xtgmf]k; 4 3]d c]t gsfdko 30/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp de,kmy dko[a ofkgzqj k8y f8k,d;fdk ;Pdra fmtok-q oot[q f16 j s];'oEmk dy f9tde -kl6j 7;k,xv'fv' c]dxj Po;a fmtotmeok,,tmez6 gvu lh k'7;k,g0A ,c0'dkooe.-h xB ,76j ,n vq [Iq , dP,rh v,dj vogfu omk'wxgIa f;Pd16 j 8j k'xtgmf ຂປລ. ໃນວັນທີ 25 ພຶດສະພາ 2024 ຜ່ານມາ, ສູນວັດທະນະທຳ ຈີນ ປະຈຳລາວ ຈັດກິດຈະກຳຊາສູ່ ຄວາມປອງດອງ ເພື່ອພົບປະແລກ ປ່ຽນວັດທະນະທຳນາມມະທຳຜູເອີ ຄັ້ງທີ 2 ເຊິ່ງປີນີ້ໄດ້ເຊື້ອເຊີນສຳມະ ນາກອນຈາກຊຸດຝຶກອົບຮົມການປົກ ປັກຮັກສາມໍລະດົກວັດທະນະທຳ ນາມມະທຳ ສໍາລັບປະເທດລາວ ທີ່ ຫາ ກໍ່ສຳເລັດການຝຶກອັບຮົມຢູ່ນະ ຄອນຜູເອີ ປະເທດຈີນ ມາເປັນຜູ້ເຂົ້າ ຮ່ວມຫລັກໃນກິດຈະກຳໃນຄັ້ງນີ້ ເພື່ອແລກປ່ຽນປະສົບການ ແລະ ຄວາມຮູ້ສຶກກ່ຽວກັບວຽກງານການ ປົກປັກຮັກສາມໍລະດົກວັດທະນະ ທຳນາມມະທຳລະຫວ່າງລາວ-ຈີນ, ສຳຜັດ ແລະ ຖອດຖອນບົດຮຽນກັບ ວັດທະນະທຳຊາຂອງຈີນ ທີ່ມີມາ ແຕ່ບູຮານນະການ ແລະ ໂອ້ລົມກ່ຽວ ກັບມິດຕະພາບ ອັນເລິກເຊິ່ງທີ່ມີຕັ້ງ ແຕ່ອະດີດລະຫວ່າງສອງຊາດ ລາວ-ຈີນ. ໃນໂອກາດນີ້, ທ່ານ ນາງ ຫລີ ຢີ່ຜິງ ຫົວໜ້າສູນວັດທະນະທຳຈີນ ປະຈຳສປປລາວໄດ້ສະແດງຄວາມ ຂອບໃຈມາຍັງກະຊວງຖະແຫລງ ຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງສປປລາວ ແລະສູນຝຶກອົບຮົມ ສາກົນດ້ານມໍລະດົກວັດທະນະທຳ ນາມມະທຳຂົງເຂດອາຊີປາຊີຟິກ ຂອງອົງການອຸຍແນັສໂກ(UNESCO) ທີ່ໄດ້ໃຫ້ຄວາມສຳຄັນຕໍ່ກິດ ຈະກຳໃນຄັ້ງນີ້. ໃນມໍ່ໆມານີ້, ໄດ້ສຳ ເລັດການຝຶກອົບຮົມໃຫ້ພະນັກງານ ກະຊວງຖະແຫລງຂ່າວ ວັດທະນະ ທຳ ແລະ ທ່ອງທ່ຽວ ທີ່ປະເທດຈີນ ແນໃສ່ແລກປ່ຽນວັດທະນະທຳແລະ ທ່ອງທ່ຽວ ລາວ-ຈີນ ທີ່ຈະຕ້ອງສົ່ງ ເສີມການແລກປ່ຽນຮ່ວມມື ລາວຈີນ ໃຫ້ກ້າວສູ່ລະດັບໃໝ່. ຂປລ. ວັນທີ 27 ພຶດສະພາ 2024 ຜ່ານມາ, ທ່ານ ແກ້ວຈະເລີນ ເຢ່ຍຢີ້ງຢ່າງ ຮອງປະທານກຳມາທິ ການບັນດາເຜົ່າ ສະພາແຫ່ງຊາດ, ພ້ອມຄະນະສະມາຊິກສະພາປະຊາ ຊົນແຂວງຫລວງນ້ຳທາ ໄດ້ລົງ ເຄື່ອນໄຫວຕິດຕາມກວດກາ ການ ຈັດຕັ້ງປະຕິບັດຄາດໝາຍວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ຕາມມະຕິ 82/ ສພຊ, ລົງວັນທີ 30/12/2022 ຢູ່ ຈຸດສຸມຫລວງໂພຄໍາ ກຸ່ມບ້ານທາດ ເມືອງລອງ ແຂວງຫລວງນ້ຳທາ ໂດຍມີທ່ານ ຄຳເພັດ ຈັນທະວົງ ເຈົ້າ ເມືອງລອງ, ມີຄະນະພັກຮາກຖານ ກຸ່ມບ້ານ, ອຳນາດການປົກຄອງ ບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າ ຮ່ວມ ແລະ ຮັບຟັງລາຍງານສະພາບ ການພັດທະນາຂອງບັນດາກຸ່ມບ້ານ ທາດ 13 ບ້ານໂດຍຫຍໍ້. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ສະເໜີບັນຫາ ພື້ນຖານໂຄງລ່າງຂອງບ້ານທີ່ພົບ ຄວາມຫຍຸ້ງຍາກ ເພື່ອໃຫ້ພາກສ່ວນ ທີ່ກ່ຽວຂ້ອງຄົ້ນຄວ້າ, ແກ້ໄຂໃຫ້ທັນ ກັບສະພາບຕົວຈິງ. ໃນວັນດຽວກັນ, ກໍໄດ້ເປີດກອງ ປະຊຸມຮ່ວມກັບພາກສ່ວນທີ່ກ່ຽວ ຂ້ອງຂອງເມືອງລອງ ແລະ ໄດ້ຮັບ ຟັງການລາຍງານຂອງບັນດາຫ້ອງ ການທີ່ກ່ຽວຂ້ອງ ຕາມຄຳຖາມ ເຈາະຈິ້ມຂອງກຳມາທິການບັນດາ ເຜົ່າສະພາແຫ່ງຊາດ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດວຽກງານພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ, ການຈັດຕັ້ງປະຕິບັດບັນ ດາຈຸດສຸມບຸລິມະສິດລະຫວ່າງສູນ ກາງ ແລະ ທ້ອງຖິ່ນ 20 ຈຸດສຸມພັດ ທະນາ ເພື່ອສ້າງຕົວແບບພັດທະ ນາ ແລະ 25 ຈຸດສຸມຈັດສັນພູມລຳ ເນົາ; ຂອດການປະສານງານລະ ຫວ່າງສູນກາງ ແລະ ແຂວງ, ກັບ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເມືອງ ແລະ ການແກ້ໄຂປະກົດການ ຫຍໍ້ທໍ້ທາງສາສະໜາ. ພ້ອມກັນນີ້, ຜູ້ເຂົ້າຮ່ວມກອງປະ ຊຸມຍັງໄດ້ປະກອບຄຳຄິດເຫັນຢ່າງ ມີຈຸດສຸມ ເປັນຕົ້ນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດ ວຽກງານຕົວຈິງພາຍໃນເມືອງ ເພື່ອ ເປັນຂໍ້ມູນໃຫ້ກຳມາທິການທີ່ກ່ຽວ ຂ້ອງ ນຳເຂົ້າຄົ້ນຄວ້າພິຈາລະນາໃນ ກອງປະຊຸມສະພາແຫ່ງຊາດ ທີ່ຈະ ໄຂຂຶ້ນໃນຕໍ່ໜ້າ. ຂປລ. ຊຸດຝຶກອົບຮົມການນຳໃຊ້ ປຶ້ມຄູ່ມືຝຶກອົບຮົມກະກຽມຄວາມ ພ້ອມກ່ອນການເດີນທາງໄປເຮັດ ວຽກຢູ່ປະເທດໄທ ໃນຂະແໜງການ ປະມົງ ແລະ ແປຮູບອາຫານທະເລ ຈັດຂຶ້ນໃນອາທິດຜ່ານມາ ໂດຍການ ເປັນປະທານຮ່ວມຂອງ ທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວ ໜ້າກົມການຈັດຫາງານກະຊວແຮງ ງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ວຽງປະສິດ ທິບພະ ສຸດາ ຜູ້ປະສານງານອົງການແຮງ ງານສາກົນ ປະຈໍາ ສປປ ລາວ, ມີຜູ້ ຕາງໜ້າຈາກສູນຂໍ້ມູນຂ່າວສານສຳ ລັບແຮງງານເຄື່ອນຍ້າຍ ຫລືMRC ຈາກແຂວງໄຊຍະບູລີ, ບໍລິຄຳໄຊ, ຈໍາປາສັກ ແລະ ຜູ້ຕາງໜ້າຈາກບໍລິ ສັດຈັດຫາງານເຂົ້າຮ່ວມ. ຊຸດຝຶກອົບຮົມດັ່ງກ່າວ, ແນໃສ່ ສົ່ງເສີມການເຄື່ອນຍ້າຍແຮງງານ ທີ່ປອດໄພ ແລະ ຖືກຕ້ອງໃນຂອບ ເຂດປະເທດອາຊີຕາເວັນອອກສ່ຽງ ໃຕ້ ໃນຂະແໜງການປະມົງ ແລະ ການປຸງແຕ່ງອາຫານທະເລ ໂດຍຈະ ສ້າງຄວາມເຂັ້ມແຂງດ້ານນິຕິກຳ ແລະລະບຽບການທີ່ຕິດພັນກັບການ ເຄື່ອນຍ້າຍແຮງງານ ແລະ ມາດຕະ ຖານແຮງງານ, ການປົກປ້ອງສິດ ທິ ແລະ ສົ່ງເສີມສະພາບເຮັດວຽກ ທີ່ປອດໄພ ແລະ ມີຄວາມໝັ້ນຄົງໃຫ້ ແກ່ແຮງງານເຄື່ອນຍ້າຍ ລວມທັງ ການສ້າງຄວາມເຂັ້ມແຂງໃຫ້ແກ່ ແຮງງານເຄື່ອນຍ້າຍ, ຄອບຄົວແລະ ຊຸມຊົນ. ສຳລັບ ສປປ ລາວ ແມ່ນຈະ ເນັ້ນໃສ່ການປັບປຸງນະໂຍບາຍ ການ ເຄື່ອນຍ້າຍແຮງງານ, ການສົ່ງເສີມ ການເຄື່ອນຍ້າຍແຮງງານແບບຖືກ ຕ້ອງແລະການສະໜອງຜູ້ອອກແຮງ ງານທີ່ກັບຈາກຕ່າງປະເທດທີ່ ຮັດ ວຽກໃນຂະແໜງປະມົງ ແລະ ອຸດ ສາຫະກຳແປຮູບອາຫານທະເລ ເຂົ້າໃສ່ຕຳແໜ່ງງານພາຍໃນປະ ເທດ ໂດຍຜ່ານການພັດທະນາສີມື ແຮງງານ ພາຍໃຕ້ໂຄງການຮັບປະ ກັນສິດທິຂອງແຮງງານ ເພື່ອສົ່ງເສີມ ການເຄື່ອນຍ້າຍແຮງງານທີ່ປອດ ໄພໃນຂອບເຂດປະເທດອາຊີຕາເວັນ ອອກສ່ຽງໃຕ້ (Ship to Shore Rights South East Asia Programme) ເປັນໂຄງການລະ ດັບພາກພື້ນ ເຊິ່ງຈັດຕັ້ງປະຕິບັດຢູ່ 7 ປະເທດ: ໄທ, ກຳປູເຈຍ, ມຽນມາ, ຟິລິບປິນ, ອິນໂດເນເຊຍ, ຫວຽດ ນາມ ແລະ ລາວ. ທ່ານ ນາງ ວັນນີ ແກ້ວໄຊຍະວົງ ໄດ້ເນັ້ນໃຫ້ຜູ້ຮັບຜິດຊອບວຽກງານ ຂອງສູນຂໍ້ມູນຂ່າວສານຕະຫລາດ ແຮງງານ ແລະ ບໍລິສັດຈັດ ຫາງານ ທີ່ຮັບຜິດຊອບຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງ ປະເທດ ໃຫ້ເອົາ ໃຈໃສ່ ແລະ ເນັ້ນໜັກບັນດາຂໍ້ມູນທີ່ ເປັນປະໂຫຍດ ແລະ ຈໍາເປັນໃຫ້ ແກ່ແຮງງານລາວໃຫ້ເຂົ້າໃຈແຈ້ງ ກ່ອນທີ່ຈະເດີນທາງໄປເຮັດວຽກຢູ່ ປະເທດໄທ ໂດຍສະເພາະໃນຂະ ແໜງການດັ່ງກ່າວ ເຊິ່ງເປັນຂະ ແໜງການທີ່ມີຄວາມສ່ຽງຫລາຍ ເມື່ອທຽບກັບຂະແໜງການອື່ນ. ພ້ອມທັງໄດ້ສະເໜີໃຫ້ຜູ້ແທນທີ່ ເຂົ້າຮ່ວມຈາກສູນ MRC ທັງ 3 ແຂວງ ແລະ ບໍລິສັດຈັດຫາງານ ຈົ່ງໄດ້ສຸມທຸກເຫື່ອແຮງເພື່ອປຶກສາ ຫາລື, ແລກປ່ຽນປະສົບການ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງ ມາ ເພື່ອນຳເອົາບົດຮຽນທີ່ເປັນປະ ໂຫຍດໝູນໃຊ້ເຂົ້າໃນວຽກງານຕົວ ຈິງໃຫ້ມີປະສິດທິຜົນສູງສຸດ. ຂ່າວ-ພາບ: ຂ່າວສານ ຮສສ ພູບານ ວິມານວັງວຽງ... ຂປລ. ພູບານ ວິມານວັງວຽງ ຣີສອດ ຈະເປີດໃຫ້ບໍລິການ ໃນຕົ້ນ ເດືອນນິຖຸນາ 2024 ຢູ່ເມືອງວັງ ວຽງ ແຂວງວຽງຈັນ ເພື່ອຮ້ອງຮັບ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະເຂົ້າມາເມືອງວັງ ວຽງກໍຄື ສປປ ລາວ ໂດຍສະເພາະ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ກຽມຕ້ອນຮັບນັກທ່ອງທ່ຽວ ທີ່ຈະ ເຂົ້າມາໃນໄລຍະທີ່ ສປປ ລາວ ເປັນ ປະທານອາຊຽນ ລວມເຖິງປີທ່ອງ ທ່ຽວລາວ 2024. ທ່ານ ຈູນ ອ່ອນຈັນບົວລີວັນ ຜູ້ບໍລິຫານ ພູບານ ວິມານວັງວຽງ ຣີສອດ ໄດ້ໃຫ້ສຳພາດຕໍ່ສືມວນຊົນ ເມື່ອບໍ່ດົນນີ້ວ່າ: ພູບານ ວິມານວັງ ວຽງ ຣີສອດ ຕັ້ງຢູ່ໃຈກາງເມືອງວັງ ວຽງຕິດກັບສາຍນໍ້າຊອງ ມີວິວທິວ ທັດສວຍງາມ ສາມາດແນມເຫັນນໍ້າ ຊອງ ແລະ ພູຜາ. ສ່ວນອາຄານຖືກ ອອກແບບຮູບຊົງ ແລະ ຕົບແຕ່ງ ໃນຮູບແບບລາວລ້ານນາ, ມີການບໍ ລິການທີ່ທັນສະໄໝຄົບວົງຈອນ ເປັນຕົ້ນ ມີຫ້ອງພັກຫລາຍລະດັບ, ມີອາຫານຫລາຍປະເພດເຊັ່ນ: ອາ ຫານລາວ, ໄທ ແລະ ອາຫານເອີຣົບ. ພ້ອມນີ້, ຍັງມີຫ້ອງປະຊຸມທີ່ສະມາດ ຮອງຮັບຄົນໄດ້100 ກວ່າຄົນ, ມີສະ ລອຍນໍ້າ, ມີສູນອອກກຳລັງກາຍ ແລະ ມີທ່າເຮື່ອ ໂດຍຈະເປີດໃຫ້ບໍລິ ການຫ້ອງພັກຢ່າງເປັນທາງການໃນ ຕົ້ນເດືອນມິຖຸນາ 2024 ນີ້, ໃນ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະວັດທະນະທຳ ໄດ້ກ່າວວ່າ: ການຢື່ນຄຳຮ້ອງກ່ຽວ ກັບມໍລະດົກ ວັດທະນະທຳນາມມະ ທຳ ເປັນວຽກງານໜຶ່ງທີ່ມີຄວາມ ຫຍຸ້ງຍາກຫລາຍ, ປະເທດຈີນ ເປັນ ປະເທດທີ່ມີມໍລະດົກວັດທະນະທຳ ນາມມະທຳຫລວງຫລາຍ, ມີວິທີ ການປົກປັກຮັກສາ ແລະ ປະສົບ ການການຢື່ນຄຳຮ້ອງຊັບພະຍາ ການດ້ານມໍລະດົກວັດທະນະທຳ ນາມມະທຳ ທີ່ອຸດົມສົມບູນ, ຫວັງ ຢ່າງຍິ່ງວ່າ ໃນອະນາຄົດຈະຍັງສືບ ຕໍ່ຈັດຝຶກອົບຮົມທີ່ດີແບບນີ້ ໃຫ້ແກ່ ປະເທດລາວຕໍ່ໄປ ເພື່ອຍົກສູງລະດັບ ໃນການປະຕິບັດວຽກງານປົກປັກ ຮັກສາມໍລະດົກວັດທະນະທຳນາມ ມະທຳ ຂອງ ສປປ ລາວ. ຂ່າວ-ພາບ: ສູນວັດທະນະທຳຈີນ ປະຈຳລາວ ກຸ່ມຜະລິດເບ້ຍໄມ້ ນວ... ເບື່ອງຕົ້ນ ຈະເປີດໃຫ້ບໍລິການຫ້ອງ ພັກ 24 ຫ້ອງ, ຫລັງຈາກນັ້ນ ຈະສືບ ຕໍ່ເປີດຕື່ມອີກ 30 ກວ່າຫ້ອງຄາດ ວ່າຈະເປີດໃຫ້ບໍລິການໃນທ້າຍປີນີ້ ເພື່ອກຽມໃຫ້ແກ່ນັກທ່ອງທ່ຽວທີ່ຈະ ເຂົ້າມາໃນໄລຍະ ທີ່ ສປປ ລາວ ເປັນ ເຈົ້າພາບຈັດກອງປະຊມສຸດຍອດ ອາຊຽນ. ເພື່ອຕ້ອນຮັບບັນດານັກທ່ອງ ທ່ຽວ, ພູບານວິມານວັງວຽງຣີສອດ ໄດ້ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ ບຸກຄະລາກອນ, ສະຖານທີ່, ທີ່ພັກ (ລະບົບນໍ້າ ແລະ ລະບົບໄຟ), ອຸປະກອນຮັບໃຊ້ຕ່າງໆ, ອາຫານ ແລະ ເຄື່ອງດື່ມ ລວມເຖິງລະບົບຮັກ ສາຄວາມປອດໄພຄົບຊຸດ, ມີລະບົບ ປ້ອງກັນນໍ້າເສຍ. ນອກຈາກນີ້, ວັດຖຸ ດິບສຳລັບປຸງແຕ່ງອາຫານ ແລະ ອຸ ປະກອນເຄື່ອງໃຊ້ຕ່າງໆຈຳນວນ ໜຶ່ງທາງຣີສອດ ແມ່ນຮັບຊື້ນໍາພໍ່ແມ່ ປະຊາຊົນພາຍໃນເມືອງ ເພື່ອກະ ຈາຍລາຍໄດ້ໃຫ້ແກ່ຊຸມຊົນ. ທ່ານໃດມີແຜນຈະເດີນທາງໄປ ພັກຜ່ອນ ຫລື ຈະຈັດກອງປະຊຸມ ກໍ ສາມາດເຂົ້າມາໃຊ້ບໍລິການໄດ້ ຫລື ຈະຕິດຕໍ່ໄດ້ທີເບີ 02054149999 ຫລື ເພສ ພູບານ ວິມານວັງວຽງ ຣີ ສອດ ເພື່ອສອບຖາມຂໍ້ມູນ. ຂ່າວ: ກິດຕາ ໄມ້ຫລາຍຊະນິດ ມາວາງຈໍາໜ່າຍ ໃນຕະຫລາດນັດວາງສະແດງເບ້ຍ ໄມ້ ທີ່ຈັດໂດຍພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ທີ່ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ແຕ່ວັນທີ 27 ພຶດສະພາ 2024-10 ມິຖຸນາ 2024 ເຊິ່ງກຸ່ມດັ່ງກ່າວປະກອບມີ ສວນເບ້ຍໄມ້ 19 ສວນ ທີ່ເຂົ້າຮ່ວມ ໃນງານວາງສະແດງໃນຄັ້ງນີ້, ມີ ທັງເບ້ຍໄມ້ກິນໝາກ-ກິນໃບ, ໄມ້ປະ ດັບ ແລະ ໄມ້ອຸດສາຫະກຳຫລາຍ ຊະນິດ. ທ່ານນາງກອງມະນີບຸດສາແສງ ຫົວໜ້າກຸ່ມຊາວສວນຜະລິດເບ້ຍ ໄມ້ນະຄອນຫລວງວຽງຈັນ. ທັງເປັນ ເຈົ້າຂອງສວນໄມ້ປະດັບລ້ຽງມະ ນີ ໄດ້ໃຫ້ສຳພາດວ່າ: ສວນໄມ້ປະ ດັບລ້ຽງມະນີ ໄດ້ເລີ່ມຂາຍເບ້ຍໄມ້ ມາແຕ່ປີ 1995 ໂດຍໄດ້ນໍາໃຊ້ວິຊາ ສະເພາະຂອງຕົນເອງມາສ້າງເສດ ຖະກິດໃຫ້ຄອບຄົວ ເລີ່ມຈາກການ ຜະລິດດ້ວຍຕົນເອງ ເຊິ່ງໃນເມື່ອ ກ່ອນເບ້ຍໄມ້ອຸດສາຫະກຳແມ່ນເປັນ ທີ່ນິຍົມທີ່ສຸດ ເປັນຕົ້ນ ໄມ້ວິກ, ໄມ້ ແຕ້ຂ່າ, ໄມ້ດູ່, ໄມ້ຂະຍູງ, ໄມ້ຍາງ ແລະ ໄມ້ອື່ນໆ. ສໍາລັບ ເບ້ຍໄມ້ ຂອງ ສວນໄມ້ປະດັບລ້ຽງມະນີ ທີ່ນໍາມາ ວາງສະແດງ ແລະ ຈໍາໜ່າຍໃນຄັ້ງນີ້ ມີປະມານ 1.500 ຕົ້ນ. ໃນນັ້ນ,ຈະ ມີໄມ້ປະດັບ, ໄມ້ກິນໝາກ-ກິນໃບ, ໄມ້ອຸດສາຫະກໍາ ເຊິ່ງຈຸດພິເສດ ຂອງຮ້ານແມ່ນມີໄມ້ພື້ນບ້ານ ເຊັ່ນ: ຕົ້ນແມງດາ, ຕົ້ນແມງແຄງ, ຕົ້ນກະ ໂດນ, ຕົ້ນກະເດົາ, ຕົ້ນຕີ້ວ, ຕົ້ນສະ ເມັກ, ຕົ້ນໝາກຄໍ້, ຕົ້ນໝາກສົມ, ຕົ້ນ ໝາກເໝົ້າ ແລະ ຕົ້ນສີສຽດ. ພ້ອມ ນີ້, ຍັງມີຕົ້ນດອກໄມ້ພື້ນບ້ານ ຄື: ດອກກະດັນງ່າ, ດອກຈໍາປາ, ດອກ ຈໍາປີ ແລະ ດອກພິກຸນ. ໂອກາດນີ້, ທ່ານນາງ ກອງມະນີ ບຸດສາແສງ ຍັງໄດ້ຮຽກຮ້ອງມາ ຍັງທຸກຄົນໃນສັງຄົມ ໃຫ້ເຫັນເຖິງ ຄວາມສຳຄັນໃນການປູກຕົ້ນໄມ້ໃຫ້ ເປັນປ່າ, ພ້ອມທັງເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມ, ຫລຸດ ຜ່ອນມົນລະພິດທາງອາກາດ ແລະ ຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ ເພື່ອທົດແທນຕົ້ນໄມ້ທີ່ຖືກທຳຫລາຍ ຫລືຕາຍໄປຕາມການເວລາ ເພື່ອຄືນ ຄວາມອຸດົມສົມບູນໃຫ້ປ່າໄມ້ ແລະ ທຳມະຊາດ ເພື່ອລູກຫລານໃນອະ ນາຄົດ. ຂ່າວ-ພາບ: ສົມຫວັງ
RkJQdWJsaXNoZXIy MTc3MTYxMQ==