5873

xtgmf]k; 6 20/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme dkoo5j '4n 0v'-q ogzqj k]N dko75 h ,7v';Pd'koI6 [g'q k ໂດຍ: ມາລີດາ 'kopj k'c[[grnj vdkod5 lq o 9t9a f0B o.o8Q ogfn vo|h k * ງານຍ່​ າງແ​ ບບເພື່ອການກຸ​ ສົນ ວາວດ​ າລາ (wowDara) ຈະຈັດ ຂຶ້ນ​ໃນ​ຕົ້ນ​ເດືອ​ນມິຖຸນາ 2024 ຢູ່​ ສູນການຄ້າໄອເຕັກ ເນື່ອງໃນໂອ ກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ເຊິ່ງພາຍໃນ​ ງານຈະ​ມີ​ບັນດາ​ນັກ​ອອກແບບລະ ດັບ​ແຖວໜ້າຂອງ​ລາວ ເປັນຕົ້ນ ແມ່ນຮ້ານ My style, khampao, vinus, khampoun , Manivone, Kamu, thaveth ທີ່ຈະນໍາ​ເອົາ​ ຜົນງານ​ໃໝ່​ມາ​ອວດສາຍຕາ​ຂອງ​ ມວນ​ຊົນ ຜ່ານ​ສິລະປິ​ ນ ​ແລະ ນາງ​ ແບບ​ທີ່​ມີ​ຊື້​ສຽງຂອງ​ລາວ ​ໂດຍ​ ງານ​ຄັ້ງ​ນີ້​ຈັດ​ຂຶ້ນ​ເພື່ອ​ລະດົມ​ທຶນ​ ຊ່ວຍ​ເຫລືອ​ໂຮງຮຽນອໍຈິສຕິກ ທາດ ຂາວ, ໂຮງຮຽນສຶກສາພິເສດ ແລະ ໂຮງຮຽນໂພນສີນວນ. ທ້າວ ແຄນ​ດີ້ ​ແກ້ວ​ວິ​ໄລ ​ເຈົ້າ​ ຂອງ​ຫ້ອງ​ເສື້ອ​ຍີຫໍ່ວີ​ນັດ ​ໃຫ້ຮູ້​ວ່າ:​ ໃນ​ວັນ​ທີ 1 ​ເດືອ​ນ ມີ​ຖຸນາ​ທີ່​ຈະມ​ າ​ ເຖິງນີ້​ ພວກເ​ຮົາຈ​ ະມີ​ ງ​ ານ ວາວດ​ າ ລາແ​ ຟຊັນໂ​ ຊ ຢູ່ໄ​ ອເ​ຕັກຕຶ​ ກເ​ກົ່າ ເ​ວ ລາ 12 ​ໂມງ​ຫາ 1 ​ໂມງ ​ໂດຍງານ​ ນີ້ແມ່ນ​ເຂົ້າ​ຊົມ​ຟຮີ ​ເຊິ່ງພາຍ​ໃນ​ ງານ ມີ 7 ຫ້ອງ​ເສື້ອຂອງຄົ​ ນ​ລາວ​ ທີ່​ຈະ​ນໍາ​ເອົາ​ຜົນງານ​ໃໝ່ໆມາ​ນໍາ​ ສະ​ເໜີຜ່ານນາງ​ແບບ, ຊາຍ​ແບບ ຫລາຍ​ກວ່າ 70 ກວ່າ​ຄົນ ບອກໄດ້​ ເລີຍວ່​ າສວຍງ​ າມແ​ ນ່ນອນ ສະນັ້​ ນ, ຈຶ່ງ​ຂໍ​ເຊີນຊວນມວນ​ຊົນ​ຊາວ​ນະ ຄອນຫລວງ​ວຽງຈັນ ຖ້າ​ຫາກ​ວ່າ ວັນທີ​ 1 ທີ່ຈ​ ະມ​ າເ​ຖິງນີ້​ ເ​ຊິ່ງກົງກັ​ ບ​ ວັນ​ເດັກນ້ອຍສາກົນ ​ແລະ ວັນ​ປູກ​ ຕົ້ນ​ໄມ້​ແຫ່ງ​ຊາດ ຍັງບໍ່​ມີ​ແຜນ​ໄປ​ ຫລິ້ນ​ໃສ​ກໍ​ສາມາດ​ພາ​ລູກ​ງານ​ມາ​ ເຂົ້າ​ຊົມ​ງານ​ໃນ​ຄັ້ງ​ນີ້ ຮັບຮອງ​ວ່າ​ ບໍ​ຜິດ​ຫວັງ​ແນ່ນອນ. ນາງ ໝອນ ໄຊຍະວົງ ເວົ້າວ່າ: ຢາກມ​ າເ​ຊີນຊວນ​ທຸກ​ຄົນ​ເຂົ້າຮ່​ ວມ​ ຍ່າງ​ແບບ ວາວ​ດາລາ​ແຟຊັນ​ໂຊ ສໍາລັບ​ຫ້ອງ​ເສື້ອ​ກອນ​ກຶມ​ມຸ ​ໄດ້​ ເອົາ​ຊຸດ​ລາວ​ປະຍຸກ​ງາມໆຫລາຍ​ ກວ່າ 10 ຊຸດມ​ າ​ນໍາ​ສະເ​ໜີ ​ເພື່ອ​ໃຫ້​ ສັງຄົມໄ​ ດ້ຮັ​ ບຮູ້​ ການນຸ້​ ງຖືຂ​ ອງຊົ​ ນ​ ເຜົ່າ​ກຶມ​ມຸ​ໃຫ້​ຫລາຍ​ຂຶ້ນ​ກວ່າ​ເກົ່າ. ນອກ​ນີ້, ຍັງ​ມີ​ຫລາຍ​ຍີຫໍ່ຂອງ​ຄົນ​ ລາວ ຍ່າລື​ ມມ​ າໃ​ ຫ້ກໍ​ າລັງໃ​ ຈກັ​ ນເ​ດີ ເ​ພາະງ​ ານໃ​ ນຄັ້​ ງນີ້​ ​ເ​ຂົ້າຊົ​ ມຟ​ ຮີເພາະ ງານນີ້ແມ່ນງານການກຸສົນ ເພື່ອລະ ດົມທຶນໄປຊ່ວຍເຫລືອ3 ໂມງ ຮຽນ ທີ່ຍັງຂາດເຂີນທຶນຮອນໃນລະບົບ ການສຶກສາ. ຫລວງ; ຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນ; ອົງການປົກ ຄອງບ້ານ. ສຳລັບ ແລະ ໜ້າທີ່ຂອງ ແຕ່ລະອົງການນັ້ນ ໄດ້ກຳນົດໄວ້ດັ່ງ ນີ້: ກະຊວງຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວ ມີສິດ ແລະ ໜ້າທີ່ໃນການຄົ້ນຄວ້າ, ສ້າງນະໂຍ ບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກ ງານຮູບເງົາ ເພື່ອສະເໜີລັດຖະບານ ພິຈາລະນາ; ຜັນຂະຫຍາຍນະໂຍ ບາຍ, ແຜນຍຸດທະສາດ ແລະ ກົດ ໝາຍເປັນແຜນການ, ແຜນງານ, ໂຄງການລະອຽດ ແລະ ຈັດຕັ້ງປະຕິ ບັດ; ໂຄສະນາເຜີຍແຜ່, ສຶກສາອົບ ຮົມນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວ ກັບວຽກງາ ນຮູບເງົາ; ຊີ້ນໍາ, ຊຸກຍູ້, ສົ່ງເສີມ, ຕິດຕາມ, ກວດກາການ ເຄື່ອນໄຫວວຽກງານຮູບເງົາ ໃນ ຂອບເຂດທົ່ວປະເທດ ລວມທັງ ການເຄື່ອນໄຫວວຽກງານຂອງສະ ມາຄົມຮູບເງົາ; ຄົ້ນຄວ້າ, ພິຈາລະ ນາ, ອະນຸຍາດ, ໂຈະ, ຍົກເລີກການ ດໍາເນີນທຸລະກິດກ່ຽວກັບຮູບເງົາ ຂອງບຸກຄົນ, ນິຕິບຸກຄົນ ຫລື ການ ຈັດຕັ້ງທີ່ລະເມີດກົດໝາຍ ລວມທັງ ການເກັບກູ້ ແລະ ທໍາລາຍຜະລິດຕະ ພັນຮູບເງົາທີ່ກ່ຽວຂ້ອງກັບການລະ ເມີດດັ່ງກ່າວ; ສໍາເນົາ, ເກັບກໍາແລະ ປົກປັກຮັກສາ ຜະລິດຕະພັນຮູບເງົາ ເພື່ອເປັນຄັ້ງມໍລະດົກຂອງຊາດ; ຮັບ ແລະ ພິຈາລະນາ ແກ້ໄຂຄໍາສະເໜີ, ຄໍາຮ້ອງຂອງບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງກ່ຽວກັບວຽກງານ ຮູບເງົາ; ສ້າງ, ບໍາລຸງ ແລະ ຍົກລະ ດັບຜູ້ສ້າງຮູບເງົາທາງດ້ານການ ເມືອງ ແລະ ວິຊາສະເພາະ;ປະສານ ສົມທົບກັບຂະແຫນງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວ ຂ້ອງໃນການຈັດຕັ້ງປະຕິບັດວຽກ ງານຮູບເງົາ; ພົວພັນ, ຮ່ວມມືກັບ ຕ່າງປະເທດ ແລະ ອົງການຈັດຕັ້ງ ສາກົນກ່ຽວກັບວຽກງານຮູບເງົາ; ສະຫລຸບ, ລາຍງານການຈັດຕັ້ງປະ ຕິບັດວຽກງານກ່ຽວກັບຮູບເງົາ ໃຫ້ ລັດຖະບານເປັນປົກກະຕິ; ນໍາໃຊ້ ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ ໄດ້ກໍານົດໄວ້ໃນກົດໝາຍ. ພະແນກຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວແຂວງ, ນະ ຄອນຫລວງມີ ສິດ ແລະ ໜ້າທີ່ຕາມ ຂອບເຂດຄວາມຮັບຜິດຊອບຂອງ ຕົນດັ່ງນີ້:ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ແຜນ ການ,ແຜນງານແລະໂຄງການກ່ຽວ ກັບວຽກງານຮູບເງົາ; ໂຄສະນາເຜີຍ ແຜ່, ສຶກສາອົບຮົມນະໂຍບາຍ, ແຜນ ຍຸດທະສາດ, ກົດໝາຍ ແລະ ລະ ບຽບການກ່ຽວກັບວຽກງານຮູບ ເງົາ; ຕິດຕາມ, ຊຸກຍູ້, ສົ່ງເສີມ ແລະ ຊີ້ນໍາການເຄື່ອນໄຫວວຽກງານຮູບ ເງົາຂອງຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນ; ຊຸກຍູ້, ສົ່ງ ເສີມ, ຕິດຕາມ, ກວດກາ ການເຄື່ອນ ໄຫວວຽກງານຮູບເງົາຂອງບຸກ ຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ; ສໍາ ຫລວດແລະ ເກັບກໍາສະຖິຕິກ່ຽວກັບ ວຽກງານຮູບເງົາ; ຄົ້ນຄວ້າ, ພິຈາ ລະນາ, ອະນຸຍາດ, ໂຈະ, ຍົກເລີກ ການດໍາເນີນທຸລະກິດຮູບເງົາຂອງ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທີ່ລະເມີດກົດໝາຍ ລວມທັງການ ເກັບກູ້ ແລະ ທໍາລາຍຜະລິດຕະພັນ ຮູບເງົາທີ່ກ່ຽວຂ້ອງກັບການລະ ເມີດດັ່ງກ່າວ ຕາມຂອບເຂດຄວາມ ຮັບຜິດຊອບທີ່ກະຊວງມອບໝາຍ ໃຫ້; ຮັບ ແລະ ພິຈາລະນາແກ້ໄຂຄໍາ ສະເຫນີ, ຄໍາຮ້ອງຂອງບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງກ່ຽວກັບ ວຽກງານຮູບເງົາ; ສະເໝີສ້າງ, ບໍາ ລຸງ ແລະ ຍົກລະດັບຜູ້ສ້າງຮູບເງົາ ທາງດ້ານການເມືອງ ແລະ ວິຊາສະ ເພາະ; ປະສານສົມທົບກັບພະແນກ ການອື່ນ ແລະ ອົງການປົກຄອງ ທ້ອງຖິ່ນທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດວຽກງານຮູບເງົາ; ພົວ ພັນ, ຮ່ວມມືກັບ ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນກ່ຽວກັບວຽກ ງານຮູບເງົາ ຕາມການມອບໝາຍ; ສະຫລຸບ, ລາຍງານການຈັດຕັ້ງປະ ຕິບັດວຽກງານ ຮູບເງົາໃຫ້ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ອົງການປົກຄອງ ຂັ້ນແຂວງ ຢ່າງເປັນປົກກະຕິ; ນໍາ ໃຊ້ສິດແລະປະຕິບັດຫນ້າທີ່ອື່ນຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ. ຫ້ອງການຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວເມືອງ, ເທສະບານ, ນະຄອນມີສິດ ແລະ ໜ້າທີ່ຕາມຂອບເຂດຄວາມຮັບຜິດ * ຕໍ່ກັບການຄຸ້ມຄອງວຽກງານ ຮູບເງົາ ໄດ້ມີການແບ່ງຂັ້ນຄຸ້ມຄອງ ຢ່າງລະອຽດ, ຈະແຈ້ງ ນັບແຕ່ສູນ ກາງຮອດທ້ອງຖິ່ນ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍວ່າດ້ວຍຮູບເງົາ ສະບັບປີ 2019 ໂດຍສະເພາະໃນ ມາດຕາ 58 ກ່ຽວກັບອົງການຄຸ້ມ ຄອງວຽກງານຮູບເງົາ ໄດ້ລະບຸໄວ້ ວ່າ: ລັດຖະບານ ຄຸ້ມຄອງວຽກງານ ຮູບເງົາ ຢ່າງລວມສູນ ແລະ ເປັນເອ ກະພາບໃນຂອບເຂດທົ່ວປະເທດ ໂດຍມອບໃຫ້ ກະຊວງຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເປັນຜູ້ຮັບຜິດຊອບໂດຍກົງແລະ ເປັນ ເຈົ້າການປະສານສົມທົບກັບຂະ ແໜງການອື່ນ ແລະ ອົງການປົກ ຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ອົງການຄຸ້ມຄອງວຽກງານຮູບ ເງົາປະກອບດ້ວຍ:ກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ; ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະທ່ອງທ່ຽວແຂວງ, ນະຄອນ ຊອບຂອງຕົນດັ່ງນີ້: ຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດ ໝາຍ, ແຜນການ, ແຜນງານ ແລະ ໂຄງການກ່ຽວກັບວຽກງານຮູບ ເງົາ; ເຜີຍແຜ່, ສຶກສາອົບຮົມນະໂຍ ບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການກ່ຽວກັບວຽກ ງານຮູບເງົາ; ຕິດຕາມ, ຊຸກຍູ້, ສົ່ງ ເສີມ ແລະ ຊີ້ນໍາການເຄື່ອນໄຫວ ວຽກງານຮູບເງົາ ພາຍໃນເມືອງ, ເທສະບານ, ນະຄອນ; ສໍາຫລວດ ແລະ ເກັບກໍາສະຖິຕິ ກ່ຽວກັບວຽກ ງານຮູບເງົາ; ເກັບກູ້ ແລະ ທໍາລາຍ ຜະລິດຕະພັນຮູບເງົາທີ່ລະເມີດກົດ ໝາຍ ແລະ ລະບຽບການກ່ຽວກັບ ວຽກງານຮູບເງົາ; ຮັບ ແລະ ພິຈາ ລະນາ ແກ້ໄຂຄໍາສະເໝີຄໍາຮ້ອງ ຂອງບຸກຄົນ, ນິຕິບຸກຄົນ ແລະ ການ ຈັດຕັ້ງກ່ຽວກັບວຽກງານຮູບເງົາ; ສະເໜີສ້າງ, ບໍາລຸງ ແລະ ຍົກລະດັບ ຜູ້ສ້າງຮູບເງົາທາງດ້ານການເມືອງ ແລະ ວິຊາສະເພາະ; ປະສານສົມ ທົບກັບຫ້ອງການອື່ນ ແລະ ອົງການ ປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງໃນ ການຈັດຕັ້ງ ປະຕິບັດວຽກງານຮູບ ເງົາ; ສະຫລຸບ, ລາຍງານການຈັດ ຕັ້ງປະຕິບັດວຽກງານຮູບເງົາ ໃຫ້ ພະແນກຖະແຫລງຂ່າວ, ວັດທະ ນະທໍາ ແລະ ທ່ອງທ່ຽວແຂວງ, ນະ ຄອນຫລວງ ແລະ ອົງການປົກຄອງ ເມືອງ, ເທສະບານ, ນະຄອນຢ່າງ ເປັນປົກກະຕິ; ນໍາໃຊ້ສິດ ແລະ ປະ ຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ. ອົງການປົກຄອງບ້ານມີສິດແລະ ໜ້າທີ່ຕາມຂອບເຂດຕາມຄວາມ ຮັບຜິດຊອບຂອງຕົນ ດັ່ງນີ້: ປະຕິ ບັດກົດໝາຍກ່ຽວກັບຮູບເງົາ ໃນ ຂອບເຂດບ້ານຂອງຕົນ; ຕິດຕາມ ແລະ ກວດກາ ການຈໍາໜ່າຍ, ການ ສາຍຮູບເງົາເຄື່ອນທີ່ ແລະ ແກ້ໄຂ ປາກົດການຫຍໍ້ທໍ້ກ່ຽວກັບຮູບເງົາ ພາຍໃນຂອບເຂດບ້ານ; ປະສານສົມ ທົບກັບ ຫ້ອງການຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ເມືອງ, ເທສະບານ, ນະຄອນ, ຫ້ອງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງໃນ ການຈັດຕັ້ງປະຕິບັດວຽກງານກ່ຽວ ກັບຮູບເງົາ; ນໍາໃຊ້ສິດ ແລະ ປະຕິ ບັດຫນ້າທີ່ອື່ນຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍ. ສິດ ແລະ ໜ້າທີ່ຂອງຂະແໜງ ການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນອື່ນ ທີ່ກ່ຽວຂ້ອງບັນ ດາຂະແໜງການ, ອົງການປົກຄອງ ທ້ອງຖິ່ນ ແລະ ພາກສ່ວນອື່ນທີ່ກ່ຽວ ຂ້ອງມີສິດ ແລະ ໜ້າທີ່ ປະສານສົມ ທົບກັບຂະແໜງການຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ສົ່ງເສີມ, ພັດທະນາວຽກງານ ຮູບເງົາລວມທັງການຈໍາກັດປາກົດ ການຫຍໍ້ທໍ້ໃນວຽກງານຮູບເງົາ ຕາມພາລະບົດບາດຂອງຕົນ. * ຊົນເຜົ່າລື້ ແມ່ນໜຶ່ງໃນ 50 ຊົນ ເຜົ່າຂອງລາວ ແລະ ເປັນໜຶ່ງໃນ 8 ຊົນເຜົ່າ ທີ່ໃຊ້ ພາສາລາວ-ໄຕ ເຊິ່ງມີ ຮີດຄອງປະເພນີທີ່ເປັນເອກະລັກສະ ເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ ຄຽງກັບ ຊົນເຜົ່າລາວ ໂດຍສະເພາະ ແມ່ນການນຸ່ງຖືທີ່ມີລວດລາຍ ແລະ ສີສັນທີ່ແຕກຕ່າງກັນໄປທັງຍິງແລະ ຊາຍ ຈະມີຄວາມໂດດເດັ່ນສວຍ ງາມ ແລະ ເປັນເອກະລັກສະເພາະ ຂອງຊົນເຜົ່າ. ໂດຍການນຸ່ງຖືຂອງ “ຜູ້ຊາຍ ເຜົ່າລື້”ແມ່ນຈະນຸ່ງຖືຄ້າຍຄືກັບ ເຜົ່າໄຕດໍາ ຈະນຸ່ງໂສ້ງສີດໍານໍ້ານິນ ໃຊ້ແພຂາວຄຽນຫົວ, ສໍາລັບໂສ້ງເສື້ອທີ່ນຸ່ງໃນຍາມບຸນຫລືມີງານຂາ ໂສ້ງແຕ່ຫົວເຂົ່າລົງມາຈະມີແຂບ ແລະ ລາຍຖັກແສ່ວໃສ່, ໃນເມື່ອ ກ່ອນຜູ້ຊາຍ ເຜົ່າລື້ ມີຮີດເກົ້າຜົມ ແລະ ສັກເມິກໃສ່ແຂນ, ຂາ, ແອວ, ບ່ອງຫູ ແລະ ຍ້ອມແຂ້ວ ຊຶ່ງໃນ ປັດຈຸບັນ ນີ້ບໍ່ຄ່ອຍມີໃຫ້ເຫັນ ແລ້ວ. ສ່ວນການນຸ່ງຖືຂອງ “ແມ່ຍິງເຜົ່າ ລື້” ໃນມື້ທໍາມະດາຈະມັກໃສ່ສິ້ນ ເເລະ ເສື້ອສີດໍາ, ສ່ວນໃນມື້ມີບຸນສິນ ກິນທານ ແມ່ນຈະນຸ່ງເຄື່ອງທີ່ເປັນ ແພໄໝສີແດງ, ສີອິດ (ສີຄ້າຍໆດິນ ຈີ່)… ຊຶ່ງຜູ້ຍິງຊົນເຜົ່າລື້ ແມ່ນນິ ຍົມກັນນຸ່ງເສື້ອສັ້ນ(ເສື້ອກ້ອມ)ປົກ ເທິງຫົວສິ້ນເທົ່ານັ້ນ! ໂດຍສິ້ນຈະມີ ສອງປະເພດຄື ສິ້ນທົ່ວໄປ ແມ່ນສິ້ນ ທີ່ມີຕີນສີດໍາ ໂດຍນັບແຕ່ຫົວເຂົ່າຂຶ້ນ ໄປເຖິງແອວແມ່ນຈະມີລວດລາຍ ສະຫລັບສີສັນ ປະປົນກັນໄປ, ສ່ວນ ສິ້ນທີ່ນຸ່ງໃນຍາມບຸນ ແມ່ນສິ້ນທີ່ມີສີ ສັນລວດລາຍ ເຊິ່ງເຄິ່ງກາງຂອງ ສິ້ນແມ່ນຈະມີສີຂາວ,ສີອິດແລະຫົວ ສິ້ນແມ່ນຈະຕໍ່າແພສີເຫລືອງ ຫລື ສີແດງ, ໂດຍທົ່ວໄປແລ້ວສິ້ນຂອງ ເຜົ່າລື້ ຈະມີສາມຕ່ອນຊຶ່ງຈະມີລວດ ລາຍ, ສີສັນທີ່ແຕກຕ່າງກັນໄປ. ນອກຈາກເສື້ອ, ສິ້ນແລ້ວ ເຄື່ອງ ແຕ່ງກາຍຂອງແມ່ຍິງເຜົ່າລື້ ຍັງມີ ແຜຄຽນຫົວສີຂາວອີກດ້ວຍ, ພ້ອມ ກັນນັ້ນ ກໍຍັງນິຍົມພາກັນໃສ່ປອກ ແຂນ, ປອກຄໍ, ເຂັມປັກເກົ້າ, ຕຸ້ມຫູ ໃນເມື່ອກ່ອນ ຍິງ-ຊາຍ ຈະນິຍົມກັນ ຍ້ອມແຂ້ວ ຊຶ່ງຄູ່ຮັກບ່າວ-ສາວ ທີ່ມີຄວາມຮັກຕໍ່ກັນ ກ່ອນທີ່ຈະເຂົ້າ ພິທີແຕ່ງງານ ຈະຕ້ອງໄດ້ເຂົ້າພິທີ ຍ້ອມແຂ້ວໃຫ້ກັນແລະກັນກ່ອນເພື່ອ ເປັນສິລິມຸງຄຸນຂອງວັນແຕ່ງງານ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==