5878

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/05/2024 xtgmf]k; ຜູ້ປະຈຳການ... ທູຕານຸທູດ 7ປະເທດ... ສຳມະນາ ສະຫລອງ... ໄຂກອງປະຊຸມສະໄໝສາມັນ... ປວງຊົນລາວຈົດຈຳ... ຂປລ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດ ສະພາ 2024 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 23 ພຶດສະພາ 2024 ທີ່ສໍາ ນັກງານນາຍົກລັດຖະມົນຕີ, ພາຍ ໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ມີບັນດາທ່ານຮອງນາຍົກລັດ ຖະມົນຕີ, ສະມາຊິກລັດຖະບານ, ຜູ້ ຕາງໜ້າກະຊວງ-ອົງການເຂົ້າຮ່ວມ ແບບເຊິ່ງໜ້າ, ການນໍາ ຂອງບັນດາ ແຂວງ ແລະ ນະຄອນຫລວງວຽງ ຈັນ ເຂົ້າຮ່ວມຜ່ານລະບົບກອງປະ ຊຸມທາງໄກ ເພື່ອຮັບຟັງ ແລະ ປະ ກອບຄຳເຫັນຕໍ່ການລາຍງານສະ ພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະ ຈຳເດືອນມິຖຸນາ 2024. ກອງປະຊຸມຄັ້ງນີ້, ຈະດໍາເນີນ ເປັນເວລາ2ວັນ ເຊິ່ງຈະໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລືແລະ ປະກອບ ຄຳເຫັນຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື: ສະຫລຸບການຈັດຕັ້ງປະຕິບັດວຽກ ງານຈຸດສຸມປະຈຳເດືອນພຶດສະ ພາ ແລະ ທິດທາງແຜນການປະຈຳ ເດືອນມິຖຸນາ 2024 ຂອງລັດຖະ ບານ, ສະພາບພົ້ນເດັ່ນໂດຍຫຍໍ້ວຽກ ງານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ແລະ ການຕ່າງປະເທດ; ຮ່າງດຳລັດ ວ່າດ້ວຍການປັບໄໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດ ກົດໝາຍ ແລະ ລະບຽບການກ່ຽວ ກັບປ່າໄມ້; ຮ່າງດຳລັດວ່າດ້ວຍການ ກວດກາແຮງງານ; ຮ່າງດຳລັດວ່າ ດ້ວຍການສຶກສາພາກເອກະຊົນ; ລາຍງານຄວາມພ້ອມບັນດາຫົວຂໍ້ ແລະ ເນື້ອໃນ ທີ່ຈະນຳເຂົ້າພິຈາລະ ນາຕໍ່ກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ຊຶ່ງລັດຖະບານ ຈະລາຍງານທັງໝົດ 6 ຫົວຂໍ້ ແລະ ຮ່າງກົດໝາຍ 4 ສະ ບັບຄື: ບົດລາຍງານລວມກ່ຽວກັບ ສະພາບການຈັດຕັ້ງແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະ ມານແຫ່ງລັດ, ແຜນເງິນຕາໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ ຂອງລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ບົດລາຍງານກ່ຽວ ກັບແຜນພັດທະນາເສດຖະກິດ-ສັງ ຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະບານ; ບົດລາຍ ງານກ່ຽວກັບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດໄລຍະ 6 ເດືອນຕົ້ນປີ2024 ແລະ ແຜນການ 6 ເດືອນທ້າຍປີ 2024 ຂອງລັດຖະ ບານ; ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີຂອງລັດຖະບານ; ບົດລາຍງານກ່ຽວກັບການຈັດຕັ້ງ ປະຕິບັດບັນດາໂຄງການລົງທຶນແຮ່ ທາດ ໃນໄລຍະຜ່ານມາ ແລະ ກຳ ນົດແຜນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃນຕໍ່ໜ້າຂອງລັດຖະ ບານ ຕິດພັນກັບການຈັດຕັ້ງປະຕິບັດ ຂອງມະຕິກອງປະຊຸມສະພາແຫ່ງ ຊາດ ສະບັບເລກທີ 95/ສພຊ, ລົງ ວັນທີ 18 ກໍລະກົດ 2023 ວ່າດ້ວຍ ການຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດການພັດ ທະນາແຮ່ທາດ ຮອດປີ 2030; ບົດ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດບັນດາຄາດໝາຍການພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກໄລຍະຜ່ານມາ ແລະ ທິດທາງ ແຜນການໃນຕໍ່ໜ້າຂອງ ລັດຖະບານ ຕິດພັນກັບການຈັດຕັ້ງປະຕິບັດມະ ຕິຂອງກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022; ລາຍງານກ່ຽວ ກັບການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 4 ສະບັບ ຄື: ກົດໝາຍວ່າ ດ້ວຍຊັບພະຍາກອນເປັນຢາ (ສະ ບັບສ້າງໃໝ່); ກົດໝາຍວ່າດ້ວຍສະ ຫະກອນ (ສະບັບສ້າງໃໝ່); ກົດ ໝາຍວ່າດ້ວຍການສົ່ງເສີມການ ລົງທຶນ (ສະບັບປັບປຸງ); ກົດໝາຍ ວ່າດ້ວຍການທ່ອງທ່ຽວ (ສະບັບ ປັບປຸງ). ໃນໂອກາດກ່າວເປີດກອງປະ ຊຸມ, ທ່ານນາຍົກລັດຖະມົນຕີໄດ້ຍົກ ໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດ ຂຶ້ນຢູ່ສາກົນ ແລະ ພາກພື້ນ ຍັງສືບຕໍ່ ຜັນແປຢ່າງສະຫລັບຊັບຊ້ອນໂດຍ ສະເພາະບັນຫາຂໍ້ຂັດແຍ້ງຕ່າງໆ, ບັນຫາໄພພິບັດທຳມະຊາດ, ບັນດາ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວຂອງເສດຖະກິດໂລກ ສະເພາະຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງປະເທດເຮົາ; ໄດ້ ຍົກໃຫ້ເຫັນບາງວຽກງານພາຍ ໃນປະເທດ ທີ່ຈະຕ້ອງໄດ້ພ້ອມກັນ ສຸມທຸກກຳລັງທົ່ວສັງຄົມ ແກ້ໄຂໃຫ້ ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນ ຕົ້ນ ການຄວບຄຸມລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ລວມທັງບັນຫາເຄັ່ງຮ້ອນ, ຂໍ້ຈຳ ກັດ ແລະ ສິ່ງທ້າທາຍຕ່າງໆ ຕໍ່ການ ປົກປັກຮັກສາ ແລະສ້າງສາພັດທະ ນາປະເທດຊາດ. ພ້ອມກັນນີ້, ຍັງໄດ້ ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງຕໍ່ບັນດາຫົວຂໍ້ທີ່ນຳ ມາ ພິຈາລະນາດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມແລະມີທາງອອກທີ່ຈະ ແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດ ຖະບານຄັ້ງນີ້ໄດ້ຮັບຜົນສຳເລັດ ຕາມຈຸດປະສົງແລະຄາດໝາຍທີ່ກຳ ນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງ ປະຊຸມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີປະສິດ ທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຈະເລີນສຸກ, ທ້າວ ພູເຂົາ ແລະ ທ້າວ ມານະ ລວມທັງໝົດ 16 ສະຫາຍ ໃນໄລຍະເກືອບ 10 ເດືອນທີ່ຖືກຈັບກຸມຄຸມຂັງນັ້ນ, ຊີວິດ ແລະ ໂຊກຊາ ຕາກຳຂອງບັນດາຜູ້ນຳ ແລະ ພະນັກງານແນວລາວຮັກຊາດທັງ 16 ທ່ານ ສຸດທີ່ສ່ຽງໄພ, ອັນຕະລາຍບໍ່ຕ່າງຫຍັງກັບເສັ້ນດ້າຍທີ່ຖືກດຶງ ໃກ້ ຈະຂາດ, ເພາະວ່າຝ່າຍສັດຕູຄາດໝາຍໄວ້ໃນຈຳນວນບັນດາຜູ້ນຳບຸກ ຄົນສຳຄັນໆ ປະມານ 8-9 ຄົນ ຈະໄດ້ຖືກປະຫານຊີວິດ. ນອກນັ້ນຈະໄດ້ ຖືກຕັດ ສິນຂັງຄຸກຕະຫລອດຊີວິດ. ຈາກນັ້ນ, ພວກເຂົາໄດ້ມີແຜນຕັ້ງສານ ພິເສດສະເພາະ ເພື່ອເອົາບັນດາຜູ້ນຳແນວລາວຮັກຊາດອອກຕັດສິນບໍ່ ໃຫ້ກາຍເວລາ 1 ເດືອນ ນັບຕັ້ງແຕ່ມື້ຄະນະລັດຖະບານຫຸ່ນ ໄດ້ຕົກລົງເປັນ ເອກະພາບກັນ. ເມື່ອຮູ້ແຈ້ງເຖິງທາດແທ້ປະຕິການ ແລະ ແຜນການດັ່ງກ່າວຂອງຝ່າຍ ສັດຕູ, ສະຫາຍ ໄກສອນ ພົມວິຫານ ຜູ້ນຳສູນກາງພັກໄດ້ໃຫ້ທິດຊີ້ນຳວ່າ: “ຕ້ອງເອົາຜູ້ນຳອອກຈາກຄຸກບໍ່ໃຫ້ກາຍເດືອນ 5 ປີ 1960 ເປັນອັນຂາດ, ຖ້າມື້ໃດມີໂອກາດອຳນວຍ ແລະ ຮັບປະກັນແມ່ນເປັນມື້ຕັດສິນການໂຕນ ຄຸກ”. ສຳລັບບັນດາຜູ້ນຳເຖິງວ່າເພິ່ນຈະຖືກກັກຂັັງກໍຕາມ ແຕ່ບໍ່ໄດ້ລົດ ລະຄວາມພະຍາຍາມໃນການຫາວີທີ ແລະ ຊ່ອງທາງ ເພື່ອໃຫ້ຫລຸດພົ້ນ ອອກຈາກການກະທຳອັນຜະເດັດການທີ່ສຸດນີ້ ໂດຍພວກເພິ່ນໄດ້ເອົາໃຈໃສ່ ຢ່າງສຸດຂີດຄວາມສາມາດ ໃນການສຶກສາອົບຮົມແກ່ສາລະວັດຕຳ ຫລວດ ແລະ ສາລະວັດທະຫານ ໃຫ້ເຂົ້າໃຈແຈ້ງຕໍ່ແນວທາງອັນຖືກຕ້ອງ ເປັນທຳຂອງແນວລາວຮັກຊາດ ພ້ອມນັ້ນກໍໄດ້ຊີ້ແຈງໃຫ້ເຫັນເຖິງທາດ ແທ້ຄວາມໂຫດຮ້າຍສາມານ ຂອງລັດທິຈັກກະພັດແບບໃໝ່ຈົນໃນທີ່ ສຸດສາລະວັດ ດັ່ງກ່າວກໍຍອມເຂົ້າຮ່ວມການຕໍ່ສູ້ກັບຝ່າຍກຳລັງຮັກ ຊາດ. ດ້ວຍເຫດນັ້ນ ຈຶ່ງມີການວາງແຜນໃນການຕິດຕໍ່ພົວພັນທາງລັບ ລະຫວ່າງນອກ ແລະ ໃນຄຸກ ຢ່າງປິດລັບທີ່ສຸດ ເພື່ອຈະໂຕນຄຸກອອກໄປສູ່ ເຂດທີ່ໝັ້ນຂອງການປະຕິວັດ. ເມື່ອແຜນການເປັນໄປຕາມເປົ້າໝາຍທີ່ຖືກ ກຳນົດໄວ້ ເວລາທ່ຽງຄືນຂອງວັນທີ 23 ພຶດສະພາ 1960 ຜູ້ນຳພັກ-ແນວ ລາວຮັກຊາດ ໄດ້ໂຕນໜີອອກຈາກຄຸກໂພນເຄັງ ໄປສູ່ເຂດທີ່ໝັ້ນຂອງການ ປະຕິວັດ ດ້ວຍຄວາມປອດໄພທຸກປະການ. ເຫດການວິລະກຳດັ່ງກ່າວນີ້ ແມ່ນໄຊຊະນະ ທີ່ແລກມາດ້ວຍຄວາມ ທຸກທໍລະມານ ແລະ ແສນລຳບາກນາໆປະການເຖິງວ່າຈະຖືກຈັບກຸມຄຸມຂັງ ກໍບໍ່ມີທາງຍອມຈຳນົນ ໂດຍເດັດຂາດ ອັນນີ້ກໍຍ້ອນບັນດາຜູ້ນຳເຮົາຖືປະເທດ ຊາດສູງກວ່າຊີວິດຂອງຕົນ ຊຶ່ງຈະຫາສິ່ງໃດມາປຽບປານກໍບໍ່ໄດ້. ໄຊຊະນະ ອັນພິລະອາດຫານໃນວິລະກຳໂຕນຄຸກ ຄັ້ງມະຫັດສະຈັນໄດ້ກາຍເປັນບາດ ລ້ຽວອັນສຳຄັນຂອງປະເທດຊາດ ແລະ ເປັນໝາກຜົນແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວກັນຂອງຜູ້ນຳທີ່ຢູ່ໃນຄຸກ ພ້ອມທັງສາລະວັດ ແລະ ທຸກ ກຳລັງແຮງ ທີ່ໄດ້ປະກອບສ່ວນຊ່ວຍເຫລືອ ເຮັດໃຫ້ບັນດາທ່ານຜູ້ນຳໜີ ອອກຈາກຄຸກໄດ້ເປັນຜົນສຳເລັດ. ນີ້ຄືວັນແຫ່ງໄຊຊະນະຂອງການປະຕິວັດ ທີ່ບໍ່ມີການນອງເລືອດ ກໍຄື ກາລະໂອກາດພັນປີມີເທື່ອໜຶ່ງ. ຍ້ອນມີທ່ານຜູ້ນຳເສຍສະຫລະໃນວັນນັ້ນ ຈຶ່ງມີປະເທດຊາດໃນວັນນີ້ ! ປວງຊົນລາວທັງຊາດຂໍຈາລຶກບຸນຄຸນ !. ໂອກາດນີ້, ສະຫາຍ ບຸນຄົງ ຫລ້າຈຽມພອນ ໄດ້ລາຍງານສະ ພາບການນໍາພາ-ຊີ້ນໍາຈັດຕັ້ງປະຕິ ບັດວຽກງານຮອບດ້ານ ຂອງຄະນະ ບໍລິຫານງານພັກແຂວງອຸດົມໄຊ ໃນໄລຍະ 5 ເດືອນຜ່ານມາ ໂດຍ ສະເພາະວຽກງານການເມືອງແນວຄິດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແຜນພັດ ທະນາເສດຖະກິດ-ສັງຄົມ ປະຈໍາປີ 2024, ວຽກງານວັດທະນະທໍາສັງຄົມ, ວຽກງານກໍ່ສ້າງຮາກຖານ ການເມືອງ ໂດຍຕິດພັນກັບຄວາມ ຄືບໜ້າຂອງການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ. ມາຮອດປັດຈຸບັນ, ແຂວງ ອຸດົມໄຊ ໄດ້ມີການຜັນຂະຫຍາຍ ນິຕິກຳຂອງຂັ້ນເທິງ, ແຕ່ງຕັ້ງຄະນະ ຊີ້ນຳ, ອະນຸກຳມະການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງ ຄະນະພັກ ແຂວງຄັ້ງທີ X, ກອງ ປະຊຸມໃຫຍ່ອົງຄະນະພັກເມືອງ, ສອງກອງບັນຊາການ ປກຊ-ປກສ ແຂວງ, ຮາກຖານສຳນັກງານອ້ອມ ຂ້າງແຂວງ, ເມືອງ ແລະ ຮາກຖານ ບ້ານ, ມອບວຽກໃຫ້ບັນດາພະແນກ ການ, ອົງການຈັດຕັ້ງທີ່ກ່ຽວຂ້ອງ, ສ້າງເປັນປື້ມຄູ່ມື, ບົດແນະນຳຂັ້ນ ຕອນໃນການຈັດຕັ້ງປະຕິບັດແຕ່ ລະດ້ານຢ່າງລະອຽດ, ໄດ້ເຜີຍແຜ່, ເຊື່ອມຊຶມບັນດານິຕິກຳຕ່າງໆທີ່ ກ່ຽວຂ້ອງ ທັງຂັ້ນສູນກາງ ແລະ ຂັ້ນ ແຂວງ ໃຫ້ບັນດາພະນັກງານຫລັກ ແຫລ່ງໄດ້ຈັດຕັ້ງການທົດລອງດຳ ເນີນກອງປະຊຸມໃຫຍ່ຢູ່ບ້ານເທສະ ບານແຂວງຈຳນວນໜຶ່ງ, ມອບໃຫ້ ການນຳເມືອງ ນຳເອົາເນື້ອໃນຈິດ ໃຈການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັັກ ໄປຈັດຕັ້ງຜັນຂະ ຫຍາຍໃຫ້ເລິກເຊິ່ງກວ້າງຂວາງ. ໃນນີ້, ຢູ່ຂັ້ນຮາກຖານບ້ານ, ສຳນັກ ງານ-ອົງການອ້ອມຂ້າງເມືອງ ຈໍາ ນວນ 743 ຮາກຖານ ເທົ່າກັບ 77,40% ແມ່ນສຳເລັດໃນການດຳ ເນີນກອງປະຊຸມໃຫຍ່ຂອງຕົນແລ້ວ ແລະຍັງສືບຕໍ່ດຳເນີນຈຳນວນ217 ຮາກຖານ ເທົ່າກັບ 22,60%, ກອງ ປະຊຸມໃຫຍ່ອົງຄະນະພັກເມືອງ ຄາດວ່າຈະໄດ້ຈັດຕັ້ງປະຕິບັດ ແລະ ດຳເນີນຕົວຈິງໃນຕົ້ນປີ 2025 ນີ້. ສ່ວນກອງປະຊຸມໃຫຍ່ ອົງຄະນະ ພັກແຂວງ ແມ່ນຈະໄດ້ດຳເນີນ ໃນ ໄລຍະກາງປີ 2025. ການພົບປະໂອ້ລົມຄັ້ງນີ້,ສະຫາຍ ບຸນທອງ ຈິດມະນີ ໄດ້ຍ້ອງຍໍຊົມ ເຊີຍຕໍ່ຜົນສຳເລັດທີ່ແຂວງອຸດົມໄຊ ຍາດມາໄດ້ໃນໄລຍະ 5 ເດືອນຜ່ານ ມາ, ພ້ອມທັງໃຫ້ສືບຕໍ່ສູ້ຊົນຈັດຕັ້ງ ປະຕິບັດວຽກງານຮອບດ້ານໃຫ້ບັນ ລຸຕາມລະດັບຄາດໝາຍ ແລະ ທິດ ທາງແຜນການທີ່ກຳນົດໄວ້. ພ້ອມ ທັງ, ເນັ້ນບາງບັນຫາກ່ຽວກັບການ ກະກຽມ ແລະ ດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນ ຂອງພັກ ໂດຍສະເພາະ ການນຳເອົານິຕິກຳຂັ້ນສູນກາງມາ ຈັດຕັ້ງຜັນຂະຫຍາຍ, ກຳນົດ ແລະ ຈັດຕັ້ງແບ່ງຄວາມຮັບຜິດຊອບໃຫ້ ແຕ່ລະພາກສ່ວນ; ສຶກສາອົບຮົມ ທາງດ້ານວຽກງານການເມືອງແນວຄິດພະນັກງານຫລັກແຫລ່ງ ໃຫ້ຮັບຮູ້, ເຂົ້າໃຈຕໍ່ແນວທາງ ແລະ ກົດລະບຽບຂອງພັກ, ໜ້າທີ່ ແລະ ຂໍ້ຫ້າມຂອງສະມາຊິກພັກ; ມີແນວ ຄິດແຂ່ງຂັນ ໃນການສ້າງສາພັດທະ ນາ ແລະ ສ້າງຄວາມເຂັ້ມແຂງທາງ ດ້ານເສດຖະກິດຄອບຄົວ; ຄະນະ ພັກ, ຄະນະນຳ ຕ້ອງຕິດຕາມ ແລະ ຊຸກຍູ້ຢ່າງໃກ້ສິດຕິດແທດ ໃນການ ດຳເນີນກອງປະຊຸມໃຫຍ່ແຕ່ລະຂັ້ນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຢູ່ໃນແຂວງອຸດົມໄຊ ມີ ຜົນສຳເລັດຕາມລະດັບຄາດໝາຍ. ຂ່າວ: ຄານມະນີ ຮຽນດໍຈັນ ຫຍາຍ 5 ຫລັກການແຫ່ງການຢູ່ ຮ່ວມກັນໂດຍສັນຕິ” ເພື່ອເປັນການ ລະນຶກເຖິງ ແລະ ສະເຫລີມສະ ຫລອງຜົນສໍາເລັດ ຂອງການຈັດຕັ້ງ ປະຕິບັດ 5 ຫລັກການດັ່ງກ່າວຄົບ ຮອບ 70 ປີ ໂດຍສະເພາະ ໃນການ ສົ່ງເສີມການພົວພັນຮ່ວມມືລະ ຫວ່າງສປປລາວແລະສປຈີນໂດຍ ມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກຳມະການກົມການເມືອງ ສູນກາງພັກ, ອະດີດຮອງນາຍົກລັດ ຖະມົນຕີ ແລະ ອະດີດລັດຖະມົນຕີ ກະຊວງການຕ່າງປະເທດເຂົ້າຮ່ວມ ເປັນປະທານກິດຕິມະສັກ ແລະ ກ່າວ ເປີດກອງປະຊຸມ, ມີທ່ານ ບຸນເຫລືອ ພັນດານຸວົງ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີຄະນະ ນຳກະຊວງ, ທູດອາວຸໂສບຳນານ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຈາກກະຊວງການຕ່າງ ປະເທດ ແລະ ສະຖານເອກອັກຄະ ລັດຖະທູດ ສປ ຈີນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນ ໂດຍ ໄດ້ເນັ້ນໃສ່ຜົນສຳເລັດຂອງການ ຈັດຕັ້ງປະຕິບັດ 5 ຫລັກການແຫ່ງ ການຢູ່ຮ່ວມກັນໂດຍສັນຕິທີ່ຖືກໝູນ ໃຊ້ຢ່າງກວ້າງຂວາງ ແລະ ຍຶດໝັ້ນ ເປັນຫລັກການພື້ນຖານ ໃນການ ຮ່າງກົດໝາຍລະຫວ່າງປະເທດ ແລະ ກຳນົດທິດທາງການພົວພັນລະ ຫວ່າງລັດຖະບານຕໍ່ລັດຖະບານເຊິ່ງ ສປປ ລາວ ກໍໄດ້ນຳໃຊ້ຫລັກການ ດັ່ງກ່າວ ເປັນບ່ອນອີງອັນແໜ້ນແກ່ນ ໃນການເປີດກວ້າງການຮ່ວມມືສາ ກົນ, ການເຄື່ອນໄຫວວຽກງານການ ຕ່າງປະເທດ, ການປົກປ້ອງສິດແລະ ເອກະລາດຂອງລາວໃນເວທີສາກົນ ຕະຫລອດໄລຍະຕໍ່ສູ້ກູ້ຊາດຈົນ ກ້າວໄປສູ່ການສະຖາປະນາ ສປປ ລາວ ໃນປີ 1975 ແລະ ຍັງເປັນ ແນວທາງພື້ນຖານໃຫ້ແກ່ຂະບວນ ວິວັດຂອງການພົວພັນຮ່ວມມືລະ ຫວ່າງສອງຊາດ ລາວ-ຈີນ ໃນອະ ດີດຜ່ານມາ, ພ້ອມທັງເປັນເຂັມທິດ ເຍືອງທາງໃຫ້ແກ່ການສ້າງແຜນ ແມ່ບົດວ່າດ້ວຍ “ການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ” ເຊິ່ງແມ່ນ ເອກະສານການເມືອງທີ່ມີຄວາມ ໝາຍຄວາມສໍາຄັນທາງດ້ານຍຸດ ທະສາດ ໃນການຊຸກຍູ້ການພົວພັນ ຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ໃນປັດຈຸບັນ ແລະ ອະນາຄົດໃຫ້ມີ ການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ໄດ້ຮັບໝາກຜົນເປັນຮູບ ປະທຳ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງການປະກອບຄຳຄິດຄຳເຫັນ ຈາກທ່ານ ຫວາງ ຊາງ ອຸປະທູດຊົ່ວ ຄາວ, ສະຖານເອກອັກຄະລັດຖະທູດ ຈີນ ປະຈຳ ສປປ ລາວ ແລະ ທ່ານ ນາງ ວິທະຍາ ໄຊຍະວົງ ຫົວໜ້າ ສະ ຖາບັນການຕ່າງປະເທດ ທີ່ໄດ້ສະ ເໜີຈຸດກຳເນີດຂອງ 5 ຫລັກການ ດັ່ງກ່າວທີ່ຖືກສະ ເໜີຂຶ້ນໃນປີ1954 ເພື່ອນຳໃຊ້ເປັນຫລັກການພື້ນຖານ ໃນການພົວພັນລະຫວ່າງສາມຊາດ ກໍຄື ຈີນ, ອິນເດຍ ແລະ ມຽນມາ. ຫລັງຈາກນັ້ນ, 5 ຫລັກການແຫ່ງ ການຢູ່ຮ່ວມກັນໂດຍສັນຕິ ໄດ້ກາຍ ເປັນຫລັກການພື້ນຖານສໍາຄັນ ທີ່ຖືກ ນໍາໃຊ້ຢ່າງກວ້າງຂວາງ ໃນການ ພົວພັນລະຫວ່າງບັນດາປະເທດ ຕ່າງໆໃນພາກພື້ນ ແລະ ສາກົນ. ຕະຫລອດໄລຍະ 70 ປີ ຜ່ານມາ, 5 ຫລັກການດັ່ງກ່າວ ໄດ້ສືບຕໍ່ສ້າງ ຜົນປະໂຫຍດອັນມະຫາສານໃຫ້ແກ່ ປະຊາຄົມໂລກ, ເປັນບ່ອນອີງສໍາຄັນ ຂອງການພົວພັນສາກົນ ແລະ ກົດ ໝາຍສາກົນ ທີ່ແທດເໝາະກັບສັງ ຄົມທຸກລະບອບ, ການພັດທະນາ ທຸກຮູບແບບ, ຮັກສາໄດ້ສິດຜົນປະ ໂຫຍດຂອງບັນດາປະເທດຕ່າງໆ ແລະ ລະດັບຂອງການພັດທະນາ ນໍາເອົາສິດສະເໜີພາບອັນແທ້ຈິງ ມາສູ່ປະຊາຊົນ ແລະ ຕ້ານກັບການ ຜູກຂາດຕໍ່ກິດຈະການສາກົນ ຫລື ການເປັນເຈົ້າໂລກພຽງຜູ້ດຽວ, ເປັນ ເຄື່ອງມືອັນສັກສິດໃນການຮັກສາ ສິດອະທິປະໄຕ ແລະ ເອກະລາດ ຂອງປະເທດກໍາລັງພັດທະນາ, ເປັນຄັນທຸງແຫ່ງການຮ່ວມມືກັນ, ເສີມຂະຫຍາຍຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ເພື່ອນຳໄປສູ່ການຮ່ວມມືຮອບ ດ້ານ, ພ້ອມທັງປະກອບສ່ວນຊຸກຍູ້ກໍ່ ສ້າງລະບຽບຂັ້ນຕອນຂອງການ ເມືອງ-ເສດຖະກິດສາກົນໃຫ້ມີຄວາມ ສະເໝີພາບ ແລະ ເປັນເຄື່ອງມືໃນ ການແກ້ໄຂບັນຫາຂໍ້ຂັດແຍ່ງທາງ ປະຫວັດສາດລະຫວ່າງປະເທດ. ສຳລັບ ສປປ ລາວ, ຕະຫລອດ ຫລາຍສິບປີຜ່ານມາຍາມໃດກໍໄດ້ ຍຶດໝັ້ນການເປີດກວ້າງການຮ່ວມມື ສາກົນຕາມທິດ “ເພີ່ມມິດ-ຫລຸດ ຜ່ອນສັດຕູ” ແລະ ໄດ້ຂະຫຍາຍສາຍ ພົວພັນຮ່ວມມືທັງພາກ ລັດ, ສາຍພັກ ແລະ ຜ່ານອົງການຈັດຕັ້ງມະຫາ ຊົນ ກໍຄື ກັບການອົງຈັດຕັ້ງສາກົນ ຢ່າງກວ້າງຂວາງ, ສ້າງສາຍພົວ ພັນມິດຕະພາບຮ່ວມມືອັນກວ້າງ ຂວາງກັບນາໆຊາດ ບົນຫລັກການ ແຫ່ງຄວາມສະເໝີພາບ, ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ເຄົາລົບ ເອກະລາດ, ອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງກັນ ແລະ ກັນ, ບໍ່ແຊກແຊງເຂົ້າໃນກິດຈະການ ຂອງກັນ ແລະ ກັນ, ບໍ່ຂົ່ມຂູ່ ແລະ ບໍ່ ໃຊ້ກຳລັງຮຸນແຮງຕໍ່ກັນ ແລະ ແກ້ໄຂ ຂໍ້ຂັດແຍ່ງລະຫວ່າງປະເທດດ້ວຍ ສັນຕິວິທີ ເຊິ່ງທັງໝົດທີ່ກ່າວມານັ້ນ, ກໍລ້ວນແຕ່ສະແດງເຖິງຫລັກການ ອັນເປັນພື້ນຖານຂອງ 5 ຫລັກການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ. ພາບ: ຂັນໄຊ ບາງ ແນໃສ່ຮັດແໜ້ນການຮ່ວມມື ລະຫວ່າງ ບັນດາປະເທດສະມາຊິກ ອົງການອຸຍແນັສໂກ ທັງໃນຂອບ ຫລາຍຝ່າຍ ແລະ ສອງຝ່າຍໃນອະ ນາຄົດ. ໃນວັນທີ 20 ພຶດສະພາ 2024, ຄະນະຜູ້ແທນ ໄດ້ຢ້ຽມຊົມຫໍພິພິທະ ພັນແຫ່ງຊາດ ຫລວງພະບາງ ແລະ ຕົວເມືອງມໍລະດົກໂລກ ຫລວງພະ ບາງ. ຈາກນັ້ນ, ໃນວັນທີ 21 ພຶດພະ ພາ 