5878

xtgmf]k; 4 3]d c]t gsfdko 24/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp d-l s;o7n o;a ole7a o0v'ra d 0v'-kf ຂປລ. ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈັດປາຖະກະຖາວັນຜ່າວົງ ປິດລ້ອມ ຂອງກອງພັນທີ2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 65 ປີ (18/5/1959-18/5/ 2024) ແລະ ວິລະກຳໂຕນຄຸກຢ່າງ ມະຫັດສະຈັນ ຂອງບັນດາຜູ້ນໍາຂອງ ພັກ ແລະ ແນວລາວຮັກຊາດ ຄົບ ຮອບ 64 ປີ (24/5/1960-24/5/ 2024) ແລະ ວັນໄຊຊະນະບັ້ນຮົບ ດຽນບຽນຟູ ຄົບຮອບ 70 ປີ (7/5/ 1954-7/5/2024) ໃນວັນ ທີ 22 ພຶດສະພາ 2024 ໂດຍການປາ ຖະກະຖາຂອງ ສະຫາຍນາງບຸນຄໍາ ວໍລະຈິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຊສ, ມີຄະນະປະຈຳພັກ, ຄະນະພັກກະ ຊວງ, ຄະນະພັກຮາກຖານ, ຄະນະ ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ, ສະ ມາຊິກພັກ ແລະ ພະນັກງານ-ລັດຖະ ກອນພາຍໃນ ກຊສ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ນາງ ບຸນຄໍາ ວໍລະຈິດ ໄດ້ຍົກໃຫ້ເຫັນເຫດການ ໃນອະດິດຕໍ່ກັບໄຊຊະນະດຽນບຽນ ຟູ ເຊິ່ງເປັນໄຊຊະນະ ທີ່ສະຫວ່າງ ສະໄຫວທີ່ສຸດໃນປະຫວັດສາດການ ຕໍ່ສູ້ຕ້ານການຮຸກຮານຂອງຈັກກະ ພັດພາຍນອກຂອງປະຊາຊົນຫວຽດ ນາມ ໂດຍໄດ້ບັນທຶກເຂົ້າໃນປະຫວັດ ສາດຂອງຊາດ ແລະ ຂອງໂລກຢູ່ ໃນສັດຕະວັດທີ XX, ພາຍ ໃຕ້ການ ຊີ້ນໍາ-ນໍາພາຂອງພັກ ແລະ ປະທານ ໂຮ່ຈີ່ມິງ ທີ່ໄດ້ໝູນໃຊ້ກໍາລັງປະກອບ ອາວຸດທົ່ວປວງຊົນ ສາມາດຕີເອົາ ໄຊຊະນະກັບສັດຕູຜູ້ທີ່ມາຮຸກຮານ ທີ່ມີພື້ນຖານເສດຖະກິດ ແລະ ການ ທະຫານເຂັ້ມແຂງ ແລະ ທັນສະໄໝ ກວ່າຫລາຍເທົ່າ, ໄຊຊະນະດຽນ ບຽນຟູບໍ່ພຽງແຕ່ແມ່ນໄຊຊະນະ ຂອງປະຊາຊົນຫວຽດນາມ ແຕ່ຍັງ ແມ່ນໄຊຊະນະ ຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ; ໄຊຊະນະ ດັ່ງກ່າວ, ເປັນບ່ອນອີງທີ່ໜັກແໜ້ນ, ທັງເປັນແວ່ນແຍງທີ່ໃສແຈ້ງໃຫ້ແກ່ ບັນດາປະຊາຊາດ ທີ່ຕົກເປັນຫົວ ເມືອງຂຶ້ນ ໄດ້ລຸກຂຶ້ນຕໍ່ສູ້ຕ້ານການ ກົດຂີ່ຂຸດຮີດ ແລະ ແອກຄອບຄອງ ເມືອງຂຶ້ນແບບເກົ່າຢູ່ຫລາຍບ່ອນ ໃນທົ່ວໂລກ. ພ້ອມນີ້, ສະຫາຍ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຫວນຄືນ ມູນເຊື້ອຂອງ 2 ວັນປະຫວັດສາດ ຂອງລາວ ທີ່ໄດ້ສະແດງໃຫ້ເຫັນນໍ້າ ໃຈພິລະອາດຫານອົງອາດກ້າແກ່ນ, ເດັດດ່ຽວໜຽວແໜ້ນ ແລະ ມີໄຫວ ພິກອັນສະຫລາດສ່ອງໃສຂອງພະ ນັກງານ-ນັກຮົບກອງພັນທີ 2 ພາຍ ໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວທີ່ບໍ່ຍອມຈຳນົນຕໍ່ພວກ ຈັກກະພັດຜູ້ຮຸກຮານ, ວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ແມ່ນ ໄຊຊະນະອັນໃຫຍ່ຫລວງຂອງກຳ ລັງປະກອບອາວຸດ ເຊິ່ງເປັນເຫດ ການປະຫວັດສາດອັນສໍາຄັນຂອງ ຊາດ ທີ່ສາມາດທັບມ້າງກົນອຸບາຍ ຂອງພວກຈັກກະພັດ ແລະ ລູກ ແຫລ່ງຕີນມື ຂອງພວກເຂົາ ທີ່ຫວັງ ດັບມ້າງກໍາລັງປະຕິວັດ. ໂອກາດດຽວກັນ, ສະຫາຍ ນາງ ບຸນຄໍາ ວໍລະຈິດ ຍັງໄດ້ຍົກໃຫ້ເຫັນ ເຫດການວິລະກຳໂຕນຄຸກ ຢ່າງມະ ຫັດສະຈັນຂອງບັນດາທ່ານຜູ້ນໍາ ພັກ ແລະ ແນວລາວຮັກຊາດ ທີ່ມີ ຄວາມກ້າຫານ, ຕັດສິນໃຈຕໍ່ສູ້ຢ່າງປີ ຊາສາມາດ, ສາມາດຂົນຂວາຍສຶກ ສາອົບຮົມສາລະວັດທະຫານໃຫ້ມີ ນໍ້າໃຈຮັກຊາດອັນດູດດື່ມ, ມີຄວາມ ຕື່ນຕົວ ເຮັດໃຫ້ສັດຕູກາຍເປັນມິດ ສະຫາຍ ຮ່ວມຕາຍນໍາກັນຈົນສາ ມາດ ໂຕນຄຸກໄດ້ຢ່າງມະຫັດສະຈັນ. ນີ້ແມ່ນເຫດການສໍາຄັນທີ່ສຸດ ໃນປະ ຫວັດສາດລາວ ທັງເປັນການສຶກສາ ອົບຮົມໃຫ້ພະນັກງານ-ສະມາຊິກ ພັກ ແລະ ນັກຮົບເຊື່ອມຊຶມກຳແໜ້ນ ມູນເຊື້ອດັ່ງກ່າວ ເປັນບົດຮຽນ ແລະ ເປັນພື້ນຖານໃຫ້ແກ່ການຝຶກຝົນຫລໍ່ ຫລອມຕົນເອງໃຫ້ມີຄຸນທາດການ ເມືອງມີຄຸນສົມບັດສິນທໍາປະຕິວັດ ແລະ ໃຫ້ກາຍເປັນພະນັກງານ-ນັກ ຮົບຮຸ່ນສືບທອດທີ່ດີໃນອະນາຄົດ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ນວ ເປີດບັ້ນທົດລອງ... ເປີດຫ້ອງການ... ສະແດງສິລະປະ... ເຊິ່ງເປັນສຳນັກພິມຈຳໜ່າຍຈີນ ແຫ່ງທຳອິດ ທີ່ສ້າງຕັ້ງຫ້ອງການຜູ້ ຕາງໜ້າຢູ່ລາວ ໂດຍມີທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ຫົວໜ້າ ບັນນາທິການໃຫຍ່ໜັງສືພິມປະຊາ ຊົນ, ທ່ານ ຈ່າງຢີ້ປິ່ງ ຮອງປະທານ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສື່ ສຳນັກພິມກວາງຊີ, ພ້ອມດ້ວຍພາກ ຫລວງວຽງຈັນ, ມີຫົວໜ້າ, ຮອງຫົວ ໜ້າພະແນກການອ້ອມຂ້າງນະຄອນ ຫລວງວຽງຈັນ, ນັກກວດກາ ແລະ ເດີນສໍາຫລວດຂັ້ນນະຄອນຫລວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ເລື່ອມ ສົນສີວິໄລ ໄດ້ໃຫ້ ຮູ້ວ່າ: ເພື່ອຮັບປະກັນໃຫ້ການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສມີຜົນສໍາເລັດຕາມແຜນການທີ່ ວາງໄວ້ນັ້ນ, ສູນສະຖິຕິແຫ່ງຊາດ ຈະໄດ້ດໍາເນີນການເຮັດທົດລອງ ເພື່ອທົດສອບບັນດາເຄື່ອງມື ແລະ ຂະບວນການຕ່າງໆ ຂອງການສໍາ ຫລວດ ເຊິ່ງພວກເຮົາເອີ້ນວ່າການ ສໍາຫລວດທົດລອງ ໂດຍຈະດໍາເນີນ ການໃນລະຫວ່າງວັນທີ 27 ພຶດສະ ພາ ຫາ 14 ມິຖຸນາ 2024 ເຊິ່ງເປົ້າ ໝາຍການສໍາຫລວດແມ່ນປະຊາ ຊົນທຸກຄົນ ແລະ ອາຄານທີ່ຢູ່ອາໄສ ທີ່ຢູ່ໃນຂອບເຂດສໍາລັບການທົດ ລອງເທົ່ານັ້ນທີ່ຈະໄດ້ຖືກຈົດນັບ. ອີງຕາມແຜນຈັດຕັ້ງປະຕິບັດແມ່ນ ໄດ້ກໍານົດເອົາ 4 ແຂວງຄື:ແຂວງ ບໍ່ແກ້ວ, ຫົວພັນ, ເຊກອງ ແລະ ນະ ຄອນຫລວງວຽງຈັນ. ໃນໄລຍະນີ້, ຈະມີຄະນະຊີ້ນໍາການສໍາຫລວດ ເຂັ້ນສູນກາງ, ຂັ້ນແຂວງ, ບັນດາ ຊ່ຽວຊານ, ນັກກວດກາ ແລະ ນັກ ເດີນສໍາຫລວດຈະໄດ້ລົງໄປຫາຄົວ 2024 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສົມມາດ ພົນເສນາ ຮອງປະ ທານ ສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ, ທ່ານ ວລາດິມີຣ໌ ອານາ ໂຕລີ ເຢວິດຊ ກາລິນິນ ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະພັນຣັດເຊຍ ປະຈຳລາວ ພ້ອມ ດ້ວຍມວນຊົນເຂົ້າຮ່ວມຮັບຊົມ. ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມສິລະປະ-ວັດທະນະທຳ, ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ງານສະແດງດົນຕີ ຂອງນັກສິລະປິນ ທີ່ມີຊື່ສຽງຂອງນະຄອນຊານເປີເຕີ ສະເບີກ ສະຫະພັນຣັດເຊຍ ແລະ ນັກ ສິລະປິນ, ນັກກາຍະສິນ ຂອງສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ໃນຄ່ຳຄືນນີ້, ເປັນການປະ ກອບສ່ວນຮັດແໜ້ນສາຍພົວພັນ ທາງການທູດ ແລະ ການຮ່ວມມື *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ເຮືອນປະຊາຊົນໃນແຕ່ລະບ້ານ ແລະ ເຂດສໍາຫລວດ ໂດຍການນໍາໃຊ້ ແທບເລັດເຂົ້າໃນການເກັບກຳຂໍ້ມູນ. ສະເພາະນະຄອນຫລວງວຽງຈັນ ແມ່ນກໍານົດເອົາ 30 ເຂດສໍາຫລວດ ຈາກ12ບ້ານ, ໃນ3 ເມືອງຄື: ເມືອງ ຈັນທະບູລີ ມີ 10 ເຂດ ສໍາຫລວດ (ບ້ານຫ້ວຍຫົງ 4 ເຂດ ສໍາຫລວດ, ໂພນສະຫວ່າງ 3 ເຂດ ສໍາຫລວດ, ບ້ານສີຫອມ1 ເຂດ ສໍາຫລວດ, ບ້ານ ອານຸ1 ເຂດສໍາຫລວດ, ບ້ານມີໄຊ 1 ເຂດສໍາຫລວດ); ເມືອງສີໂຄດ ຕະບອງ ມີ 2 ເຂດສໍາຫລວດ (ບ້ານ ນາຄໍາ 2 ເຂດສໍາຫລວດ) ແລະ ເມືອງໄຊເສດຖາ ມີ 18 ເຂດສໍາ ຫລວດ (ບ້ານຈອມມະນີ 4 ເຂດສໍາ ຫລວດ, ບ້ານໂພນໄຊ 2 ເຂດສໍາ ຫລວດ, ບ້ານວຽງຈະເລີນ2 ເຂດສໍາ ຫລວດ, ບ້ານແສງສະຫ່ວາງ 4 ເຂດ ສໍາຫລວດ, ບ້ານຄໍາສະຫວາດ 3 ເຂດສໍາຫລວດ, ບ້ານຊຽງດາ 3 ເຂດສໍາຫລວດ). ທ່ານ ນາງ ສຸມາລີ ທໍາມະວົງ ໄດ້ໃຫ້ຮູ້ວ່າ: ຈຸດປະສົງການທົດລອງ ການສໍາຫລວດພົນລະເມືອງຄັ້ງ ນີ້ ເພື່ອເກັບກຳສະຖິຕິພົນລະເມືອງ ລາວ ແລະ ຕ່າງປະເທດທີ່ດຳລົງຊີ ວິດຢູ່ ສປປ ລາວ ເກີນ 6 ເດືອນຂຶ້ນ ໄປ, ລວມທັງເກັບກໍາສະພາບການ ຂະຫຍາຍຕົວຂອງພົນລະເມືອງ ເພື່ອເກັບກຳຂໍ້ມູນພື້ນຖານຂອງພົນ ລະເມືອງລາວກ່ຽວກັບການສຶກສາ, ການບໍລິການດ້ານສຸຂະພາບ, ສະ ພາບຄວາມພິການ ແລະ ສະພາບ ການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ, ສະພາບການມີວຽກເຮັດງານທຳ ແລະ ຄຸນລັກສະນະຂອງທີ່ຢູ່ອາໄສ ການດຳລົງຊີວິດ ເຊິ່ງຈະເປັນຖານ ຂໍ້ມູນສຳຄັນໃຫ້ແກ່ການຄາດຄະເນ ພົນລະເມືອງ ແລະ ເປັນຖານຂໍ້ມູນ ອັບເດດໃຫ້ແກ່ການຕິດຕາມການ ຂຶ້ນສຳມະໂນຄົວ ແລະ ຂຶ້ນທະບຽນ ພົນລະເມືອງ, ທັງເຮັດໃຫ້ການສ້າງ ແລະ ປັບປຸງລະບົບຖານຂໍ້ມູນພົນ ລະເມືອງ ແຫ່ງຊາດ ໃຫ້ມີຄວາມຄົບ ຖ້ວນສົມບູນ ທີ່ສາມາດທຽບທັນ ແລະ ສົມທຽບກັບພາກພື້ນ ແລະ ສາ ກົນ, ອີກດ້ານໜຶ່ງແມ່ນເປັນຂໍ້ມູນພື້ນ ຖານທາງດ້ານເສດຖະກິດ ແລະ ສະ ພາບທ່າອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຶ ລີ້ຫມີນ ຫົວໜ້າສຳນັກ ພິມຈໍາໜ່າຍການສຶກສາກວາງຊີ ໄດ້ ໃຫ້ຮູ້ວ່າ: ສຳນັກພິມຈໍາໜ່າຍການ ສຶກສາກວາງຊີ ມີພາລະບົດບາດສຳ ຄັນຄື: ວາງສະແດງຜະລິດຕະພັນປຶ້ມ ແລະ ຊັບພະຍາກອນດີຈິຕອນທີ່ກ່ຽວ ຂ້ອງ; ຈັດກິດຈະກຳວັດທະນະທຳ ກ່ຽວກັບການໂຄສະນາເຜີຍແຜ່ປຶ້ມ, ປາຖະກະຖາ, ງານສຳມະນາ, ເວທີ ປາໄສ ແລະ ອື່ນໆ. ພ້ອມທັງຮ່ວມມື ກັບສະຖາບັນການສຶກສາວັດທະນະ ທຳທ້ອງຖິ່ນ ດຳເນີນກິດຈະກຳແລກ ປ່ຽນວັດທະນະທຳ ຈີນ-ລາວ ເພື່ອ ສາທາລະນະປະໂຫຍດ; ສະໜອງ ປຶ້ມເພື່ອການວາງສະແດງ ແລະ ການອ່ານ, ປະຕິບັດໂຄງການຮ່ວມ ມືດ້ານວັດທະນະທຳ ແລະ ອື່ນໆ. ໂອກາດນີ້, ທ່ານ ວັນໄຊ ຕະວິນ ຍານກໍໄດ້ມີຄຳເຫັນວ່າ: ການພົວພັນ ຮ່ວມມືລະຫວ່າງ ລາວ-ຈີນ, ຈີນລາວນັບມື້ມີຄວາມສະໜິດແໜ້ນ ໂດຍສະເພາະການພົວພັນຮ່ວມມື ໃນຂົງເຂດສື່ມວນຊົນ, ການພິມຈໍາ ໜ່າຍ ແລະ ການພົວພັນຮ່ວມມືດ້າ ນ ວັດທະນະທໍາ-ສັງຄົມ ກໍເປັນອີກກິດ ຈະກໍາໜຶ່ງທີ່ເປັນການຈັດຕັ້ງຜັນຂະ ຫຍາຍແຜນການ, ໂຄງການຮ່ວມມື ເພື່ອຍົກລະດັບຂີດຄວາມສາມາດ ການແລກ ປ່ຽນປະສົບການໃຫ້ຂະ ຫຍາຍຕົວຍິ່ງຂຶ້ນ. ການເປີດຫ້ອງ ການຜູ້ຕາງໜ້າບໍລິສັດສໍານັກພິມ ຈໍາໜ່າຍການສຶກສາກວາງຊີ ຈໍາກັດ ປະຈໍາລາວ ກໍເປັນອີກກິດຈະກໍາໜຶ່ງ ທີ່ມີຄວາມສໍາຄັນທີ່ຈະເປັນການປະ ກອບສ່ວນໃນການພັດທະນາການ ຮ່ວມມືໃນຂົງເຂດວັດທະນະທໍາ ລະຫວ່າງ ສອງປະເທດ ລາວ-ຈີນ, ຈີນ-ລາວ ໃຫ້ມີການຂະຫຍາຍຕົວ, ອຸດົມສົມບູນຍິ່ງຂຶ້ນ, ທັງເປັນການ ແລກປ່ຽນບົດຮຽນ, ປະສົບການ ທາງ ດ້ານວັດທະນະທໍາ, ທັງສ້າງ ຜະລິດຕະພັນໃໝ່ທີ່ໜ້າສົນໃຈໃຫ້ ກັບສັງຄົມ ໄດ້ຢ່າງກວ້າງຂວາງຂຶ້ນ ກວ່າເກົ່າ. ພ້ອມນີ້, ທ່ານ ຈ່າງຢີ້ປິ່ງ ກໍໄດ້ ກ່າວວ່າ: ການເປີດຫ້ອງການຜູ້ຕາງ ໜ້າ ບໍລິສັດສໍານັກພິມຈໍາໜ່າຍການ ສຶກສາກວາງຊີປະຈໍາລາວແມ່ນສັນ ຍະລັກໜຶ່ງທີ່ສຳຄັນ ເພື່ອຊຸກຍູ້ການ ແລກປ່ຽນ, ການຮ່ວມມື ແລະ ການ ພັດທະນາຂົງເຂດວັດທະນະທໍາ ລະ ຫວ່າງສອງປະເທດ ຈີນ-ລາວ ເຊິ່ງ ສ່ອງແສງໃຫ້ເຫັນຢ່າງເຕັມສ່ວນ ເຖິງຄວາມຮັບຜິດຊອບດ້ານວັດທະ ນະທຳ ແລະ ໜ້າທີ່ຮັບຜິດຊອບຕໍ່ ສັງຄົມ ເຊິ່ງກຸ່ມບໍລິສັດ ສື່ສຳນັກພິມ ກວາງຊີ ຈະອອກແຮງສະໜັບສະ ໜູນການສ້າງສາພັດທະນາເວທີ ແຫ່ງນີ້, ເສີມຂະຫຍາຍທ່າແຮງ, ເຊື່ອມໂຍງຊັບພະຍາກອນຕ່າງໆ ເຂົ້າກັນ, ຕໍ່ຍອດ ແລະ ເສີມຂະຫຍາຍ ຕ່ອງໂສ້ອຸດສາຫະກຳການພິມຈຳ ໜ່າຍ, ປະກອບສ່ວນເຂົ້າໃນການຊຸກ ຍູ້ໃຫ້ສອງປະເທດ ຈີນ-ລາວ ລົງ ເລິກແລກປ່ຽນດ້ານວັດທະນະທຳ ແລະ ການຖອດຖອນບົດຮຽນ ເຊິ່ງ ກັນ ແລະ ກັນດ້ານອະລິຍະທຳ, ຍົກ ສູງອິດທິພົນ ແລະ ຄວາມສາມາດ ເຜີຍແຜ່ໂຄສະນາການຮ່ວມມືລະ ຫວ່າງ ຈີນ-ລາວ ກໍຄື ຈີນກັບຕ່າງ ປະເທດ. ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມ ຍັງໄດ້ສົນທະນາ, ແລກປ່ຽນບົດ ຮຽນໃນຫົວຂໍ້ຕ່າງໆ ເປັນຕົ້ນ ທາງ ດ້ານວັດທະນະທຳ, ການຮ່ວມມື ດ້ານຊັບພະຍາກອນການສຶກສາລະ ຫວ່າງ ຈີນ-ລາວ, ການຮ່ວມມືດ້ານ ໂຄງການຫ້ອງການຜູ້ຕາງໜ້າບໍລິ ສັດສໍານັກພິມຈໍາໜ່າຍການສຶກສາ ກວາງຊີ ປະຈໍາລາວ ແລະ ອື່ນໆ. ພ້ອມນັ້ນ, ກໍເຂົ້າຢ້ຽມຊົມຫ້ອງການ ຜູ້ຕາງໜ້າປະຈຳລາວ ແລະ ເຂດ ວາງສະແດງຜະລິດຕະພັນວັດທະ ນະທຳຕື່ມອີກ. ພາບ: ຂັນໄຊ ຂອງສອງປະເທດ ທີ່ມີມາແຕ່ດົນ ນານແລ້ວ, ຍາມໃດທັງສອງປະເທດ ກໍພ້ອມກັນຍົກສູງພາລະບົດບາດ ແລະ ໃຫ້ຄວາມສຳຄັນຕໍ່ວຽກງານ ວັດທະນະທໍາ ໂດຍສະເພາະວຽກ ງານສິລະປະການສະແດງ ເຊິ່ງເປັນ ວຽກງານທີ່ເຜີຍແຜ່ມູນເຊື້ອສິລະ ປະວັດທະນະທຳ, ຮີດຄອງປະເພນີ ອັນດີງາມຂອງຊາດ ຂອງເຜົ່າ, ນໍາ ເອົາຜະລິດຕະພັນດ້ານສິລະປະການ ສະແດງ, ຜົນງານໃນພາລະກິດປົກ ປັກຮັກສາ ແລະ ພັດທະນາປະເທດ ຊາດອອກສູ່ສັງຄົມທັງພາຍໃນແລະ ຕ່າງປະເທດຢ່າງກວ້າງຂວາງ. ການຈັດງານສະແດງດົນຕີໃນຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເພາະເປັນການສະແດງໃຫ້ເຫັນເຖິງ ການເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືທາງດ້ານສິລະປະວັດທະນະທຳ ຂອງສອງປະເທດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ນາງ ບົວໄຂ ເພັງພະຈັນ ກໍສະແດງຄວາມຍ້ອງ ຍໍຊົມເຊີຍສະຫະພັນຣັດເຊຍ ທີ່ໄດ້ ສ້າງນັກສິລະປິນທີ່ມີຊື່ສຽງ, ມີບົດ ຮຽນປະສົບການ, ມີຜົນງານໃນການ ສະແດງຢ່າງຫລວງຫລາຍ ແລະ ໄດ້ສະແດງຢູ່ໃນຫລາຍເວທີທັງ ພາຍໃນ ແລະ ຕ່າງປະເທດ, ສະແດງ ຄວາມຂອບໃຈມາຍັງສະຖານທູດ ຣັດເຊຍ ປະຈຳ ສປປ ລາວ, ສູນວິ ທະຍາສາດ, ວັດທະນະທໍາຣັດເຊຍ ທີ່ໄດ້ສ້າງເງື່ອນໄຂ, ອຳນວຍຄວາມ ສະດວກ ພ້ອມທັງນຳເອົານັກສິລະ ປິນທີ່ມີຊື່ສຽງ ມາສະແດງໃຫ້ມວນ ຊົນໃນນະຄອນຫລວງວຽງຈັນ ໄດ້ ຮັບຊົມໃນຄັ້ງນີ້. ຂ່າວ: ກິດຕາ, ພາບ: ຂັນໄຊ 5 ເດືອນຕົ້ນປີ 2024... ລ້ານກວ່າຢວນ (ສະກຸນເງິນຈີນ) ແລະ ເຫດການໄຟໄໝ້ລາມປ່າຈາກ ປະຊາຊົນຈູດໄຮ່ ເພື່ອທຳການຜະ ລິດເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ຢູ່ ເມືອງປາກແບງ ແຂວງອຸດົມໄຊ ແລະ ກໍລະນີອື່ນໆ. ສຳລັບທິດທາງແຜນການໃນ ຕໍ່ໜ້າ, ກົມຕຳຫລວດສະກັດກັ້ນແລະ ຕ້ານອັກຄີໄພ ຈະສືບຕໍ່ເອົາໃຈໃສ່ ຊຸກຍູ້ຕິດຕາມ, ກວດກາ, ນຳພາຊີ້ນຳບັນດາພະແນກສະກັດກັ້ນ ແລະ ຕ້ານອັກຄີໄພປກສແຂວງ, ນະຄອນ ຫລວງ ໃຫ້ເຄື່ອນໄຫວວຽກງານ ວິຊາສະເພາະຕາມພາລະບົດບາດ ຢ່າງແຂງແຮງ ເພື່ອຮັບປະກັນ ຄວາມປອດໄພດ້ານອັກຄີໄພ ແລະ ປະຕິບັດໜ້າທີ່ວຽກງານໃຫ້ມີປະ ສິດທິຜົນສູງ; ລົງເຄື່ອນໄຫວຕົວຈິງ ຕາມພື້ນຖານຕ່າງໆ ໃນການກວດ ກາຄວາມປອດໄພດ້ານອັກຄີໄພ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາ ຕ່າງໆ, ຝຶກອົບຮົມວິຊາສະເພາະໃຫ້ ແຕ່ລະພື້ນຖານມີຄວາມຮັບຮູ້ເຂົ້າ ໃຈ ເພື່ອຄວາມປອດໄພດ້ານອັກຄີ ໄພ; ປະຈຳການກຽມພ້ອມສູ້ຮົບຕະ ຫລອດ 24 ຊົ່ວໂມງ, ບຳລຸງຮັກສາ ພາຫະນະ-ອຸປະກອນ, ປ້ອງກັນວັນ ສຳຄັນຕ່າງໆ ຂອງພັກ-ລັດ, ກອງ ປະຊຸມສຸດຍອດອາຊຽນ ແລະ ອື່ນໆ ໃຫ້ມີຄວາມປອດໄພ; ສ້າງບັນດານິ ຕິກຳ (ດຳລັດ, ມາດຕະການຄວາມ ປອດໄພດ້ານອັກຄີໄພ, ຂໍ້ຕົກລົງ, ຂໍ້ ກຳນົດເພື່ອຮັບໃຊ້ວິຊາສະເພາະ. ໂອກາດນີ້, ທ່ານ ພັນເອກ ວິລະ ພອນ ວົງຄຳມູນຕີ ຍັງຝາກເຖິງພໍ່- ແມ່ປະຊາຊົນ ໃນຂອບເຂດທົ່ວປະ ເທດ ຈົ່ງມີສະຕິຕໍ່ວຽກງານສະກັດ ກັ້ນ ແລະ ຕ້ານອັກຄີໄພ ເພື່ອຄວາມ ປອດໄພໃຫ້ແກ່ສ ຂະພາບ,ຊິວິດແລະ ຊັບສິນຕ່າງໆ ບໍ່ໃຫ້ເສຍຫາຍຍ້ອນ ການເກີດອັກຄີໄພ; ເອົາໃຈໃສ່ກວດ ກາລະບົບໄຟຟ້າ, ອຸປະກອນເຄື່ອງ ໃຊ້ໄຟຟ້າຕ່າງໆໃຫ້ຢູ່ໃນສະພາບ ສົມບູນ, ຖ້າເຫັນວ່າເກົ່າແກ່, ເປ່ເພ ບໍ່ຮັບປະກັນ ຕ້ອງສ້ອມແປງ ຫລື ປ່ຽນໃໝ່, ທຸກຄັ້ງທີ່ໃຊ້ອຸປະກອນ ເຄື່ອງໃຊ້ໄຟຟ້າສຳເລັດແລ້ວຕ້ອງ ປິດ ແລະ ຖອດປັກສຽບອອກ; ການ ຈູດທູບ, ໄຕ້ທຽນບູຊາຕ້ອງມີການ ຕິດຕາມ ພາຍຫລັງສຳເລັດຕ້ອງ ມອດໃຫ້ລະອຽດ, ຮ້ານບູຊາຕ້ອງ ເຮັດດ້ວຍວັດຖຸທີ່ໄຟໄໝ້ຍາກ, ຫ່າງ ໄກຈາກວັດຖຸໄວໄຟ ແລະ ໄໝ້ງ່າຍ; ການຄຸ້ມຄອງ, ການນຳໃຊ້, ການ ຂົນສົ່ງ ແລະ ຈຳໜ່າຍວັດຖຸໄວໄຟທາດເຄມີຕ້ອງປະຕິບັດຕາມມາດຕະ ຖານເຕັກນິກຄວາມປອດໄພທາງ ດ້ານອັກຄີໄພຢ່າງເຂັ້ມງວດ. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==