xtgmf]k; 6 05/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ໄໝຄຳ ຍ້ອມສິນ -u ;y f{;a fmtotme ]kpokd]k; 4n dIa [Iv'gxa o,= ]tfq d3]dlh k'7;k,r6 ,.9.sh xt-k-q o]k; 9q j '.sh 0= h ,6 omu j 4n d8h v' grn j vgxa orN o4ko cdj dkora fmtokxtgmf-kf * ໃນທ້າຍປີ2023ອົງການເພື່ອ ການສຶກສາວິທະຍາສາດ ແລະ ວັດ ທະນະທຳຂອງສະຫະປະຊາຊົນຫລື ອຸຍແນັສໂກ (UNESCO) ໄດ້ຮັບ ຮອງເອົາລາຍນາກ ພູມປັນຍາ ຂອງ ຊາວຊ່າງຫັດຖະກຳ ທີ່ຕິດພັນກັບ ຄວາມເຊື່ອ ໃນການດຳລົງຊີວິດ ຂອງປະຊາຊົນລາວ ເປັນມໍລະດົກ ໂລກທາງວັດທະນະທຳ ທີ່ບໍ່ເປັນ ວັດຖຸ ທີ່ເປັນຕົວແທນຂອງມວນມະ ນຸດຢ່າງເປັນທາງການ ນັ້ນໄດ້ສ້າງ ຄວາມພາກພູມໃຈໃຫ້ແກ່ປະຊາຊົນ ລາວ ເພາະລາຍນາກເປັນລາຍທີ່ ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວ ທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດ ສຳນຶກ ແລະ ສິລະປະອັນປານີດ ຂອງຄົນລາວ ເຊິ່ງໄດ້ຕິດພັນກັບ ການດຳລົງຊີວິດຂອງຄົນລາວມາ ແຕ່ສະໄໝບູຮານ. ສຳລັບພິທີສະ ຫລອງ ແລະ ປະກາດລາຍນາກເປັນ ມໍລະດົກໂລກນັ້ນທາງກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວຈະໄດ້ຈັດຂຶ້ນໃນໄວໆນີ້. ການຮັບຮອງລາຍນາກ ໃຫ້ ເປັນມໍລະດົກວັດທະນະທຳ ທີ່ບໍ່ເປັນ ໂດຍ: ສຸວັນນະ * ດັ່ງທີ່ຮູ້ແລ້ວວ່າ ການສຳ ຫລວດປະຊາກອນ ແລະ ທີ່ຢູ່ອາໄສ ແມ່ນ ໄດ້ດຳເນີນການຈັດຕັ້ງປະຕິ ບັດໃນທຸກໆ 10 ປີ ເພື່ອຜະລິດຂໍ້ມູນ ທີ່ອຸດົມສົມບູນ ເຊິ່ງລວມມີ ຂໍ້ມູນ ຈຳນວນຂອງປະຊາກອນ, ຂໍ້ມູນ ປະຊາກອນແບ່ງຕາມເຂດ, ຕາມກຸ່ມ ອາຍຸ ແລະ ເພດ ແລະ ໃນນັ້ນ ລວມ ທັງຂໍ້ມູນກ່ຽວກັບສະພາບຂອງ ການດຳລົງຊີວິດ ແລະ ທີ່ຢູ່ອາໄສ, ຂໍ້ມູນໂຕຊີ້ບອກກ່ຽວກັບສະພາບ ດ້ານເສດຖະກິດ ແລະ ສັງຄົມທີ່ສຳ ຄັນ. ຂໍ້ມູນຈາກການສຳຫລວດປະ ຊາກອນ ແລະ ທີ່ຢູ່ອາໄສ ເປັນຂໍ້ມູນ ທີ່ສຳຄັນ ເພື່ອສະໜອງເຂົ້າໃນ ແຜນການຄຸ້ມຄອງການປົກຄອງ ທີ່ດີ, ການສ້າງນະໂຍບາຍ ແລະ ການວາງແຜນພັດທະນາ, ການ ປ້ອງກັນ, ການຫລຸດຜ່ອນ ແລະ ຕອບໂຕ້ ບັນຫາວິກິດການ, ແຜນ ງານດ້ານສະຫວັດການສັງຄົມ ແລະ ການວິເຄາະດ້ານການຕະ ຫລາດທາງເສດຖະກິດ. ສປປ ລາວ, ໄດ້ສຳເລັດການສຳ ຫລວດປະຊາກອນ ແລະ ທີ່ຢູ່ອາໄສ 4 ຄັ້ງ ເຊິ່ງຄັ້ງສຸດທ້າຍ ແມ່ນດຳ ເນີນການສຳຫລວດໃນປີ 2015. ຜ່ານການຖອດຖອນບົດຮຽນຕ່າງໆ ຂອງການສຳຫລວດໃນຫລາຍຄັ້ງ ຜ່ານມາ, ການສຳຫລວດຄັ້ງນີ້ ຈຶ່ງ ໄດ້ລິເລີ່ມການວາງແຜນ ແລະ ກະ ກຽມການສຳຫລວດປີ 2025 ໃຫ້ ໄວຂຶ້ນ ແລະ ຈະໄດ້ນຳໃຊ້ນະວັດຕະ ກຳ ໃໝ່ໆເຂົ້າມາຊ່ວຍໃນຂັ້ນຕອນ ການສຳຫລວດໄປຕາມກອບເວລາ ທີ່ກຳນົດ, ມີປະສິດທິພາບຕໍ່ງົບປະ ມານທີ່ລົງທຶນ, ມີຂະບວນການເຮັດ ການສຳຫລວດ ແລະ ຜົນຮັບທີ່ມີຄຸນ ນະພາບສູງ. ການນຳໃຊ້ເຕັກນິກ ແລະ ນະວັດຕະກຳໃໝ່ໆນັ້ນແມ່ນ ຈະປະກອບມີ: ການເກັບກຳຂໍ້ມູນ ໂດຍເຄື່ອງເອເລັກໂຕຣນິກ ແລະ ນໍາໃຊ້ແຜນທີ່ GIS ເຂົ້າໃນການ ສຳຫລວດເພື່ອໃຫ້ສາມາດຜະລິດ ຂໍ້ມູນທີ່ວ່ອງໄວ, ທັນເວລາ ແລະ ມີ ຄຸນະພາບສູງ. ການສຳຫລວດພົນລະເມືອງ ປີ 2025 ນີ້ ຈະຊ່ວຍຕິດຕາມການ ປ່ຽນແປງດ້ານປະຊາກອນ ພ້ອມ ທັງສະໜອງຂໍ້ມູນຫລັກຖານ ໃນ ການຕິດຕາມ ແລະ ການພັດທະນາ ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແມ່ນ ການສຳຫລວດທີ່ສຳຄັນເພື່ອບັນ ລຸວິໃສທັດຮ່ວມກັນ ທີ່ບໍ່ປະປ່ອຍ ຜູ້ໃດໄວ້ຂ້າງຫລັງ ທັງມີຂໍ້ມູນຊ່ວຍ ໃຫ້ ສປປ ລາວ ຕິດຕາມ ແລະ ບັນ ລຸບັນດາຄາດໝາຍສູ້ຊົນທີ່ໄດ້ກຳ ນົດໄວ້ ໃນກອບແຜນພັດທະນາໃນ ລະດັບຊາດ ແລະ ລະດັບສາກົນ. ການສຳຫລວດແຫ່ງຊາດ ແມ່ນ ແຫລ່ງຂໍ້ມູນດຽວ ທີ່ນຳໃຊ້ເຂົ້າໃນ ການວິເຄາະສະພາບການດ້ານ ສັງຄົມ, ປະຊາກອນ ແລະ ເສດຖະ ກິດ ເຊິ່ງມີເຖິງ 107 ໂຕຊີ້ວັດ ຂອງ 231 ໂຕຊີ້ວັດຫລັກ ຂອງເປົ້າໝາຍ ພັດທະນາແບບຍືນຍົງທີ່ຕ້ອງການ ຂໍ້ມູນ. ວັດຖຸທີ່ເປັນຕົວແທນຂອງມວນມະ ນຸດໂລກ ແມ່ນມີຄວາມໝາຍ ແລະ ຄວາມສຳຄັນຕໍ່ການອະນຸລັກ, ປົກ ປັກຮັກສາມໍລະດົກອັນລໍ້າຄ່າຂອງ ຊາດໃຫ້ມີຄວາມຍືນຍົງທັງເປັນການ ປະກອບສ່ວນເຂົ້າໃນການສົ່ງເສີມ ວຽກງານເສດຖະກິດຂອງຊາດ, ເປັນການຕໍ່ຍອດໃຫ້ແກ່ຜະລິດຕະ ພັນ ຫັດຖະກຳຂອງລາວ ໃຫ້ມີບາດ ກ້າວຂະຫຍາຍຕົວອັນໃໝ່ ແລະ ເປັນທີ່ຮັບຮູ້ຈາກສາກົນຫລາຍຂຶ້ນ. ກ່ອນຈະໄດ້ມາເຊິ່ງລາງວັນແຫ່ງ ຄວາມພາກພູມໃຈນີ້ ກໍບໍ່ແມ່ນເລື່ອງ ງ່າຍໂດຍສະເພາະແມ່ນການແຂ່ງ ຂັນຍາດແຍ່ງຈາກປະເທດອ້ອມ ຂ້າງທີ່ມີສິລະປະວັດທະນະທຳ ຄ້າຍ ຄືກັນ. ແຕ່ສິ່ງທີ່ເປັນການຢັ້ງຢືນ ໃຫ້ເຫັນຢ່າງປະຈັກຕາຄືການຕໍ່າ ຫູກແມ່ນມູນເຊື້ອທີ່ຕິດພັນກັບເອື້ອຍ ນ້ອງແມ່ຍິງລາວມາແຕ່ດົນນານ ແລ້ວ ເຊິ່ງມີການສືບທອດຈາກຮຸ່ນ ສູ່ຮຸ່ນ ເຊິ່ງການຕໍ່າກໍມີລວດລາຍ ທີ່ແຕກຕ່າງກັນອອກໄປ ແລ້ວແຕ່ ຄວາມນິຍົມຊົມຊອບແລະການເຊື້ອ ຖືເພາະການປັກລວດລາຍໄວ້ໃນ ຜື່ນຜ້າໝາຍຄວາມວ່າການສະແດງ ເອກະລັກ ເພື່ອສື່ຄວາມໝາຍຜ່ານ ລວດລາຍຕ່າງໆ ເຊັ່ນ: ລາຍນາກ ລາວ ກໍເປັນລາຍໜຶ່ງທີ່ມີຄວາມ ໝາຍຄວາມສໍາຄັນສໍາລັບຄົນລາວ ເພາະຕາມຄວາມເຊື້ອຖືຂອງຄົນ ລາວ ທີ່ເຊື່ອກັນວ່າພະຍານາກແມ່ນ ສິ່ງສັກສິດທີ່ຄອຍປົກປັກຮັກສາ ໃຫ້ຄວາມຢູ່ເຢັນເປັນສຸກປາສະ ຈາກສິ່ງທ່ີບໍ່ດີ. ສະນັ້ນ, ຄົນລາວຈຶ່ງ ນໍາເອົາລວດລາຍນາກ ມາເປັນສັນ ຍະລັກໃນສະຖານທີ່ຕ່າງໆ ລວມ ເຖິງລາຍນາກທີ່ປັກແສ່ວ ຫລື ຕໍ່າ ໃນເຄື່ອງນຸ່ງຫົ່ມຂອງແມ່ຍິງລາວ. ການຕໍ່າລາຍນາກ ກໍ່ບໍ່ແມ່ນເລື່ອງ ງ່າຍຕ້ອງໄດ້ໃຊ້ຄວາມປານິດ ແລະ ຄວາມອົດທົນພະຍາມຍາມເພາະ ການຕໍ່າມີຫລາຍຂັ້ນຕອນເລີ່ມຈາກ ການສາວເສັ້ນໄໝແລ້ວນໍາໄປຍ້ອມ ສີທໍາມະຊາດແລ້ວຈຶ່ງ ນໍາມາຕໍ່າ ເປັນລວດລາຍທີ່ສວຍງາມດັ່ງທີ່ ເຮົາເຫັນຕາມຜືນຜ້ານັ້ນເອງ ໂດຍ ການຕໍ່າລາຍນາກຕາມປະເພນີ ແລ້ວໂຕນາກຈະໃຊ້ຝ້າຍຂາວຕໍ່າ, ສ່ວນຫົວນາກຈະໃສ່ສີທີ່ມີຄວາມ ໂດດເດັ່ນ ເພື່ອສະແດງເຖິງພະລັງ ອໍານາດ. ສະນັ້ນ, ການຍ້ອມສີຕ້ອງ ໄດ້ກະກຽມສີຄື ສີແດງ, ຂຽວ, ສີ ທອງ ແລະ ການຕໍ່າກໍ່ໄດ້ໃຊ້ຫລາຍ ວິທີເຊັ່ນ: ການຈົກ, ການຂິດ, ການ ມັດມີ່ ແລະ ອື່ນໆ ຫລາຍຂັ້ນຕອນ ກ່ອນຈະອອກມາເປັນຜ້າແພລວດ ລາຍຕ່າງໆທີ່ເຮົາເຫັນຄືທຸກມື້ນີ້. ການທີ່ລາຍນາກໃນຜ້າພື້ນເມືອງ ລາວ ໄດ້ຮັບຮອງເປັນມໍລະດົກໂລກ ນັ້ນ ເປັນສິ່ງປະຈັກສູ່ສາຍຕາຊາວ ໂລກ ແລະ ສ້າງຄວາມພາກພູມໃຈ ໃຫ້ປະຊາຊົນລາວ. ແນວໃດກໍດີ ເພື່ອ ເຮັດໃຫ້ວັດທະນະທໍາທີ່ສວຍງາມ ແບບນີ້ ຢູ່ຄຽງຄູ່ປະຊາຊົນຄົນລາວ ເຮົານັ້ນ, ໄວໜຸ່ມຜູ້ເກີດໃໝ່ໃຫຍ່ລຸນ ຕ້ອງພ້ອມກັນປົກປັກຮັກສາ ແລະ ສືບທອດວັດທະນະທໍາອັນລໍ້າຄ່າບໍ່ ໃຫ້ຈາງຫາຍໄປກັບການເວລາ ແລະ ຢູ່ຄູ່ກັບຄົນລາວເຊື້ອຊາດລາວຕະ ຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==