2024, ຄະນະຜູ້ແທນທັງໝົດ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ວ່າດ້ວຍ ການຄຸ້ມຄອງເມືອງມໍລະ ດົກໂລກຫລວງພະບາງ, ພາຍໃຕ້ ການເປັນປະທານຮ່ວມຂອງທ່ານ ພະຂັນໄຊ ສີຄັນໄຊ ຫົວໜ້າກົມມໍລະ ດົກ, ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຄຳອິນ ຄິດຈະເດດ ເອກອັກຄະລັດ ຖະທູດ ແລະ ຫົວໜ້າຫ້ອງການຜູ້ ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການອຸຍແນັສໂກ ທີ່ນະ ຄອນຫລວງປາຣີ ປະເທດຝຣັ່ງ ໂດຍ ມີຫົວໜ້າຫ້ອງວ່າການແຂວງ ແລະ ພະແນກການທີ່ກ່ຽວຂ້ອງພາຍໃນ ແຂວງຫລວງພະບາງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ໂພໄຊ ໄຂຄຳພິ ທູນ ໄດ້ເນັ້ນວ່າ: ລັດຖະບານແຫ່ງ ສປປ ລາວ ເວລາໃດກໍມີຄວາມເອົາ ໃຈໃສ່ ແລະ ໃຫ້ຄວາມສຳຄັນໃນ ການຄຸ້ມຄອງ, ປົກປັກຮັກສາ ແລະ ບູລະນະສະຖານທີ່ທາງປະຫວັດ ສາດ, ທາງວັດທະນະທຳ ແລະ ທາງ ທຳມະຊາດ ກໍຄື ຮີດຄອງປະເພນີອັນ ດີງາມຂອງປະເທດຕົນໃຫ້ມີຄວາມ ຍືນຍົງ ແລະ ຄົງຕົວເປັນຊັບສົມບັດ ຂອງຊາດ, ເປັນມໍລະດົກໃຫ້ແກ່ລູກ ຫລານ ກໍຄື ປະຊາຊົນລາວບັນດາ ເຜົ່າ ແລະ ມວນມະນຸດ. ຕະຫລອດ ໄລຍະເວລາ 29 ປີ ທີ່ຜ່ານມາວຽກ ງານການຄຸ້ມຄອງມໍລະດົກໂລກ ຫລວງພະບາງ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເທື່ອລະກ້າວ, ສະຖາ ນະເມືອງມໍລະດົກໂລກພາຍໃຕ້ສົນ ທິສັນຍາມໍລະດົກໂລກຂອງອົງ ການອຸຍແນັສໂກ ໄດ້ປະກອບສ່ວນ ສຳຄັນເປັນຢ່າງຍິ່ງໃນການປັບປຸງ ຊີວີດການເປັນຢູ່ຂອງປະຊາຊົນ ຫລວງພະບາງ ກໍຄື ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ແລະ ຂອງປະເທດ ນັບມື້ນັບດີຂຶ້ນ ເປັນ ກ້າວໆມາ. ໂອກາດດັ່ງກ່າວ, ທ່ານຮອງລັດ ຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ນຳ ພາຄະນະຜູ້ແທນດັ່ງກ່າວ, ລົງຢ້ຽມ ຢາມເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າຫລວງ ພະບາງ ທີ່ກຳລັງຢູ່ໃນຂັ້ນຕອນການ ກໍ່ສ້າງ. ຕະຫລອດໄລຍະການ ເຄື່ອນ ໄຫວໃນຄັ້ງນີ້, ຄະນະຜູ້ແທນຕ່າງໆ ໄດ້ໃຫ້ຄວາມສົນໃຈຫລາຍໃນການ ປະກອບຄຳຄິດຄຳເຫັນ ແລະ ແລກ ປ່ຽນບົດຮຽນປະສົບການພ້ອມທັງ ໄດ້ສອບຖາມພາກລັດ ແລະ ຜູ້ພັດ ທະນາໂຄງການຢ່າງກົງໄປກົງມາ ແລະ ສ້າງສັນກ່ຽວກັບຂໍ້ມູນຕ່າງໆທີ່ ຕິດພັນກັບໂຄງການກໍ່ສ້າງເຂື່ອນ ຫລວງພະບາງ ແລະ ການຄຸ້ມຄອງ ເມືອງມໍລະດົກໂລກຫລວງພະບາງ. ຂ່າວ-ພາບ: ກຕທ

RkJQdWJsaXNoZXIy MTc3MTYxMQ==