5877

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 23/05/2024 xtgmf]k; ກົມມໍລະດົກ ຢັ້ງຢຶນ... ລະດົມຄວາມຄິດ... ຫ້ອງການ ອອປສ ... ການຂຸດຄົ້ນພະພຸດທະຮູບ... ຫວນຄືນມູນເຊື້ອ... ລັດຖະບານລາວ... ຂປລ. ວັນທີ 21 ພຶດສະພາ 2024, ທ່ານ ວັນສີ ກົວມົວ ຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບຂອງທ່ານຮູ ເຈີມິງ (Hu Zhi Min) ປະທານບໍລິຫານ ກຸ່ມບໍລິສັດ ລົງທຶນການທ່ອງທ່ຽວ ຈີນ ແລະ ການຄຸ້ມຄອງຊັບສິນ ຈໍາ ກັດ ຫລື China TourismGroup Investment and Asset Management ພ້ອມຄະນະໃນໂອກາດ ເດີນທາງມາເຮັດວຽກຢູ່ລາວ. ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມື ສອງຝ່າຍ ລາວ-ຈີນ ໄລຍະຜ່ານມາ ໂດຍສະເພາະການຮ່ວມມືໃນຂົງ ເຂດຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ພ້ອມນີ້, ທ່ານຮອງ ລັດຖະມົນຕີ ກະຊວງ ຖວທ ກໍສະ ແດງຄວາມຂອບໃຈ ແລະ ສະເໜີໃຫ້ ບໍລິສັດ ສະໜັບສະໜູນ ແລະ ໂຄສະ ນາການທ່ອງທ່ຽວຂອງລາວໃຫ້ ອີກຕື່ມ ເພື່ອໃຫ້ນັກທ່ອງທ່ຽວຈີນ ເຂົ້າມາທ່ອງທ່ຽວ ສປປ ລາວ ໃຫ້ ຫລາຍຂຶ້ນ ເພື່ອປະກອບສ່ວນເສີມ ສ້າງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ ແລະ ການພົວພັນຮ່ວມ ມືຄູ່ຮ່ວມຊາຕາກຳສັງຄົມນິຍົມລະ ຫວ່າງ ສອງພັກ-ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຈີນ, ຈີນລາວສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ. ພ້ອມນີ້, ທ່ານ ຮູ ເຈີ ມິງ ກໍໄດ້ ແຈ້ງໃຫ້ຊາບເຖິງຈຸດປະສົງການມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເພື່ອສຶກສາຂໍ້ມູນຊອກ ຫາຊ່ອງທາງ ຈະສ້າງແຜນການລົງ ທຶນການຮ່ວມມືດ້ານທ່ອງທ່ຽວແນ ໃສ່ການດຶງດູດນັກທ່ອງທ່ຽວຈີນ ໃຫ້ມາທ່ອງທ່ຽວ ສປປ ລາວ ຜ່ານ ທາງລົດໄຟລາວ-ຈີນ. ພ້ອມກັນນີ້, ສອງຝ່າຍກໍໄດ້ແລກປ່ຽນ ແລະ ຊຸກ ຍູ້ການຮ່ວມມືດັ່ງກ່າວ. ຂ່າວ-ພາບ: ສົມຫວັງ Iv']a f4t,q o8u dt-;' 4;m 8h voIa [z6h cmod5j ,[= ]y la fmj v'mj P;9u o ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທັງເປັນນັກບູຮານວິທະ ຍາໃຫ້ສຳພາດຕໍ່ນັກຂ່າວສຳນັກ ຂ່າວສານປະເທດລາວ ໃນວັນທີ 21 ພຶດສະພາ 2024 ນີ້ວ່າ: ການຂຸດຄົ້ນ ພະພຸດທະຮູບ ໄລຍະທີ 2 ໄດ້ເລີ່ມລົງ ມືຂຸດຄົ້ນ ມາແຕ່ວັນທີ 8 ພຶດສະພາ ມາຮອດວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນພະພຸດທະຮູບໄດ້ທັງ ໝົດ 78 ອົງ, ອັນທີ່ພົ້ນເດັນໃນວັນ ທີ 16 ພຶດສະພາ 2024 ນີ້, ໄດ້ຄົ້ນ ພົບພະເຈົ້າໃຫຍ່ປາງຊະນະມານ ທອງສຳລິດ ຫລື ເອີ້ນວ່າ ພະປະ ທານອົງທຳອີດ ທີ່ໃຫຍ່ທີ່ສຸດ ແລະ ໃນວັນທີ 21 ພຶດສະພານີ້, ໃນເວລາ 12:00 ໂມງ ໄດ້ຂຸດພົບຈອມເກດ ພະເຈົ້າໃຫຍ່ຕື່ມອີກ ເຊິ່ງວັດແທກ ແລ້ວ ພໍດີກັບສຽນຂອງພະເຈົ້າໃຫຍ່ ທີ່ຄົ້ນພົບ ເຊິ່ງເປັນນິມິດໝາຍອັນດີ ໃຫ້ແກ່ພິທີແຫ່ພະເຈົ້າໃຫຍ່ປາງຊະ ນະມານທອງສຳລິດຫລືພະປະທານ ແລະ ພະພຸດທະຮູບອື່ນໆທິ່ຄົ້ນພົບ ຈາກຈຸດພັກໄວ້ຢູ່ແຄມນ້ຳຂອງດອນ ເຜິ້ງຄຳ ໄປປະດິດສະຖານໄວ້ຢູ່ວັດ ທອງທິບ ພັດທະນາຣາມ ຫລື ວັດ ບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃນວັນທີ 22 ພຶດສະ ພາ 2024 ນີ້ ເຊິ່ງກົງກັບເດືອນ 6 ລາວຂຶ້ນ 15 ຄ່ຳ ເລີ່ມແຕ່ເວລາ 17:00 ໂມງ ເປັນຕົ້ນໄປ. ພະພຸດ ທະຮູບທີ່ຄົ້ນພົບທັງໝົດທັງໄລຍະ 1 ແລະ ໄລຍະ 2 ຈະໄດ້ອັນເຊີນໄປປະ ດີດສະຖານ ໄວ້ຢູ່ວັດທອງທິບພັດ ທະນາຣາມທຸກອົງ. ທ່ານ ທອງລິດ ຫລວງໂຄດ ຍັງໃຫ້ຮູ້ອີກວ່າ: ສຳລັບແຜນການໃນ ຕໍ່່ໜ້າ ຈະສືບຕໍ່ຂຸດຄົ້ນໂດຍນຳໃຊ້ ເຕັກນິກ ຕາມວິຊາການ ຫລື ຜູ້ຊ່ຽວ ຊຽນດ້ານການຂຸດຄົ້ນ ແລະ ຈະຂຶ້ນ ທະບຽນບັນຊີພະພຸຸດທະຮູບແຕ່ລະ ອົງໃຫ້ເປັນອັນລະອຽດ ແລະ ຈະ ສ້າງຫໍພິພິທະພັນ ເຊິ່ງຄາດວ່າຈະ ສ້າງຢູ່ບໍລິເວນໃກ້ກັບວັດທອງທິບ ພັດທະນາຣາມ ເພື່ອນຳເອົາພະ ພຸດທະຮູບໄປປະດິດສະຖານໄວ້ໃຫ້ ມວນຊົນ ທັງພາຍໃນ ແລະ ຕ່າງປະ ເທດໄດ້ເຂົ້າໄປກາບໄຫວ້, ສັກກະລະ ບູຊາ, ສຶກສາຄົ້ນຄວ້າ, ຮຽນຮູ້ປະ ຫວັດສາດ, ວັດທະນະທຳອັນເປັນ ມູນເຊື້ອຂອງຊາດ ລາວເຮົາ. ຂ່າວ: ທະນູ ທອງ ປ່ຽນບົດຮຽນວຽກງານຫ້ອງການ, ວຽກງານຂ່າວທາງເວບໄຊ, ວາລະ ສານ ແລະ ຂ່າວໜັງສືພິມ ໃນວັນທີ 21 ພຶດສະພາ 2024 ຢູ່ຮ່າໂນ້ຍ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ບຸນທ່ຽງ ວິໄລວົງ ຮັກສາ ການຫົວໜ້າຫ້ອງການ, ອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ສະຫາຍ ຟ້າມແທງ ຕຶ່ງ ຫົວໜ້າຫ້ອງການອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ. ການພົບປະຄັ້ງນີ້, ສອງຝ່າຍ ຕ່າງກໍໄດ້ລາຍງານສະພາບການ ເຄື່ອນໄຫວວຽກງານ, ຂອບເຂດສິດ, ໜ້າທີ່ ແລະ ພາລະບົດບາດຂອງຕົນ ໃຫ້ກັນຊາບ, ພ້ອມທັງຕີລາຄາການ ພົວພັນຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ. ສປປ ລາວ ແລະ ສສ ຫວຽດນາມ ກໍຄືອົງ ການໄອຍະການປະຊາຊົນສູງສຸດ ຂອງສອງປະເທດ ແມ່ນມີມູນເຊື້ອ ສາຍພົວພັນຮ່ວມມືຮອບດ້ານນໍາ ກັນມາແຕ່ດົນນານ ແລະ ໄດ້ໃຫ້ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນດ້ວຍ ດີຕະຫລອດມາ. ຕອນບ່າຍວັນດຽວກັນ, ຄະນະ ຜູ້ແທນຫ້ອງການອົງການໄອຍະ ການປະຊາຊົນສູງສຸດຂອງລາວ ກໍ ໄດ້ພົບປະກັບຄະນະບັນນາທິການ ຂ່າວສານປົກປ້ອງກົດໜາຍຂອງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສສ ຫວຽດນາມ ນໍາໂດຍ ສະຫາຍ ຫງວຽນ ວັນຖັ້ງ ຫົວໜ້າ ບັນນາທິການຂ່າວສານປົກປ້ອງກົດ ໜາຍ ເຊິ່ງສອງຝ່າຍຕ່າງໄດ້ແນະ ນໍາປະຫວັດຄວາມເປັນມາຂອງ ການສ້າງຕັ້ງວາລະສານ, ຂ່າວໜັງສື ພິມ, ຂ່າວທາງເອເລັກໂຕຣນິກ ແລະ ຂ່າວທາງໂທລະພາບ ລວມທັງຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ ກັນຊາບ ເຊິ່ງສອງຄະນະວາລະສານ ພວກເຮົາຈະໄດ້ມີການແລກປ່ຽນ ຮ່ວມມືນໍາກັນໄລຍະຕໍ່ໄປ ເປັນຕົ້ນ ການສ້າງພະນັກງານເຮັດວຽກງານ ນີ້ໂດຍສະເພາະ, ພ້ອມທັງຈັດຝຶກ ອົບຮົມໃຫ້ແກ່ພະນັກງານ, ການສະ ໜອງເຄື່ອງມືທີ່ທັນສະໄໝປະກອບ ສ່ວນເຂົ້າໃນການພັດທະນາເຮັດ ໃຫ້ສອງອົງການໄອຍະການ ລາວຫວຽດນາມ ມີການພັດທະນາດີຂຶ້ນ ເລື້ອຍໆ. ຈາກນັ້ນ, ຄະນະຜູ້ແທນອົງການ ໄອຍະການປະຊາຊົນສູງສຸດລາວ ຍັງໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອວັດ ຖຸພັນ, ຊົມຮູບພາບການເຕີບໃຫຍ່ ຂະຫຍາຍຕົວ ນັບແຕ່ມື້ສ້າງຕັ້ງ ແລະ ຜົນງານທີ່ໂດດເດັ່ນຂອງອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ມາຮອດປັດຈຸບັນ. ຂ່າວ: ວົງເດືອນ ສຸພັນທອງ ພາບ: ແສງພະຈັນ ຄຳມະນີ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ມີຄໍາເຫັນວ່າ: ເງິນເຟີ້ ເປັນ ບັນຫາທີ່ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມທົ່ວໂລກໃນໄລຍະ ຫລາຍປີຜ່ານມາ ເຊິ່ງເຮົາໄດ້ເຫັນ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນແບບ ກ້າວກະໂດດ ໃນຫລາຍປະເທດເຮັດ ໃຫ້ບັນດາປະເທດທີ່ພັດທະນາແລ້ວ ດໍາເນີນນະໂຍບາຍເງິນຕາແບບຮັດ ກຸມ ໂດຍກໍານົດອັດຕາດອກເບ້ຍນະ ໂຍບາຍໃນລະດັບສູງ ແລະ ຮັກສາ ໄວ້ດົນນານ. ສະເພາະຢູ່ ສປປ ລາວ ໃນໄລຍະ 2-3 ປີຜ່ານມາອັດຕາເງິນ ເຟີ້ໄດ້ເພີ່ມຂຶ້ນສູງສຸດ ໃນລະດັບ 41,26% (ເດືອນກຸມພາ 2023) ເຖິງແມ່ນວ່າ ຈະມີທ່າອ່ຽງຫລຸດລົງ ແຕ່ກໍຍັງຢູ່ໃນລະດັບສອງຕົວເລກ ຄື 24,92% ໃນເດືອນເມສາ 2024. ສະພາບດັ່ງກ່າວ, ຄາດວ່າຈະແກ່ ຍາວໄປຕື່ມຈົນຮອດທ້າຍປີ 2024 ເຊິ່ງຈະເຮັດໃຫ້ເຮົາບໍ່ສາມາດບັນ ລຸເປົ້າໝາຍອັດຕາເງິນເຟີ້ໃນລະດັບ ໜຶ່ງຕົວເລກໄດ້. ໂອກາດນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ໄດ້ຮຽກຮ້ອງໃຫ້ຜູ້ ເຂົ້າຮ່ວມກອງປະຊຸມ ຈົ່ງຊ່ວຍແລກ ປ່ຽນ ແລະ ປະກອບຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ແຕ່ລະບັນຫາທີ່ຍົກຂຶ້ນ ມາປຶກສາຫາລືກັນນັ້ນມີວິທີທາງ ອອກທີ່ເໝາະສົມ ແລະ ສາມາດນໍາ ເອົາໄປຈັດຕັ້ງປະຕິບັດໃຫ້ເກີດໝາກ ຜົນຕົວຈິງ ໂດຍສະເພາະແມ່ນສ້າງ ຄວາມເຂົ້າໃຈຢ່າງຖືກຕ້ອງໃຫ້ແກ່ ສັງຄົມ, ມາດຕະການຂອງພາກລັດ ທີ່ອອກມາແກ້ໄຂແລະ ທິດທາງໃນຕໍ່ ໜ້າ ເພື່ອຮ່ວມແຮງຮ່ວມໃຈກັນແກ້ ໄຂບັນຫາດ້ານເສດຖະກິດຂອງ ຊາດທີ່ພວມປະສົບຢູ່ໃນປັດຈຸບັນ. ຂໍ້ມູນ-ພາບ: ວິທະຍຸກະຈາຍສຽງ ແຫ່ງຊາດ ທ່ານ ທອງລິດ ຫລວງໂຄດ ຮອງຫົວໜ້າກົມມໍລະດົກ ກະຊວງ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນນັກບູຮານວິທະ ຍາໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕໍ່ ກັບ ຫາງສຽງສັງຄົມວິພາກວິຈານ ວ່າພະພຸດທະຮູບທີ່ຄົ້ນພົບຢູ່ດອນ ເຜິ້ງຄຳ ໂດຍສະເພາະພະເຈົ້າໃຫຍ່ ປາງຊະນະມານທອງສຳລິດ ຫລື ເອີ້ນວ່າ ພະປະທານອົງໃຫຍ່ທີ່ສຸດ ທີ່ຄົ້ນພົບ ໃນວັນທີ 16 ພຶດສະພາ 2024 ຜ່ານມານີ້, ເປັນການສ້າງ ກະແສ, ບໍ່ແມ່ນພະເກົ່າແກ່ແທ້. ຕໍ່ກັບ ຄວາມຄິດເຫັນດັ່ງກ່າວ, ກົມມໍລະ ດົກຢັ້ງຢືນວ່າພະທີ່ຄົ້ນພົບທຸກອົງ ທັງອົງນ້ອຍ ແລະ ອົງໃຫຍ່ ແມ່ນພະ ເກົ່າແກ່, ແມ່ນພະຢູ່ວັດທີ່ນອນຢູ່ໃນ ປະຫວັດສາດ ມາຫລາຍ 100 ປີ, ນອນຢູ່ໃນຮ່ອງຮອຍວິຫານທີ່ເກົ່າ ແກ່ທີ່ປະດັບດ້ວຍເສົາວິຫານ ແລະ ພະທາດທີ່ໂອບດ້ວຍແຜນທອງ ແດງ, ເປັນສິລະປະທີ່ມີຄວາມສວຍ ງາມ ແລະ ເກົ່າແກ່ ເຊິ່ງສິ່ງທີ່ຢັ້ງໄດ້ ວ່າພະທີ່ຄົ້ນພົບ ເປັນພະເກົ່າແກ່ແທ້ ນັ້ນ ພວກເຮົາໄດ້ຄົ້ນພົບພະພຸດທະ ຮູບບາງອົງ ທີ່ມີສີລາຈາລຶກຢູ່ໃນ ແທ່ນຂອງເພິ່ນ, ໄດ້ບອກອາຍຸການ ຄັກແນ່ ຢູ່ໃນຕົ້ນສັດຕະວັດທີ 16 ເຊິ່ງມີອາຍຸເຖິງ 500 ກວ່າປີ ແລະ ຍັງມີພະພຸດທະຮູບທີ່ອາດຈະມີອາຍຸ ໜ້ອຍກວ່າ 500 ປີ ຫລື ຫລາຍກວ່າ 500 ປີກໍ່ມີ. ພ້ອມນີ້, ຍັງມີຮ່ອງ ຮອຍຂອງເສົາວິຫານ, ຮ່ອງຮອຍ ຂອງພະທາດ ແລະ ຮ່ອງຮອຍທາງ ດ້ານບູຮານຄະດີໄດ້ຊີ້ບອກຢ່າງບົ່ງ ຊັດ ແລະ ໃນປະຫວັດສາດ ກໍໄດ້ບັນ ທຶກໄວ້ວ່າ ດອນເຜິ້ງຄຳ ແຫ່ງນີ້ເປັນ ທີ່ຕັ້ງຂອງວັດ ເຖິງ 9 ວັດ ເຊິ່ງຈຸດທີ່ ຄົ້ນພົບດັ່ງກ່າວ, ເປັນ 1 ໃນ 9 ວັດ ເກົ່າແກ່ໃນອະດີດ. ການຂຸດຄົ້ນພະພຸດທະຮູບ ຢູ່ ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໃນໄລຍະທີ 1 ແລະ ໄລຍະທີ 2 ມາຮອດວັນທີ 20 ພຶດສະພາ 2024 ສາມາດຂຸດຄົ້ນພະພຸດທະຮູບ ໄດ້ທັງໝົດ 282 ອົງ ພາຍຫລັງເລີ່ມ ລົງມືຂຸດຄົ້ນມາແຕ່ວັນທີ 16 ມີນາ 2024 ເຊິ່ງພະທີ່ຄົ້ນພົບສ່ວນຫລາຍ ແມ່ນພະພຸດທະຮູບທອງສໍາລິດ ປາງ ຊະນະມານ. ໃນນັ້ນ, ມີພະພຸດທະຮູບ ອົງທີ່ສົມບູນ ເປັນຈໍານວນຫລາຍ ແລະ ອົງທີ່ບໍ່ສົມບູນ ຈໍານວນໜຶ່ງ. ຢ່າງໃດກໍຕາມພະພຸດທະຮູບທີ່ ຄົ້ນພົບ ທັງໝົດທັງໄລຍະ 1 ແລະ ໄລ ຍະ 2 ຈະໄດ້ອັນເຊີນໄປປະດິດສະ ຖານ ໄວ້ຢູ່ວັດທອງທິບພັດທະນາ ຣາມ ຫລື ວັດບ້ານໃຫຍ່ຕົ້ນເຜິ້ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ໃນ ເວລາ 17:00 ໂມງ ຂອງວັນທີ 22 ພຶດສະພາ2024ນີ້,ຈະມີພິທີອັນ ເຊີນພະເຈົ້າໃຫຍ່ປາງຊະນະມານ ທອງສຳລິດ ຫລື ພະປະທານທີ່ຄົ້ນ ພົບ ໃນວັນທີ 16 ພຶດສະພາ 2024 ຜ່ານມາ ແລະ ພະພຸດທະຮູບອົງອື່ນໆ ທີ່ຄົ້ນພົບຈາກຈຸດພັກໄວ້ຢູ່ແຄມນ້ຳ ຂອງດອນເຜິ້ງຄຳໄປປະດິດສະຖານ ໄວ້ວັດທອງທິບພັດທະນາຣາມ. ຂ່າວ: ທະນູທອງ ໂອກາດນີ້, ທ່ານ ພົ.