5886

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 05/06/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ;y mtpk7kodkocrfdv'ma [ 8h voIa [-j P;-ko 3I'\= -y 9y ' dv'ma [xq fxj vpxt-k-q o9u o gru j ,3vdkfmk'glf4tdy f.odko lh k']kpIa [0v'7q ;gIn vo16 j c0;'[+ cdh ; ຂປລ. ເມື່ອບໍ່ດົນມານີ້, ວິທະຍາ ຄານການແພດກອງທັບປະຊາຊົນ ລາວ ໄດ້ຕ້ອນຮັບຄະນະຊ່ຽວຊານ ແພດໂຮງໝໍຊີຈິງ ກອງທັບປົດປ່ອຍ ປະຊາຊົນຈີນ ເຊິ່ງນຳໂດຍສະຫາຍ ພັນເອກ ພິເສດ ຫວາງຝູລີ ຫົວໜ້າ ຄະນະຊ່ຽວຊານແພດໂຮງໝໍຊິຈິງ ກອງທັບປົດປ່ອຍປະຊາຊົນຈີນໂດຍ ການຕ້ອນຮັບຂອງ ສະຫາຍ ພົນ ຈັດຕະວາ ຈັນສະໝອນ ມະຫາວົງ ຫົວໜ້າການທະຫານວິທະຍາຄານ ການແພດກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ຫົວໜ້າການເມືອງວິທະຍາ ຄານການແພດກອງທັບປະຊາຊົນ ລາວ ພ້ອມດ້ວຍຄະນະພັກ-ຄະນະ ບັນຊາ, ຄະນະນໍາໂຮງໝໍສູນກາງ 103 ກອງທັບ, ພະນັກງານ-ຄູອາ ຈານແລະນັກສຶກສາແພດເຂົ້າຮ່ວມ. ສະຫາຍ ພັນເອກ ຈັນພອນ ພົນຫາວົງ ຫົວໜ້າຫ້ອງວິທະຍາ ສາດວິທະຍາຄານການແພດກອງ ທັບປະຊາຊົນລາວ ໄດ້ສະເໜີປະ ຫວັດຄວາມເປັນມາການເຕີບໃຫຍ່ ຂະຫຍາຍຕົວໂດຍຫຍໍ້ກ່ຽວກັບວິ ທະຍາຄານການແພດກອງທັບປະ ຊາຊົນລາວ ໃນໄລຍະຜ່ານມາ. ຈາກ ນັ້ນ, ຄະນະຊ່ຽວຊານໂຮງໝໍຊິຈິງ ກອງທັບປົດປ່ອຍປະຊາຊົນຈີນ ກໍ ໄດ້ສະເໜີບົດວິຊາການກ່ຽວກັບ ການເຊີດຊູຊີວິດ CPR ໃຫ້ແກ່ນັກ ສຶກສາແພດວິທະຍາຄານການແພດ ກອງທັບ, ພ້ອມທັງສົນທະນາແລກ ປ່ຽນບົດຮຽນ ເຊິ່ງກັນແລະກັນຢ່າງ ມີວິທະຍາສາດທີ່ເຕັມໄປດ້ວຍບົດ ຮຽນ ແລະ ຄວາມຮູ້ອັນໃໝ່ທີ່ສາ ມາດນໍາໃຊ້ໄດ້ຈິງ ເມື່ອມີເຫດການ ທີ່ເກີດຂຶ້ນສາມາດຊ່ວຍເຊີດຊູຄົນ ເຈັບໄດ້ຢ່າງທັນການ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ຈັນສະໝອນ ມະຫາວົງ ກໍໄດ້ ມີຄວາມເຫັນໂອ້ລົມ ແລະ ແລກ ປ່ຽນທາງດ້ານວິຊາການກັບຄະນະ ຊ່ຽວຊານແພດໂຮງໝໍຊິຈິງ ກອງ ທັບປົດປ່ອຍປະຊາຊົນຈີນ, ພ້ອມທັງ ອວຍພອນໃຫ້ ສະຫາຍ ພັນເອກ ພິເສດ ຫວາງຝູລີ ພ້ອມຄະນະພ້ອມ ກັນເຮັດສຳເລັດໜ້າທີ່ອັນມີກຽດ ຂອງຕົນ ແລະ ອວຍພອນສາຍພົວ ພັນມິດຕະພາບລາວ-ຈີນ, ຈີນ-ລາວ ໂດຍສະເພາະແມ່ນວິທະຍາຄານ ການແພດກອງທັບປະຊາຊົນລາວ ກັບ ໂຮງໝໍຊິຈິງ ກອງທັບປົດປ່ອຍ ປະຊາຊົນຈີນ ໃຫ້ນັບມື້ນັບຈະເລີນ ງອກງາມຍິ່ງໆຂຶ້ນ. ຂ່າວ: ໂຈ່ລີ້ ວົງໄຊ ຂປລ. ໃນອາທິດຜ່ານມາ, ອົງ ການແພລນສາກົນ ປະຈຳ ສປປ ລາວ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ(MoU)ກັບພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ໃນການເປີດໂຄງການພັດທະນາ ເສດຖະກິດຊົນນະບົດ ເພື່ອປັບປຸງຊີ ວິດການເປັນຢູ່ຂອງກະສິກອນຢູ່ ແຂວງບໍ່ແກ້ວ ໂດຍການຮ່ວມລົງ ນາມ ລະຫວ່າງ ທ່ານ ສີບຸນເຮືອງ ພັດທະລະລັກ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ແລະ ທ່ານ ແສງສັນຕິສິດ ຊະນະສີ ສານ ຮອງຫົວໜ້າອົງການແພລນ ສາກົນ ປະຈຳສປປ ລາວ. ໂຄງການພັດທະນາເສດຖະກິດ ຊົນນະບົດ ເພື່ອປັບປຸງຊີວິດການເປັນ ຢູ່ຂອງກະສິກອນ ຢູ່ແຂວງບໍ່ແກ້ວ ມີຈຸດປະສົງໃນການສ້າງຄວາມເຂັ້ມ ແຂງ ແລະ ທັກສະໃຫ້ແກ່ກະສິກອນ ຫລາຍກວ່າ2.000 ຄອບຄົວ ຢູ່ ແຂວງບໍ່ແກ້ວ ໂດຍສະໜັບສະໜູນ ການປັບປຸງວິທີການຜະລິດ, ການ ພັດທະນາໂອກາດທາງດ້ານຈຸນລະ ວິສາຫະກິດກະສິກໍາຕະຫລອດເຖິງ ການສ້າງແຜນ ແລະ ຍຸດທະສາດ ໃນບັນດາຊຸມຊົນເປົ້າໝາຍ ເພື່ອໃຫ້ ເຂົ້າໃຈທ່າແຮງຂອງຕະຫລາດ ແລະ ນຳໃຊ້ຜະລິດຕະພັນກະເສດ ແລະ ເຕັກໂນໂລຊີທີ່ທົນທານຕໍ່ສະ ພາບອາກາດ ເຂົ້າໃນການປັບປຸງຊີ ວິດການເປັນຢູ່ ເຊິ່ງໄລຍະຈັດຕັ້ງປະ ຕິບັດໂຄງການ ແມ່ນເລີ່ມແຕ່ວັນທີ ອະນຸມັດຈົນຮອດວັນທີ 31 ທັນວາ 2026. ໂຄງການດັ່ງກ່າວ,ຈະໄດ້ ຈັດຕັ້ງປະຕິບັດຢູ່ໃນ 5 ເມືອງເປົ້າ ໝາຍໃນແຂວງບໍ່ແກ້ວ. ຜ່ານການ ສ້າງຄວາມສາມາດ ແລະ ພັດທະນາ ສີມືແຮງງານ, ຄອບຄົວ ຢູ່ບັນດາ ເມືອງດັ່ງກ່າວ ຈະມີຄວາມພ້ອມໃນ ການຕອບສະໜອງຄວາມຕ້ອງ ການຂອງຕະຫລາດ ແລະ ຫັນການ ເຮັດກະສິກຳມາເປັນຮູບແບບຍືນ ຍົງ ເພື່ອຍົກສູງຊີວິດການເປັນຢູ່ຂອງ ພວກເຂົາເຈົ້າ. ທ່ານ ແສງສັນຕິສິດ ຊະນະສີ ສານ ໄດ້ກ່າວວ່າ: ການປ່ຽນແປງ ດິນຟ້າອາກາດບໍ່ພຽງແຕ່ເປັນບັນຫາ ລະດັບໂລກເທົ່ານັ້ນ, ແຕ່ມັນຍັງສົ່ງ ຜົນກະທົບໂດຍກົງ ຕໍ່ການດຳລົງຊີ ວິດຕົວຈິງຂອງກະສິກອນຢູ່ແຂວງ ບໍ່ແກ້ວ ໂດຍຜ່ານບັນດາກິດຈະກຳ ຕ່າງໆຂອງໂຄງການພັດທະນາເສດ ຖະກິດຊົນນະບົດ ເພື່ອປັບປຸງຊີວິດ ການເປັນຢູ່ຂອງກະສິກອນໃນ ແຂວງບໍ່ແກ້ວ, ພວກເຮົາບໍ່ພຽງແຕ່ ສົ່ງເສີມການປູກຝັງເທົ່ານັ້ນ, ແຕ່ ພວກເຮົາຍັງປູກຈິດສຳນຶກ ແລະ ສ້າງຄວາມເຂັ້ມແຂງໃນການປັບ ຕົວຕໍ່ການປ່ຽນແປງດິນຟ້າອາກາດ. ການສ້າງຄວາມເຂັ້ມແຂງໃຫ້ແກ່ກະ ສິກອນດ້ວຍເຕັກນິກທີ່ທົນທານຕໍ່ສະ ພາບອາກາດ ແລະ ສ້າງຄວາມເຂົ້າ ໃຈໃນກົນໄກການຕະຫລາດ ເພື່ອ ເປັນການຮັບປະກັນລາຍຮັບຂອງ ກະສິກອນ ແລະ ເປັນການເສີມສ້າງ ອະນາຄົດຂອງພວກເຂົາ. ເມື່ອພວກ ເຮົາຮ່ວມມືກັນ ຈະເຮັດໃຫ້ພວກ ເຮົາສາມາດປັບຕົວ ແລະ ຮັບມືກັບ ການປ່ຽນແປງ ແລະ ພ້ອມດຽວ ກັນນັ້ນ ພວກເຮົາຍັງຈະສາມາດເຕີມ ໂຕໄປພ້ອມໆກັນໄດ້. ໂຄງການພັດທະນາເສດຖະກິດ ຊົນນະບົດ ເພື່ອປັບປຸງຊີວິດການ ເປັນຢູ່ຂອງກະສິກອນ ຢູ່ແຂວງ ບໍ່ແກ້ວ ໄດ້ຮັບການສະໜັບສະໜູນ ໂດຍອົງການກອຍກາ ໂດຍຜ່ານ ອົງ ການແພລນສາກົນປະຈຳສເກົາຫລີ ແລະ ຖືກຈັດຕັ້ງປະຕິບັດໂດຍອົງ ການແພລນສາກົນ ປະຈຳ ສປປ ລາວ ແລະ ສະມາຄົມແມ່ຍິງຮ່ວມໃຈ ພັດທະນາ. ໂຄງການດັ່ງກ່າວ, ໄດ້ ສຸມໃສ່ການປັບຕົວໃຫ້ເຂົ້າກັບການ ປ່ຽນແປງສະພາບດິນຟ້າອາກາດ ຂອງກະສິກອນແຂວງບໍ່ແກ້ວ ເຊິ່ງ ກະສິກອນໃນແຂວງດັ່ງກ່າວ ຈະ ໄດ້ຮັບການເສີມສ້າງຄວາມເຂັ້ມ ແຂງ ແລະ ທັກສະໃນການສ້າງຜົນ ຜະລິດທີ່ມີຄວາມທົນທານຕໍ່ການ ປ່ຽນແປງສະພາບດິນຟ້າອາກາດ ໂດຍນຳໃຊ້ເຕັກໂນໂລຊີທີ່ແທດ ເໝາະແລະສ້າງຄວາມເຂັ້ມແຂງໃຫ້ ພວກເຂົາສາມາດຕັດສິນໃຈໃນ ການເລືອກຮູບແບບທີ່ຍືນຍົງ. ທ່ານ ແສງສັນຕິສິດ ຊະນະສີ ສານ ໄດ້ກ່າວຕື່ມອີກວ່າ: ການຜະ ເຊີນໜ້າກັບການປ່ຽນແປງຂອງດິນ ຟ້າອາກາດ, ປະຊາຊົນກຳລັງໄດ້ຮັບ ຜົນກະທົບຢ່າງໜັກໜ່ວງໃນການ ດຳລົງຊີວິດຂອງພວກເຂົາ, ເພື່ອຮັບ ປະກັນຄວາມຢູ່ລອດ,ພວກເຂົາຕ້ອງ ໄດ້ຮັບການສົ່ງເສີມ ແລະ ເສີມຂະ ຫຍາຍຄວາມສາມາດທາງດ້ານ ການຜະລິດ ແລະ ນຳໃຊ້ເຕັກໂນໂລ ຊີທີ່ດີກວ່າເກົ່າ ໃນການສູ້ຮັບມືກັບ ສະພາບແວດລ້ອມທີ່ບໍ່ສາມາດ ຄາດຄະເນໄດ້ ເຊິ່ງນັບມື້ນັບຮຸນແຮງ ຂຶ້ນເລື້ອຍໆ. ສວນຖົ່ວລຽນ... ບຣາເຕີທົວ ຈະດຶງດູດນັກ... ບຣາເຕີທົວ ເລີ່ມເປີດໃຫ້ບໍລິການນຳ ທ່ຽວພາຍໃນປະເທດໃນ ປີ 2023 ເປັນຕົ້ນມາ ແລະ ເປັນບໍລິສັດນຳ ທ່ຽວ ທີ່ນຳເອົານັກທ່ອງທ່ຽວຕ່າງ ປະເທດ ຈາກທົ່ວທຸກມູມໂລກເຂົ້າ ມາທ່ອງທ່ຽວ ຢູ່ບັນດາແຂວງໃນ ຂອບເຂດທົ່ວປະເທດຂອງ ສປປ ລາວໄດ້200ກວ່າຄົນ ເຊິ່ງນັກທ່ອງ ທ່ຽວສ່ວນໃຫຍ່ແມ່ນມາຈາກ ສປ ຈີນ, ອິນເດຍ, ອົດສະຕຣາລີ, ເອີຣົບ ແລະ ອື່ນໆ ເນື່ອງຈາກເປີດບໍລິສັດ ໃໝ່ ຈຶ່ງເຮັດໃຫ້ຈຳນວນນັກທ່ອງ ທ່ຽວໄດ້ໜ້ອຍ. ບໍລິສັດ ບຣາເຕີທົວ ມີຫລາກ ຫລາຍບໍລິການ ເປັນຕົ້ນບໍລິການນຳ ທ່ຽວທາງ ດ້ານປະຫວັດສາດ, ວັດ ທະນະທຳ, ຮີດຄອງປະເພນີ, ນຳ ທ່ຽວແບບທຳມະຊາດ, ການສຶກສາ, ປະຊາຊົນມີສ່ວນຮ່ວມ ກໍຄືນຳພາ ນັກທ່ອງທ່ຽວ ເຂົ້າຫາແຫລ່ງທ່ອງ ທ່ຽວທາງປະຫວັດສາດ, ວັດທະນະ ທຳ, ທຳມະຊາດທີ່ສວຍງາມຢູ່ບັນ ດາແຂວງ ໃນຂອບເຂດທົ່ວປະເທດ ແລະ ນຳພານັກທ່ອງທ່ຽວ ເຂົ້າຫາ ແຮງບັນດານໃຈມາຈາກການໄດ້ ໄປເຫັນຕົວຈິງສວນຖົ່ວລຽນພູຖ້ຳ ຄຳ ຢູ່ບ້ານນາເຜີຍ ເມືອງທຸລະຄົມ ແຂວງວຽງຈັນ ຈຶ່ງເກີດມີຄວາມຄິດ ຢາກປູກຖົ່ວລຽນ ແລະ ຕັດສິນໃຈ ເລີ່ມລົງມືບຸກເບີກພື້ນທີ່ຕາມເຕັກ ນິກວິຊາການທີ່ຖືກຕ້ອງ ແລະ ເລີ່ມລົງມືປູກ ໃນເດືອນມັງກອນ ປະຊາຊົນທ້ອງຖິ່ນ, ຊົນເຜົ່າເພື່ອສຶກ ສາຮຽນຮູ້ວັດທະນະທຳຊີວິດການ ເປັນຢູ່, ການນຸ່ງຖືຂອງປະຊາຊົນ ລາວບັນດາເຜົ່າ. ຢ່າງໃດກໍ່ຕາມບໍລິ ສັດບຣາເຕີທົວ ໄດ້ວາງເປົ້າໝາຍ ໃນປີ 2024 ຈະດຶງເອົານັກທ່ອງ ທ່ຽວຕ່າງປະເທດ ເຂົ້າມາທ່ຽວຢູ່ບັນ ດາແຂວງ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ 800-1.000 ກວ່າຄົນ ເພື່ອ ປະກອບສ່ວນເຮັດໃຫ້ປີທ່ຽວທ່ຽວ ລາວ 2024 ມີບັນຍາກາດຟົດຟື້ນ ທັງປະກອບສ່ວນເຮັດໃຫ້ການທ່ອງ ທ່ຽວຢູ່ ສປປ ລາວ ມີບັນຍາກາດ ຄຶກຄື້ນຮັກສາໄດ້ຮີດຄອງປະເພນີ ອັນດີງາມຂອງຊາດລາວເຮົາ. ໃນ ໄລຍະ 5 ເດືອນຕົ້ນປີ ບໍລິສັດ ໄດ້ບໍລິ ການນຳທ່ຽວນັກທ່ອງທ່ຽວຕ່າງປະ ເທດ 200 ກວ່າເທື່ອຄົນ. ເພື່ອກຽມແກ່ ສປປ ລາວ ເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນ ໃນທ້າຍປີ 2024 ທີ່ຈະ ມາເຖິງນີ້, ບໍລິສັດ ບຣາເຕີທົວ ໄດ້ ກຽມຄວາມພ້ອມຮອບດ້ານເພື່ອນຳ ພານັກທ່ອງທ່ຽວຕ່າງປະເທດທີ່ຈະ ເຂົ້າມາ ສປປ ລາວ ໄປທ່ອງທ່ຽວ ຊົມບັນດາແຂວງ, ເມືອງ, ບ້ານທີ່ມີ ແຫລ່ງທ່ອງທ່ຽວທາງດ້ານປະຫວັດ ສາດ, ວັດທະນະທຳ, ທຳມະຊາດທີ່ ສວຍສົດງົດງາມ ແຕ່ເໜືອຕະຫລອດ ໃຕ້ ໃນຂອບເຂດທົ່ວປະເທດເພື່ອ ໂຄສະນາເຜີຍແຜ່ວັດທະນະທຳ, ຮີດ ຄອງປະເພນີອັນດີງາມຂອງຊາດ ລາວ ອອກສູ່ສາກົນ ກໍຄື ບັນດາປະ ເທດໃນທົ່ວທຸກມູມໂລກ ໄດ້ຮັບຮູ້ ສປປ ລາວ ຢ່າງທົ່ວເຖິງ. ຂ່າວ: ທະນູທອງ, ພາບ: ເກດສະໜາ 2024 ຢູ່ບ້ານໂພສີ ເມືອງນາຊາຍ ທອງ ນະຄອນຫລວງວຽງຈັນ ເຊິ່ງ ມີເນື້ອທີ່ທັງໝົດ 5 ເຮັກຕາກວ່າ, ປູກຖົ່ວລຽນ ທັງໝົດ 700 ກວ່າຕົ້ນ. ໃນນັ້ນ, ມີພັນໝອນທອງ, ໂມຊັນ ຄິງ, ໜາມດຳ, ກະດຸມ ເຊິ່ງຄາດວ່າ ຈະອອກຜົນຜະລິດ ແລະ ໄດ້ຂາຍ ໃນປີ 2027 ເຊິ່ງໃນເບື້ອງຕົ້ນຈະຈຳ ໜ່າຍພາຍໃນປະເທດກ່ອນ, ຫລັງ ຈາກນັ້ນປີຕໍ່່ໆໄປ ຈະປູກເພີ່ມຕື່ມ,ຖ້າ ໄດ້ຜົນຜະລິດຫລາຍຂຶ້ນ ແລະ ຄົບ ຕາມເງື່ອນໄຂຈະສົ່ງອອກຈຳໜ່າຍ ໄປຕ່າງປະເທດ. ທ່ານ ເອລາວັນ ລາດປາກດີ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນໝາກຖົ່ວ ລຽນ ກຳລັງໄດ້ຮັບຄວາມນິຍົມຈາກ ຜູ້ບໍລິໂພກ ນັບມື້ນັບຫລາຍຂຶ້ນເຮັດ ໃຫ້ກະສິກອນຫລາຍປະເທດຫັນມາ ປູກຖົ່ວລຽນ ເພື່ອຈຳໜ່າຍຫລາຍ ຂຶ້ນ. ສະເພາະ ຢູ່ ສປປ ລາວ ກໍເຊັ່ນ ດຽວກັນເຫັນວ່າ ກະສິກອນຫັນມາ ປູກໝາກຖົ່ວລຽນຫລາຍຂຶ້ນບາງ ເຂດກໍໄດ້ສ້າງຕັ້ງເປັນກຸ່ມ ໂດຍສະ ເພາະກຸ່ມສວນຖົ່ວລຽນລາວ ເຊິ່ງ ສວນຖົ່ວລຽນ ສິງຄຳ ກໍເປັນ 1 ໃນ ສະມາຊິກ ພາຍໃນກຸ່ມດັ່ງກ່າວ ແລະ ກໍໄດ້ຮັບຜົນປະໂຫຍດຈາກການ ເຂົ້າເປັນສະມາຊິກກຸ່ມສວນຖົ່ວລຽນ ລາວ ຫລາຍຢ່າງ ເປັນຕົ້ນໄດ້ຮຽນ ຮູ້ເຕັກນິກ, ວິທີການປູກ, ການບົວ ລະບັດຮັກສາ ນັບແຕ່ເລີ່ມຕົ້ນປູກຈົນ ຮອດເກັບກ່ຽວຜົນຜະລິດລວມເຖິງ ການຊອກຫາຕະຫລາດພາຍໃນ ແລະ ຕ່າງປະເທດ. ຂ່າວ-ພາບ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==