xtgmf]k; 6 24/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d oa dmj v'mj P;vk-Po zj kofj ko0q ;,y f8trk[ 3 gruj ,0B o ໂດຍ: ເກີດຂວັນໃຈ ມາລີຈັນສີ zq odkoles];frq o]tg,n v' c]t muj 16j vkwl9tdkpgxa o0= h ,6 o .odkoxtg,u oczora fmtokglf4tdy f{la '7q ,csj '-kf ໂດຍ: ໄໝຄຳ ຍ້ອມສິນ * ດ່ານສາກົນຂົວມິດຕະພາບ ລາວ-ໄທແຫ່ງທີ 3 ແມ່ນໜຶ່ງປະຕູ ທາງຜ່ານສໍາຄັນຂອງອາຊຽນ ເຊື່ອມ ໂຍງເຊື່ອມຈອດກັນລະຫວ່າງ ສປປ ລາວ, ໄທ, ຫວຽດນາມ ແລະ ມຸ່ງໜ້າ ສູ່ພາກໃຕ້ລາວເຂົ້າໄປປະເທດກໍາປູ ເຈຍ ເຊິ່ງນັກທ່ອງທ່ຽວຈໍານວນບໍ່ ໜ້ອຍຫັນມາໃຊ້ເສັ້ນທາງດັ່ງກ່າວ. ຕາມການລາຍງານຂອງທ່ານ ພັທ ສຸກທອງ ວົງສາ ຫົວໜ້າດ່ານ ຕຳຫລວດກວດຄົນ ເຂົ້າ-ອອກເມືອງ (ຕມ) ປະຈຳດ່ານສາກົນຂົວມິດ ຕະພາບແຂວງຄຳມ່ວນ ໄດ້ແຈ້ງ ໃຫ້ຮູ້ວ່າ ເລີ່ມແຕ່ເດືອນມັງກອນ 2024 ມາຮອດປັດຈຸບັນມີຈຳນວນ ຄົນເຂົ້າ-ອອກທັງໝົດ85.871ຄົນ. ໃນນັ້ນເປັນຄົນລາວ 31.222 ຄົນ, ຍິງ 17.882ຄົນ, ເດັກ3.630ຄົນ, ຄົນຕ່າງປະເທດ 54.649 ຄົນ, ຍິງ 11.920ຄົນ, ເດັກ1.536ຄົນແລະ ມີພາຫະນະເຂົ້າ-ອອກ 67.059 ຄັນ, ຖ້າທຽບໃສ່ໃນໄລຍະດຽວ ກັນຂອງປີຜ່ານມາ ແມ່ນເພີ່ມຂຶ້ນ 3.937 ຄົນ, ສ່ວນຫລາຍແມ່ນກຸ່ມ ນັກທ່ອງທ່ຽວທີ່ເປັນຄົນໄທ. ທ່ານ ພັທ ສຸກທອງ ວົງສາ ຍັງ ກ່າວວ່າ:ໃນການຈັດຕັ້ງປະຕິບັດໃນ ໄລຍະຜ່ານມາ ແມ່ນມີກົດໝາຍ, ນິຕິກຳ ກ່ຽວກັບວຽກງານກວດຄົນ ເຂົ້າ-ອອກເມືອງ, ການນຳຂັ້ນເທິງ ໄດ້ເອົາໃຈໃສ່ລົງກວດກາຢ່າງໃກ້ ຊິດ, ເປັນປະຈຳ, ພະນັກງານມີແນວ ຄິດຫລັກໝັ້ນຫ້າວຫັນໃນການ ຈັດຕັ້ງປະຕິບັດ ເຮັດໜ້າທີ່ວິຊາສະ ເພາະຂອງຕົນດ້ວຍຄວາມເປັນເຈົ້າ ການສູງ. ໄປຄຽງຄູ່ກັນນັ້ນກໍ່ຍັງມີ ດ້ານຄົງຄ້າງອີກ ຈຳນວນໜຶ່ງ ເປັນ ຕົ້ນ: ບໍ່ທັນມີເຄື່ອງມືໃນການກວດ ກາທີ່ທັນສະໄໝ ໂດຍສະເພາະ ເຄື່ອງເອັກສະເລ ເຮັດໃຫ້ມີຄວາມ ຫຍຸ້ງຍາກທີ່ຈະກວດພົບສິ່ງຂອງ ທີ່ຜິດກົດໝາຍ ທີ່ບຸກຄົນບໍ່ຫວັງດີ ຊຸກເຊື່ອງໄວ້ນຳກະເປົາເດີນທາງ, ເຄື່ອງຂອງຕິດຕົວ ແລະ ພາຫະນະ ລົດເຂົ້າ-ອອກ. ເພື່ອບໍລິການຮອງຮັບໃຫ້ແກ່ ນັກທ່ອງທ່ຽວ ໃນປີທ່ອງທ່ຽວລາວ ປີ 2024 ແມ່ນໄດ້ເອົາໃຈໃສ່ປັບປຸງ ຂອດການບໍລິການແຈ້ງເອກະສານ ໃຫ້ມີຄວາມສະດວກ, ຂະຫຍາຍ ປ່ອງບໍລິການ ພ້ອມທັງເອົາໃຈໃສ່ ໃນດ້ານວຽກງານຮັກສາຄວາມສະ ຫງົບແລະຄວາມເປັນລະບຽບຮຽບ ຮ້ອຍ ຊຶ່ງໄດ້ຈັດວາງກຳລັງ ປະຈຳ ແຕ່ລະຈຸດພາຍໃນດ່ານ ຕາມແຜນທີ່ ໄດ້ກຳນົດໄວ້ ເພື່ອກວດກາສະພາບ ທາງດ້ານຄວາມເປັນລະບຽບຮຽບ ຮ້ອຍ ຂອງກຸ່ມນັກທ່ອງທ່ຽວ ແລະ ຜູ້ໂດຍສານທີ່ເດີ່ນທາງເຂົ້າມາ ສປປ ລາວ ຕາມປະຕູດ່ານ ໃຫ້ຖືກ ຕ້ອງຕາມຂັ້ນຕອນ, ຕາມລະບຽບ ການ, ໄດ້ເອົາໃຈໃສ່ກວດກາເອກະ ສານເດີນທາງຂອງນັກທ່ອງທ່ຽວ ຢ່າງເຂັ້ມງວດ ເພື່ອແນໃສ່ປ້ອງກັນ ບໍ່ໃຫ້ມີການເຂົ້າ-ອອກ ທີ່ຜິດລະ ບຽບການ. ເຖິງແນວໃດກໍດີ ຂົວມິດຕະພາບ ລາວ-ໄທແຫ່ງທີ 3 ນີ້ມີຈຸດພິເສດ ແຕກຕ່າງຈາກຈຸດອື່ນຄືເປັນຈຸດໃຈ ກາງທີ່ສາມາດເດີນທາງເຂົ້າມາ ໄດ້ສະດວກກວ່າ ແລະ ມີໄລຍະທາງ ສັ້ນກວ່າເພື່ອສືບຕໍ່ໄປຫາສູນກາງ, ພາກເໜືອ, ພາກກາງ,ພາກໃຕ້ຂອງ ສປປ ລາວ ແລະ ເຂົ້າໄປຫາຫວຽດ ນາມ, ກໍາປູເຈຍ. ສ້າງບົດລາຍງານແຫ່ງຊາດ ແບບສະ ໝັກໃຈກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສແມ່ນເກັບກໍາຂໍ້ມູນຂອງທຸກໆ ຄົນໃນທົ່ວປະເທດ, ຂໍ້ມູນຈາກການສໍາ ຫລວດເປັນໝາກຫົວໃຈຂອງແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ເປົ້າ ໝາຍການພັດທະນາແບບຍືນຍົງ, ມີ 45% ຂອງຕົວຊີ້ວັດເປົ້າໝາຍ ເຊິ່ງ ເປົ້າໝາຍການພັດທະນາແບບຍືນຍົງ ຮຽກຮ້ອງໃຫ້ມີຂໍ້ມູນແຍກເພດ ແລະ * ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຂອງ ສປປ ລາວ ແມ່ນດໍາເນີນທຸກໆ 10 ປີ ພາຍໃຕ້ ກົດໝາຍວ່າດ້ວຍສະຖິຕິສະບັບ ເລກທີ 03/ສພຊ, ລົງວັນທີ 30 ມິຖຸນາ 2010 (ສະບັບປັບປຸງວັນທີ 11 ພຶດສະພາ 2017) ແລະ ຄຳແນະນຳຂອງອົງ ການສະຫະປະຊາຊາດ ກ່ຽວກັບການ ດໍາເນີນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ, ສໍາລັບ ການສໍາຫລວດ ຄັ້ງ V ແມ່ນປີ 2025 ເຊິ່ງ UNFPA ແລະ ສູນສະຖິຕິແຫ່ງ ຊາດກໍາລັງກະກຽມໂດຍອີງຕາມແຜນ ແມ່ບົດຂອງການສໍາຫລວດນີ້ ທີ່ໄດ້ກໍາ ນົດບັນດາກິດຈະກໍາ ແລະ ການມີສ່ວນ ຮ່ວມຂອງພາກສ່ວນກ່ຽວຂ້ອງໃນແຕ່ ລະໄລຍະ ໂດຍຈະໄດ້ນໍາໃຊ້ນະວັດຕະ ກໍາທັນສະໄໝກໍຄື ເຕັກໂນໂລຊີດີຈິຕອນ ທີ່ມີຄວາມເປັນມິດຕໍ່ສິ່ງແວດລ້ອມ ສໍາລັບການເກັບກໍາຂໍ້ມູນ ແລະ ຄາດ ຈະໃຊ້ງົບປະມານ 22,2 ລ້ານໂດລາ ສະຫະລັດ. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງ ທີ 5 ຈະກາຍເປັນແຫລ່ງ ຂໍ້ມູນອ້າງອີງທີ່ສໍາຄັນ ແລະ ນໍາໃຊ້ເຂົ້າ ໃນການປະເມີນຜົນການຈັດຕັ້ງປະຕິ ບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 9 ແລະ ການກະກຽມ ກຸ່ມອາຍຸທີ່ເຊື່ອຖືໄດ້ ແລະ ຂໍ້ມູນທາງ ພູມສາດທີ່ຊັດເຈນແມ່ນມີຄວາມສໍາຄັນ ຕໍ່ຄວາມໝາຍໝັ້ນຂອງພວກເຮົາທີ່ບໍ່ ປະໃຜຢູ່ທາງຫລັງ ແລະ ຊ່ວຍເຫລືອຜູ້ ທີ່ຈໍາເປັນຫລາຍທີ່ສຸດກ່ອນ. ດັ່ງທີ່ທ່ານນາງ ມາຣຽມ ເອຄານ ຜູ້ຕາງໜ້າອົງການ UNFPA ໄດ້ກ່າວ ວ່າ: ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນໜຶ່ງ ວຽກງານທີ່ຍິ່ງໃຫຍ່ ແລະ ມີຄວາມສະ ຫລັບສັບຊ້ອນທີ່ສຸດ ຂອງປະເທດ ໂດຍ ລວມແມ່ນແຫລ່ງຂໍ້ມູນດຽວຂອງຄົນ ທຸກຄົນໃນປະເທດ ເຊິ່ງໄດ້ສະໜັບສະ ໜູນລະບົບນິເວດສະຖິຕິຂອງຊາດ. UNFPA ໃຫ້ບູລິມະສິດໃນການເພີ່ມ ທະວີ ຂີດຄວາມສາມາດຂອງປະເທດ ເພື່ອດຳເນີນການສຳຫລວດ ລວມໄປ ເຖິງການວິເຄາະ, ເຜີຍແຜ່ ແລະ ນຳໃຊ້ ຂໍ້ມູນຈາກການສໍາຫລວດໄດ້ຢ່າງສໍາ ເລັດຜົນ. ງົບປະມານທີ່ຈະນຳໃຊ້ເຂົ້າໃນ ການສຳຫລວດພົນລະເມືອງຄັ້ງນີ້, ຈະ ໄດ້ນຳໃຊ້ເຂົ້າໃນຫລາຍກິດຈະກຳເປັນ ຕົ້ນການກະກຽມການສຳຫລວດ, ການ ເກັບກຳຂໍ້ມູນພາກສະໜາມ, ການກວດ ແກ້ ແລະ ປຸງແຕ່ງຂໍ້ມູນ ແລະ ການເຜີຍ ແຜ່ການສຳຫລວດ. ເຖິງຢ່າງໃດກໍ ຕາມງົບປະມານສຳລັບການຕິດຕາມ ຂອງຄະນະຊີ້ນໍາ ໂດຍສະເພາະການນໍາ ໃຊ້ພາຫະນະພິເສດ ແມ່ນບໍ່ໄດ້ກວມຢູ່ ໃນງົບປະມານການສໍາຫລວດດັ່ງກ່າວ. ມາຮອດປັດຈຸບັນ, ເຖິງວ່າພວກ ເຮົາສາມາດກະກຽມທາງດ້ານການ ຈັດຕັ້ງ ເເລະ ດ້ານວິຊາການ ມີຄວາມ ຄືບໜ້າດີສົມຄວນ, ແຕ່ກໍຍັງມີສິ່ງທ້າ ທາຍທາງດ້ານງົບປະມານ ເຊິ່ງເຫັນວ່າ ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ປະມານ 10,8 ລ້ານໂດລາສະຫະລັດ ຫລື ປະມານ 49% ເຊິ່ງຕ້ອງໄດ້ສືບຕໍ່ ຄົ້ນຄວ້າລະດົມແລະນໍາສະເໜີຕໍ່ລັດຖະ ບານ. ພ້ອມນີ້, ຍັງໄດ້ລະດົມແຫລ່ງທຶນ ຈາກຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນ ເພື່ອປະກອບສ່ວນເຂົ້າ ໃນການສຳຫລວດ ເຊິ່ງປັດຈຸບັນໄດ້ຮັບ ການຢັ້ງຢືນໃນການປະກອບສ່ວນຈາກ ອົງການສະຫະປະຊາຊາດສຳລັບປະ ຊາກອນ (UNFPA), ອົງການພັດ ທະນາສາກົນຂອງປະເທດສະຫະລັດ ອາເມລິກາ(USAID), ກະຊວງການ ຕ່າງປະເທດ ແລະ ການຄ້າປະເທດ ອົດສະຕຣາລີ (DFAT Australia) ແລະທະນາຄານໂລກ(WordBank). ນອກນີ້, ຍັງໄດ້ນຳສະເໜີການຊ່ວຍ ເຫລືອຈາກລັດຖະບານ ສປ ຈີນ ສຳລັບ ການສະໜັບສະໜູນດ້ານອຸປະກອນ 8.000 ເຄື່ອງ ແລະ ພາຫະນະຈຳນວນ ໜຶ່ງ ເພື່ອຮັບໃຊ້ການສຳຫລວດພາກສະ ໜາມ. ສຳລັບບຸກຄະລາກອນໃນການ ເດີນສຳຫລວດພາກສະໜາມທີ່ມີປະ ສົບການຕ້ອງການທັງໝົດປະມານ 18.000 ກວ່າຄົນ ເຊິ່ງຈະໄດ້ສືບຕໍ່ກະ ກຽມໃນການປະສານສົບທົບກັບບັນ ດາຄະນະຊີ້ນຳຂັ້ນແຂວງ ແລະ ຫ້ອງ ການສຳຫລວດຂັ້ນແຂວງໃນການ ຈັດຫາບຸກຄະລະກອນ ໃຫ້ຖືກຕາມ ມາດຖານຂອງການສຳຫລວດ.
RkJQdWJsaXNoZXIy MTc3MTYxMQ==