5876

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 22/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp dj vogxu f0t[;o ;l- 0tc|'vtokw, c]t lqj 'glu ,l5 0trk[ wfh dP,7;k,rh v,s]kpfh ko zQ 'lk]u gxu f0t[;odko la d1kda ortpkfcsj '-kf ຂປລ. ກ່ອນເປີດຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງນ້ອຍ-ໝາກ ແດງໃຫຍ່ ໃນຄັ້ງນີ້, ທາງຂະແໜງ ອະນາໄມ ແລະ ສົ່ງເສີມສຸຂະພາບ ພະແນກສາທາລະນະສຸກ ແຂວງ ຄໍາມ່ວນ ໄດ້ມີການກະກຽມຄວາມ ພ້ອມຫລາຍດ້ານ ເປັນຕົ້ນແມ່ນການ ຂຶ້ນແຜນຈຸລະພາກທາງດ້ານງົບ ປະມານ, ວັກຊິນ ແລະ ອຸປະກອນ, ປະສານ ແລະ ສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງເກັບກຳເປົ້າໝາຍເດັກ ອາຍຸ 9 ເດືອນ ຫາ 59 ເດືອນ 37.718 ຄົນ,ຝຶກອົບຮົມທາງດ້ານວິ ຊາການໃຫ້ຂັ້ນເມືອງ ແລະ ສຸກສາ ລາ, ກະກຽມທີມແພດ ແລະ ກຳນົດ ຈຸດບໍລິການສັກວັກຊິນ. ທ່ານ ສົມບູນ ຄຳພິທູນ ຫົວໜ້າ ຂະແໜງອານາໄມ ແລະ ສົ່ງເສີມສຸ ຂະພາບ, ພະແນກສາທາລະນະສຸກ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ ສື່ມວນຊົນໃນພິທີເປີດຂະບວນການ ວັນສັກຢາແຫ່ງຊາດ ເພື່ອກຳຈັດ ພະຍາດໝາກແດງນ້ອຍ ແລະ ໝາກແດງໃຫຍ່ ໃນວັນທີ 20 ພຶດ ສະພາ2024ວ່າ:ກ່ອນເປີດຂະບວນ ການວັນສັກຢາກັນພະຍາດແຫ່ງ ຊາດ ໝາກແດງໃຫຍ່-ໝາກແດງ ນ້ອຍ ໃນຄັ້ງນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບໄດ້ມີການກະ ກຽມຄວາມພ້ອມຫລາຍດ້ານ ເພື່ອ ຮັບປະກັນໃຫ້ວຽກງານດັ່ງກ່າວບັນ ລຸຄາມຄາດໝາຍທີ່ວາງໄວ. ພ້ອມນີ້, ໄລຍະທີ່ເປີດຂະບວນການດັ່ງກ່າວ ແຕ່ວັນທີ 20-30 ພຶດສະພານີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸ ຂະພາບ ຈະເອົາໃຈໃສ່ລົງຊຸກຍູ້ຕິດ ຕາມຢ່າງໃກ້ສິດກັບທີ່ມງານແພດ ທີ່ລົງບໍລິການສັກວັກຊິນກັນພະ ຍາດ ຢູ່ແຕ່ລະຈຸດບໍລິການໃນແຕ່ ລະມື້ ເພື່ອຕິດຕາມຜົນຂອງການບໍ ລິການເປັນແນວໃດ, ມີເປົ້າໝາຍ ມາຮັບບໍລິການຄົບ ຫລື ບໍ່ຄົບ, ຕ້ອງ ໃຫ້ຮູ້ຖ້າມີບັນຫາ ຫລື ສີ່ງທ້າທາຍ ຕ່າງໆເກີດຂຶ້ນພວກເຮົາຈະໄດ້ສົມ ທົບກັບພາກສ່ວນກ່ຽວຂ້ອງຊ່ວຍ ກັນແກ້ໄຂແລະລາຍງານໃຫ້ຂັ້ນເທິງ ທັນເວລາ ເຊິ່ງທົ່ວ ແຂວງຄໍາມ່ວນ ມີຈຸດໃຫ້ບໍລິການສັກຢາທັງໝົດ102 ຈຸດ ແລະ ທີມແພດລົງບໍລິການທັງ ໝົດ 170 ທີມ. ທ່ານ ສົມບູນ ຄຳພິທູນ ຍັງໄດ້ ໃຫ້ຮູ້ຕື່ມວ່າ: ການປຸກລະດົມ ແລະ ໂຄສະນາສຸກຂະສຶກສາໃຫ້ປະຊາ ຊົນຮັບຮູ້ທົ່ວເຖິງໃນວັນສໍາຄັນດັ່ງ ກ່າວນີ້, ຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ມີການໂຄສະ ນາຫລາຍຮູບແບບ ເປັນຕົ້ນ ແມ່ນ ລົງໂຄສະນາສຸກຂະສຶກສາຕາມຈຸດ ຕ່າງໆ ແລະ ເລັງໃສ່ບັນດາບ້ານ ທີ່ບໍ່ໃຫ້ການຮ່ວມມືໃນໄລຍະຜ່ານ ມາ, ຕິດປ້າຍໂຄສະນາ, ແຈກຢາຍ ໂປຣສະເຕີ,ແຜນພັບ,ໂຄສະນາທາງ ໂທລະພາບ, ວິທະຍຸກະຈາຍສຽງ, ໂທລະໂຄ່ງຂອງບ້ານ ແລະ ທາງສື່ ອອນລາຍຕ່າງໆ ເພື່ອເຮັດໃຫ້ວັນ ສັກຢາກັນພະຍາດແຫ່ງຊາດໃນຄັ້ງ ນີ້ ເປັນວັນສໍາຄັນ, ເປັນຂະບວນຟົດ ຟື້ນຢ່າງກວ້າງຂວາງ, ໃຫ້ທຸກພາກ ສ່ວນເຂົ້າໃຈ ແລະ ມີສ່ວນຮ່ວມນໍາ ກັນ ຈຶ່ງຈະເຮັດໃຫ້ແຂວງຄຳມ່ວນ ບັນລຸຕາມເປົ້າໝາຍ 95% ຂຶ້ນໄປ. ຂ່າວ-ພາບ: ວຽງສະຫວັນ ຂປລ. ແຫລ່ງຂ່າວຈາກແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ແຂວງຜົ້ງສາລີ ເປີດຂະບວນການສັກຢາກັນພະ ຍາດແຫ່ງຊາດ (ວສຊ) ກັນໝາກ ແດງໃຫຍ່-ໝາກແດງນ້ອຍ ແລະ ຢອດຢາວິຕາມີນເອ ໃຫ້ເດັກກຸ່ມ ເປົ້າໝາຍທີ່ມີອາຍຸແຕ່ 9 ເດືອນ ຫລາລຸ່ມ 5 ປີ ໃນວັນທີ 20 ພຶດສະ ພາ 2024 ທີ່ໂຮງຮຽນປະຖົມ ບ້ານໂນນສະຫວ່າງ ເມືອງບຸນເໜືອ ແຂວງຜົ້ງສາລີ ໂດຍເປັນປະທານ ຂອງ ທ່ານ ບຸນສະລີ ຈິດດາພອນ ຫົວໜ້າພະແນກສາທາ ແຂວງຜົ້ງ ສາລີ, ທ່ານ ຄໍາໄຊ ວົງສັກ ຮອງເຈົ້າ ເມືອງໆບຸນເໜືອ, ມີຜູ້ຕາງໜ້າຈາກ ຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍເປົ້າໝາຍເດັກ ລຸ່ມ 5 ປີ ແລະ ພໍ່ແມ່ຜູ້ປົກຄອງເດັກ ເຂົ້າຮ່ວມ. ທ່ານ ບຸນສະລີ ຈິດດາພອນ ໄດ້ກ່າວວ່າ: ການຈັດຂະບວນການ ຄັ້ງນີ້ ເພື່ອປະຕິບັດຕາມແຜນຍຸດ ທະສາດແຫ່ງຊາດ ແລະ ການຈັດ ຕັ້ງປະຕິບັດສໍາລັບການກຳຈັດພະ ຍາດໝາກແດງໃຫຍ່-ໝາກແດງ ນ້ອຍ ໃນ ສປປ ລາວ 2023-2027 ພ້ອມທັງຍົກລະດັບການສັກວັກຊິນ ທຸກຊະນິດ ໃນຮອບປົກກະຕິໃຫ້ສູງ ຂຶ້ນ ໂດຍເນັ້ນໃສ່ສະເພາະໝາກ ແດງໃຫຍ່-ໝາກແດງນ້ອຍ ເພື່ອໃຫ້ ບັນລຸ 95% ຂຶ້ນໄປ ເຊິ່ງຜ່ານມາ ເຫັນວ່າອັດຕາການສັກວັກຊິນໝາກ ແດງໃຫຍ່-ນ້ອຍ ຍັງບໍ່ສາມາດບັນລຸ ໄດ້ ພາໃຫ້ເກີດມີຄວາມສ່ຽງສູງຕໍ່ ການແພ່ລະບາດພະຍາດດັ່ງກ່າວ ຂຶ້ນ ເນື່ອງຈາກເປັນໄລຍະທີ່ມີການ ແພ່ລະບາດຢູ່ບັນດາປະເທດໃກ້ ຄຽງເປັນຕົ້ນ ປະເທດຫວຽດນາມ, ກຳປູເຈຍ ແລະ ອື່ນໆ. ສະນັ້ນ, ຈໍາ ເປັນຕ້ອງໄດ້ຈັດ ວສຊ ຂຶ້ນໃນຂອບ ທົ່ວປະເທດ ເວົ້າລວມເວົ້າສະເພາະ ແຂວງຜົ້ງສາລີ. ຂ່າວ: ສິນນະກອນ ໂນລະສິນ ລາວ-ກຸ້ຍໂຈວ... ຄຳມ່ວນ ຈະສຸມໃສ່... ເຈົ້າແຂວງສະຫວັນນະເຂດ... ຂປລ. ໂອກາດລົງເຄື່ອນໄຫວ ຕິດຕາມ, ຊີ້ນຳວຽກງານຮອບດ້ານ, ພ້ອມທັງຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງເມືອງ ຢູ່ເມືອງທ່າປາງທອງ ໃນວັນທີ 20 ພຶດສະພາ 2024 ຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ໄດ້ມີຄຳເຫັນຊີ້ນຳ ຕໍ່ຄະນະພັກ-ຄະນະນຳຂອງເມືອງ ໃນຫລາຍບັນຫາສຳຄັນທີ່ເປັນປະ ໂຫຍດຕໍ່ການພັດທະນາເສດຖະ ກິດ-ສັງຄົມຂອງເມືອງທ່າປາງ ທອງ ໂດຍເນັ້ນໃຫ້ເມືອງຂຸ້ນຂ້ຽວ ໃນການເຮັດຮ່າງບົດລາຍງານ ການເມືອງ ກໍຄື ແຜນພັດທະນາເສດ ຖະກິດ-ສັງຄົມຂອງເມືອງໃຫ້ສຳ ເລັດໂດຍໄວ. ພ້ອມນີ້,ໃຫ້ມີການປະ ເມີນຄືນການປັບປຸງການຈັດຕັ້ງໃນ ຂັ້ນຮາກຖານບ້ານ-ກຸ່ມບ້ານຕ່າງໆ ພາຍໃນເມືອງ ໂດຍອີງໃສ່ຂໍ້ກຳນົດ ຂອງຄະນະເລຂາທິການສູນກາງ ພັກເລກທີ 416/ຄລສພ. ທັງນີ້, ກໍເພື່ອເຮັດໃຫ້ລະບົບຮາກຖານ ການເມືອງໃຫ້ໜັກແໜ້ນ, ເຂັ້ມແຂງ ແລະ ກ້າວສູ່ການແກ້ໄຂຄວາມທຸກ ຍາກຂອງປະຊາຊົນ ກໍຄື ບັນຫາປະ ກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ໃນໂອກາດນີ້, ທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງທ່າປາງທອງ ກໍ ໄດ້ລາຍງານກ່ຽວກັບວຽກພັກ-ພະ ນັກງານ, ການກະກຽມ ແລະ ດຳ ເນີນ ກອງປະຊຸມໃຫຍ່ 3 ຂັ້ນຂອງ ຕໍ່ສື່ມວນຊົນໃນວັນທີ 20 ພຶດສະພາ 2024 ນີ້ວ່າ: ພະແນກສາທາລະນະ ສຸກຮ່ວມກັບອົງການປົກຄອງແຂວງ ຄຳມ່ວນ ເປີດຂະບວນການວັນສັກ ວັກຊິນກັນພະຍາດແຫ່ງຊາດ ເພື່ອ ກໍາຈັດພະຍາດໝາກແດງນ້ອຍໝາກແດງໃຫຍ່ຢູ່ໃນ ສປປ ລາວ ກໍຄື ແຂວງຄໍາມ່ວນ ໃຫ້ໄດ້ຕາມຄາດ ໝາຍ ເນື່ອງຈາກປີ 2022-2023 ແຂວງກຸ້ຍໂຈວ ສປ ຈີນ, ພ້ອມ ດ້ວຍບັນດານັກທຸລະກິດຈາກ ສປປ ລາວ ແລະ ແຂວງກຸ້ຍໂຈວ ສປ ຈີນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການແນະ ນໍາກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມ ແລະ ການ ຮ່ວມມືດ້ານເສດຖະກິດ, ການຄ້າ, ວັດທະນະທໍາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງກຸ້ຍໂຈວ ສປ ຈີນ ກັບ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການຮ່ວມມືກັນ ໃນຕໍ່ໜ້າ, ພ້ອມນີ້ບັນດານັກທຸລະກິດ ຂອງສອງຝ່າຍ ໄດ້ນໍາສະເໜີກ່ຽວ ກັບສະພາບການດໍາເນີນທຸລະກິດ ພາຍໃນບໍລິສັດຂອງຕົນ, ພ້ອມທັງ ມີການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ໃນນີ້, ນັກທຸລະກິດຝ່າຍ ລາວ ໄດ້ສະເໜີຫລາຍບັນຫາຕໍ່ ແຂວງກຸ້ຍໂຈວ ໂດຍສະເພາະການ ຍົກເວັ້ນພາສີສິນຄ້ານໍາເຂົ້າຈາກ ລາວ, ການອໍານວຍຄວາມສະດວກ ດ້ານການຂົນສົ່ງສິນຄ້າ, ການທ່ອງ ທ່ຽວ ແລະ ອື່ນໆ. ທ່ານ ສັງຄົມ ຈັນສຸກ ຮອງປະ ທານສະພາການຄ້າ ແລະ ອຸດສາຫະ ເມືອງ, ທົ່ວເມືອງມີບ້ານທັງໝົດ 49 ບ້ານ, ມີ 7.942 ຄອບຄົວ, ບ້ານ ພົ້ນທຸກແລ້ວ 30 ບ້ານ, ບ້ານທຸກ ຍາກ 19 ບ້ານ, ມີຄອບຄົວທຸກຍາກ 1.416 ຄອບຄົວ, ມີຄອບຄົວພັດ ທະນາ 5.117ຄອບຄົວ.