5886

xtgmf]k; 3 05/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ ໂດຍ: ເຂົ້າຈານນໍ້າ dkozt]y fdtly degxa oly o7h k 16 j g,n v'ly 'gfa j o0B o ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ lq j 'glu ,;y lkstdy f0t|kfoh vp c]t dk' 1j k'c0'cI' grn j vpq dl6 'dkozt]y frkp.o rh v,da ox6 d c]t [q ;]t[a f 8Q ow,h .sh [a o]5 8k,czo * ການສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ປະກອບການດ້ວຍການຍົກສູງ ປະສິດທິພາບ ແລະ ອໍານວຍຄວາມ ສະດວກໃນການສົ່ງອອກສິນຄ້າ, ສ້າງຄວາມເຊື່ອມໝັ້ນ ແລະ ຄວາມ ປອດໄພໃຫ້ແກ່ຜູ້ຜະລິດ, ຜູ້ຊົມໃຊ້ ແລະ ປະເທດທີ່ຈະນໍາເຂົ້າສິນຄ້າ ທັງສາມາດຢັ້ງຢືນແຫລ່ງກໍາເນີດ ຂອງຜະລິດຕະພັນ ແລະ ສິນຄ້າ ແມ່ນມາດຕະການຕົ້ນຕໍ ເພື່ອຍົກສູງ ຄຸນນະພາບການຜະລິດພາຍໃນ ແນ ໃສ່ຫລຸດຜ່ອນການນຳເຂົ້າ ຊ່ວຍໃຫ້ ສະພາບຄວາມຫຍຸ້ງຍາດດ້ານເສດ ຖະກິດ-ການເງິນ ຢູ່ປະເທດເຮົາໄດ້ ຮັບການແກ້ໄຂແບບຍືນຍົງ. ພ້ອມນີ້, ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດ ນ້ອຍແລະກາງແລະດໍາລັດວ່າດ້ວຍ ການ ແບ່ງຂະໜາດນ້ອຍ ແລະ ກາງ (SME)ແລະສ້າງຂອບນະໂຍບາຍ ສົ່ງເສີມຜູ້ປະກອບການໃໝ່(Start up) ແລະ ກ້າວສູ່ເສດຖະກິດດີຈິ ຕອນ; ປັບປຸງນະໂຍບາຍພິເສດດ້ານ ພາສີ-ອາກອນ; ຂະຫຍາຍສູນສົ່ງ ເສີມຄວາມຮູ້ດ້ານທຸລະກິດ, ເຕັກນິກ ການຜະລິດ, ການຕະຫລາດ; ປັບປຸງ ລະບົບຂໍ້ມູນຂ່າວສານດ້ານການລົງ ທຶນ, ການຜະລິດ-ການຄ້າ, ການຖື ບັນຊີ, ການຄຸ້ມຄອງບໍລິຫານ; ຍົກ ລະດັບເຕັກໂນໂລຊີ ແລະ ພັດທະນາ ສີມືແຮງງານ ແລະ ອື່ນໆ ໃຫ້ແກ່ຈຸນ ລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ. ສ້າງກົນໄກ ຄໍ້າປະກັນສິນເຊື່ອ ໃນຮູບແບບຂອງ ໂຄງການ ເພື່ອຊ່ວຍແກ້ໄຂບັນຫາ ການປ່ອຍກູ້ຂອງທະນາຄານທຸລະ ກິດທີ່ອາໄສແຕ່ຫລັກຄໍ້າປະກັນ, ປັບ ປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ SMIS ສະບັບເລກທີ 299/ລບ ໃຫ້ສໍາເລັດພາຍໃນປີ 2022, ພ້ອມ ທັງສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນSME. ສະໜອງທຶນໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍແລະກາງທີ່ນອນໃນກຸ່ມ ເປົ້າໝາຍບູລິມະສິດ ຈາກກອງທຶນ SME, ແຫລ່ງທຶນຈາກທະນາຄານ ພັດທະນາແຫ່ງຊາດຈີນ ແລະ ຄູ່ ຮ່ວມພັດທະນາຕ່າງໆ. ສຳຫລັບວິທີການຈັດຕັ້ງປະຕິ ບັດມາດຕະການຕ່າງໆນັ້ນ ພາກລັດ ແລະ ເອກະຊົນໃນທຸກລະດັບຕ້ອງ ມີການປຶກສາຫາລື ແລະ ແລກປ່ຽນ ບົດຮຽນຢ່າງເປັນປະຈໍາ ທັງຊຸກຍູ້ ແລະ ສົ່ງເສີມ SME ໃຫ້ເຂົ້າຮ່ວມ ໃນຕ່ອງໂສ້ການຜະລິດ, ຕ່ອງໂສ້ ການສະໜອງ ແລະ ຕ່ອງໂສ້ມູນຄ່າ ເພີ່ມຂອງການລົງທຶນຕ່າງປະເທດ ໂດຍສະເພາະໃນເຂດເສດຖະກິດ ພິເສດ, ຍົກລະດັບດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ ຂຶ້ນເປັນກົດ ໝາຍ ເພື່ອໃຫ້ສອດຄ່ອງກັບເງື່ອນ ໄຂ ແລະ ພື້ນຖານທາງດ້ານເສດຖະ ກິດ-ສັງຄົມຂອງປະເທດເຮົາ, ສ້າງ ແຜນຍຸດທະສາດການພັດທະນາ ເຂດເສດຖະກິດພິເສດ (20212030). ເລັ່ງສ້າງດໍາລັດວ່າດ້ວຍ ນິຄົມອຸດສາຫະກໍາ ໂດຍມີນະໂຍ ບາຍສະເພາະຄ້າຍຄືກັບເຂດເສດ ຖະກິດພິເສດ ເພື່ອດຶງດູດການລົງ ທຶນ. ເລັ່ງແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ທີ່ເປັນອຸປະສັກຂອງການດໍາເນີນ ທຸລະກິດຢູ່ເຂດເສດຖະກິດພິເສດ ກ່ຽວກັບການບໍລິການປະຕູດຽວ, ການເພີ່ມທະວີການເກັບລາຍຮັບ, ການນໍາເຂົ້າ, ການຄຸ້ມຄອງແຮງ ງານຕ່າງປະເທດແລະການສະໜອງ ແຮງງານລາວໃນເຂດເສດຖະກິດ ພິເສດ. ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນອະນຸມັດການລົງທຶນ ໃນເຂດເສດຖະກິດພິເສດ ໃຫ້ມີ ຄວາມເປັນເອກະພາບ ແລະ ກະທັດ ຮັດ ໂດຍເລັ່ງໃສ່ຊຸກຍູ້ບັນດາໂຄງ ການທີ່ອະນຸມັດແລ້ວໃຫ້ຈັດຕັ້ງ ປະຕິບັດໂດຍໄວ ເຊັ່ນ: ໂຄງການ AMATA SMART & ECO CITY ຢູ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການກໍ່ສ້າງສະ ໜາມບິນບໍ່ແກ້ວ ເຂດສາມຫລຽມ ຄໍາ, ໂຄງການສ້າງພະໃຫຍ່ຢູ່ເຂດບຶງ ທາດຫລວງ, ໂຄງການຫລອມເຫລັກ ກ້າຢູ່ເຂດທ່າແຂກ, ໂຄງການພັດທະ ນາພື້ນຖານໂຄງລ່າງຢູ່ເຂດພັດທະ ນາເສດຖະກິດໃໝ່ສີທັນດອນ, ເຂດ ສາມຫລ່ຽມຄໍາ, ເຂດບໍ່ເຕັນແດນ ງາມ, ເຂດກວມລວມໄຊເສດຖາ, ເຂດບຶງທາດຫລວງ ແລະ ອື່ນໆ. ຂະນະດຽວກັນ ຕ້ອງເລັ່ງພັດທະ ນາແຮງງານລາວ ຜູ້ບໍ່ມີອາຊີບ, ຜູ້ ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ, ຜູ້ທີ່ຈະເຂົ້າສູ່ຕໍາແໜ່ງງານໃໝ່ໃຫ້ ມີທັກສະສີມື, ມີລະບຽບວິໄນ, ມີ ຄວາມດຸໝັ່ນ ແລະ ອົດທົນ ເພື່ອສາ ມາດສະໜອງຕາມຄວາມຕ້ອງການ ຂອງຕະຫລາດແຮງງານ. ສົ່ງເສີມ ການຈັດຫາວຽກເຮັດງານທໍາໃຫ້ ເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດລວມທັງຜູ້ປະ ກອບການອາຊີບອິດສະລະ ເພື່ອແກ້ ໄຂບັນຫາການວ່າງງານ ໂດຍການ ສ້າງກົນໄກການຮ່ວມມືກັນ3ຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ສູນກາງສະຫະພັນກໍາ ມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເພື່ອ ຍົກສູງຄຸນນະພາບຂອງແຮງງານ. ສຸມໃສ່ສ້າງ ແລະ ປັບປຸງນິຕິກໍາຈໍາ ນວນໜຶ່ງເປັນຕົ້ນ: ສ້າງກົດໝາຍວ່າ ດ້ວຍຈັດຫາງານ, ກົດໝາຍວ່າດ້ວຍ ພັດທະນາສີມືແຮງງານ, ສ້າງຂໍ້ຕົກ ລົງວ່າດ້ວຍການກໍານົດອັດຕາຄ່າ ແຮງງານຂັ້ນຕ່ໍາ. ຄຸ້ມຄອງແຮງງານ ລາວ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດຕາມລະບຽບການ. * ເຖິງວ່າວັນປູກຕ້ົນໄມ້ແຫ່ງ ຊາດໄດ້ຜ່ານພົ້ນໄປແລ້ວກໍຕາມ ແຕ່ຂະບວນການປູກຕ້ົນໄມ້ແລະບົວ ລະບັດຮັກສາ ແມ່ນຍັງຕ້ອງສືບຕໍ່ ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນ ການ ເຊິ່ງໃນປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ປະເທດ ສ້າງຂະບວນການປູກຕົ້ນ ໄມ້ໃຫ້ເປັນຂະບວນຟົດຟື້ນ, ໂດຍທົ່ວ ປະເທດມີແຜນສ້າງຂະບວນການ ປູກຕົ້ນໄມ້ໃຫ້ໄດ້ 3.500 ເຮັກຕາ. ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງ ແວດລ້ອມຢູ່ໃນຂອບເຂດປ່າປ້ອງ ກັນ, ປ່າສະຫງວນ, ປູກປ່າທົດແທນ ເຂດໂຄງການພື້ນຖານໂຄງລ່າງ ແລະ ອື່ນໆ. ຕາມຄວາມເປັນຈິງແລ້ວ, ການ ປູກຕົ້ນໄມ້ ແມ່ນສາມາດປູກໄດ້ຕະ ຫລອດລະດູຝົນ, ບ່ອນໃດມີເງື່ອນໄຂ ເນື້ອທີ່ ແລະ ແຫລ່ງນໍ້າ ກໍສາມາດ ປູກໄດ້ຕະຫລອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນ ໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດ ປູກໄດ້ທຸກຊະນິດໄມ້ຕາມເງື່ອນໄຂ ຕົວຈິງ ເຊັ່ນ: ໄມ້ອຸດສາຫະກໍາ, ໄມ້ ພື້ນເມືອງ, ໄມ້ໃຫ້ໝາກ ແລະ ໄມ້ປະ ດັບ ເພື່ອເພີ່ມສີຂຽວ ປະກອບສ່ວນ ເຂົ້າໃນການປົກປັກຮັກສາສິ່ງແວດ ລ້ອມ. ສິ່ງສໍາຄັນທີ່ສຸດ, ເມື່ອປູກຕົ້ນ ໄມ້ສຳເລັດແລ້ວ, ຂະແໜງການທີ່ ກ່ຽວຂ້ອງນັບແຕ່ສູນກາງລົງຮອດ ທ້ອງຖິ່ນຕ້ອງມອບຄວາມຮັບຜິດ ຊອບໃຫ້ກັນບົວລະບັດຮັກສາຢ່າງ ລະອຽດ ເພື່ອໃຫ້ຕົ້ນໄມ້ທີ່ປູກໄປ ນັ້ນຈະເລີນເຕີບໂຕໄວ ກາຍເປັນປ່າ ໄມ້ທີ່ຂຽວງາມແລະອຸດົມສົມບູນໃນ ຕໍ່ໜ້າ. ຖ້າບໍ່ເຮັດຄືແນວນີ້ຈະເຮັດໃຫ້ ຕົ້ນໄມ້ທີ່ປູກໄປນັ້ນຖືກປ່ອຍປະໄປ ຕາມທຳມະຊາດ ໃນທີ່ສຸດກໍ່ຈະຕາຍ ໄປເອງ ແລະ ເຮັດໃຫ້ຕ້ອງໄດ້ຂຶ້ນ ແຜນປູກຕົ້ນໄມ້ຄືນໃໝ່ເປັນແບບນີ້ຕໍ່ ໄປທຸກປີ ເຊິ່ງນອກຈາກຈະເຮັດໃຫ້ ອັດຕາການປົກຫຸ້ມຂອງປ່າໄມ້ບໍ່ ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ຫລື ເທົ່າກັບ 16,5 ລ້ານເຮັກຕາ ຕາມທີ່ລັດຖະບານວາງຄາດໝາຍ ເອົາໄວ້ ຍັງເປັນການສີ້ນເປືອງງົບ ປະມານຂອງລັດຖະບານທີ່ມີຢ່າງ ຈໍາກັດທີ່ສຸດໃນປັດຈຸບັນ. ໄລຍະຜ່ານມາເຖິງວ່າລັດຖະ ບານຈະມີນະໂຍບາຍສົ່ງເສີມການ ປົກປັກຮັກສາປ່າໄມ້ຢ່າງຮອບດ້ານ ແຕ່ ຊັບພະຍາກອນປ່າໄມ້ທີ່ເປັນສົມ ບັດອັນລ້ຳຄ່າຂອງຊາດ ໄດ້ຖືກຄຸກ ຄາມຢ່າງໜັກໜ່ວງ ສົ່ງຜົນໃຫ້ພູ ຕ້ອງກາຍເປັນພູຫົວໂລ້ນ, ປ່າດົງ ຕຶບໜາທີ່ເຕັມໄປດ້ວຍສັດສານາໆ ພັນກໍບໍ່ມີບ່ອນຊົ້ນ, ສາຍນໍ້າທີ່ເຄີຍ ໄຫລກໍເຂີນຂາດເປັນວັງ, ເກີດສະ ພາບແຫ້ງແລ້ງ, ຝົນຕົກແຮງ ແລະ ບໍ່ຖືກລະດູການ, ນໍ້າຖ້ວມ... ເຖິງ ຢ່າງໃດກໍຕາມ, ລັດຖະບານ ເຮົາໄດ້ ມີຄວາມພະຍາຍາມການປົກປັກ ຮັກສາ ແລະ ສົ່ງເສີມການປູກປ່າ ຢ່າງຕັ້ງໜ້າ ເຊິ່ງມາຮອດ ປັດຈຸບັນ ທົ່ວປະເທດໄດ້ມີປ່າສະຫງວນແຫ່ງ ຊາດແລ້ວ ເກືອບ 24 ແຫ່ງ ບວກ ກັບເຂດເຊື່ອມຕໍ່ 2 ແຫ່ງ ທີ່ມີເນື້ອທີ່ ເກືອບ 4 ລ້ານກວ່າເຮັກຕາ. ນອກ ນີ້, ຍັງມີປ່າສະຫງວນລະດັບແຂວງ 70 ແຫ່ງ ແລະ ລະດັບມືອງ ເກືອບ 150ແຫ່ງລວມເນື້ອທີ່ປ່າສະຫງວນ ແລະ ເຂດເຊື່ອມຕໍ່ເຂົ້າກັນກໍມີເກືອບ 5 ລ້ານກວ່າເຮັກຕາ ເຊິ່ງເປັນບ່ອນ ຮັກສາຄວາມສົມດູນຂອງສິ່ງແວດ ລ້ອມທໍາມະຊາດ, ແຫລ່ງອາຫານ, ແຫລ່ງພະລັງງານ ແລະ ຊັບສົມບັດ ອັນລໍ້າຄ່າທີ່ເປັນທ່າແຮງພື້ນຖານ ໃນການພັດທະນາເສດຖະກິດ-ສັງ ຄົມຂອງຊາດ, ຂອງທ້ອງຖິ່ນໃນປັດ ຈຸບັນ ແລະ ອະນາຄົດ. * ນັບວ່າເປັນຜົນງານຂອງຄະ ນະພັກທຸກຂັ້ນຂອງ ເ ມືອງສິງ ແຂວງຫລວງນ້ຳທາ ເຮັດໃຫ້ເມືອງ ຄວາມສະຫງົບ, ຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການແກ້ໄຂ ນັບມື້ຫລຸດລົງ ດ້ວຍການສົ່ງເສີມຜະ ລິດກະສິກຳເປັນສິ້ນຄ້າຂາຍພາຍ ໃນ ແລະ ສົ່ງອອກໄປຕ່າງປະເທດ. ທ່ານ ອ່ອນແກ້ວ ພົມແສງປະ ເສີດຮອງຫົວໜ້າຫ້ອງວ່າການເມືອງ ສິງໃຫ້ຮູ້ວ່າ: ທົ່ວເມືອງມີເນື້ອທີ່ປູກ ເຂົ້ານາປີ 2.021 ເຮັກຕາ ຜົນຜະລິດ 9.499ໂຕນປະຕິບັດໄດ້55,38%; ປູກເຂົ້ານາແຊງ 108 ເຮັກຕາ ຜົນ ຜະລິດ 432 ໂຕນ ປະຕິບັດໄດ້ 50,2%; ເຂົ້າໄຮ່ໝູນວຽນເນື້ອທີ່ 230 ເຮັກຕາ ຜົນຜະລິດ 414 ໂຕນ ປະຕິບັດໄດ້ 92%. ຂະນະທີ່ປັດຈຸ ບັນມີສັດລ້ຽງທັງໝົດ 1 ແສນກວ່າ ໂຕ. ໃນນີ້, ຄວາຍມີ 4.445 ໂຕ, ງົວ 8.519 ໂຕ, ແບ້ 1.889 ໂຕ, ໝູ 5.425 ໂຕ, ສັດປີກຈຳນວນໜຶ່ງ. ອັນ ພົ້ນເດັ່ນ ແມ່ນການປູກອ້ອຍ ແລະ ຢາງພາລາ ໂດຍທົ່ວເມືອງມີເນື້ອທີ່ ປູກອ້ອຍ 5.909 ເຮັກຕາ, ສາມາດ ເກັບກູ້ຜົນຜະລິດໄດ້ 428.088 ໂຕນເທົ່າກັບ 83,27%ສາມາດສົ່ງ ອອກໄປໂຮງງານນໍ້າຕານ ສປ ຈີນ ຈຳນວນ 383.088 ໂຕນ ແລະ ຈົ່ງໄວ້ເຮັດແນວພັນ 45.000 ໂຕນ. ເມືອງສິງ ມີສະຖານທີ່ກັກກັນ ກວດ ກາສຸຂະພາບສັດກ່ອນສົ່ງອອກ 2 ແຫ່ງ ສາມາດກັກກັນໄດ້ 11.000 ໂຕ/1 ຊຸດ ແລະ ຍັງມີຟາມທອມງົວ ເພື່ອສົ່ງອອກ 6 ຟາມ ສາມາດທອມ ໄດ້ປະມານ 8.800 ໂຕ/ 1 ຊຸດ, ສາ ມາດຈັດສົ່ງສັດອອກໄປ ສປ ຈີນ, ສະກັດກັ້ນການບຸກລຸກທໍາລາຍປ່າ ໄມ້ ແລະ ໄຟໄໝ້ລາມປ່າທົ່ວເມືອງ ມີເນື້ອທີ່ປູກຢາງພາລາ ທັງໝົດ 11.423 ເຮັກຕາ, ໃນນັ້ນປາດແລ້ວ ມີ 10.201 ເຮັກຕາ, ຜົນຜະລິດນໍ້າ ຢາງໄດ້ 22.442 ໂຕນ. ທ່ານ ອ່ອນແກ້ວ ພົມແສງປະ ເສີດ ກ່າວຕື່ມວ່າ: ເມືອງສິງເປັນ ເມືອງໜຶ່ງນອນຢູ່ໃນແຜນກຳນົດ ຈຸດ ສຸມຂອງແຂວງ ມີຄື: ຈຸດບຸກ ທະລຸການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ ກຸ່ມບ້ານ ຊຽງແຂງ ມີ 9 ບ້ານ ແລະ ຈຸດສ້າງ ບ້ານໃຫຍ່ໃຫ້ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດຈຸດກຸ່ມບ້ານມອມ ມີ 15 ບ້ານ. ໄລຍະຜ່ານ ມາໄດ້ ຮັບ ທຶນຈໍານວນໜຶ່ງມາຕັດຜັງຢູ່ບ້ານ ຈໍາພູທອນສໍາເລັດແລະ ໄດ້ຍົກຍ້າຍ ບ້ານກໍ່ເພນ ຈໍານວນ 23 ຄອບຄົວ ມາຢູ່ຈຸດແຄມທາງ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==