5880

xtgmf]k; 6 28/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ​ໂດຍ: ​ມາລີ​ດາ xt86 w-cs]j 'mj v'mj P;.9dk'ot7vos];';P'9a o mu j .zMd= 1kdmj P;-q ,7;k,l;p'k, 3l,]k; dh k;l6j ly o7h k75 ootrk[ ໂດຍ: ເຂົ້າຈານນໍ້າ ທ່ອງທ່ຽວພາຍໃນນະຄອນຫລວງ ວຽງຈັນ ກໍຖືວ່າເປັນທີ່ໜ້າສົນໃຈ ຂອງນັກທ່ອງທ່ຽວຕໍ່ຄວາມງາມ, ຄວາມມີສະເໜ່ໃນຮູບແບບຂອງ ຄວາມເປັນລາວ ທີ່ເປັນເອກະລັກ ສະເພາະຂອງຊາວນະຄອນຫລວງ ວຽງຈັນທັງເປັນເມືອງທີ່ໜ້າຢູ່ຂອງ ອາຊຽນກໍວ່າໄດ້. ໜຶ່ງໃນຫລາຍ ແຫລ່ງທ່ອງທ່ຽວພາຍໃນນະຄອນ ຫລວງວຽງຈັນນັ້ນ, ປະຕູໄຊນັບວ່າ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ຄວາມສົນໃຈຈາກນັກທ່ອງທ່ຽວ ພາຍໃນແລະຕ່າງປະເທດເຊິ່ງທຸກໆ ມື້ ໂດຍສະເພາະຕອນຄ່ອຍຄ່ຳຍາມ ແລງທ່າມກາງແສງຕະເວັນຈະລັບ ຂອບຟ້າຂອງແຕ່ລະວັນ ເມື່ອເຮົາໄດ້ ກາຍຜ່ານປະຕູໄຊ ກໍຈະເຫັນນັກ ທ່ອງທ່ຽວທັງຫລາຍພາກັນມາ ທ່ຽວຊົມຢ່າງໜາແໜ້ນ, ມີບາງກຸ່ມ ກໍຈຸງລູກຖືແຂນລູກຫລານມານັ່ງ ພັກຜ່ອນ, ບາງກຸ່ມກໍພາກັນຍ່າງແລ່ນອອກກຳລັງກາຍ, ບາງກຸ່ມກໍ ຈົກເອົາໂທລະສັບອອກມາຖ່າຍຮູບ ບັນທຶກພາບໄວ້ເປັນທີ່ລະນຶກ, ບາງ ກຸ່ມກໍໃຊ້ບໍລິການນຳນັກຖ່າຍຮູບ ປະຈຳຢູ່ປະຕູໄຊດ້ວຍການແອັດທ່າ ນີ້ທ່ານັ້ນທ່າມກາງສາຍນ້ຳພຸພົ່ງ ຂຶ້ນໆລົງໆຕາມໃຈມັກຂອງໃຜລາວ. ເບິ່ງແລ້ວມັນຊ່າງປະທັບໃຈ, ອອນ ຊອນ ແລະ ເພີດເພີນໄປນຳເຂົາເຈົ້າ. ແນວໃດກໍດີ ປະຕູໄຊ ຫລື ຊື່ເດີມ ເອີ້ນວ່າ: “ອະນຸສາວະລີໄຊຊະນະ” ມັກຖືກປຽບທຽບ ໂດຍນັກທ່ອງ ທ່ຽວວ່າເປັນ “ອາກເດີທຣີອົມ” (ຢູ່ໃນນະຄອນປາຣີ ປະເທດຝຣັ່ງ) ຂອງລາວເພາະວ່າມີລັກສະນະ * ນະຄອນຫລວງວຽງຈັນ ຖືໄດ້ ວ່າເປັນສູນລວມທາງດ້ານການ ເມືອງ, ເສດຖະກິດ-ສັງຄົມ ທັງຍັງ ເປັນເມືອງທີ່ມີປະຊາກອນອາໄສຢູ່ ຢ່າງໜາແໜ້ນ. ຂະນະທີ່ຍັງມີສະ ຖານທີ່ທ່ອງທ່ຽວທາງດ້ານປະຫວັດ ສາດ, ວັດທະນະທຳແລະທຳມະຊາດ ທີ່ມີສະເໜ່ ໜ້າຢູ່ ແລະ ໜ້າທ່ຽວຊົມ ໂດ່ງດັງ ມີຊື່ສຽງໃນລະດັບອາຊຽນ ແລະ ພາກພື້ນ ເຊິ່ງໜຶ່ງໃນຫລາຍສະ ຖານທີ່ທີ່ມີຊື່ສຽງຮຽງນາມນັ້ນ, ປະ ຕູໄຊກໍແມ່ນອີກສະຖານທີ່ທ່ອງທ່ຽວ ຕັ້ງໃຈກາງນະຄອນຫລວງວຽງຈັນ ທີ່ໃຜໆໄດ້ມານະຄອນຫລວງວຽງ ຈັນແລ້ວ ກໍຕ້ອງຫາໂອກາດມາພັກ ຜ່ອນ ແລະ ຂຶ້ນປະຕູໄຊ ຊົມທິວທັດ ທຳມະຊາດຄວາມສວຍສົດງົດງາມ ຕົວເມືອງວຽງຈັນ ບໍ່ເວັ້ນຫລາຍພັນ ໂດດເດັ່ນຕັ້ງຢູ່ໃຈກາງນະຄອນ ຫລວງວຽງຈັນ ບໍລິເວນຕອນປາຍ ຂອງຖະໜົນ ລ້ານຊ້າງ (ຄົນສະໄໝ ກ່ອນມັກເອີ້ນກັນວ່າ ຊ້ອງເອລິເຊ້ ຊຶ່ງເປັນຖະໜົນຢູ່ໃນປາຣີເຊັ່ນກັນ) ແລະ ຖືກສ້າງຂຶ້ນນັບແຕ່ປີ ຄສ 1957-1962 ເພື່ອເປັນອະນຸສອນ ໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກການປົກ ຄອງຂອງລ່າເມືອງຂຶ້ນຝຣັ່ງ ໂດຍ ສ້າງຕາມສັດສ່ວນເລກຕໍາລາອັນ ສໍາຄັນຂອງຊາວພຸດຄື: 3-7-9. ຮູບ ຊົງດ້ານເທິງຂອງປະຕູໄຊແມ່ນ ມີລັກສະນະຄ້າຍຄືກັບຜາສາດ ທັສ ມາຮານທີ່ຢູ່ປະເທດອິນເດຍ ແລະ ດ້ານໃນຖືກປະດັບປະດາດ້ວຍສິລະ ປະລວດລາຍອັນເປັນເອກະລັກ ຂອງລາວທີ່ມີສີສັນງົດງາມ ລວມ ທັງຮູບປັ້ນນາງກິນນາລີ. ປະຕູໄຊມີ ຄວາມສູງ 49 ແມັດ ໂດຍນັກທ່ອງ ທ່ຽວທີ່ມາທ່ຽວຊົມ ໃຜໆກໍຢາກຂຶ້ນ ໄປສູ່ຊັ້ນສູງສຸດ ເພື່ອຊົມທິວທັດອັນ ສວຍງາມຂອງຕົວເມືອງ ໃນນະ ຄອນຫລວງວຽງຈັນ. ຢູ່ບໍລິເວນ ດ້ານລຸ່ມກໍເປັນເດີ່ນກວ້າງປະກອບ ໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫລາກຊະນິດ-ຫລາຍແນວ ພັນ ທີ່ສົ່ງກິ່ນອັນຫອມຫວນ ແລະ ສີສັນສົດໃສຕະການຕາ. ດ້ວຍເຫດ ນີ້, ປະຕູໄຊ ຈຶ່ງເປັນອີກສະຖານທີ່ ທ່ອງທ່ຽວໜຶ່ງທີ່ລືຊື່ໃນນະຄອນ ຫລວງວຽງຈັນກໍຄືໃນປະເທດລາວ ເຮົາ ເຊິ່ງສາມາດດຶງດູດນັກທ່ອງ ທ່ຽວເປັນຈໍານວນຫລວງຫລາຍ ໃຫ້ເຂົ້າມາທ່ຽວຊົມ ແລະ ແວະຖ່າຍ ຮູບເກັບພາບໄວ້ເປັນທີ່ລະນຶກໃນ ແຕ່ລະມື້ຫລາຍພັນເທື່ອຄົນ ເພື່ອສະ ແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດ ນະຄອນຫວງວຽງຈັນແລ້ວ. ນອກ ຈາກນີ້, ທ່ານສາມາດຂຶ້ນໄປຊົມ ດ້ານເທິງຂອງປະຕູໄຊໄດ້ທຸກມື້ໃນ ເວລາ 8:00-16:00 ໂມງ. ຢ່າງໃດກໍຕາມ ທຸກສະຖານທີ່ ທ່ອງທ່ຽວຈະໜ້າຢູ່, ໜ້າພັກຜ່ອນ ຢ່ອນອາລົມ ແລະ ສວຍສົດງົດງາມ ຕະຫລອດການນັ້ນ, ພວກເຮົາຕ້ອງ ໄດ້ເອົາໃຈໃສ່ປົກປັກຮັກສາສະພາບ ແວດລ້ອມໃຫ້ມີຄວາມສະອາດສວຍ ງາມຕະຫລອດເວລາ ໂດຍສະເພາະ ບໍ່ຖິ້ມຂີ້ເຫຍື້ອຊະຊາຍ (ຖິ້ມໃສ່ຈຸດ ຈັດສັນ). ດ້ວຍຄວາມປາດຖະໜາ ດີ ແລະ ສະໜັບສະໜັບຄໍລຳ ໂດຍ ບໍລິສັດເບຍລາວ. ເທື່ອຄົນໃນແຕ່ລະມື້. ເມື່ອເວົ້າເຖິງທາງດ້ານການ * ຜະລິດຕະພັນ ໂສມສະກັດວີ ແຄຣ(WeCare)ຖືເປັນຜະລິດຕະ ພັນ ເຄື່ອງດື່ມເພື່ອສຸຂະພາບຂອງ ຄົນລາວແທ້ 100% ຜູ້ທີ່ມີແນວ ຄວາມຄິດສ້າງສັນນໍາເອົາວັດຖຸດິບ ທໍາມະຊາດ ທີ່ຂຶ້ນຊື່ຂອງເມືອງ ດາກຈຶງ ແຂວງເຊກອງ ນຳມາປຸງ ຢັ້ງພະຍາດເບົາຫວານ, ຊ່ວຍຜ່ອນ ຄາຍການອ່ອນເພຍ ແລະ ອາການ ນອນບໍ່ຫລັບ, ປັບການໄຫລວຽນ ຂອງເລືອດໃຫ້ດີຂຶ້ນ, ບຳລຸງສະ ໝອງເສີມສ້າງຄວາມຈື່ຈຳ, ຊ່ວຍແກ້ ອາການເມົາຄ້າງ ແລະ ອື່ນໆອີກ. ທ່ານນາງ ທິບພະຈັນ ອ່ອນມະນີ ຜູ້ບໍລິຫານໂຮງງານປຸງແຕ່ງໂສມ ສະກັດວີແຄຣ ໄດ້ໃຫ້ຮູ້ວ່າ: ໂຮງ ງານປຸງແຕ່ງໂສມສະກັດ ວີແຄຣ ດຳເນີນທຸລະກິດ SME ຂະໜາດ ນ້ອຍແບບຄອບຄົວ, ຕັ້ງຢູ່ ບ້ານໃໝ່ ຫົວເມືອງ, ເມືອງລະມາມ, ແຂວງ ເຊກອງ ໄດ້ສ້າງຕັ້ງຂຶ້ນປີ 2019 ໄດ້ຄົ້ນຄວ້າ, ທົດລອງການປຸງແຕ່ງ ໂສມ ເປັນເວລາ 2 ປີກວ່າ ແລະ ໄດ້ ເຂົ້າຈົດທະບຽນວິສາຫະກິດ ໃນປີ 2021 ປັດຈຸບັນ ມີຜະລິດຕະພັນສິນ ຄ້າ ທີ່ສົມບູນແບບອອກຈໍາໜ່າຍ ສູ່ທ້ອງຕະຫລາດ ໂດຍໃຊ້ວັດຖຸດິບ ຫລັກຈາກໂສມທໍາມະຊາດຈາກ ເມືອງດາກຈຶງ ແຂວງເຊກອງ ເກືອບ 90% ນໍາມາປຸງແຕ່ງ ໃຫ້ເປັນຜະ ລິດຕະພັນສໍາເລັດຮູບ, ເປົ້າໝາຍ ບັນຫາຄວາມທຸກຍາກຂອງປະຊາ ຊົນ ແນໃສ່ເຮັດໃຫ້ແຂວງເຊກອງ ກໍຄື ເມືອງດາກຈຶງ ກ້າວໄປສູ່ຍຸດທະ ສາດຂອງພັກ ແລະ ລັດ ກໍຄື “ໜຶ່ງ ເມືອງ ໜຶ່ງຜະລິດຕະພັນ” ຕິດພັນ ກັບແຜນພັດທະນາເສດຖະກິດ-ສັງ ຄົມຂອງແຂວງ ກໍຄືລັດຖະບານ ທີ່ ສົ່ງເສີມການປູກ ແລະ ການຜະລິດ ໃຫ້ກາຍເປັນສິນຄ້າ ເພື່ອຫລຸດຜ່ອນ ການນຳເຂົ້າຈາກຕ່າງປະເທດ. ທ່ານນາງ ທິບພະຈັນ ເວົ້າຕື່ມ ວ່າ: ຜະລິດຕະພັນ ໂສມສະກັດວີ ແຄຣ(WeCare) ແມ່ນໂສມສະ ກັດທໍາອິດ ໃນປະເທດລາວ ຜ່ານ ການຮັບຮອງໂດຍກະຊວງສາທາ ລະນະສຸກ. ມີບໍລິການສົ່ງທົ່ວປະ ເທດ ຕາມຄຳຂວັນ “ໃຫ້ວີແຄຣດູ ແລສຸຂະພາບທ່ານ ແລະ ຄົນທີ່ທ່ານ ຮັກ” ແລະສາມາດກິນແຕ່ອາຍຸ18 ປີຂຶ້ນໄປ. ຜູ້ສົນໃຈສັ່ງຊື້ຜ່ານເພສ ຫລື ຕົວແທນຈໍາໜ່າຍຂອງບໍລິສັດ ໂດຍບໍລິການຈັດສົ່ງທົ່ວປະເທດ. ແຕ່ງ ເປັນເຄື່ອງດື່ມເພື່ອສຸຂະພາບ ເພື່ອສ້າງມູນຄ່າເພີ່ມຈາກໂສມທໍາ ມະດາ ກາຍເປັນໂສມທີ່ມີຄຸນຄ່າສັງ ຄົມຍອມຮັບ ດ້ວຍຄຸນນະພາບມາດ ຖານການຜະລິດຈຶ່ງເຮັດໃຫ້ຜະລິດ ຕະພັນ ໂສມສະກັດວີແຄຣ (We Care) ໄດ້ຮັບ ອຍ ຈາກກະຊວງ ສາທາລະນະສຸກ ດັ່ງນັ້ນຈຶ່ງເວົ້າໄດ້ ວ່າ ເປັນສິນຄ້າປອດໄພ ແລະ ໃສ່ໃຈ ຕໍ່ສຸຂະພາບຂອງຜູ້ບໍລິໂພກເນື່ອງ ຈາກວ່າ ມີຄຸນປະໂຫຍດຊ່ວຍຢັບ ເພື່ອເຮັດໃຫ້ໂສມທຳມະຊາດມີລາ ຄາ ແລະ ມີຄຸນຄ່າ ເພື່ອເປັນການປະ ກອບສ່ວນຊ່ວຍເຫລືອການແກ້ໄຂ

RkJQdWJsaXNoZXIy MTc3MTYxMQ==