xtgmf]k; 6 23/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ;u g7di5 [ oeg0Q k]q f75 ootrk[fu ໂດຍ: ມາລີດາ dj5 ,oa d]q 'mb o9u o wfh gxu f.sh [= ]y dko3I'cI, 5 fk; 16j rkd.8h ]k; ໂດຍ: ເກີດຂວັນໃຈ ມາລີຈັນສີ * ກຸ່ມນັກທຸລະກິດຊາວຈີນທີ່ ລົງທຶນມະຫາສານຢູ່ໂຄງການເຂດ ພັດທະນາເສດຖະກິດໃໝ່ສີທັນດອນ ໄດ້ເລີ່ມເປີດໃຫ້ບໍລິການໂຮງແຮມ ລະດັບ 5 ດາວແລ້ວໃນວັນທີ 20 ພຶດສະພາ 2024 ນີ້ ທີ່ບ້ານທ່າຄໍ້ ເມືອງໂຂງ ແຂວງຈໍາປາສັກ ໂດຍ ການເປັນປະທານຮ່ວມເປີດທົດ ລອງ ບໍລິການ ໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈໍາ ປາສັກ ແລະ ທ່ານ ເຈິ້ງ ເຈຍ ເຟີງ (Zheng JIA FENG) ປະທານ ກຸ່ມບໍລິສັດ ແມ່ນໍ້າເຫລືອງ (ເປັນ ບໍລິສັດແມ່ຂອງບໍລິສັດລາວມະຫາ ນະທີ ສີທັນດອນ (ຮົງກົງ) ການ ລົງທຶນ ຈໍາກັດ ທີ່ເປັນໜຶ່ງໃນສອງ ບໍລິສັດ ທີ່ກໍ່ຕັ້ງ ບໍລິສັດ ຮ່ວມພັດທະ ນາສີທັນດອນ ຈໍາກັດ); ມີ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ ໜັງສື ພິມປະຊາຊົນ; ທ່ານ ເຈຍ ທ່າວລິດ ເຈົ້າແຂວງຊຽງແຕງ ແຫ່ງລາຊະ ອານາຈັກກຳປູເຈຍ ແລະ ບັນດາ ການນໍາຂັ້ນຕ່າງໆຂອງແຂວງຈໍາ ປາສັກ, ລວມເຖິງພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ການເປີດເປີດໂຮງແຮມ 5 ດາວ ຄັ້ງນີ້ແມ່ນການຢືນຢັນເຖິງເຈດຕະ ນາລົມຂອງນັກລົງທຶນທີ່ເຮັດແທ້ ທໍາຈິງ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທໍາ ແລະ ເຊື່ອມໂຍງ ເຊື່ອມຈອດກັບພາກພື້ນອາຊຽນ ຢ່າງໜັກແໜ້ນ. ທ່ານ ລີ ຊ໊ຽນ (LI XIANG) ປະທານບໍລິສັດ ຮ່ວມພັດທະນາ ສີທັນດອນ ຈໍາກັດ ໄດ້ຂຶ້ນກ່າວຂອບ ໃຈຕໍ່ພັກ-ລັດຖະບານລາວແລະ ທຸກ ພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ແລະ ແກ້ໄຂບັນຫາ ຕ່າງໆ ໃນໄລຍະຜ່ານມາ; ພ້ອມທັງ ລາຍງານໃຫ້ຮູ້ວ່າ: ໂຮງແຮມ ມ່ວນ ມ່ວນ ບູຕິກ ທີ່ເປີດທົດລອງໃຫ້ບໍລິ ການນີ້, ມີພື້ນທີ່ການຊົມໃຊ້ຫລາຍ ກວ່າ 70.000 ຕາແມັດ, ມີທັງໝົດ 122ຫ້ອງຊຶ່ງໄດ້ເຊີນບໍລິສັດທີ່ມີປະ ສົບການຈາກສິງກະໂປມາເປັນຜູ້ບໍ ລິຫານ. ໃນໄລຍະຜ່ານມາ, ນັບແຕ່ ບໍລິສັດໄດ້ເຊັນສັຍຍາຢ່າງເປັນທາງ ການກັບລັດຖະບານໃນປີ2018, ບໍ ລິສັດກໍໄດ້ເລີ່ມວາງສີລາລືກກໍ່ສ້າງ ໂຮງແຮມແຕ່ປີ 2019 ດ້ວຍມູນຄ່າ ການລົງທຶນຕົວຈິງ24ລ້ານກວ່າໂດ ລາ, ສຳເລັດການກໍ່ສ້າງ ແລະ ເປີດ ທົດລອງບໍລິການໃນປີນີ້.ພ້ອມນີ້,ບໍລິ ສັດ ກໍໄດ້ລະດົມທຶນເຂົ້າໃສ່ໃນການ ພັດທະນາຫລາຍໆໂຄງການເປັນ ຕົ້ນແຫລ່ງທ່ອງທ່ຽວນໍ້າຕົກຕາດ ຄອນພະເພັງ-ສົມພະມິດ, ໂຄງການ ສາງຄ່ຽນຖ່າຍສິນຄ້າ, ອາຄານຕິບ ເຂົ້າ ແລະ ອາຄານໂຮງແຮມແຄນ ຄູ່...;ພ້ອມນັ້ນ,ກໍປະກອບສ່ວນຕໍ່ສັງ ຄົມ ໂດຍການກໍ່ສ້າງເສັ້ນທາງອ້ອມ ດອນໂຂງ, ກໍ່ສ້າງໂຮງຮຽນປະຖົມ ບ້ານຂີ້ນາກ ແລະ ອື່ນໆອີກຫລາຍ ໂຄງການ. ບໍລິສັດຍັງໄດ້ຮ່ວມກັບ ລັດວິສາຫະກິດການບິນລາວ ເປີດ ເສັ້ນທາງການບິນ ປາກເຊ-ກວາງ ໂຈ; ກວາງໂຈ-ປາກເຊ ເພື່ອຄວາມ ສະດວກໃນການເດີນທາງ ທັງເປັນ ການຊຸກຍູ້ການພັດທະນາທາງ ດ້ານເສດຖະກິດ-ສັງຄົມ. ບໍລິສັດ ໄດ້ປະກອບສ່ວນມອບພັນທະອາ ກອນ, ຍົກລະດັບສິ່ງອຳນວຍຄວາມ ສະດວກ, ການບໍລິການສາທາລະ ນະຂອງແຂວງຈໍາປາສັກ, ສະເພາະ ການເປີດທົດລອງບໍລິການຂອງ ໂຮງແຮມ ມ່ວນມ່ວນ ບູຕິກ ກໍຄາດ ຫວັງວ່າຈະກາຍເປັນໜຶ່ງຕ່ອງໂສ້ ໃນການຊຸກຍູ້ທຸລະກິດຕ່າງໆ ທັງ ເປັນການຮອງຮັບແກ່ນັກທ່ອງທ່ຽວ ແລະ ຮອງຮັບນັກລົງທຶນ ຊຶ່ງບໍລິສັດ ກໍຈະພະຍາຍາມດຶງເອົາການລົງ ທຶນເຂົ້າມາອີກ ໂດຍສະເພາະທຶນ ຈາກ ອ້າວເໝິນ ສປ ຈີນ ຫລື ສິງ ກະໂປ ເພື່ອເຂດພັດທະນາເສດຖະ ກິດໃໝ່ ສີທັນດອນ ໄດ້ພັດທະນາ ໄວຂຶ້ນ. ທ່ານ ເຢ ຫລົງຊູ (YE RONG ZU) ຫົວໜ້າສະມາຄົມສິງກະໂປ ນັກລົງທຶນໃນໂຄງການເຂດພັດທະ ນາເສດຖະກິດໃໝ່ ສີທັນດອນ ໄດ້ ກ່າວວ່າ: ໂຮງແຮມແຫ່ງນີ້, ມີຄຸນ ນະພາບໃນການບໍລິການທີ່ສູງ ລະ ດັບ 5 ດາວ ຊຶ່ງຈະສາມາດຮັບໃຊ້ ຜູ້ທີ່ມາພັກໄດ້ຢ່າງມີຄວາມສຸກສະ ບາຍໃຈ, ສະດວກສະບາຍ ຊຶ່ງເປັນ ສິ່ງອຳນວຍຄວາມສະດວກແກ່ການ ມາທ່ອງທ່ຽວເຂດມະຫານະທີສີທັນ ດອນແລະ ໃນມື້ນີ້ກໍມີນັກທ່ອງທ່ຽວ ຈາກ ສປ ຈີນ ມານໍາໃຊ້ບໍລິການ ເປັນຊຸດທໍາອິດມາທ່ຽວຊົມຮີດຄອງ ປະເພນີທີ່ເປັນເອກະລັກ. ພ້ອມນີ້, ກໍ ໄດ້ກ່າວວ່າ: ການລົງທຶນຢູ່ທີ່ນີ້ແມ່ນ ສາມາດຫວັງຜົນໄດ້ຮັບເປັນຢ່າງດີ, ການເຂົ້າຮ່ວມໃນການລົງທຶນໃນ ການກໍ່ສ້າງຕົວເມືອງໃໝ່ນີ້ ກໍເປັນ ໂອກາດທີ່ດີ ແລະ ນັກລົງທຶນບໍ່ຄວນ ພາດ ຊຶ່ງບັນດານັກລົງທຶນທີ່ມາ ຮ່ວມງານມື້ນີ້ ກໍມາສຳຫລວດດ້ວຍ ຕົນເອງ ເພື່ອການຕັດສິນໃຈລົງທຶນ ພັດທະນາຮ່ວມກັນ. ຂະນະທີ່, ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກໍໄດ້ຕາງໜ້າກະຊວງ ກ່າວຍ້ອງຍໍຊົມເຊີຍ ມາຍັງບໍລິສັດ ທີ່ມີຄວາມພະຍາຍາມ ແລະ ຕັ້ງໃຈ ໃນການພັດທະນາໂຄງການ ຊຶ່ງ ການເປີດທົດລອງບໍລິການຂອງ ໂຮງແຮມແຫ່ງນີ້ ກໍເປັນໜຶ່ງໃນ ຫລາຍໂຄງການພັດທະນາຂອງ ເຂດ ແລະ ເຊື່ອໝັ້ນວ່າຈະກາຍເປັນ ສ່ວນໜຶ່ງຂອງການພັດທະນາ ແລະ ປັບປຸງໂຄງລ່າງພື້ນຖານ, ສິ່ງອຳ ນວຍຄວາມສະດວກທີ່ຕິດພັນກັບ ການທ່ອງທ່ຽວຂອງ ສປປ ລາວ. ພ້ອມນີ້, ກໍໄດ້ສະເໜີບໍລິສັດວ່າ ໃຫ້ມີ ຄວາມຮ່ວມມືໃນການພັດທະນາບຸກ ຄະລາກອນທ້ອງຖິ່ນທາງດ້ານປະ ລິມານ ແລະ ຄຸນນະພາບ ພ້ອມທັງ ສະໜັບສະໜູນ ແລະ ສ້າງເງື່ອນໄຂ ໃຫ້ທ້ອງຖິ່ນໄດ້ມີສ່ວນຮ່ວມຫລາຍ ເທົ່າທີ່ຈະຫລາຍໄດ້ ທັງນີ້ກໍເພື່ອເປັນ ການສ້າງວຽກເຮັດງານທໍາ ແລະ ສ້າງລາຍໄດ້ໃຫ້ແກ່ຊຸມຊົນປະກອບ ສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງ ແຂວງຈໍາປາສັກ ເວົ້າສະເພາະ, ເວົ້າລວມ ກໍຄື ສປປ ລາວ ໃຫ້ນັບມື້ນັບເພີ່ມຂຶ້ນ. ທ່ານ ສົມບູນ ເຮືອງວົງສາ ກໍໄດ້ ຕີລາຄາສູງຕໍ່ການເປີດທົດລອງ ບໍລິການຂອງໂຮງແຮມແຫ່ງນີ້ວ່າ: ນີ້ເປັນຜົນສຳເລັດໜຶ່ງ ທີ່ຈະຍູ້ແຮງ ການຈັດຕັ້ງປະຕິບັດບັນດາໂຄງ ການຂອງເຂດໃຫ້ສຳເລັດທຸກກິດ ຈະກຳທີ່ກຳນົດໄວ້ ຊຶ່ງຈະສ້າງຜົນ ປະໂຫຍດຢ່າງຫລວງຫລາຍ, ສ້າງ ວຽກເຮັດງານທໍາໃຫ້ແກ່ປະຊາຊົນ, ສ້າງຜົນໄດ້ຮັບໃຫ້ແກ່ບໍລິສັດ ແລະ ສ້າງລາຍຮັບເຂົ້າງົບປະມານຂອງ ລັດ; ພ້ອມນີ້, ກໍຮຽກຮ້ອງໃຫ້ບໍລິສັດ ສືບຕໍ່ເປັນເຈົ້າການ ໂດຍປະສານ ສົມທົບຢ່າງກົມກຽວກັບຂະແໜງ ການກ່ຽວຂ້ອງຂອງເມືອງ, ແຂວງ ແລະ ສູນກາງ ເພື່ອພ້ອມກັນຈັດ ຕັ້ງປະຕິບັດບັນດາໜ້າວຽກ, ບັນດາ ກິດຈະກຳ ໃຫ້ມີຜົນສຳເລັດ. * ບໍລິສັດ ວີເຄກຣຸບ ຫລື ວີເຄ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ແມ່ນບໍ ລິສັດ ນຳເຂົ້າ ແລະຈຳໜ່າຍ ລົດໃຫຍ່ຫລາຍຍີ່ຫໍ້ເຊັ່ນ: ຍີ່ຫໍ້ JAC ເປັນລົດບັນທຸກ, ລົດບັນທຸກໜັກຍີ່ຫໍ້ HOWO, ລົດກົນຈັກ ໜັກຍີ່ຫໍ້ LIUGONG, ລົດຫລູຍີ່ຫໍ້ HONGQI, GAC, AION, VOLKS Wagen, TOYOTA, Tesla, AUDI ແລະ ອື່ນໆ ຕາມຄວາມຕ້ອງການຂອງ ສັງຄົມ ເປັນເວລາຫລາຍສີ ບ ປີຜ່ານ ມາດ້ວຍຄວາມຊື່ສັດ, ຈິງໃຈ, ຄັດ ສັນສິນຄ້າທີ່ມີຄຸນນະພາບມາໃຫ້ບໍ ລິການ, ຕ້ອງມີການປັບປຸງ ແລະ ພັດທະນາອົງກອນໃຫ້ທັນຍຸກທັນ ສະໄໝຢູ່ຕະຫລອດເວລາ ຈຶ່ງເຮັດ ໃຫ້ລູ ກຄ້ າທີ່ ມ າໃ ຊ້ບໍ ລິການ ໄ ວ້ເນື້ອ ເຊື່ອໃຈຈົນໄດ້ຮັບລາງວັນຫລາຍ ລາງວັນໃນເວທີສາກົນ. ທ່ານນາງ ວຽງຄຳ ທອງນາລີ ປະທານບໍລິສັດ ວີເຄກຣຸບ ຫລື ວີເຄ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ໃຫ້ຮູ້ວ່າ: ບໍລິສັດວີເຄກຣຸບຫລືວີເຄ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ ສ້າງຕັ້ງມາແຕ່ປີ 2009 ກິດຈະ ການຫລັກແມ່ນນຳເຂົ້າ ແລະ ຈຳ ໜ່າຍລົດໃຫຍ່ຫລາຍຍີ່ຫໍ້ເຊັ່ນ: ຍີ່ຫໍ້ JAC ເປັນລົດບັນທຸກ, ລົດບັນ ທຸກໜັກຍີ່ຫໍ້ HOWO, ລົດກົນຈັກ ໜັກຍີ່ຫໍ້ LIUGONG, ລົດຫລູຍີ່ຫໍ້ HONGQI,GAC,AION,VOLKS Wagen, TOYOTA, Tesla, AUDI ແລະ ອື່ນໆ. ນອກນີ້, ພວກ ເຮົາ ຍັງມີໂຮງງານຜະລິດຖັງລົດທີ່ ມີເຄື່ອງມືທັນສະໄໝທີ່ສຸດໃນ ສປປ ລາວ, ໂຮງງານອັດສະຝານ ທີ່ໃຫຍ່ ທີ່ສຸດນຳເຂົ້າ ແລະ ຈຳໜ່າຍຢາງ ໝາກຕອຍ, ມີກິດຈະການບໍ່ແຮ່, ບໍລິການລົດຕັກຊີ, ສະຖານີສາກ ໄຟຂອງລົດໄຟຟ້າ, ມີສູນຈຳໜ່າຍ ແລະບໍລິການຫລັງການຂາຍລົດ ໃຫຍ່ 20 ສາຂາທົ່ວປະເທດ ໃນນີ້ ມີ 8 ສູນໃນນະຄອນຫລວງວຽງຈັນ. ພິເສດກຸ່ມບໍລິສັດ ວີເຄ ຍັງມີກິດຈະ ການກໍ່ສ້າງໃນນາມບໍລິສັດ VKISC ເຊິ່ງມີຜົນງານຮ່ວມກໍ່ສ້າງທາງ ເລກ 11 ນະຄອນຫລວງວຽງຈັນເມືອງປາກລາຍ ແຂວງໄຊຍະບູລີ ແລະ ປັດຈຸບັນແມ່ນຮັບເໝົາກໍ່ສ້າງ ຂົວຂ້າມນໍ້າຂອງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງ ການ ໂຄງການນີ້ເປັນໂຄງການທີ່ຂ້າ ພະເຈົ້າມີຄວາມພາກພູມໃຈຫລາຍ ທີ່ໄດ້ມີສ່ວນຮ່ວມໃນການກໍ່ສ້າງ ພື້ນຖານໂຄງລ່າງສາຍສຳພັນ ລະ ຫວ່າງ 2 ປະເທດ ລາວ-ໄທ ແລະ ເປັນບໍລິສັດລາວ ທຳອິດທີ່ມີຄວາມ ສາມາດໃນການກໍ່ສ້າງຂົວຂ້າມແມ່ ນໍ້າຂອງ ຂົວແຫ່ງນີ້ຈະມີອາຍຸການ ໃຊ້ງານປະມານ 100 ປີ (ປະຫວັດ ສາດຈະຈາລຶກພວກເຮົາຢ່າງໜ້ອຍ 100 ປີ) ແລະ ຈະສຳເລັດການກໍ່ ສ້າງໃນທ້າຍປີ 2024 ນີ້ເຊິ່ງຜ່ານ ມາວຽກງານສັງຄົມ ພວກເຮົາກໍ່ໄດ້ ມີການປະກອບສ່ວນສະໝໍ່າສະເໝີ ໃນການຊ່ວຍເຫລືອໄພພິບັດທາງ ສັງຄົມປະກອບສ່ວນຫລາຍກິດຈະ ກຳໃນຫລາຍພາກສ່ວນພິເສດແມ່ນ ຂ້າພະເຈົ້າມັກຊື້ເຄື່ອງໄປບໍລິຈາກ ໃຫ້ເດັກນ້ອຍຜູ້ທຸກຍາກຢູ່ເຂດໄກ ສອກຫລີກ. ສຳລັບວິໄສທັດໃນການ ບໍລິຫານທຸລະກິດຂອງຂ້າພະເຈົ້າ ແມ່ນຕ້ອງຊື່ສັດ, ຈິງໃຈ, ຄັດສັນສິນ ຄ້າທີ່ມີຄຸນນະພາບມາໃຫ້ບໍລິການ, ຕ້ອງມີການປັບປຸງ ແລະ ພັດທະນາ ອົງກອນໃຫ້ທັນຍຸກທັນສະໄໝຢູ່ຕະ ຫລອດເວລາຂ້າພະເຈົ້າຂໍສະແດງ ຄວາມຂອບໃຈມາຍັງທີມງານອ້າຍ ເອື້ອຍນ້ອງ VK GROUP ຂອງ ພວກເຮົາ ແລະ ລູກຄ້າທຸກໆທ່ານທີ່ ໃຫ້ການສະຫນັບສະຫນູນພວກເຮົາ ດ້ວຍດີຕະຫລອດມາຂໍໃຫ້ທຸກທ່ານ ໂຊກດີມີໄຊໃນທຸລະກິດແລະຊີວິດ ຄອບຄົວ.
RkJQdWJsaXNoZXIy MTc3MTYxMQ==