5873

xtgmf]k; 3 20/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ ວັນທີ 18/5/1959-18/5/2024) 8A '|h kI=j kIPogvq k,6 og-N vry ]tvkfsko 0v'dv'ra omu 2 ;y ]t-q o ໂດຍ: ຢ່າຕົ່ງ ຄວາມຈົງຮັກພັກດີ, ຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວ, ຄວາມອົດ ທົນໝັ້ນໜຽວບໍ່ຄອນແຄນ ຕໍ່ການ ນາບຂູ່, ຫລອກຫລວງຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດຫານ ແລະ ມີໄຫວພິບຂອງກອງພັນທີ2ໄດ້ເປັນ ແວ່ນແຍງ, ເປັນການປຸກລະດົມອັນ ແຮງກ້າໃຫ້ແກ່ຂະບວນການປະຕິ ວັດ ເພື່ອຕີຊະນະກັບຈັກກະພັດອາ ເມລິກາແລະລູກແຫລ່ງຕີນມື. ພ້ອມ ດຽວກັນນັ້ນກໍເຮັດໃຫ້ກໍາລັງປະຕິ ວັດ, ໂດຍສະເພາະແມ່ນກໍາລັງປະ ກອບອາວຸດປະຊາຊົນນັບມື້ເຕີບ ໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ປັດຈຸບັນແມ່ນໄລຍະແຫ່ງການ ສ້າງສາ ແລະ ພັດທະນາປະເທດ ຊາດ, ກໍມີສິ່ງທ້າທາຍຫລາຍດ້ານທີ່ ພວກເຮົາຄົນຮຸ້ນໜຸ່ມຕ້ອງໄດ້ຜ່ານ ຜ່າ ເພື່ອພ້ອມກັນພັດທະນາປະເທດ ຊາດໃຫ້ກ້າວໄປສູ່ຄວາມຮຸ່ງເຮືອງ ສີວິໄລ. ດັ່ງນັ້ນຈຶ່ງມີຄວາມຈຳເປັນ ຍິ່ງທີ່ພະນັກງານ,ສະມາຊິກພັກ,ກຳ ລັງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ກໍຄືປວງຊົນລາວທັງຊາດ * ດັ່ງທີ່ໄດ້ສະເໜີໃນບົດຜ່ານ ແລ້ວ ກ່ຽວກັບຄວາມອົງອາດກ້າ ຫານ ແລະ ນໍ້າໃນເສຍສະຫລະ ເພື່ອ ປະເທດຊາດ ແລະ ປະຊາຊົນຂອງ ກອງພັນທີ 2. ສິ່ງດັ່ງກ່າວແມ່ນບົດ ຮຽນອັນລໍ້າຄ່າ ທີ່ປວງຊົນລາວ ທັງຊາດ ເວົ້າລວມ ເວົ້າສະເພາະ ແມ່ນກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ຕ້ອງໄດ້ຮໍ່າ ຮຽນເອົາ ໂດຍສະເພາະແມ່ນມູນ ເຊື້ອຮັກຊາດທີ່ສູງສົ່ງ ມີນ້ຳໃຈປະ ຕິວັດສຸດກົກສຸດປາຍ, ມີລະບຽບ ວິໄນທີ່ເຄັ່ງຄັດ, ເຂັ້ມງວດ, ຕໍ່ສູ້ພິລະ ອາດຫານ. ວິລະກຳທີ່ກອງພັນທີ 2 ວິລະ ຊົນສ້າງໄວ້ໃນໜ້າປະຫວັດສາດ ແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ຂອງລາວນັ້ນ ແມ່ນມີຄວາມໝາຍ ແລະ ສຳຄັນທີ່ຄົນຮຸ້ນສືບທອດຕ້ອງ ໄດ້ຮໍ່າຮຽນເອົາ ໂດຍສະເພາະແມ່ນ ມູນເຊື້ອຕໍ່ສູ້ບໍ່ຍອມຈໍານົນຈົນສາ ມາດທັບມ້າງກົນອຸບາຍຂອງພວກ ຈັກກະພັດແລະລູກແຫລ່ງຕີນມືຂອງ ພວກເຂົາທີ່ຫວັງດັບມອດກໍາລັງປະ ຕິວັດ. ການຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມບໍລິສຸດພຸດຜ່ອງ, ຕ້ອງຝຶກຝົນຕົນເອງທາງດ້ານການ ເມືອງແນວຄິດ, ຕ້ອງມີຄວາມອຸ່ນ ອ່ຽງທຸນທ່ຽງບໍ່ຫວັນໄຫວຄອນ ແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດ ສອບທ້າທາຍຫລາຍປະການ, ຕ້ອງ ມີຄວາມສາມັກຄີເປັນເອກະພາບ, ມີນໍ້າໃຈເດັດດ່ຽວອາດຫານ, ມີນຳ ໃຈເສຍສະຫລະຜົນປະໂຫຍດສ່ວນ ຕົວເພື່ອຜົນປະໂຫຍດລວມຂອງ ຊາດ, ປະຕິບັດລະບຽບວິໄນ, ຄໍາສັ່ງ ແລະ ກົດໝາຍຕ່າງໆຢ່າງເຂັ້ມງວດ ເພື່ອສ້າງໃຫ້ສັງຄົມມີຄວາມສະ ຫງົບ, ເປັນລະບຽບຮຽບຮ້ອຍ ແລະ ກ້າວໄປສູ່ຄວາມຈະເລີນວັດທະນາ ຖາວອນໃນອະນາຄົດ. ພາບປະກອບ ພາບປະກອບ rh v,da oxt8y [a fco;7y f-U oe dkolh k'glf4tdy f gvdt]kf gxa og9Q k8q ogv'.sh xtdq fgxa o9y ' * ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງແມ່ນພາກສ່ວນສໍາຄັນ ຂອງຄວາມເປັນເອກະລາດ, ອໍານາດ ອະທິປະໄຕຂອງຊາດ ເຊິ່ງເນື້ອແທ້ ແມ່ນການຍົກສູງສະຕິຊາດ, ເສີມຂະ ຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງຄົນ ໃນ ຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານ ຊັບພະຍາກອນມະນຸດ, ຊັບພະຍາກອນ ທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະ ນະທໍາ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄໍານຶງເຖິງປະສິດ ທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມ ຄ່າຂອງການນໍາໃຊ້ຄວາມສາມາດບົ່ມ ຊ້ອນຂອງຊັບພະຍາກອນທີ່ມີ ເພື່ອຕອບ ສະໜອງໃຫ້ແກ່ການປົກປັກຮັກສາປະ ເທດຊາດ ແລະ ການພັດທະນາທີ່ຍືນ ຍົງ, ສ້າງຄວາມຢູ່ດີກິນດີ ໃຫ້ປະຊາຊົນ ພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີ ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍ. ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເລີ່ມຈາກຕ່ຳຫາສູງ, ຈາກນ້ອຍຫາໃຫຍ່ ແຕ່ຕ້ອງບົນພື້ນຖານ ການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ ເວລາອັນເໝາະສົມດ້ວຍຈິດໃຈເຄັ່ງ ຮ້ອນ, ບໍ່ອະນຸຍາດໃຫ້ແກ່ຍາວ ໂດຍບໍ່ມີ ບາດກ້າວເດີນທີ່ຈະແຈ້ງ ແລະ ປ່ອຍປະ ຕາມເປັນຕາມເກີດໄດ້ອີກ. ດັ່ງນັ້ນກ່ອນ ອື່ນໝົດຕ້ອງບຸກທະລຸດ້ານຈິນຕະນາ ການ, ສ້າງຄວາມຮັບຮູ້, ເຂົ້າໃຈຂອງ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບ ອາວຸດ ແລະ ທົ່ວປວງຊົນ ຕໍ່ການສ້າງ ຄວາມເປັນເຈົ້າດ້ານຄວາມຮັບຮູ້ ເພື່ອ ຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີຢູ່ຂອງປະ ເທດຊາດ ແລະ ສັງຄົມລາວ, ໃນສິ່ງທີ່ ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງ ບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນ ການຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາ ກອນຂອງຊາດ ໃຫ້ອອກມາເປັນທຶນ ຮອນຢ່າງມີປະສິດທິຜົນ, ສ້າງໃຫ້ຄົນ ລາວເປັນເຈົ້າຫລາຍຂຶ້ນ ໃນການຮູ້ຫາ ເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ອີກດ້ານໜຶ່ງ ຕ້ອງໃຫ້ຄົນລາວຮູ້ຊອກ ຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດ ທັງຮູ້ໃຊ້ຈ່າຍຢ່າງຄຸ້ມຄ່າ ແລະ ເກີດ ດອກອອກຜົນ, ຮູ້ຈັກຂຸດຄົ້ນ-ປົກປ້ອງ ຕະຫລາດພາຍໃນ ແລະ ກ້າເຂົ້າເຖິງຍາດແຍ່ງສ່ວນແບ່ງຈາກຕະຫລາດ ສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝຂອງຍຸກສະໄໝ ແລະ ນໍາ ໃຊ້ສິ່ງທີ່ໂລກມີ ແຕ່ເຮົາຍັງຂາດໃຫ້ໄດ້ ຢ່າງສົມສ່ວນ ແລະ ມີການເລືອກເຟັ້ນ..., ເດັດດ່ຽວຫັນເອົາເສດຖະກິດຂອງປະ ເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາ ກອນທີ່ມີຢູ່ໃຫ້ຄຸ້ມຄ່າ, ທັງພັດທະນາ, ທັງ ຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆ ຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີຈາກພາຍນອກກະທົບໃສ່ ໃຫ້ອອກເປັນຜະລິດຕະພັນ, ສ້າງຍີ່ຫໍ້ ສິນຄ້າທີ່ມີຄຸນນະພາບອອກສູ່ຕະຫລາດ ໂລກໃຫ້ຫລາຍຂຶ້ນ ແລະ ເປັນເຈົ້າການ ຄິດໄລ່-ໄຕ່ຕອງການນໍາເອົາຜະລິດຕະ ພັນຈາກພາຍນອກມາຊົມໃຊ້ຢ່າງມີຈຸດ ສຸມ ແລະ ມີການເລືອກເຟັ້ນ. ຢາກສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂເຊື່ອມ ໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການເປັນເຈົ້າການພັດທະ ນາຊັບພະຍາກອນມະນຸດແລ້ວຍັງຕ້ອງ ມີການພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດຕະພັນ ທີ່ຫລາກຫລາຍ, ພັດທະນາລະບົບການ ເງິນ-ເງິນຕາ ໃຫ້ເຂັ້ມແຂງ ແລະ ເປັນ ເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ສ້າງພື້ນຖານການຜະລິດ ໃຫ້ ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະ ໂພກ-ບໍລິໂພກພຽງຕອບສະໝອງພື້ນ ຖານການດໍາລົງຊີວິດຂອງສັງຄົມ ລາວ ໂດຍບໍ່ເພິ່ງພາຈາກພາຍນອກ ດ້ານດຽວກ້າວສູ່ການຜະລິດເພື່ອສົ່ງ ອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນ ລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການ ສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາ ກອນທີ່ເປັນທ່າແຮງຂອງປະເທດ ໂດຍ ນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະ ໄໝ. ປັບປຸງລະບົບການເງິນ-ເງິນຕາ ໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດ ຂອງປະເທດ; ບົນພື້ນຖານນັ້ນ ຕ້ອງດໍາ ເນີນທຸກມາດຕະການ ເພື່ອໃຫ້ມີລະບົບ ການເກັບລາຍຮັບເຂົ້າງົບປະມານ ໃຫ້ ໄດ້ຫລາຍເທົ່າທີ່ຈະຫລາຍໄດ້, ສ້າງ ແຫລ່ງລາຍຮັບໃໝ່ໃຫ້ຫລາຍ ແລະ ໜັກແໜ້ນ, ຂຸດຄົ້ນແຫລ່ງລາຍຮັບຈາກ ບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະ ບຽບການຢ່າງຍືດຍຸ່ນ, ທັງມີການປັບ ປຸງ ແລະ ພັດທະນາລະບົບ, ກົນໄກຢ່າງ ເປັນປະຈໍາຕາມຫລັກວິທະຍາສາດທີ່ ປ່ຽນແປງໄດ້ຕາມສະຖານະການຕົວ ຈິງໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນ ໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະ ສິດທິຜົນ, ເກີດດອກອອກຜົນໃນການ ພັດທະນາຫລາຍກວ່າເກົ່າ ແລະ ສ້າງ ສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ. ຕັ້ງໜ້າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະ ຫຍາຍຄວາມບາກບັ່ນສູ້ຊົນສູງສຸດ ຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍ ໃນ ການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງ ເປັນຮູບປະທໍາທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍ ນອກ ແລະ ການເຊື່ອມໂຍງສາກົນ ທັງ ເປັນການສ້າງເງື່ອນໄຂ, ຄວາມເຊື່ອ ໝັ້ນອັນໜັກແໜ້ນໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນຊ່ວຍ ເຫລືອຈາກເພື່ອນມິດສາກົນ ໃຫ້ກາຍ ເປັນແຫລ່ງທຶນຮອນ ເພື່ອພັດທະນາ ຫລື ນໍາໃຊ້ຢ່າງມີປະສິດທິຜົນສູງສຸດ. ເປົ້າໝາຍທີ່ຕ້ອງບັນລຸຂອງການ ສ້າງເສດຖະກິດເອກະລາດ ເປັນເຈົ້າ ຕົນເອງແມ່ນເຮັດໃຫ້ຄົນລາວ, ສັງຄົມ ລາວ ຍົກລະດັບວິຖີຊີວິດ ແລະ ວິທີການ ທໍາມາຫາກິນແບບໃໝ່, ສາມາດເສີມ ຂະຫຍາຍຫົວຄິດປະດິດສ້າງ, ຄວາມ ດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບ ການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກ ສູງສະມັດຕະພາບການຜະລິດ, ຮູ້ສ້າງ ສາພັດທະນາດ້ວຍສະຕິປັນຍາ, ດ້ວຍ ຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າ ດ້ວຍຂອງຕົນເອງຢ່າງເປັນເຈົ້າການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມ ສິນຄ້າລາວໃຫ້ຫລາຍຂຶ້ນ, ຮູ້ນໍາໃຊ້ຊັບ ພະຍາກອນທີ່ພວກເຮົາມີ ໃຫ້ເປັນທຶນ ຮອນ, ແຕ່ຊັບພະຍາກອນຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາແລະສາ ມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ຍາວ ນານ, ເຮັດໃຫ້ປະຊາຊົນລາວໄດ້ຮັບຜົນ ປະໂຫຍດຈາກການພັດທະນາ, ສ້າງ ຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນ ຍົງໄປຕາມໆກັນ.

RkJQdWJsaXNoZXIy MTc3MTYxMQ==