xtgmf]k; 6 21/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d 1krN og,n v'dkgln v 7v'.9-k;]k;8ts]vfdko ໂດຍ: ມາລີດາ ໂດຍ: ເຂົ້າຈານນໍ້າ ot7vos];' 9txa [x5 'rN omuj dt-;'p5 8y me s]a 'gdq j kgxa ocs]j 'mj v'mj P; * ປັດຈຸບັນ ຢາພື້ນເມືອງລາວ ເປັນອີກຜະລິດຕະພັນໜຶ່ງຂອງຄົນ ລາວ ທີ່ຄົ ນລ າວນິ ຍົມໃ ຊ້ຢ່າງຫລວງ ຫລາຍເນື່ອງຈາກວ່າເປັນສິນຄ້າ ທີ່ດີ, ມີຄຸນນະພາບທີ່ນໍາວັດຖຸດິບ ຈາກທໍາມະຊາດມາປຸງແຕ່ງເປັນ ຜະລິດຕະພັນສໍາເລັດຮູບເພື່ອປິ່ນ ປິ່ນພະຍາດໄດ້ເປັນຢ່າງດີ ເຊິ່ງຈະ ເຮັດໃຫ້ດີ ຕໍ່ສຸຂະພ າບ ແລະ ບໍມີ່ ຜົນ ຂ້າງຄຽງຕໍ່ຮ່າງກາຍຂອງຄົນເຮົາ ເນື່ອງຈາກວ່າ ສິນຄ້າເປັນຜະລິດ ຕະພັນທໍາມະຊາດ ທີ່ບໍ່ ມີ ຜົນກະທົບ ຕໍ່ຮ່າງກາຍຂ ອງຄົ ນເຮົາ. ທ່ານ ນາງ ໝ່ວຍນ້ອຍ ນາມສົມ ສຸກ ຜູ້ບໍລິຫານຫ້ອງປຸງແຕ່ງຢາ ພື້ນເມືອງກາເສືອ 1 ໂຕ ໃ ຫ້ຮູ້ ວ່ າ: ພໍ່ ເປັນຄົນເຊື້ອສາຍຈີນ ແລະ ມີກິດຈະ ການຂາຍຢາພື້ນເມືອງກໍຢາກໃຫ້ ລູກໆໄດ້ຮູ້ພາສາຈີນ ແລະ ສາມາດ ຕໍ່ຍອດກິດຈະການໃນອະນາຄົດ. ດັ່ງນັ້ນ, ຕອນຍັງນ້ອຍໄດ້ຮຽນຢູ່ ໂຮງຮຽນ ລ້ຽວໂຕ ເພື່ອຝຶກຝົນພາ ສາຈີນ ມາຕັ້ງ ແຕ່ອາຍຸ 3-4 ປີ ເປັນ ຕົ້ນມາຈົນຈົບ ມ6 ເມື່ອອາຍຸ 18 ປີ ດ້ວຍຄະແນນໃນລະດັບສູງຈຶ່ງໄດ້ ໄປສຶກສາຕໍ່ຢູ່ ສປ ຈີນ ທ່າມກາງ ຄວາມໂຊກດີນັ້ນ ມັນກໍ່ມີແນວຈອງ ດຶງ ເພາະໄລຍະນັ້ນ ພໍ່ມີບັນຫາດ້ານ ສຸຂະພາບຈຶ່ງຕ້ອງໄດ້ເບິ່ງແຍງ ອາການຂອງພໍ່ ກໍເລີຍເສຍໂອກາດ ໄປຮຽນຈີນ. ດັ່ງນັ້ນ, ຈຶ່ງໄດ້ຮຽນ ພາສາອັງກິດ ທີ່ວິທະຍາໄລລາວອາເມລິກາ ສາຂາບໍລິຫານ- ທຸລະ ກິດ. ໄລຍະທີ່ພໍ່ບໍ່ສະບາຍນັ້ນ ຄອບ ຄົວກໍພົບບັນຫາຫຍຸ້ງຍາກຫລາຍ ຢ່າງທັງການບໍລິຫານທຸລະກິດ ແລະ ບັນຫາການເງິນ ແ ຕ່ຄ ອບຄົວ ກໍໄ ດ້ເຮັດທຸ ກວິ ທີທ າງເພື່ອປິ່ນປົວພໍ່ ແຕ່ກໍບໍ່ສາມາດຊ່ວຍບໍ່ໄດ້ໃນທີ່ສຸດ ພໍ່ກໍເສຍຊີວິດ. ຫລັງຈາກສູນເສຍພໍ່ ທີ່ເຄົາລົບຮັກທຸກຄົນເສົ້າເສຍໃຈ ທີ່ສຸດ ເຊິ່ງແມ່ກໍພາລູກໆສູ້ຕໍ່ໄປຢ່າງ ເຂັ້ມແຂງ. ເຊິ່ງຕົນເອງ ພາຍຫລັງ ຈົບຈາກ ວິທະຍາໄລລາວ-ອາເມລິ ກາ ກໍໄດ້ໄປເຮັດວຽກຢູ່ບໍລິສັດແຫ່ງ ໜຶ່ງໃນສາຍງານບໍລິຫານ ເພື່ອ ເກັບກ່ຽວປະສົບການຫລາຍໆຢ່າງ ແຕ່ດ້ວຍທີ່ແມ່ກໍອາຍຸຫລາຍແລ້ວ, ທຸລະກິດທີ່ ພໍ່ສ້າງໄວ້ກໍຕ້ອງການຜູ້ ບໍລິຫານພັດທະນາ ຕາມຍຸກສະໄໝ ຈຶ່ງໄດ້ຂໍລາອອກຈາກ ບໍລິສັດທີ່ຕົນ ເອງເຮັດວຽກຫາກໍໄດ້ 1 ປີ ເພື່ອ ໄປຮຽນຕໍ່ດ້ານຢາພື້ນເມືອງ ຢູ່ປະ ເທດ ເພື່ອນບ້ານເພື່ອກັບມາຕໍ່ຍອດ ທຸລະກິດຄອບຄົວທີ່ພໍ່ແມ່ໄດ້ປູທາງ ສ້າງໄວ້. ທ່ານ ນາງ ໝ່ວຍນ້ອຍ ເວົ້າຕື່ມ ວ່າ: ອາຊີບຜະລິດຢາພື້ນເມືອງ ຍັງ ເປັນສິ່ງທີ່ທ້າທາຍຫລາຍໃນບ້ານ ເຮົາຍ້ອນສັງຄົມຍັງບໍ່ຍອມຮັບ ຫລື ເປີດໃຈໃຊ້ຫລາຍເທົ່າທີ່ຄວນແຕ່ ຕົນເອງກໍບໍ່ເຄີຍທໍ້ຕໍ່ອຸປະສັກຕ່າງໆ ໃນທຸກໆປີຈະມີການປັບປຸງ ແລະ ພັດທະນາເພີ່ມຜະລິດຕະພັນໃໝ່ໆ ເພື່ອຕອບໂຈດແກ່ສັງຄົມ ໂດຍຢຶດ ຫລັກວ່າ:“ສູ້ຊົນ,ອົດທົນ,ພັດທະນາ ຈຶ່ງສໍາເລັດ” ສິ່ງສໍາຄັນອີກຢ່າງທີ່ ໃສ່ໃ ຈໃນການບໍລິຫານ ແລະ ດໍາລົງ ຊີວິດນັ້ນກໍຄືຄໍາວ່າ “ຄົນເຮົາເຮັດ ດີກໍຈະໄດ້ດີ”. ໂດຍປັດຈຸບັນຫ້ອງປຸງ ແຕ່ງຢາພື້ນເມືອງກາເສືອ 1 ໂຕ ມີຜະລິດຕະພັນປະມານ 30 ລາຍ ການເປັນຕົ້ນ: ຢາດົມ, ຢາໝອງ, ປະເພດຊາ ແລະ ອື່ນໆ ເຊິ່ງມີການ ປັບປຸງຜະລິດຕະພັນໃຫ້ມີຮູບແບບ ທີ່ງົດງາມເພື່ອກຽມສູ່ການຈໍາ ໜ່າຍໃນຕະຫລາດຕ່າງປະເທດ. ເອີ້ນວ່າ ອານຸສາວະລີ ປະຕູໄຊ ເຊິ່ງ ມັນໄດ້ຮັບການສ້າງຂຶ້ນເພື່ອເປັນ ອານຸສອນໃຫ້ແກ່ໄຊຊະນະ ຂອງສົງ ຄາມ ແລະ ເປັນອານຸສອນແກ່ທະ ຫານທີ່ຕາຍໃນສົງຄາມໂລກຄັ້ງທີ ສອງ ແລະ ສົງຄາມກັບຈັກກະຟັດ ພວກລ່າເມືອງຂຶ້ນໃນປີ1949 ແລະ ປະຕູໄຊເລີ່ມການກໍ່ສ້າງໃນປີ 1957 ແລະ ສຳເລັດການກໍ່ສ້າງໃນປີ 1968. ສັງເກດຈາກຮູບຊົງ ແລະ ການອອກແບບກໍ່ສ້າງແລ້ວຄ້າຍ ກັບປະຕູໄຊ Arc de Triomphe ຢູ່ປະເທດຝຣ່ັງ ແລະ ນັກທ່ອງທ່ຽວ ທີ່ມາເຫັນ ໃນນັ້ນບາງຄົນກໍເວົ້າວ່າ ປະຕູໄຊອ້າຍນ້ອງກັນ ເຖິງແມ່ນ ວ່າຈະມີຮູບຊົງໂຄງສ້າງຄ້າຍກັນ ແຕ່ໃນເລື່ອງລວດລາຍ ແລະ ສະຖາ ປັດຕະຍະກຳແລ້ວແມ່ນມີຄວາມ * ປະຕູໄຊຫລືອານຸສາວະລີແມ່ນ ໜຶ່ງໃນຈຸດໃຈກາງສໍາຄັນ ເຊິ່ງຖືວ່າ ເປັນສັນຍະລັກເມືອງເອກຂອງ ສປປ ລາວ ກໍວ່າໄດ້, ຕັ້ງຢູ່ໃຈກາງ ນະຄອນຫລວງວຽງຈັນ ສປປ ລາວ ຈາກອະດີດເຖິງປັດຈຸບັນບໍ່ແມ່ນ ເລື່ອງແປກທີ່ເຫັນຊາວລາວ, ແຂກ ຕ່າງດ້າວທ້າວຕ່າງເມືອງ ແລະ ນັກ ທ່ອງທ່ຽວມັກແວ່ທ່ຽວຊົມ ແລະ ສຶກສາຫາຄວາມຮູ້ດ້ານປະຫວັດ ສາດ. ຕາມຂໍ້ມູນເບື້ອງຕົ້ນຈາກພະ ແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານວ່າ ປະຕູໄຊເປັນໜຶ່ງໃນຈຸດສົນໃຈ ແລະ ກາຍເປັນສະຖານທີ່ທ່ອງທ່ຽວຍອດ ນິຍົມທັງແຂກພາຍໃນ-ຕ່າງປະ ເທດ ໂດຍສະເລ່ຍມີນັກທ່ອງທ່ຽວ ເຂົ້າແວ່ຊົມບໍ່ຕໍ່າກວ່າ 400- 500 ຄົນຕໍ່ມື້. ມື້ນີ້ຜູ້ຂຽນຈະພາ ທ່ານໄປຮູ້ ເບື້ອງຫລັງຄວາມເປັນມາ ແລະ ປະຫວັດຂອງອານຸສາວະລີ ແບບ ຄ້າວໆພໍຫອມປາກຫອມຄໍດັ່ງນີ: ປະຕູໄຊ ຫລື ບາງຄົນກໍເອີ້ນວ່າອານຸ ສາວະລີ ແຕ່ຈະໃຫ້ຖືກແທ້ໆ ຕ້ອງ ແຕກຕ່າງກັນຫລາຍ ອັນທີ່ພົ້ນເດັ່ນ ຮູບແຕ້ມ ຫລື ວາດໃນຜາໄດ້ປະກົດ ເຫັນຮູບຂອງກິນນາລີ, ຮູບກົບກິນ ເດືອນ ແລະ ອື່ນໆ. ອານຸສາວະລີ ປະຕູໄຊ ແມ່ນຈະ ມີປະຕູໃຫຍ່ທັງສີ່ດ້ານແລະປະກອບ ມີ 7 ຊັ້ນ, ມີຂັ້ນໄດທາງຂຶ້ນສອງ ຂ້າງ, ໂດຍທາງດ້ານເທິງເປັນອາ ຄານ 5 ຍອດເຊິ່ງມີຄວາມໝາຍ ຕາມຫລັກພະພຸດທະສາສະໜາ ໄດ້ ແກ່: ພັນທະມິດ, ການໃຫ້ອະໄພ, ຄວາມຊື່ສັດ, ການໃຫ້ກຽດ ແລະ ຄວາມຈະເລີນຮຸ່ງເຮືອງ. ຖ້າທ່ານມີ ໂອກາດຂຶ້ນໄປຮອດຍອດຂອງອານຸ ສາວະລີ ທ່ານກໍ່ຈະໄດ້ຊື່ນຊົມກັບ ທີວທັດຄວາມງາມຂອງກາງຕົວ ເມືອງວຽງຈັນ. ປະຕູໄຊຖືກອ້ອມ ຮອບໄປດ້ວຍສວນສາທາລະນະ, ສໍາ ນັກງານຂອງລັດຖະບານ, ກະຊວງ, ສໍານັກງານອົງການສະຫະປະຊາ ຊາດ, ວັດທາດຝຸ່ນ ແລະ ອື່ນໆ ເຊິ່ງ ເປັນເສັ້ນທາງຫລັກທີ່ມີລັກສະນະ ເປັນວົງວຽນ ແລະ ເປັນເສັ້ນທາງ ຫລວງໃຫຍ່, ທາງດ້ານໜ້າ ຂອງ ປະຕູໄຊມີນໍ້າພຸທີ່ສວຍງາມ, ມີສວນ ສາທາລະນະ ໃຫ້ພັກຜ່ອນຢ່ອນໃຈ, ເປັນບ່ອນທີ່ຊາວວຽງຈັນ ແລະ ນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ມັກມາພັກຜ່ອນ, ສູດອາ ກາດບໍລິສຸດແລະ ອອກກຳລັງກາຍ. ຫວ່າງບໍ່ດົນມານີ້, ນະຄອນຫລວງ ວຽງຈັນ ໄດ້ປະກາດວ່າຈະພັດທະ ນາ ແລະ ປັບປຸງພື້ນທີ່ກະຊວງຍຸຕິ ທໍາຫລັງເກົ່າ ຂ້າງປະຕູໄຊ ໃຫ້ເປັນ ຮູບຮ່າງໜ້າຕາໃໝ່ທີ່ສວຍງາມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍ ໃນ ແລະ ຕ່າງປະເທດ ໂດຍຈະປັບ ປຸງໃຫ້ສໍາເລັດພາຍໃນເດືອນກັນ ຍາ ປີ 2024 ນີ້. ທ່ານ ບຸນຍະວັດ ນີຣະໄຊຍ໌, ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫລວງ ວຽງຈັນ ໄດ້ຖະແຫລງຂ່າວຕໍ່ສື່ມວນ ຊົນໃນວັນທີ 16 ພຶດສະພາ 2024 ນີ້ວ່າ: ການສ້າງສວນສາທາລະນະ ປະຕູໄຊ ໄລຍະທີ 1 (ພື້ນທີ່ກະຊວງ ຍຸຕິທໍາ ຫລັງເກົ່າ), ມີເນື້ອ ທີ່ 1,5 ເຮັກຕາ ເພື່ອແນໃສ່ເຮັດໃຫ້ໃຈ ກາງນະຄອນຫລວງວຽງຈັນ ກາຍ ເປັນສະຖານທີ່ສາທາລະນະສີຂຽວ ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກ ຜ່ອນຢ່ອນອາລົມ, ມີສວນຮົ່ມໄມ້, ຮ້ານຂາຍອາຫານ ແລະ ຮ້ານຂາຍ ເຄື່ອງທີ່ລະນຶກ, ມີຫ້ອງນໍ້າສາທາ ລະນະ, ມີບ່ອນຈອດລົດ, ມີລະບົບ ໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໂດຍ ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ພຶດສະພານີ້ແລະຈະໃຫ້ສໍາເລັດພາຍ ໃນເດືອນກັນຍາ ປີ 2024. ພາຍ ຫລັງສ້າງສໍາເລັດແລ້ວເຊື່ອວ່າ ສວນສາທາລະນະແຫ່ງນີ້ ຈະເພີ່ມ ສີສັນ ແລະ ສ້າງບັນຍາກາດໃໝ່ ໃຫ້ ນະຄອນຫລວງວຽງຈັນ ໂດຍສະ ເພາະໃນປີ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ, ທັງເປັນປີທ່ອງທ່ຽວລາວ ແລະ ນະຄອນຫລວງວຽງຈັນ ເປັນເຈົ້າ ພາບຈັດກອງປະຊຸມບັນດາເຈົ້າ ຄອງນະຄອນຫລວງອາຊຽນ. ທ່ານ ບຸນຍະວັດ ນີຣະໄຊຍ໌ ໃຫ້ ຮູ້ຕື່ມວ່າ: ສວນສາທາລະນະປະຕູ ໄຊ ໄລຍະທີ 1 ແມ່ນຖືກອອກແບບ ໂດຍຄະນະທີ່ປຶກສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ໂດຍໄດ້ຮັບການສະໜັບສະໜູນ ດ້ານທຶນຮອນຈາກ ພະແນກການ ຄ້າ ແຂວງຢຸນນານ ສປ ຈີນ ຈໍາ ນວນ 3 ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫລວງວຽງຈັນ ອີກຈໍານວນໜຶ່ງ, ໂດຍມີບໍລິສັດ ທີ່ປຶກສາ ແລະ ກໍ່ສ້າງ ແຂວງຢຸນ ນານ ສປ ຈີນ ເປັນຜູ້ດໍາເນີນການ ກໍ່ສ້າງຕາມຮູບແບບທີ່ໄດ້ຖືກຮັບ ຮອງ. ສໍາລັບການປັບປຸງຕຶກອາ ຄານແມ່ນໄດ້ດໍາເນີນຕາມລະບຽບ ການຈັດຊື້- ຈັດຈ້າງ ເພື່ອຄັດເລືອກ ເອົາບໍລິສັດພາຍໃນທີ່ມີເງື່ອນໄຂມາ ຈັດຕັ້ງປະຕິບັດ. ໃນໂອກາດນີ້, ທ່ານໄດ້ຝາກມາ ຍັງສັງຄົມ ໃນໄລຍະທີ່ມີການກໍ່ສ້າງ ນີ້ອາດຈະເຮັດໃຫ້ການສັນຈອນໄປ- ມາ ໃນຂອບເຂດດັ່ງກ່າວມີຄວາມ ຫຍຸ້ງຍາກ. ປະຕູໄຊແມ່ນໜຶ່ງໃນ 10 ສະຖານທີ່ທ່ອງທ່ຽວຍອດນິຍົມໃນ ນະຄອນຫລວງວຽງຈັນ ລວມມີວັດ ສີສະເກດ, ພະທາດຫລວງ, ວັດສີ ເມືອງ, ຫໍພະແກ້ວ, ວັດຊຽງຄວັນ, ອັດອົງຕື້, ວັດທົ່ງທາດ, ວັດໜອງ ຄໍາແສນ, ວັດປ່າເລໄລ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==