xtgmf]k; 3 04/06/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ ໂດຍ: ເຂົ້າຈານນໍ້າ sa f4tdeg,n v'9ervo wfh Ia [ dkolqj 'glu ,pq dgxa ogvdt]a d0v'g,n v' Ij ;,.9xq dxa dIa dlk lyj 'c;f]h v, grnj v7;k,pn opq ' * ວັນທີ 5 ມິຖຸນາ ຂອງທຸກໆປີ ສປປ ລາວ ໄດ້ຮ່ວມກັບບັນດາປະ ເທດໃນທົ່ວໂລກຈັດພິທິສະເຫລີມ ສະຫລອງວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ ເຊິ່ງໃນປີນີ້ມີຄໍາຂວັນ“ຮ່ວມກັນຢຸດ ທໍາລາຍປ່າໄມ້, ຈູດປ່າແບບຊະຊາຍ ເພື່ອຟື້ນຟູດິນ, ຕ້ານໄພແຫ້ງແລ້ງ ແລະ ໄພນ້ຳຖ້ວມ”. ການສະເຫລີມ ສະຫລອງວັນ ດັ່ງກ່າວໄດ້ດໍາເນີນ ພ້ອມກັນກັບຂະບວນປຸກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ເຊິ່ງໄດ້ ຖືໂອກາດເອົາວັນສໍາຄັນດັ່ງກ່າວ ເພື່ອປຸກລະດົມສ້າງຈິດສໍານຶກ ແລະ ໃຫ້ສັນຍານເຕືອນແກ່ປະຊາຊົນ ໃນທົ່ວໂລກ ຮ່ວມແຮງຮ່ວມໃຈກັນ ດຳເນີນການຢ່າງຈິງຈັງໃນການ ແກ້ໄຂບັນຫາສິ່ງແວດລ້ອມ. ໃນສະພາບແຫ່ງການແຂ່ງຂັນ ກັນພັດທະນາ, ມາພ້ອມກັບຜົນສໍາ ເລັດໃນບັນດາເປົ້າໝາຂອງການ ພັດທະນານັ້ນ; ໂລກເຮົາຊໍ້າພັດຜະ ເຊີນກັບສິ່ງທ້າທາຍຢ່າງໜັກໜ່ວງ ຕໍ່ຄວາມສາມາດ ໃນການຄຸ້ມຄ້ອງ ຊັບພະຍາກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມຕາມ ທິດສີຂຽວ ແລະ ຍືນຍົງ, ລວມທັງ ການປົກປັກຮັກສາແຫລ່ງນໍ້າທໍາ ມະຊາດ ຈາກປັດໄຈການເພີ່ມຂຶ້ນ ຂອງປະຊາກອນໂລກ ຢ່າງໄວວາ, ສິ່ງແວດລ້ອມທໍາມະຊາດຖືກທຳ ລາຍ, ການເຊື່ອມໂຊມຂອງລະບົບນິ ເວດພື້ນຖານທໍາມະຊາດໂລກ ແລະ ຈາກສະພາບການປ່ຽນແປງຂອງ ດິນຟ້າອາກາດອັນໄດ້ສົ່ງຜົນກະທົບ ອັນສໍາຄັນຕໍ່ປະຊາກອນໂລກ, ໂດຍ ສະເພາະໃນບັນດາປະເທດດ້ອຍພັດ ທະນາ ເກີດມີບັນຫາຂາດແຄນນ້ຳ. ນອກນັ້ນ, ຍັງປະເຊີນໜ້າກັບບັນຫາ ມົນລະພິດທາງນ້ຳ ແລະ ບັນຫາໄພ ນໍ້າຖ້ວມຢ່າງກະທັນຫັນ ແລະ ໄພ ແຫ້ງແລ້ງຢ່າງຮຸນແຮງໄດ້ເພີ່ມຂຶ້ນ ໃນແຕ່ລະປີເຊິ່ງໄດ້ສົ່ງຜົນກະທົບ ເປັນວົງກວ້າງ, ກະທົນຮຸນແຮງຕໍ່ ການດຳລົງຊີວິດຂອງຄົນ ແລະ ສັດ * ປີນີ້ (2024) ເປັນປີທ່ອງ ທ່ຽວລາວ, ມີການກໍານົດຈັດກິດຈະ ກໍາສົ່ງເສີມໃນລະດັບຊາດ 14 ກິດ ຈະກໍາ ແລະ ລະດັບທ້ອງຖິ່ນ65ກິດ ຈະກໍາ ເຊິ່ງມາຮອດປັດຈຸບັນການ ປະຕິບັດກິດຈະກໍາລະດັບຊາດ ແມ່ນ ໄດ້ບັນລຸແລ້ວເກືອບ 93%ແລະ ກິດ ຈະກໍາລະດັບທ້ອງຖິ່ນບັນລຸໄດ້ແລ້ວ 61%. ຖືໄດ້ວ່າປີທ່ອງທ່ຽວລາວ ພວມດໍາເນີນຢ່າງຄຶກຄື້ນໃນຂອບ ເຂດທົ່ວປະເທດ, ເພາະສະນັ້ນ ເພື່ອ ບັນລຸບັນດາເປົ້າໝາຍທີ່ກໍານົດໄວ້ ໄດ້ມີບາງຄໍາເຫັນທີ່ເກັບກໍາມາ ແມ່ນພວກເຮົາຄວນສົມທົບຢ່າງກົມ ກຽວລະຫວ່າງການບໍລິການ (ຂອງ ຄົນທຸກດ້ານ) ກັບບັນດາດ້ານທີ່ເຮົາ ມີທັງວັດທະນະທໍາ, ທໍາມະຊາດ, ປະຫວັດສາດ ລວມເຖິງດ້ານກະສິ ກໍາ ເຊິ່ງພວກເຮົາມີທ່າແຮງ. ປີທ່ອງທ່ຽວລາວ 2024 ນີ້, ລັດ ຖະບານ ໄດ້ວາງເປົ້າໝາຍດຶງດູດ ນັກທ່ອງທ່ຽວໃຫ້ໄດ້ 3.900.000 ເທື່ອຄົນ. ຜ່ານມາໄລຍະ3 ເດືອນມາ ນີ້ (ເດືອນ1-3 ປີນີ້) ອີງຕາມຂໍ້ມູນ ຈາກກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ຕົວເລກນັກ ທ່ອງທ່ຽວບັນລຸແລ້ວ 1.131.000 ກວ່າເທື່ອຄົນ, ຕົວເລກນີ້ ຖ້າສົມ ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາແມ່ນເພີ່ມຂຶ້ນ 36%. ກ່ຽວກັບການຈັດກິດຈະກໍາທ່ອງ ທ່ຽວທັງໃນລະດັບຊາດ ແລະ ລະ ດັບທ້ອງຖິ່ນ ກໍ່ຄືບັນດາແຂວງ ທີ່ມີ ບາງຄໍາເຫັນວ່າເປັນຫຍັງບໍ່ທັນ ບັນລຸ 100%, ອັນນີ້ຂໍໃຫ້ເຂົ້າໃຈວ່າ ບັນດາກິດຈະກໍາທີ່ກໍານົດແມ່ນລ້ວນ ແຕ່ຕິດພັນກັບວັດທະນະທໍາ ແລະ ຮີດຄອງປະເພນີລາວ ທີ່ສືບທອດ lq ,mq [dko[= ]y dko da [[a ofkfh komu j gIq k,u mj kcI' fb 'f6 foa dmj v'mj P; ມາດົນນານ ເຊິ່ງມີແຕ່ລະເດືອນທັງ 12 ເດືອນ, ໂດຍສະເພາະແມ່ນຕິດ ພັນກັບຮີດ 12 ທີ່ຕ້ອງຈັດໃຫ້ຖືກ ກັບເວລາ. ກ່ຽວກັບການກໍານົດຕົວເລກ ນັກທ່ອງທ່ຽວປີນີ້, ບາງຄໍາເຫັນນັກ ທ່ອງທ່ຽວຈາກປະເທດເພື່ອນມິດ ທີ່ມາຈາກທາງເໜືອເຮົາທ່ານໜຶ່ງ ເວົ້າໃນໂອກາດຜູ້ຂຽນໄດ້ລົມນໍາ ເມື່ອໃນອາທິດຜ່ານມາ ເພິ່ນໃຊ້ຄໍາ ວ່າ ເປັນຕົວເລກຖ່ອມຕົວ.ທັດສະນະ ຂອງເພິ່ນເຫັນວ່າດ້ວຍທ່າແຮງພື້ນ ຖານທີ່ລາວເຮົາມີ, ນັກທ່ອງທ່ຽວ ຫລາຍປະເທດລ້ວນສົນໃຈມາຢ້ຽມ ຢາມ, ເຊື່ອວ່ານັກທ່ອງທ່ຽວຈະມາ ຫລາຍລື່ນເປົ້າໝາຍທີ່ວາງໄວ້ແນ່ ນອນ. ບ່ອນອີງຕາມຄໍາເຫັນຂອງ ເພິ່ນແມ່ນເບິ່ງຄືນໃສ່ການເປີດປີ ທ່ອງທ່ຽວລາວໃນໄລຍະຜ່ານມາ ແລະ ມາຮອດດຽວນີ້ລາວເຮົາກໍ່ມີ ການພັດທະນາລະບົບພື້ນຖານການ ຄົມມະນາຄົມດີຂຶ້ນຫລາຍ ໂດຍ ສະເພາະມີທາງລົດໄຟ, ທາງດ່ວນ ແລະ ບັນດາເສັ້ນທາງສາຍສໍາຄັນ. ເຖິງຢ່າງໃດກໍ່ດີ ຄໍາເຫັນທີ່ເພິ່ນຢາກ ແລກປ່ຽນນໍາແມ່ນ ເຮັດແນວໃດກໍ່ ແນວ ຕ້ອງສົມທົບໃຫ້ແໜ້ນແຟ້ນ ແລະ ກົມກຽວກັນລະຫວ່າງການບໍ ລິການ ແລະ ນໍາໃຊ້ບັນດາດ້ານທີ່ ລາວເຮົາມີທ່າແຮງເປັນພື້ນຖານ. ຢາກໝາຍວ່າ ແຫລ່ງທ່ອງທ່ຽວ ດ້ານຕ່າງໆນັ້ນລາວເຮົາມີບໍ່ນ້ອຍ ໜ້າປະເທດໃດ, ບວກໃສ່ພື້ນຖານ ອັນດີງາມແນວຄິດຈິດໃຈຂອງຄົນ ລາວ ຖ້າສົມທົບກົມກຽວ ກົມກືນໄປ ນໍາກັນແລ້ວ, ນັກທ່ອງທ່ຽວຈາກປະ ເທດຕ່າງໆ ຈະຫລັ່ງໄຫລມາຢ້ຽມ ຢາມຢ່າງແນ່ນອນ. ເວົ້າເລິກໄປວ່າ ການບໍລິການດີນັບຕັ້ງແຕ່ຫົວທີ ຈົນເຂົາກັບບ້ານ, ສະຖານທີ່ທ່ຽວມີ, ງາມ, ໜ້າອັດສະຈັນ...ແຕ່ຖ້າຄົນບໍ ລິການບໍ່ດີບໍ່ປະທັບໃຈບໍ່ມີພະລັງ ດຶງດູດໃຈໄດ້ແລ້ວກໍ່ຈະບໍ່ຢາກມາ ເທື່ອໃໝ່. ເວົ້າແລ້ວກໍ່ແມ່ນຕິດພັນ ກັບ“ຄົນ”. ເວົ້າກ່ຽວກັບຄົນເພື່ອດຶງ ດູດນັກທ່ອງທ່ຽວ, ບໍ່ໝາຍວ່າມີ ແຕ່ຜູ້ເຮັດໜ້າທີ່ບໍລິການຕິດພັນສະ ເພາະການທ່ອງທ່ຽວເທົ່ານັ້ນ, ມັນ ລວມເອົາທັງໝົດພົນລະເມືອງລາວ, ກ່າວຄື ການຍິ້ມຫົວ, ຄວາມມີອັດ ທະຍາໄສໄມຕີສະແດງອອກຄວາມ ເປັນເພື່ອນມິດທີ່ດີ...ພົບເຫັນແລ້ວ ໜ້າເຊື່ອໃຈເຊື່ອຖື ໂດຍພາກປະຕິ ບັດ ກໍ່ຈະເຮັດໃຫ້ນັກທ່ອງທ່ຽວປະ ທັບໃຈ ເພາະວ່າເປົ້າໝາຍຂອງການ ທ່ອງທ່ຽວ ກໍ່ແມ່ນຢາກໄດ້ອາຫານ ທາງໃຈທີ່ສຸດແສນປະເສີດເທົ່າທີ່ ຈະໄດ້ຮັບ. ເຮັດແນວໃດກໍ່ແນວນັກ ທ່ອງທ່ຽວມາແລ້ວໃຫ້ຢາກມາຕື່ມ ອີກ ແລະ ຊັກຊວນ ອວນກັນມາ. ສະນັ້ນຈິດໃຈບົດນີ້ທີ່ນໍາມາແລກ ປ່ຽນຢາກສະຫລຸບວ່າການສົມທົບ ແໜ້ນແຟ້ນແລະກົມກຽວລະຫວ່າງ ການບໍລິການອັນຕິດພັນກັບ “ຄົນ” ກັບບັນດາດ້ານທີ່ພວກເຮົາມີທ່າ ແຮງກໍ່ຈະສາມາດດຶງດູດນັກທ່ອງ ທ່ຽວໄດ້ຫລາຍຂຶ້ນຢ່າງແນ່ນອນ. ພ້ອມດຽວກັນ ພວກເຮົາກໍ່ເປີດໃຈ ໃຫ້ກວ້າງ ເພື່ອຮັບເອົາບັນດາຄໍາ ຄິດຄໍາເຫັນທີ່ສະທ້ອນກັບ ຄືອັນດີ ນໍາໄປເສີມຂະຫຍາຍ, ອັນໃດເປັນ ຄໍາເຫັນໃຫ້ປັບປຸງກໍ່ພິຈາລະນາ ແກ້ ໄຂໃຫ້ຖືກຈຸດແລະອະທິບາຍໃຫ້ທັນ ໃນບັນຫາທີ່ມີລັກສະນະບິດເບືອນ ຄວາມເປັນຈິງ ໃຫ້ທັນການ. * ເມືອງຈໍາພອນ ເປັນເມືອງທີ່ມີ ຊື່ສຽງຂອງແຂວງສະຫວັນນະເຂດ ໃນການຜະລິດຫັດຖະກຳ ໂດຍສະ ເພາະແມ່ນຫັດຖະກຳຕໍ່າແຜ່ນ ແລະ ຫັດຖະກຳຈັກສານຕໍ່າສາດຜື ຊຶ່ງ ບ້ານທີ່ມີຊື່ສຽງໃນການຜະລິດ ມີ 2 ບ້ານຄື: ກຸ່ມຫັດຖະກຳຈັກສານການ ຕ່ຳສາດຜືຂອງບ້ານເລົ່າໜາດ ແລະ ການຕ່ຳແຜນແພຂອງບ້ານດອນ ແດງ. ສະນັ້ນ ເພື່ອສົ່ງເສີມການການ ຜະລິດຂອງຊຸມຊົນ ທັງຍົກສູງຜະ ລິດຕະພັນທີ່ເປັນເອກະລັກຂອງຖິ່ນ ໃຫ້ມທີຄຸນນະພາບສູງ ເປັນທີ່ຮູ້ຈັກ ຢ່າງກວ້າງຂວາງ ໃນທ້າຍເດືອນ ຜ່ານມາ ຄະນະກຳມະການຄັດ ເລືອກຜະລິດຕະພັນຕົວແບບເມືອງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ຫ້ອງການການເງີນເມືອງ ແລະ ຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ຄັດເລືອກ ເອົາຜະລິດຕະພັນຫັດຖະກຳການ ຕ່ຳສາດຜືຂອງບ້ານເລົ່າໜາດ ແລະ ການຕ່ຳແຜນແພຂອງບ້ານດອນ ແດງ ທີ່ມີຄວາມໂດດເດັ່ນ ແລະ ມີເອ ກະລັກສະເພາະຂອງທ້ອງຖິ່ນນຳ ສະເໜີຂັ້ນເທິງຄົ້ນຄວ້າຮັບຮອງ ເອົາເປັນສິນຄ້າໜຶ່ງເມືອງໜຶ່ງຜະ ລິດຕະພັນ ຫລື ໂອດັອບ. ສຳລັບຜະລິດຕະພັນຂອງກຸ່ມ ຕ່ຳສາດຜືບ້ານເລົ່າໜາດປະກອບມີ ສາດຜືທີ່ມີລວດລາຍສີສັນສວຍ ງາມຫລາຍຂະໜາດ ແລະ ຫລາຍ ລວດລາຍເຊັ່ນ: ມີລາຍນົກ ແລະ ລາຍປາ, ມີແຜ່ນຮອງຈອກ, ແຜ່ນ ຮອງຈານ....ສ່ວນກຸ່ມຕ່ຳແຜ່ນແພ ຂອງບ້ານດອນແດງ ກໍ່ລ້ວນແຕ່ມີ ຄວາມສວຍງາມ ເຊິ່ງມີທັງແພຕັດ ເສື້ອ, ແພເຊັດມື ແລະ ຜ້າຫົ່ມ ເຊິ່ງ ມີຄວາມສວຍງາມແບບທຳມະຊາດ ແລະ ເປັນເອກະລັກຂອງທ້ອງຖິ່ນ. ນອກຈາກການລົງຄັດເລືອກ ເອົາຜະລິດຕະພັນຕົວແບບແລ້ວ ທາງຄະນະກຳມະການຄັດເລືອກ ຜະລິດຕະພັນຕົວແບບຂັ້ນເມືອງກໍ່ ຍັງໄດ້ແນະນຳໃຫ້ແຕ່ລະກຸ່ມ ຕ້ອງ ໄດ້ປັບປຸງແບບແຜນການເຮັດວຽກ ຂອງກຸ່ມໃຫ້ມີຄວາມຖືກຕ້ອງເໝາະ ສົມກັບທ້ອງຖິ່ນ ມີລະບຽບແບບ ແຜນທີ່ສອດຄ່ອງເໝາະກັບກຸ່ມ ຂອງຕົນ ຮັດແໜ້ນຄວາມສາມັກຄີ ແລະ ການເຮັດວຽກມີປະສິດທິຜົນ ທັງນີ້ກໍເພື່ອເຮັດໃຫ້ການຜະລິດ ຂອງກຸ່ມມີຄວາມຍືນຍົງ ສາມາດ ນຳເອົາຜົນປະໂຫຍດມາສູ່ປະຊົນຜູ້ ຜະລິດຢ່າງແທ້ຈິງ. ຈຳພອນ ທີ່ປະກອບມີການນຳຂອງ ເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຫ້ອງການກະ ສິກຳ ແລະ ປ່າໄມ້ເມືອງ, ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການຖະແຫລງ ໃນທົ່ວທຸກມູມໂລກ. ປັດຈຸບັນ, ສິ່ງແວດລ້ອມທໍາມະ ຊາດກໍາລັງຖືກທໍາລາຍ, ລະບົບນິ ເວດກໍາລັງຊຸດໂຊມລົງຊຶ່ງມີສາເຫດ ມາຈາກສະພາບການປ່ຽນແປງ ຂອງດິນຟ້າອາກາດ ອັນໄດ້ສົ່ງຜົນ ກະທົບທາງກົງ ແລະ ທາງອ້ອມຕໍ່ ປະຊາກອນໂລກ ໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວ ໄປ ສູ່ຄົນຮຸ່ນຫລັງໃນອະນາຄົດ. ສຳລັບ ປະເທດພວກເຮົາກໍເຊັ່ນດຽວກັນ ແມ່ນກຳລັງຜະເຊີນໜ້າກັບຜົນກະ ທົບຕໍ່ສິ່ງແວດລ້ອມທີ່ເກີດຈາກໄຟ ໄໝ້ປ່າ, ນໍ້າເປື້ອນ ແລະ ບັນຫາຂີ້ ເຫຍື້ອ ໂດຍສະເພາະແມ່ນຂີ້ເຫຍື້ອ ປລາສຕິກ ທີ່ນັບມື້ນັບເພີ່ມຂຶ້ນຈາກ ການຊົມໃຊ້ ແລະ ການຖິ້ມຊະຊາຍ ຕາມຊຸມຊົນ, ຖະໜົນຫົນທາງ, ຕາມ ຕົວເມືອງໃຫຍ່, ຕົວເມືອງນ້ອຍຍ້ອນ ການກໍາຈັດ ແລະ ຫລຸດຜ່ອນຍັງເຮັດ ໄດ້ໜ້ອຍ. ຕໍ່ສະພາບການ ແລະ ບັນ ຫາດັ່ງກ່າວພັກ ແລະ ລັດຖະບານ ກໍໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ເພື່ອ ສ້າງໃຫ້ປະເທດລາວ ເປັນປະເທດ ຂຽວສະອາດງາມຕາ ໂດຍໃຫ້ມີນິຕິ ກໍາ, ຄູ່ມື, ຄໍາແນະນໍາຕ່າງໆ ແລະ ໃຫ້ໂຄສະນາເຜີຍແຜ່ ແລະ ສ້າງຈິດ ສໍານຶກ ໃຫ້ທົ່ວສັງຄົມ ພ້ອມກັນປະ ກອບສ່ວນແລະ ເຂົ້າຮ່ວມຈັດຕັ້ງປະ ຕິບັດ ໂດຍສະເພາະການແກ້ໄຂບັນ ຫາຂີ້ເຫຍື້ອ ທີ່ນອນໃນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ກໍຄື ການຫລຸດຜ່ອນຂີ້ເຫຍື້ອ ແລະ ການສ້າງສະໜາມຂີ້ເຫຍື້ອ ເພື່ອ ຮອງຮັບສິ່ງເສດເຫລືອຈາກການ ຊົມໃຊ້ທີ່ເພີ່ມຂຶ້ນ, ພ້ອມທັງສ້າງຕົວ ເມືອງໃຫ້ສະອາດງາມຕາປາສະ ຈາກມົນລະພິດ. ສະເພາະ ສປປ ລາວ, ພັກ-ລັດ ກໍໄດ້ມີແນວທາງ ແລະ ນະໂຍບາຍ ໃນການແກ້ໄຂບັນຫາດັ່ງກ່າວ ຢ່າງ ສະເໝີຕົ້ນສະເໝີປາຍ ເປັນຕົ້ນ ແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ ກົດໝາຍວ່າດ້ວຍການປົກປັກຮັກ ສາສິ່ງແວດລ້ອມ ແລະ ກົດໝາຍ ອື່ນໆ ທີ່ກ່ຽວຂ້ອງ. ພ້ອມທັງໄດ້ກຳ ນົດຢູ່ໃນມະຕິກອງປະຊຸມໃຫຍ່ຂອງ ພັກແຕ່ລະຄັ້ງ ກໍຄື ຢູ່ໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຂອງ ສປປ ລາວ, ຄຽງຄູ່ກັບການສົ່ງເສີມ ຄຸນນະພາບສິ່ງແວດລ້ອມຕົວເມືອງ ທົ່ວ ສປປ ລາວ ໃຫ້ກາຍເປັນ ສີຂຽວ ສະອາດງາມຕາ ເພື່ອປະກອບສ່ວນ ເຂົ້າໃນການຂັບເຄື່ອນໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງ. ເພື່ອເປັນການສະເຫລີມສະຫລອງ ວັນສິ່ງແວດລ້ອມໂລກ, ວັນສິ່ງແວດ ລ້ອມແຫ່ງຊາດ, ວັນນໍ້າໂລກ, ວັນ ປຸກຕົ້ນໄມ້ແຫ່ງຊາດປີນີ້ ໃຫ້ເຕັມໄປ ດ້ວຍບັນຍາກາດຟົດຟື້ນ ແລະ ບັນລຸ ເປົ້າໝາຍທີ່ວາງເອົາໄວ້, ສປປລາວ ກໍໄດ້ຖືເອົາໂອກາດທີ່ມີຄວາມໝາຍ ຄວາມສຳຄັນນີ້ດຳເນີນການໂຄ ສະນາ, ປຸກຈິດສຳນຶກແລະ ສ້າງຂະ ບວນການສອດຄ່ອງຕາມຄໍາຂວັນ ສະເພາະປີນີ້ແລະ ພ້ອມກັັນຫັນປ່ຽນ ຈິນຕະນາການ ໄປພ້ອມໆກັບການ ເພີ່ມທະວີການຄຸ້ມຄອງຊັບພະຍາ ກອນ ທຳມະຊາດ ແລະ ປົກປັກຮັກ ສາສິ່ງແວດລ້ອມຕາມທິດສີຂຽວ ແລະຍືນຍົງຕາມລະບຽບການແລະ ກົດໝາຍຢ່າງເຂັ້ມງວດ ໃຫ້ບັນລຸ ຕາມວິໄສທັດ, ຕາມຍຸດທະສາດ ແລະ ແຜນການ 5 ປີ ຂອງຂະແໜງ ການ, ປະກອບສ່ວນ ໃຫ້ແກ່ແຜນ ພັດທະນາເສດຖະກິດ-ສັງຄົມ ໃຫ້ມີ ຄວາມຍືນຍົງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==