'kolts]v';a ogfa doh vplkdq oxu oU ,u s]kpdy f9tde lko0v'okpq d]a f4t,q o8u csj ' lxx ]k; goj n v'.o3vdkf;a ogfa doh vplkdq o ,y 45 ok 2024 s]kprkdlj ;o9a fry mu lts]v';a o gfa doh vplkdq o c]t ;a ox6 d8Q ow,h csj '-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 03.06.2024 ປີທີ 23 ສະບັບທີ 5.942 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 - ບັນດາທ່ານ ທີ່ນັບຖື, - ຫລານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກ ແພງທັງຫລາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2024 ໄດ້ ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງກົງກັບວັນປູກຕົ້ນໄມ້ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງລາ ຊະອານາຈັກໄທ ພ້ອມດ້ວຍຄະນະ ຂປລ. ວັນທີ 30 ພຶດສະພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ມາຣິດ ສະຫງ່ຽມພົງ okpq d]a f4t,q o8u 8h voIa []a f4t,q o8u ;j kdko dt-;'dko8j k'xtgmf csj ']k-tvkok9a dwm ລັດຖະມົນຕີ ວ່າການກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທແລະຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທ່ານ ສອນໄຊ ສີພັນດອນ (ຂວາ) ]k;{wm ln [8+ Ia fc|h olkprq ;ra oIj ;,,n lv'/j kp ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 30 ພຶດສະພາ 2024 ເພື່ອສືບຕໍ່ຮັດ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 [q f[kfln j ,;o-q o.odkora fmtok ;Pdmj v'mj P;;a fmtotme ຂປລ. ຄະນະກໍາມະທິການ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່- ເດັກ(ຄກມດ)ນະຄອນຫລວງວຽງ ຈັນ ຮ່ວມກັບຄະນະກໍາມະທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດງານສະເຫລີມສະ ຫລອງວັນເດັກນ້ອຍສາກົນ, ຕິດພັນ ກັບຂະບວນການວັນປູກຕົ້ນໄມ້ແຫ່ງ ຊາດ, ວັນຢຸດຕິສູບຢາສາກົນ ແລະ ວັນສິ່ງແວດລ້ອມ ຂຶ້ນວັນທີ 31 ອ່ານຕໍ່ໜ້າ 2 ຂປລ. ໃນໂອກາດເຂົ້າຮ່ວມເວ ທີສາກົນ ເພື່ອໂຄສະນາການທ່ອງ ທ່ຽວ ຢູ່ແຂວງອຸດົມໄຊ ໃນວັນທີ 29 ພຶດສະພາ 2024 ຜ່ານມາ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທ ລະພາບສູນກາງຈີນ (CMG) ປະ ຈໍາລາວໄດ້ມີຄຳເຫັນວ່າ: ສື່ມວນຊົນ ມີບົດບາດສຳຄັນໃນການຊຸກຍູ້ສົ່ງ ເສີມການພັດທະນາວຽກງານທ່ອງ ທ່ຽວແລະວັດທະນະທຳໃຫ້ມີຄຸນນະ ພາບສູງ ສາມາດດຶງດູດນັກທ່ອງ ທ່ຽວໄດ້ເປັນຢ່າງດີ. ທ່ານ ນາງ ແສງແກ້ວ ໄດ້ກ່າວ ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ຂປລ. ຝຸ່ນຊີວະພາບເພື່ອກະສິກໍາ ສະອາດ ເປັນຜະລິດຕະພັນຂອງຄົນ ລາວ, ນໍາໃຊ້ວັດຖຸດິບ ຢູ່ພາຍໃນປະ ເທດ ເຂົ້າໃນຂະບວນການຜະລິດ ເປັນມິດກັບສິ່ງແວດລ້ອມເຊິ່ງໄດ້ຮັ ບ ການຢັ້ງຢືນມາດຕະຖານກະສິກໍາ ອິນຊີລາວ ຈາກກົມປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບ ຄວາມນິຍົມຊົມຊອບຂອງຜູ້ຊົມໃຊ້ ແລະ ມີຕົວແທນຈໍາໜ່າຍຕາມຮ້ານ ຂາຍເບ້ຍໄມ້ທົ່ວໄປໃນນະຄອນ ຫລວງວຽງຈັນ. ທ່ານ ນາງ ວິໄລພອນ ສົມສະນິດ ປະທານບໍລິສັດ ຂ້ອຍຮັກກະສິກໍາ ໃຫ້ສໍາພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ໃນວັນທີ 30 ພຶດສະພາ 2024 ນີ້ວ່າ: ບໍລິສັດ ຂ້ອຍຮັກກະສິກໍາ ເລີ່ມຜະລິດຝຸ່ນຊີ /5 j o-u ;trk[ grj n vdtly de ltvkfgxa o,y fda [lyj 'c;f]h v, ວະພາບມາແຕ່ທ້າຍປີ 2019 ໂດຍ ນໍາໃຊ້ວັດຖຸດິບຢູ່ພາຍໃນປະເທດ ເຂົ້າໃນຂະບວນການຜະລິດ ເປັນຕົ້ນ ມູນສັດ, ຂີ້ແກບ, ດິນລວມ, ຂີ້ເລື້ອຍ, ຮຳອ່ອນ,ອິນຊີສັງເຄາະແສງ, ກາກ ນ້ຳຕານ, ນ້ຳສະກັດຊີວະພາບມາ ປະສົມເຂົ້າກັນຕາມຫລັກວິຊາການ ກະສິກໍາສະອາດ ໂດຍເນັ້ນເຖິງ ຄວາມປອດໄພ ແລະ ເປັນມິດກັບສິ່ງ ແວດລ້ອມ ເຊິ່ງຝຸ່ນດັ່ງກ່າວ, ເໝາະ ສຳລັບພືດຜັກ, ຕົ້ນໄມ້ໃຫ້ໝາກທຸກ ສະນິດ, ໄມ້ປະດັບ ແລະ ບຳລຸງທາດ ອາຫານໃຫ້ດິນທີ່ເຊື່ອມໂຊມກັບມາ ສົມບູນ ຕື່ມອີກ. ນອກຈາກຝຸ່ນຊີວະພາບແລ້ວ, ບໍລິສັດ ຂ້ອຍຮັກກະສິກຳ ຍັງໄດ້ຜະ ລິດດິນປູກຝັງ ເພື່ອກະສິກໍາສະອາດ ອ່ານຕໍ່ໜ້າ 4 g9Q kc0;' goA o.sh dkooeg,n v'-q oot[6 ]u cdh w00= 7q '7h k'mu u j dtmq [8+ dkora fmtok h
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/06/2024 xtgmf]k; ລາວ-ໄທ ສືບຕໍ່ຮັດແໜ້ນ... ນາຍົກລັດຖະມົນຕີ ຕ້ອນຮັບ... ຫລາຍພາກສ່ວນ... ງານສະຫລອງວັນເດັກນ້ອຍ... ຂປລ. ເນື່ອໃນໂອກາດວັນເດັກ ນ້ອຍສາກົນ ຄົບຮອບ 100 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ, ວັນທີ 1 ມິຖຸນາ 2024 ຫລາຍພາກສ່ວນໄດ້ຈັດກິດຈະກຳ ສະຫລອງວັນດັ່ງກ່າວຢ່າງເປັນຂະ ບວນການຟົດຟື້ນ ເປັນຕົ້ນ ກະຊວງ ສຶກສາທິການ ແລະ ກິລາ ໄດ້ຈັດພິທີ ທີ່ວິທະຍາໄລເຕັກນິກວິຊາຊີບການ ລົດໄຟ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ ແຫ່ງ ສປປລາວ,ທ່ານອະນຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະ ຊາຊົນນະຄອນຫລວງວຽງຈັນ, ທ່ານ ທອງສະລິດ ມັງໜໍ່ເມກ ຄະ ນະເລຂາທິການສູນກາງພັກ, ຫົວ ໜ້າຫ້ອງວ່າການສູນກາງພັກ, ທ່ານ ວາງ ຊາງ (WangChang)ອຸປະ ທູດຊົ່ວຄາວ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ຜູ້ບໍລິຫານ ບໍລິສັດ ທາງລົດໄຟ ລາວ-ຈີນ, ລັດວິສາຫະ ກິດລົດໄຟແຫ່ງຊາດລາວ, ກຸ່ມບໍລິ ສັດ ກໍ່ສ້າງ ແລະ ຖືຮຸ້ນແຂວງຢຸນ ນານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນວ່າ: ວິທະຍາໄລ ລົດໄຟແຫ່ງນີ້, ແມ່ນວິທະຍາໄລ ແຫ່ງທໍາອິດ ທີ່ໄດ້ສອນວິຊາການ ທາງລົດໄຟຄວາມໄວສູງຢູ່ປະເທດ ລາວ, ວິທະຍາໄລທີ່ໄດ້ມານີ້ແມ່ນເລ ຂາທິການໃຫຍ່ ປະທານປະເທດ ສີ ຈິ້ນຜິ້ງ ມອບໃຫ້ເປັນຂອງຂວັນ ໃນເວລາທີ່ທ່ານມາຢ້ຽມຢາມ ສປປ ລາວ, ທາງລົດໄຟເປັນໝາກຫົວ ໃຈທີ່ສໍາຄັນ ຂອງການພັດທະນາປະ ເທດລາວຂໍໃຫ້ພວກລູກ, ຫລານຈົ່ງ ສືບຕໍ່ພາລະກິດປົກປັກຮັກສາສ້າງ ສາພັດທະນາປະເທດຊາດ ລວມທັງ ພັດທະນາທາງການລົດໄຟຕໍ່ໆໄປ. ທ່ານ ພຸດ ສິມມາລາວົງ ລັດຖະ ມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ການປູກຕົ້ນໄມ້ໃນມື້ ນີ້, ແມ່ນມີຄວາມໝາຍສຳຄັນຫລາຍ ຊຶ່ງນອກຈາກຈະເປັນການເພີ່ມຕົ້ນ ໄມ້ແລະສີຂຽວໃຫ້ແກ່ດິນແດນສປປ ລາວ ແລ້ວ, ຍັງຈະປະກອບສ່ວນ ຕໍ່ການຫັນສະຖານອາຊີວະສຶກສາ ຕາມທິດ“ອາຊີວະສີຂຽວ ຫລື Green TVET” ກໍຄື ສ້າງໃຫ້ສະ ຖານການສຶກສາໃນຂອບເຂດທົ່ວ ປະເທດກາຍເປັນພື້ນທີ່ສີຂຽວ ມີສະ ພາບແວດລ້ອມທີ່ດີ, ມີການສອນການຮຽນ ແລະ ປະກອບອາຊີບທີ່ ເປັນມິດກັບສິ່ງແວດລ້ອມ. ນອກ ນັ້ນ ຍັງເປັນການສ້າງສະພາບແວດ ລ້ອມທີ່ດີແກ່ການຮຽນ-ການສອນ ແລະ ດຶງດູດນັກຮຽນ-ນັກສຶກເຂົ້າສູ່ ສະຖານການສຶກສາ ໃຫ້ຫລາຍຂຶ້ນ. ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ເປັນວິທະຍາໄລທີ່ສ້າງ ຕັ້ງຂຶ້ນໃໝ່ ໂດຍໄດ້ຮັບການສະໜັບ ສະໜູນຈາກລັດຖະບານ ສປ ຈີນທັງ ພື້ນຖານໂຄງລ່າງ, ຫລັກສູດ ແລະ ການກໍ່ສ້າງຄູ-ອາຈານພາຍໃຕ້ການ ຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ, ຈັດຕັ້ງການຮຽນ-ການ ສອນໃນ 6 ສາຂາຄື: ເຕັກນິກຫົວ ລົດໄຟ, ເຕັກນິກຕູ້ລົດໄຟ, ສັນຍານ ທາງລົດໄຟ, ວິສະວະກໍາທາງລົດໄຟ, ຄຸ້ມຄອງຂົນສົ່ງທາງລົດໄຟ ແລະ ສະໜອງໄຟຟ້າທາງລົດໄຟ,ໄດ້ເລີ່ມ ຈັດການຮຽນມາແຕ່ວັນທີ 23 ຕຸລາ 2023 ເປັນຕົ້ນມາ, ເປັນຫລັກສູດ ຊັ້ນສູງ ລະບົບ 3 ປີ (12+3) ໂດຍ ຮັບເອົານັກຮຽນທີ່ຈົບມັດທະຍົມສຶກ ສາຕອນປາຍເຂົ້າຮຽນ, ປັດຈຸບັນມີ ນັກສຶກສາປີທີ 1 ທັງໝົດ 360 ຄົນ, ຍິງ131ຄົນ(ຈຳນວນນັກສຶກສາຄົບ ຕາມຈໍານວນທີ່ຕ້ອງການ). ເປັນສະ ຖານການສຶກສາທໍາອິດ ທີ່ໄດ້ຈັດ ການສອນວິຊາການຂັບລົດໄຟ ຄວາມໄວສູງຢູ່ໃນຂົງເຂດອາຊີຕາ ເວັນອອກສ່ຽງໃຕ້. ສ່ວນຫ້ອງວ່າການສໍານັກງານ ປະທານປະເທດຮ່ວມກັບ ໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດຂະບວນການປູກຕົ້ນ ໄມ້ ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມ ການເມືອງສູນກາງພັກ, ຮອງປະ ທານປະເທດ, ມີການນໍາກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະ ຊວງປ້ອງກັນປະເທດ, ບໍລິສັດ, ຄະ ນະພັກ-ຄະນະອໍານວຍການ, ພະນັກ ງານ-ນັກຮົບ,ນ້ອງນັກຮຽນທົ່ວໂຮງ ຮຽນວັດທະນະທຳຊົນ ເຜົ່າກອງທັບ ເຂົ້າຮ່ວມ. ໂດຍໄດ້ດ້ຮັບການອຸປະ ຖຳເບ້ຍໄມ້ ຈຳນວນ 287 ຕົ້ນຈາກ ຫ້ອງວ່າການສໍານັກງານປະທານ ປະເທດ ປະກອບມີ: ໄມ້ດູ່ໃຫຍ່ 17 ຕົ້ນ, ບໍລິສັດ ເຄເຄພີອິນເຕີເນເຊີນລີ ຕົ້ນໄມ້ກິນໝາກ 50 ຕົ້ນ,ບໍລິສັດ ນາວິນນິໂກ 36 ສສ ຫວຽດນາມ ຕົ້ນໄມ້ກິນໝາກ 50 ຕົ້ນ, ບໍລິສັດແມ່ ທັບ ທີ11 ກອງທັບປະຊາຊົນຫວຽດ ນາມ ຕົ້ນໄມ້ກິນໝາກ 50 ຕົ້ນ, ພະ ນັກງານ-ນັກຮົບໂຮງຮຽນວັດທະ ນະທໍາຊົນເຜົ່າກອງທັບ ຕົ້ນໄມ້ກິນ ໝາກ ຈໍານວນ 120 ຕົ້ນ. ພ້ອມດຽວກັນກົມປ່າໄມ້ກະຊວງ ກະສິກໍາ ແລະ ປ່າໄມ້ ຮ່ວມກັບນະ ຄອນຫລວງວຽງຈັນ (ນວ) ແລະ ເມືອງນາຊາຍທອງ ໄດ້ຈັດພິທີປູກ ຕົ້ນໄມ້ທີ່ປ່າສະຫງວນແຫ່ງຊາດ ພູພະນັງເຂດບ້ານໂພສີ ກຸ່ມບ້ານໂພນ ທອງ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ໃນເນື້ອທີ່ປະມານ 5 ເຮັກຕາ, ຈຳນວນເບ້ຍໄມ້ທີ່ນໍາ ມາປູກມີ 5.000 ກວ່າເບ້ຍ. ໃນນັ້ນ, ມີໄມ້ຕິ້ວ, ໄມ້ຍາງ, ໄມ້ດູ່, ໄມ້ແຕ້ຄ່າ ແລະ ໄມ້ວິກ. ຂະນະທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກິດຈະກໍາ ປູກຕົ້ນໄມ້ ແລະ ວັນເດັກນ້ອຍສາກົນ ຂຶ້ນເຊັ່ນກັນ ໂດຍການປູກຕົ້ນໄມ້ຢູ່ ອ້ອມຂ້າງບັນດາສໍານັກງານແຕ່ລະ ຈຸດຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານປະກອບມີຕົ້ນໄມ້ປະດັບ ແລະ ຕົ້ນໄມ້ໃຫ້ໝາກຈໍານວນໜຶ່ງ. ພ້ອມນັ້ນ, ຍັງໄດ້ຮັບຟັງວິດີໂອສານ ອວຍພອນຂອງທ່ານນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອ ກາດວັນເດັກສາກົນໃນປີນີ້ ແລະ ຮັບຟັງຄໍາເຫັນຂອງລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ ສະແດງໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນແລະຄວາມເອົາໃຈໃສ່ ຕໍ່ເດັກ ຊຶ່ງຈະກາຍເປັນຜູ້ທີ່ສືບທອດ ພາລະກິດໃນການປົກປັກຮັກສາ ແລະພັດທະນາປະເທດຊາດທັງເປັນ ການປູກຈິດສໍານຶກໃຫ້ແກ່ເດັກມີ ຄວາມມັກຮັກໃນການຮຽນຮູ້ທາງ ດ້ານເຕັກໂນໂລຊີ ແລະ ການສື່ສານ, ປົກປັກຮັກສາຕົ້ນໄມ້-ປ່າໄມ້ສີຂຽວ ໃຫ້ຍືນຍົງ. ນອກນັ້ນ, ສວນພຶກສາ ກໍ່ໄດ້ຈັດ ກິດຈະກຳເພື່ອສະເຫລີມສະຫລອງ ວັນເດັກນ້ອຍສາກົນ ແລະ ວັນປູກ ຕົ້ນໄມ້ແຫ່ງຊາດໂດຍມີຫລາຍກິດ ຈະກຳ ເປັນຕົ້ນ ປູກເບ້ຍໄມ້,ໄມ້ໃຫ້ ໝາກ, ດອກໄມ້ປະດັບແລະ ໄມ້ອື່ນໆ ຫລາຍກວ່າ 4 ພັນເບ້ຍ, ປ່ອຍປາ, ແຂ່ງຂັນປູກຕົ້ນໄມ້ໃສ່ຖັງ, ມອບ ຂອງຂວັນ ແລະ ຊົມການສະແດງສິ ລະປະ-ວັນນະຄະດີຂອງນ້ອງນັກ ທາງການ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ທ່ານ ມາຣິດ ສະຫງ່ຽມພົງ ທີ່ໄດ້ ຮັບແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ລັດຖະມົນຕີວ່າການກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທຄົນໃໝ່, ພ້ອມທັງໄດ້ຝາກຄວາມ ຢື້ຢາມຖາມຂ່າວເຖິງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ແລະ ໄດ້ແຈ້ງ ວ່າ ສໍາລັບແຜນການເດີນທາງ ໄປຢ້ຽມຢາມ ລາຊະອານາຈັກໄທ ນັ້ນຄາດວ່າ ຈະເປັນເດືອນສິງຫາ 2024. ພ້ອມນີ້, ທ່ານ ນາຍົກລັດຖະ ມົນຕີ ສອນໄຊ ສີພັນດອນ ໄດ້ຍົກ ໃຫ້ເຫັນວ່າການພົວພັນ ແລະ ການ ຮ່ວມມື ລາວ-ໄທ ແມ່ນມີມາແຕ່ບູ ຮານນະການກ່ອນການສ້າງຕັ້ງ ສາຍພົວພັນການທູດນໍາກັນ. ຍິ່ງໃນ ໄລຍະໃໝ່ແຫ່ງການເຊື່ອມໂຍງ ແລະ ແໜ້ນ ແລະ ເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ຊຶ່ງ ມີມາແຕ່ດົນນານ ກໍຄື ການເປັນຄູ່ ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ ລະຫວ່າງ ສອງປະເທດລາວ ແລະ ໄທ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢູ່ກະຊວງການຕ່າງປະ ເທດ, ຫລັງຈາກນັ້ນ, ກໍມີກອງປະຊຸມ ພົບປະສອງຝ່າຍ ໂດຍການເປັນປະ ທານຮ່ວມຂອງ ທ່ານ ສະເຫລີມໄຊ ຮຽນ. ການຈັດຕັ້ງຂະບວນການວັນ ເດັກນ້ອຍສາກົນ ຕິດພັນກັບວັນປູກ ຕົ້ນໄມ້ແຫ່ງຊາດນີ້ ເພື່ອສົ່ງເສີມການ ປູກຕົ້ນໄມ້ ແລະ ຟື້ນຟູປ່າຕາມທິດ ທາງນະໂຍບາຍຂອງພັກແລະລັດທີ່ ມີຄາດໝາຍຈະເພີ່ມເນື້ອທີ່ປົກຫຸ້ມ ຂອງປ່າໄມ້ ໃຫ້ໄດ້ 70% ຕາມມະຕິ ຂອງຄະນະບໍລິຫານງານສູນກາງ ພັກ, ພ້ອມທັງປູກຈິດສໍານຶກໃຫ້ນ້ອງ ນ້ອຍເຍົາວະຊົນຮູ້ຈັກຄຸນຄ່າ, ຮັກ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້. ໃນປີ 2024 ນີ້, ກະຊວງກະສິກຳ ແລະ ປາໄມ້ ໄດ້ອອກແຈ້ງການທັງ ໄດ້ສົມທົບກັບຄະນະພັກ, ອົງການ ປົກຄອງທ້ອງຖິ່ນທົ່ວປະເທດ ກະ ກຽມແຜນການ ແລະ ຂະບວນການ ປູກໄມ້ ຢູ່ທ້ອງຖິ່ນຕົນເອງໃຫ້ເປັນ ຂະບວນຟົດຟື້ນ ໂດຍມີແຜນການ ເກັບແກ່ນໃຫ້ໄດ້ 20.832 ກິໂລ, ກຳເບ້ຍ 34.905.400 ກວ່າເບ້ຍ ແລະ ປູກໄມ້ ໃຫ້ໄດ້ 42.000 ເຮັກ ຕາ. ພ້ອມນີ້ຢູ່ແຕ່ລະແຂວງ ແລະ ນະ ຄອນຫລວງມີແຜນການຈັດງານ ວາງສະແດງເບ້ຍໄມ້ ເພື່ອເປັນການ ສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ. ຜ່ານການເຄື່ອນໄຫວຕົວຈິງໃນ ໄລຍະຜ່ານມາ ເຫັນວ່າ: ເນື້ອທີ່ປູກ ໄມ້ ໄດ້ເພີ່ນຂຶ້ນຢ່າງຕໍ່ເນື່ອງ ຈາກ 452 ເຮັກຕາ ໃນປີ 1978 ມາເປັນ 1.384 ເຮັກຕາ ໃນປີ 1985 ແລະ ໃນປີ 2023 ສັງລວມເນື້ອທີ່ປູກໄມ້ ໃນທົ່ວປະເທດໄດ້ທັງໝົດ579.373 ເຮັກຕາ. ໃນນັ້ນ, ເປັນການລົງ ທຶນຂອງບໍລິສັດຜູ້ປະກອບການ 65,85%, ປະຊາຊົນ 32,6%, ແລະ ລັດຈໍານວນໜຶ່ງຕາມລໍາດັບ ເຊິ່ງປະກອບມີຊະນິດພັນໄມ້ ດັ່ງນີ້: ຢາງພາລາ 56,57%, ໄມ້ວິກ 15,31%, ໄມ້ສັກ 9,35%,ໄມ້ເກດ ສະໜາ 5,98%, ສ່ວນທີ່ຍັງເຫລືອ 12,78% ເປັນຊະນິດພັນໄມ້ພື້ນ ເມືອງແລະ ອື່ນໆ. ສະເພາະປີ2023 ສາມາດຈັດຕັ້ງປະຕິບັດໄດ້ຈຳນວນ 21.554 ເຮັກຕາ ເທົ່າກັບ51,31% ຂອງແຜນການ 42.000 ເຮັກຕາ ປະກອບມີ ຢາງພາລາ 6.164 ເຮັກ ຕາ, ໄມ້ວິກ 4.381 ເຮັກຕາ, ໄມ້ສັກ 218 ເຮັກຕາ, ໄມ້ເກດສະໜາ 134 ເຮັກຕາ ແລະ ໄມ້ພື້ນເມືອງ 10.657 ເຮັກຕາ. ເສດຖະກິດທີ່ເປັນຕ່ອງໂສ້ຍິ່ງຮຽກ ຮ້ອງໃຫ້ທຸກປະເທດຕ້ອງຮ່ວມມື ແລະ ເພິ່ງພາເຊິ່ງກັນແລະກັນຫລາຍ ຂຶ້ນ. ສະນັ້ນ, ສອງປະເທດ ລາວໄທ ຊຶ່ງເປັນປະເທດທີ່ມີຊາຍແດນ ຮ່ວມກັນ ແລະ ຕັ້ງຢູ່ໃນອະນຸພາກ ພື້ນທີ່ມີຄວາມສໍາຄັນທາງຍຸດທະ ສາດ ຍິ່ງຈະເພີ່ມທະວີຮ່ວມມືກັນ ຫລາຍຂຶ້ນບໍ່ວ່າທາງດ້ານການ ເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ. ໃນໄລຍະຜ່ານ ມາເຫັນວ່າ ທັງສອງລັດຖະບານ ໄດ້ ຮ່ວມມືກັນຢ່າງມີໝາກຜົນຢ່າງ ຕໍ່ເນື່ອງໂດຍສະເພາະຍຸດທະສາດ ການເຊື່ອມໂຍງ-ເຊື່ອມຈອດເປັນ ຂົວຕໍ່ນໍາທາງເພື່ອສ້າງຄວາມເຂັ້ມ ແຂງທາງດ້ານເສດຖະກິດໃນຖານະ ເປັນຄູ່ຮ່ວມຍຸດທະສາດ ເພື່ອການ ຈະເລີນເຕີບໂຕ ແລະ ການພັດທະ ນາແບບຍືນຍົງ. ໃນຂະນະດຽວກັນ, ທ່ານ ລັດຖະ ມົນຕີ ມາຣິດ ສະຫງ່ຽມພົງ ກໍໄດ້ສະ ແດງຄວາມຂອບໃຈຢ່າງຈິງໃຈຕໍ່ ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ ແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄວາມໝາຍໝັ້ນວ່າ ຈະສືບ ຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອຊຸກຍູ້ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະການ ຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອ ນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນສອງຊາດ ລາວ ແລະ ໄທ. ໂອກາດດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລືໃນການຊຸກຍູ້ ການຈັດຕັ້ງປະຕິບັດບັນດາໂຄງ ການ ຮ່ວມມືຈໍານວນໜຶ່ງໃນຕໍ່ໜ້າ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມແມ່ ນໍ້າຂອງເມືອງຈອມເພັດ-ນະຄອນ ຫລວງພະບາງ, ໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ 6 (ສາ ລະວັນ-ອຸບົນຣາຊະທານີ) ແລະ ຂົວຂ້າມນໍ້າຂອງສໍາລັບລົດໄຟ, ຊຶ່ງບັນດາໂຄງການດັ່ງກ່າວແມ່ນ ຢູ່ໃນແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ 5 ປີ 2022-2026. ນອກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄວາມຄິດເຫັນໃນ ດ້ານຕ່າງໆ ເປັນຕົ້ນ ການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ, ການ ແກ້ໄຂບັນຫາໝອກຄວັນ, ການຂົນ ສົ່ງສິນຄ້າຜ່ານແດນ, ການທ່ອງ ທ່ຽວ, ການຮ່ວມມືເພື່ອການພັດທະ ນາ, ການສະໜັບສະໜູນການເປັນ ທານ ອາຊຽນຂອງ ສປປ ລາວ ໃນ ປີ 2024 ແລະ ການກະກຽມຈັດກິດ ຈະກໍາສະເຫລີມສະຫລອງຄົບຮອບ 75ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດ ລາວ-ໄທ ໃນປີ 2025. ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ແລະ ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງລາ ຊະ ອານາຈັກໄທ. ໃນກອງປະຊຸມ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີງາມຖານບ້ານໃກ້ເຮືອນຄຽງ ທີ່ດີ ແລະ ມີມາແຕ່ດົນນານ ຂອງ ສອງປະເທດທີ່ສືບຕໍ່ໄດ້ຮັບການ ເສີມຂະຫຍາຍ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນໂດຍເຫັນໄດ້ຈາກການນໍາຂັ້ນສູງ ຂອງສອງປະເທດ ມີຄວາມໃກ້ຊິດ, ສະໜິດສະໜົມ, ຜູກພັນ ແລະ ມີ ການແລກປ່ຽນການຢ້ຽມຢາມ ເຊິ່ງ ກັນ ແລະ ກັນຢ່າງເປັນປົກກະຕິ ແລະ ມີກົນໄກການຮ່ວມມື ລາວໄທ ນັບແຕ່ຂັ້ນສູນກາງເຖິງຂັ້ນທ້ອງ ຖິ່ນ; ສອງຝ່າຍໄດ້ປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມື ສອງຝ່າຍໃນດ້ານຕ່າງໆ ໃນໄລຍະ ຜ່ານມາ ເປັນຕົ້ນການຮ່ວມມືທາງ ດ້ານການເມືອງ, ກົນໄກການຮ່ວມ ມື ລາວ-ໄທ, ການຮ່ວມມືດ້ານແຮງ ງານ, ການປັກຫລັກໝາຍຊາຍແດນ, ການເຊື່ອມໂຍງ-ເຊື່ອມຈອດ, ການ ຮ່ວມມືດ້ານການທ່ອງທ່ຽວ, ດ້ານ ພະລັງງານໄຟຟ້າ, ການຮ່ວມມື ເພື່ອ ການພັດທະນາ, ການຈັດກິດຈະກໍາ ສະເຫລີມສະຫລອງ ຄົບຮອບ 75 ປີ ແຫ່ງ ການສ້າງຕັ້ງສາຍພົວພັນ ການທູດ ລາວ-ໄທ ໃນປີ 2025 ທີ່ ຈະມາເຖິງນີ້, ການແກ້ໄຂບັນຫາ ໝອກຄວັນ ແລະ ການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024.ໃນໂອກາດນີ້, ຝ່າຍໄທໄດ້ປະ ກາດຈະໃຫ້ການສະໜັບສະໜູນທຶນ ໃນການສ້າງສູນຝຶກອົບຮົມ ແລະ ຫ້ອງແລັບກາເຟ ທີ່ແຂວງຫົວພັນ. ພ້ອມນັ້ນ,ສອງຝ່າຍຍັງໄດ້ປຶກສາຫາ ລືໃນການຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຈໍານວນໜຶ່ງໃນຕໍ່ ໜ້າ ເຊັ່ນ: ໂຄງການກໍ່ສ້າງຂົວຂ້າມ ແມ່ນໍ້າຂອງ ເມືອງຈອມເພັດ-ນະ ຄອນຫລວງພະບາງ, ໂຄງການກໍ່ ສ້າງຂົວມິດຕະພາບ ລາວ-ໄທ 6 (ສາລະວັນ-ອຸບົນຣາຊະທານີ) ແລະຂົວຂ້າມນໍ້າຂອງສໍາລັບລົດໄຟ, ຊຶ່ງບັນດາໂຄງການດັ່ງກ່າວແມ່ນ ຢູ່ໃນແຜນປະຕິບັດງານ ວ່າດ້ວຍ ການເປັນຄູ່ຮ່ວມຍຸດທະສາດ 5 ປີ 2022-2026, ພ້ອມທັງໄດ້ເຫັນດີ ໃນການສືບຕໍ່ຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງຕ່າງໆທີ່ທັງສອງຝ່າຍ ເຫັນດີເປັນເອກະພາບຮ່ວມກັນ ເປັນ ຕົ້ນແມ່ນ ຜົນຂອງກອງປະຊຸມຄະ ນະກໍາມາທິການຮ່ວມ ວ່າດ້ວຍການ ຮ່ວມມືລາວ-ໄທ(JC)ແລະຄະນະ ກໍາມາທິການຊາຍແດນຮ່ວມ ລາວໄທ (JBC) ໃຫ້ປະກົດຜົນເປັນຮູບ ປະທໍາຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນຕໍ່ກັບສະພາບການທີ່ພົ້ນເດັ່ນ ໃນພາກພື້ນ ແລະ ສາກົນ ທີ່ມີຄວາມ ສົນໃຈຮ່ວມກັນ. ໃນໂອກາດດຽວກັນ,ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ຕ້ອນຮັບແລະສະແດງຄວາມຊົມເຊີຍ ຕໍ່ ທ່ານ ມາຣິດ ສະຫງ່ຽມພົງ ທີ່ໄດ້ ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນລັດຖະມົນຕີວ່າການກະຊວງ ການຕ່າງປະເທດ ແຫ່ງ ລາຊະອາ ນາຈັກໄທ ຄົນໃໝ່ ແລະ ໄດ້ຕີລາຄາ ສູງຕໍ່ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເຊິ່ງຖືເປັນປະເທດທໍາອິດ ໃນການເຄື່ອນໄຫວຕ່າງປະເທດ ຂອງ ທ່ານ ມາຣິດ ສະຫງ່ຽມພົງ ໃນ ຖານະເປັນລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ແຫ່ງລາຊະ ອານາຈັກໄທ, ພ້ອມທັງໄດ້ສະແດງ ຄວາມຂອບໃຈຕໍ່ການສະໜັບສະ ໜູນແລະຊ່ວຍເຫລືອອັນລໍ້າຄ່າຂອງ ຝ່າຍໄທໃນຕະຫລອດໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນສໍາຄັນ ເຂົ້າ ໃນການພັດທະນາເສດຖະກິດ-ສັງ ຄົມ ຂອງ ສປປ ລາວ. ໃນຂະນະດຽວກັນ, ທ່ານລັດຖະ ມົນຕີວ່າການກະຊວງການຕ່າງປະ ເທດ ມາຣິດ ສະຫງ່ຽມພົງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ໄດ້ສະແດງຄວາມ ໝາຍໝັ້ນວ່າຈະສືບຕໍ່ເຮັດວຽກຮ່ວມ ກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະ ພາບແລະການຮ່ວມມືທີ່ດີລະຫວ່າງ ສອງປະເທດ ລາວ-ໄທ ໃຫ້ນັບມື້ນັບ ກ້າວເຂົ້າສູ່ລວງເລິກພ້ອມທັງຈະສືບ ຕໍ່ສະໜັບສະໜູນຝ່າຍລາວທັງ ໃນ ຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນຕໍ່ໜ້າ. ໃນໂອກາດຢ້ຽມຢາມສປປລາວ ຄັ້ງນີ້, ທ່ານມາຣິດສະຫງ່ຽມພົງລັດ ຖະມົນຕີວ່າການກະຊວງການຕ່າງ ປະເທດ ແຫ່ງ ລາຊະອານາຈັກໄທ ແລະ ຄະນະໄດ້ຖືໂອກາດເຂົ້າຢ້ຽມ ຂໍ່ານັບທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ເຂົ້າຮ່ວມງານລ້ຽງຕ້ອນ ຮັບຈັດໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ຫລັງຈາກນັ້ນ, ທ່ານ ມາຣິດສະຫງ່ຽມພົງ,ລັດຖະມົນຕີວ່າ ການກະຊວງການຕ່າງປະເທດພ້ອມ ຄະນະ ກໍໄດ້ເດີນທາງກັບຄືນປະ ເທດ ດ້ວຍຄວາມສະຫວັດດີພາບ. ພາບ: ຂັນໄຊ ພຶດສະພາ 2024 ທີ່ເດີ່ນພະທາດ ຫລວງ. ງານສະເຫລີມສະຫລອງວັນ ເດັກສາກົນໃນປີນີ້, ປະກອບມີຫລາຍ ກິດຈະກຳ ເປັນຕົ້ນ ປູກຕົ້ນໄມ້, ການ ໂຄສະນາຂໍ້ມູນຕ່າງໆ, ກິດຈະກຳ ຟ້ອນລຳວົງ 3 ຈັງຫວະ (ຈັງຫວະ ເຊີນຊວນ, ຈັງຫວະສາລະວັນ ແລະ ຈັງຫວະຕັ່ງຫວາຍ) ໂດຍມີນັກຟ້ອນ ຈາກບັນດາກະຊວງ, ພະແນກການ, ອົງການທຽບເທົ່າ, ນະຄອນຫລວງ, ເມືອງ, ຄູອາຈານ, ນ້ອງນັກຮຽນ ແລະ ປະຊາຊົນບັນດາເຜົ່າທົ່ວ ນະຄອນຫລວງວຽງຈັນ ຈຳນວນ 1.000 ກວ່າຄົນເຂົ້າຮ່ວມ ເຊິ່ງເປັນ ບົດຟ້ອນລໍາວົງທີ່ເປັນເອກະລັກອັນ ໜຶ່ງຂອງຊາວລາວເຮົາ, ທັງເປັນວັດ ທະນະທໍາລາວທີ່ມີການສືບທອດ ກັນມາຍາວນານ ເພື່ອສົ່ງເສີມການ ອະນຸຮັກວັດທະນະທໍາທີ່ເປັນມູນ ເຊື້ອຂອງລາວ ພ້ອມທັງສ້າງຄວາມ ສາມັກຄີ ຮັກສາໄດ້ເຖິງຈັງຫວະບົດ “ຟ້ອນລໍາວົງລາວ” ທີ່ຢູ່ຄູ່ຄົນລາວ ມາຫລາຍເຊັ່ນຄົນ, ເປັນການເອກ ອ້າງບົດຟ້ອນລໍາວົງລາວ ອອກສູ່ ສາຍຕາສາກົນ ແລະ ພາກພື້ນ. ທ່ານ ພູວົງ ວົງຄຳຊາວ ຮອງ ເຈົ້າຄອງນະຄອນຫລວງວຽງຈັນ, ປະທານຄະນະກຳມາທິການ ເພື່ອ ຄວາມກ້າວໜ້າຂອງແມ່ຍິງແມ່ແລະ ເດັກ (ຄກມດ) ນະຄອນຫລວງ ວຽງຈັນໄດ້ກ່າວວ່າ: ການຈັດງານ ສະເຫລີມສະຫລອງວັນເດັກສາກົນ ປີນີ້, ຈັດຂຶ້ນພາຍໃຕ້ຄໍາຂັວນ “ສ້າງ ອະນາຄົດທີ່ຍືນຍົງ ຄືການສ້າງ ຄວາມເຂັ້ມແຂງໃຫ້ແກ່ເດັກ” ສະ ແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ການນໍາແຕ່ລະຂັ້ນ ທີ່ມີຕໍ່ເດັກນ້ອຍທີ່ ເປັນອະນາຄົດຂອງຊາດ ແລະ ອີກ ດ້ານໜຶ່ງແມ່ນ ເພື່ອເປັນການໃຫ້ໂອ ກາດແກ່ເດັກໄດ້ສະແດງເຖິງພອນ ສະຫວັນຄວາມສາມາດກ້າຄິດ, ກ້າ ສະແດງອອກ. ພິເສດການຈັດງານ ຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ຫລາຍ ເນື່ອງຈາກຕິດພັນກັບວັນປູກ ຕົ້ນໄມ້ແຫ່ງຊາດ, ຕິດພັນກັບວັນ ຢຸດຕິສູບຢາສາກົນ ແລະ ສິ່ງແວດ ລ້ອມໂລກ. ພັກ, ລັດຖະບານ ຍາມໃດກໍໄດ້ ໃຫ້ຄວາມສໍາຄັນຕໍ່ການພັດທະນາ ເດັກ ເຊິ່ງເປັນຮຸ່ນຄົນສືບທອດອະນາ ຄົດຂອງປະເທດຊາດ ສະແດງອອກ ສປປລາວ ໄດ້ໃຫ້ສັດຕະຍາບັນແລະ ເຂົ້າຮ່ວມເປັນພາຄີຕໍ່ສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ອະນຸສັນ ຍາ 2 ສະບັບ ກ່ຽວການຄ້າຂາຍປະ ເວນີເດັກ ແລະ ສິ່ງລາມົກອານາ ຈານກ່ຽວກັບເດັກແລະ ອານຸສັນຍາ ກ່ຽວກັບການເອົາເດັກເຂົ້າຮ່ວມປະ ທະກັນດ້ານອາວຸດ ໃນວັນທີ 7 ມິຖຸນາ 1991. ເພື່ອບັນລຸເປົ້າໝາຍສະຫັດສະ ວັດດ້ານການພັດທະນາ (MDGs) ນະຄອນຫລວງວຽງຈັນ ໄດ້ສ້າງ ຕັ້ງກົນໄກ ເພື່ອເຄື່ອນໄຫວວຽກ ງານແມ່ ແລະ ເດັກ ໂດຍເລີ່ມຈາກ ການປັບປຸງການຈັດຕັ້ງຄະນະກໍາ ມະທິການເພື່ອຄວາມກ້າວໜ້າຂອງ ແມ່ຍິງ ແມ່ ແລະ ເດັກ ນັບແຕ່ຂັ້ນນະ ຄອນຫລວງ, ເມືອງ, ຈົນຮອດຂັ້ນ ຮາກຖານບ້ານ ເຊິ່ງມີຄະນະກໍາມະທິ ການເພື່ອຄວາມກ້າວໜ້າຂອງແມ່ ຍິງ, ແມ່ ແລະ ເດັກ ນະຄອນຫລວງ ວຽງຈັນ ເປັນກົນໄກປະສານງານ ແລະ ເຮັດພາລະບົດລະບາດຈັດຕັ້ງ ປະຕິບັດວຽກງານແມ່ ແລະ ເດັກ ເພື່ອຜັນຂະຫຍາຍແຜນດໍາເນີນງານ ແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ລົບລ້າງຄວາມຮຸນແຮງຕໍ່ແມ່, ຍິງ ແລະ ເດັກ ດໍາເນີນໂຄງການ “ປ້ອງກັນບໍ່ໃຫ້ເກີດຄວາມຮຸນຕໍ່ ເດັກໃນຄອບຄົວ, ໃນຊຸມຊົນ, ໃນໂຮງ ຮຽນ”. ຄຽງຄູ່ກັນນັ້ນ, ກໍຍັງໄດ້ມີ ຄວາມ ເປັນຫ່ວງເປັນໄຍຕໍ່ກັບອະນາ ຄົດຂອງເດັກ ໂດຍສະເພາະແມ່ນ ການໃຊ້ສານເສບຕິດ (ການບໍລິ ໂພກຢາສູບໄຟຟ້າ, ຢາສູບຊີຊ້າ) ແລະ ຢາສູບ ທີ່ມີສານເຄມີ 7.000 ກວ່າຊະນິດ. ໃນນັ້ນ ມີສານເຄມີ 3 ຊະນິດທີ່ພາ ໃຫ້ເປັນພະຍາດ ແລະ ເປັນສາເຫດສໍາຄັນຂອງການເສຍ ຊີວິດ. ການຈັດງານວັນເດັກໃນຄັ້ງນີ້, ແມ່ນຕິດພັນກັບວັນສຳຄັນຫລາຍ ວັນ ໂດຍສະເພາະວັນເດັກ 1 ມິຖຸນາ ແມ່ນເຫດການພິເສດໜຶ່ງທີ່ມີຄວາມ ໝາຍຕໍ່ເດັກ ຈຸດປະສົງແນໃສ່ຊຸກຍູ້ ສົ່ງເສີມ, ພັດທະນາ ແລະ ປົກປ້ອງ ເດັກໃນທົ່ວໂລກ ຍ້ອນເຫັນໄດ້ຄວາມ ສໍາຄັນຂອງເດັກທີ່ເປັນອະນາຄົດ ຂອງຊາດ, ເປັນເມັດພືດ, ເປັນໜໍ່ ແໜງທຶນຮອນແຫ່ງຊີວິດໃນມືື້້ນີ້ ເພື່ອກາຍເປັນອະນາຄົດອັນແຈ່ມໃສ ຂອງປະເທດຊາດໃນມືື້ໜ້າ. ຂໍ້ມູນ-ພາບ: ໜັງສືພິມວຽງຈັນໃໝ່
'kolts]v';a ogfa doh vplkdq oxu oU ,u s]kpdy f9tde lko0v'okpq d]a f4t,q o8u csj ' lxx ]k; goj n v'.o3vdkf;a ogfa doh vplkdq o ,y 45 ok 2024 s]kprkdlj ;o9a fry mu lts]v';a o gfa doh vplkdq o c]t ;a ox6 d8Q ow,h csj '-kf ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 03.06.2024 ປີທີ 23 ສະບັບທີ 5.942 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 - ບັນດາທ່ານ ທີ່ນັບຖື, - ຫລານນ້ອຍເຍົາວະຊົນ ແລະ ອະນຸຊົນລາວບັນດາເຜົ່າ ທີ່ຮັກ ແພງທັງຫລາຍ, ເນື່ອງໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2024 ໄດ້ ໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງກົງກັບວັນປູກຕົ້ນໄມ້ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງທ່ານສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ທ່ານ ມາຣິດ ສະຫງ່ຽມພົງ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດ ແຫ່ງລາ ຊະອານາຈັກໄທ ພ້ອມດ້ວຍຄະນະ ຂປລ. ວັນທີ 30 ພຶດສະພາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ມາຣິດ ສະຫງ່ຽມພົງ okpq d]a f4t,q o8u 8h voIa []a f4t,q o8u ;j kdko dt-;'dko8j k'xtgmf csj ']k-tvkok9a dwm ລັດຖະມົນຕີ ວ່າການກະຊວງການ ຕ່າງປະເທດ ແຫ່ງ ລາຊະອານາຈັກ ໄທແລະຄະນະໃນໂອກາດເດີນທາງ ມາຢ້ຽມຢາມ ສປປ ລາວ ຢ່າງເປັນ ທ່ານ ສອນໄຊ ສີພັນດອນ (ຂວາ) ]k;{wm ln [8+ Ia fc|h olkprq ;ra oIj ;,,n lv'/j kp ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນວັນທີ 30 ພຶດສະພາ 2024 ເພື່ອສືບຕໍ່ຮັດ ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 [q f[kfln j ,;o-q o.odkora fmtok ;Pdmj v'mj P;;a fmtotme ຂປລ. ຄະນະກໍາມະທິການ ເພື່ອ ຄວາມກ້າວໜ້າຂອງແມ່ຍິງ, ແມ່- ເດັກ(ຄກມດ)ນະຄອນຫລວງວຽງ ຈັນ ຮ່ວມກັບຄະນະກໍາມະທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່-ເດັກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດງານສະເຫລີມສະ ຫລອງວັນເດັກນ້ອຍສາກົນ, ຕິດພັນ ກັບຂະບວນການວັນປູກຕົ້ນໄມ້ແຫ່ງ ຊາດ, ວັນຢຸດຕິສູບຢາສາກົນ ແລະ ວັນສິ່ງແວດລ້ອມ ຂຶ້ນວັນທີ 31 ອ່ານຕໍ່ໜ້າ 2 ຂປລ. ໃນໂອກາດເຂົ້າຮ່ວມເວ ທີສາກົນ ເພື່ອໂຄສະນາການທ່ອງ ທ່ຽວ ຢູ່ແຂວງອຸດົມໄຊ ໃນວັນທີ 29 ພຶດສະພາ 2024 ຜ່ານມາ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸໂທ ລະພາບສູນກາງຈີນ (CMG) ປະ ຈໍາລາວໄດ້ມີຄຳເຫັນວ່າ: ສື່ມວນຊົນ ມີບົດບາດສຳຄັນໃນການຊຸກຍູ້ສົ່ງ ເສີມການພັດທະນາວຽກງານທ່ອງ ທ່ຽວແລະວັດທະນະທຳໃຫ້ມີຄຸນນະ ພາບສູງ ສາມາດດຶງດູດນັກທ່ອງ ທ່ຽວໄດ້ເປັນຢ່າງດີ. ທ່ານ ນາງ ແສງແກ້ວ ໄດ້ກ່າວ ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ຂປລ. ຝຸ່ນຊີວະພາບເພື່ອກະສິກໍາ ສະອາດ ເປັນຜະລິດຕະພັນຂອງຄົນ ລາວ, ນໍາໃຊ້ວັດຖຸດິບ ຢູ່ພາຍໃນປະ ເທດ ເຂົ້າໃນຂະບວນການຜະລິດ ເປັນມິດກັບສິ່ງແວດລ້ອມເຊິ່ງໄດ້ຮັ ບ ການຢັ້ງຢືນມາດຕະຖານກະສິກໍາ ອິນຊີລາວ ຈາກກົມປູກຝັງ ກະຊວງ ກະສິກໍາ ແລະ ປ່າໄມ້ ໂດຍໄດ້ຮັບ ຄວາມນິຍົມຊົມຊອບຂອງຜູ້ຊົມໃຊ້ ແລະ ມີຕົວແທນຈໍາໜ່າຍຕາມຮ້ານ ຂາຍເບ້ຍໄມ້ທົ່ວໄປໃນນະຄອນ ຫລວງວຽງຈັນ. ທ່ານ ນາງ ວິໄລພອນ ສົມສະນິດ ປະທານບໍລິສັດ ຂ້ອຍຮັກກະສິກໍາ ໃຫ້ສໍາພາດຕໍ່ນັກຂ່າວສຳນັກຂ່າວ ສານປະເທດລາວ ໃນວັນທີ 30 ພຶດສະພາ 2024 ນີ້ວ່າ: ບໍລິສັດ ຂ້ອຍຮັກກະສິກໍາ ເລີ່ມຜະລິດຝຸ່ນຊີ /5 j o-u ;trk[ grj n vdtly de ltvkfgxa o,y fda [lyj 'c;f]h v, ວະພາບມາແຕ່ທ້າຍປີ 2019 ໂດຍ ນໍາໃຊ້ວັດຖຸດິບຢູ່ພາຍໃນປະເທດ ເຂົ້າໃນຂະບວນການຜະລິດ ເປັນຕົ້ນ ມູນສັດ, ຂີ້ແກບ, ດິນລວມ, ຂີ້ເລື້ອຍ, ຮຳອ່ອນ,ອິນຊີສັງເຄາະແສງ, ກາກ ນ້ຳຕານ, ນ້ຳສະກັດຊີວະພາບມາ ປະສົມເຂົ້າກັນຕາມຫລັກວິຊາການ ກະສິກໍາສະອາດ ໂດຍເນັ້ນເຖິງ ຄວາມປອດໄພ ແລະ ເປັນມິດກັບສິ່ງ ແວດລ້ອມ ເຊິ່ງຝຸ່ນດັ່ງກ່າວ, ເໝາະ ສຳລັບພືດຜັກ, ຕົ້ນໄມ້ໃຫ້ໝາກທຸກ ສະນິດ, ໄມ້ປະດັບ ແລະ ບຳລຸງທາດ ອາຫານໃຫ້ດິນທີ່ເຊື່ອມໂຊມກັບມາ ສົມບູນ ຕື່ມອີກ. ນອກຈາກຝຸ່ນຊີວະພາບແລ້ວ, ບໍລິສັດ ຂ້ອຍຮັກກະສິກຳ ຍັງໄດ້ຜະ ລິດດິນປູກຝັງ ເພື່ອກະສິກໍາສະອາດ ອ່ານຕໍ່ໜ້າ 4 g9Q kc0;' goA o.sh dkooeg,n v'-q oot[6 ]u cdh w00= 7q '7h k'mu u j dtmq [8+ dkora fmtok h
RkJQdWJsaXNoZXIy MTc3MTYxMQ==