5874

xtgmf]k; 3 21/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ຄ້ອງໃໝ່ (ເນື່ອງໃນໂອກາດວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 134 ປີ, 19/5/1890-19/5/2024) xtmko3Ij 9uj ,y ' z6h oepyj '.spj oa ddkom6 ffu gfa j o ຂໍ້ມູນຈາກ: ນັກຂ່າວອຸດົມໄຊ gzY ' lh k'vk-u [ c]t ]kpIa [g0Q k7v[7q ; * ນ້ຳເຜິ້ງມີຄຸນປະໂຫຍດຫລາຍ ຢ່າງຕໍ່ສຸຂະພາບຄົນເຮົາແລະຄວາມ ຕ້ອງການຂອງຕະຫລາດນັບມື້ເພີ່ມ ຂຶ້ນ ເຊິ່ງເມື່ອກ່ອນການຫາລາຍໄດ້ ຈາກນ້ຳເຜິ້ງແມ່ນຍັງຫາຢູ່ຕາມທຳ ມະຊາດ. ດ້ວຍຄຸນປະໂຫຍດແລະ ຄວາມຕ້ອງການດັ່ງກ່າວ ມາປັດ ຈຸບັນປະຊາຊົນໄດ້ຫັນມາລ້ຽງເຜິ້ງ (ເຜິ້ງໂກນ) ທັງສ້າງຕັ້ງເປັນສະມາ ຄົມຂຶ້ນ ເພື່ອເຮັດໃຫ້ການລ້ຽງເຜິ້ງ ດ້ວຍສະຕິປັນຍາ ແລະ ຄຸນທາດ ພິເສດສະເພາະ, ປະທານ ໂຮ່ຈີ່ມິງ ບໍ່ພຽງແຕ່ມີຊື່ສຽງທີ່ເປັນຜູ້ນຳດີ ເລີດ,ນັກແນວຄິດ,ນັກວັດທະນະທຳ ໃຫຍ່ເທົ່ານັ້ນ, ແຕ່ຫາກຍັງມີຊື່ສຽງ ເປັນນັກການທູດທີ່ດີເລີດ ເປັນຜູ້ ສ້າງພື້ນຖານໃຫ້ແກ່ການທູດຫວຽດ ນາມ. ປະທານ ໂຮ່ຈີ່ມິງ ແມ່ນນັກ ການທູດທີ່ດີເລີດ ຊຶ່ງເປັນປະທານ ປະເທດ ທັງແມ່ນລັດຖະມົນຕີການ ຕ່າງປະເທດຄົນທຳອິດຂອງສາທາ ລະນະລັດ ປະຊາທິປະໄຕ ຫວຽດ ນາມ. ແມ່ນຜູ້ໃຫ້ກຳເນີດພື້ນຖານ ການທູດຫວຽດນາມ ທັນສະໄໝ, ເພິ່ນຮຽບຮຽງແນວທາງການຕ່າງ ປະເທດໂດຍກົງ, ນຳພາ-ຊີ້ນຳ ແລະ ປະຕິບັດບັນດາການເຄື່ອນໄຫວພົວ ພັນຕ່າງປະເທດໂດຍກົງ,ນຳການທູດ ກາຍເປັນແນວຮົບປະກອບສ່ວນ ຢ່າງໃຫຍ່ຫລວງເຂົ້າໃນໄຊຊະນະ ຂອງພາລະກິດປົດປ່ອຍຊາດ ທ້ອນ ໂຮມປະເທດຊາດເປັນເອກະພາບ. * ປະທານໂຮ່ຈີ່ມິງ ເກີດເມື່ອວັນ ທີ 19 ເດືອນ 5 ປີ 1890 ບ້ານ ກິນລຽນ, ຕາແສງ ຈຸ່ງຖື, ເມືອງ ນານດ່ານ ແຂວງເງ່ອານ, ຄອບຄົວ ຂອງ ປະທານ ໂຮ່ຈີ່ມິງ ເປັນຄອບ ຄົວຊາວນາທີ່ຮັກຊາດ. ພໍ່ຂອງເພິ່ນ ເປັນຄູສອນຮັບໃຊ້ປະເທດຊາດ ແລະ ຮັກຫອມປະຊາຊົນຜູ້ອອກ ແຮງງານ, ຄຽດຊັງລະບອບອາດ ຍາສິດເຈົ້ານາຍແລະພວກລ່າເມືອງ ຂຶ້ນຝຣັ່ງ. ເວລາຍັງນ້ອຍ ປະທານ ໂຮ່ຈີ່ມິງ ເປັນນັກຮຽນທີ່ສະຫລາດ ສະຫລຽວ, ມີຄວາມພາກພຽນໃນ ການຮ່ຳຮຽນ ແລະ ມັກຊອກຄົ້ນຫາ ຄວາມຮູ້ທີ່ໃໝ່. ນອກຈາກຮຽນ ແລ້ວເພິ່ນຍັງນັກອ່ານບົດເລື່ອງ, ບົດ ກາບກອນທີ່ຮັກຊາດ, ບັນດາບົດ ເລ່ືອງກ່ຽວກັບວິລະຊົນ ແລະ ບູລຸດ ຜູ້ເສຍສະຫລະຊີວິດເພື່ອຊາດ. ເມື່ອ ອາຍຸໄດ້ 13 ປີ ເພິ່ນໄດ້ມີຄວາມສົນ ໃຈຕໍ່ຄຳຂວັນ “ເສລີພາບ, ສະເໝີ ພາບ, ຄວາມຮັກແພງ” ຊຶ່ງພາໃຫ້ ເພິ່ນຢາກຮູ້ສັງຄົມຕາເວັນຕົກ ແລະ ປະເທດຕ່າງໆ ເພື່ອຊອກຫາແນວ ທາງອັນມີຜົນໃຫ້ ແກ່ການປົດປ່ອຍ ປະເທດຊາດ ແລະ ປົດປ່ອຍພີ່ນ້ອງ ຮ່ວມຊາດ. ແລະ ການສ້າງລາຍຮັບແກ່ປະຊາ ຊົນມີຄວາມຍືນຍົງຕະຫລອດໄປ. ດັ່ງສະມາຄົມລ້ຽງເຜິ້ງທຳມະຊາດ ແບບຍືນຍົງ ແຂວງອຸດົມໄຊ ໄດ້ສົ່ງ ເສີມສະມາຊິກລ້ຽງເຜິ້ງເປັນສິນຄ້າ ອັນສາມາດສ້າງລາຍຮັບຫລາຍ ລ້ານກີບຕໍ່ຄອບຄົວຕໍ່ປີ. ທ່ານ ຄໍາວິນ ລອດທະວົງ ຜູ້ປະ ສານງານສະມາຄົມໄດ້ກ່າວໃນ ກອງປະຊຸມສະຫລຸບການສົ່ງເສີມ ການລ້ຽງເຜິ້ງທຳມະຊາດແບບຍືນ ຍົງມໍ່ໆມານີ້ວ່າ: ສະມາຄົມລ້ຽງເຜິ້ງ ທໍາມະຊາດແບບຍືນຍົງແຂວງອຸດົມ ໄຊ ມີສະມາຊິກທັງໝົດ 940 ຄົນ, ຍິງ 56 ຄົນ, ໂດຍລວມແລ້ວໂຄງ ການນີ້ ແມ່ນຈັດຕັ້ງປະຕິບັດ ແລະ ເຄື່ອນໄຫວກິດຈະກໍາສອດຄ່ອງກັບ ແນວທາງການພັດທະນາເສດຖະ ກິດ-ສັງຄົມ ຢູ່ໃນຂັ້ນທອງຖິ່ນ ກໍຄື ແຂວງອຸດົມໄຊ ທັງເປັນການປະ ກອບສ່ວນໃນວຽກງານພັດທະນາ ຊີວິດການເປັນຢູ່ ແລະ ການແກ້ໄຂ ຄວາມທຸກຍາກຂອງຊຸມຊົນໂດຍສະ ເພາະແມ່ນໄດ້ມີການສ້າງຄວາມ ສາມາດໃຫ້ແກ່ຊຸມຊົນ, ຄູ່ຮ່ວມງານ ຈາກພາກລັດ ແລະ ສະມາຊິກພາຍ ໃນສະມາຄົມ, ເຮັດໃຫ້ຊຸມຊົນເກີດມີ ກິດຈະກຳ ແລະ ມີລາຍຮັບເສີມເຂົ້າ ໃນຄອບຄົວ. ນອກຈາກນັ້ນ, ເປົ້າ ໝາຍຂອງໂຄງການແມ່ນເພີ່ມ ການ ຄ້ຳປະກັນສະບຽງອາຫານໂດຍ ຕິດພັນກັບການຄຸ້ມຄອງຊັບພະ ຍາກອນທຳມະຊາດ, ອະນຸລັກ ເຜິ້ງທ້ອງຖິ່ນ, ການປູກເຄື່ອງປ່າ ຂອງດົງແລະການປູກພືດປະສົມປະ ສານ ໃນການຮັບມືຕໍ່ກັບການປ່ຽນ ແປງສະພາບດິນຟ້າອາກາດແລະຍົກ ສູງບົດບາດຍິງ-ຊາຍ ໃຫ້ມີຄວາມ ສະເໝີພາບ ແລະ ເທົ່າທຽມກັນ. ທ່ານ ຄໍາວິນ ລອດທະວົງ ກ່າວ ຕື່ມວ່າ: ຜ່ານການເຄື່ອນໄຫວຈັດ ຕັ້ງປະຕິບັດການພັດທະນາວິທີການ ລ້ຽງເຜິ້ງທີ່ຖືກເຕັກນິກ ແລະ ບໍ່ເປັນ ອັນຕະລາຍຕໍ່ເຜິ້ງ ມີຫລາຍກວ່າ 860 ຄອບຄົວ, ປະຕິບັດຕົວຈິງ ມີກວ່າ 630 ຄອບຄົວ, ມີໂກນເຜິ້ງ 4.090 ກວ່າໂກນ, ມີເຜິ້ງເຂົ້າໂກນ 1.300ໂກນ. ໃນນັ້ນ, ເກັບກູ້ນໍ້າເຜິ້ງ ໄດ້ 3.900 ກິໂລ. ໃນປີ 2024 ເກັບ ຂໍ້ມູນ 27 ບ້ານ ມີ 328 ຄອບຄົວ, ມີໂກນເຜິ້ງ 1.571 ໂກນ, ມີເຜິ້ງ ເຂົ້າ486ໂກນ,ໄດ້ເກັບກູ້136ໂກນ, ໄດ້ນ້ຳເຜິ້ງ 300 ກິໂລ, ມີເຮືອນ ເຜິ້ງ 15 ຫລັງ, ມີເຜິ້ງເຂົ້າໂກນ 31% ຂອງຈຳນວນໂກນທັງໝົດ. ສະມາຊິກມີໂກນ ເຜິ້ງ ໂດຍສະເລ່ຍ 7 ໂກນ (ຜູ້ໜຶ່ງຕ້ອງມີ 5 ໂກນຂຶ້ນ ໄປ). ນໍ້າເຜີ້ງ ສະເລ່ຍ 2,20 ກິ ໂລຕໍ່ໂກນ. ຢ່າງໃດກໍດີນອກຈາກ ການສົ່ງເສີມລ້ຽງເຜິ້ງແລ້ວ ສະມາ ຄົມຍັງມີໜ່ວຍປູກຂີງ 31 ໜ່ວຍ, ປູກໝາກແໜ່ງ 7 ໜ່ວຍ, ປູກຂ່າ 13 ໜ່ວຍ,ລ້ຽງປາ10ໜ່ວຍແລະອື່ນໆ ຕາມເງື່ອນໄຂຂອງ ແຕ່ລະຄອບຄົວ ໂດຍສະເລ່ຍລາຍຮັບຕໍ່ຄອບຄົວ ໄດ້ຕ່ຳສຸດແມ່ນ 4.089.000 ກີບ ແລະ ສູງສຸດ 108.906.475 ກີບ. ແນວໃດກໍດີຜ່ານການສົ່ງເສີມ ການລ້ຽງເຜິ້ງ ແລະ ລ້ຽງສັດອື່ນໆ ພາຍໃນສະມາຄົມ ໄດ້ເຮັດໃຫ້ຄອບ ຄົວມີການພັດທະນາດ້ານວັດຖຸ ແລະ ຈິດໃຈ ໂດຍສະເພາະ ແມ່ນສາ ມາດມີຢູ່ມີກິນ, ມີເງິນໃຊ້ຈ່າຍບໍ່ຂາດ ແລະ ກ້າວໄປສູ່ການຫລຸດພົ້ນອອກ ຈາກຄວາມທຸກຍາກເປັນກ້າວໆ. ສິ່ງທ້າທາຍນາໆປະການ, ປະທານ ໂຮ່ຈີ່ມິງ ຍາມໃດກໍປະຕິບັດທັດສະ ນະການຕ່າງປະເທດ ຢ່າງສະເໝີ ຕົ້ນສະເໝີປາຍ “ຕ້ອງມອງກວ້າງ ເຫັນໄກ ຕ້ອງຄົ້ນຄິດຢ່າງລະອຽດ” ເພື່ອຮູ້ເຂົາຮູ້ເຮົາ, ຍາມໃດກໍເປັນເຈົ້າ ການ. ທິດນຳການຕ່າງປະເທດແມ່ນ “ເພີ່ມເພື່ອນມິດ, ຫລຸດຜ່ອນສັດຕູ”. ພິເສດ, ໃນສິລະປະການທູດ ປະທານ ໂຮ່ຈີ່ມິງ ແມ່ນຮູ້ໝູນໃຊ້ “5 ສິ່ງທີ່ຕ້ອງຮູ້” ຢ່າງຄ່ອງແຄ້ວ (ຮູ້ເຂົາ, ຮູ້ເຮົາ, ຮູ້ສະພາບການ, ຮູ້ ຢຸດຕິ ແລະ ຮູ້ຫັນປ່ຽນ). ວິທີການ ທູດຂອງ ປະທານ ໂຮ່ຈີ່ມິງ ແມ່ນສະ ແດງອອກໃນດ້ານຄຸນສົມບັດ ແລະ ທັດສະນະວັດທະນະທຳຂອງເພິ່ນ, ນັ້ນແມ່ນການປະສານສົມທົບຢ່າງ ກົມກຽວ ລະຫວ່າງ ບັນດາຄຸນຄ່າ ວັດທະນະທຳພື້ນເມືອງ ແລະ ທັນ ສະໄໝຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວັນອອກ. ພາລະກິດປະຕິ ວັດຂອງປະທານ ໂຮ່ຈີ່ມິງ ແລະ ຄຸນງາມຄວາມດີຂອງເພິ່ນກວ້າງ ໃຫຍ່ໄພສານເຫລືອທີ່ຈະພັນລະນາ, ເພິ່ນໄດ້ປະກອບສ່ວນ ຢ່າງໃຫຍ່ ຫລວງໃນພາລະກິດຕໍ່ສູ້ ເພື່ອເອກະ ລາດແຫ່ງຊາດ, ເພື່ອປະຊາທິປະໄຕ ແລະ ສັນຕິພາບ, ເພື່ອຄວາມກ້າວ ໜ້າທາງສັງຄົມຂອງຍຸກປັດຈຸບັນ ເພິ່ນແມ່ນອາຈານ ແລະ ຜູ້ນຳທີ່ຍິ່ງ ໃຫຍ່ຂອງການປະຕິວັດຫວຽດ ນາມ, ແມ່ນມະຫາມິດຂອງທຸກໆປະ ຊາຊາດທີ່ຖືກກົດຂີ່ ແລະ ມວນມະ ນຸດທີ່ກ້າວໜ້າໃນໂລກ. ປີ 1925 ປະທານ ໂຮ່ຈີ່ມິງ ໄດ້ເປັນ ຜູ້ລິເລີ່ມສ້າງຕັ້ງ “ສະມາຄົມຊາວ ໜຸ່ມປະຕິວັດ ຫວຽດນາມ” ຊຶ່ງເປັນ ຕົ້ນກຳເນີດຂອງພັກກອມມູນິດ ຫວຽດນາມ ປະທານ ໂຮ່ຈີ່ມິງ ເປັນ ຜູ້ສ້າງຕັ້ງພັກກອມມູນິດອິນດູຈີນ, ເປັນຜູ້ສ້າງຕັ້ງ “ໜ່ວຍໂຄສະນາປະ ກອບອາວຸດ” ຊຶ່ງເປັນພື້ນຖານໃຫ້ ແກ່ການສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ, ເພິ່ນໄດ້ຖືກເລືອກຕັ້ງ ເປັນປະທານປະເທດ ແລະ ຖືກແຕ່ງ ຕັ້ງເປັນ ນາຍົກລັດຖະມົນຕີ ສາທາ ລະນະລັດ ປະຊາທິປະໄຕ ຫວຽດ ນາມ ຄົນທຳອິດ; ເພິ່ນໄດ້ສະແດງ ຄວາມຕັດສິນໃຈຕໍ່ປະຊາຊົນວ່າ: “ໜ້າທີ່ຂອງຂ້າພະເຈົ້າປຽບດັ່ງຜູ້ ຂັດທ້າຍເຮືອ, ຕ້ອງຂັດຈັ່ງໃດເພື່ອ ພາເຮືອຂອງປະເທດຊາດຜ່ານຄື້ນ ມໍລະສຸມຢ່າງປອດໄພ ແລະ ພາປະ ຊາຊົນໄປສູ່ສັນຕິສຸກ”. ໃນທຸກສະ ພາບການ ເມື່ອປະເທດຊາດຕ້ອງ ຜະເຊີນໜ້າກັບຄວາມຫຍຸ້ງຍາກ, 8A 'lt8y ,u 7;k,m5j omj P' ບໍ່ໄດ້ຮັບການຄຸ້ມຄອງເປັນຈໍານວນ ຫລາຍ, ລັດເສຍຜົນປະໂຫຍດຫລວງ ຫລາຍໃນແຕ່ລະປີ. ອັນສໍາຄັນແມ່ນ ເກີດປາກົດການຫຍໍ້ທໍ້ຫລາຍດ້ານ ເຊັ່ນ: ການຕົວະຍົວະຫລອກລວງ, ສໍ້ ໂກງ, ມີຂະບວນການຟອກເງິນ, ຄ້າໂສ ເພນີ, ບັນຫາແຮງງານເຖື່ອນ, ການກໍ່ ອາຊະຍາກໍາທາງອິນເຕີເນັດ ແລະ ອື່ນໆ ເຊິ່ງລ້ວນແຕ່ເປັນພິດໄພໃຫ້ແກ່ສັງຄົມ. ປະເດັນບັນຫາທີ່ຖືກຕັ້ງຂຶ້ນ ເພື່ອ ແກ້ໄຂ ແມ່ນຕິດພັນກັບການປະກອບ ສ່ວນແຂງແຮງຂອງທົ່ວສັງຄົມ ໂດຍບໍ່ ປ່ອຍປະໃຫ້ເປັນໜ້າທີ່ຂອງພາກສ່ວນ ກ່ຽວຂ້ອງແຕ່ຝ່າຍດຽວ, ພ້ອມກັນ ເປັນເຈົ້າການສະກັດກັ້ນ ແລະ ແກ້ໄຂ ການພະນັນອອນລາຍ ຫລື ເກມອອນ ລາຍ ດ້ວຍປະກອບສ່ວນຕິດຕາມກວດ ກາ, ສຶກສາອົບຮົມ, ກ່າວເຕືອນ, ແຈ້ງ ຂໍ້ມູນ ໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສະ ຫງົບ ເພື່ອແກ້ໄຂຕາມລະບຽບການ. ທັງນີ້ກໍ່ເພາະວ່າ ຄົນດີແມ່ນກວມສ່ວນ ຫລາຍຢູ່ແລ້ວ, ຖ້າພ້ອມພຽງຮຽງໜ້າ ກັນເປັນຫູເປັນຕາ ກໍ່ຄືການເຮັດໜ້າທີ່ ຊ່ວຍເຈົ້າໜ້າທີ່ວິຊາສະເພາະໃນການ ຕິດຕາມກວດກາ, ສຶກສາອົບຮົມສະມາ ຊິກຄອບຄົວລູກຫລານບັນຫາກໍ່ຈະ ຄ່ອຍໄດ້ຮັບການແກ້ໄຂ. ພຶດຕິກໍາຕົວ ຈິງຈໍານວນໜຶ່ງຜ່ານມາຍັງໃຫ້ເຫັນຈໍາ ນວນໜຶ່ງມັກຖິ້ມໃສ່ວ່າວຍກນັ້ນແມ່ນ ຂອງຝ່າຍກ່ຽວຂ້ອງ ແລະ ບໍ່ຢາກໃຫ້ ຄວາມຮ່ວມມືປະກອບສ່ວນ ຫລື ບໍ່ໄດ້ ປະກອບສ່ວນ. ນັ້ນແມ່ນຄວາມເຂົ້າໃຈ ແລະ ການປະພຶດທີ່ບໍ່ຄວນເປັນ, ວຽກ ໃດກໍ່ຕາມແມ່ນຢູ່ວ່າມີພາກສ່ວນຮັບ ຜິດຊອບໂດຍກົງ, ແຕ່ສະພາວະ ຄວາມ ເປັນຈິງດ້ານບຸກຄະລາກອນທີ່ບໍ່ຫລາຍ, ຖ້າບໍ່ໄດ້ຮັບຄວາມຮ່ວມຈາກທຸກຄົນ ເຮັດແວໃດຈະສໍາເລັດຜົນໄດ້ໃນບັນດາ ດ້ານວຽກງານ. ຄິດເຫັນຕອນປະເທດ ຊາດໄດ້ຮັບການປົດປ່ອຍໃໝ່, ພວກ ເຮົາເວົ້າກັນເວລານັ້ນວ່າ ພົນລະເມືອງ ລາວ 3 ຄົນ, ເປັນປະຊາຊົນ 3 ລ້ານ, ທະຫານ 3 ລ້ານ, ຕໍາຫລວດ 3 ລ້ານ... ໝາຍວ່າທຸກກຸ່ມວຽກມີ 3 ລ້ານ. ນັ້ນ ສະແດງເຖິງຄວາມເປັນເຈົ້າການປະ ກອບສ່ວນໃນທຸກວຽກງານ ອັນຖືເປັນ ພັນທະໜ້າທີ່ທີ່ມີກຽດ. ຈະເຮັດໃຫ້ວຽກງານ ສະກັດກັ້ນ ແລະ ແກ້ໄຂບັນຫາເກມອອນລາຍ ໃຫ້ ໄດ້ຮັບໝາກຜົນ ດ້ານໜຶ່ງກໍ່ແມ່ນສຸມໃສ່ ເຮັດວຽກງານການເມືອງແນວຄິດໃຫ້ ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ ແລະ ບັນດາລູກຫລານ ທີ່ ຢູ່ໃນຄວາມຮັບຜິດຊອບຂອງຕົນໂດຍ ໃຫ້ທຸກຄົນຮັບຮູ້ຢ່າງເລິກເຊິ່ງ ແລະ ມີ ສະຕິຕໍ່ບັນຫາດັ່ງກ່າວ ອັນເປັນປາກົດ ການຫຍໍ້ທໍ້ທີ່ເກີດຂຶ້ນໃນສັວຄົມປັດຈຸ ບັນ ເພື່ອບໍ່ໃຫ້ຕົກຢູ່ໃນສະພາບລະເມີດ ກົດໝາຍ ແລະ ລະບຽບການ. ເວົ້າ ງ່າຍໆກໍ່ຄື ບໍ່ໃຫ້ໄປພົວພັນກັບມັນວ່າ ຊັ້ນສາ. ຢູ່ໃນແຈ້ງການ ເລກທີ 27/ ປກສ, ລົງວັນທີ 7 ມິຖຸນາ 2023 ກ່ຽວ ກັບການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍການຄຸ້ມຄອງເກມອອນລາຍ ສະ ບັບເລກທີ 948/ປກສ, ລົງວັນທີ 3 ພຶດສະພາ 2023 , ຂໍ້​3 ລະບຸແຈ້ງວ່າ “ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ, ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນ ຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ ດໍາລົງຊີວິດຢູ່ໃນດິນແດນ ສປປ ລາວ ເຂົ້າໃຊ້ບໍລິການເກມອອນລາຍ ຫລື ການພະນັນອອນລາຍໃນທຸກຊ່ອງ ທາງ, ທຸກຮູບແບບຢ່າງເດັດຂາດ”. * ສື່ສັງຄົມອອນລາຍ ເຂົ້າມາມີບົດ ບາດໃນຊີວິດປະຈໍາວັນຂອງຄົນຈໍາ ນວນຫລາຍ ໃນຫລາຍປີມາແລ້ວ, ເຖິງແມ່ນຄົນສ່ວນຫລາຍລ້ວນຮູ້ທັນ ສື່ດັ່ງກ່າວ, ແຕ່ກໍ່ຍັງມີຈໍານວນບໍ່ໜ້ອຍ ຍັງອ່ອນນ້ອຍຕໍ່ການຮັບຂໍ້ມູນ ແລະ ສົ່ງ ຕໍ່ຂໍ້ມູນຂ່າວສານ. ທັງນີ້ກໍ່ອາດເພາະ ວ່າຄົນຫາກິນຜ່ານອອນລາຍນັບມື້ມີ ຫລາຍ, ຜ່ານຫລາຍຊ່ອງທາງທັງຢູ ທູບ, ເຟສບຸກ, ຕິກຕັອກ...ເຮັດທຸກວິທີ ທາງ ໂດຍບໍ່ສົນຈະຜິດບ້ານພານເມືອງ, ລ່ວງສິດ-ແຕະຕ້ອງສິດຜູ້ອື່ນ ... ສະນັ້ນ ການດຶງສະຕິ ບໍ່ໃຫ້ລອຍໄປຕາມກະ ແສທີ່ອັບປະໂຫຍດແມ່ນຈໍາເປັນ, ຕ້ອງ ມີຄວາມທຸ່ນທ່ຽງ ໂດຍບໍ່ຕັດສິນອັນໃດ ທີ່ຂາດສະຕິ. ມາພ້ອມກັບປະໂຫຍດ ກໍ່ຄືຂໍ້ດີຂອງ ສື່ອອນລາຍ ຫລວງຫລາຍນັ້ນ, ປາກົດ ການຫຍໍ້ທໍ້ໃນນັ້ນກໍ່ມີບໍ່ໜ້ອຍເປັນຕົ້ນ ການໂຄສະນາຊວນເຊື່ອລົງທຶນແບບ ຜິດກົດໝາຍຜ່ານອອນລາຍ, ການພະ ນັນອອນລາຍ ຫລື ເກມອອນລາຍ ແລະ ອື່ນໆ ເຊິ່ງດຽວນີ້ອີງຕາມຂໍ້ມູນ ພາກສ່ວນກ່ຽວຂ້ອງ ໂດຍສະເພາະ ການຊວນເຊື່ອໃຫ້ຫລິ້ນເກມອອນລາຍ ແມ່ນມີນັບມື້ຫລາຍ, ເຫັນວ່າທ່າອ່ຽວ ເພີ່ມຂຶ້ນຢູ່ທົ່ວໂລກ, ບໍ່ເວັ້ນປະເທດໃດ. ສະນັ້ນ ຫລາຍປະເທດຈຶ່ງຫັນມາເອົາ ໃຈໃສ່ຢ່າງຈິງຈັງ ການຄຸ້ມຄອງ ແລະ ຄວບຄຸມບັນຫາດັ່ງກ່າວຢ່າງເປັນລະ ບົບ. ຂໍ້ມູນພາກສ່ວນກ່ຽວຂ້ອງຍັງໃຫ້ ຮູ້ວ່າ ສະເພາະຢູ່ປະເທດເຮົາ ມາຮອດ ດຽວນີ້ ການພະນັນອອນລາຍຍັງສືບ ຕໍ່ເຄື່ອນໄຫວຢ່າງເສລີທ້າທາຍຕໍ່ລະ ບຽບກົດໝາຍ, ເຄືອຂ່າຍພວກນີ້ມີ ແຫລ່ງເງິນຕາ ເຂົ້າ-ອອກປະເທດ ໂດຍ

RkJQdWJsaXNoZXIy MTc3MTYxMQ==