5877

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 23/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp z6h cmovq 'dko vvxl g0Q k1h P,0j eoa [Iv'sq ;|h k vq 'dkowvptdkoxt-k-q ol6 'l5 f ll s;Pfok, ຂປລ. ຕອນບ່າຍວັນທີ 21 ພຶດ ສະພາ 2024, ຄະນະຜູ້ແທນອົງ ການໄອຍະການ ປະຊາຊົນສູງສຸດ (ອອປສ)ແຫ່ງສປປລາວນໍາ ໂດຍ ສະຫາຍ ບຸນທ່ຽງ ວິໄລວົງ ຮັກສາ ການຫົວໜ້າຫ້ອງການອົງການໄອ ຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່າ ນັບສະຫາຍ ຫງຽນ ກວາງຢຸ້ງ ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດແຫ່ງສສຫວຽດນາມ ໃນ ໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການລະ ຫວ່າງ ວັນທີ 20-24 ພຶດສະພາ 2024 ທີ່ ສສ ຫວຽດນາມ. ສະຫາຍຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມ ຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີ ລາຄາສູງຕໍ່ກັບການມາເຄື່ອນໄຫວ ຍິ່ງໆຂຶ້ນ. ໂອກາດນີ້, ສະຫາຍ ບຸນທ່ຽງ ວິໄລວົງ ຕາງໜ້າໃຫ້ຄະນະຜູ້ແທນ ລາວ ສະແດງຄວາມຂອບໃຈຢ່າງ ສູງຕໍ່ກັບການຕ້ອນຮັບອັນອົບອຸ່ນ, ພ້ອມທັງລາຍງານໃຫ້ຊາບຈຸດປະ ສົງການມາຢ້ຽມຢາມ ແລະ ເຮັດ ວຽກງານຮ່ວມກັບຄະນະນໍາຫ້ອງ ການ, ຄະນະບັນນາທິການຂ່າວສານ ປົກປ້ອງກົດໝາຍແລະຄະນະບັນນາ ທິການວາລະສານຂອງອົງໄອຍະ ການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໃນບາດກ້າວໃໝ່ ແລະ ກໍເປັນຄັ້ງທໍາອິດ ໃນການແລກປ່ຽນ ຂໍ້ມູນເຊິ່ງກັນ ແລະ ກັນເຊິ່ງ ເຫັນວ່າ ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ພ້ອມໃຫ້ການສະໜັບສະໜູນຊ່ວຍ ເຫລືອກັນຕາມຄວາມເໝາະສົມ. ຂ່າວ: ວົງເດືອນ ສຸພັນທອງ ພາບ: ແສງພະຈັນ ຄຳມະນີ ຄຳມ່ວນ ເປີດຂະບວນ... ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ເປີດຂະບວນການຈົດທະບຽນການ ເກີດຜ່ານລະບົບຄຸ້ມຄອງຂໍ້ມູນ ພົນລະເມືອງ ເອເລັກໂຕຣນິກ (eCRVS)ໃນວັນທີ 21ພຶດສະພາ 2024 ໂດຍການເປັນປະທານ ຮ່ວມ ຂອງທ່ານ ນາງ ລີວົງ ລາວລີ ຮອງ ລັດຖະມົນຕີກະຊວງພາຍໃນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງ ເຈົ້າແຂວງຄໍາມ່ວນ, ມີບັນດາເຈົ້າ ເມືອງ-ຮອງເຈົ້າເມືອງຈາກ 10 ເມືອງພາຍໃນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນພິທີ ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ໃຫ້ຮູ້ວ່າ: ວຽກງານ ການຄຸ້ມຄອງພົນລະເມືອງ ຫລືການ ເກັບກໍາສະຖິຕິພົນລະເມືອງເປັນ ວຽກງານຍຸດທະສາດແຫ່ງການ ປົກຄອງຂອງພັກ ແລະ ລັດຖະບານ ເພາະວ່າພົນລະເມືອງ ປະກອບດ້ວຍ ຫລາຍຊົນເຜົ່າ, ຫລາຍສາສະໜາ ເຊິ່ງເປັນກໍາລັງແຫ່ງຄວາມສາມັກ ຄີໃນການປະກອບສ່ວນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ ກໍຄື ບ້ານເກີດຂອງຕົນ. ສະນັ້ນ, ການເປີດຂະບວນການຈົດ ທະບຽນການເກີດຜ່ານລະບົບຄຸ້ມ ຄອງຂໍ້ມູນພົນລະເມືອງເອເລັກໂຕຣ ນິກ ໃນຄັ້ງນີ້, ມີຄວາມສໍາຄັນຫລາຍ ສໍາລັບເມືອງທ່າແຂກ ກໍຄື ແຂວງ ຄໍາມ່ວນ. ການຫັນວຽກງານຄຸ້ມ ຄອງພົນລະເມືອງໄປສູ່ລະບົບທີ່ທັນ ສະໄໝໃນໄລຍະຜ່ານມາ ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ໄດ້ ໃຫ້ຄວາມສໍາຄັນຫລາຍຕໍ່ກັບວຽກ ງານດັ່ງກ່າວ ໂດຍໄດ້ກໍານົດເຂົ້າ ເປັນວຽກງານໜຶ່ງໃນແຜນພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນວຽກງານຈົດ ທະບຽນ ແລະ ສະຖິຕິພົນລະເມືອງ ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຮອດ ປີ 2025 ຈະສູ້ຊົນໃຫ້ພົນລະເມືອງ ແລະ ເດັກເກີດໃໝ່ ໃຫ້ໄດ້ຮັບການ ຈົດທະບຽນ ແລະ ມີໃບຢັ້ງຢືນການ ເກີດເປັນທາງການຢ່າງໜ້ອຍໃຫ້ ໄດ້ 80% ຂຶ້ນໄປ ໂດຍແຂວງຄໍາ ມ່ວນ ຈະພະຍາຍາມສູ້ຊົນ ແລະ ໃຫ້ ຄໍາໝັ້ນສັນຍາວ່າຈະໃຫ້ບັນລຸຕາມ ຄາດໝາຍທີ່ວາງໄວ້. ໃນໂອກາດນີ້, ທ່ານ ນາງ ລີວົງ ລາວລີກໍໄດ້ມີຄໍາເຫັນວ່າ: ລະບົບຄຸ້ມ ຄອງຂໍ້ມູນພົນລະເມືອງເອເລັກໂຕຣ ນິກ ໄດ້ເລີ່ມພັດທະນາໃນປີ 2022 ແລະ ໄດ້ເປີດການນໍາໃຊ້ລະບົບການ ຈົດທະບຽນການເກີດ ແລະ ການ ເສຍຊີວິດໃນເດືອນກຸມພາ 2023 ເປັນຕົ້ນມາ. ລະບົບດັ່ງກ່າວຕອບ ສະໜອງຂໍ້ມູນ ແລະ ອໍານວຍຄວາມ ສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາ ໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ ມູນຂອງພົນລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະ-ວິໄຈສະຖິຕິ ພົນລະເມືອງ ເພື່ອວາງແຜນພັດທະ ນາເສດຖະກິດ-ສັງຄົມຂອງລັດຖະ ບານ, ເປົ້າໝາຍຕົວຊີ້ວັດແຜນພັດ ທະນາແບບຍືນຍົງ, ຖະແຫລງການ ເຊກອງ... ເປີດ ວັນສັກຢາກັນພະຍາດແຫ່ງ ຊາດ(ວສຊ)ກັນພະຍາດໝາກແດງ ໃຫຍ່-ໝາກແດງນ້ອຍ ໃຫ້ເດັກອາ ຍຸ 9 ເດືອນ ຫາ 5 ປີ (ບໍ່ເສຍຄ່າ) ຢູ່ ແຂວງເຊກອງ ໄດ້ເປີດຂຶ້ນຢ່າງ ເປັນທາງການ ໃນວັນທີ 20 ພຶດສະ ພາ 2024 ແລະ ມີກໍານົດເຄື່ອນໄຫວ ຮອດວັນທີ 31 ພຶດສະພາ 2024 ໃຫ້ສໍາເລັດ ໂດຍໄດ້ຮັບການສະໜັບ ສະໜູນດ້ານງົບປະມານຈາກລັດ ຖະບານ, ພະແນກສາທາລະນະສຸກ ແຂວງ, ອົງການຈັດຕັ້ງສາກົນ ຊຶ່ງ ເປັນຄູ່ຮ່ວມພັດທະນາທີ່ຄອຍຊ່ວຍ ເຫລືອແກ່ວຽກງານສາທາລະນະ ສຸກ ໃຫ້ມີຄວາມເຂັ້ມແຂງ ແລະ ສົມ ບູນແບບ ພ້ອມທີ່ຂັບເຄື່ອນສູ່ຜົນສໍາ ເລັດ. ພ້ອມນີ້, ວິຊາການທີ່ລົງເຄື່ອນ ໄຫວສັກວັກຊິນ ຫລື ສັກຢາ ກໍແມ່ນ ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີປະສົບການ ແລະ ໄດ້ຜ່ານການປະ ເມີນຈາກກະຊວງສາທາລະນະສຸກ (ກົມອະນາໄມ-ສົ່ງເສີມສຸຂະພາບ ແລະ ສູນແມ່-ເດັກ). ທ່ານ ດຣ ບົວໄລ ເກດຈັນ ກ່າວ ຕື່ມວ່າ: ການສັກຢາ ແລະ ຢອດຢາ ແມ່ນເປັນການກັນພະຍາດໄວ້ລ່ວງ ໜ້າທີ່ມີວິທະຍາສາດ, ເປັນການ ລົງທຶນທີ່ປະຢັດ, ລາຄາຖືກ ແລະ ຄຸ້ມຄ່າທີ່ສຸດ ຖ້າທຽບໃສ່ການປິ່ນ ປົວເມື່ອພະຍາດເກີດ. ສະນັ້ນ, ຈຶ່ງ ຂໍເຊີນຊວນ ແລະ ຂໍຮຽກຮ້ອງໃຫ້ພໍ່ ແມ່ປະຊາຊົນ ມີຄວາມຕື່ນຕົວນໍາ ພາລູກ-ຫລານຂອງຕົນ ໄປຮັບການ ສັກວັກຊິນ ຕາມຈຸດບໍລິການຕ່າງໆ ທີ່ຂະແໜງສາທາລະນະສຸກກໍານົດ ໄວ້ ທັງນີ້ກໍເພື່ອເປັນການສ້າງພູມ ຄຸ້ມກັນລວມໝູ່ ແລະ ເຮັດໃຫ້ລູກຫລານມີສຸຂະພາບແຂງແຮງ. ຂ່າວ: ສັນຍາ ແຫລ່ງຂ່າວຈາກແຂວງເຊກອງ ເອດີບີ ແລະ ... ທ່ານ ນາງ ໂຊໂນມີ ທະນາກະ ຫົວໜ້າສໍານັກງານທະນາຄານພັດ ທະນາອາຊີ ປະຈຳ ສປປ ລາວ ໄດ້ ກ່າວວ່າ: ໂຄງການລິເລີ່ມຂອງທະ ນາຄານພັດທະນາອາຊີ ແມ່ນການ ລິເລີ່ມການພັດທະນາຢ່າງມີວິໄສ ທັດທີ່ລົງທຶນໃສ່ບໍລິສັດ ທີ່ເປັນວິສາ ຫະກິດຂະໜາດນ້ອຍ ແລະ ກາງ ທີ່ ຍັງໜຸ່ມນ້ອຍ ແຕ່ມີຜົນປະກອບການ ເຕີບໂຕໄວຢ່າງຕໍ່ເນື່ອງເຊິ່ງເປັນວິ ສາຫະກິດມີທ່າກ້າວ ໂດຍນໍາໃຊ້ເຕັກ ໂນໂລຊີ ແລະ ໃຫ້ພວກເຂົາມີທຶນ ພ້ອມທັງເຄື່ອງມືດັ່ງທີ່ພວກເຂົາ ຕ້ອງການໃນການສ້າງ ແລະ ຫັນ ປ່ຽນອຸດສາຫະກຳ ທ້ອງຖິ່ນຢູ່ ສປປ ລາວ, ອົງການພັດທະນາສາກົນ ສະຫະລັດອາເມລິກາ ໄດ້ປະກອບ ສ່ວນທຶນສົມທົບມູນຄ່າ 3 ລ້ານໂດ ລາສະຫະລັດ ເຂົ້າໃສ່ໂຄງການດັ່ງ ກ່າວ. ນອກຈາກນີ້, ໂຄງການຍັງ ໄດ້ຮັບທຶນສະໜັບສະໜູນຈາກກະ ຊວງເສດຖະກິດແລະການເງິນຂອງ ສາທາລະນະລັດເກົາຫລີ ແລະ ທະ ນາຄານພັດທະນາອາຊີ. ພ້ອມກັນນີ້, ທ່ານ ຄູເລີນ ຮິວ (Cullen Hughes) ຮັກສາການ ຜູ້ຕາງໜ້າອົງການ USAID ປະຈຳ ສປປ ລາວ ໄດ້ມີຄຳເຫັນວ່າ: ອົງ ການພັດທະນາສາກົນສະຫະລັດ ອາເມລິກາ ມີຄວາມພາກພູມໃຈທີ່ ໄດ້ຮ່ວມມືກັບທະນາຄານພັດທະ ນາອາຊີ ແລະ ສາທາລະນະລັດ ເກົາຫລີ ໂດຍການປະກອບທຶນເຂົ້າ ໃສ່ໂຄງການດັ່ງກ່າວ ເຊິ່ງການປະ ກອບສ່ວນທຶນນີ້ ເປັນການສະໜັບ ສະໜູນຂອງອົງການພັດທະນາສາ ກົນສະຫະລັດອາເມລິກາ ເພື່ອຊຸກ ຍູ້ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດຂອງ ສປປ ລາວ ໃນ ຂົງເຂດການພັດທະນາວິສາຫະກິດ ຂະໜາດນອ້ຍ ແລະ ກາງ ແລະ ການ ເຕີບໂຕສີຂຽວ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ຢ້ຽມຢາມແລະເຮັດວຽກຂອງຄະນະ ຜູ້ແທນອົງການໄອຍະການປະຊາ ຊົນສູງສຸດໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ເພີ່ມພູມຄູນສ້າງແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມູນ ເຊື້ອມາແຕ່ດົນນານ ໂດຍສະເພາະ ແມ່ນການຮ່ວມມືຮອບດ້ານລະ ຫວ່າງ ສອງອົງການໄອຍະການປະ ຊາຊົນ ຫວຽດນາມ-ລາວ, ລາວຫວຽດນາມ ນັບມື້ຈະເລີນງອກງາມ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານ ໄດ້ຮ່ວມລົງນາມ ແລະ ຮັບຮອງກັບ ສາກົນ. ການເປີດຂະບວນການຈົດ ທະບຽນການເກີດໃນຄັ້ງນີ້, ແມ່ນ ສ້າງຂະບວນປຸກລະດົມຄວາມຮັບຮູ້ ແລະ ຄວາມຕື່ນຕົວຂອງພົນລະ ເມືອງຢ່າງຕໍ່ເນື່ອງ ໂດຍຜ່ານທຸກ ຊ່ອງທາງທີ່ເປັນໄປໄດ້ ເພື່ອໃຫ້ພົນ ລະເມືອງມາຊົມໃຊ້ການບໍລິການ ລະບົບການຈົດທະບຽນການເກີດ ຜ່ານລະບົບເອເລັກໂຕຣນິກ ຢ່າງ ທົ່ວເຖິງ ແລະ ກວ້າງຂວາງ. ທັງນີ້, ກໍເພື່ອໃຫ້ໄດ້ສະຖິຕິພົນລະເມືອງ ປະຈໍາປີ ຈາກລະບົບຂໍ້ມູນການຈົດ ທະບຽນພົນລະເມືອງ, ຜະລິດ, ເຜີຍ ແຜ່ແລະນໍາໃຊ້ສະຖິຕິໃນການກໍານົດ ນະໂຍບາຍ, ການວາງແຜນການ, ການຕິດຕາມ ແລະ ປະເມີນຜົນ. ການເປີດຂະບວນການຈົດທະ ບຽນການເກີດ ຜ່ານລະບົບຄຸ້ມຄອງ ຂໍ້ມູນພົນລະເມືອງເອເລັກໂຕຣນິກ ເປັນການອໍານວຍຄວາມສະດວກ ໃຫ້ປະຊາຊົນສາມາດເຂົ້າເຖິງການ ບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມ ເຂົ້າໃຈ ແລະ ປຸກລະດົມຄວາມຕື່ນ ຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ ການບໍລິການການຈົດທະບຽນການ ເກີດ, ເພື່ອປົກປ້ອງສິດຜົນປະໂຫຍດ ຂອງຕົນເອງ ກໍຄື ບຸກຄົນກ່ຽວຂ້ອງ, ທັງເປັນການເພີ່ມຈໍານວນການຈົດ ທະບຽນການເກີດເຂົ້າລະບົບຄຸ້ມ ຄອງຂໍ້ມູນພົນລະເມືອງ ເອເລັກໂຕຣ ນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະ ເມືອງທຸກຄົນ ໄດ້ຮັບເອກະສານຢັ້ງ ຢືນສະຖານະພາບການເປັນພົນລະ ເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນ ລະເມືອງປະກອບສ່ວນເຂົ້າໃນການ ວາງນະໂຍບາຍ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ຂ່າວ-ພາບ: ກອງຄໍາ

RkJQdWJsaXNoZXIy MTc3MTYxMQ==