3I'IPo;a fmtotme-q ogzq j kdv'ma [ Ia [,tsk-q odh k;|h kg0Q kgxa olt,k-y d-k;|5 j , lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/05/2024 xtgmf]k; ເມືອງໄຊ ຈະຖືເອົາ... ຫ້ອງວ່າການກະຊວງ... ໂຮງຮຽນທິດສະດີ... ຮອງນາຍົກລັດຖະມົນຕີ... ສູນກາງແນວລາວສ້າງຊາດ... ເປີດກອງປະຊຸມ... ແຂວງອຸດົມໄຊ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນກ່ອນກອງປະຊຸມເວທີສາ ກົນເພື່ອໂຄສະນາການທ່ອງທ່ຽວ ລາວ ລະຫວ່າງ 27-30 ພຶດສະພາ 2024 ນີ້ວ່າ: ເມືອງໄຊ ຈະຖືເອົາ ວຽກງານທ່ອງທ່ຽວບັນຈຸເຂົ້າເປັນ ບຸລິມະສິດສໍາຄັນ ເພື່ອສືບຕໍ່ປັບປຸງ ແລະ ພັດທະນາຂອດການບໍລິການ, ແຫລ່ງທ່ອງທ່ຽວ ໃໝ່ໃຫ້ສາມາດ ຮອງຮັບ ແລະ ດຶງດູດເອົານັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າ ມາເມືອງໄຊໃຫ້ຫລາຍຂຶ້ນກວ່າເກົ່າ. ປັດຈຸບັນ, ທົ່ວເມືອງໄຊ ມີແຫລ່ງ ທ່ອງທ່ຽວທັງເກົ່າ ແລະ ໃໝ່ລວມ ທັງໝົດ 14 ແຫ່ງ. ໃນນັ້ນ, ແຫລ່ງ ທ່ອງທ່ຽວທໍາມະຊາດ 7 ແຫ່ງ, ວັດ ທະນະທໍາ 5 ແຫ່ງ ແລະ ປະຫວັດ ຊາດ 2 ແຫ່ງ. ສະຖານທ່ອງທ່ຽວທີ່ ພົ້ນເດັ່ນກວ່າໝູ່ໄດ້ພັດທະນາ ແລະ ເປີດໃຫ້ບໍລິການແຫລ່ງທ່ອງທ່ຽວ ແລ້ວຄື: ຕາດນໍ້າກັດ, ຖໍ້າຈອມອອງ, ວັດພູທາດ ແລະ ອື່ນໆ. ປັດຈຸບັນ, ກໍາລັງພັດທະນາແຫລ່ງທ່ອງທ່ຽວ ທໍາມະຊາດພູຫຍ້າຄາ (ບ້ານຫລັກ 32) ເພື່ອຮອງຮັບເອົານັກທ່ອງ ທ່ຽວຈາກພາຍໃນແລະຕ່າງປະເທດ ແລະ ຍັງໄດ້ເຊັນບົດບັນທຶກຄວາມ ຊ່ວຍຈໍາ (MOU) ກັບນັກທຸລະ ກິດຫລາຍຫົວໜ່ວຍເພື່ອພັດທະນາ ແຫລ່ງທ່ອງທ່ຽວຕ່າງໆໃຫ້ຫລາຍ ຂຶ້ນຕື່ມ.ສະເພາະຂະແໜງການທ່ອງ ທ່ຽວພາຍໃນເມືອງສົມທຽບກ່ອນ ໂຄວິດແລະຫລັງໂຄວິດ-19ລະບາດ ສາມາດຕີລາຄາໄດ້ວ່າ ແຕ່ລະປີມີ ນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ໃຫ້ບໍລິການພາຍໃນເມືອງໄຊ ປະມານ 41.880 ກວ່າຄົນຕໍ່ປີ, ສ້າງລາຍຮັບໄດ້ 901.069 ໂດລາ ສະຫະລັດ. ກ່ອນໂຄວິດ-19 ລະ ບາດໃນປີ 2019 ມີນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວເມືອງໄຊ ປະມານ 15.960 ກວ່າຄົນຕໍ່ປີສ້າງລາຍຮັບ ໄດ້ 659.538 ໂດລາສະຫະລັດ. ທ່ານເຈົ້າເມືອງໄຊ ຍັງໃຫ້ຮູ້ອີກ ວ່າ: ເສັ້ນທາງລົດໄຟ ລາວ-ຈີນ ເປັນ ໜຶ່ງໃນກຸນແຈສໍາຄັນໃນການຂັບ ເຄື່ອນການພັດທະນາເສດຖະກິດສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງ ວຽກເຮັດງານທໍາ ເນື່ອງຈາກວ່າມີ ນັກທ່ອງທ່ຽວ, ນັກລົງທຶນໄດ້ເຂົ້າ ມາເມືອງຂອງພວກເຮົາຫລາຍຂຶ້ນ ຍ້ອນເສັ້ນທາງສະດວກສະບາຍ, ມີຄວາມປອດໄພສູງ, ຄ່າຂົນຜູ້ໂດຍ ສາຍ ແລະ ສິນຄ້າຖືກ, ປະຢັດເວລາ ເຊິ່ງໄລຍະຜ່ານມາ, ນັກທ່ອງທ່ຽວ ແລະ ນັກລົງທຶນເຂົ້າມາເມືອງໄຊ ແມ່ນໄດ້ໃຊ້ເວລາຫລາຍວັນ ແລະ ເສັ້ນທາຫຍຸ້ງຍາກ ເຊິ່ງເປັນອຸປະສັກ ໜຶ່ງຕໍ່ການເດີນທາງ ແລະ ຂົນສົ່ງ ສິນຄ້າ. ແຕ່ມາຮອດປັດຈຸບັນເມືອງ ໄຊ ກາຍເປັນເມືອງທີ່ມີເສັ້ນທາງ ລົດໄຟລາວ-ຈີນແລນຜ່ານ ແລະ ທັງເປັນທາງຜ່ານໄປຍັງບັນດາ ແຂວງພາກເໜືອ, ເປັນປະຕູອອກສູ່ ສສ ຫວຽດນາມ, ສປ ຈີນ ແລະ ລາຊະອານາຈັກໄທ. ໃນອະນາຄົດ, ທາງເມືອງຈະສຸມ ໃສ່ພັດທະນາວຽກງານການທ່ອງ ທ່ຽວຢ່າງຕັ້ງໜ້າ ເປັນຕົ້ນ ຈະພະຍາ ຍາມຄົ້ນຄວ້າຊອກຫາແຫລ່ງທຶນ, ລະດົມນັກລົງທຶນທາງພາຍໃນ ແລະ ຕ່າງປະເທດ ມາລົງທຶນພັດທະນາ ແຫລ່ງທ່ອງທ່ຽວພາຍໃນເມືອງໄຊ ຂປລ. ກົມໂຄສະນາການທ່ອງ ທ່ຽວ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວຈັດກອງ ປະຊຸມເວທີສາກົນ ເພື່ອໂຄສະນາ ການທ່ອງທ່ຽວລາວ ໃນວັນທີ 29 ພຶດສະພາ 2024 ທີ່ ເເຂວງອຸດົມໄຊ ໂດຍມີ ທ່ານ ໂພສີ ເເກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີບັນດາຫົວໜ້າກົມ, ຮອງ ກົມ, ຄະນະພະແນກ, ສື່ມວນຊົນ ລາວ ແລະ ສາກົນເຂົ້າຮ່ວມ ເພື່ອ ປຶກສາຫາລື, ແລກປ່ຽນຄວາມຄິດ ຄວາມເຫັນ ແລະ ສ້າງໂອກາດດີ ເພື່ອສົ່ງເສີມການທ່ອງທ່ຽວໃຫ້ທຸກ ພາກສ່ວນມີສ່ວນຮ່ວມ, ເປັນເຈົ້າ ພາບທີ່ດີ, ແນະນໍາແຫລ່ງທ່ອງທ່ຽວ ທີ່ສໍາຄັນຕິດພັນກັບແຫລ່ງທ່ອງ ທ່ຽວທໍາມະຊາດ, ວັດທະນະທໍາ, ປະຫວັດສາດ, ວິຖີຊີວິດ ແລະ ການ ບໍລິການອື່ນໆທີ່ປິ່ນອ້ອມໃນສັງຄົມ ຢ່າງກົມກຽວ ເຊິ່ງຈະປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ສ້າງວຽກເຮັດງານທໍາ, ແກ້ໄຂຄວາມທຸກຍາກ ລວມເຖິງ ໂຄສະນາໃຫ້ແກ່ການເປີດປີທ່ອງ ທ່ຽວລາວ ແລະ ເປັນປະທານອາ ຊຽນ ອີກດ້ວຍ. ໃນກອງປະຊຸມ, ທ່ານ ໂພສີ ແກ້ວມະນີວົງ ໄດ້ມີຄໍາເຫັນວ່າ: ຂະ ເເໜງທ່ອງທ່ຽວ ເປັນຂະເເໜງການ ເສດຖະກິດໜຶ່ງສຳຄັນທີ່ມີການ ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ ເນື່ອງ, ພັກ ເເລະ ລັດຖະບານເຮົາ ຍາມໃດກໍໄດ້ເອົາໃຈໃສ່ ແລະ ຖືເອົາ ການທ່ອງທ່ຽວເປັນບຸລິມະສິດໜຶ່ງ ສຳຄັນ ເພື່ອພັດທະນາເສດຖະກິດສັງຄົມເເຫ່ງຊາດ ແນໃສ່ປະກອບ ສ່ວນເຂົ້າໃນການສ້າງວຽກເຮັດ ງານທຳ, ສ້າງລາຍຮັບເງິນຕາເຂົ້າສູ່ ປະເທດຊາດ, ຊຸກຍູ້ໃຫ້ຂະເເໜງການ ອື່ນໆມີການພັດທະນາ. ພ້ອມກັນນັ້ນ, ຍັງສົ່ງເສີມການທ່ອງທ່ຽວຕິດພັນ ກັບການອະນຸລັກຮີດຄອງປະເພນີ, ວັດທະນະທຳ, ທຳມະຊາດ, ປະຫວັດ ສາດ ແລະ ກະສິກຳ ໃຫ້ມີຄວາມຍືນ ຍົງ, ເພີ່ມທະວີການຮ່ວມມື ເເລະ ມີສ່ວນຮ່ວມຂອງສັງຄົມ ເພື່ອພັດ ທະນາ ໃຫ້ດີຂຶ້ນ. ຄຽງຄູ່ກັນນີ້,ວຽກ ງານສື່ມວນຊົນ ກໍໄດ້ປະຕິບັດພາລະ ບົດບາດ ເເລະ ໜ້າທີ່ຂອງຕົນສຳ ເລັດເປັນຢ່າງດີ, ເປັນກະບອກສຽງ ໃຫ້ເເກ່ພັກ ເເລະລັດຖະບານໃນການ ໂຄສະນາເຜີຍເເຜ່ເເນວທາງນະໂຍ ບາຍຂອງພັກ ເເລະ ຜົນສຳເລັດໃນ ການພັດທະນາເສດຖະກິດສັງຄົມ ເເຫ່ງຊາດ ໃຫ້ເເກ່ສັງຄົມລາວໄດ້ຮັບ ຮູ້, ເຂົ້າໃຈຢ່າງເລິກເຊິ່ງ. ພ້ອມກັນ ນັ້ນ, ກໍໄດ້ເປັນກຳລັງເເຮງສຳຄັນໃນ ການໂຄສະນາບັນດາເເຫລ່ງທ່ອງ ທ່ຽວ ຢ່າງຕໍ່ເນື່ອງ ເພື່ອຕອບສະ ໜອງໃຫ້ແກ່ການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2024. ເພື່ອຮອງຮັບເອົານັກທ່ອງທ່ຽວມາ ໃຊ້ບໍລິການ; ຈະປັບປຸງ ແລະ ພັດ ທະນາແຫລ່ງທ່ອງທ່ຽວແບບປະຖົມ ປະຖານໃຫ້ມີປະສິດຕິພາບສູງຂຶ້ນ ກວ່າເກົ່າ ແລະ ສ້າງແຫລ່ງທ່ອງ ທ່ຽວແຫ່ງໃໝ່ຂຶ້ນ ໂດຍສະເພາະ ແມ່ນນໍ້າອອກຮູຫລັກ8, ຖໍ້າບ້ານມູນ ເມືອງ ແລະ ແຫລ່ງທ່ອງທ່ຽວອື່ນໆ ທີ່ເໝາະສົມ. ຂ່າວ: ເກີດຂວັນໃຈ ມາລີຈັນສີ ກອງປະຊຸມເວທີສາກົນ ເພື່ອໂຄ ສະນາການທ່ອງທ່ຽວລາວ ໃນຄັ້ງ ນີ້, ເປັນໂອກາດໜຶ່ງທີ່ດີ ເພື່ອລະດົມ ເເນວຄວາມຄິດຈາກບັນດາສື່ມວນ ຊົນພາຍໃນ ແລະ ສາກົນ, ຜູ້ປະກອບ ການທຸລະກິດທ່ອງທ່ຽວ, ໂຮງເເຮມ, ເເຫລ່ງທ່ອງທ່ຽວ, ຮ້ານອາຫານ ເເລະ ທຸລະກິດປິ່ນອ້ອມ ເພື່ອເເລກ ປ່ຽນຂໍ້ມູນຂ່າວສານ, ຊອກຫາວິທີ ການທີ່ເປັນພື້ນຖານ ເເນໃສ່ຍົກລະ ດັບຄຸນນະພາບການໂຄສະນາຜະ ລິດຕະພັນທ່ອງທ່ຽວລາວ, ບັນດາ ລາຍການທ່ອງທ່ຽວ ໃຫ້ເເທດເໝາະ ກັບສະພາບການຂະຫຍາຍໂຕຂອງ ຕະ ຫລາດທ່ອງທ່ຽວຢູ່ພາກພື້ນ ເເລະ ສາກົນ; ສ່ອງເເສງໃຫ້ເຫັນ ຄວາມເປັນຈິງຂອງການພັດທະນາ ການທ່ອງທ່ຽວລາວ ແນໃສ່ດຶງດູດ ໃຫ້ນັກທ່ອງທ່ຽວພາຍໃນ ເເລະ ສາ ກົນ ເດີນທາງມາທ່ຽວມີຄວາມສະ ດວກສະບາຍ. ພ້ອມກັນນັ້ນ, ຍັງ ເປັນການປະກອບສ່ວນໃຫ້ເເກ່ການ ສ້າງຄວາມເຂັ້ມເເຂງ, ການສ້າງ ລາຍຮັບ, ການມີສ່ວນຮ່ວມຂອງທຸກ ພາກສ່ວນ ໃນການພັດທະນາເສດ ຖະກິດ-ສັງຄົມ ກໍຄື ຂະເເໜງການ ທ່ອງທ່ຽວ. ໂອກາດນີ້, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ສຳນັກ ຂ່າວສານປະເທດລາວ ກໍໄດ້ນແລກ ປ່ຽນຄວາມຄິດເຫັນບາງຕອນວ່າ: ສື່ມວນມີບົດບາດ ແລະ ເປັນກໍາລັງ ແຮງສໍາຄັນທີ່ສຸດ ໃນການປະກອບ ສ່ວນເຂົ້າໃນການໂຄສະນາສົ່ງ ເສີມວຽກງານທ່ອງທ່ຽວ ແລະ ຂະ ແໜງການປິ່ນອ້ອມອື່ນໆຢ່າງພາ ວະວິໄສ, ສັງຄົມໄດ້ຮັບການປະ ພັດທະນາວ່ອງໄວເທົ່າໃດ ສື່ມວນ ຊົນກໍໄດ້ຮັບການພັດທະນາວ່ອງໄວ ເທົ່ານັ້ນ ໂດຍສອດຄ່ອງຕາມແນວ ທາງນະໂຍບາຍອັນຖືກຕ້ອງຂອງ ພັກ-ລັດຖະບານ, ການຫັນເປັນອຸດ ສາຫະກໍາທັນສະໄໝ, ການສ້າງບຸກ ຄະລາກອນທີ່ມີຄວາມຮູ້ຄວາມສາ ມາດ ແລະ ມີທັກສະຄວາມຊໍານິຊໍາ ນານຢ່າງມີວິທະຍາສາດ ໂດຍສະ ເພາະການຂຽນບົດ-ຂຽນຂ່າວຄວນ ມີເນື້ອໃນອຸດົມສົມບູນທີ່ສາມາດ ເປັນຄັງສະໝອງ ໃຫ້ສັງຄົມສາມາດ ເອົາໄປນໍາໃຊ້ເກີດປະໂຫຍດລວມ ສູງສຸດ. ນອກຈາກນັ້ນ, ໃນຍຸກໂລກາ ພິວັດໃໝ່ນີ້ ຄວນສ້າງສັນນະວັດຕະ ກໍາໃຫ້ມີຄວາມຫລາກຫລາຍ ແລະ ໜ້າສົນໃຈຫລາຍຂຶ້ນ ເປັນຕົ້ນ ສ້າງ ເປັນຄຣິບວິດີສັ້ນ, ສ້າງບົດສາລະ ຄະດີ, ຂຽນບົດແບບວິເຄາະ ແລະ ຂຽນຂ່າວສັ້ນໆທັນເຫດການ ຜ່ານ ຊ່ອງທາງສື່ສັງຄົມອອນລາຍ (ເຟສ ບຸກ, ຕິກຕອກ, ຢູທູບ ແລະ ອື່ນໆ) ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງຖືກຕ້ອງຄົບຖ້ວນ. ຂ່າວ: ເກີດຂວັນໃຈ ມາລີຈັນສີ ຂອງຝ່າຍວຽງຈັນລູກແຫລ້ງຕີນມື ຂອງຈັກກະພັດ ນັບມື້ນັບຫລຸດລົງ, ດ້ວຍກົນອຸບາຍຫລອກເສືອອອກ ຈາກຖໍ້າ ເພື່ອຂ້າເສືອ, ພ້ອມທັງເລ່ ຫລ່ຽມຫັນປ່ຽນໂດຍສັນຕິຂອງ ພວກເຂົາໄດ້ປະລາໄຊລົງຢ່າງໜັກ ໜ່ວງ, ຍ້ອນແນວນັ້ນພວກເຂົາຈຶ່ງ ຈັບກຸມຄຸມຂັງກຳລັງຂອງຝ່າຍແນວ ລາວຮັກຊາດແລະບຸກຄົນທີ່ຮັກຊາດ ຢ່າງໂຫດຮ້າຍ ແຕ່ຍ້ອນການນໍາພາ ອັນຖືກຕ້ອງສະຫລາດສ່ອງໃສຂອງ ພັກ,ຄວາມມີນໍ້າໃຈຮັກຊາດອັນແຮງ ກ້າຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ທີ່ມີຄວາມອົງ ອາດກ້າຫານ, ຕັດສິນໃຈຍອມເສຍ ສະຫລະຊີວິດເລືອດເນື້ອ, ມີຄວາມ ປີຊາສາມາດ, ໄຫວພິບ, ປຸກລະດົມ ຂົນຂວາຍ, ສຶກສາອົບຮົມສາລະວັດ ທະຫານຝ່າຍສັດຕູໃຫ້ມີແນວຄິດນໍ້າ ໃຈຮັກຊາດ, ຕື່ນຕົວເຂົ້າຮ່ວມການ ປະຕິວັດ ແລະ ວາງແຜນລະອຽດ ສາມາດນໍາເອົາບັນດາຜູ້ນຳພັກ ແນວລາວຮັກຊາດໂຕນອອກຈາກ ຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ ເຂດທີ່ໝັ້ນໄດ້ຢ່າງປອດໄພ. ສຳລັບການຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ ທີທົ່ງໄຫຫີນ ຊຽງຂວາງ ແມ່ນໄຊຊະນະອັນໃຫຍ່ ຫລວງຂອງກຳລັງປະກອບອາວຸດ ເຮົາທີ່ຢູ່ໃຕ້ການນຳພາຂອງພັກ, ເປັນເຫດການປະຫວັດສາດອັນສໍາ ຄັນຂອງຊາດ, ຂອງພັກ, ຂອງກອງ ທັບເຮົາແລະ ເປັນບົດຮຽນອັນລໍ້າຄ່າ ທີ່ສຸດໃຫ້ແກ່ຂະບວນຕໍ່ສູ້ຂອງກອງ ທັບ ແລະ ປະຊາຊົນເຮົາຍາດເອົາໄຊ ຊະນະໃນໄລຍະຕໍ່ມາ ທັງສະແດງໃຫ້ ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່, ຫລອກລວງຂອງສັດຕູ, ນໍ້າໃຈສູ້ ຮົບພິລະອາດຫານ ແລະ ມີໄຫວພິບ ຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະດົມອັນແຮງ ກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາໄຊຊະນະຈັກກະພັດລ່າ ເມືອງຂຶ້ນແບບໃໝ່ ແລະ ລູກແຫລ້ງ ຕີນມື, ເຮັດໃຫ້ກຳລັງປະຕິວັດ ໂດຍ ສະ ເພາະແມ່ນກຳລັງປະກອບອາວຸດ ປະຊາຊົນລາວ ນັບມື້ເຕີບໃຫຍ່ຂະ ຫຍາຍຕົວແລະເຂັ້ມແຂງເປັນປັດໄຈ ພື້ນຖານທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມຢ່າງມີໄຊ. ພ້ອມນັ້ນ, ກໍໄດ້ຫວນຄືນປະຫວັດ ຄວາມເປັນມາຂອງວັນກຳມະກອນ ສາກົນ ແລະ ຍົກໃຫ້ເຫັນຜົນງານ ການເຄື່ອນໄຫວຂອງກຳມະກອນ ລາວ ໃນພາລະກິດປະຕິວັດຕໍ່ສູ້ປົດ ປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງຊົນຊັ້ນກຳມະກອນ ໄດ້ຜ່ານຂະ ບວນວິວັດແຫ່ງການຕໍ່ສູ້ກັບການກົດ ຂີ່ຂູດຮີດແຮງງານຂອງຊົນຊັ້ນນາຍ ທຶນຢ່າງໜັກໜ່ວງໂດຍພາຍໃຕ້ແອກ ປົກຄອງຂອງລະບອບນາຍທຶນ, ກຳ ມະກອນຖືກບັງຄັບໃຫ້ເຮັດວຽກ ມື້ໜຶ່ງ 12-15 ຊົ່ວໂມງ ໃນເງື່ອນໄຂ ການອອກແຮງງານ ສຸດທີ່ຫຍຸ້ງ ຍາກລຳບາກ, ມາໃນວັນທີ 1 ພຶດ ສະພາ 1886 ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໄດ້ລຸກ ຂຶ້ນຕໍ່ສູ້ປະທ້ວງໃຫ້ພວກນາຍທຶນ ເພີ່ມເງິນເດືອນ, ຫລຸດຜ່ອນຊົ່ວໂມງ ເຮັດວຽກ, ບໍ່ໃຫ້ກຳມະກອນເຮັດ ວຽກເກີນ 8 ຊົ່ວໂມງຕໍ່ມື້ ຄື: 8 ຊົ່ວ ໂມງເຮັດວຽກ, 8 ຊົ່ວໂມງ ໄດ້ພັກ ຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ ແລະ ບັງຄັບໃຫ້ພວກນາຍທຶນຮັບຮອງ ເອົາສິດທິເຮັດວຽກຂອງກຳມະ ກອນມື້ໜຶ່ງ 8 ຊົ່ວໂມງ ແລະ ຖືກຮັບ ຮອງເລີ່ມນໍາໃຊ້ໃນວັນທີ 1/5/ 1886 ຈົນເຖິງປັດຈຸບັນ. ຂ່າວ-ພາບ: ນ. ນົກ ບຸນມາເລີດ ທີ່ຄະນະກຳມະການສູນກາງແນວ ລາວສ້າງຊາດ ແລະ ນະຄະກຳມະ ການຊົນເຜົ່າ ສສ ຫວຽດນາມ ໄດ້ ເຊັນຮ່ວມກັນໄລຍະຜ່ານມາ. ພ້ອມນີ້, ທ່ານຮອງຫົວໜ້າຄະ ນະກຳມະການຊົນເຜົ່າ ສສ ຫວຽດ ນາມ ໄດ້ຍົກໃຫ້ເຫັນຜົນສຳເລັດບາງ ວຽກງານທີ່ໄດ້ເຊັນບົດບັນທຶນຮ່ວມ ໄລຍະຜ່ານມາ ແລະ ບາງວຽກທີ່ ຍັງຄົງຄ້າງ ເພື່ອຈະສືບຕໍ່ຈັດຕັ້ງປະ ຕິບັດໃຫ້ປະກົດຜົນເປັນຈິງ. ພ້ອມ ກັນນີ້, ທັງສອງຝ່າຍໄດ້ປຶກສາຫາລື ບາງວຽກງານຈຸດສຸມທີ່ຈະສືບຕໍ່ຈັດ ຕັ້ງປະຕິບັດຮ່ວມໃນຕໍ່ໜ້າ ເປັນຕົ້ນ ແມ່ນສືບຕໍ່ແລກປ່ຽນຄະນະຜູ້ແທນ ຂັ້ນສູງ, ຂັ້ນວິຊາການ, ສືບຕໍ່ສະໜັບ ສະໜູນຝຶກອົບຮົມວຽກງານຊົນເຜົ່າ ໃຫ້ພະນັກງານແນວລາວສ້າງຊາດ; ສືບຕໍ່ຮັດແໜ້ນສາຍພົວພັນມິດຕະ ພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກສອງລັດກໍຄືປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໃຫ້ນັບມື້ເຂົ້າສູ່ລວງເລິກ. ໃຫ້ເຫັນປະຫວັດມູນເຊື້ອວິລະກຳ ຜູ້ນຳໂຕນຄຸກໂພນເຄັງຢ່າງມະຫັດ ສະຈັນ ຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ໄລຍະປີ 1957-1959 ໂດຍເຄື່ອນໄຫວປະຕິ ບັດຄວາມຖືກຕ້ອງປອງດອງຊາດ ຂອງຝ່າຍກໍາລັງຮັກຊາດ ແລະ ກຳ ລັງສະໜັບສະໜູນ ແນວລາວຮັກ ຊາດ ນັບມື້ນັບມີອິດທິພົນສູງເດັ່ນຂຶ້ນ ໃນທົ່ວປະເທດ ແລະ ເວທີສາກົນ, ກົງກັນຂ້າມກັບບົດບາດ, ອິດທິພົນ ຄວາມໝາຍຄວາມສຳຄັນ ແລະ ປັດ ໄຈພື້ນຖານການຜ່າວົງປິດລ້ອມ ຂອງກອງພັນທີ 2 ອອກສູ່ເຂດທີ່ໝັ້ນ ການປະຕິວັດລາວຢ່າງປອດໄພ, ເປັນໄຊຊະນະອັນໃຫຍ່ຫລວງຂອງ ກໍາລັງປະກອບອາວຸດເຮົາທີ່ຢູ່ພາຍ ໃຕ້ການນຳພາຂອງພັກ ເຊິ່ງເປັນ ເຫດການທາງປະຫວັດສາດອັນສຳ ຄັນຂອງຊາດ, ຂອງພັກ, ຂອງກອງ ທັບເຮົາ ແລະ ບົດຮຽນອັນລໍ້າຄ່າໃຫ້ ແກ່ຂະບວນການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດ ເອົາໄຊຊະ ນະ ໃນໄລຍະຕໍ່ໆມາ; ການຜ່າວົງ ປິດລ້ອມໄດ້ຢ່າງມີໄຊ ນັ້ນ ຍ້ອນມີ ການນຳພາອັນຖຶກຕ້ອງສະຫລາດ ສ່ອງໃສຂອງພັກປະຊາຊົນປະຕິວັດ ລາວ, ຍ້ອນພະນັກງານ, ສະມາຊິກ ພັກ ແລະ ນັກຮົບກອງພັນທີ 2 ເດັດ ດ່ຽວ, ເດັດຂາດ, ເສີມຂະຫຍາຍຫົວ ຄິດປະດີດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນເໝາະ ສົມ ແລະ ມີວິທີຫລອກລວງສັດຕູ ຢ່າງມີໄຫວພິບ ແລະ ຍ້ອນໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອໝົດ ຈິດໝົດໃຈຈາກກອງທັບ ແລະ ປະ ຊາຊົນຫວຽດນາມ. ພ້ອມນີ້ ສະຫາຍຍັງໄດ້ຍົກໃຫ້ ເຫັນສະພາບ ແລະ ການເຄື່ອນໄຫວ ປະຕິວັດຂອງບັນດາທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ, ແຜນ ການໂຕນອອກຈາກຄຸກ, ການກະ ກຽມໂຕນອອກຈາກຄຸກ ແລະ ສາ ເຫດການໂຕນຄຸກຢ່າງມະຫັດຈັນ ຂອງບັນດາຜູ້ນຳໄປສູ່ເຂດທີ່ໝັ້ນປະ ຕິວັດຢ່າງປອດໄພ ຍ້ອນການນຳ ພາອັນສະຫລາດສ່ອງໃສ ແລະ ປີຊາ ສາມາດຂອງພັກ ບວກກັບບັນດາ ທ່ານຜູ້ນໍາເຮົາທີ່ຢູ່ໃນຄຸກມີນໍ້າໃຈຮັກ ຊາດອັນແຮງກ້າ, ມີຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຍອມເສຍສະລະຢ່າງ ສູງສົ່ງເພື່ອປະເທດຊາດ ແລະ ຍ້ອນ ຄວາມຮັກຊາດຮັກບ້ານເກີດເມືອງ ນອນ ບໍ່ຍອມເປັນຂ້ອຍຂ້າໃຫ້ສັດຕູ ຂອງອ້າຍນ້ອງສາລະວັດທະຫານ ເຊິ່ງແມ່ນລູກຮັກຫລານແພງຂອງ ປະຊາຊົນລາວ ແລະ ຍ້ອນຫລາຍ ປັດໄຈທີ່ສ້າງເງື່ອນໄຂແລະອໍານວຍ ຄວາມສະດວກໃຫ້ບັນດາຜູ້ນຳເຮົາ ໄດ້ໂຕນອອກຈາກຄຸກຂອງສັດຕູ ກັບຄືນສູ່ເຂດທີ່ໝັ້ນດ້ວຍຄວາມ ປອດໄພ. ທັງສອງເຫດການດັ່ງກ່າວ, ໄດ້ ກາຍເປັນກໍາລັງ ແຮງມະຫາສາ ມັກຄີ ຂອງຂະບວນການປະຕິວັດ ລາວລຸກຂຶ້ນຕໍ່ສູ້ຍາດເອົາໄຊຊະ ນະອັນ ໃຫຍ່ຫລວງແຕ່ລະໄລຍະ ແລະ ໃນເວລາຕໍ່ມາຈົນກ້າວໄປເຖິງ ການປົດປ່ອຍປະເທດຊາດໄດຢ່າງ ສົມບູນ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ. ຂ່າວ-ພາບ: ຄຳອ້າຍ ທອງວັນ ຂປລ. ໃນວັນທີ 29 ພຶດສະພາ 2024 ນີ້, ໜ່ວຍຊາວໜຸ່ມໂຮງຮຽນ ວັດທະນະທຳຊົນເຜົ່າ ກອງທັບຈັດ ພິທີຮັບເອົາມະຫາຊົນກ້າວໜ້າເຂົ້າ ເປັນສະມາຊິກຊາວໜຸ່ມໃໝ່ 60 ສະ ຫາຍ, ຍິງ 31 ສະຫາຍໂດຍອີງຕາມ ກົດລະບຽບຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ສະໄໝທີ VIII ໝວດ ທີII, ມາດຕາ 8 ວ່າດ້ວຍລະບຽບ ການຮັບເອົາມະຫາຊົນເຂົ້າເປັນສະ ມາຊິກຊາວໜຸ່ມ ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ສະ ແຫວງ ແດນນາມົນ ເລຂາຄະນະ ພັກ, ຫົວໜ້າການເມືອງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ,ມີຄະ ນະຫ້ອງ4ຫ້ອງ, 2ກອງພັນ, ຄະນະ ຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ທົ່ວໂຮງຮຽນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ກໍໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນງານການ ປະກອບສ່ວນເຂົ້າໃນການເຄື່ອນ ໄຫວວຽກງານສະມາຊິກຊາວໜຸ່ມ ໃນໄລຍະຜ່ານມາ, ພ້ອມທັງອະທິ ບາຍໃຫ້ສະມາຊິກຊາວໜຸ່ມໃໝ່ຮັບ ຮູ້, ເຂົ້າໃຈເຖິງສິດ ແລະ ພາລະບົດ ບາດຂອງສະມາຊິກຊາວໜຸ່ມ, ຮັບຮູ້ ເຖິງພັນທະຂອງສະມາຊິກຊາວໜຸ່ມ. ນອກນັ້ນ, ສະຫາຍຍັງເນັ້ນໜັກໃຫ້ ຊາວໜຸ່ມຮັບຮູ້ເຂົ້າໃຈກ່ຽວກັບບັນ ດາປະກົດການຫຍໍ້ທໍ້ທ່ີເກີດຂຶ້ນກັບ ຊາວໜຸ່ມລາວ ທີ່ກໍາລັງຜະເຊີນຢູ່ ເປັນຕົ້ນ ບັນຫາຢາເສບຕິດ, ໄພສັງ ຄົມ, ການຫລິ້ນກິນຟູມເຟືອຍ ແລະ ວິທີການຕ້ານ, ແກ້ໄຂບັນດາປະກົດ ການຫຍໍ້ທໍ້ຕ່າງໆ ໃຫ້ຊາວໜຸ່ມໄດ້ ຮັບຮູ້ ແລະ ເຂົ້າໃຈ ຕື່ມອີກ. ປະເມີນເສດຖະກິດມະຫາພາກປະ ຈຳປີ 2024 ຂອງ ສປປ ລາວ ເຊິ່ງ ເຫັນໄດ້ວ່າຫລາຍຂົງເຂດວຽກງານ ທີ່ຕິດພັນກັບວຽກງານເສດຖະກິດ ແມ່ນໄດ້ຮັບການພັດທະນາໃນລະ ດັບດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັນນີ້, ກໍຍັງມີສິ່ງທ້າທາຍຫລາຍດ້ານທີ່ ສປປ ລາວ ຍັງຕ້ອງສືບຕໍ່ຮັບມື ແລະ ປັບປຸງ ເປັນຕົ້ນ ການປັບປຸງໂຄງ ສ້າງໜີ້ສິນພາກລັດ, ການບໍລິຫານ ງົບປະມານ ແລະ ນະໂຍບາຍທາງ ດ້ານເງິນຕາ ເຊິ່ງອົງການ IMF ກໍ ໄດ້ອະທິບາຍວ່າ ການມາປະເມີນ ເສດຖະກິດຄັ້ງນີ້ ແມ່ນເພື່ອວິເຄາະ ບັນຫາ ແລະ ຊອກຫາວິທີທາງອອກ. ພ້ອມດຽວກັນ, ກໍຍິນດີທີ່ຈະໃຫ້ການ ຊ່ວຍເຫລືອທາງດ້ານນະໂຍບາຍ ແລະ ດ້ານວິຊາການ ແກ່ຂະແໜງ ການເງິນ ແລະ ຂະແໜງການກ່ຽວ ຂ້ອງຂອງ ສປປ ລາວ ທັງໃນໄລຍະ ສັ້ນ ແລະ ໄລຍະຍາວ. ບົນຈິດໃຈ ດັ່ງກ່າວ, ທ່ານຮອງນາຍົກລັດຖະ ມົນຕີກໍໄດ້ກ່າວຕ້ອນຮັບຢ່າງອົບ ອຸ່ນຕໍ່ການມາເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ອະລາສ ແດຣ໌ ສະກອດ ແລະ ຄະນະພ້ອມທັງ ຂອບໃຈຕໍ່ອົງການ IMF ທີ່ໄດ້ສໍາ ເລັດການປະຕິບັດໜ້າທີ່ ຢູ່ ສປປ ລາວ. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ແຈ້ງໃຫ້ຊາບວ່າ ປັດຈຸບັນ, ລັດຖະບານລາວ ກໍາລັງ ສຸມໃສ່ການຈັດຕັ້ງປະຕິບັດບັນດາ ມາດຕະການ ເພື່ອຮັບມືກັບສະພາບ ເສດຖະກິດ ເຊິ່ງຖືວ່າຢູ່ໃນລະດັບທີ່ດີ ຂຶ້ນເທື່ອລະກ້າວ ໂດຍສະເພາະ ວຽກງານການປັບປຸງໂຄງສ້າງໜີ້ ສິນພາກລັດ, ການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ເພື່ອສ້າງສະພາບແວດລ້ອມທີ່ດີເພື່ອ ການດຳເນີນທຸລະກິດ ຢູ່ສປປ ລາວ. ພ້ອມນີ້ ກໍໄດ້ສະແດງຄວາມຂອບ ໃຈຕໍ່ອົງການ IMF ທີ່ໄດ້ໃຫ້ຄໍາແນະ ນໍາທີ່ດີຕໍ່ການແກ້ໄຂບັນຫາເສດຖະ ກິດ ຂອງ ສປປ ລາວ ແລະ ຫວັງ ວ່າອົງການ IMF ຈະສືບຕໍ່ໃຫ້ການ ຊ່ວຍເຫລືອໃນດ້ານຕ່າງໆໃຫ້ແກ່ ສປປ ລາວ ໃນຕໍ່ໜ້າ. ໃນຕອນທ້າຍ,ທ່ານສະເຫລີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານ ອະລາສແດຣ໌ ສະກອດ ຈົ່ງປະສົບ ຜົນສຳເລັດໃນການປະຕິບັດໜ້າທີ່ ວຽກງານແລະ ເຊື້ອເຊີນໃຫ້ທ່ານປະ ທານອົງການ IMF ມາເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ໃນ ເດືອນຕຸລາ 2024ທີ່ນະຄອນຫລວງ ວຽງຈັນ ທີ່ຈະມາເຖິງນີ້.
RkJQdWJsaXNoZXIy MTc3MTYxMQ==