xtgmf]k; 4 3]d c]t gsfdko *** ຕໍ່ຈາກສະບັບກ່ອນ*** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 20/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]q fw2]k;{9u o lh k'zq oxt3spf .sh m5 d7q om5 dxtgmfmuj wfh -q ,.-h ເມື່ອຫວນຄືນນັບແຕ່ມີການເປີດ ເສັ້ນທາງລົດໄຟ ລາວ-ຈີນຢ່າງ ເປັນທາງການເມື່ອວັນທີ 3 ທັນວາ 2021 ເປັນຕົ້ນມາ, ລົດໄຟລາວຈີນ ໄດ້ພິກສະຖານະພາບໃຫ້ ສປປ ລາວຈາກບໍ່ມີຊາຍແດນຕິດກັບທະ ເລກາຍເປັນການເຊື່ອມໂຍງແລະ ເຊື່ອມຈອດ (Lank Lock to Lank Link) ດ້ວຍການເຊື່ອມໂຍງ ກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນ ທາງ” ຂອງ ສປ ຈີນ, ເຮັດໃຫ້ເສັ້ນ ທາງລົດໄຟ ລາວ-ຈີນ ກາຍເປັນ ໂຄງການທຳອິດແຫ່ງສັນຍະລັກທີ່ ເຊື່ອມຍຸດທະສາດຂອງສອງປະ ເທດ ລາວ-ຈີນ ດ້ວຍຜົນສຳເລັດ ແລະ ກາຍເປັນໂຄງການແບບຢ່າງ ທີ່ດີທີ່ສຸດຂອງຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງ. ໃນດ້ານຜົນງານປະຈັກຕາຂອງ ລົດໄຟລາວ-ຈີນໄດ້ສະແດງອອກໃນ ດ້ານການບໍລິການທ່ອງທ່ຽວມີຈຳ ນວນເພີ່ມຂຶ້ນ, ອີງຕາມການລາຍ ງານຂອງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໃນໄລຍະ 3 ເດືອນຕົ້ນປີ 2024 ມີ ນັກທ່ອງທ່ຽວຕ່າງປະເທດ 1,1 ລ້ານຄົນເຂົ້າມາທ່ອງທ່ຽວລາວ ເພີ່ມຂຶ້ນ 36% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2023. ເວົ້າສະ ເພາະໄລຍະສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່ລາວ ພສ 2567(10-19/4/ ຄາດວ່າຈະມີນັກທ່ອງທ່ຽວຈີນ ເຂົ້າ ມາລາວນັບມື້ເພີ່ມຂຶ້ນ, ເພາະປະຊາ ຊົນຈີນມີກຳລັງຊື້ທີ່ສູງ. ນອກຈາກ ນີ້, ນັກທ່ອງທ່ຽວໄທ ຫລື ອາຊຽນ ກໍຈະນໍາໃຊ້ລົດໄຟ ລາວ-ຈີນ ໃນ ການເດີນທາງໄປ ຈີນ ເຊັ່ນດຽວກັນ. ພິເສດ, ພາຍຫລັງທີ່ລັດຖະບານ 2 ປະເທດ ລາວ ແລະ ສປ ຈີນ ເປີດ ນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງເປັນການເຊື່ອມໂຍງດ້ານການ ຂົນສົ່ງຜ່ານທາງລົດໄຟ ທີ່ເຮັດໃຫ້ ການບໍລິການຂົນສົ່ງສິນຄ້າຕ່າງໆ ຈາກ ສປປ ລາວ ແລະ ລາຊະອານາ ຈັກໄທ ໄປ ສປ ຈີນ ມີຄວາມສະດວກ ສະບາຍ, ປະຢັດ ແລະ ວ່ອງໄວ. ຕາມການລາຍງານຈາກຜູ້ປະກອບ ການສົ່ງອອກສິນຄ້າ ຈາກລາຊະ ອານາຈັກໄທ ໄດ້ໃຫ້ຮູ້ວ່າ: ສະເພາະ ວັນທີ 11 ພຶດສະພາ 2024, ໝາກ ໄມ້ຕາມລະດູການ ໂດຍສະເພາະ ໝາກຖົ່ວລຽນ ຈາກພາກຕາເວັນ ອອກຂອງໄທ ຈຳນວນ 23 ຕູ້ຄອນ ເທັນເນີ ໄດ້ມາເຖິງສະຖານີລົດໄຟ ທ່ານາແລ້ງ ເພື່ອສົ່ງຕໍ່ໄປຍັງແຂວງ ຢຸນນານ ສປ ຈີນ, ມູນຄ່າການຂົນ ສົ່ງແມ່ນ 137.000 ໂດລາຕໍ່ 1 ຕູ້ ເຊິ່ງລະດູການຂົນສົ່ງໝາກໄມ້ແມ່ນ ຢູ່ໃນລະຫວ່າງເດືອນເມສາຫາ ເດືອນກໍລະກົດຂອງທຸກໆປີ. ໂດຍສະ ເລ່ຍແລ້ວ ມື້ໜຶ່ງສາມາດຂົນສົ່ງສິນ ຄ້າ 8-10 ພັນໂຕນ. ໃນນີ້ປະເພດສິນ ຄ້າທີ່ທາງລົດໄຟ ລາວ-ຈີນສົ່ງອອກ ລວມມີໝາກໄມ້, ແປ້ງມັນຕົ້ນ, ໝາກເດືອຍ, ຢ່າງພາລາ, ແຮ່ທາດ ແລະອື່ນໆ. ຕີລາຄາໄດ້ວ່າ: ເສັ້ນທາງລົດ ໄຟ ລາວ-ຈີນ ໄດ້ສ້າງເງື່ອນໄຂທີ່ ອຳນວຍຄວາມສະດວກທີ່ສຸດໃຫ້ ສປປ ລາວ ສາມາດຄ້າຂາຍກັບຈີນ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ. ອັນທີສອງ, ເສັ້ນທາງລົດໄຟ ລາວຈີນ ສາມາດເຊື່ອມຕໍ່ກັບພາກພື້ນກໍ ຄືຂອງໂລກໃນອະນາຄົດ, ໂດຍຜ່ານ ເສັ້ນທາງລົດໄຟ ຈີນ-ໄທ, ເສັ້ນທາງ ລົດໄຟອາຊີ, ເຮັດໃຫ້ ສປປ ລາວ ສາ ມາດເຊື່ອມຕໍ່ກັບຕົວເມືອງທ່າກ່ຳ ປັ່ນໄດ້ ແລະ ຈະສ້າງໂອກາດຫາ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ລາວຫລາຍຂຶ້ນ, ຍົກສູງລະດັບຊີວິດ ການເປັນຢູ່ຂອງປະຊາຊົນ, ມີຕະ ຫລາດການຄ້າທີ່ໃຫຍ່ກວ່າເກົ່າ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການ ຄ້າເສດຖະກິດລະຫວ່າງ ສປປ ລາວກັບບັນດາປະເທດອ້ອມຂ້າງ ແລະ ປະເທດທີ່ລຽບຕາມ“ໜຶ່ງແລວ ໜຶ່ງເສັ້ນທາງ”, ເຮັດໃຫ້ເສດຖະກິດ ພາກພື້ນພັດທະນາຢ່າງວ່ອງໄວ. ໂດຍລວມ, ການບໍລິການຂອງໂຄງ ການລົດໄຟ ລາວ-ຈີນ ໄດ້ປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ຂອງປະເທດລາວ,ໃຫ້ປະຊາຊົນ ລາວໄດ້ຮັບຜົນປະໂຫຍດ, ວິສາຫະ ກິດ ແລະ ຜູ້ລົງທຶນກໍ່ສ້າງກໍ່ມີລາຍ ຮັບສາມາດຢູ່ລອດໄດ້. ນອກນັ້ນ, ບັນດາປະເທດອ້ອມຂ້າງ “ໜຶ່ງ ແລວໜຶ່ງເສັ້ນທາງ”ກໍ່ໄດ້ຮັບຜົນປະ ໂຫຍດເຊັ່ນດຽວກັນ. ສັງລວມແລ້ວ,ໂຄງການຂໍ້ລິ ເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນ ແລະ ໂຄງການລົດໄຟລາວຈີນຈະກາຍເປັນສ່ວນປະກອບສຳ ຄັນທີ່ສຸດທີ່ຈະເຮັດໃຫ້ປະເທດລາວ ສາມາດລົບລ້າງຄວາມທຸກຍາກໄດ້ ຕາມແຜນການທີ່ລັດຖະບານລາວ ໄດ້ກຳນົດໄວ້ຢ່າງແນ່ນອນ. ໂຄງ ການລົດໄຟ ລາວ-ຈີນ, ບໍ່ສະເພາະ ແຕ່ເປັນຜົນດີໃຫ້ແກ່ສອງປະເທດ ລາວ ແລະ ຈີນເທົ່ານັ້ນ, ຫາກຍັງມີ ຜົນດີໃຫ້ແກ່ບັນດາປະເທດອາຊຽນ ແລະ ພາກພື້ນຕື່ມອີກໃນການ ຮ່ວມມືກັນພັດທະນາ, ທັງຈະສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນລາວ ແລະ ປະຊາຊົນທີ່ຢູ່ລຽບຕາມທາງ ລົດໄຟ ລາວ-ຈີນ ຕື່ມອີກ. ດັ່ງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປ ລາວໄດ້ກ່າວໄວ້ ວ່າ: ເຖິງວ່າສປປລາວບໍ່ມີທາງອອກ ສູ່ທະເລ ແຕ່ເສັ້ນທາງລົ ດໄຟສາຍ ນີ້ຈະຊ່ວຍໃຫ້ປະເທດລາວມີເສັ້ນ ທາງຄົມມະນາຄົມດ້ວຍຕາໜ່າງ ຈໍລະຈອນສິນຄ້າອອກສູ່ທະເລ ແລະ ບັນດາປະເທດຢູ່ໃນພາກພື້ນນີ້ໃຫ້ ມີຄວາມສະດວກໃນການຂົນສົ່ງ ໂດຍສານ ແລະ ຂົນສົ່ງສິນຄ້າທັງ ກະຕຸກຊຸກຍູ້ການລົງທຶນ ແລະ ການ ທ່ອງທ່ຽວ ໂດຍນັກທ່ອງທ່ຽວເຂົ້າ ມາທ່ຽວລາວຫລາຍຂຶ້ນ. ໂດຍ:ດວງຈິດ ສະຫວັດບຸນມີ 2024)ແຂວງຫລວງພະບາງ ໄດ້ ຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດລວມທັງໝົດ110 ພັນ ກວ່າຄົນ, ເປັນນັກທ່ອງທ່ຽວພາຍ ໃນປະເທດ 68 ພັນກວ່າເທື່ອຄົນ, ຕ່າງປະເທດ 41 ພັນກວ່າເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີ 2023 ຜ່ານມາ ແມ່ນນັກທ່ອງທ່ຽວ ເພີ່ມຂຶ້ນ 366,44%. ສະເລ່ຍລາຍ ຮັບຈາກນັກທ່ອງທ່ຽວລວມ 47 ລ້ານກວ່າໂດລາ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາລາຍຮັບ ເພີ່ມຂຶ້ນ 316,64%. ໃນນັ້ນ, ນັກ ທ່ອງທ່ຽວທີ່ມາທ່ຽວຫລວງພະບາງ ອັນດັບໜຶ່ງແມ່ນນັກທ່ອງທ່ຽວຈາກ ສປ ຈີນ ບັນລຸ10.497 ເທື່ອຄົນ, ຮອງລົງມາແມ່ນ ສ ເກົາຫລີ ບັນລຸ 5 ພັນກວ່າຄົນ, ອັນດັບສາມແມ່ນໄທ 4 ພັນກວ່າຄົນ. ນອກນັ້ນ ໂຄງການ ລົດໄຟ ລາວ-ຈີນ ໄດ້ກາຍເປັນສູນ ກາງການຂົນສົ່ງຂອງພາກພື້ນຕາມ ແບບໂລຈິສຕິກ (Logistic) ທາງ ລົດໄຟຈະບໍ່ພຽງແຕ່ຫລຸດຄ່າໃຊ້ ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄປສູ່ຕະຫລາດສາກົນ ເທົ່ານັ້ນ ແຕ່ຍັງເຮັດໃຫ້ທຸລະກິດ ລາວໄດ້ເຂົ້າເຖິງຕະຫລາດຈີນທີ່ມີ ຜູ້ບໍລິໂພກຫລາຍກວ່າ 1,4 ຕື້ຄົນ. ທາງລົດໄຟ ລາວ-ຈີນ ໄດ້ຕອບໂຈດ ການເດີນທາງທີ່ວ່ອງໄວ, ການຂົນ ສົ່ງສິນຄ້າທີ່ສະດວກ ແລະ ລາຄາ ຕໍ່າຈະຊ່ວຍຍູ້ດັນໃຫ້ອຸດສາຫະກຳ ທ່ອງທ່ຽວມີການຂະຫຍາຍຕົວສູງ. ສະຫະພັນກຳມະບານ... ໂຮງຮຽນວັດທະນະທຳ... ການຊົມໃຊ້ໄຟຟ້າ... ຂປລ. ກອງປະຊຸມສະຫລຸບການ ເຄື່ອນໄຫວຈັດຕັ້ງປະຕິບັດວຽກ ງານກໍາມະບານ ປະຈຳປີ 2023 ແລະ ທິດທາງແຜນການປິີ 2024 ສະຫະພັນກຳມະບານກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດຂຶ້ນໃນວັນ ທີ 16 ພຶດສະພາ 2024 ໂດຍການ ຮ່ວມເປັນປະທານຂອງ ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖວທ,ທ່ານ ຄຳຫລ້າ ຍອຍ ສາຍຄຳ ປະທານຄະນະບໍລິຫານ ງານສະຫະພັນກຳມະບານ ກະຊວງ ຖວທ, ມີຄະນະກໍາມະການສະຫະ ພັນກຳມະບານກະຊວງ, ຮາກຖານ ອ້ອມຂ້າງ ກະຊວງ ຖວທ ເຂົ້າຮ່ວມ. ທ່ານ ຄຳຫລ້າ ຍອຍສາຍຄຳ ໄດ້ຜ່ານບົດສະຫລຸການເຄື່ອນໄຫວ ວຽກງານ ປີ 2023 ແລະ ທິດທາງ ແຜນການ ປີ 2024 ວ່າ: ໄລຍະ ຜ່ານມາ, ສະຫະພັນກຳມະບານກະ ຊວງ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ ແລະ ຕິດຕາມບັນດາໜ່ວຍກຳມະບານ ຮາກຖານ ເພື່ອປັບປຸງການຈັດຕັ້ງ ກໍຄື ກະກຽມເປີດກອງປະຊຸມໃຫຍ່ ແຕ່ລະຂັ້ນຂອງຕົນໃຫ້ດໍາເນີນໄປ ຢ່າງຕໍ່ເນື່ອງ ໂດຍສະເພາະໜ່ວຍ ກຳມະບານຮາກຖານທີ່ຮອດກໍາ ນົດຈັດກອງປະຊຸມໃຫຍ່ ແລະ ໜ່ວຍກຳມະບານຮາກຖານທີ່ໂຮມ ເຂົ້າກັນຕາມການປັບປຸງກົງຈັກ ການຈັດຕັ້ງຂອງກະຊວງໃຫ້ກະທັດ ຮັດເຂັ້ມແຂງ; ເອົາໃຈໃສ່ຊຸກຍູ້, ສົ່ງ ເສີມເພື່ອກໍ່ສ້າງ ແລະ ຂະຫຍາຍ ສະມາຊິກກຳມະບານຢ່າງຕໍ່ເນື່ອງ, ຂຶ້ນແຜນການຝຶກອົບຮົມ ແລະ ພັດ ທະນາພະນັກງານລັດຖະກອນ ກໍຄື ສະມາຊິກກຳມະບານ ເພື່ອສ້າງພະ ນັກງານສືບທອດປ່ຽນແທນໃນ ອະນາຄົດ, ໂດຍຜ່ານຂະບວນການ ຕ່າງໆຂອງອົງການຈັດຕັ້ງມະຫາ ຊົນ, ຖືເອົາການເຕີບໃຫຍ່ຈາກຂະ ທ່ານ ສົມຊາຍ ລາດສະວົງ ຮອງຫົວໜ້າສາຂານະຄອນຫລວງ 1 ລັດວິສາຫະກິດໄຟຟ້າລາວ ໄດ້ ໃຫ້ສຳພາດໃນວັນທີ 16 ພຶດສະພາ 2024 ວ່າ: ເພື່ອແກ້ໄຂບັນຫາດັ່ງ ກ່າວ, ໄຟຟ້າລາວ ສາຂານະຄອນ ຫລວງ 1 ໄດ້ເອົາໃຈໃສ່ເລັ່ງແກ້ໄຂ ບັນຫາດັ່ງກ່າວ ເປັນຕົ້ນໄດ້ມີການ ຍົກກຳລັງໝໍ້ແປງ ແລະ ເສີມກຳລັງ ໝໍແປງໃໝ່ ເພື່ອໃຫ້ມີກຳລັງການຊົມ ໃຊ້ໄຟຟ້າສູງຂຶ້ນເຊິ່ງນັບແຕ່ເດືອນ ມັງກອນ ຫາ ເດືອນມີນາ 2024 ໄຟຟ້າລາວສາຂານະຄອນຫລວງ 1 ສາມາດຍົກກຳລັງໝໍ້ແປງ ແລະ ເສີມກຳລັງໝໍແປງໃໝ່ 64 ໜ່ວຍ, ສະເພາະເດືອນເມສາຮອດປັດຈຸບັນ ສາມາດຈັດຕັ້ງປະຕິບັດໄດ້ 48 ໜ່ວຍ, ໃນ 4 ເມືອງທີ່ເປັນຄວາມຮັບ ຜູ້ຊອບຄື: ເມືອງຈັນທະບູລີ, ເມືອງສີ ໂຄດສະບອງ, ເມືອງສີີສັດຕະນາກ 2 ກອງພັນ, ພະນັກງານ-ນັກຮົບ, ຄູອາຈານ ແລະ ແຂກຖືກເຊີນເຂົ້າ ຮ່ວມ. ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກ ສາໄດ້ຜ່ານແຜນການທວນຄືນການ ສອບເສັງພາກຮຽນທີ II ສົກຮຽນ 2023-2024 ເພື່ອເປັນການກວດ ກາຄືນການຈັດຕັ້ງການຮຽນ-ການ ສອນ ໃນໄລຍະສົກຮຽນທີ່ຜ່ານມາ, ການເລື່ອນຊັ້ນຮຽນຂອງນັກຮຽນ ຊັ້ນ ມ1, ມ5 ແລະ ມ6; ການປະຕິ ບັດຕາມຂັ້ນຕອນ-ບາດກ້າວການ ຮຽນ-ການສອນລະບົບສາມັນສຶກ ສາທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ເປັນການວັດແທກ ແລະ ປະເມີນຜົນການຮຽນການ ສອນໃນໄລຍະຜ່ານມາ, ພ້ອມທັງຮັບ ປະກັນ ໃຫ້ບັ້ນດຳເນີນການຮຽນການສອນມີຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດໂຄງການ ຫລັກສູດການຮຽນ-ການສອນປະ ຈຳສົກຮຽນ 2023-2024 ຂອງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ. ຈາກນັ້ນ ຍັງໄດ້ຜ່ານຂໍ້ຕົກ ລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ ນຳລວມແລະອະນຸກຳມະການສອບ ເສັງ, ຜ່ານມາດຖານ, ເງື່ອນໄຂ, ລະ ບຽບການສອບເສັງ ແລະ ການປະ ເມີນຜົນການສອບເສັງຂອງນັກ ຮຽນ, ຜ່ານຕາຕະລາງສອບເສັງ ພາກຮຽນທີ I I ປະຈຳສົກຮຽນ 2023-2024. ໂອກາດດັ່ງກາວ, ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການຈັດຕັ້ງປະຕິບັດການຮຽນການສອນ ໃນໄລຍະຜ່ານມາຈົນໄດ້ ຜົນສຳເລັດ ແລະ ເນັ້ນໃຫ້ບັນດາຄະ ນະກຳມະການ, ອະນຸກຳມະການ ແລະ ພາກສ່ວນຮັບຜິດຊອບໃນການ ສອບເສັງຄັ້ງນີ້ ຈົ່ງຍົກສູງຄວາມຮັບ ຜິດຊອບຕໍ່ໜ້າທີ່ ທີ່ຮັບມອບໝາຍ ໃຫ້ປະສົບຜົນສຳເລັດ, ຮັກສາຈັນຍາ ບັນ-ຈັນຍາທຳ, ຮັກສາຄວາມສະ ຫງົບໃຫ້ໃດ້ 100% ເພື່ອເຮັດໃຫ້ບັ້ນ ສອບເສັງຄັ້ງນີ້ ໄດ້ຮັບໝາກຜົນຕາມ ຄາດໝາຍທີ່ວາງໄວ້. ຂ່າວ: ໂອລິນ ມິ່ງມີໄຊ ແລະ ເມືອງໄຊເສດຖາ. ພ້ອມນີ້, ຍັງ ໄດ້ແຕ່ງຕັ້ງທີມງານລະດູຮ້ອນຂຶ້ນ 7ທີມ ເພື່ອແກ້ໄຂບັນຫາສຸກເສີນເປັນ ຕົ້ນ ເສົາໄຟຟ້າລົ້ມ, ໝໍ້ມີບັນຫາ, ໄຟ ໄໝ້ສາຍໄຟຟ້າ ແລະ ບັນຫາອື່ນໆ ເພື່ອແກ້ໄຂບັນຫາໃຫ້ທັນການ. ສຳລັບຄົວເຮືອນໃດທີ່ໃຊ້ລົດ ໄຟຟ້າ ຈະຕ້ອງແຈ້ງເຖິງໄຟຟ້າລາວ ເພື່ອລົງໄປຕິດຕາມ, ກວດກາ ແລະ ວັດແທກເບິ່ງກຳລັງການຊົມໃຊ້ໄຟ ຟ້າຂອງລົດໄຟຟ້າມີຫລາຍ-ໜ້ອຍ ປານໃດ, ວັດແທກກຳລັງໝໍ້ແປງວ່າ ຈະສາມາດຮັບຮ້ອງໄດ້ບໍ່ໃນກໍລະ ນີ້ບ້ານນັ້ນໆມີຈຳນວນການໃຊ້ລົດ ໄຟຟ້າຫລາຍຂຶ້ນ, ຖ້າຫາກວັດແທກ ກຳລັງໝໍ້ແປງດັ່ງກ່າວແລ້ວ ບໍ່ສາ ມາດຮັບຮ້ອງການສົ່ງກະໄຟຟ້າໄດ້ ກໍຈະໄດ້ປ່ຽນຖ່າຍໝໍ້ແປງແຕ່ຫົວທີ. ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງບໍ່ ສາມາດເກັບກຳສະຖິຕິ ການໃຊ້ລົດ ໄຟຟ້າ ຂອງບ້ານໄດ້ເທື່ອ. ໂອກາດນີ້, ທ່ານ ສົມຊາຍ ລາດ ສະວົງ ຍັງຝາກເຖິງພໍ່-ແມ່ປະຊາ ຊົນໃນຂອບເຂດທົ່ວປະເທດຈົ່ງ ຊ່ວຍກັນປະຢັດພະລັງງານໄຟຟ້າ ເປັນຕົ້ນຫລີກລ່ຽງການໃຊ້ໝໍແດງ, ຕົ້ມນໍ້າຮ້ອນຝົດແລ້ວຄວນຖອດປັກ ທັນທີ, ຄວນປີດຕູ້ເຢັນເວລາໃຊ້ງານ ແລ້ວ, ເປີດແອໜ່ວຍດຽວໃນເວລາ 18-20 ໂມງແລ້ວເອີ້ນສະມາຊິກ ຄອບຄົວມາຢູ່ນຳກັນຫລີກລ່ຽງເປີດ ແອຫ້ອງໃຜຫ້ອງລາວ. ປັດຈຸບັນ, ເປັນໄລຍະລະດູຮ້ອນ ກ້າວເຂົ້າສູ່ລະ ດູຝົນແຈ້ງເຕືອນໃຫ້ຜູ້ຊົມໃຊ້ໄຟຟ້າ ນຳໃຊ້ໄຟຟ້າຢ່າງລະມັດລະວັງ ແລະ ມີສະຕິຫາກພົບເຫັນອຸບັດເຫດທີ່ ເກີດຈາກໄຟຟ້າສາມາດແຈ້ງສາຍ ດ່ວນ1199ຕະຫລອດ24ຊົ່ວໂມງ. ຂ່າວ-ພາບ: ກິດຕາ ບວນການໂດຍການສ້າງໂອກາດ, ເງື່ອນໄຂ ແລະ ເອື້ອອໍານວຍຄວາມ ສະດວກໃນການໄປຝຶກອົບຮົມ, ບຳ ລຸງ, ຍົກລະດັບໄລຍະສັ້ນ, ໄລຍະ ຍາວດ້ວຍທຶນສ່ວນຕົວ, ທຶນລັດຖະ ບານສະໜອງໃຫ້ທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ບັນດາ ສະມາຊິກກຳມະບານທີ່ມີຄຸນສົມ ບັດດີ ແລະ ມີຄວາມຮູ້ຄວາມສາມາດ ກໍໄດ້ຮັບການເລື່ອນຊັ້ນຕຳແໜ່ງລະ ດັບຜູ້ບໍລິຫານແຕ່ລະຂັ້ນ ແລະ ໄດ້ ມີສະມະຊິກກຳມະບານລົງກໍ່ສ້າງ ຮາກຖານ, ໄປເຄື່ອນໄຫວຢູ່ຕ່າງ ປະເທດ, ພ້ອມທັງສຳເລັດການ ປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2023 ແລະ ອື່ນໆ. ເພື່ອສືບຕໍ່ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນກຳມະ ບານລາວທົ່ວປະເທດ ຄັ້ງທີ VIII ກໍ ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງສະຫະພັນກຳມະບານກະຊວງ ຖວທ ແລະ ເນື້ອໃນແຂ່ງຂັນ 5 ເປັນເຈົ້າ ໃຫ້ມີຜົນສໍາເລັດຕາມລະ ດັບຄາດໝາຍ, ສະຫະພັນກຳມະ ບານກະຊວງ ຖວທ ໄດ້ກຳນົດທິດ ທາງແຜນການ ປີ 2024 ຄື: ເພີ່ມ ທະວີການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິກ ກຳມະບານ ໂດຍການຈັດຕັ້ງການ ເຂົ້າຮ່ວມເຊື່ອມຊຶມ, ການຈັດປາຖະ ກະຖາ, ການເຜີຍແຜ່ມະຕິຄໍາສັ່ງ, ລະບຽບຂອງພັກ, ກົດໝາຍຂອງ ລັດໃນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ກໍຄື ຂອງອົງການຈັດຕັ້ງ ກຳມະບານຈັດຂຶ້ນ ໃນແຕ່ລະໄລຍະ ໂດຍອີງໃສ່ສະພາບແວດລ້ອມຕົວ ຈິງທີ່ເໝາະສົມ; ປັບປຸງການຈັດຕັ້ງ ບັນດາໜ່ວຍຮາກຖານກຳມະບານ ໃຫ້ສໍາເລັດພາຍໃນເດືອນກັນຍາ 2024; ຕັ້ງໜ້າເຂົ້າຮ່ວມປະກອບ ຄໍາຄິດເຫັນ ໃນການຄົ້ນຄວ້າວຽກ ງານການປະຕິບັດນະໂຍບາຍ,ການ ປົກປ້ອງສິດຜົນປະໂຫຍດ ແລະ ຊີວິດການເປັນຢູ່ຂອງພະນັກງານລັດຖະກອນ ກໍຄື ສະມາຊິກກຳມະ ບານ ໂດຍສະເພາະການປະຕິບັດ ກົດໝາຍວ່າດ້ວຍແຮງງານ, ກົດ ໝາຍປະກັນສັງຄົມ, ບັນດາດໍາລັດ ແລະ ນະໂຍບາຍຕ່າງໆ, ປຸກລະດົມ ນໍາພາ-ຊີ້ນໍາບັນດາໜ່ວຍກຳມະ ບານຮາກຖານໃຫ້ຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2024 ໂດຍຕິດພັນກັບຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ, ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນຕິດພັນກັບວຽກ ງານວິຊາສະເພາະ ໃຫ້ເປັນຂະບວນ ການຟົດຟື້ນ ແລະ ສໍາເລັດຕາມ ລະດັບຄາດໝາຍ, ວາງແຜນສ້າງ ລາຍຮັບງົບປະມານໃຫ້ບັນດາ ໜ່ວຍກຳມະບານ ແລະ ສະຫະພັນ ກຳມະບານກະຊວງ ເພື່ອໃຫ້ມີເງິນ ເພີ່ມຕື່ມບວກກັບເງິນສະຕິທີ່ ໄດ້ຮັບ ຕາມລະບຽບຂອງບັນດາສະມະຊິກ ກຳມະບານທົ່ວກະຊວງ ແລະ ສືບຕໍ່ ເສີມຂະຫຍາຍສາຍພົວພັນຮ່ວມມື ກັບກຳມະບານປະເທດເພື່ອນມິດ ຍຸດທະສາດ, ເພື່ອນມິດສາກົນ, ອົງ ການຈັດຕັ້ງສາກົນ ໃນການແລກ ປ່ຽນບົດຮຽນດ້ານວິຊາສະເພາະ ແລະ ທຶນຮອນ. ໂອກາດນີ້, ທ່ານ ໂພສີ ແກ້ວມະ ນີວົງ ກໍໄດ້ມີຄຳເຫັນວ່າ: ເພື່ອເຮັດ ຫລ້ອນໜ້າທີ່ຂອງວຽກງານກຳມະ ບານລາວ ໃຫ້ສອດຄ່ອງການຈັດ ຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ ຂອງພັກຢ່າງມີຫລັກການດ້ວຍ ບາດກ້າວໃໝ່ທີ່ໜັກແໜ້ນ, ໃນຕໍ່ໜ້າ ບັນດາສະມາຊິກກຳມະບານພວກ ເຮົາ ຕ້ອງໄດ້ສືບຕໍ່ຜັນຂະຫຍາຍລັກ ສະນະທາດແທ້ປະຕິວັດອັນດີງາມ ອັນເປັນມູນເຊື້ອຂອງກຳມະບານ ແລະ ຊາວຜູ້ອອກແຮງງານລາວ, ປະກອບສ່ວນຢ່າງແຂງແຮງເຂົ້າ ໃນການປົກປັກຮັກສາ ແລະ ພັດ ທະນາປະເທດຊາດຕັດສິນໃຈຜ່ານ ຜ່າສິ່ງທ້າທາຍທົດສອບ ແລະ ຄວາມຫຍຸ້ງຍາກນາໆປະການ ຕັ້ງ ໜ້າປະຕິບັດແນວທາງນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມຂອງລັດແຕ່ລະໄລຍະ ເພື່ອເຮັດໃຫ້ປະເທດຊາດຂອງ ພວກເຮົາມີຄວາມເຂັ້ມແຂງ, ຮັ່ງມີ ຜາສຸກ, ສັງຄົມສີວິໄລແລະ ຍຸດຕິທໍາ ຈຶ່ງຈະບັນລຸໄດ້ຕາມຄໍາຂວັນວິໄສ ທັດຂອງສູນກາງສະຫະພັນກຳມະ ບານລາວຊຸດທີ VIII ທີ່ວ່າ” ກຳມະ ບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນ ກຳມະຊີບ”. ພ້ອມນີ້, ໃນກອງປະຊຸມຍັງໄດ້ ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ ໜ່ວຍກຳມະບານອ້ອມຂ້າງກະ ຊວງ ຖວທ ຕື່ມອີກ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ເປີດຂະບວນການ... ສ່ວນກ່ຽວຂ້ອງ ແລະ ພໍ່ແມ່ຜູ້ປົກ ຄອງເດັກນ້ອຍ ເຂົ້າຮ່ວມ. ຂະບວນ ການດັ່ງກ່າວ, ແມ່ນຈະແນໃສ່ເດັກ ນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ແລະ ຈະໃຫ້ການປ້ອງກັນແກ່ເດັກນ້ອຍ ຈໍານວນຫລາຍກວ່າເຄິ່ງລ້ານຄົນ ຈາກພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. ທ່ານ ດຣ ສະໜອງ ທອງຊະນະ ໄດ້ກ່າວວ່າ: ຂະບວນການສັກວັກຊິນ ກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນຂີດໝາຍອັນ ສຳຄັນໃນຄວາມພະຍາຍາມຂອງ ພວກເຮົາ ເພື່ອປົກປ້ອງຮັກສາສຸຂະ ພາບຂອງລູກຫລານພວກເຮົາ ເຊິ່ງ ໃນຄວາມພະຍາຍາມດັ່ງກ່າວນັ້ນ ການສັກວັກຊິນແມ່ນມີຄວາມສຳຄັນ ທີ່ສຸດ ໃນການຮັບມືກັບຄວາມສ່ຽງ ຕໍ່ສູຂະພາບເດັກທີ່ເກີດຂຶ້ນໄດ້ຈາກ ພະຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ. ວັກຊິນກັນພະຍາດໝາກ ແດງໃຫຍ່ ແລະ ໝາກແດງນ້ອຍ ແມ່ນສາມາດສັກໄດ້ທີ່ສຸກສາລາທຸກ ແຫ່ງທົ່ວປະເທດ ໂດຍບໍ່ຕ້ອງເສຍຄ່າ ໃຊ້ຈ່າຍໃດໆ. ທ່ານ ນາງ ດຣ ເພຍ ເຣເບນໂລ ບຣິໂຕ ກໍໄດ້ກ່າວວ່າ: ໃນການຮັບມື ກັບການກັບມາຂອງພະຍາດໝາກ ແດງໃຫຍ່ ແລະ ໝາກແດງນ້ອຍນັ້ນ, ສິ່ງທີ່ພວກເຮົາປະຕິບັດໃນມື້ນີ້ ຈະ ເປັນຕົວກໍານົດສຸຂະພາບໃນອະນາ ຄົດຂອງລູກຫລານພວກເຮົາ. ນີ້ເປັນ ໂອກາດອັນສຳຄັນ ແລະ ຂ້າພະເຈົ້າ ຈຶ່ງຢາກາຂໍຮຽກຮ້ອງໃຫ້ບັນພໍ່ແມ່ ພີ່ນ້ອງທຸກຄົນ ຈົ່ງພາລູກຫລານ ຂອງຕົນໄປສັກວັກຊິນທີ່ສຸກສາລາ ຫລື ໂຮງໝໍ ທີ່ໃກ້ທ່ານທີ່ສຸດ ເພື່ອ ສາມາດສັກວັກຊິນໄດ້ ໂດຍບໍ່ຕ້ອງ ເສຍຄ່າໃຊ້ຈ່າຍໃດໆ. ຂະບວນການສັກວັກຊິນກັນພະ ຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ ແມ່ນນຳພາໂດຍກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ກາວີ (Gavi), ລັດຖະບານ ອົດສະຕຣາລີ, ອົງການ ອຸຍນີເຊບ ແລະ ອົງການອະນາໄມ ໂລກມີຈຸດປະສົງໃນການຊ່ວຍສະ ກັດກັ້ນການແພ່ລະບາດຂອງພະ ຍາດໝາກແດງໃຫຍ່ ແລະ ໝາກ ແດງນ້ອຍ ໂດຍສະເພາະໃນປັດຈຸ ບັນເຫັນໄດ້ວ່າ ມີການເພີ່ມຂຶ້ນຂອງ ກໍລະນີຂອງພະຍາດທັງສອງໃນທົ່ວ ໂລກ ເນື່ອງຈາກມີອັດຕາການສັກ ຢາກັນພະຍາດຕໍ່າລົງໃນກຸ່ມເດັກ ນ້ອຍ ເຊິ່ງວັກຊິນກັນພະຍາດທັງ ໝົດໃນ ສປປ ລາວ ແມ່ນໄດ້ຖືກຮັບ ຮອງ ໂດຍອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ແລະ ໄດ້ຮັບການຢັ້ງຢືນວ່າ ປອດໄພ ແລະ ມີປະສິດທິພາບສູງ ໃນການປ້ອງ ກັນເດັກນ້ອຍຈາກການເຈັບປ່ວຍ ຮ້າຍແຮງ ແລະ ການເສຍຊີວິດຈາກ ພະຍາດ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ
RkJQdWJsaXNoZXIy MTc3MTYxMQ==