5882

xtgmf]k; 6 30/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ພຸດທະສອນ 3I'cI,sq '7e xa [x5 '0vf[= ]y dko .sh ,u 75 ootrk[xtma [.9z6 h .-h [= ]y dko ຂ່າວ: ເກີດຂວັນໃຈ 3 gfn vo8Q oxu 2024 ,u oa dmj v'mj P;g0Q k,k]k; 1,3 ]h ko7q o * ປີ 2024 ແມ່ນປີທ່ອງທ່ຽວ ລາວ ທີ່ລັດຖະບານກໍານົດຂຶ້ນ ເພື່ອ ກະ ຕຸນເສດຖະກິດ ການທ່ອງທ່ຽວ ໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ ຮອບດ້ານ ແຕ່ແນວໃດ ກໍດີເພື່ອເປັນ ການດຶງດູດນັກທ່ອງທ່ຽວ ທຸກຄົນ ຕ້ອງໄດ້ຊ່ວຍກັນເປັນເຈົ້າບ້ານທີ່ດີ ເພື່ອຕ້ອນຮັບນັກທ່ອງທ່ຽວມາຢ້ຽມ ຢາມ ໃນຂະນະດຽວກັນຂອດບໍລິ ການທ່ອງທ່ຽວ ກໍຕ້ອງມີຄວາມ ພ້ອມເພື່ອຮອງຮັບນັກທ່ອງທ່ຽວ ທີ່ ຫລັງໄຫລເຂົ້າມາໃນແຕ່ລະມື້ເໝືອນ ກັບ ໂຮງແຮມຫົງຄຳ ມີຄວາມພ້ອມ 100% ໃນການກະກຽມຕ້ອນຮັບ ນັກທ່ອງທ່ຽວພາຍໃນແລະຕ່າງປະ ເທດ ທີ່ຈະເດີນທາງມາຢ້ຽມຢາມ ແລະ ທ່ຽວຊົມແຂວງເຊກອງ ໃນໄລ ຍະເປີດປີທ່ອງທ່ຽວລາວ 2024. ທ່ານ ນາງ ຂາວພອນ ເພັດໂສ ທອນ ຜູ້ຈັດການໂຮງແຮມ ຫົງຄຳ ໄດ້ໃຫ້ຮູ້ວ່າ: ໂຮງແຮມຫົງຄຳ ສ້າງ ຕັ້ງຂຶ້ນ ໃນປີ 2006 ມີທັງໝົດ 33 ຫ້ອງນອນ, ມີ 42 ຕຽງ ສາມາດ ຕ້ອນຮັບແຂກທັງໝົດ 50-60 ຄົນ ຕໍ່ວັນ ຊຶ່ງມາຮອດປັດຈຸບັນ ໄດ້ເອົາ ໃຈໃສ່ປັບປຸງຂອດບໍລິການ ໂດຍ ເນັ້ນໜັກໃຫ້ພະນັກງານບໍລິການ ດ້ວຍຄວາມຊື່ສັດ, ຈິງໃຈ, ຍິ້ມແຍ້ມ ແຈ່ມໃສ, ວ່ອງໄວທັນໃຈລູກຄ້າ. ນອກນີ້, ຍັງເອົາໃຈໃສ່ຮັກສາຄວາມ ສະອາດ, ຄວາມປອດໄພພາຍໃນ ໂຮງແຮມ, ປັບປຸງແລະປ່ຽນຖ່າຍອຸ ປະກອນທີ່ເກົ່າ, ເປ່ເພ, ໃຊ້ການບໍ່ໄດ້ ພາຍໃນຫ້ອງນອນ, ຫ້ອງນໍ້າ, ອາ ຄານ ໃຫ້ດີຂຶ້ນກວ່າເກົ່າ, ລະບົບໄຟ ຟ້າ ນ້ຳປະປາ, ອິນເຕີເນັດສະດວກ ສະບາຍ, ມີການບໍລິການອາຫານ ເຊົ້າ ແລະ ປະເພດຕາມສັ່ງຂອງນັກ ທ່ອງທ່ຽວ, ມີນໍ້າຊາ-ກາເຟ ແລະ ມີພະນັກງານຕ້ອນຮັບ ທີ່ສາມາດ ແນະນໍາກ່ຽວກັບສະຖານທີ່ແຫລ່ງ ທ່ອງທ່ຽວທີ່ສຳຄັນຂອງແຂວງເຊ ກອງ ຊຶ່ງໃນໄລຍະຜ່ານມາ ໂຮງ ແຮມຂອງພວກເຮົາ ໄດ້ຕ້ອນຮັບນັກ ທ່ອງທ່ຽວທີ່ມາພັກເຊົາ ສະເລ່ຍ 1 ເດືອນມີນັກທ່ອງທ່ຽວພາຍໃນ 1.200 ກວ່າຄົນ, ນັກທ່ອງທ່ຽວ ຕ່າງປະເທດ 500 ກວ່າຄົນ ຊຶ່ງສາ ມາດດຳເນີນທຸລະກິດ ແລະ ເປັນ ໜຶ່ງໃນໂຮງແຮມທີ່ ເປັນຕົວແທນ ໃຫ້ແກ່ແຂວງເຊກອງໃນການຕ້ອນ ຮັບນັກທ່ອງທ່ຽວ ດ້ວຍຄວາມປະ ທັບໃຈ. ທ່ານ ນາງ ຂາວພອນ ໃຫ້ຮູ້ຕື່ມ ວ່າ: ແຜນການຕໍ່ໜ້າພວກ ເຮົາຈະ ເພີ່ມທະວີຄວາມເອົາໃຈໃສ່ຍົກລະ ດັບມາດຕະຖານບໍລິການຂອງໂຮງ ແຮມໃຫ້ສູງຂຶ້ນ ເປັນຕົ້ນ: ຈະປະ ສານສົມທົບກັບ ພະແນກຖະແຫລງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊກອງ ຢ່າງໃກ້ຊິດຕິດແທດ ເພື່ອປັບປຸງ ແລະ ພັດທະນາຕາມ ມາດຕະການ, ລະບຽບການທີ່ຂັ້ນ ເທິງວາງອອກ, ສົ່ງເສີມພະນັກງານ ຂອງໃຫ້ເຂົ້າຮ່ວມການຍົກລະດັບ ຄວາມຮູ້ຄວາມສາມາດດ້ານຕ່າງໆ, ຈະສະເໜີ ພິຈາລະນາການຈັດລະ ດັບການຕິດດາວ ຂອງໂຮງແຮມ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກນັກ ທ່ອງທ່ຽວ ທີ່ຈະເລືອກມາພັກຢູ່ໂຮງ ແຮມ, ຈະເພີ່ມທະວີການໂຄສະນາ ແລະ ເຂົ້າຮ່ວມບັນດາກິດຈະກໍາໃຫ້ ຫລາຍຂຶ້ນ ເພື່ອເຮັດໃຫ້ນັກທ່ອງ ທ່ຽວຮູ້ຈັກໂຮງແຮມຫົງຄຳ ແລະ ມາພັກຢູ່ໂຮງແຮມຂອງພວກເຮົາ ນັບມື້ນັບເພີ່ມຂຶ້ນ. ສໍາລັບທ່ານໃດທີ່ ຍັງຊອກຫາບ່ອນພັກບໍ່ໄດ້ ຫລື ສົນ ໃຈຢາກມາພັກທີ່ໂຮງແຮມຫົງຄໍາ ກໍສາມາດໂທສອບຖາມຂໍ້ມູນໄດ້ທີ່ ເບີໂທ: 038 211777 ຫລື 020 91143888 * ໄລຍະ3 ເດືອນຕົ້ນປີ2024ນີ້, ຂະແໜງການທ່ອງທ່ຽວຂອງ ສປປ ລາວ ຂະຫຍາຍ ຕົວເພີ່ມຂຶ້ນ 36%, ຈໍານວນນັກທ່ອງທ່ຽວສາກົນ ເຂົ້າ ມາຢ້ຽມຢາມລາວເຖິງ 1,3 ລ້ານ ແລະ ຄາດວ່າໝົດປີ 2024 ຈະບັນ ລຸ 3,9 ລ້ານຄົນ. ທ່ານ ໂພສີ ເເກ້ວມະນີວົງ ຮອງ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ໄດ້ໃຫ້ຮູ້ໃນໂອກາດເຂົ້າຮ່ວມ ກອງປະຊຸມເວທີສາກົນ ເພື່ອໂຄສະ ນາການທ່ອງທ່ຽວລາວ ໃນວັນທີ 29 ພຶດສະພາ 2024 ທີ່ເເຂວງ ອຸດົມໄຊ ວ່າ: ປີ 2024 ເປັນປີໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງ ສປປລາວ ໄດ້ຮັບກຽດເປັນປະທານ ອາຊຽນ ເເລະ ລັດຖະບານ ໄດ້ປະ ກາດເປັນປີທ່ອງທ່ຽວລາວ 2024 ແລະ ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍວຽກງານດັ່ງກ່າວ, ກະຊວງ ຖະເເຫລງຂ່າວ, ວັດທະນະທຳ ເເລະ ທ່ອງທ່ຽວ ໄດ້ສົມທົບກັບພະເເນກ ຖວທ ນະຄອນຫລວງວຽງຈັນ, ພະ ເເນກ ຖວທ ແຂວງໃນຂອບເຂດ ທົ່ວປະເທດ ກຳນົດກິດຈະກຳການ ທ່ອງທ່ຽວມີ79ລາຍການ.ໃນນີ້14 ລາຍການເເມ່ນລະດັບຊາດ ເເລະ 65 ລາຍການເເມ່ນລະດັບທ້ອງຖິ່ນ ເເລະ ໄດ້ຈັດເຂົ້າໃນປະຕິທິນການ ທ່ອງທ່ຽວລາວປີ2024ເພື່ອໃຫ້ນັກ ທ່ອງທ່ຽວພາຍໃນ ເເລະ ສາກົນ ໄດ້ເຂົ້າເຖິງຂໍ້ມູນຂ່າວສານ ທີ່ກ່ຽວ ຂ້ອງ ເເລະ ຈັດເວລາທີ່ເໝາະສົມ ເພື່ອເດີນທາງມາທ່ອງທ່ຽວລາວ. ຜ່ານການຈັດຕັ້ງປະຕິບັດກິດຈະ ກຳທ່ອງທ່ຽວ ສາມາດສະຫລຸບໄດ້ ວ່າ: ໄລຍະ 3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວສາກົນ 1,3 ລ້ານ ເທື່ອຄົນ, ເພີ່ມຂຶ້ນ 36% ຖ້າທຽບ ໃສ່ໄລຍະດຽວກັນ ຂອງປີ 2023 ເເລະ ຄາດຄະເນວ່າຮອດທ້າຍປີ 2024 ຈະບັນລຸໄດ້ເຖິງ 3,9 ລ້ານ ເທື່ອຄົນ. ໃນນັ້ນ ແຂວງທີ່ນັກທ່ອງ ທ່ຽວໄປທ່ອງທ່ຽວຫລາຍແມ່ນ ແຂວງຫລວງພະບາງ, ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງອື່ນໆ ຕາມລໍາດັບ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==