]kpokd]k; 4n dIa [Iv'gxa o,= ]tfq d3]d lh k'7;k,r6 ,.9.sh xt-k-q o]k; ]k;{d6 [k ltgs]u ,lts]v' lkprq ;ra odkom6 f 7q [Iv[ 50 xu [ikg8u mq ; 9tfb 'f6 foa dmj v'mj P; .sh wfh 1.000 d;j k7q o .oxu oU 7tot-U oe]tfa [-kf grnj v9a f8A 'xt8y [a f xrp lts]5 [;Pd'kow]ptzj ko,k ]kpokd.ozh kcr]k; gvdt]a d c]t zt]y f8tra o0v'c,j py ']k; lh k'7;k,g0A ,c0'.sh -k;|5j ,]k; .odko zt]y flnj le]a [;y mtp5 c]t lnj la '7q ,vvo]kp dP,gla '9q [-A o,a fmtpq , lb dlkmqj ;xtgmf dk'gfn vooU rh v,da oxq dxa dIa dlk ly j 'c;f]h v,.sh pn opq '8ts]vfwx ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 05.06.2024 ປີທີ 23 ສະບັບທີ 5.944 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ສວນຖົ່ວລຽນ ສິງຄຳ ຖືກເລືອກໃຫ້ເປັນຕົວແບບສວນ ຖົ່ວລຽນນ້ອຍ ຈາກກຸ່ມສວນຖົ່ວ ລຽນລາວ ຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເນື່ອງຈາກ ສວນດັ່ງກ່າວ ເປັນສ່ວນທີ່ໄດ້ມາດ ຕະຖານ, ມີໂຄງລ່າງພື້ນຖານຄົບຊຸດ ເປັນຕົ້ນ ຂຸດສະ, ຈົກໜອງ, ມີລະ ບົບນໍ້າ, ການກຽມດິນ, ການປາບສັດ ຕູພຶດຖືກຕ້ອງຕາມເຕັກນິກຫລັກວິ ຊາການ ເຊິ່ງສວນດັ່ງກ່າວ, ເລີ່ມ ລົງມືປູກໝາກຖົ່ວລຽນ ໃນເດືອນ ມັງກອນ 2024 ປູກທັງໝົດ 700 ກວ່າຕົ້ນ, ຄາດວ່າ ໃນປີ 2027 ຈະ ໄດ້ຜົນຜະລິດ. ຂປລ. ໃນສົກຮຽນ 20232024 ທົ່ວປະເທດ ມີນັກຮຽນຜູ້ມີ ສິດສອບເສັງຈົບຊັ້ນມັດທະຍົມຕອນ ຕົ້ນ (ມ4) ແລະ ຊັ້ນມັດທະຍົມຕອນ ປາຍ (ມ7) ທັງໝົດ 115.594 ຄົນ, ເຊິ່ງຈະສອບເສັງໃນກາງເດືອນ ມິຖຸນາ 2024 ນີ້ ໂດຍມີ 8 ແຂວງ ຈະນໍາໃຊ້ເຄື່ອງຈັກກວດບົດສອບ ເສັງຈົບໃນຂັ້ນ ມ7 ເປັນຄັ້ງທຳອິດ. ກົມສາມັນສຶກສາ, ກະຊວງສຶກ ສາທິການ ແລະ ກິລາ ໄດ້ເປີດບັ້ນ ສອບເສັງຈົບຊັ້ນມັດທະຍົມສຶກສາ ມ4 ແລະ ມ7 ປະຈຳສົກຮຽນ 2023-2024 ຢ່າງເປັນທາງການ ໃນຮູບແບບເຊິ່ງໜ້າ ແລະ ອອນລາຍ ໃນວັນທີ 3 ມິຖຸນາ 2024 ທີ່ກະ ຂປລ. ສະຖານເອກອັກຄະລັດ ຖະທູດ ສ ກູບາ ປະຈຳ ສປປ ລາວ ຮ່ວມກັບຫ້ອງການປົກຄອງນະ ຄອນຫລວງວຽງຈັນ ຈັດພິທີປູກຕົ້ນ l;o4q j ;]Po ly '7e gxa o8q ;c[[ l;o4qj ;]Pooh vp 16j g,n v'ok-kpmv' o; g]uj ,d+ lh k'-j v'mk' 9t]k9vo le]a []q fg, ທ່ານ ເອລາວັນ ລາດປາກດີ ເຈົ້າຂອງສວນຖົ່ວລຽນ ສິງຄຳ ໃຫ້ ສຳພາດເມື່ອບໍ່ດົນນີ້ວ່າ: ກ່ອນຈະ ລົງມືປູກໝາກຖົ່ວລຽນ ຕົນເອງໄດ້ ຂປລ. ໃນປີ 2024 ນີ້, ບໍລິສັດ ບຣາເຕີທົວ ຈຳກັດຜູ້ດຽວຕັ້ງເປົ້າຈະ ດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ ໄດ້ 800-1.000 ກວ່າຄົນ ເພື່ອປະ ກອບສ່ວນເຂົ້າໃນປີທ່ອງທ່ຽວລາວ 2024 ໃຫ້ເປັນຂະບວນການຟົດ ຟື້ນທັງດຶງດູດເອົາເງິນຕາຕ່າງປະ ເທດເຂົ້າມາສປປລາວໃຫ້ຫລາຍຂຶ້ນ ເພື່ອເຮັດໃຫ້ການທ່ອງທ່ຽວ ຢູ່ ສປປ ລາວ ມີທ່າອ່ຽງຂະຫຍາຍຕົວຂຶ້ນ ໄປເລື້ອຍໆ. ທ່ານ ບຸນເຄນ ເຢຍລີເຮີ ຜູ້ອຳ ນວຍການ ບໍລິສັດ ບຣາເຕີທົວ ຈຳ ຂປລ. ນະຄອນຫລວງວຽງຈັນ (ນວ) ກໍຄື ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເລີ່ມລົງມືກໍ່ສ້າງ ຊ່ອງທາງຈະລາຈອນ ສໍາລັບລົດເມ (ທາງດ່ວນ) ໂດຍເລີ່ມຈາກປະຕູໄຊ ຈົນຮອດມະຫາວິທະຍາໄລແຫ່ງ ຊາດ (ມຊ), ເຊິ່ງມີຄວາມຍາວປະ ມານ 9,3 ກິໂລແມັດ ພາຍໃຕ້ໂຄງ ການ “ຂົນສົ່ງແບບຍືນຍົງໃນຕົວ ເມືອງນະຄອນຫລວງວຽງຈັນ” ໂດຍພະແນກໂຍທາທິການ ແລະ ຂົນສົ່ງ ນວ ເປັນຜູ້ຈັດຕັ້ງປະຕິບັດ ໂຄງການ ແລະ ຄາດວ່າ ການກໍ່ສ້າງ ຈະໃຫ້ສຳເລັດໃນໄຕມາດທໍາອິດ * ມື້ນີ້ວັນທີ 5 ມິຖຸນາ ສປປ ລາວ ໄດ້ຮ່ວມກັບບັນດາປະເທດໃນ ທົ່ວໂລກ ຈັດພິທິສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງໃນປີນີ້ມີຄໍາຂວັນ “ຮ່ວມກັນຢຸດທໍາ ລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ”. ການສະເຫລີມສະຫລອງວັນດັ່ງກ່າວໄດ້ດໍາເນີນພ້ອມກັນ ກັບຂະບວນປຸກຕົ້ນໄມ້ແຫ່ງຊາດວັນທີ1ມິຖຸນາ ເຊິ່ງໄດ້ຖືໂອກາດເອົາວັນ ສໍາຄັນດັ່ງກ່າວ ເພື່ອປຸກລະດົມສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນ ແກ່ປະຊາຊົນໃນທົ່ວໂລກຮ່ວມແຮງຮ່ວມໃຈກັນດຳເນີນການຢ່າງຈິງຈັງ ໃນການແກ້ໄຂບັນຫາສິ່ງແວດລ້ອມ. ສໍາລັບສປປລາວຂອງພວກເຮົາ, ພັກ-ລັດຖະບານຍາມໃດກໍ່ໄດ້ປະຕິ ບັດນະໂຍບາຍອັນສະເໝີຕົ້ນສະເໝີປາຍ ໃນການພັດທະນາເສດຖະກິດສັງຄົມ ດ້ວຍຈັງຫວະເຕີບໂຕອັນແຂງແຮງ-ຕໍ່ເນື່ອງ; ພ້ອມດຽວກັນນັ້ນ ກໍ່ໄດ້ເອົາໃຈໃສ່ວາງເປົ້າໝາຍຍຸດທະສາດດ້ານປ່າໄມ້ ເພື່ອບັນລຸເນື້ອ ທີ່ປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70%, ໄປພ້ອມໆກັບການວາງມາດຕະການ ທີ່ເໝາະສົມໃນການປົກປັກຮັກສາຊັບພະຍາກອນທຳມະຊາດອື່ນໆ ໄມ້ມິດຕະພາບ ລາວ-ກູບາ ທີ່ສວນ ສາທາລະນະ ນະຄອນຫລວງວຽງ ຈັນ ໃນວັນທີ 1 ມິຖຸນາ 2024 ເຊິ່ງ ຊວງສຶກສາທິການ ແລະ ກິລາ ໂດຍ ການເປັນປະທານຂອງທ່ານ ສຳ ລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕາງໜ້າຈາກກົມສາມັນສຶກສາ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ, ຫ້ອງການ ສຶກສາທິການ ແລະ ກິລາເມືອງ/ ນະ ຄອນ ແລະ ພະນັກງານວິຊາການທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ຄຳປະເສີດກິຕິຍະວົງ ຫົວໜ້າກົມສາມັນສຶກສາໃຫ້ຮູ້ວ່າ: ໃນສົກຮຽນ 2023-2024 ທົ່ວປະ ເທດມີໂຮງຮຽນມັດທະຍົມທັງໝົດ 1.852 ແຫ່ງ, ເອກະຊົນ 140 ແຫ່ງ ຂປລ. ວິທະຍຸກະຈາຍສຽງແຫ່ງ ຊາດລາວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຮ່ວມ ກັບອົງການອຸຍນີເຊັບ ຈັດກອງປະ ຊຸມປຶກສາຫາລື ແລະ ສະເຫລີມສະ ຫລອງ 20 ປີ ແຫ່ງການຮ່ວມມືໃນ ການສ້າງຄວາມເຂັ້ມແຂງໃຫ້ຊາວ ກັດຜູ້ດຽວ ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ3 ມິຖຸນາ 2024 ນີ້ວ່າ: ບໍລິສັດ ພາບປະກອບ ຂປລ. ລາຍນາກໃນຜ້າແພລາວ ເປັນເອກະລັກຂອງຄົນລາວ, ເປັນ ສັນຍະລັກ ທີ່ມີຄວາມໝາຍທາງສັງ ຄົມ ແລະ ວັດທະນະທຳລາວເຊິ່ງ ນັກຄົ້ນຄວ້າໄດ້ສຶກສາແລະຂຽນປຶ້ມ ກ່ຽວກັບລາຍນາກໃນຜ້າແພລາວ ແນໃສ່ຄົ້ນຄວ້າສັນຍະລັກນາກໃນ ຜ້າແພລາວ ໃນບໍລິບົດທາງສັງຄົມ ແລະ ວັດທະນະທຳລາວ, ຄົ້ນຄວ້າ ລວດລາຍນາກ, ເຕັກນິກການເກັບ ຂິດລາຍນາກໃນຜ້າແພລາວ, ຄົ້ນ ຄວ້າສິປະຈຳຕົວນາກ ແລະ ຍ້ອມສີ ປະຈຳຕົວນາກແບບທຳມະຊາດທັງ ເປັນການປົກປັກຮັກສາວັດທະນະ ທຳການຕ່ຳຫູກແລະລວດລາຍແຜ່ນ ແພ ເຊິ່ງແມ່ນຜະລິດຕະພັນທີ່ເກີດ ຈາກຈິນຕະນາການຂອງແມ່ຍິງ ລາວ ທີ່ໄດ້ສ້າງສັນກັນຂຶ້ນມາເປັນ ທ່ານ ນາງ ຄຳຜຸຍ ພົນລືຊາ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/06/2024 xtgmf]k; ລາວ-ກູບາ... ຄະນະຊີ້ນຳລະດັບຊາດ... ກຽມເສັງຈົບຊັ້ນ... ນວ ເລີ່ມກໍ່ສ້າງຊ່ອງທາງ... ພ້ອມກັນປົກປັກຮັກສາ... ສ້າງຄວາມເຂັ້ມແຂງ... ລາຍນາກ ໃນຜ້າແພລາວ... ຂປລ. ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການ ພັດທະນາແບບຍືນຍົງ (ປພຍ) ຢູ່ ສປປ ລາວ ຈັດກອງປະຊຸມປະຈໍາປີ 2024 ໃນວັນທີ 4 ມິຖຸນາ 2024 ທີ່ນະຄອນຫລວງວຽງຈັນ ເພື່ອສະ ຫລຸບການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 1 ປີ ຜ່ານມາ ແລະ ຫາລື ຄວາມຄືບໜ້າໃນດ້ານຕ່າງໆ, ບັນ ຫາຂໍ້ຫຍຸ້ງຍາກ, ສິ່ງທ້າທາຍຈາກ ທັງພາຍໃນແລະ ພາຍນອກພ້ອມທັງ ການຈັດລຽງບຸລິມະສິດໃນການຈັດ ຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ໃຫ້ມີຈຸດສຸມຫລາຍຂຶ້ນກວ່າ ເກົ່າ ເພື່ອສະໜັບສະໜູນຄວາມພະຍາ ຍາມ ໃນການຫລຸດພົ້ນອອກຈາກສະ ຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026. ໃນກອງປະຊຸມໃນຄັ້ງນີ້, ບັນດາ ຜູ້ເຂົ້າຮ່ວມ ໄດ້ພິຈາລະນາ ແລະ ປະກອບຄຳເຫັນຕໍ່ການລາຍງານ ຄວາມຄືບໜ້າອັນພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການ ຈັດຕັ້ງປະຕິບັດ ປພຍ ໃນໄລຍະ 1 ປີ ຜ່ານມາ ຕາມທີ່ໄດ້ເຊື່ອມສານເຂົ້າ ໃນແຜນພັດທະນາ ເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ກໍຄື ແຜນພັດທະນາຂອງຂະແໜງການ ແລະ ການນໍາສະເໜີກ່ຽວກັບຮ່າງ ບົດລາຍງານແຫ່ງຊາດແບບສະໝັກ ໃຈວ່າດ້ວຍການຈັດຕັ້ງປະຕິບັດວາ ລະ 2030 ເພື່ອການພັດທະນາແບບ ຍືນຍົງ ສະບັບ 3 ຂອງ ສປປ ລາວ ທີ່ຈະນຳໄປລາຍງານຕໍ່ກອງປະຊຸມ ເວທີການເມືອງລະດັບສູງເພື່ອການ ພັດທະນາແບບຍືນຍົງ ຂອງອົງການ ສະຫະປະຊາຊາດ ໃນເດືອນກໍລະກົດ ປີ 2024 ທີ່ຈະມາເຖິງນີ້. ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດທັງ ເປັນຮອງປະທານແລະຜູ້ປະຈໍາການ ຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງ ປະຕິບັດປພຍ ໄດ້ເນັ້ນເຖິງຄວາມສຳ ຄັນ ໃນການສືບຕໍ່ເພີ່ມທະວີຄວາມ ພະຍາຍາມ ເພື່ອຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃຫ້ມີປະສິດທິພາບປະສິດທິ ຜົນດີຍິ່ງຂຶ້ນ ໄປຄຽງຄູ່ກັບການເລັ່ງ ຈັດຕັ້ງປະຕິບັດວາລະ 2030 ເພື່ອ ການພັດທະນາແບບຍືນຍົງລວມ ທັງຄວາມຈຳເປັນ ໃນການປຶກສາ ຫາລືຢ່າງລະອຽດ ເພື່ອຊອກຫາ ວິທີທາງແກ້ໄຂສິ່ງທ້າທາຍຕ່າງໆ ທີ່ເປັນສິ່ງກີດຂວາງ ຕໍ່ການພັດທະ ນາຂອງປະເທດ ທັງນີ້ ກໍເພື່ອຮັບ ປະກັນການຈັດຕັ້ງປະຕິບັດປພຍ ໃຫ້ ໄດ້ຕາມຈຸດປະສົງລະດັບຄາດໝາຍ ແລະ ຈະເປັນການປະກອບສ່ວນສຳ ຄັນ ໃນຄວາມພະຍາຍາມນໍາພາປະ ເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບດ້ອຍພັດທະນາ ພາຍໃນປີ 2026 ຕາມການຕົກລົງຂອງອົງ ການສະຫະປະຊາຊາດຢ່າງມີຄຸນນະ ພາບ, ໂລ່ງລ່ຽນ ແລະ ຍືນຍົງແນໃສ່ ສ້າງຄວາມເຂັ້ມແຂງໃຫ້ ສປປ ລາວ ດ້ານການຄ້າ-ການລົງທຶນ, ການ ພັດທະນາຊັບພະຍາກອນມະນຸດ, ການຮັບມືກັບໄພພິບັດທຳມະຊາດ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສຸມໃສ່ການພັດທະນາແບບຍືນ ຍົງຕາມທິດເຕີບໂຕສີຂຽວ, ສະອາດ ແລະ ການຫັນເປັນທັນສະໄໝໃນ ອະນາຄົດ. ແລະ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ, ເອົາໃຈໃສ່ສະກັດ ກັ້ນການລ່າ, ການທຳລາຍ ແລະ ການຄ້າ-ຂາຍ ສັດນ້ຳ, ສັດປ່າ ແລະ ພືດພັນປ່າແບບຊະຊາຍ ແລະ ຜິດກົດໝາຍ. ລັດຖະບານໄດ້ປະກາດໃຊ້ກົດ ໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນ້ຳ ແລະ ສັດປ່າ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ. ແຕ່ຢ່າງໃດກໍ່ດີ ປ່າໄມ້ຂອງ ສປປ ລາວ ໃນໄລຍະຜ່ານມາ ໄດ້ຖືກກະທົບ ແລະ ເສື່ອມໂຊມລົງ ທັງເຮັດໃຫ້ພື້ນທີ່ປ່າຫລຸດໜ້ອຍຖອຍລົງຍ້ອນຫລາຍ ສາເຫດ ເຊິ່ງບໍ່ແມ່ນສິ່ງທີ່ເພິ່ງປາຖະໜາຂອງປະຊາຊົນລາວທັງຊາດ. ເພື່ອ ປະກອບສ່ວນສຳຄັນເຮັດໃຫ້ແນວທາງ-ນະໂຍບາຍຂອງພັກ-ລັດຖະບານ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມໄປ ຕາມທິດຍືນຍົງປະກົດຜົນ ເປັນຈິງຕາມລະດັບຄາດໝາຍທີ່ວາງໄວ້ນັ້ນ ມັນຮຽກຮ້ອງໃຫ້ອົງການ ຈັດຕັ້ງຂອງລັດ, ອຳນາດການປົກຄອງທຸກຂັ້ນ, ອົງການຈະຕັ້ງມະຫາຊົນ, ຫົວໜ່ວຍທຸລະກິດ, ຕະຫລອດເຖິງພໍ່ແມ່ປະຊາຊົນທຸກທົ່ວໜ້າ ຈົ່ງພ້ອມກັນ ປະຕິບັດພັນທະຂອງຕົນ ໃນການປົກປັກຮັກສາສິ່ງແວດລ້ອມ ກໍ່ຄືການ ອະນຸລັກສັດນ້ຳ, ສັດປ່າ ແລະ ພືດພັນປ່າ. ຕະຫລອດໄລຍະຜ່ານມາບັນດາ ຂະແໜງການ, ອຳນາດການປົກຄອງທ້ອງຖິ່ນ, ຕະຫລອດຮອດພໍ່ແມ່ປະຊາ ຊົນບັນດາເຜົ່າທຸກທົ່ວໜ້າ, ສະຖາບັນການສຶກສາ, ອົງການຈັດຕັ້ງມະຫາ ຊົນ,ຫົວໜ່ວຍທຸລະກິດ, ພາກເອກະຊົນລວມທັງຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກ ຮັກສາ ແລະ ສ້າງສາປະເທດຊາດຢ່າງເປັນເຈົ້າການ. ການພັດທະນາເສດ ຖະກິດ-ສັງຄົມ ໄດ້ຄຳນຶງເຖິງການຮັບປະກັນຄວາມສົມດຸນລະຫວ່າງ ການຂະຫຍາຍຕົວທາງເສດຖະກິດ-ສັງຄົມ, ການປົກປັກຮັກສາສິ່ງແວດ ລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດຢ່າງຍືນຍົງ, ລວມທັງມີ ຄວາມຮັບຜິດຊອບຮ່ວມກັນການຕ້ານ ແລະ ສະກັດກັ້ນການຄ້າ-ຂາຍສັດ ປ່າແບບຊະຊາຍ ແລະ ຜິດກົດໝາຍ, ແນໃສ່ຮັບປະກັນບໍ່ໃຫ້ບົກແຫ້ງ ຕາມ ທິດສີຂຽວ ແລະ ຍືນຍົງຕະຫລອດໄປ. ເພື່ອເປັນການສະເຫລີມສະຫລອງວັນສິ່ງແວດລ້ອມໂລກ, ວັນສິ່ງ ແວດລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນປຸກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເຕັມ ໄປດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸເປົ້າໝາຍທີ່ວາງເອົາໄວ້, ສປປ ລາວ ກໍໄດ້ຖືເອົາໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ດຳເນີນການໂຄສະນາ, ປຸກຈິດສຳນຶກ ແລະ ສ້າງຂະບວນການສອດ ຄ່ອງຕາມຄໍາຂວັນສະເພາະປີນີ້ ແລະ ພ້ອມກັັນຫັນປ່ຽນຈິນຕະນາການ ໄປພ້ອມໆກັບການເພີ່ມທະວີການຄຸ້ມ ຄອງ ຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມຕາມທິດ ສີຂຽວ ແລະ ຍືນຍົງ ຕາມລະບຽບການ ແລະ ກົດໝາຍຢ່າງເຂັ້ມງວດໃຫ້ບັນ ລຸຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງການ, ປະກອບສ່ວນໃຫ້ແກ່ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມຍືນຍົງ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ຮຽກຮ້ອງໃຫ້ທຸກ ກະຊວງ, ຂະແໜງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕ້ອງສືບຕໍ່ເພີ່ມ ທະວີຄວາມເປັນເຈົ້າການ ໃນການ ປະສານງານ ໃຫ້ມີຄວາມກົມກຽວ ກັນພ້ອມກັນຊຸກຍູ້ການຈັດຕັ້ງປະ ຕິບັດ ປພຍ ໃຫ້ທົ່ວເຖິງ, ຕ້ອງກຳນົດ ບຸລິມະສິດ, ເຮັດວຽກມີຈຸດສຸມຫລາຍ ຂຶ້ນກວ່າເກົ່າ, ມີການເກັບກໍາຂໍ້ມູນ, ການຕິດຕາມປະເມີນຜົນ ແລະ ລາຍ ງານຢ່າງຖືກຕ້ອງ ແລະ ເປັນປົກກະ ຕິໃນແຕ່ລະໄລຍະພ້ອມທັງສືບຕໍ່ ຄວາມພະຍາຍາມສ້າງຄວາມເຂົ້າ ໃຈຢ່າງກວ້າງຂວາງ ແລະ ສົ່ງເສີມ ການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມລວມທັງພາກລັດ ແລະ ເອກະຊົນ ທັງຢູ່ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອເຮັດໃຫ້ການພັດ ທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ມີຜົນສໍາເລັດຢ່າງເປັນ ຮູບປະທໍາ. ໃນນັ້ນ, ໂຮງຮຽນມັດທະຍົມຕອນ ຕົ້ນ 978 ແຫ່ງ, ໂຮງຮຽນມັດທະ ຍົມຕອນປາຍ 32 ແຫ່ງ ແລະ ໂຮງ ຮຽນມັດທະຍົມສົມບູນ 842 ແຫ່ງ. ປັດຈຸບັນ, ທຸກແຂວງໄດ້ສໍາເລັດ ການຈັດການຮຽນ-ການສອນຕາມ ຫລັກສູດ, ສໍາເລັດການເກັບກໍາສະ ຖິຕິຈໍານວນສູນສອບເສັງ, ຫ້ອງ ສອບເສັງ, ນັກສອບເສັງ,ກະກຽມ ສະຖານທີ່, ອາຄານ, ຫ້ອງຮຽນ, ວັດ ຖຸ-ອຸປະກອນລວມເຖິງງົບປະມານ ຮັບໃຊ້ການສອບເສັງເປັນຢ່າງດີ. ນອກຈາກນີ້, ພະແນກສຶກສາທິການ ແລະ ກິລາແຂວງ ແມ່ນໄດ້ສຳເລັດ ການແຕ່ງຕັ້ງຄະນະກໍາມະການຊີ້ ນຳ ແລະ ຕັດສິນຜົນການສອບເສັງ ຈົບຊັ້ນ ມ4 ແລະ ກະຊວງສຶກສາທິ ການແລະກິລາໄດ້ສຳເລັດການແຕ່ງ ຕັ້ງຄະນະກຳມະການຊີ້ນຳ ແລະ ຕັດສິນຜົນການສອບເສັງຈົບຊັ້ນ ມ7. ສໍາລັບ ມ4 ມີນັກສອບເສັງ 68.850 ຄົນ ຍິງ 32.217 ຄົນ ໃນນີ້, ມີນັກສອບເສັງບີແລັງ 250 ຄົນຍິງ 150 ຄົນ, ນັກສອບເສັງສົງ 997 ອົງ, ທຽບໃສ່ສົກຮຽນ 20222023ຫລຸດລົງ7.472ຄົນພ້ອມນີ້, ມີສູນສອບເສັງທັງໝົດ 579 ສູນ ຊຶ່ງຈະສອບເສັງ ໃນລະຫວ່າງວັນທີ 11-13 ມິຖຸນາ 2024 ແລະ ຈະມີ ການເສັງຄືນສໍາລັບນັກຮຽນທີ່ຂາດ ສອບເສັງມີເຫດຜົນ ໃນວັນທີ 1820 ມິຖຸນາ 2024. ສ່ວນ ມ7 ມີນັກ ສອບເສັງທັງໝົດ 46.744 ຄົນຍິງ 22.338 ຄົນ ໃນນີ້, ມີນັກສອບເສັງ ບີແລັງ 159 ຄົນ, ຍິງ 103 ຄົນ, ນັກສອບເສັງສົງ 590 ອົງ, ຖ້າ ທຽບໃສ່ສົກຮຽນ 2022-2023 ຫລຸດລົງ 3.532 ຄົນ ແລະ ມີສູນ ສອບເສັງທັງໝົດ 292 ສູນ ໂດຍ ຈະສອບເສັງໃນລະຫວ່າງວັນທີ1921ມິຖຸນາ2024ແລະສອບເສັງຄືນ ສໍາລັບນັກຮຽນທີ່ຂາດສອບເສັງ ມີເຫດຜົນ ໃນວັນທີ 25-27 ມິຖຸນາ 2024. ສົກຮຽນນີ້ເປັນສົກຮຽນ ທຳອິດ ທີ່ອະນຸມັດໃຫ້ 8 ແຂວງມີ: ແຂວງວຽງຈັນ,ຫລວງພະບາງ,ຫົວ ພັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນ ນະເຂດ, ຈຳປາສັກ ແລະ ນະຄອນ ຫລວງວຽງຈັນ ນໍາໃຊ້ເຄື່ອງຈັກ ກວດບົດສອບເສັງຈົບຊັ້ນ ມ7. ສຳ ລັບວິຊາພາສາລາວ-ວັນນະຄະດີ ພາກອັດຕະໄນ ແມ່ນຍັງນໍາໃຊ້ກຳ ມະການກວດບົດສອບເສັງ ໂດຍຈະ ປະກາດຜົນສອບເສັງລົງເວັບໄຊ ຂອງກະຊວງສຶກສາທິການ ແລະ ກິລາ ໃນອາທິດທີ 3 ຂອງເດືອນ ກໍລະກົດ 2024. ໂອກາດນີ້, ທ່ານ ສຳລານ ພັນຄະວົງ ໄດ້ຮຽກຮ້ອງໃຫ້ຄະນະ ນໍາຂັ້ນທ້ອງຖິ່ນ, ຜູ້ບໍລິຫານການສຶກ ສາທຸກຂັ້ນ, ທະຫານ, ຕໍາຫລວດ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ຄະນະພັດທະນາການ ສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ຜູ້ ປົກຄອງນັກຮຽນ, ຊຸມຊົນ, ຄູສອນ ແລະ ນັກຮຽນທຸກຂັ້ນ, ທຸກພາກ ສ່ວນຈົ່ງຊ່ວຍກັນເປັນຫູເປັນຕາ ໃນ ການຮັກສາຄວາມສະຫງົບ, ຄວາມ ປອດໄພ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕະຫລອດໄລຍະຂອງ ການສອບເສັງ ເພື່ອຫລີກລ້ຽງປະ ກົດການຫຍໍ້ທໍ້ ສິ່ງທີ່ບໍ່ເພິ່ງປາຖະໜາ ຈະເກີດຂຶ້ນ. ຂ່າວ: ບົວລະພາ ໜຸ່ມລາວ ໃນການຜະລິດສື່ ສໍາລັບ ວິທະຍຸ ແລະ ສື່ສັງຄົມອອນລາຍ ໃນ ວັນທີ 3 ມິຖຸນາ 2024 ເມືອງຊໍາ ເໜືອ ແຂວງຫົວພັນ ເພື່ອລະດົມ ຄວາມຄິດເຫັນກ່ຽວກັບສິ່ງທ້າທາຍ ແລະ ວິທີແກ້ໄຂບັນຫາຕ່າງໆ ທີ່ສົ່ງ ຜົນກະທົບຕໍ່ຊີວິດຂອງເດັກນ້ອຍ ແລະ ໄວໜຸ່ມໃນປັດຈຸບັນ ໂດຍ ການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຕົວແທນເດັກ ແລະ ໄວໜຸ່ມ ຈາກ 17 ແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານໂພສີ ແກ້ວມະນີວົງ ໄດ້ກ່າວ ວ່າ: ສື່ໄວໜຸ່ມລາວ ແມ່ນໂຄງການ ທີ່ມີປະສິດທິຜົນສູງ ໃນການກໍ່ສ້າງ ຄວາມສາມາດໃຫ້ເດັກ ແລະ ໄວໜຸ່ມ ລາວໃນການໂຄສະນາບັນຫາຕ່າງໆ ທີ່ມີຜົນກະທົບຕໍ່ເຂົາເຈົ້າ ໂດຍສະ ເພາະບັນຫາສຸຂະພາບ, ສັກຢາກັນ ພະຍາດ, ໂພຊະນາການ, ການສຶກ ສາ, ວຽກງານສຸຂະອະນາໄມ, ສະ ພາບແວດລ້ອມ, ວຽກງານປົກປ້ອງ ເດັກ ແລະ ຊ່ວຍປຸກລະດົມໃຫ້ໄວ ໜຸ່ມ ປະກອບສ່ວນເຂົ້າໃນການປັບ ປຸງຊຸມຊົນຂອງເຂົາເຈົ້າ. ພ້ອມທັງ ສະແດງຄວາມຂອບໃຈອົງການອຸຍ ນີເຊັບ ແລະ ຊົມເຊີຍຜົນງານຂອງ ໂຄງການສື່ໄວໜຸ່ມ ໃນໄລຍະ 20 ປີ ຜ່ານມາ ທີ່ສ້າງໂອກາດໃຫ້ໄວໜຸ່ມ ລາວ ໄດ້ຮັບການພັດທະນາໂຕເອງ ຫລາຍຢ່າງ ໃນວຽກງານດ້ານສື່ ສານມວນຊົນແລະຫວັງວ່າອົງການ ດັ່ງກ່າວ ຈະສືບຕໍ່ສະໜັບສະໜູນເພື່ອ ໃຫ້ໂອກາດເດັກ ແລະ ໄວໜຸ່ມ ໃນ ການພັດທະນາຕົນເອງສືບຕໍ່ດຳ ເນີນຕໍ່ໄປ. ທ່ານ ນາງ ໝັ້ນ ເພັງຄັດຕິຍະ ຫົວໜ້ ພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ຫົວພັນໄດ້ກ່າວວ່າ:ຂ້າພະເຈົ້າໄດ້ຕິດ ຕາມການເຄື່ອນໄຫວຂອງທິມງານ ສື່ໄວໜຸ່ມ ແລະ ໄດ້ເຫັນການໂຄສະ ນາຜ່ານວິທະຍຸໄວໜຸ່ມ ແລະ ເຟສ ຂອງສື່ໄວໜຸ່ມ ໃນ 18 ແຂວງ, ເຊິ່ງ ເຫັນວ່າສື່ໄວໜຸ່ມໄດ້ປະກອບສ່ວນ ຢ່າງຫ້າວຫັນໃນການໂຄສະນາ ເພື່ອ ປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ ໃນແຂວງຂອງຕົນ ເຊິ່ງ ກອງປະຊຸມຄັ້ງນີ້ ຈະເຮັດໃຫ້ໄວໜຸ່ມ ເປັນກະບອກສຽງ ເພື່ອຊ່ວຍໂຄສະ ນາວຽກງານການທ່ອງທ່ຽວແຂວງ ຫົວພັນ ເພື່ອໃຫ້ປະຊາຊົນທັງພາຍ ໃນແລະຕ່າງປະເທດໄດ້ຮູ້ຈັກຫລາຍ ຂຶ້ນ ແລະ ມາຢ້ຽມຢາມແຂວງ ຫົວ ພັນຫລາຍຂຶ້ນ. ທ່ານ ໄຊມອນ ນາເຊີ ຫົວໜ້າ ພະແນກໂຄສະນາ ແລະ ສື່ສານມວນ ຊົນຂອງອົງການອຸຍນີເຊັບ ປະຈໍາ ສປປ ລາວ ໄດ້ກ່າວວ່າ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ເພື່ອປຶກ ສາຫາລືກ່ຽວກັບສິ່ງທ້າທາຍ ຫລື ບັນຫາທີ່ເດັກ ແລະ ໄວໜຸ່ມ ໃນ ສປປ ລາວ ກຳລັງຜະເຊີນຢູ່ລວມທັງສິ່ງທີ່ ກຳລັງເປັນບັນຫາໃນຄອບຄົວ ແລະ ສັງຄົມ ເຊິ່ງເນື້ອໃນທັງໝົດໃນການ ປຶກສາຫາລືດັ່ງກ່າວ ຈະໄດ້ນຳໄປ ປະກອບເຂົ້າໃນແຜນງານການຮ່ວມ ມືລະຫວ່າງລັດຖະບານລາວ, ອົງ ການອຸຍນີເຊັບ ແລະ ຄູ່ຮ່ວມງານ. ໃນປັດຈຸບັນຕົວແທນໄວໜຸ່ມ ແມ່ນ ເຮັດໜ້າທີ່ທີ່ສຳຄັນໃນການກະຈາຍ ຂໍ້ມູນຂ່າວສານ ເພື່ອໂຄສະນາວຽກ ງານຕ່າງໆ ໂດຍສະເພາະວຽກງານ ສາທາລະນະສຸກ ແລະ ການເປັນຢູ່ທີ່ ດີຂອງໄວໜຸ່ມພ້ອມກັບຊຸມຊົນ. ທ່ານ ໄຊມອນ ນາເຊີ ຍັງໄດ້ເນັ້ນ ເຖິງຄວາມມຸ່ງໝັ້ນ ຂອງອົງການ ອຸຍນີເຊັບທີ່ຈະສືບຕໍ່ຮ່ວມມືແລະ ສະ ໜັບສະໜູນຢ່າງແໜ້ນແຟ້ນກັບກະ ຊວງ ຖວທ, ວິທະຍຸກະຈາຍສຽງ ແຫ່ງຊາດລາວ ແລະ ພະແນກ ຖວທ ຂອງທຸກໆແຂວງ ເພື່ອສົ່ງເສີມການ ມີສ່ວນຮ່ວມຂອງໄວໜຸ່ມໃນວຽກ ງານສື່ມວນຊົນ ເພື່ອປະກອບສ່ວນ ໃນການພັດທະນາເດັກ ແລະ ແມ່ຍິງ ໃນຕໍ່ໜ້າ. ຂອງປີ 2025. ທ່ານ ຄໍາພັນ ວັນທະນາ ຫົວ ໜ້າໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫລວງວຽງ ຈັນ ໃຫ້ສຳພາດ ໃນວັນທີ 3 ມິຖຸນາ 2024 ນີ້ວ່າ: ໂຄງການກໍ່ສ້າງຊ່ອງ ທາງຈະລາຈອນ ສໍາລັບລົດເມໄດ້ ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນ ພຶດສະພາ 2024 ໂດຍເລີ່ມຕົ້ນ ຈາກປະຕູໄຊ ໄປຈົນຮອດມະຫາວິ ທະຍາໄລແຫ່ງຊາດມີຄວາມຍາວ ປະມານ 9,3 ກິໂລແມັດ ໂດຍແມ່ນ ບໍລິສັດ ລັດວິສາຫະກິດກໍ່ສ້າງທາງ ເລກ 8, ບໍລິສັດຮ່ວມ ໄຕ ເຈືອງ ເຊິນ ແລະ ບໍລິສັດ ແອວບີດີ ກໍ່ສ້າງຂົວ ທາງ ແລະ ໂຄງລ່າງພື້ນຖານຈຳກັດ ຈາກ ສສ ຫວຽດນາມ ເປັນຜູ້ຮັບ ເໝົາກໍ່ສ້າງລວມມູນຄ່າປະມານ 9,8 ລ້ານໂດລາສະຫະລັດ ພາຍໃຕ້ ທຶນກູ້ຢືມ ຈາກທະນາຄານພັດທະ ນາອາຊີ. ໜ້າວຽກຕົ້ນຕໍຂອງໂຄງການ ປະກອບມີກໍ່ສ້າງຊ່ອງທາງຈະລາ ຈອນສໍາລັບລົດເມ, ຂະຫຍາຍເສັ້ນ ທາງ, ເຮັດທາງຍ່າງໃໝ່, ປັດຈຸບັນ ໄດ້ສໍາເລັດການຊົດເຊີຍຜົນກະທົບ ບໍລິເວນຂອບເຂດຂອງໂຄງການທີ່ ມີເສັ້ນທາງຜ່ານ, ໄດ້ຍົກຍ້າຍບັນດາ ສິ່ງກີດຂວາງຕ່າງໆພ້ອມທັງຕິດຕັ້ງ ຄືນໃໝ່ ເຊັ່ນ: ເສົາໄຟເຍືອງທາງ, ເສົາໄຟ ແລະ ສາຍໄຟຟ້າແຮງກາງ ແລະ ແຮງຕ່ຳ, ເສົາກ້ອງວົງຈອນ ແລະ ອື່ນໆ, ເຊິ່ງຜູ້ຮັບເໝົາພວມເລັ່ງ ຍົກຍ້າຍສິ່ງກີດຂວາງໃຫ້ສຳເລັດ ຕາມແຜນການ ເພື່ອອຳນວຍຄວາມ ສະດວກແກ່ທີມງານກໍ່ສ້າງ. ນອກ ຈາກສ້າງຊ່ອງທາງຈະລາຈອນສໍາ ລັບລົດເມແລ້ວ ຍັງໄດ້ສ້າງຈຸດບ່ອນ ນັ່ງລໍຖ້າລົດເມ ທັງໝົດ 19 ຈຸດໃນ ນັ້ນ,ຈຸດທໍາອິດແມ່ນເລີ່ມສ້າງຢູ່ດ້ານ ໜ້າມຊ(ໃກ້ກັບທາງເຂົ້າອາຄານອະ ທິການບໍດີ) ຕັ້ງຢູ່ກາງທາງກວ້າງ 3,5 ແມັດ ແລະ ຍາວ 40 ແມັດ. ພາຍຫລັງກໍ່ສ້າງສໍາເລັດຈະເຮັດ ໃຫ້ຜູ້ຊົມໃຊ້ມີຄວາມສະດວກ, ສະ ບາຍ ຮັບປະກັນທາງດ້ານເວລາເດີນ ທາງ ເນື່ອງຈາກວ່າລົດເມຈະມີຊ່ອງ ຈະລາຈອນສະເພາະ ແລະ ແລ່ນ ໃຫ້ບໍລິການຕາມຕາຕະລາງເວລາທີ່ ແນ່ນອນໝາຍຄວາມວ່າຊົ່ວໂມງ ເລັ່ງດ່ວນຈະມີລົດແລ່ນທຸກໆ 5 ນາທີ, ຖ້າບໍ່ແມ່ນເວລາເລັ່ງດ່ວນຈະ ມີລົດແລ່ນທຸກໆ 10 ນາທີ ໃນການ ບໍລິການ ຖືວ່າຈະສ້າງຄວາມສະ ດວກໃນການສັນຈອນຂຶ້ນຫລາຍ ກວ່າເກົ່າ. ໃນໂອກາດດັ່ງກ່າວ,ທ່ານຄໍາພັນ ວັນທະນາ ຍັງໄດ້ຝາກເຖິງຜູ້ຂັບຂີ່ ແລະ ຜູ້ໃຊ້ລົດໃຊ້ຖະໜົນເມື່ອເດີນ ທາງຮອດຈຸດກໍ່ສ້າງຮຽກຮ້ອງໃຫ້ ເພີ່ມຄວາມລະມັດລະວັງ ໃນການ ຂັບຂີ່ແລະໃຫ້ຄວາມຮ່ວມມືແກ່ຜູ້ຮັບ ເໝົາກໍ່ສ້າງ. ພ້ອມທັງເນັ້ນໃຫ້ຜູ້ຮັບ ເໝົາກໍ່ສ້າງຕິດຕັ້ງປ້າຍເຕືອນ, ເຄື່ອງ ໝາຍແລະອຸປະກອນຄວາມປອດໄພ ເພື່ອຮັບປະກັນບໍ່ໃຫ້ເກີດອຸບັດເຫດ ໃນໄລຍະດຳເນີນການກໍ່ສ້າງ. ຂ່າວ: ທະນູທອງ ຂໍ້ມູນ: ໜັງສືພິມປະຊາຊົນ ເວລາດົນນານ ຈົນກາຍເປັນສັນຍະ ລັກປະຈຳເຜົ່າໃນປັດຈຸບັນ. ທ່ານ ນາງ ຄຳຜຸຍ ພົນລືຊາ ຮອງສາດສະດາຈານ ດ້ານວັນນະ ຄະດີ ພາກວິຊາພາສາວັດທະນະ ທຳລາວ ທັງເປັນນັກຄົ້ນຄວ້າ ແລະ ຂຽນປຶ້ມລາຍນາກ ໃນແຜ່ນແພໃຫ້ ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານ ປະເທດລາວ ໃນວັນທີ 4 ມິຖຸນາ 2024 ນີ້ວ່າ: ການສຶກສາ, ຄົ້ນຄວ້າ ແລະ ຂຽນປຶ້ມ ລາຍນາກໃນຜ້າແພ ໄດ້ເລີ່ມມາແຕ່ປີ 2010 ເຊິ່ງມີ ຄວາມສຳຄັນທາງດ້ານວິຊາການ ຫລາຍຢ່າງ ເປັນຕົ້ນຜົນງານການ ສຶກສາຄົ້ນຄວ້າ ຈະກາຍເປັນເອກະ ສານປະກອບການຮຽນ-ການສອນ ວິຊາແພພື້ນເມືອງ, ວັນນະຄະດີພື້ນ ເມືອງລາວ ແລະ ວິຊາວັດທະນະ ທໍາລາວ ເນື່ອງຈາກວ່າບົດຄວາມ ການວິໄຈດັ່ງກ່າວ, ໄດ້ຮວບຮວມ ລວດລາຍຜ້າ, ສິ້ນ, ແພບ່ຽງ, ຜ້າປູ ບ່ອນ, ຜ້າຂັນເຊີງ, ຜ້າມ່ານ ເຊິ່ງ ເປັນເສື້ອຜ້າອາພອນ ທີ່ເປັນວັດທະ ນະທໍາການນຸ່ງຖືຂອງຄົນລາວ. ນອກຈາກນີ້,ຍັງໄດ້ຍົກໃຫ້ເຫັນກ່ຽວ ກັບຄະຕິ ແລະ ຄວາມເຊື່ອຖືຂອງຄົນ ລາວ ໂດຍຜ່ານລາຍຜ້າ ເຊິ່ງເປັນ ພາກສ່ວນໜຶ່ງຂອງວິຊາແພພື້ນ ເມືອງລາວ ແລະ ຍັງໄດ້ຮວບຮວມ ນິທານ, ຕໍານານຕ່າງໆ ທີ່ມີຄວາມ ກ່ຽວຂ້ອງກັບນາກ ແລະ ລາຍຜ້າ, ເຊິ່ງເປັນພາກສ່ວນໜຶ່ງຂອງວັນນະ ຄະດີພື້ນເມືອງລາວ. ພ້ອມກັນນັ້ນ, ງານຄົ້ນຄວ້າວິໄຈຄັ້ງນີ້, ຈະກາຍ ເປັນເອກະສານປະກອບສ່ວນເຂົ້າ ໃນການຮຽນຮູ້ ກ່ຽວກັບວິທີວິໄຈ ທາງສັງຄົມ ແລະ ວັດທະນະທຳອີກ ດ້ວຍ. ສຳລັບເອກະສານ ແລະ ລວດ ລາຍນາກໃນຜ້າແພລາວ ທີ່ນຳມາ ເປັນຕົວຢ່າງຂອງການວິໄຈກໍຈະ ເປັນເຄື່ອງຮັບໃຊ້ກິດຈະກຳໃນການ ຮຽນການ-ການສອນ ໃນຂັ້ນຕໍ່ໄປ. ພ້ອມນີ້, ການສຶກສາລາຍນາກໃນ ແຜ່ນແພ ທີ່ເປັນເອກະລັກຂອງຄົນ ລາວ ຍັງເປັນການປົກປັກຮັກສາວັດ ທະນະທຳກ່ຽວກັບການຕ່ຳຫູກແລະ ລວດລາຍແຜ່ນແພ ເຊິ່ງແມ່ນຜະ ລິດຕະພັນທີ່ເກີດຈາກຈິນຕະນາ ການຂອງແມ່ຍິງລາວ ທີ່ໄດ້ສ້າງສັນ ກັນມາເປັນເວລາດົນນານ ຈົນກາຍ ເປັນສັນຍະລັກປະຈຳເຜົ່າ. ນອກ ຈາກນີ້, ໃນບົດຄວາມ ຍັງໄດ້ຮວບ ຮວມເຕັກນິກການເກັບລວດລາຍ ໃນແຜ່ນແພ ແລະ ເຕັກນິກການຍ້ອມ ສີ ປະຈຳຕົວນາກ ແບບທຳມະຊາດ, ເຊິ່ງເຕັກນິກການເກັບລວດລາຍ ນາກ ແລະ ການຍ້ອມສີນັ້ນ, ຈະມີ ຜົນປະໂຫຍດຕໍ່ກັບລູກຫລານ ທີ່ຈະ ນຳໄປປະກອບເປັນອາຊີບ ແລະ ອື່ນໆ. ຜ່ານການສຶກສາຄົ້ນຄວ້າສາ ມາດຮວບຮວມ ລາຍນາກໃນຜ້າ ແພລາວ ໄດ້ທັງໝົດ 96 ລາຍ ໃນ ນັ້ນ, ແບ່ງອອກເປັນ 3 ກຸ່ມຄື: ກຸ່ມ ລາຍກາບເອື້ອ, ລາຍໂຕນາກ ແລະ ລາຍນາກກ່ອງ. ທ່ານ ນາງ ຄຳຜຸຍ ພົນລືຊາ ໃຫ້ຮູ້ອີກວ່າ: ນາກໃນຜ້າແພລາວ ທຸກໆລວດລາຍ ລ້ວນແຕ່ປະກອບ ດ້ວຍເສົາ, ກາບແລະດອກຈຽງ ເຊິ່ງ ໝາຍເຖິງເວລາ ແລະ ແຜ່ນດິນຮູບ ສັນຍະລັກນາກ ໃນລວດລາຍຜ້າ ແພລາວທຸກໆຮູບແບບແມ່ນການສະ ແດງຮູບລັກສະນະການເຄື່ອນເໜັງ ຂອງນາກ ພາຍໃຕ້ຂອບເຂດຂອງ ແຜ່ນດິນ ແລະ ເວລາ, ການເກັບຂິດ ເພື່ອເຮັດລວດລາຍຖ້າຂາດກາບ, ເສົາ ແລະ ດອກຈຽງແລ້ວແມ່ນບໍ່ສາ ມາດເກີດລວດລາຍຕ່າງໆໃນຜ້າແພ ໄດ້. ລວດລາຍນາກ ໃນຜ້າແພລາວ ກຳເນີດມາຈາກລະບົບຄວາມເຊື່ອຜີ ແຖນ, ຮູບພາບໃນຫີນດາວ ແລະ ຄ້ອງບັ້ງ ເຊິ່ງເປັນວັດຖຸບູຮານທີ່ສ້າງ ຂຶ້ນຈາກລະບົບຄວາມຄິດຄວາມ ເຊື່ອດັ້ງເດີມຂອງຄົນລາວ. ນອກ ຈາກນີ້, ເສັ້ນທາງສາຍໄໝ ແລະ ຄວາມເຊື່ອທາງສາສະໜາພຸດໄດ້ ຊ່ວຍຊຸກຍູ້ ໃຫ້ລວດລາຍນາກ ໃນ ຜ້າແພລາວກຳເນີດ ແລະ ຂະຫຍາຍ ຕົວຢ່າງອຸດົມສົມບູນ, ໂດດເດັ່ນ ແລະ ສວຍງາມ. ຂ່າວ: ທະນູທອງ, ພາບ: ຂັນໄຊ ກົງກັບວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ເພື່ອສະ ເຫລີມສະຫລອງສາຍພົວພັນການ ທູດ ລາວ-ກູບາ ຄົບຮອບ 50 ປີ (4 ພະຈິກ 1974-4 ພະຈິກ 2024) ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ, ທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ, ທ່ານ ຈະເລີນ ເຢຍປາວເຮີ ປະທານ ສະມາຄົມມິດຕະພາບລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ແອນນາ ເອເທີວຽນ ວານເດສ ເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈຳ ສປປ ລາວໄດ້ ກ່າວວ່າ: ຕົ້ນໄມ້ທີ່ປູກແມ່ນຕົ້ນ ຈານ (Butea monosperma) ເປັນທີ່ຮູ້ຈັກກັນໃນນາມ “ດອກໄຟ ແຫ່ງພົງໄພ” ເຊິ່ງເປັນສັນຍະລັກ ແຫ່ງແສງໄຟ ແລະ ມິດຕະພາບທີ່ ຈະຄົງຢູ່ຕະຫລອດການ.
xtgmf]k; 3 05/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ ໂດຍ: ເຂົ້າຈານນໍ້າ dkozt]y fdtly degxa oly o7h k 16 j g,n v'ly 'gfa j o0B o ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ lq j 'glu ,;y lkstdy f0t|kfoh vp c]t dk' 1j k'c0'cI' grn j vpq dl6 'dkozt]y frkp.o rh v,da ox6 d c]t [q ;]t[a f 8Q ow,h .sh [a o]5 8k,czo * ການສ້າງຄວາມເຂັ້ມແຂງໃຫ້ ແກ່ຜູ້ປະກອບການດ້ວຍການຍົກສູງ ປະສິດທິພາບ ແລະ ອໍານວຍຄວາມ ສະດວກໃນການສົ່ງອອກສິນຄ້າ, ສ້າງຄວາມເຊື່ອມໝັ້ນ ແລະ ຄວາມ ປອດໄພໃຫ້ແກ່ຜູ້ຜະລິດ, ຜູ້ຊົມໃຊ້ ແລະ ປະເທດທີ່ຈະນໍາເຂົ້າສິນຄ້າ ທັງສາມາດຢັ້ງຢືນແຫລ່ງກໍາເນີດ ຂອງຜະລິດຕະພັນ ແລະ ສິນຄ້າ ແມ່ນມາດຕະການຕົ້ນຕໍ ເພື່ອຍົກສູງ ຄຸນນະພາບການຜະລິດພາຍໃນ ແນ ໃສ່ຫລຸດຜ່ອນການນຳເຂົ້າ ຊ່ວຍໃຫ້ ສະພາບຄວາມຫຍຸ້ງຍາດດ້ານເສດ ຖະກິດ-ການເງິນ ຢູ່ປະເທດເຮົາໄດ້ ຮັບການແກ້ໄຂແບບຍືນຍົງ. ພ້ອມນີ້, ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍ ການສົ່ງເສີມວິສາຫະກິດຂະໜາດ ນ້ອຍແລະກາງແລະດໍາລັດວ່າດ້ວຍ ການ ແບ່ງຂະໜາດນ້ອຍ ແລະ ກາງ (SME)ແລະສ້າງຂອບນະໂຍບາຍ ສົ່ງເສີມຜູ້ປະກອບການໃໝ່(Start up) ແລະ ກ້າວສູ່ເສດຖະກິດດີຈິ ຕອນ; ປັບປຸງນະໂຍບາຍພິເສດດ້ານ ພາສີ-ອາກອນ; ຂະຫຍາຍສູນສົ່ງ ເສີມຄວາມຮູ້ດ້ານທຸລະກິດ, ເຕັກນິກ ການຜະລິດ, ການຕະຫລາດ; ປັບປຸງ ລະບົບຂໍ້ມູນຂ່າວສານດ້ານການລົງ ທຶນ, ການຜະລິດ-ການຄ້າ, ການຖື ບັນຊີ, ການຄຸ້ມຄອງບໍລິຫານ; ຍົກ ລະດັບເຕັກໂນໂລຊີ ແລະ ພັດທະນາ ສີມືແຮງງານ ແລະ ອື່ນໆ ໃຫ້ແກ່ຈຸນ ລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍ ແລະ ກາງ. ສ້າງກົນໄກ ຄໍ້າປະກັນສິນເຊື່ອ ໃນຮູບແບບຂອງ ໂຄງການ ເພື່ອຊ່ວຍແກ້ໄຂບັນຫາ ການປ່ອຍກູ້ຂອງທະນາຄານທຸລະ ກິດທີ່ອາໄສແຕ່ຫລັກຄໍ້າປະກັນ, ປັບ ປຸງດໍາລັດວ່າດ້ວຍກອງທຶນສົ່ງເສີມ SMIS ສະບັບເລກທີ 299/ລບ ໃຫ້ສໍາເລັດພາຍໃນປີ 2022, ພ້ອມ ທັງສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນSME. ສະໜອງທຶນໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະ ໜາດນ້ອຍແລະກາງທີ່ນອນໃນກຸ່ມ ເປົ້າໝາຍບູລິມະສິດ ຈາກກອງທຶນ SME, ແຫລ່ງທຶນຈາກທະນາຄານ ພັດທະນາແຫ່ງຊາດຈີນ ແລະ ຄູ່ ຮ່ວມພັດທະນາຕ່າງໆ. ສຳຫລັບວິທີການຈັດຕັ້ງປະຕິ ບັດມາດຕະການຕ່າງໆນັ້ນ ພາກລັດ ແລະ ເອກະຊົນໃນທຸກລະດັບຕ້ອງ ມີການປຶກສາຫາລື ແລະ ແລກປ່ຽນ ບົດຮຽນຢ່າງເປັນປະຈໍາ ທັງຊຸກຍູ້ ແລະ ສົ່ງເສີມ SME ໃຫ້ເຂົ້າຮ່ວມ ໃນຕ່ອງໂສ້ການຜະລິດ, ຕ່ອງໂສ້ ການສະໜອງ ແລະ ຕ່ອງໂສ້ມູນຄ່າ ເພີ່ມຂອງການລົງທຶນຕ່າງປະເທດ ໂດຍສະເພາະໃນເຂດເສດຖະກິດ ພິເສດ, ຍົກລະດັບດໍາລັດວ່າດ້ວຍ ເຂດເສດຖະກິດພິເສດ ຂຶ້ນເປັນກົດ ໝາຍ ເພື່ອໃຫ້ສອດຄ່ອງກັບເງື່ອນ ໄຂ ແລະ ພື້ນຖານທາງດ້ານເສດຖະ ກິດ-ສັງຄົມຂອງປະເທດເຮົາ, ສ້າງ ແຜນຍຸດທະສາດການພັດທະນາ ເຂດເສດຖະກິດພິເສດ (20212030). ເລັ່ງສ້າງດໍາລັດວ່າດ້ວຍ ນິຄົມອຸດສາຫະກໍາ ໂດຍມີນະໂຍ ບາຍສະເພາະຄ້າຍຄືກັບເຂດເສດ ຖະກິດພິເສດ ເພື່ອດຶງດູດການລົງ ທຶນ. ເລັ່ງແກ້ໄຂຂໍ້ຫຍຸ້ງຍາກຕ່າງໆ ທີ່ເປັນອຸປະສັກຂອງການດໍາເນີນ ທຸລະກິດຢູ່ເຂດເສດຖະກິດພິເສດ ກ່ຽວກັບການບໍລິການປະຕູດຽວ, ການເພີ່ມທະວີການເກັບລາຍຮັບ, ການນໍາເຂົ້າ, ການຄຸ້ມຄອງແຮງ ງານຕ່າງປະເທດແລະການສະໜອງ ແຮງງານລາວໃນເຂດເສດຖະກິດ ພິເສດ. ປັບປຸງລະບຽບການ, ກົນໄກ ແລະ ຂັ້ນຕອນອະນຸມັດການລົງທຶນ ໃນເຂດເສດຖະກິດພິເສດ ໃຫ້ມີ ຄວາມເປັນເອກະພາບ ແລະ ກະທັດ ຮັດ ໂດຍເລັ່ງໃສ່ຊຸກຍູ້ບັນດາໂຄງ ການທີ່ອະນຸມັດແລ້ວໃຫ້ຈັດຕັ້ງ ປະຕິບັດໂດຍໄວ ເຊັ່ນ: ໂຄງການ AMATA SMART & ECO CITY ຢູ່ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ, ໂຄງການກໍ່ສ້າງສະ ໜາມບິນບໍ່ແກ້ວ ເຂດສາມຫລຽມ ຄໍາ, ໂຄງການສ້າງພະໃຫຍ່ຢູ່ເຂດບຶງ ທາດຫລວງ, ໂຄງການຫລອມເຫລັກ ກ້າຢູ່ເຂດທ່າແຂກ, ໂຄງການພັດທະ ນາພື້ນຖານໂຄງລ່າງຢູ່ເຂດພັດທະ ນາເສດຖະກິດໃໝ່ສີທັນດອນ, ເຂດ ສາມຫລ່ຽມຄໍາ, ເຂດບໍ່ເຕັນແດນ ງາມ, ເຂດກວມລວມໄຊເສດຖາ, ເຂດບຶງທາດຫລວງ ແລະ ອື່ນໆ. ຂະນະດຽວກັນ ຕ້ອງເລັ່ງພັດທະ ນາແຮງງານລາວ ຜູ້ບໍ່ມີອາຊີບ, ຜູ້ ຕ້ອງການປ່ຽນອາຊີບ, ຜູ້ວ່າງງານ, ຜູ້ທີ່ຈະເຂົ້າສູ່ຕໍາແໜ່ງງານໃໝ່ໃຫ້ ມີທັກສະສີມື, ມີລະບຽບວິໄນ, ມີ ຄວາມດຸໝັ່ນ ແລະ ອົດທົນ ເພື່ອສາ ມາດສະໜອງຕາມຄວາມຕ້ອງການ ຂອງຕະຫລາດແຮງງານ. ສົ່ງເສີມ ການຈັດຫາວຽກເຮັດງານທໍາໃຫ້ ເຂົ້າສູ່ຕະຫລາດແຮງງານພາຍໃນ ແລະ ຕ່າງປະເທດລວມທັງຜູ້ປະ ກອບການອາຊີບອິດສະລະ ເພື່ອແກ້ ໄຂບັນຫາການວ່າງງານ ໂດຍການ ສ້າງກົນໄກການຮ່ວມມືກັນ3ຝ່າຍຄື: ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ສູນກາງສະຫະພັນກໍາ ມະບານລາວ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເພື່ອ ຍົກສູງຄຸນນະພາບຂອງແຮງງານ. ສຸມໃສ່ສ້າງ ແລະ ປັບປຸງນິຕິກໍາຈໍາ ນວນໜຶ່ງເປັນຕົ້ນ: ສ້າງກົດໝາຍວ່າ ດ້ວຍຈັດຫາງານ, ກົດໝາຍວ່າດ້ວຍ ພັດທະນາສີມືແຮງງານ, ສ້າງຂໍ້ຕົກ ລົງວ່າດ້ວຍການກໍານົດອັດຕາຄ່າ ແຮງງານຂັ້ນຕ່ໍາ. ຄຸ້ມຄອງແຮງງານ ລາວ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດຕາມລະບຽບການ. * ເຖິງວ່າວັນປູກຕ້ົນໄມ້ແຫ່ງ ຊາດໄດ້ຜ່ານພົ້ນໄປແລ້ວກໍຕາມ ແຕ່ຂະບວນການປູກຕ້ົນໄມ້ແລະບົວ ລະບັດຮັກສາ ແມ່ນຍັງຕ້ອງສືບຕໍ່ ຈັດຕັ້ງປະຕິບັດໃຫ້ບັນລຸຕາມແຜນ ການ ເຊິ່ງໃນປີນີ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ປະເທດ ສ້າງຂະບວນການປູກຕົ້ນ ໄມ້ໃຫ້ເປັນຂະບວນຟົດຟື້ນ, ໂດຍທົ່ວ ປະເທດມີແຜນສ້າງຂະບວນການ ປູກຕົ້ນໄມ້ໃຫ້ໄດ້ 3.500 ເຮັກຕາ. ໃນນີ້ ປູກໄມ້ເພື່ອປົກປັກຮັກສາສິ່ງ ແວດລ້ອມຢູ່ໃນຂອບເຂດປ່າປ້ອງ ກັນ, ປ່າສະຫງວນ, ປູກປ່າທົດແທນ ເຂດໂຄງການພື້ນຖານໂຄງລ່າງ ແລະ ອື່ນໆ. ຕາມຄວາມເປັນຈິງແລ້ວ, ການ ປູກຕົ້ນໄມ້ ແມ່ນສາມາດປູກໄດ້ຕະ ຫລອດລະດູຝົນ, ບ່ອນໃດມີເງື່ອນໄຂ ເນື້ອທີ່ ແລະ ແຫລ່ງນໍ້າ ກໍສາມາດ ປູກໄດ້ຕະຫລອດ. ປູກຜູ້ລະ 1-2 ຕົ້ນ ໃນເນື້ອທີ່ດິນເປົ່າວ່າງຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກສ້າງ, ເດີ່ນ ໂຮງຮຽນ, ສໍານັກງານອົງການ ແລະ ຕາມແຄມທາງ ເຊິ່ງສາມາດ ປູກໄດ້ທຸກຊະນິດໄມ້ຕາມເງື່ອນໄຂ ຕົວຈິງ ເຊັ່ນ: ໄມ້ອຸດສາຫະກໍາ, ໄມ້ ພື້ນເມືອງ, ໄມ້ໃຫ້ໝາກ ແລະ ໄມ້ປະ ດັບ ເພື່ອເພີ່ມສີຂຽວ ປະກອບສ່ວນ ເຂົ້າໃນການປົກປັກຮັກສາສິ່ງແວດ ລ້ອມ. ສິ່ງສໍາຄັນທີ່ສຸດ, ເມື່ອປູກຕົ້ນ ໄມ້ສຳເລັດແລ້ວ, ຂະແໜງການທີ່ ກ່ຽວຂ້ອງນັບແຕ່ສູນກາງລົງຮອດ ທ້ອງຖິ່ນຕ້ອງມອບຄວາມຮັບຜິດ ຊອບໃຫ້ກັນບົວລະບັດຮັກສາຢ່າງ ລະອຽດ ເພື່ອໃຫ້ຕົ້ນໄມ້ທີ່ປູກໄປ ນັ້ນຈະເລີນເຕີບໂຕໄວ ກາຍເປັນປ່າ ໄມ້ທີ່ຂຽວງາມແລະອຸດົມສົມບູນໃນ ຕໍ່ໜ້າ. ຖ້າບໍ່ເຮັດຄືແນວນີ້ຈະເຮັດໃຫ້ ຕົ້ນໄມ້ທີ່ປູກໄປນັ້ນຖືກປ່ອຍປະໄປ ຕາມທຳມະຊາດ ໃນທີ່ສຸດກໍ່ຈະຕາຍ ໄປເອງ ແລະ ເຮັດໃຫ້ຕ້ອງໄດ້ຂຶ້ນ ແຜນປູກຕົ້ນໄມ້ຄືນໃໝ່ເປັນແບບນີ້ຕໍ່ ໄປທຸກປີ ເຊິ່ງນອກຈາກຈະເຮັດໃຫ້ ອັດຕາການປົກຫຸ້ມຂອງປ່າໄມ້ບໍ່ ບັນລຸ 70% ຂອງເນື້ອທີ່ທົ່ວປະເທດ ຫລື ເທົ່າກັບ 16,5 ລ້ານເຮັກຕາ ຕາມທີ່ລັດຖະບານວາງຄາດໝາຍ ເອົາໄວ້ ຍັງເປັນການສີ້ນເປືອງງົບ ປະມານຂອງລັດຖະບານທີ່ມີຢ່າງ ຈໍາກັດທີ່ສຸດໃນປັດຈຸບັນ. ໄລຍະຜ່ານມາເຖິງວ່າລັດຖະ ບານຈະມີນະໂຍບາຍສົ່ງເສີມການ ປົກປັກຮັກສາປ່າໄມ້ຢ່າງຮອບດ້ານ ແຕ່ ຊັບພະຍາກອນປ່າໄມ້ທີ່ເປັນສົມ ບັດອັນລ້ຳຄ່າຂອງຊາດ ໄດ້ຖືກຄຸກ ຄາມຢ່າງໜັກໜ່ວງ ສົ່ງຜົນໃຫ້ພູ ຕ້ອງກາຍເປັນພູຫົວໂລ້ນ, ປ່າດົງ ຕຶບໜາທີ່ເຕັມໄປດ້ວຍສັດສານາໆ ພັນກໍບໍ່ມີບ່ອນຊົ້ນ, ສາຍນໍ້າທີ່ເຄີຍ ໄຫລກໍເຂີນຂາດເປັນວັງ, ເກີດສະ ພາບແຫ້ງແລ້ງ, ຝົນຕົກແຮງ ແລະ ບໍ່ຖືກລະດູການ, ນໍ້າຖ້ວມ... ເຖິງ ຢ່າງໃດກໍຕາມ, ລັດຖະບານ ເຮົາໄດ້ ມີຄວາມພະຍາຍາມການປົກປັກ ຮັກສາ ແລະ ສົ່ງເສີມການປູກປ່າ ຢ່າງຕັ້ງໜ້າ ເຊິ່ງມາຮອດ ປັດຈຸບັນ ທົ່ວປະເທດໄດ້ມີປ່າສະຫງວນແຫ່ງ ຊາດແລ້ວ ເກືອບ 24 ແຫ່ງ ບວກ ກັບເຂດເຊື່ອມຕໍ່ 2 ແຫ່ງ ທີ່ມີເນື້ອທີ່ ເກືອບ 4 ລ້ານກວ່າເຮັກຕາ. ນອກ ນີ້, ຍັງມີປ່າສະຫງວນລະດັບແຂວງ 70 ແຫ່ງ ແລະ ລະດັບມືອງ ເກືອບ 150ແຫ່ງລວມເນື້ອທີ່ປ່າສະຫງວນ ແລະ ເຂດເຊື່ອມຕໍ່ເຂົ້າກັນກໍມີເກືອບ 5 ລ້ານກວ່າເຮັກຕາ ເຊິ່ງເປັນບ່ອນ ຮັກສາຄວາມສົມດູນຂອງສິ່ງແວດ ລ້ອມທໍາມະຊາດ, ແຫລ່ງອາຫານ, ແຫລ່ງພະລັງງານ ແລະ ຊັບສົມບັດ ອັນລໍ້າຄ່າທີ່ເປັນທ່າແຮງພື້ນຖານ ໃນການພັດທະນາເສດຖະກິດ-ສັງ ຄົມຂອງຊາດ, ຂອງທ້ອງຖິ່ນໃນປັດ ຈຸບັນ ແລະ ອະນາຄົດ. * ນັບວ່າເປັນຜົນງານຂອງຄະ ນະພັກທຸກຂັ້ນຂອງ ເ ມືອງສິງ ແຂວງຫລວງນ້ຳທາ ເຮັດໃຫ້ເມືອງ ຄວາມສະຫງົບ, ຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການແກ້ໄຂ ນັບມື້ຫລຸດລົງ ດ້ວຍການສົ່ງເສີມຜະ ລິດກະສິກຳເປັນສິ້ນຄ້າຂາຍພາຍ ໃນ ແລະ ສົ່ງອອກໄປຕ່າງປະເທດ. ທ່ານ ອ່ອນແກ້ວ ພົມແສງປະ ເສີດຮອງຫົວໜ້າຫ້ອງວ່າການເມືອງ ສິງໃຫ້ຮູ້ວ່າ: ທົ່ວເມືອງມີເນື້ອທີ່ປູກ ເຂົ້ານາປີ 2.021 ເຮັກຕາ ຜົນຜະລິດ 9.499ໂຕນປະຕິບັດໄດ້55,38%; ປູກເຂົ້ານາແຊງ 108 ເຮັກຕາ ຜົນ ຜະລິດ 432 ໂຕນ ປະຕິບັດໄດ້ 50,2%; ເຂົ້າໄຮ່ໝູນວຽນເນື້ອທີ່ 230 ເຮັກຕາ ຜົນຜະລິດ 414 ໂຕນ ປະຕິບັດໄດ້ 92%. ຂະນະທີ່ປັດຈຸ ບັນມີສັດລ້ຽງທັງໝົດ 1 ແສນກວ່າ ໂຕ. ໃນນີ້, ຄວາຍມີ 4.445 ໂຕ, ງົວ 8.519 ໂຕ, ແບ້ 1.889 ໂຕ, ໝູ 5.425 ໂຕ, ສັດປີກຈຳນວນໜຶ່ງ. ອັນ ພົ້ນເດັ່ນ ແມ່ນການປູກອ້ອຍ ແລະ ຢາງພາລາ ໂດຍທົ່ວເມືອງມີເນື້ອທີ່ ປູກອ້ອຍ 5.909 ເຮັກຕາ, ສາມາດ ເກັບກູ້ຜົນຜະລິດໄດ້ 428.088 ໂຕນເທົ່າກັບ 83,27%ສາມາດສົ່ງ ອອກໄປໂຮງງານນໍ້າຕານ ສປ ຈີນ ຈຳນວນ 383.088 ໂຕນ ແລະ ຈົ່ງໄວ້ເຮັດແນວພັນ 45.000 ໂຕນ. ເມືອງສິງ ມີສະຖານທີ່ກັກກັນ ກວດ ກາສຸຂະພາບສັດກ່ອນສົ່ງອອກ 2 ແຫ່ງ ສາມາດກັກກັນໄດ້ 11.000 ໂຕ/1 ຊຸດ ແລະ ຍັງມີຟາມທອມງົວ ເພື່ອສົ່ງອອກ 6 ຟາມ ສາມາດທອມ ໄດ້ປະມານ 8.800 ໂຕ/ 1 ຊຸດ, ສາ ມາດຈັດສົ່ງສັດອອກໄປ ສປ ຈີນ, ສະກັດກັ້ນການບຸກລຸກທໍາລາຍປ່າ ໄມ້ ແລະ ໄຟໄໝ້ລາມປ່າທົ່ວເມືອງ ມີເນື້ອທີ່ປູກຢາງພາລາ ທັງໝົດ 11.423 ເຮັກຕາ, ໃນນັ້ນປາດແລ້ວ ມີ 10.201 ເຮັກຕາ, ຜົນຜະລິດນໍ້າ ຢາງໄດ້ 22.442 ໂຕນ. ທ່ານ ອ່ອນແກ້ວ ພົມແສງປະ ເສີດ ກ່າວຕື່ມວ່າ: ເມືອງສິງເປັນ ເມືອງໜຶ່ງນອນຢູ່ໃນແຜນກຳນົດ ຈຸດ ສຸມຂອງແຂວງ ມີຄື: ຈຸດບຸກ ທະລຸການຈັດສັນພູມລຳເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ ກຸ່ມບ້ານ ຊຽງແຂງ ມີ 9 ບ້ານ ແລະ ຈຸດສ້າງ ບ້ານໃຫຍ່ໃຫ້ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດຈຸດກຸ່ມບ້ານມອມ ມີ 15 ບ້ານ. ໄລຍະຜ່ານ ມາໄດ້ ຮັບ ທຶນຈໍານວນໜຶ່ງມາຕັດຜັງຢູ່ບ້ານ ຈໍາພູທອນສໍາເລັດແລະ ໄດ້ຍົກຍ້າຍ ບ້ານກໍ່ເພນ ຈໍານວນ 23 ຄອບຄົວ ມາຢູ່ຈຸດແຄມທາງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==