xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 21/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp Iv'sq ;|h k vvxl 3vh ]q ,rtoa d'ko vq 'dkowvptdkoxt-k-q oc0;'-P'0;k' ຂປລ. ໃນໂອກາດລົງເຄື່ອນ ໄຫວຊຸກຍູ້ວຽກງານໄອຍະການປະ ຊາຊົນຮອບດ້ານຢູ່ 3 ແຂວງພາກ ເໜືອ ລະຫວ່າງວັນທີ 12-17 ພຶດ ສະພາ 2024 ນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດໄດ້ພົບ ປະໂອ້ລົມພະນັກງານຫລັກແຫລ່ງ ຢູ່ອົງການໄອຍະການປະຊາຊົນ ແຂວງຊຽງຂວາງໂດຍທ່ານໄດ້ ເນັ້ນຫລາຍບັນຫາສຳຄັນໃນການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຢ່າງມີຜົນສໍາເລັດໃນຕໍ່ໜ້າ. ພ້ອມທັງ ຮັບຟັງການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງວຽກ ງານປະຈໍາປີ 2024 ໂດຍສັງເຂບ ຈາກທ່ານ ຄໍາຫລ້າ ທໍາມະວົງ ຫົວ ໜ້າອົງການໄອຍະການປະຊາຊົນ ແຂວງຊຽງຂວາງ. ໂອກາດນີ້,ທ່ານຮອງຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະ ນະພັກ-ຄະນະນໍາອົງການໄອຍະ ການປະຊາຊົນແຂວງຊຽງຂວາງ ທີ່ສາມາດຍາດໄດ້ຜົນງານ ແລະ ມີ ຜົນສໍາເລັດໃນຫລາຍດ້ານ. ພ້ອມນີ້, ທ່ານຍັງໄດ້ມີຄຳເຫັນຊີ້ນໍາວ່າ: ຄະ ນະນໍາອົງການໄອຍະການປະຊາ ຊົນ ຕ້ອງຖືສໍາຄັນວຽກງານສຶກສາ ອົບຮົມການເມືອງແນວຄິດພະນັກ ງານຢ່າງເລິກເຊິ່ງເປັນປົກກະຕິຕໍ່ ເນື່ອງ, ມີຄວາມອຸ່ນອຽນ, ທຸ່ນທ່ຽງ ພ້ອມກັນສ້າງຜົນງານ, ສືບຕໍ່ວຽກ ງານການຄຸ້ມຄອງນໍາພາພະນັກ ງານ ໂດຍຕິດພັນກັບການຊັບຊ້ອນ, ບັນຈຸ, ຍົກຍ້າຍ, ແຕ່ງຕັ້ງເຊິ່ງແມ່ນ ອົງການໄອຍະການປະຊາຊົນສູງ ສຸດເປັນຜູ້ຈັດຕັ້ງປະຕິບັດ, ສ້າງກົນ ໄກປະສານງານກັບພາກສ່ວນທີ່ ກ່ຽວຂ້ອງ ໂດຍມີການປະຊຸມສ່ອງ ແສງລາຍງານ, ສືບຕໍ່ແກ້ໄຂບັນຫາ ຄໍາຮ້ອງຟ້ອງຕິດພັນກັບວາລະ ແຫ່ງຊາດ ໃນການແກ້ໄຂບັນຫາ ຢາເສບຕິດ, ສືບຕໍ່ເຮັດໜ້າທີ່ວຽກ ງານກວດກາທົ່ວໄປພ້ອມທັງສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ. ໃນໂອກາດດຽວກັນ, ທ່ານ ບຸນທ່ຽງ ວິໄລວົງ ຮັກສາການຫົວ ໜ້າຫ້ອງການອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ມອບຄອມ ພິວເຕີ ຈໍານວນ 2 ຊຸດ ແລະ ປື້ມກົດ ໝາຍຈໍານວນໜຶ່ງໃຫ້ແກ່ອົງການ ໄອຍະການປະຊາຊົນແຂວງຊຽງ ຂວາງ ເພື່ອນໍາໃຊ້ເຂົ້າໃນວຽກງານ ຕື່ມອີກ. ຂ່າວ: ວົງເດືອນ g]uj ,xt8y [a f37'dkolt|v'mb o .odko s]5 fzj vo{75 h ,7v'1kxk[la f86 rn f mu j gxa ova o8t]kp ຂປລ. ກົມປູກຝັງ, ກະຊວງກະສິ ກຳ ແລະ ປ່າໄມ້ຮ່ວມກັບອົງການສະ ຫະປະຊາຊາດ ເພື່ອການພັດທະນາ ຈັດກອງປະຊຸມການລິເລີ່ມໂຄງການ ສະໜອງທຶນໃນການຫລຸດຜ່ອນແລະ ການຄຸ້ມຄອງຢາປາບສັດຕູພືດທີ່ ເປັນອັນຕະລາຍໃນສປປລາວໃນວັນ ທີ 15 ພຶດສະພາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນປະ ທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີຜູ້ຕາງໜ້າອົງການ ສະຫະປະຊາຊາດເພື່ອການພັດທະ ນາ, ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ຈາກແຕ່ລະແຂວງເປົ້າໝາຍເຂົ້າ ຮ່ວມ. ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ ໄດ້ໃຫ້ຮູ້ວ່າ: ໃນ ໄລຍະທີ່ຜ່ານມາ, ກົມປູກຝັງໄດ້ ປະສານສົມທົບກັບອົງການສະຫະ ປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ພາຍ ໃຕ້ແຜນງານສິ່ງແວດລ້ອມໂລກ (UNEnvironment Program) ໄດ້ຮ່ວມກັນສ້າງບົດສະເໜີໂຄງ ການສະໜອງທຶນໃນການຫລຸດ ຜ່ອນແລະການຄຸ້ມຄອງຢາປາບສັດ ຕູພືດທີ່ເປັນອັນຕະລາຍໃນ ສປປ ລາວ ແລະ ໄດ້ຮັບອະນຸມັດຈາກກອງ ທຶນສິ່ງແວດລ້ອມໂລກ (GEF). ໂຄງການດັ່ງກ່າວ ມີເປົ້າໝາຍແນ ໃສ່ເພື່ອຫລຸດຜ່ອນການນໍາໃຊ້ຢາ ປາບສັດຕູພືດ ທີ່ເປັນອັນຕະລາຍ ຮ້າຍແຮງຕໍ່ກັບປະຊາຊົນ ໂດຍເນັ້ນ ໃສ່ວິທີການຈັດການກັບສັດຕູພືດ ແບບປະສົມປະສານ ເພື່ອໃຫ້ມີ ຄວາມຍືນຍົງທາງດ້ານນິເວດວິທະ ຍາ, ເພີ່ມທະວີການເຂົ້າເຖິງຜະລິດ ຕະພັນຢາປາບສັດຕູພືດແບບຊີວະ ພາບໃຫ້ເປັນທາງເລືອກໜຶ່ງທີ່ບໍ່ໄດ ໃຊ້ຢາປາບສັດຕູພືດ ຫລື ບໍ່ເປັນອັນ ຕະລາຍຮ້າຍແຮງສູງ ແລະ ເພີ່ມ ກາລະໂອກາດໃນການສ້າງລາຍ ຮັບຈາກການຮັກສາສິ່ງແວດລ້ອມ ເພື່ອເປັນການຈັດການກັບຢາປາບ ສັດຕູພືດ ແລະ ສິ່ງເສດເຫລືອຈາກ ພາຊະນະບັນຈຸຢາປາບສັດຕູພືດຢູ່ ໃນ ສປປ ລາວ. ທ່ານ ກິແກ້ວ ສິງນາວົງ ກໍໄດ້ ມີຄໍາເຫັນວ່າ: ໂຄງການດັ່ງກ່າວ, ເປັນໂຄງການທີ່ໄດ້ຮັບການຊ່ວຍ ເຫລືອລ້າຈາກກອງທຶນສິ່ງແວດ ລ້ອມໂລກ ໄລຍະເວລາການຈັດຕັ້ງ ປະຕິບັດ 5 ປີແຕ່ ປີ 2024-2028, ມູນຄ່າໂຄງການ 4 ຕື້ໂດລາສະຫະ ລັດ ໂດຍຈະໄດ້ຈັດຕັ້ງປະຕິດບັດຢູ່ 5 ແຂວງເປົ້າໝາຍ ຄື: ນະຄອນຫລວງ ວຽງຈັນ, ຊຽງຂວາງ, ອຸດົມໄຊ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເພື່ອດໍາເນີນງານ 4 ແຜນງານ ດັ່ງ ນີ້: ການສ້າງຄວາມເຂັ້ມແຂງໃຫ້ ແກ່ນະໂຍບາຍ, ນິຕິກໍາ, ການຄຸ້ມ ຄອງ ແລະ ການລົງທຶນ ໃນວຽກ ງານຢາປາບສັດຕູພືດ ເຊິ່ງຈໍາເປັນ ຕ້ອງໄດ້ສ້າງ ແລະ ປັບປຸງນິຕິກໍາຈໍາ ນວນໜຶ່ງ ເຊັ່ນ: ປັບປຸງກົດໝາຍ ວ່າດ້ວຍກະສິກໍາ, ຍົກດຳລັດວ່າ ດ້ວຍການຄຸ້ມຄອງຢາປາບສັດຕູ ພືດຂຶ້ນເປັນກົດໝາຍ, ຍົກຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຄຸ້ມ ຄອງຝຸ່ນຂຶ້ນເປັນດໍາລັດ ແລະ ຈະໄດ້ ສ້າງນິຕິກໍາໃຕ້ກົດໝາຍຈໍານວນ ໜຶ່ງລວມເຖິງຄູ່ມືການດໍາເນີນຄະດີ ກ່ຽວກັບຢາປາບສັດຕູພືດ ແລະ ຝຶກ ອົບຮົມສ້າງເຈົ້າໜ້າທີ່ກວດກາຢາ ປາບສັດຕູພືດທົ່ວເຖິງແຕ່ລະເມືອງ ເພື່ອຄຸ້ມຄອງວຽກງານດັ່ງກ່າວ; ການສ້າງຕົວແບບ ແລະ ເຜີຍແຜ່ ວິທີການຄວບຄຸມສັດຕູພືດທີ່ປອດ ໄພ ເຊິ່ງເປັນທາງເລືອກໜຶ່ງໃຫ້ແກ່ ກະສິກອນ ໃນການປູກຝັງ; ເຜີຍ ແຜ່, ປູກຈິດສໍານຶກ ແລະ ສ້າງຄວາມ ອາດສາມາດໃນການຈັດການສິ່ງ ເສດເຫລືອຈາກຢາປາບສັດຕູພືດ ລວມທັງການກໍາຈັດ ແລະ ທໍາລາຍ ພາຊະນະບັນຈຸ; ສ້າງຄວາມອາດ ສາມາດໃນການຕິດຕາມປະເມີນ ຜົນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງຢາປາບສັດຕູພືດ. ເພື່ອຈັດຕັ້ງປະຕິບັດໂຄງການ ສະໜອງທຶນໃນການຫລຸດຜ່ອນ ແລະ ການຄຸ້ມຄອງເຄມີກະສິກຳໃນ ສປປ ລາວ ໃຫ້ໄດ້ຮັບຜົນດີ, ຄະນະ ນຳກະຊວງກະສິກຳ ແລະ ປ່າໄມ້ ໄດ້ມອບໃຫ້ແຕ່ລະພາກສ່ວນຮັບຜິດ ຊອບດັ່ງນີ້: ໃຫ້ຄະນະຮັບຜິດຊອບ ໂຄງການຈາກກົມປູກຝັງ ເຮັດວຽກ ຢ່າງໄກ້ສິດປະສານສົມທົບກັບແຜນ ງານສິ່ງແວດລ້ອມ ຂອງອົງການ ສະຫະປະຊາຊາດ ເພື່ອການພັດທະ ນາ ປະຈໍາ ສປປ ລາວ(UNDP) ໃນການຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ; ໃຫ້ອົງ ການຈັດຕັ້ງສາກົນ, ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງລ້ອມ ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໂດຍສົມທົບກັບຄະນະ ຮັບຜິດຊອບໂຄງການ ຈາກກົມປູກ ຝັງ ເພື່ອປະສານງານກັນໃນການ ຈັດຕັ້ງປະຕິບັດໂຄງການ; ໃຫ້ຄະ ນະຮັບຜິດຊອບໂຄງການໃນຂໍ້ຕົກ ລົງ ໂດຍສະເພາະຄະນະວິຊາການ ຈາກກົມປູກຝັງ ແລະ 5 ແຂວງເປົ້າ ໝາຍຈົ່ງຍົກສູງແລະຖືສຳຄັນຕໍ່ໂຄງ ການດັ່ງກ່າວ ເປັນບຸລິມະສິດໜຶ່ງໃນ ການຄຸ້ມຄອງເຄມີກະສິກຳ, ຢາປາບ ສັດຕູພືດ, ຖືເອົາໃນການສ້າງ ແລະ ເຜີຍແຜ່ກົດໝາຍລະບຽບການ ໃນ ການຄຸ້ມຄອງວຽກງານດັ່ງກ່າວ ໃນ ສປປລາວ; ໃຫ້ກົມປູກຝັງ ສົມທົບ 5 ແຂວງເປົ້າໝາຍ, ເມືອງເປົ້າໝາຍ ເພື່ອເຜີຍແຜ່ກົດໝາຍລະບຽບການ ແລະ ຂໍ້ມູນຂ່າວສານຕໍ່ຫົວໜ່ວຍທຸ ລະກິດ, ປະຊາຊົນ, ກະສິກອນກ່ຽວ ກັບຄວາມສ່ຽງຂອງຢາປາບສັດຕູ ພືດໃຫ້ນຳໃຊ້ຢ່າງຖືກວິທີມີຄວາມ ປອດໄພຕໍ່ຜູ້ນຳໃຊ້ມີຄວາມປອດຕໍ່ ຜົນຜະລິດ ແລະ ສິ່ງແວດລ້ອມ; ໃຫ້ ກົມປູກຝັງ ສົມທົບ 5 ແຂວງເປົ້າ ໝາຍ, ເມືອງເປົ້າໝາຍຊຸກຍູ້ສົ່ງເສີມ ປະຊາຊົນຊາວກະສິກອນ ປູກພືດທີ່ ເປັນສິນຄ້າໄປຕາມມາດຕະຖານອິນ ຊີ (OA) ແລະ ມາດຕະຖານທີ່ດີ (GAP) ແລະ ກຳນົດພືດທີ່ໃຊ້ສານ ເຄມີໜ້ອຍ ຫລື ບໍ່ໃຊ້ສານເຄມີເລີຍ. ຄະນະຜູ້ແທນ ທູຕານຸທູດ... ມອບ-ຮັບ ແລະ ເປີດ... ພົວພັນ ແລະ ການຮ່ວມມື ໃນດ້ານ ຕ່າງໆ ລະຫວ່າງແຂວງອັດຕະປື ກັບບັນດາປະເທດເພື່ອນມິດສາກົນ, ທັງເປັນການກະຕຸ້ນການລົງທຶນ ຈາກຕ່າງປະເທດ ໃຫ້ເຂົ້າມາລົງທຶນ ຢູ່ແຂວງອັດຕະປື ຫລາຍຂຶ້ນເປັນ ຕົ້ນການພັດທະນາດ້ານພະລັງງານ, ດ້ານເສດຖະກິດ-ສັງຄົມ ແລະ ບັນ ຂປລ. ພິທີມອບ-ຮັບ ແລະ ເປີດ ນໍາໃຊ້ອາຄານ ສະຖາບັນເຕັກໂນໂລ ຊີການສື່ສານຂໍ້ມູນຂ່າວສານ ຈັດ ຂຶ້ນໃນວັນທີ 20 ພຶດສະພາ 2024 ທີ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ, ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ທ່ານ ຫວັງ ຊາງ ອຸປະທູດສະ ຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ, ປະທານຄະນະ ກໍາມະການຮ່ວມມື ລາວ-ຈີນ, ບັນ ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ແລະ ເປັນໂຄງການຕົວແບບທີ່ຝ່າຍ ລາວ ໄດ້ເປັນເຈົ້າການໃນການຈັດ ຕັ້ງປະຕິບັດໂຄງການເອງ. ນີ້ໄດ້ສະ ແດງໃຫ້ເຫັນເຖິງນໍ້າໃຈໄມຕີຈິດມິ ດຕະພາບຄວາມຮັກແພງຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ ທີ່ ມອບໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ, ເປັນສັນຍະລັກ ແຫ່ງກາຍພົວພັນຮ່ວມມື, ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ບົນສາຍ ພົວພັນອັນເປັນມູນເຊື້ອ, ການຮ່ວມ ມືແບບເພື່ອນມິດຍຸດທະສາດຮອບ ດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ຄູ່ຮ່ວມຊາຕາກໍາສັງຄົມນິ ຍົມທີ່ບໍ່ສາມາດຕັດແຍກອອກຈາກ ກັນໄດ້. ປັດຈຸບັນ, ແຮງງານດ້ານໄອຊີທີ ຂອງສປປລາວກວມເອົາໜ້ອຍກວ່າ 1% ຂອງແຮງງານ ທັງໝົດໃນທົ່ວ ປະເທດ ເຊິ່ງເຫັນວ່າຍັງມີຄວາມຈໍາ ກັດທາງດ້ານປະລິມານ ແລະ ຄຸນ ນະພາບ, ມີຄວາມຈໍາເປັນຕ້ອງສ້າງ ບຸກຄະລາກອນຂອງຂະແໜງການ ນີ້ໃຫ້ໄດ້ຢ່າງໜ້ອຍ 3% ຈຶ່ງຈະສາ ດາຮອງລັດຖະມົນຕີ, ບັນດາຫົວໜ້າ ກົມ/ທຽບເທົ່າ ອ້ອມຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ,ທ່ານປະດັບໄຊ ໄຊຍະໂຄດ ຫົວໜ້າສະຖາບັນ ເຕັກ ໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ ສານ ໄດ້ໃຫ້ຮູ້ວ່າ: ໂຄງການປັບປຸງ ຍົກລະດັບສະຖາບັນເຕັກໂນໂລຊີ ການສື່ສານຂໍ້ມູນຂ່າວສານແມ່ນ ໂຄງການອອກແບບກໍ່ສ້າງສູນຝຶກ ອົບຮົມດ້ານໄອຊີທີ (ICT) ເປັນອາ ຄານ 5 ຊັ້ນ ຈໍານວນ 1 ຫລັງ, ມີເນື້ອ ທີ່ທັງໝົດ 5.524 ຕາແມັດ, ປະກອບ ດ້ວຍຫ້ອງຮຽນທໍາມະດາ, ຫ້ອງ ຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະ ຊຸມໃຫຍ່. ໃນອາຄານປະກອບດ້ວຍ ອຸປະກອນການຮຽນ-ການສອນ, ອຸປະກອນຫ້ອງທົດລອງ ແລະ ສິ່ງ ອໍານວຍຄວາມສະດວກໃນການ ສອບເສັງທາງໄກ, ການກໍ່ສ້າງ ແລະ ຕິດຕັ້ງອຸປະກອນທັງໝົດໄດ້ດໍາ ເນີນມາແຕ່ກາງປີ 2022 ແລະ ສໍາ ເລັດການກວດກາໂຄງການທັງໝົດ ໃນຕົ້ນປີ 2024 ທີ່ຜ່ານມາ ໂດຍ ໄດ້ຮັບທຶນຊ່ວຍ ເຫລືອລ້າຈາກລັດ ຖະບານ ສປ ຈີນ. ພາຍຫລັງໂຄງ ການລິເລີ່ມການກໍ່ສ້າງພະນັກງານ ຄູ-ອາຈານ ກໍໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບໃນບັນດາ ຫລັກສູດໄອຊີທີເພື່ອກຽມພ້ອມຮອງ ຮັບໃນການເປີດສູນແຫ່ງນີ້. ພ້ອມ ນັ້ນ, ຜູ້ບໍລິຫານລະດັບສູງ 20 ທ່ານ ກໍໄດ້ຮັບເຊີນເຂົ້າຮ່ວມການຝຶກອົບ ຮົມ “ຜູ້ບໍລິຫານຂັ້ນສູງ” ທີ່ ສປ ຈີນ ເປັນເວລາ5ວັນ.ໂຄງການດັ່ງກ່າວ, ມີໄລຍະການຮັບປະກັນ 2 ປີ ເພື່ອຮັບ ປະກັນຄວາມຍືນຍົງຂອງໂຄງການ ຜູ້ຮັບເໝົາໂຄງການຈະຊ່ວຍໃນການ ຝຶກອົບຮົມດ້ານການດໍາເນີນ ແລະ ບໍາລຸງຮັກສາເປັນເວລາ 1 ປີ ຫລັງ ຈາກມອບ-ຮັບໂຄງການ, ອີກ 1 ປີ ຝ່າຍ ລາວ ຫລື ເຈົ້າຂອງໂຄງການ ຈະເປັນຜູ້ຮັບຜິດຊອບຫລັກໃນການ ດໍາເນີນງານ ແລະ ຈັດຕັ້ງການບໍາ ລຸງຮັກສາ. ພ້ອມນີ້, ທ່ານ ບໍ່ວຽງຄໍາ ວົງດາ ລາ ໄດ້ມີຄຳເຫັນວ່າ: ໂຄງການກໍ່ ສ້າງສະຖາບັນເຕັກໂນໂລຊີການສື່ ສານຂໍ້ມູນຂ່າວສານ ເປັນໜຶ່ງໃນ ໂຄງການທີ່ລັດຖະບານແຫ່ງສປຈີນ ຫາອື່ນໆ ເພື່ອເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ຂະຫຍາຍຕົວ. ໃນໂອກາດເດີນທາງຢ້ຽມຢາມ ຄັ້ງນີ້, ບັນດາຄະນະທູຕານຸທູດຕ່າງ ປະເທດ ຍັງໄດ້ໄປຢ້ຽມຢາມສະຖານ ທີ່ທ່ອງທ່ຽວ, ຢ້ຽມຊົມພື້ນຖານການ ຜະລິດກະສິກຳຂອງແຂວງ, ຢ້ຽມ ຊົມເຂື່ອນໄຟຟ້າ ແລະ ຈຸດທ່ອງທ່ຽວ ສຳຄັນຂອງແຂວງ ຕື່ມອີກ. ຂ່າວ: ສິດຕິພອນ ມາດຂັບເຄື່ອນເສດຖະກິດດີຈິຕອນ ຂອງປະເທດໄດ້. ຍ້ອນແນວນັ້ນ, ການສ້າງສູນຝຶກອົບຮົມດ້ານ ໄອຊີທີ ຢູ່ ສປປ ລາວ ແຫ່ງນີ້ ຈຶ່ງມີຄວາມ ໝາຍສໍາຄັນເປັນຢ່າງຍິ່ງ ໃນການ ຮອງຮັບການພັດທະນາຊັບພະຍາ ກອນມະນຸດ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ
RkJQdWJsaXNoZXIy MTc3MTYxMQ==