ໃນປີ2024 ນີ້, ຈະສູ້ຊົນສ້າງເມືອງໃຫ້ກາຍ ເປັນເມືອງພົ້ນທຸກ, ໄດ້ກໍານົດບ້ານ ເປົ້າໝາຍສ້າງໃຫ້ກາຍເປັນບ້ານ ພົ້ນທຸກ 10 ບ້ານ ແລະ ສູ້ຊົນສ້າງ ບ້ານພັດທະນາໃຫ້ໄດ້1 ບ້ານ (ບ້ານ ທ່າສະລາຄໍາ) ແລະ ສືບຕໍ່ສ້າງ ບ້ານໂນນຈານ, ບ້ານຫ້ວຍໝື່ນ,ບ້ານ ທ່າພີ່ ແລະ ບ້ານເຊກື ໃຫ້ເປັນຕົວ ເມືອງນ້ອຍໃນຊົນນະບົດຕາມແຜນ ທີ່ວາງໄວ້ໃນປີ 2024. ສໍາລັບການ ກະກຽມ ແລະ ດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ ແມ່ນສໍາເລັດ ກອງປະຊຸມໃຫຍ່ຂອງໜ່ວຍພັກ, ຄະນະພັກຮາກຖານມີ 46 ໜ່ວຍ ພັກ, ເທົ່າກັບ51,68%, ຍັງບໍ່ທັນສຳ ເລັດກອງປະຊຸມໃຫຍ່ຂັ້ນຕົນ 9 ຄະ ນະພັກຮາກຖານ, 38 ໜ່ວຍພັກ ເຊິ່ງຈະສືບຕໍ່ໃຫ້ສຳເລັດໃນເດືອນມິ ຖຸນາ 2024 ນີ້. ໃນໂອກາດດຽວກັນ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງ ສະຫວັນນະເຂດ ພ້ອມດ້ວຍຄະນະ ຂັ້ນແຂວງ ກໍໄດ້ລົງຕິດຕາມຊຸກຍູ້ ການກໍ່ສ້າງສະໂມສອນເມືອງທ່າ ປາທອງ, ຊີ້ນຳການພັດທະນາໃນ ເຂດອ່າງເກັບນ້ຳເຊກື ແລະ ເຂດພື້ນ ທີ່ກໍ່ສ້າງຄອງເໝືອງ ເພື່ອສະໜອງ ນ້ຳເພື່ອທຳການຜະລິດຂອງປະຊາ ຊົນພາຍໃນເມືອງທ່າປາງທອງ ເຊິ່ງຈະກາຍເປັນເງື່ອນໄຂສຳຄັນໃນ ການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ ເທື່ອລະກ້າວ. ກໍາແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ ມວນຊົນພາຍຫລັງສໍາເລັດການພົບ ປະວ່າ: ການພົບປະກັບທ່ານເຈົ້າ ແຂວງກຸ້ຍໂຈວ ສປ ຈີນ ພ້ອມຄະນະ ໃນຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນກັນຫລາຍດ້ານ ເຊັ່ນ: ດ້ານການຂົນສົ່ງໂລຈິສຕິກ ໂດຍມີເສັ້ນທາງລົດໄຟລາວ-ຈີນ ຈາກນະຄອນຫລວງວຽງຈັນ ຫາ ແຂວງກຸ້ຍໂຈວ ທີ່ເປີດນໍາໃຊ້ແລ້ວ ເປັນໂຕຂັບເຄື່ອນທີ່ສໍາຄັນ ໃນການ ຮ່ວມມືດ້ານທຸລະກິດຂອງສອງ ຝ່າຍ, ທັງການຂົນສົ່ງສິນຄ້າ ຈາກ ລາວໄປແຂວງກຸ້ຍໂຈວ ແລະ ຈາກ ແຂວງກຸ້ຍໂຈວ ມາລາວ, ລວມ ເຖິງການຂົນສົ່ງຜູ້ໂດຍສານ ກໍຄື ນັກທ່ອງທ່ຽວ ເນື່ອງຈາກແຂວງ ກຸ້ຍໂຈວ ສາມາດເຊື່ອມໂຍງດ້ານ ໂລຈິສຕິກ ໄດ້ຫລາຍກວ່າ 80 ປະ ເທດທົ່ວໂລກ. ຜ່ານການພົບປະກັນຄັ້ງນີ້, ເຮັດ ໃຫ້ນັກທຸລະກິດຂອງລາວ ແລະ ແຂວງກຸ້ຍໂຈວ ໄດ້ພົບປະຫາລືກັນ ເຊິ່ງຈະເປັນຜົນດີຫລາຍໃນການ ຮ່ວມມືກັນ ເພື່ອດໍາເນີນທຸລະກິດໃນ ຕໍ່ໜ້າ. ໃນນີ້ ນັກທຸລະກິດລາວໄດ້ສະ ເໜີຫລາຍບັນຫາຕໍ່ແຂວງກຸ້ຍໂຈ ເພື່ອເຮັດໃຫ້ການສົ່ງອອກສິນຄ້າ ກະສິກໍາຈາກລາວໄປ ແຂວງດັ່ງ ກ່າວສະດວກສະບາຍຫລາຍຂຶ້ນ. ນອກຈາກນີ້, ຈະປະກອບສ່ວນເຮັດ ໃຫ້ນັກທ່ອງທ່ຽວຈາກແຂວງດັ່ງ ກ່າວ ເດີນທາງມາທ່ຽວລາວຫລາຍ ຂຶ້ນ ໂດຍມີລົດໄຟ ລາວ-ຈີນ ເປັນໂຕ ຂັບເຄື່ອນທີ່ສໍາຄັນ ເພາະເຮັດໃຫ້ ການເດີນທາງມີຄວາມສະດວກສະ ບາຍ. ສໍາລັບ ສິນຄ້າກະສິກໍາທີ່ລາວ ສະເໜີສົ່ງອອກໄປແຂວງກຸ້ຍໂຈວ ລວມມີ: ແປ້ງມັນຕົ້ນ, ຖົ່ວລຽນ ແລະ ອື່ນໆ. ສ່ວນສິນຄ້າທີ່ແຂວງກຸ້ຍໂຈວ ຈະສົ່ງມາລາວລວມມີ: ເຫລົ້າເໝົາ ຖາຍ, ສ່ວນປະກອບສໍາລັບຜະລິດ ປຸຍ ແລະ ອື່ນໆ. ໃນກອງປະຊຸມຄັ້ງນີ້, ໄດ້ມີຫົວ ໜ່ວຍທຸລະກິດຈາກສອງຝ່າຍຫລາຍ ຫົວໜ່ວຍເຊັນສັນຍາໂຄງ ການຮ່ວມ ມືກັນ ເຊັ່ນ: ຄະນະຄຸ້ມຄອງເຂດປອດ ພາສີກວມລວມກຸ້ຍຢາງ, ຄະນະຄຸ້ມ ຄອງເຂດປອດພາສີກວມລວມຈຸນ ຢີ້ ແລະ ຄະນະຄຸ້ມຄອງເຂດປອດ ພາສີກວມລວມກຸ້ຍອານ ເຊັນສັນ ຍາກັບບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດ ກ່ຽວກັບຂອບການຮ່ວມມື ຍຸດທະສາດ, ບໍລິສັດ ໂຮງງານຜະ ລິດເຫລົ້າເໝົາຖາຍ ກຸ້ຍໂຈວ ເຊັນ ສັນຍາຮ່ວມມືກັບບໍລິສັດທາງລົດ ໄຟລາວ-ຈີນ ຈໍາກັດ ແລະ ອື່ນໆ. ຜ່ານມາເຫັນວ່າອັດຕາການປົກຄຸມ ການສັກວັກຊິນກັນພະຍາດໝາກ ແດງຍັງບໍ່ບັນລຸເປົ້າໝາຍ 95% ເຊິ່ງເປັນຊ່ອງຫວ່າງອາດຈະເກີດ ການລະບາດຂອງພະຍາດນີ້ໄດ້. ສະນັ້ນ, ແຂວງຄຳມ່ວນ ຈຶ່ງໄດ້ປີດ ຂະບວນການສັກວັກຊິນກັນພະຍາດ ດັ່ງກ່າວໃຫ້ກຸ່ມເປົ້າໝາຍເດັກອາຍຸ 9 ເດືອນຫາອາຍຸ 5 ປີ ທັງໝົດ 31.985 ຄົນ ທົ່ວແຂວງ ໃຫ້ໄດ້ຮັບ ວັກຊິນເກີນ 95% ຂຶ້ນໄປໂດຍບໍ່ໄດ້ ເສຍຄ່າ. ທ່ານ ດຣ ແສງທອງ ເສີມລຳວັນ ຍັງໃຫ້ຮູ້ອີກວ່າ: ອັດຕາການສັກ ຢາກັນພະຍາດດັ່ງກ່າວ ຢູ່ແຂວງ ຄໍາມ່ວນ ຍັງບໍ່ທັນບັນລຸໄດ້ຕາມ ຕົວເລກຄາດໝາຍໃນປີທີ່ຜ່ານມາ ຈຶ່ງເຮັດໃຫ້ມີຄວາມສ່ຽງສູງທີ່ຈະ ພາໃຫ້ເກີດມີການລະບາດໃນຕໍ່ໜ້າ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ປົກ ຄອງນໍາເອົາລູກຫລານຂອງຕົນ ເອງທີ່ມີອາຍຸຕ່ຳກວ່າ 5 ປີ ທີ່ມີ ຄວາມສ່ຽງໃນການຕິດເຊື້ອພະຍາດ ເຂົ້າຮ່ວມສັກຢາປ້ອງກັນພະຍາດ ໝາກແດງນ້ອຍ-ໝາກແດງໃຫຍ່ ເພື່ອສ້າງພູມຄຸ້ມກັນ ແລະ ປ້ອງກັນ ບໍ່ໃຫ້ເກີດມີການແພ່ລະບາດໃຫຍ່ ຢູ່ພາຍໃນແຂວງໂດຍທາງແຂວງໄດ້ ກຳນົດຈຸດສັກຢາຄົງທີ່ຕາມໂຮງໝໍ ແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ ຊຸມຊົນ, ສຸກສາລາ ທັງໝົດ 102 ຈຸດ. ອີງຕາມຂໍ້ມູນການການຕິດເຊື້ອ ຂອງພະຍາດດັ່ງກ່າວ, ແມ່ນມີອັດ ຕາການແຜ່ເຊື້ອສູງ, ຕິດເຊື້ອໄດ້ງ່າຍ ຈາກຄົນຫາຄົນໄດ້ໄວ ແລະ ເປັນ ສາເຫດໜຶ່ງທີ່ສໍາຄັນຂອງການເຈັບ ປ່ວຍ, ເຮັດໃຫ້ມີຄວາມສ່ຽງທີ່ຈະ ເສຍຊີວິດໃນໄວເດັກ. ພ້ອມນີ້, ຍັງ ມີລາຍງານຈາກປະເທດທີ່ກໍາລັງ ພັດທະນາໃນທົ່ວໂລກ ແມ່ນອັດຕາ ການເສຍຊີວິດຂອງເດັກນ້ອຍຍ້ອນ ພະຍາດດັ່ງກ່າວສູງເຖິງ 5%-10% ທຽບໃສ່ປີ 2021 ເຫັນວ່າໃນປີ 2022 ແມ່ນເພີ່ມຂຶ້ນ 18% ແລະ ເສຍຊີວິດ 43% ໃນທົ່ວໂລກ ເຮັດ ໃຫ້ຈຳນວນກໍລະນີຜູ້ທີ່ຕິດເຊື້ອໝາກ ແດງໃຫຍ່ ສະເລ່ຍ 9 ລ້ານຄົນ ແລະ ເສຍຊີວິດ 136.000 ຄົນ ໃນກຸ່ມ ເດັກນ້ອຍ. ສຳລັບ ສປປ ລາວ ກໍມີປະ ຫວັດການເກີດລະບາດຂອງພະຍາດ ໝາກແດງ ໃນຫລາຍພື້ນທີ່ທົ່ວ ປະເທດ ເຊັ່ນ: ປີ 2018 ເກີດການ ລະບາດພະຍາດໝາກແດງນ້ອຍໝາກແດງໃຫຍ່ ຢູ່ເຂດທົ່ງນາມີ ເມືອງປາກກະດິງ, ປີ 2019 ເກີດ ການລະບາດຢູ່ນະຄອນຫລວງວຽງ ຈັນ, ປີ 2020 ລະບາດຢູ່ແຂວງ ວຽງຈັນ ແລະ ຂົງເຂດອື່ນໆໃນທົ່ວ ປະເທດ. ສະນັ້ນ, ເພື່ອປ້ອງກັນການ ແພ່ລະບາດ ຂອງພະຍາດໝາກແດງ ນ້ອຍ ແລະ ໝາກແດງໃຫຍ່ປະເທດ ເຮົາກໍມີຄວາມຈຳເປັນຕ້ອງໄດ້ຈັດ ວັນສັກວັກຊິນຢ່າງເປັນຂະບວນ ການ ເຊິ່ງ ສປປ ລາວ ແມ່ນ 1 ໃນ 3 ປະເທດ ທີ່ມີແຜນຈັດຕັ້ງປະຕິບັດວັນ ສັກຢາກັນພະຍາດແຫ່ງຊາດ ປີ 2024 (ມາເລເຊຍ, ກໍາປູເຈຍ ແລະ ລາວ). ຂ່າວ-ພາບ:ວຽງສະຫວັນ

RkJQdWJsaXNoZXIy MTc3MTYxMQ==