5885

xtgmf]k; 6 04/06/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dkg2{g0Q k|q , dkpgxa ovkskofb ']6 d7h kwfh fu ຫລ້າສຸດ ທ່ານ ຄໍາຟອງ ພັນປະ ດິດ ປະທານບໍລິສັດ ຄໍາຟອງກຣູບ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ໂຄງ ການພັດທະນາປັບປຸງ ແລະ ຍົກລະ vj k'oE', 1 cs]j 'mj v'mj P;pvfoy pq , nj * 4 ແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ຄື: ອ່າງນໍ້າງື່ມໜ້າເຂື່ຶອນໄຟຟ້ານໍ້າ ງື່ມ 1-2, ຫາດຊາຍຂາວ, ພູເຂົາ ຄວາຍ ແລະ ປ່າແປກ ໄດ້ກາຍເປັນ ຈຸດໝາຍປາຍທາງການທ່ອງທ່ຽວ ຍອດນິຍົມທີ່ໜ້າຄົ້ນຫາ ແລະ ຄວນ ໄປສໍາຜັດທັງໃນລະດູແລ້ງ, ລະດູ ຝົນ ແລະ ລະດູໜາວ ທ່າມກາງທໍາ ມະຊາດທີ່ອຸດົມສົມບູນ ແລະ ມີປະ ຫວັດຄວາມເປັນມາເຊື່ອງຊ້ອນ ຢ່າງຫລວງຫລາຍ. ລະຫວ່າງ 3- 4 ປີຜ່ານອໍານາດການປົກຄອງແຂວງ ວຽງຈັນ ໄດ້ມີຄວາມພະຍາຍາມບໍ່ ໜ້ອຍເພື່ອພັດທະນາແຫລ່ງທ່ອງ ທ່ຽວຕ່າງໆ ໃຫ້ກາຍເປັນຈຸດເຕົ້າ ໂຮມນັກທ່ອງທ່ຽວ. ດັບແຫລ່ງທ່ອງທ່ຽວອ່າງນໍ້າງື່ມ ໂດຍໄດ້ຮັບທຶນຊ່ວຍເຫລືອຈາກ ການທະນາຄານພັດທະນາອາຊີ (ADB) ເພື່ອຊ່ວຍເຫລືອລັດຖະ ບານລາວ ເຊິ່ງພະແນກຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງວຽງຈັນ ເປັນເຈົ້າຂອງ ໂຄງການໄດ້ຈັດຕັ້ງປະຕິບັດມາແຕ່ ວັນທີ 1/7/2021 ແລະ ກຳນົດສຳ ເລັດໃນວັນທີ 30/6/2023 ໃຊ້ໄລ ຍະເວລາການກໍ່ສ້າງ24 ເດືອນ, ມູນ ຄ່າການກໍ່ສ້າງຕາມສັນຍາເບື້ອງ ຕົ້ນແມ່ນ 4.669.065 ໂດລາ, ແຕ່ເນື່ອງຈາກວ່າໃນການກໍ່ສ້າງ ໂຄງການໄດ້ມີໜ້າວຽກເພີ່ມພາຍ ຫລັງທີ່ໄດ້ປະຕິບັດຕົວຈິງດັ່ງນັ້ນ ຈຶ່ງໄດ້ມີການຕໍ່ສັນຍາອອກໄປອີກ 1 ປີໂດຍ ເລີ່ມແຕ່ວັນທີ 1/7/2023 ຫາ 30/6/2024 ມູນຄ່າເພີ່ມແມ່ນ 661.734,13ໂດລາ, ລວມເປັນມູນ ຄ່າທັງໝົດໃນສັນຍາ 5.330.799 ໂດລາ. ໜ້າວຽກຕົ້ນຕໍຂອງໂຄງການ ແມ່ນແບ່ງເປັນ 2 ໜ້າວຽກຄື:1.ປັບ ປຸງຂະຫຍາຍເສັ້ນທາງຈາກທາງ ເດີ່ມປູຢາງເປັນທາງຄອນກີດຄວາມ ກວ້າງ 6 ແມັດ, ຄວາມຍາວທັງໝົດ 6,3ກິໂລແມັດ ແລະ ມີຮ່ອງລະບາຍ ນ້ຳສອງຂ້າງທາງ. 2. ປັບປຸງເຂດ ທ່າຈອດເຮືອເຊິ່ງປະກອບ ມີທ່າ ຈອດເຮືອ, ອາຄານຮ້ານຄ້າ, ຈຸດຊົມ ທິວທັດ, ຂັ້ນໄດແລະອື່ນໆ, ໃນການ ຈັດຕັ້ງປະຕິບັດໂຄງການນີ້ກໍ່ຍັງມີ ທັງຂໍ້ສະດວກແລະຂໍ້ຫຍຸ້ງຍາກບາງ ດ້ານໃຫ້ຕ້ອງປະເຊີນແລະແກ້ໄຂ້, ໃນນັ້ນຂໍ້ສະດວກກໍ່ຄືໜ່ວຍງານທີ່ ຮັບຜິດຊອບໃນໂຄງການໄດ້ອຳນວຍ ຄວາມສະດວກໃນການຈັດຕັ້ງປະຕິ ບັດວຽກຂອງທາງບໍລິສັດເປັນຢ່າງ ດີ, ດ້ານຫຍຸ້ງຍາກໃນການປະຕິບັດ ໂຄງການກໍ່ສ້າງກໍ່ຄື: ເຂດກໍ່ສ້າງ ອ່າງນ້ຳງື່ມຫລາຍໜ້າວຽກແມ່ນ ຕິດພັນກັບລະດັບນ້ຳ, ດັ່ງນັ້ນໜ້າທີ່ ວຽກແມ່ນຕ້ອງໄດ້ລໍຖ້າໃຫ້ລະດັບ ນ້ຳຈຶ່ງສາມາດກໍ່ສ້າງໄດ້, ແຕ່ລະ ດັບນ້ຳຈະລົດລົງຮອດລະດັບກໍ່ສ້າງ ແມ່ນຊ່ວງທີ່ໃກ້ຈະຮອດລະດູຝົນ, ເຮັດໃຫ້ການກໍ່ສ້າງມີຄວາມຫຍຸ້ງ ຍາກ, ການຍົກຍ້າຍປະຊາຊົນຜູ້ທີ່ຖືກ ຜົນກະທົບໃນເຂດກໍ່ສ້າງແມ່ນບໍ່ສາ ມາດປະຕິບັດຕາມແຜນທີ່ວາງໄວ້, ໂຄງການກໍ່ສ້າງດັ່ງກ່າວເມື່ອລົງມື ປະຕິບັດໂຕຈິງແລ້ວໄດ້ມີການດັດ ແກ້ແບບເພາະແຜນໂຄງການທີ່ ສ້າງມາແມ່ນບໍ່ແທດເໝາະຈຶ່ງໄດ້ມີ ການດັດແກ້ແລະ ປ່ຽນແປງ. ໂຄງການດັ່ງກ່າວຜ່ານການຈັດ ຕັ້ງປະຕິບັດມາຮອດປັດຈຸບັນແມ່ນ ສຳເລັດໄປແລ້ວ87% ຄາດວ່າພາຍ ໃນວັນທີ 30/6/2024 ຈະໃຫ້ສຳ ເລັດ, ແຕ່ມີບາງໜ້າວຽກທີ່ອາດຈະ ຍັງບໍ່ສຳເລັດໃນນັ້ນກໍ່ມີວຽກຕົບ ແຕ່ງ, ປ້າຍ ແລະ ວຽກເກັບສີ, ແຕ່ ເຖິງຢ່າງໃດກໍ່ຕາມທ່ານກໍ່ໄດ້ຢັ້ງ ຢືນວ່າຈະພ້ອມກັນສູ້ຊົນໃນການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ລະບຸ ໄວໃນສັນຍາໃຫ້ໄດ້ 100%. ແນວໃດກໍດີ ສະເພາະເຂດບໍລິ ເວນອ່າງນໍ້າງື່ມຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແລະ ຄ້າງຄືນ ໂດຍ ສະເລ່ຍບໍ່ຕໍ່າກວ່າ 80 ພັນຄົນ ຫາ 1 ແສນຄົນຕໍ່ປີ; ສ່ວນກຸ່ມນັກທ່ອງທ່ຽວ ສ່ວນໃຫຍ່ມັກມາຂີ່ເຮືອເລາະຊົມ ທິວທັດຕາມເກາະດອນນ້ອຍ-ໃຫຍ່, ນອນຄ້າງຄືນຕາມລີສອດຕ່າງໆ. ຂ່າວ: ເກີດຂວັນໃຈ * ຄໍລໍາສົ່ງເສີມທຸລະກິດ ສະບັບນີ້ ຜູ້ຂຽນໄດ້ນໍາສະເໜີໃຫ້ບັນດາທ່ານຮູ້ ຈັກກັບຮ້ານເຂົ້າໜົມ ແລະ ຮ້ານກາເຟ ເປີດໃໝ່ ທີ່ກໍາລັງໄດ້ຮັບຄວາມນິຍົມ ໃນນະຄອນຫລວງວຽງຈັນ ບອກເລີຍ ວ່າ ຮ້ານນີ້ ກໍເປັນອີກຮ້ານໜຶ່ງທີ່ບໍ່ທໍາ ມະດາເລີຍບໍ່ວ່າຈະເລື່ອງລົດຊາດແລະ ເມນູທີ່ຫລາກຫລາຍທັງເຂົ້າໜົມ ແລະ ປະເພດເຄື່ອງດື່ມຮັບຮອງວ່າຖືກໃຈ ເຊິ່ງຈະມີການປັບປຸງສູດໃຫ້ແທດ ເໝາະກັບລົດຊາດຂອງຄົນລາວເຮົາ ແລະ ໄດ້ທົດລອງຈຳໜ່າຍເຂົ້າໜົມ ຜ່ານສື່ສັງຄົມອອນລາຍຕ່າງໆປະກົດ ວ່າໄດ້ຮັບກະແສຕອບຮັບທີ່ດີຈຶ່ງເກີດ ມີແນວຄິດເປີດຂາຍເຂົ້າໜົມຜ່ານໜ້າ ຮ້ານຂຶ້ນມາໂດຍໃສ່ຊື່ຮ້ານວ່າ: 25 Coffee & Bakery Home Café ໂດຍເລືອກເລກ 25 ຍ້ອນເປັນເລກມຸງ ຄຸນປະຈຳຕົວມາຕັ້ງເປັນຊື່ຮ້ານ ໂດຍ ປັດຈຸບັນຮ້ານ 25 Coffee & Bakery Home Café ແມ່ນມີເມນູເຂົ້າໜົມ 100 ກວ່າລາຍການ, ໃນນີ້ອີງຕາມ ກຳລັງການຜະລິດໃນປັດຈຸບັນແມ່ນ ຈະມີການວາງຈຳໜ່າຍເມນູເຂົ້າໜົມ ໃນເບື້ອງຕົ້ນປະມານ 20 ກວ່າລາຍ ການ ແລະ ເມນູເຄື່ອງດື່ມປະເພດກາເຟ ຕ່າງໆແມ່ນມີປະມານ 60 ກວ່າເມນູ ໃຫ້ລູກຄ້າໄດ້ເລືອກຊື້ ໃນນີ້ພວກຂ້າພະ ເຈົ້າຈະເນັ້ນໃສ່ສ້າງຄວາມໂດດເດັ່ນ ເພາະຕົວເພື່ອສ້າງຄວາມຈົດຈຳສຳ ລັບລູກຄ້າໃຫ້ຫລາຍທີ່ສຸດ; ໃນນີ້ເມນູ ທີ່ໄດ້ຂາຍດີແມ່ນໄດ້ແກ່ເມນູເຂົ້າໜົມ ຄົວຊອງປະເພດຕ່າງໆ ແລະ ກາເຟອາ ເມຣິກາໂນ້. ຄົນທີ່ມັກກິນເຂົ້າໜົມ ແລະ ກາເຟແນ່ ນອນ ໂດຍຮ້ານທີ່ເວົ້າມານີ້ນັ້ນກໍຄື ຮ້ານ 25 Coffee & Bakery Home Café ຊື້ນີ້ ບ່ໍຜິດຫວັງແນ່ນອນ ເລື່ອງ ຄວາມແຊບ ແລະ ການບໍລິການທີ່ດີ. ທ່ານ ແສງປະເສີດ ພົມມະຈັນ ເຈົ້າຂອງຮ້ານ 25 Coffee & Bakery Home Café ໃຫ້ຮູ້ວ່າ: ຂ້າພະເຈົ້າມັກ ຮັກດ້ານການປຸງອາຫານ ແລະ ເມນູ ເຂົ້າໜົມຕ່າງໆ ໃນນີ້ພິເສດເວລາລົງ ມືປຸງເຂົ້າໜົມ ຈຶ່ງຮຽນຮູ້ວິທີການປຸງ ດ້ວຍຕົນເອງຜ່ານສື່ສັງຄົມອອນລາຍ ຂອງຮ້ານຄືຈະສື່ໃຫ້ເຫັນເຖິງການ ເປັນຕົວເອງຂອງເຈົ້າຂອງຮ້ານຜ່ານ ການຕົບແຕ່ງຮ້ານ, ການຜະລິດເຂົ້າ ໜົມ ແລະ ການປຸງກາເຟແຕ່ລະລາຍ ການໃຫ້ມີເອກະລັກ ແລະ ລົດຊາດສະ ທ່ານ ແສງປະເສີດ ເວົ້າຕື່ມວ່າ: ຂໍ ຝາກເຖິງຄົນຮຸ້ນໜຸ່ມໃນສັງຄົມທີ່ກຳ ລັງຕ້ອງການສ້າງທຸລະກິດໃດໜຶ່ງເປັນ ຂອງຕົນເອງຕ້ອງເລີ່ມຕົ້ນຈາກການ ຮຽນຮູ້ດ້ວຍຕົນເອງ, ພະຍາຍາມຊອກ ຫາຄວາມຮູ້ໃນທຸລະກິດທີ່ທ່ານຢາກ ສ້າງໃຫ້ຫລາຍ, ວາງແຜນທຸລະກິດໃຫ້ ດີກ່ອນລົງມືປະຕິບັດແລະບໍລິຫານລາຍ ຮັບລາຍຈ່າຍໃຫ້ເປັນລະບົບ ແລະ ຫົວ ໃຈສຳຄັນຂອງທຸລະກິດເຂົ້າໜົມທ່ານ ຕ້ອງເອົາໃຈໃສ່ຄັດເລືອກວັດຖຸດິບທີ່ ດີມີຄຸນນະພາບສູງ ມາເປັນສ່ວນປະ ກອບໃນການຜະລິດ​ ໂດຍໃນນີ້ເກືອບ 95 ເປີເຊັນແມ່ນວັດຖຸດິບຄຸນນະພາບ ດີທີ່ພວກຂ້າພະເຈົ້າ ນຳເຂົ້າຈາກຕ່າງ ປະເທດມາເປັນສ່ວນປະສົມຫລັກ ຂອງເຂົ້າໜົມ ແລະ ມີບາງສ່ວນເປັນ ວັດຖຸດິບພາຍໃນ, ເນັ້ນຂັ້ນຕອນການ ປຸງທີ່ພິຖີພິຖັນ, ສະອາດ ແລະ ໄດ້ມາດ ຕະຖານ ຖ້າທ່ານຮູ້ຈັກຫົວໃຈສໍາຄັນ ຂອງທຸລະກິດແລ້ວຈະນຳພາທ່ານ ກ້າວສູ່ຄວາມສຳເລັດທາງທຸລະກິດ ໄດ້ຢ່າງສະຫງ່າງາມ. ຮ້ານ 25 Coffee & Bakery Home Café ເປີດບໍລິການລູກຄ້າ ທຸກໆມື້, ໃນເວລາ 07:30 ໂມງ - 17:30 ໂມງ ສະຖານທີ່ຕັ້ງຢູ່ບ້ານ ຈອມມະນີໃຕ້ ເມືອງໄຊເຊດຖາ, ນະ ຄອນຫລວງວຽງຈັນ. ຂໍ້ມູນເພີ່ມຕື່ມ ສອບຖາມໄດ້ທີ່: 225 Coffee & Bakery Home Café.

RkJQdWJsaXNoZXIy MTc3MTYxMQ==