ວ ຄຳຫອມ ແສງບົວລົມ ໄດ້ເລົ່າຄືນມູນເຊື້ອອັນ ສະຫງ່າງາມຂອງກອງພັນທີ 2 ຜ່າ ວົງປິດລ້ອມ ຂອງສັດຕູຢູ່ເຂດທົ່ງໄຫ ຫີນປີ 1959 ເລີ່ມຈັດຕັ້ງປະຕິບັດ ໃນຄ່ຳຄືນຂອງວັນທີ 18 ພຶດສະພາ 1959 ພາຍໃຕ້ການນຳພາບັນຊາ ໂດຍກົງຂອງຄະນະກອງພັນ ແຕ່ລະ ກົມກອງ, ພ້ອມດ້ວຍຄອບຄົວພະ ນັກງານນັກຮົບອາໃສຄວາມມືດ ຖອນກຳລັງໄປທາງທິດຕາເວັນຕົກ ສຽງໃຕ້ ບ້ານໂຕນ-ນາແຖງ, ໜອງ ເຕີ້ ຢ່າງປິດລັບ ແລະ ແຕ່ງຕັ້ງກຳລັງ ຈຳນວນໜຶ່ງຫລອກລໍ້ສັດຕູຢ່າງມີ ໄຫວພິບ, ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆເປັນເວລາ 10 ກວ່າວັນ ແລະ ສູ້ຮົບກັບສັດຕູຢ່າງ ແຂງແຮງ ຈົນສາມາດຜ່າວົງປິດ ລ້ອມທີ່ແໜ້ນໜາຂອງສັດຕູ ໄປສູ່ ເຂດທີ່ໝັ້ນຂອງການປະຕິວັດຢ່າງ ປອດໄພ. ການຜ່າວົງປິດລ້ອມຂອງ ກອງພັນທີ 2 ແມ່ນໄຊຊະນະອັນ ໃຫຍ່ຫລວງ ຂອງກໍາລັງປະກອບອາ ວຸດທີ່ຢູ່ພາຍໃຕ້ການນໍາພາອັນປີຊາ ສາມາດສະຫລາດສ່ອງໃສຂອງ ພັກປະຊາຊົນປະຕິບັດລາວ ແລະ ກອງທັບປະຊາຊົນລາວ. ເຫດການ ດັ່ງກ່າວ, ສະແດງໃຫ້ເຫັນເຖິງຄວາມ ສະຫລຽວສະຫລາດ, ການມີໄຫວ ພິບ, ຄວາມຈົ່ງຮັກພັກດີ, ຄວາມສາ ມັກຄີເປັນຈິດໜຶ່ງໃຈດຽວຂອງປະ ຊາຊົນບັນດາເຜົ່າ, ຄວາມປີຊາສາ ມາດຂອງຄະນະພັກ-ຄະນະບັນຊາ ຈຶ່ງສາມາດເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມໄດ້ສຳເລັດ. ການເລົ່າຄືນມູນເຊື້ອຄັ້ງນີ້, ເພື່ອ ລະນຶກເຖິງຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫລະຂອງບັນດານັກ ຮົບທີ່ໄດ້ອຸທິດຕົນ ເພື່ອປະເທດຊາດ ໃນຂະບວນການປະຕິວັດຜ່ານມາ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນ ເຊື້ອ, ທາດແທ້ຂອງພັກ ເຂົ້າໃນການ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ ຕາມທິດສັງຄົມ ນິຍົມ ເພື່ອເຮັດໃຫ້ອ້າຍນ້ອງທະ ຫານ, ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງ ຄວາມໝາຍຄວາມສຳຄັນຂອງວັນ ດັ່ງກ່າວ ແລະ ນຳເອົາບົດຮຽນມາ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ ການເມືອງຂອງຕົນ, ເອົາເປັນແບບ ເປັນຢ່າງໃນການດຳລົງຊີວິດປະຕິ ບັດໜ້າທີ່ໃຫ້ຖືກຕ້ອງ ແລະ ສອດ ຄ່ອງກັບລະບຽບຫລັກການ, ໃຫ້ມີ ຄວາມໂປ່ງໃສ ແລະ ຍຸຕິທໍາ ໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້. ຂ່າວ: ກິດຕາ, ພາບ: ເກດສະໜາ ຂປລ. ໃນວັນທີ 21 ພຶດສະພາ 2024 ຜ່ານມາ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕ້ອນຮັບ ແລະ ຕາງໜ້າ ໃຫ້ລັດຖະບານລາວ ປະດັບຫລຽນ ໄຊມິດຕະພາບ ໃຫ້ແກ່ທ່ານ ຊັກ ຢູເຊັບ ໂຮກາແຢມ (Mr. Jacques YOUSESEF HOKAYEM) ກົງສຸນກິດຕິມະສັກ ຂອງ ສປປ ລາວ ປະຈຳ ລີບັງ ເພື່ອເປັນການຍ້ອງ ຍໍຊົມເຊີຍ ແລະ ສັນລະເສີນຕໍ່ຜົນ ງານໃນການປະກອບສ່ວນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວແລະລີບັງໃນໂອກາດທີ່ໄດ້ເດີນ ທາງມາເຄື່ອນໄຫວ ແລະ ຢ້ຽມຢາມ ສປປ ລາວ. ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນງານຂອງ ທ່ານ ຊັກ ຢູເຊັບ ໂຮ ກາແຢມ ທີ່ມີຄວາມເອົາໃຈໃສ່ບຸກ ບືນ, ເສຍສະລະໃນການປະຕິບັດ ໜ້າທີ່ ເປັນກົງສຸນກິດຕິມະສັກແຫ່ງ ສປປ ລາວ ໃນໄລຍະເວລາ 15 ປີ ຜ່ານມາ ໂດຍບໍ່ຫວັງຜົນຕອບແທນ ໃດໆ ເຊິ່ງໄດ້ອຸທິດເຫື່ອແຮງຂອງ ຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນວຽກງານກົງສຸນ, ການປະກອບ ສ່ວນຂົນຂວາຍດຶງດູດນັກລົງທຶນ ແລະ ໂຄສະນາໃຫ້ນັກທ່ອງທ່ຽວ ຈາກປະເທດລີບັງ ເຂົ້າມາທ່ອງທ່ຽວ ແລະ ລົງທຶນຢູ່ ສປປ ລາວ. ນອກ ນັ້ນ, ຍັງໄດ້ໃຫ້ການຊ່ວຍເຫລືອປະ ກອບສ່ວນທຶນຮອນ ແລະ ອຳນວຍ ຄວາມສະດວກໃຫ້ແກ່ຄະນະຜູ້ແທນ ລາວ ທີ່ໄປປະຕິບັດພາລະກິດ ຢູ່ປະ ເທດ ລີບັງ. ໃນໂອກາດດຽວກັນ, ທ່ານ ຊັກ ຢູເຊັບ ໂຮກາແຢມ ກໍໄດ້ສະແດງ ຄວາມພາກພູມໃຈ ແລະ ຂອບອົກ ຂອບໃຈຢ່າງສູງມາຍັງທ່ານຮອງ ນາຍົກລັດຖະມົນຕີ ທີ່ໄດ້ຕາງໜ້າ ໃຫ້ລັດຖະບານ ສປປ ລາວ ປະດັບ ຫລຽນໄຊມິດຕະພາບ ອັນຊົງກຽດ ນີ້. ພ້ອມກັນນີ້, ທ່ານກໍໄດ້ຢືນຢັນທີ່ ຈະສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ເປັນ ກົງສຸນກິດຕິມະສັກ ເພື່ອເສີມຂະ ຫຍາຍການພົວພັນຮ່ວມມືທາງເສດ ຖະກິດ, ການທ່ອງທ່ຽວ ແລະ ວັດ ທະນະທຳ ເພື່ອຊຸກຍູ້, ສົ່ງເສີມສາຍ ພົວພັນມິດຕະພາບຂອງສອງປະ ເທດ ລະຫວ່າງ ສປປ ລາວ ແລະ ລີບັງ ໃຫ້ນັບມື້ນັບຂະຫຍາຍຕົວ ຍິ່ງຂຶ້ນ. ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==