫລ່ງທຶນ ທ້າຍປີ 2023 ຍອດ ສິນເຊື່ອ 52 ຕື້ກວ່າກີບ ເນື່ອງ ຈາກສ່ວນໃຫຍ່ແມ່ນເຮັດໜ້າທີ່ການ ລະດົມທຶນ, ດ້ານການບໍລິການ ໄດ້ ຂະຫຍາຍຕ່າໜ່າງໜ່ວຍບໍລິການ ໃນທົ່ວແຂວງ ໃຫ້ບໍລິການດ້ານ ຜະລິດຕະພັນເອເລັກໂຕຣນິກ ເຊັ່ນ: ແອັບຂອງ LDB trust, LDB Biz ແລະ ຕູ້ ATM ຈໍານວນ 11 ຕູ້ ໃນ ທົ່ວແຂວງ. ສຳລັບທິດທາງແຜນການໃນ 5 ປີຕໍ່ໜ້າ ທະນາຄານ ພັດທະນາລາວ ຈໍາກັດ ສາຂາພາກ ຊຽງຂວາງ ຈະ ສືບຕໍ່ສຶກສາອົບຮົມການເມືອງແນວ ຄິດ ໃຫ້ສະມາຊິກຢ່າງຕໍ່ເນື່ອງ ທາງ ກວ້າງ ແລະ ທາງເລິກ, ສືບຕໍ່ລະດົມ ເງິນຝາກທຸກປະເພດ ໃຫ້ໄດ້ 1.437 ກວ່າຕື້ກີບ, ຈໍານວນບັດ ATM ທີ່ ເຄື່ອນໄຫວ ໃຫ້ໄດ້ 18.138 ບັດ, ເພີ່ມຈໍານວນຜູ້ໃຊ້ແອບ LDBTrust ໃຫ້ໄດ້ 41.757 ລູກຄ້າ, ເພີ່ມທຸລະ ກໍາLDBTrustໃຫ້ໄດ້1.418.135 ທຸລະກໍາ, ເພີ່ມບ່ອນຊໍາລະ QR truspay ໃຫ້ໄດ້ 5.578 ຮ້ານ ພ້ອມນີ້, ຈະສືບຕໍ່ເອົາໃຈໃສ່ຄຸ້ມຄອງ ລາຍຈ່າຍທີ່ບໍ່ຈໍາເປັນ ແລະ ສ້າງ ລາຍຮັບໃຫ້ໄດ້ຕາມແຜນ ຫລື ລື່ນ ແຜນທີ່ວາງໄວ້. ນອກຈາກນີ້, ຈະ ສືບຕໍ່ສ້າງພະນັກງານບໍລິການໃຫ້ ເປັນມືອາຊີບ ບໍລິການລູກຄ້າໃຫ້ມີ ຄວາມວ່ອງໄວ ຮັບປະກັນຄວາມ ຖືກຕ້ອງ ແລະ ຊັດເຈນ, ໂປ່ງໄສ ໃຫ້ເປັນທີ່ປະທັບໃຈຂອງລູກຄ້າທີ່ ເຂົ້າມາໃຊ້ບໍລິການ. ໂອກາດນີ້, ສະຫາຍ ເພັດສະ ໝອນ ດາວົງສອນ ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດ ແລະ ການນໍາພາ-ຊີ້ນຳຂອງຄະນະ 3 ອົງການຈັດຕັ້ງຊຸດເກົ່າໃນໄລຍະ 5 ປີຜ່ານມາ ພ້ອມທັງເນັ້ນໃຫ້ຄະ ນະ 3 ອົງການຈັດຕັ້ງຊຸດໃໝ່ ສືບ ຕໍ່ສຶກສາອົບຮົມການເມືອງແນວ ຄິດ ໃຫ້ສະມາຊິກພັກ-ພະນັກງານ ຂອງຕົນ ພ້ອມທັງສືບຕໍ່ນຳພາຊີ້ນຳ ວຽກງານ 3 ອົງການຈັດຕັ້ງ ມະຫາຊົນ ຕິດພັນກັບວຽກງານວິຊາ ສະເພາະ ຂອງທະນາຄານພັດທະນາ ລາວ ຈໍາກັດ ໃຫ້ນັບມື້ນັບດີຂຶ້ນ. pa’lk,kfIv’Ia[oadmjv’mjP;wfh1jk’rP’r= g,n v'xkdmk ,v[vk;5 f]j kgoN v c]t 9a dlt8y o .sh xdl c0;'[+ cdh ; ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກອງບັນຊາການ ປ້ອງກັນຄວາມ ສະຫງົບ (ປກສ) ເມືອງປາກທາ ແຂວງບໍ່ແກ້ວ ມອບອາວຸດລ່າເນື້ອ ແລະ ຈັກສະຕິນ ໃຫ້ທີມງານ ປກສ ແຂວງບໍ່ແກ້ວ ເພື່ອນໍາໄປເກັບມ້ຽນ ແລະ ທໍາລາຍຖິ້ມ ໃຫ້ຖືກຕ້ອງຕາມ ລະບຽບການ ແລະ ຂັ້ນຕອນຕໍ່ໄປ ໂດຍການເຂົ້າຮ່ວມ ຂອງທ່ານ ສຸ ໄລ ດວງຜາຄໍາ ເຈົ້າເມືອງໆປາກ ທາ, ມີຄະນະຮັບຜິດຊອບ ຈາກກອງ leg]a fdkopq d]tfa [ .sh oa d0j k; 16j c0;'s];'oEmk ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ບັນດາ ນັກຂ່າວອ້ອມຂ້າງ ແລະ ຫ້ອງການ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຈາກ 5 ເມືອງ ແຂວງຫລວງນ້ຳທາ ຈຳນວນ 39 ຄົນ, ຍິງ 19 ຄົນ ສຳເລັດການຝຶກ ອົບຮົມວິທີການຂຽນຂ່າວວິທະຍຸ, ຂ່າວໜັງສືພິມ, ການຖ່າຍພາບ ວິດີໂອ, ພາບນິ້ງ, ການລາຍງານ ຂ່າວ ແລະການເປັນໂຄສົກທີ່ດີ ໃນ ວັນທີ 31 ພືດສະພາ 2024 ທີ່ສູນ ຝຶກອົມຮົມພະແນກ ຖວທ ແຂວງ ຫລວງນໍ້າທາຕາງໜ້າມອບໃບ ຢັ້ງຢືນໂດຍທ່ານວຽງຄໍາ ໄຊຍະວົງ ຮອງຫົວໜ້າພະແນກ ຖວທ ແຂວງ ຫລວງນໍ້າທາ, ມີຄູຝຶກທີ່ມາຈາກ ວິທະຍຸ ແລະໜັງສືພິມແຂວງ ພ້ອມ ດ້ວຍສໍາມະນາກອນ ເຂົ້າຮ່ວມ. ຊຸດຝືກອົບຮົມຄັ້ງນີ້ ບັນດາສໍາ ມະນາກອນ ໄດ້ຮຽນຮູ້ກ່ຽວກັບທິດ ສະດີການເປັນນັກຂ່າວ, ຫລັກການ ຂຽນຂ່າວ, ວິທີການສໍາພາດ, ການ ຂຽນບົດວຽກດີຄົນເດັ່ນ, ຫລັກການ ຂຽນຂ່າວໜັງສືພິມ, ຫລັກການ ຖ່າຍພາບນິ້ງປະກອບຂ່າວ ແລະ ບົດ, ຫລັກການຖ່າຍພາບວິດີໂອ, ເຕັກນິກການຕັດຕໍ່ພາບວິດີໂອພາຍ ຫລັງທີ່ໄດ້ຮຽນພາກທິດສະດີແລ້ວ ສໍາມະນາກອນກໍໄດ້ຮຽນພາກປະຕິ ບັດຕົວຈິງ ໂດຍການຈັດເປັນກຸ່ມ, ວາງຫົວຂໍ້ຂ່າວ, ຕັ້ງຄໍາຖາມສໍາພາດ ເພື່ອຂຽນຂ່າວ ແລະ ຖ່າຍພາບຕົວ ຈິງ. ຜ່ານມາການຝຶກສາມາດປະ ເມີນຄວາມຮັບຮູ້ ຂອງນັກສໍາມະນາ ກອນໄດ້ 85%. ທ່ານ ວຽງຄໍາ ໄຊຍະວົງ ໄດ້ ຍ້ອງຍໍຊົມເຊີຍ ຕໍ່ຄູຝືກ ແລະ ສໍາມະ ນາກອນ ທີ່ໄດ້ເອົາໃຈໃສ່ໃນການຝຶກ ອົບຮົມຢ່າງຕັ້ງໜ້າ ເຖິງວ່າເວລາ ຈັດຊຸດຝືກອົບຮົມຈະໃຊ້ເວລາສັ້ນ ທຸກຄົນກໍໄດ້ຍາດແຍ່ງເອົາຄວາມ ຮູ້ທາງດ້ານທິດສະດີ ແລະ ພາກ ປະຕິບັດຕົວຈິງເຮັດອອກມາໄດ້ ເປັນຢ່າງດີ ພ້ອມທັງເນັ້ນໃຫ້ສໍາມະ ນາກອນຈົ່ງນໍາເອົາບົດຮຽນເຫລົ່າ ນີ້ ໄປຈັດຕັ້ງປະຕິບັດດ້ວຍການ ຂຽນຂ່າວ ເພື່ອໂຄສະນາຜົນງານ ແລະ ວຽກງານໃນຂົງເຂດທີ່ຕົນ ຮັບຜິດຊອບ ເພື່ອໃຫ້ສັງຄົມໄດ້ຮັບຮູ້ ຢ່າງກວ້າງຂວາງ ພ້ອມທັງເປັນ ການຂະຫຍາຍຕາໜ່າງຂ່າວສານ ໃຫ້ກວ້າງຂວາງ ລົງຮອດທ້ອງຖິ່ນ ແລະ ວ່ອງໄວທັນເຫດການ ເຮັດ ໃຫ້ມີຫລາຍສີສັນຕື່ມອີກ. ບັນຊາການປກສແຂວງ, ສອງກອງ ບັນຊາການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ເມືອງ ແລະ ປກສ ກຸ່ມບ້ານ ເຂົ້າຮ່ວມ. ໂດຍປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າເມືອງປາກທາ ສະບັບ ເລກທີ 224/ຈມ,ປທ, ລົງວັນທີ 17 ສິງຫາ 2023 ວ່າດ້ວຍການ ແຕ່ງຕັ້ງ ຄະນະກອງເລຂາເກັບກໍາ ຂຶ້ນບັນຊີ ອາວຸດເສິກ, ອາວຸດລ່າ ເນື້ອ ແລະ ວັດຖຸລະເບີດ ເຊິ່ງໄລຍະ ຜ່ານມາ ຄະນະຮັບຜິດຊອບແຕ່ລະ ພາກສ່ວນ ໄດ້ລົງເຄື່ອນໄຫວຈັດຕັ້ງ ປະຕິບັດຕົວຈິງຢູ່ໃນ 34 ບ້ານທົ່ວ ເມືອງປາກທາ ເຊິ່ງມີພໍ່ແມ່ປະຊາ ຊົນ ໄດ້ມີຄວາມຕື່ນຕົວ ແລະ ຈິງໃຈ ນໍາເອົາອາວຸດເສິກ, ອາວຸດລ່າເນື້ອ ແລະ ຈັກສະຕິນມາມອບໃຫ້ ເປັນຕົ້ນ ປືນແກັບຈໍານວນ 289 ກະບອກ, ປືນອັດລົມດັດແປງ 2 ກະບອກ, ເຄື່ອງຊ໋ອດປາ 3 ເຄື່ອງ, ຈັກສະຕິນ 27 ເຄື່ອງ, ປືນ AK 1 ກະບອກ ແລະ ປືນ CKC 1 ກະບອກ. ວຽງຈັນ, ເຊິ່ງຈຸດປະສົງຫລັກ ກໍ ເພື່ອເປັນການສະເຫລີມສະຫລອງ ວັນເດັກນ້ອຍສາກົນຄົບຮອບ 100 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ ຕິດພັນກັບປີທ່ອງທ່ຽວລາວ, ທ່ອງທ່ຽວແຂວງວຽງຈັນ 2024 ທັງເປັນສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ກໍຄືຕອບສະໜອງຕາມ ຄວາມມຸ່ງມາດປາຖະໜາ ຂອງນັກ ກິລາເຮືອຊ່ວງປະເພດ 12 ສີພາຍ, ເປັນການສ້າງເງື່ອນໄຂອໍານວຍ ໃຫ້ຄະນະນັກກິລາຊ່ວງເຮືອ ຈາກ ຫລາຍແຂວງ ໄດ້ມີໂອກາດມາລວມ ຕົວກັນ, ແຂ່ງຂັນກິລາຮ່ວມກັນ, ແລກປ່ຽນບົດຮຽນປະສົບການກ້າວ ໄປເຖິງຄັດເລືອກເປັນທີມນັກກິລາ ເຮືອຊ່ວງ ເພື່ອໄປເຂົ້າຮ່ວມແຂ່ງຂັນ ໃນລະດັບຕ່າງໆ ເພື່ອຮັບປະກັນໃຫ້ ການແຂ່ງຂັນມີຄວາມປອດໄພ, ຖືກ ຕາມກົດລະບຽບ, ມີບັນຍາກາດຄຶກ ຄື້ນມ່ວນຊື່ນ ແລະ ສໍາເລັດຕາມ ແຜນການທີ່ວາງໄວ້, ທ່ານໄດ້ຮຽກ ຮ້ອງ ໃຫ້ຄະນະກໍາມະການຮັບຜິດ ຊອບການແຂ່ງຂັນ ເອົາໃຈໃສ່ດໍາ ເນີນການແຂ່ງຂັນຕາມເວລາກໍາ ນົດໄວ້, ຄວບຄຸມເວລາບໍ່ໃຫ້ຊັກຊ້າ ແກ່ຍາວແຕ່ຕ້ອງຮັບປະກັນ. ສໍາ ລັບນັກກິລາ ຕ້ອງເຄົາລົບ ແລະ ປະຕິບັດກົດລະບຽບຢ່າງເຂັ້ມງວດ, ກວດກາຄວາມພ້ອມຮ່າງກາຍ, ມີ ຄວາມກຽມພ້ອມໃນກໍລະນີເກີດມີ ເຫດສຸກເສີນໃນເວລາແຂ່ງຂັນ, ໃຫ້ຖືເປັນກິລາມິດຕະພາບ, ເພື່ອ ສຸຂະພາບ, ຝຶກຝົນຮ່າງກາຍໃຫ້ແຂງ ແຮງ, ໄດ້ຄວາມຮັກແພງ, ຄວາມ ສາມັກຄີ ເນັ້ນສິລະປະທັກສະລີລາ ໃນຮູບແບບທີ່ຖືກຕ້ອງເພື່ອເປັນ ບົດຮຽນໃນຄັ້ງຕໍ່ໄປ ພ້ອມທັງເນັ້ນ ໜັກໃນຫລາຍບັນຫາ ເພື່ອຫລີກເວັ້ນ ດ້ານລົບກະທົບຕໍ່ການຈັດງານໃຫ້ ໜ້ອຍທີ່ສຸດ. ຜົນການແຂ່ງຂັນ ອັນດັບທີ 1 ໄດ້ແກ່ ເຮືອນາວາສັກສິດ, ອັນດັບທີ 2 ໄດ້ແກ່ເຮືອ ຮ້ານອາຫານຫອມ ແກ້ມແຄມງື່ມ, ອັນດັບທີ 3 ໄດ້ແກ່ ເຮືອນ້ອງມີໂຊກຂອງຂວັນ ແລະ ອັນດັບທີ 4 ໄດ້ແກ່ເຮືອ ພອນ ສະຫວັນ. ສຳລັບເງິນລາງວັນອັນ ດັບທີ1 ໄດ້ຮັບເງິນສົດ 30 ລ້ານກີບ, ຂັນເງິນ 1 ໜ່ວຍ (ຂັນໝູນວຽນ) ພ້ອມຂັນກິລາ, ອັນດັບທີ 2 ໄດ້ ຮັບເງິນສົດ 20 ລ້ານກີບພ້ອມຂັນ ກິລາ 1 ໜ່ວຍ, ອັນດັບທີ 3 ໄດ້ ຮັບເງິນສົດ 15 ລ້ານກີບ ພ້ອມ ຂັນກິລາ 1 ໜ່ວຍ ແລະ ອັນດັບ ທີ 4 ໄດ້ຮັບລາງວັນເງິນສົດ 10 ລ້ານກີບ ພ້ອມຂັນກິລາ ຕາງໜ້າ ມອບລາງວັນຄັ້ງນີ້ໂດຍທ່ານເຈົ້າ ແຂວງ, ເຈົ້າເມືອງ, ທ່ານຫົວໜ້າ ຄະນະຈັດຕັ້ງແຂວງ ແລະ ປະທານ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດ ຕາມລຳດັບ. ໂອກາດດຽວກັນ, ບັນດາຄະ ນະດັ່ງກ່າວ ຍັງໄດ້ຮ່ວມປ່ອຍປາລົງ ສູ່ທຳມະຊາດ 18.000 ໂຕ ເພື່ອຄືນ ຄວາມອຸດົມສົມບູນແກ່ທໍາມະຊາດ ແລະ ເພື່ອຂະຫຍາຍພັນປາບໍ່ໃຫ້ດັບ ສູນຢູ່ຄູ່ສາຍນໍ້າງື່ມທີ່ປຽບເໝືອນ ສາຍເລືອດ ຂອງປະຊາຊົນມາແຕ່ ດົນນານ.

RkJQdWJsaXNoZXIy MTc3MTYxMQ==