lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 04/06/2024 xtgmf]k; ຮອງນາຍົກລັດຖະມົນຕີຮ່ວມ... ສຳເລັດກອງປະຊຸມ.... ກະຊວງການຕ່າງປະເທດ... ເລີ່ມທົດລອງສຳຫລວດ... ຮອງນາຍົກລັດຖະມົນຕີ ຕ້ອນ... ບ້ານຊ່ວຍເຫລືອເດັກ... ຂປລ. ແຂວງຈໍາປາສັກ ໄດ້ຈັດ ງານສະເຫລີມສະຫລອງວັນປູກຕົ້ນ ໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ (ວັນທີ 1 ມິຖຸນາ), ວັນສິ່ງ ແວດລ້ອມໂລກ ແລະ ວັນສິ່ງແວດ ລ້ອມແຫ່ງຊາດ (ວັນທີ 5 ມິຖຸນາ) ໃນວັນທີ 1 ມິຖຸນາ 2024 ໂດຍການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນ ຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງໆຈຳປາສັກ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານສູນ ກາງສະຫະພັນແມ່ຍິງລາວ, ທ່ານ ດຣ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງ ໜ້າອົງການອຸຍນີເຊບ ປະຈຳ ສປປ ລາວ, ບັນດາການນໍາແຂວງ, ພະ ແນກການ-ອົງການຈັດຕັ້ງມະຫາ ຊົນ, ການນໍາບັນດາເມືອງ-ນະຄອນ, ພາກທຸລະກິດ, ພະນັກງານ-ລັດຖະ ກອນ, ຊາວໜຸ່ມ, ເຍົາວະຊົນ, ອະນຸ ຊົນພາຍໃນແຂວງຈຳປາສັກ ເຂົ້າ ຮ່ວມຢ່າງຫລວງຫລາຍ. ໃນໂອກາດດັ່ງກ່າວ, ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ໄດ້ລາຍງານໃຫ້ຊາບກ່ຽວກັບການ ຈັດພິທີໃນຄັ້ງນີ້ວ່າ: ໂດຍໄດ້ຮັບ ການມອບໝາຍ ຈາກຄະນະພັກອົງການປົກຄອງແຂວງຈໍາປາສັກ ໃຫ້ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ພະແນກຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ອົງການ ຈັດຕັ້ງມະຫາຊົນຂັ້ນ ແຂວງ ກໍຄື ພະແນກການ-ອົງການ ອ້ອມຂ້າງແຂວງ, ນະຄອນປາກເຊ ຮັບຜິດຊອບການຫ້າງຫາກະກຽມ ຄວາມພ້ອມຈັດກິດຈະກຳຕ່າງໆ ຂຶ້ນ ໃນໂອກາດການສະເຫລີມສະ ຫລອງວັນສໍາຄັນດັ່ງກ່າວ ເຊິ່ງລວມ ມີບັນດາກິດຈະກຳຄື: ການສ້າງຂະ ບວນການຮ່ວມແຮງຮ່ວມໃຈເຮັດ ອະນາໄມໃຫ້ນະຄອນປາກເຊ ສະ ອາດງາມຕາ, ການອະນາໄມລວງ ຄອງ-ຮ່ອງລະບາຍນໍ້າ ເພື່ອບໍ່ໃຫ້ນໍ້າ ຖ້ວມຂັງໃນຕົວເມືອງ, ພິທີປູກຕົ້ນໄມ້ ສະຖານທີ່ທ່ອງທ່ຽວທາດ 3 ປາງ, ປ່າທໍາມະຊາດ ທີ່ເມືອງສຸຂຸມາ ແລະ ພິທີສະເຫລີມສະຫລອງວັນເດັກ ນ້ອຍສາກົນ ທີ່ຫໍວັດທະນະທໍາຂອງ ແຂວງ, ພິທີສະເຫລີມສະຫລອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງ ແວດລ້ອມໂລກ ແລະ ວັນສິ່ງແວດ ລ້ອມແຫ່ງຊາດ ດ້ວຍການຈັດກິດ ຈະກຳຍ່າງ ເພື່ອສຸຂະພາບ, ປ່ອຍ ປາ, ປູກຕົ້ນໄມ້ ແລະ ການແຂ່ງຂັນ ກິລາກະຕໍ້. ສະເພາະກິດຈະກຳຍ່າງ ເພື່ອສຸຂະພາບ ແມ່ນເລີ່ມຕົ້ນອອກ ຈາກສໍານັກງານຫ້ອງວ່າການ ແຂວງ ໄປຍັງຫໍຫລັກເມືອງປາກເຊ ໄລຍະທາງຍາວ 800 ແມັດ. ຈາກ ນັ້ນ, ກໍໄດ້ທຳພິທີສັກກາລະບູຊາ ຫໍຫລັກເມືອງ ແລະ ປ່ອຍປາລົງ ໃສ່ວັງສະຫງວນປາກນໍ້າເຊໂດນ ທີ່ທ່າວັດຫລວງປາກເຊ (ວັງສະ ຫງວນຂອງແຂວງ), ແລ້ວສືບຕໍ່ ຍ່າງ ເພື່ອສຸຂະພາບ ຈາກວັດຫລວງ ປາກເຊ ມາຍັງສວນສາທາລະນະ ແຄມຂອງ ເຊິ່ງມີໄລະທາງ 1.700 ແມັດ ເພື່ອຮ່ວມກັນປູກຕົ້ນໄມ້ທີ່ ສວນສາທາລະນະ ເຊິ່ງການຈັດກິດ ຈະກໍາຄັ້ງນີ້, ກໍເພື່ອປູກຈິດສໍານຶກ ແລະ ປຸກລະດົມທົ່ວສັງຄົມໃຫ້ຄວາມ ສຳຄັນຮ່ວມກັນປູກ ແລະ ປົກປັກ ຮັກສາຕົ້ນໄມ້, ປ່າໄມ້ ແລະ ຮັກສາ ສະພາບແວດລ້ອມໃຫ້ເປັນຂະບວນ ຢ່າງກ້ວາງຂວາງ, ສືບຕໍ່ສ້າງທຸກ ເງື່ອນໄຂໃຫ້ແຂວງຈໍາປາສັກ ມີສະ ພາບແວດລ້ອມທີ່ດີ, ສີຂຽວ ແລະ ຍືນຍົງ, ທັງມີຄວາມສະອາດ, ສວຍ ງາມ, ໜ້າຢູ່ອາໄສ ແລະ ໜ້າທ່ຽວ ຊົມຢ່າງແທ້ຈິງ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ນາ 2024, ທັງເປັນການປະຕິບັດ ຄຳຂັວນ ສ ສີຂຽວ ຂອງນະຄອນ ຫລວງວຽງຈັນ ວາງອອກ, ສ້າງ ສະພາບແວດລ້ອມຢູ່ຂອບເຂດນະ ຄອນຫລວງວຽງຈັນ ກໍຄືຂອບເຂດ ທົ່ວປະເທດ ໃຫ້ເປັນພື້ນທີ່ສີຂຽວ ເຮັດໃຫ້ມີອາກາດທີ່ສົດຊື່ນ ແລະ ສ້າງຄວາມຮົ່ມເຢັນ, ທັງເປັນການ ປູກຈິດສໍານຶກໃຫ້ແກ່ພະນັກງານລັດຖະກອນ ໃຫ້ມີຈິດໃຈມັກຮັກໃນ ການປູກຕົ້ນໄມ້ ເພື່ອປົກປັກຮັກສາ ສິ່ງແວດລ້ອມທີ່ດີ ແລະ ເປັນການ ກະກຽມຕ້ອນຮັບກອງປະຊຸມອາ ຊຽນທີ່ ສປປ ລາວ ຈະເປັນເຈົ້າພາບ ໃນປີ 2024. ຢ່າງໃດກໍຕາມ, ກະຊວງການ ຕ່າງປະເທດ ໄດ້ຈັດກິດຈະກໍາປູກ ຕົ້ນໄມ້ຂຶ້ນໃນທຸກໆປີ ເພື່ອເພີ່ມພື້ນທີ່ ສີຂຽວໃຫ້ກັບທຳມະຊາດແລະ ເພື່ອ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ ຢ່າງເປັນຂະບວນການ ຟົດຟື້ນ. ຂ່າວ-ພາບ: ກຕທ ແຕ່ເປັນການທົດລອງການເກັບກຳ ຂໍ້ມູນພາກສະໜາມເທົ່ານັ້ນ, ແຕ່ ເປັນການທົດລອງການສຳຫລວດ ທີ່ຈັດຕັ້ງປະຕິບັດທຸກຂະບວນການ ແລະ ຂັ້ນຕອນຂອງການສຳຫລວດ ທັງໝົດຄືກັນກັບການສຳຫລວດ ໃຫຍ່ ເຊິ່ງການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີV ຈະຈັດຕັ້ງປະຕິບັດໃນເດືອນ ມີນາ ປີ 2025. ທ່ານ ດຣ. ບາກທິຢໍ ຄາດິເຣິບ ຜູ້ ຕາງໜ້າອົງການ UNFPA ໄດ້ກ່າວ ວ່າ: ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນໜຶ່ງວຽກງານ ທີ່ໃຊ້ເວລາ, ຊັບຊ້ອນ ແລະ ໃຫຍ່ທີ່ ສຸດ ໃນປະເທດ ເຊິ່ງຈະຕ້ອງໄດ້ຮັບ ການຈັດຕັ້ງປະຕິບັດໂດຍຜ່ານການ ຊ່ວຍເຫລືອທີ່ເປັນບຸລິມະສິດ. ການ ທົດລອງສຳຫລວດພົນລະເມືອງ ແມ່ນຈຸດພົ້ນເດັ່ນທີ່ສຳຄັນເນື່ອງ ຈາກຈະຊ່ວຍໃຫ້ສາມາດທົດສອບ ບັນດາອົງປະກອບຕ່າງໆຂອງການ ສຳຫລວດພົນລະເມືອງເປັນຕົ້ນ ແບບສອບຖາມ, ການກະກຽມບຸກ ຄະລາກອນເກັບກຳຂໍ້ມູນ, ແຜນ ການໂຄສະນາພ້ອມທັງສ້າງຄວາມ ເຂົ້າໃຈ ແລະ ການຮ່ວມມືຂອງພົນ ລະເມືອງ. ນັກເດີນສຳຫລວດຈະ ຖາມຄຳຖາມກັບຫົວໜ້າຄົວເຮືອນ ກ່ຽວກັບຜູ້ຢູ່ອາໄສປົກກະຕິ ແລະ ຄຸນລັກສະນະດ້ານພົນລະເມືອງແລະ ເສດຖະກິດ-ສັງຄົມຂອງພວກເຂົາ, ຈະມີຫລາຍຄໍາຖາມກ່ຽວກັບອາຍຸ, ສະຖານະພາບການແຕ່ງງານ, ສາ ສະໜາ, ພາສາ, ຄວາມຫຍຸ້ງຍາກ ດ້ານໜ້າທີ່ການ, ສະຖານທີ່ຢູ່ອາໄສ ຜ່ານມາ ແລະ ປັດຈຸບັນ, ການສຶກ ສາ, ການຈ້າງງານ,ຈໍານວນລູກທີ່ ເກີດ ແລະ ການເສຍຊີວິດພາຍໃນ ຄົວເຮືອນ. ນັກເດີນສຳຫລວດຍັງຈະ ເກັບກຳຂໍ້ມູນກ່ຽວກັບສະພາບທີ່ຢູ່ ອາໄສ, ສິ່ງຂອງເຄື່ອງໃຊ້ຕ່າງໆ ໃນຄົວເຮືອນ ແລະ ກິດຈະກຳທາງ ດ້ານກະສິກຳ; ທຸກຄົນທີ່ຢູ່ປະຈຳໃນ ຄົວເຮືອນປະກອບມີເດັກນ້ອຍ, ເດັກ ແດງ, ຜູ້ໃຫຍ່, ຜູ້ສູງອາຍຸ ແລະ ຜູ້ທີ່ ມີຄວາມຫຍຸ້ງຍາກທາງດ້ານໜ້າ ທີ່ການແມ່ນຈະຕ້ອງໄດ້ຈົດນັບ ໃນ ການທົດລອງສໍາຫລວດພົນລະ ເມືອງ, ທຸກຄົນມີຄວາມສໍາຄັນ ແລະ ທຸກຄົນໃນຄົວເຮືອນແມ່ນຕ້ອງຈົດ ນັບເຂົ້າໃນຕອນທ້າຍຂອງການ ສໍາພາດ, ນັກເດີນສຳຫລວດຈະຕິດ ສະຕິກເກີຢູ່ຂ້າງປະຕູເຮືອນ, ເພື່ອຊີ້ ບອກເຖິງຜົນສໍາເລັດຂອງການທົດ ລອງເກັບກຳຂໍ້ມູນ ຂອງເຮືອນ ຫລື ທີ່ຢູ່ອາໄສທີ່ຢູ່ໃນເຂດສຳຫລວດ ນັ້ນ; ນັກເດີນສຳຫລວດ ຈະເກັບກຳ ຂໍ້ມູນຂອງຄົວເຮືອນໂດຍນຳໃຊ້ ແທັບເລັດ ແລະ ຈະຮັບປະກັນວ່າຂໍ້ ມູນທີ່ບັນທຶກ ໄວ້ຈະຖືກເກັບຮັກສາ ເປັນຄວາມລັບຢ່າງດີ ໂດຍຂໍ້ມູນທີ່ ເກັບກໍາແມ່ນພຽງແຕ່ເພື່ອຈຸດປະ ສົງທາງສະຖິຕິເທົ່ານັ້ນ ແລະ ຈະບໍ່ ຖືກສົ່ງຕໍ່ ຫລື ເຜີຍແຜ່. ຄາດວ່າຈະ ມີເກືອບ25.000ຄົວເຮືອນທີ່ຈະລົງ ໄປຢ້ຽມຢາມໃນລະຫວ່າງ 3 ອາ ທິດໃນເດືອນພຶດສະພາ-ເດືອນມິ ຖຸນາ ປີ 2024. ທ່ານ ນາງ ພອນສະຫລີ ສຸກສະ ຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງ ທຶນ ໄດ້ກ່າວວ່າ: ການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດ ຄັ້ງທີ V ປີ 2025 ແມ່ນການ ສຳຫລວດລະດັບຊາດ ທີ່ເປັນແຫລ່ງ ຂໍ້ມູນໜຶ່ງດຽວທີ່ສຳຄັນໃນການປັບ ປຸງຖານຂໍ້ມູນພົນລະເມືອງແຫ່ງ ຊາດຂອງ ສປປ ລາວ ຕະຫລອດໄລ ຍະ 10 ປີ ຜ່ານມາ; ເປັນຖານຂໍ້ມູນ ທີ່ຈະປະກອບດ້ວຍຂໍ້ມູນກ່ຽວກັບ ການຈະເລີນພັນ, ການເສຍຊີວິດ ແລະ ການເຄື່ອນຍ້າຍຂອງພົນລະ ເມືອງ, ລວມທັງຂໍ້ມູນລະອຽດກ່ຽວ ກັບຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບດ້ານອາຍຸ, ເພດ, ຊົນ ເຜົ່າ, ສາສະໜາ, ການຂຶ້ນທະບຽນ ການເກີດ, ການຖືບັດປະຈຳຕົວ- ສຳມະໂນຄົວ, ການສຶກສາ, ການປະ ກອບອາຊີບ, ເງື່ອນໄຂການດຳລົງ ຊີວິດ ແລະ ການເຂົ້າເຖິງການບໍລິ ການຕ່າງໆ. ການສຳຫລວດດັ່ງ ກ່າວນີ້ຈະເປັນແຫລ່ງຂໍ້ມູນ ເພື່ອ ຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະ ເມີນການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດຄັ້ງທີ IX ແລະ ການກະກຽມ ສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີX, ສະໜອງ ໃຫ້ແກ່ການຕິດຕາມເປົ້າໝາຍການ ພັດທະນາແບບຍືນຍົງ ແລະ ວິໄສ ທັດຮອດປີ 2030, ການຫລຸດພົ້ນ ອອກຈາກປະເທດດ້ອຍພັດທະນາ, ການປັບປຸງນະໂຍບາຍທາງດ້ານ ພົນລະເມືອງ ກໍຄື ຍຸດທະສາດການ ພັດທະນາຊັບພະຍາກອນມະນຸດ ແຫ່ງຊາດ ຂອງ ສປປ ລາວ ແລະ ການຕິດຕາມແຜນງານທາງດ້ານ ພົນລະເມືອງ ໃນລະດັບຊາດ,ພາກ ພື້ນ ແລະ ສາກົນອີກດ້ວຍ. ໃນຂະ ນະທີ່ປະເທດລາວກ້າວໄປສູ່ສະ ຖານະພາບ ຜູ້ມີລາຍຮັບປານກາງ ໃນປີ 2026, ຂໍ້ມູນ ແລະ ຫລັກຖານ ຈາກການສຳຫລວດພົນລະເມືອງ ຈະມີຄວາມສຳຄັນເປັນຢ່າງຍິ່ງສຳ ລັບພາກລັດຖະບານ ແລະ ເອກະຊົນ ໃນການຕັດສິນໃຈ ໂດຍອີງໃສ່ຫລັກ ຖານກ່ຽວກັບເສັ້ນທາງກ້າວໄປສູ່ ການເຕີບໂຕຂອງເສດຖະກິດ ແລະ ການປ່ຽນແປງທີ່ດີ ໃນຂະນະທີ່ບໍ່ ໄດ້ປະປ່ອຍໃຜໄວ້ທາງຫລັງ. ເຊີນເຂົ້າຮ່ວມ. ໄລຍະດໍາເນີນກອງປະຊຸມ, ບັນ ດາສະມາຊິກສະພາແຫ່ງຊາດໄດ້ ຄົ້ນຄວ້າປະກອບຄໍາເຫັນຢ່າງກົງ ໄປກົງມາ, ສ້າງສັນຕໍ່ບັນດາບົດລາຍ ງານຂອງລັດຖະບານ, ຮ່າງກົດ ໝາຍຈໍານວນ 8 ສະບັບ ໂດຍຍົກໃຫ້ ເຫັນຈຸດດີ, ຂໍ້ຄົງຄ້າງ, ການແລກ ປ່ຽນບົດຮຽນຕົວຈິງມາ ປຽບທຽບ ແລະ ບັນຫາທີ່ຈະພ້ອມກັນສູ້ຊົນປັບ ປຸງໃຫ້ດີຂຶ້ນໃນຕໍ່ໜ້າ ເພື່ອພ້ອມກັນ ຊອກຫາວິທີການແກ້ໄຂ ແລະ ສ້າງ ຄວາມເປັນເອກະພາບຕໍ່ບັນດາເນື້ອ ໃນຕ່າງໆ ເພື່ອເປັນຂໍ້ມູນໃຫ້ບັນດາ ກະຊວງ, ອົງການທີ່ກ່ຽວຂ້ອງນໍາ ໄປຄົ້ນຄວ້າ, ປັບປຸງເຂົ້າໃສ່ເນື້ອໃນ ບົດລາຍງານ ແລະ ບັນດາຮ່າງກົດ ໝາຍ ໃຫ້ເນື້ອໃນມີຄວາມອຸດົມສົມ ບູນ, ຮັດກຸມກ່ອນຈະນໍາເຂົ້າພິຈາ ລະນາ ແລະ ຮັບຮອງຢູ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX. ທ່ານ ຄຳໃບ ດຳລັດ ໄດ້ມີຄຳເຫັນ ກ່າວປິດກອງປະຊຸມວ່າ: ບັນດາເນື້ອ ໃນທີ່ນໍາມາຄົ້ນຄວ້າ, ປະກອບຄໍາ ເຫັນຄັ້ງນີ້ ເຫັນວ່າບັນດາຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈ, ເອກະພາບຫລາຍ ບັນຫາພ້ອມທັງໄດ້ຮັບການຊີ້ແຈງ ຢ່າງລະອຽດດີສົມຄວນ; ບັນດາສະ ມາຊິກສະພາແຫ່ງຊາດ ປະກອບຄໍາ ເຫັນລົງເລິກຕໍ່ເນື້ອໃນຕ່າງໆຢ່າງ ກົງໄປກົງມາ ເພື່ອເປັນຂໍ້ມູນໃຫ້ແກ່ ພາກສ່ວນກ່ຽວຂ້ອງນໍາໄປປັບປຸງ ເພີ່ມຕື່ມ ແລະ ສ້າງຄວາມເປັນເອກະ ພາບ, ຮັບປະກັນໃຫ້ເນື້ອໃນສາມາດ ນໍາເຂົ້າພິຈາລະນາໃນກອງປະຊຸມ ສະພາແຫ່ງຊາດ ມີຄຸນນະພາບ ແລະ ໄດ້ຮັບຜົນສໍາເລັດຕາມແຜນການ ທີ່ວາງໄວ້. ພ້ອມນີ້, ທ່ານຮອງປະ ທານສະພາແຫ່ງຊາດ ຍັງໄດ້ເນັ້ນວ່າ ຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ເປັນພຽງບາດກ້າວໜຶ່ງ ເຊິ່ງພວກ ເຮົາຈະຕ້ອງໄດ້ເອົາໃຈໃສ່ໃນການ ຄົ້ນຄວ້າ, ຊອກຫາສາເຫດ, ວິທີການ ແກ້ໄຂບັນຫາຕ່າງໆໃຫ້ມີປະສິດທິ ພາບ ເນື່ອງຈາກໃນໄລຍະຜ່ານມາ ກໍຄືປັດຈຸບັນປະເທດພວກເຮົາຍັງຈະ ສືບຕໍ່ພົບຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ ແລະ ສິ່ງທ້າ ທາຍຫລາຍປະການທີ່ສົ່ງຜົນຕໍ່ການ ພັດທະນາຂອງປະເທດ, ຕໍ່ຊີວິດ ການເປັນຢູ່ຂອງພະນັກງານ-ລັດຖະ ກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ ຮຽກຮ້ອງມາຍັງບັນດາກະຊວງອົງການ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ປັບປຸງ ບັນດາເນື້ອໃນ ຕາມການປະກອບ ຄໍາເຫັນຂອງບັນດາສະມາຊິກສະພາ ແຫ່ງຊາດໃຫ້ສໍາເລັດ ເພື່ອຮັບປະ ກັນໃຫ້ແກ່ການພິຈາລະນາ ແລະ ຮັບ ຮອງເອົາບັນຫາສໍາຄັນຕ່າງໆທີ່ຈະ ນໍາເຂົ້າຜ່ານໃນກອງປະຊຸມສະໄໝ ສາມັນເທື່ອທີ 7 ຂອງສະພາແຫ່ງ ຊາດ ຊຸດທີ IX ໂດຍສະເພາະການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານ ແຫ່ງລັດ, ແຜນເງິນຕາຕິດພັນກັບ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ ແລະ ກົດໝາຍຈໍານວນໜຶ່ງ. ຂ່າວ-ພາບ: ອາລິນ ສຸພິມມະປະດິດ ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ ແຫ່ງ ສປປ ລາວ, ທັງເປັນປະທານ ກິດຕິມະສັກ ຄະນະກຳມະການຄຸ້ມ ຄອງບ້ານຊ່ວຍເຫລືອເດັກນ້ອຍ ເອັສໂອເອັສລາວ ພ້ອມດ້ວຍຄະນະ ກຳມະການຄຸ້ມຄອງບ້ານຊ່ວຍ ເຫລືອເດັກນ້ອຍ ເອັສໂອເອັສລາວ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ນາລີ ສີສຸລິດ ໄດ້ຍົກໃຫ້ເຫັນວ່າ: ບ້ານຊ່ວຍ ເຫລືອເດັກນ້ອຍ ເອັສໂອເອັສລາວ ເປັນຂອງຂວັນອັນລໍ້າຄ່າ ຈາກອົງ ການ ເອັສໂອເອັສ ສາກົນ ມອບໃຫ້ ແກ່ລັດຖະບານ ກໍຄື ເດັກກຳພ້າ-ກໍາ ພອຍດ້ອຍໂອກາດໃນ ສປປ ລາວ, ສ້າງຂຶ້ນເພື່ອເປັນບ່ອນຢູ່ອາໄສ ສຳລັບເດັກກຳພ້າ-ກໍາພອຍທີ່ຂາດ ບ່ອນເພິ່ງພາອາໄສ, ຂາດຜູ້ເບິ່ງ ແຍງລ້ຽງດູ, ບ້ານຊ່ວຍເຫລືອເດັກ ນ້ອຍ ເອັສໂອເອັສລາວ ໄດ້ໃຫ້ການ ດູແລເບິ່ງແຍງດ້ວຍຄວາມຮັກ, ຄວາມອົບອຸ່ນ, ຕາມຫລັກການຂອງ ອົງການເອັສໂອເອັສ ສາກົນ ແລະ ສອດຄ່ອງກັບຮີດຄອງປະເພນີອັນ ດີງາມຂອງລາວ ຄື: ເປັນແມ່ເປັນ ລູກກັນ, ເປັນອ້າຍເອື້ອຍນ້ອງກັນ, ເປັນຄອບຄົວດຽວກັນ ແລະ ເປັນ ບ້ານດຽວກັນ,ໃຫ້ເດັກນ້ອຍໄດ້ຮັບ ການລ້ຽງດູ, ເບິ່ງແຍງຊີວິດການ ເປັນຢູ່,ສຸຂະພາບ, ໄດ້ຮັບການສຶກສາ ແລະ ມີອາຊີບຕາມສິດທີຂອງເດັກ. ພ້ອມນີ້, ທ່ານຍັງຝາກໃຫ້ລູກຫລານ ນ້ອຍ ກໍຄືແມ່, ນ້າສາວທີ່ຢູ່ບ້ານເດັກ ເອັສໂອເອັສ ທຸກຄົນຈົ່ງມີຄວາມ ຮັກ, ຄວາມສາມັກຄີຊ່ວຍເຫລືອເບິ່ງ ແຍງເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນ ຄືກັບອ້າຍ, ເອື້ອຍນ້ອງ ພໍ່ແມ່ດຽວ ກັນ, ເຄົາລົບໃຫ້ກຽດເຊິ່ງກັນ ແລະ ກັນ, ປະຕິບັດລະບຽບວິໄນ, ຕັ້ງໜ້າ ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍ ເປັນຄົນ ທີ່ມີຄຸສົມບັດ, ມີຄວາມອັດ ທົນ, ດຸໝັ່ນ, ພາກພຽນ, ເອົາໃຈໃສ່ຕໍ່ ການຮໍ່າຮຽນ ເພື່ອພັດທະນາຕົນເອງ ໃຫ້ກາຍເປັນຜູ້ໃຫຍ່ໃນມື້ໜ້າທີ່ມີ ຄຸນນະພາບທີ່ດີ; ໄດ້ຮຽກຮ້ອງໃຫ້ກຳ ມະການຄຸ້ມຄອງບ້ານຊ່ວຍເຫລືອ ເດັກນ້ອຍ ຈົ່ງສືບຕໍ່ປັບປຸງຄຸນນະ ພາບຂອງເດັກໃຫ້ໄດ້ຮັບການພັດ ທະນາຢູ່ເລື້ອຍໆ, ກິນອີ່ມ, ນຸ່ງອຸ່ນ, ລູກຫລານຜູ້ທີ່ມີຄວາມຕັ້ງໃຈຮໍ່າ ຮຽນກໍຄວນຊຸກຍູ້ສົ່ງເສີມ ດ້ວຍການ ຍ້ອງຍໍສັນລະເສີນເຂົາເຈົ້າ. ໃນໂອກາດດຽວກັນ, ບ້ານເດັກ ນ້ອຍ SOS ລາວ ຍັງໄດ້ຕັ້ງກອງ ອັດຖະຂຶ້ນ 1 ກອງ ເພື່ອອຸທິດໃຫ້ແກ່ ດວງວິນຍານ ທ່ານ ເຮວມັດຄູຕິນ (HelmutKutin) ອະດີດປະທານ ກິດຕິມະສັກ ອົງການບ້ານຊ່ວຍ ເຫລືອເດັກນ້ອຍເອັສໂອເອັສ ສາ ກົນ, ຜູ້ຮ່ວມກໍ່ຕັ້ງບ້ານຊ່ວຍເຫລືອ ເດັກນ້ອຍເອັສໂອເອັສລາວ ທີ່ໄດ້ ຊ່ວຍແບ່ງເບົາພັນທະຂອງລັດຖະ ບານລາວ ໃນການສ້າງຕັ້ງບ້ານ ຊ່ວຍເຫລືອເດັກນ້ອ ທັງ 6 ແຫ່ງ ແລະ ໂຮງຮຽນແຮກມານໄມເນີ 5 ແຫ່ງ ເພື່ອໃຫ້ການເບິ່ງແຍງລ້ຽງດູ ເດັກ ກຳພ້າ-ກຳພອຍດ້ອຍໂອກາດ ເກືອບ 2.000 ຄົນ. ນອກນີ້ຍັງ ໃຫ້ ການສຶກສາແກ່ເດັກນ້ອຍເອັສໂອ ເອັສ ແລະ ເດັກທົ່ວໄປໄດ້ຮຽນ ຮ່ວມ ເຊິ່ງເຮັດໃຫ້ເດັກນ້ອຍເອັສໂອ ເອັສ ໄດ້ຮັບການເບິ່ງແຍງລ້ຽງດູ ມີຊີວິດດີຂຶ້ນ ແລະ ສາມາດດໍາລົງຊີ ວິດຄືກັບເດັກທົ່ວໄປໃນສັງຄົມ. ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂ່ຳນັບຂອງ ທ່ານ ໂທບີອັດສ໌ ລິນເນີ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສາທາລະ ນະລັດ ສະຫະພັນ ເຢຍລະມັນ ໃນ ໂອກາດທີ່ເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ໂທບີອັດສ໌ ລິນເນີ ທີ່ໄດ້ເດີນທາງ ມາຢ້ຽມຢາມເຮັດວຽກຢູ່ສປປ ລາວ ໃນຄັ້ງນີ້, ຖືວ່າເປັນການຢ້ຽມຢາມ ສປປ ລາວ ຂອງເຈົ້າໜ້າທີ່ລະດັບ ສູງຈາກກະຊວງການຕ່າງປະເທດ ເຢຍລະມັນ ໃນຮອບຫລາຍສິບປີ, ເປັນຂີດໝາຍທີ່ສຳຄັນ ໃນການ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືທີ່ມີມາ ຍາວນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ນັບມື້ຂະ ຫຍາຍຕົວຍິ່ງຂຶ້ນ, ທ່ານຮອງນາ ຍົກລັດຖະມົນຕີ ຍັງຕີລາຄາສູງຕໍ່ ການສະໜັບສະໜູນຂອງລັດຖະ ບານ ເຢຍລະມັນ ທີ່ໄດ້ໃຫ້ການຊ່ວຍ ເຫລືອ ແລະ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ທີ່ຜ່ານມາໂດຍສະ ເພາະໃນຂົງເຂດອາຊີວະສຶກສາ, ການພັດທະນາເສດຖະກິດແບບ ຍືນຍົງ, ການພັດທະນາຊົນນະບົດ, ປົກປັກຮັກສາສິ່ງແວດລ້ອມ, ພື້ນ ຖານໂຄງລ່າງ, ການປົກຄອງທີ່ດີ, ການຄຸ້ມຄອງທີ່ດິນ ແລະ ປ່າໄມ້ ແລະ ອື່ນໆ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີລະຫວ່າງສອງປະເທດໂດຍ ສະເພາະຜ່ານມາການນໍາຂັ້ນສູງ ຂອງລາວ ເຊັ່ນນາຍົກລັດຖະມົນຕີ ກໍໄດ້ໄປຢ້ຽມຢາມເຢຍລະມັນ ແລະ ປີ 2023 ລາວ-ເຢຍລະມັນ ໄດ້ຮ່ວມ ກັນຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ທີ່ ນະຄອນຫລວງ ວຽງຈັນ ຢ່າງມີຄວາມໝາຍສຳຄັນ, ພ້ອມດຽວກັນນັ້ນລັດຖະບານເຢຍ ລະມັນ ຍັງໄດ້ພິຈາລະນາເອົາ ສປປ ລາວ ເຂົ້າໃນບັນຊີປະເທດບຸລິມະ ສິດທີ່ໄດ້ຮັບການຊ່ວຍເຫລືອຈາກ ເຢຍລະມັນ ໃນຂອບການຮ່ວມ ມືສອງຝ່າຍຄືນ, ຊ່ວຍເຫລືອທາງ ດ້ານວັກຊິນ ແລະ ອຸປະກອນ ເພື່ອ ປ້ອງກັນ ແລະ ຄວບຄຸມພະຍາດ Covid-19 ຢູ່ ສປປ ລາວ ໃນໄລ ຍະທີ່ມີການແພ່ລະບາດຂອງພະ ຍາດໂຄວິດ-19. ພ້ອມກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ກໍສະເໜີ ໃຫ້ສືບຕໍ່ຊຸກຍູ້ເພີ່ມທະວີການແລກ ປ່ຽນຢ້ຽມຢາມ ແລະ ພົບປະລະ ຫວ່າງຄະນະຜູ້ແທນຂັ້ນສູງຂອງ ສອງປະເທດ ໃຫ້ຫລາຍຂຶ້ນໃນຕໍ່ ໜ້າ ໂດຍສະເພາະການພົບປະແລກ ປ່ຽນຄະນະຜູ້ແທນ ລະຫວ່າງສອງ ກະຊວງການຕ່າງປະເທດລາວແລະ ເຢຍລະມັນ ໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ຈັດ ກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ເຢຍລະມັນ ໃນຕໍ່ໜ້າເພື່ອສືບ ຕໍ່ຮັດແໜ້ນແລະ ເສີມຂະຫຍາຍການ ພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້,ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງ ໜ້າໃຫ້ລັດຖະບານ ແລະ ປະຊາຊົນ ລາວສະແດງຄວາມຂອບໃຈຢ່າງ ຈິງໃຈມາຍັງລັດຖະບານເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດ ມາໄລຍະຜ່ານມາ. ພ້ອມນີ້, ກໍໄດ້ ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບການ ເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ຫວັງຢ່າງ ຍິ່ງວ່າລັດຖະບານ ເຢຍລະມັນ ຈະ ສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບ ສະໜູນ ສປປ ລາວ ໃນດ້ານຕ່າງໆ ທີ່ມີທ່າແຮງຮ່ວມກັນ ໃນຖານະທີ່ ເຢຍລະມັນ ກໍເປັນຄູ່ຮ່ວມມືພັດທະ ນາຂອງອາຊຽນ ເພື່ອເຮັດໃຫ້ການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ປະສົບຜົນສໍາເລັດ ຢ່າງຈົບງາມ, ອວຍພອນໃຫ້ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ຈົ່ງໄດ້ຮັບການເພີ່ມ ພູນຄູນສ້າງ ແລະ ແຕກດອກອອກ ຜົນຍິ່ງຂຶ້ນໃນອະນາຄົດ. ໃນຂະນະດຽວກັນ, ທ່ານ ໂທບີ ອັດສ໌ ລິນເນີ ກໍໄດ້ສະແດງຄວາມ ໝາຍໝັ້ນຈະສືບຕໍ່ຊຸກຍູ້ພາກສ່ວນ ກ່ຽວຂ້ອງຂອງສອງຝ່າຍໃຫ້ມີ ການພົວພັນຮ່ວມມືກັນຫລາຍຂຶ້ນ ໂດຍສະເພາະການຮັດແໜ້ນການ ພົວພັນຮ່ວມມື ລະຫວ່າງ ສອງກະ ຊວງການຕ່າງປະເທດ ລາວ ແລະ ເຢຍລະມັນ ໃຫ້ເລິກເຊິ່ງຍິ່ງຂຶ້ນ, ສະ ແດງຄວາມຍິນດີຈະສືບຕໍ່ໃຫ້ການ ຊ່ວຍເຫລືອ ແລະ ສະໜັບສະໜູນ ການພັດທະນາ ຢູ່ ສປປ ລາວ ແລະ ການເປັນປະທານອາຊຽນຂອງ ສປປລາວໃນປີ2024ໃຫ້ໄດ້ຮັບຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ນອກຈາກການປຶກສາຫາລືການພົວ ພັນສອງຝ່າຍ, ທັງສອງຍັງໄດ້ແລກ ປ່ຽນບັນຫາພາກພື້ນ ແລະ ສາກົນ ຕື່ມອີກ.
RkJQdWJsaXNoZXIy MTc3MTYxMQ==