5873

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/05/2024 xtgmf]k; ສຳເລັດກອງປະຊຸມ... ຄົນລາວເສຍຊີວິດ... ສານຊົມເຊີຍ... ລັດຖະບານອົດສະຕຣາລີ... ແລະ ການຈັດຕັ້ງປະຕິບັດ 2 ວາລະ ແຫ່ງຊາດ ເຊິ່ງໃນ 6 ເດືອນຜ່ານມາ ຖືວ່າສະພາບການຂອງໂລກ, ພາກ ພື້ນສືບຕໍ່ຜັນແປຢ່າງສັບສົນ ແລະ ສົ່ງຜົນກະທົບຕໍ່ປະເທດຕ່າງໆ ແຕ່ ດ້ວຍຄວາມສູ້ຊົນບຸກບືນຂອງລັດ ຖະບານກໍຄືອົງການປົກຄອງແຕ່ລະ ຂັ້ນ, ປະເທດຂອງພວກເຮົາສືບຕໍ່ມີ ສະຖຽນລະພາບ, ການພັດທະນາ ມີຄວາມຕໍ່ເນື່ອງ, ການຈັດເກັບລາຍ ຮັບງົບປະມານບັນລຸຕາມແຜນທີ່ ວາງໄວ້ ແລະ ມີບາງທ້ອງຖິ່ນປະຕິ ບັດໄດ້ລື່ນແຜນ. ພ້ອມນີ້, ການບໍລິ ການ ແລະ ທ່ອງທ່ຽວ ພວມມີຄວາມ ຟົດຟື້ນ, ການຜະລິດເປັນສິນຄ້າ ໂດຍສະເພາະການຜະລິດກະສິກໍາ ຂອງປະຊາຊົນ ສືບຕໍ່ຂະຫຍາຍຕົວ, ຄາດຄະເນການເຕີບໂຕຂອງເສດ ຖະກິດ (GDP) 6 ເດືອນຕົ້ນປີ 2024 ຈະຂະຫຍາຍຕົວໃນລະດັບ 4,7%. ພ້ອມກັນນັ້ນ, ຄະນະບໍລິ ຫານງານສູນກາງພັກ ກໍໄດ້ສະແດງ ຄວາມເປັນຫ່ວງ ແລະ ໃຫ້ທິດຊີ້ນໍາ ການສືືບຕໍ່ຈັດຕັ້ງປະຕິບັດທິດທາງ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ໃນການສືບຕໍ່ແກ້ໄຂບັນຫາ ເຄັ່ງຮ້ອນດ້ານເສດຖະກິດ, ການ ເງິນ-ເງິນຕາ, ເງິນເຟີ້, ເງິນກີບອ່ອນ ຄ່າ, ລາຄາສິນຄ້າ ແລະ ຄ່າຄອງຊີບ ທີ່ຖີບຕົວເພີ່ມສູງຂຶ້ນ ໃຫ້ມີການຫັນ ປ່ຽນຈະແຈ້ງ ດ້ວຍມາດຕະການປັບ ປຸງແບບແຜນນໍາພາ, ວິທີເຮັດຂອງ ການນໍາ ແລະ ພະນັກງານແຕ່ລະ ຂັ້ນ, ຍົກສູງຄວາມຮັບຜິດຊອບຕໍ່ ໜ້າທີ່ການເມືອງ, ເພີ່ມທະວີການ ຄຸ້ມຄອງ-ບໍລິຫານລັດຕາມລະບຽບ ວິໄນ, ກົດໝາຍ ແລະ ລະບຽບການ ທີ່ເຂັ້ມງວດ. ພ້ອມທັງໃຫ້ເປັນເຈົ້າ ການແກ້ໄຂປະກົດການຫຍໍ້ທໍ້ໃນກົງ ຈັກການຈັດຕັ້ງ, ສືບຕໍ່ປັບປຸງກົນໄກ, ລະບອບ, ລະບຽບການ, ສ້າງສະ ພາບແວດລ້ອມ ທີ່ເອື້ອຍອໍານວຍ ເພື່ອດຶງດູດເອົາການລົງທຶນໃຫ້ ຫລາຍຂຶ້ນ, ແກ້ໄຂທຸກການທ່ວງດຶງ, ຂອດຂັ້ນທີ່ຍັງເປັນອຸປະສັກໃຫ້ຕົກ ໄປ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກ ລົງທຶນ, ຍູ້ແຮງງານຜະລິດເປັນສິນ ຄ້າ, ຄຸ້ມຄອງລາຄາສິນຄ້າ ແລະ ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ໃຫ້ດີຂຶ້ນເລື້ອຍໆ. ພ້ອມນີ້, ຍັງໄດ້ຕີລາຄາ ແລະ ໃຫ້ ທິດຊີ້ນໍາການປະຕິຮູບລັດວິສາຫະ ກິດ ເຊິ່ງຄະນະບໍລິຫານງານສູນກາງ ພັກ ຕີລາຄາສູງຕໍ່ຄວາມພະຍາຍາມ ຂອງລັດຖະບານໃນການປັບປຸງ,ຄຸ້ມ ຄອງ ແລະ ຊຸກຍູ້ການເຄື່ອນໄຫວດໍາ ເນີນທຸລະກິດ ຂອງບັນດາລັດວິສາ ຫະກິດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນ ເຊິ່ງບັນດາລັດວິສາ ຫະກິດດັ່ງກ່າວ ສາມາດປະກອບ ສ່ວນເຂົ້າໃນການພັດທະນາ ແລະ ການບໍລິການສາທາລະນະ, ສາ ມາດມອບເງິນປັນຜົນກໍາໄລໃຫ້ລັດ ໄດ້ເປັນຢ່າງດີ. ເຖິງຢ່າງນັ້ັ້ນກໍຕາມ, ກອງປະຊຸມຍັງໄດ້ໃຫ້ຂໍ້ສັງເກດ ແລະ ຕີລາຄາຕໍ່ການບໍລິຫານ ແລະ ຄຸ້ມຄອງລັດວິສາຫະກິດຫລາຍຫົວ ໜ່ວຍຍັງບໍ່ມີປະສິດທິພາບ ແລະ ບໍ່ມີ ປະສິດທິຜົນ, ການດຳເນີນທຸລະກິດ ບໍ່ມີຜົນກຳໄລ ແລະ ມີໜີ້ສິນຄຸມເຄືອ ເປັນຈໍານວນຫລາຍ, ຈຶ່ງມີຄວາມຈຳ ເປັນຢ່າງຮີບດ່ວນ ເພື່ອເລັ່ງລັດ ການປະຕິຮູບລັດວິສາຫະກິດໃຫ້ສໍາ ເລັດໂດຍໄວ ເປັນຕົ້ນແມ່ນໄຟຟ້າ ລາວ, ການບິນລາວ, ນໍ້າມັນເຊື້ອໄຟ ລາວ ແລະ ອື່ນໆ. ບັນຫາສໍາຄັນ, ຄະ ໃໝ່ “ການສອນເປັນຄູ່” ເພື່ອສົ່ງ ເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍ ກັນ ແລະ ໄດ້ທົດລອງເຕັກນິກການ ສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ແມ່ນກິດຈະ ກໍາການພັດທະນາວິຊາຊີບຄູແບບ ຕໍ່ເນື່ອງ ເຊິ່ງຄູສອນສອງຄົນ ຫລື ຄູ ສອນໜຶ່ງຄົນ ແລະ ຜູ້ສະໜັບສະໜູນ ດ້ານການສອນ ຈະເຮັດວຽກຮ່ວມ ກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ທັງນີ້, ກໍເພື່ອໃຫ້ຄູຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳ ໃນຫ້ອງຮຽນ ແລະ ວິທີການການ ສອນແບບໃໝ່ ເຊິ່ງວິທີດັ່ງກ່າວ, ແມ່ນເໝາະສົມສໍາລັບຄູ ທີ່ມີປະສົບ ການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອ ຊ່ວຍເຫລືອແບບ “ຝຶກສອນຕົວຈິງ” ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງ ສັນ, ແໜ້ນແຟ້ນຄວາມສາມັກຄີໃນ ການສອນລະຫວ່າງຄູ ແລະ ສ້າງ ກຸ່ມຂອງຄູ ເພື່ອຊ່ວຍເຫລືອກັນ. ທ່ານ ອານຸລົມ ວິໄລພອນ ຜູ້ ອຳນວຍການສະຖາບັນຄົ້ນຄວ້າວິ ທະຍາສາດການສຶກສາ ໄດ້ກ່າວ ວ່າ: ຄູສອນໃນລາວ ໃນບາງບ່ອນ ອາດຈະເຮັດວຽກຢູ່ໃນສະພາບທີ່ ຫຍຸ້ງຍາກ ແລະ ຫ່າງໄກ, ການ ຮຽນຮູ້ເອົາວິທີການໃໝ່ໆ ເຂົ້າໃນ ການສອນຕາມຄວາມຮຽກຮ້ອງ ຕ້ອງການ ເພື່ອຊ່ວຍໃຫ້ສາມາດປະ ນະບໍລິຫານງານສູນກາງພັກໄດ້ໃຫ້ ທິດຊີ້ນໍາຕໍ່ການປັບປຸງໂຄງສ້າງ ດ້ານການຈັດຕັ້ງ, ກົນໄກຄຸ້ມຄອງ ລັດວິສາຫະກິດຄືນໃໝ່ ໃຫ້ມີຄວາມ ສອດຄ່ອງ, ມີຄວາມໂປ່ງໃສສາມາດ ຕິດຕາມ, ກວດກາ, ກວດສອບໄດ້ ຢ່າງເປັນປົກກະຕິ, ຕ້ານ-ສະກັດກັ້ນ ແລະ ກໍາຈັດ ປະກົດການຫຍໍ້ທໍ້, ການ ເສື່ອມຄຸນປ່ຽນທາດ ໃນຖັນແຖວພະ ນັກງານຂອງລັດວິສາຫະກິດ, ມອບ ໃຫ້ລັດຖະບານ, ຄະນະປະຕິຮູບສືບ ຕໍ່ຄົ້ນຄວ້າ ແລະ ປັບປຸງກົດໝາຍ, ນິ ຕິກໍາທີ່ກ່ຽວຂ້ອງ ເພື່ອຮອງຮັບ ແລະ ເຮັດໃຫ້ການປະຕິຮູບລັດວິສາຫະ ກິດດໍາເນີນໄປຢ່າງມີປະສິດທິຜົນ. ຄະນະບໍລິຫານງານສູນກາງ ພັກ ຍັງໄດ້ຕີລາຄາການຈັດຕັ້ງປະ ຕິບັດມະຕິຂອງກົມການເມືອງສູນ ກາງພັກ ກ່ຽວກັບການຍົກສູງຄຸນ ນະພາບການດໍາເນີນຄະດີຕາມຂະ ບວນຍຸຕິທໍາ, ບັນດາອົງການຮັບຜິດ ຊອບໃນການດຳເນີນຄະດີຕາມຂະ ບວນຍຸຕິທໍາ ໄດ້ຮັບການປັບປຸງໃຫ້ ເປັນລະບົບ ແລະ ໜັກແໜ້ນຂຶ້ນກວ່າ ເກົ່າ, ສາມາດເຄື່ອນໄຫວປະຕິບັດ ໜ້າທີ່ປົກປ້ອງກົດໝາຍ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງລັດ, ລວມໝູ່ ແລະພົນລະເມືອງ ໄດ້ເປັນຢ່າງດີ, ປະກອບສ່ວນເຮັດ ໃຫ້ສັງຄົມ ສືບຕໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ. ພ້ອມກັນນັ້ນ, ຍັງມີຫລາຍ ບັນຫາທີ່ຕ້ອງເອົາໃຈໃສ່ ເປັນຕົ້ນ ແມ່ນຄຸນນະພາບການດຳເນີນຄະດີ ຈໍານວນໜຶ່ງຍັງບໍ່ທັນສູງ, ການປະ ຕິບັດພາລະບົດບາດ, ການຕິດຕາມ ກວດກາແລະປະສານສົມທົບແກ້ໄຂ ຄະດີ ຂອງບັນດາອົງການໃນລະບົບ ດຳເນີນຄະດີຕາມຂະບວນຍຸຕິທຳ ຍັງບໍ່ທັນແຂງແຮງ ແລະ ໂລ່ງລ່ຽນ ເປັນລະບົບ. ຄະນະບໍລິຫານງານສູນກາງພັກ ຊີ້ນໍາໃຫ້ສືບຕໍ່ຈັດຕັ້ງປະຕິບັດທິດຊີ້ ນໍາທີ່ກໍານົດໄວ້ ໃນມະຕິ 112 ຂອງ ກົມການເມືອງສູນກາງພັກ ໃຫ້ເຂົ້າ ສູ່ລວງເລິກກວ່າເກົ່າ, ສືບຕໍ່ເພີ່ມທະວີ ການນໍາພາຂອງຄະນະພັກແຕ່ລະ ຂັ້ນຕໍ່ວຽກງານຂະບວນຍຸຕິທໍາ, ເພີ່ມ ທະວີການຕິດຕາມ, ກວດກາຕໍ່ການ ດໍາເນີນຄະດີ ຂອງບັນດາອົງການ ກ່ຽວຂ້ອງ, ສ້າງເງື່ອນໄຂ ແລະ ອໍາ ນວຍຄວາມສະດວກໃຫ້ປະຊາຊົນ ເຂົ້າເຖິງຂະບວນຍຸຕິທຳ ໄດ້ຢ່າງສະ ດວກ, ນໍາພາຊີ້ນໍາການຈັດຕັ້ງຂອງ ສະພາທະນາຍຄວາມ ແລະ ການ ເຄື່ອນໄຫວຂອງທະນາຍຄວາມໃຫ້ ໜັກແໜ້ນ, ໃຫ້ເປັນອົງກອນທີ່ເຮັດ ໜ້າທີ່ປົກປ້ອງກົດໝາຍ, ປົກປ້ອງ ຄວາມເປັນທໍາຢ່າງແທ້ຈິງ, ປະຕິ ບັດຄໍາຕັດສິນຂອງສານ ໃຫ້ມີຄວາມ ສັກສິດ, ວ່ອງໄວ ແລະ ຮັບປະກັນ ຄວາມຍຸຕິທໍາ. ສຳລັບການປັບປຸງຄຸນນະພາບ ການສຶກສາ ແລະ ການແກ້ໄຂບັນ ຫາການປະລະການຮຽນກອງປະ ຊຸມໄດ້ຖືເປັນບັນຫາສໍາຄັນຍຸດທະ ສາດ ແລະ ເປັນບັນຫາຮີບດ່ວນຕ້ອງ ໄດ້ຮັບການແກ້ໄຂໃຫ້ວ່ອງໄວ ເຊິ່ງ ໃນໄລຍະຜ່ານມາ ພັກ-ລັດ ໄດ້ວາງ ນະໂຍບາຍ ຖືເອົາການສຶກສາໄປ ກ່ອນກ້າວໜຶ່ງ, ເອົາໃຈໃສ່ປັບປຸງ ວຽກງານການສຶກສາ ໃຫ້ເຂົ້າສູ່ຄຸນ ນະພາບຖືເປັນປັດໄຈສໍາຄັນຕັດສິນ ຄຸນນະພາບ ຂອງການພັດທະນາຊັບ ພະຍາກອນມະນຸດ, ແຕ່ປະເທດເຮົາ ກໍຍັງຜະເຊີນກັບຄວາມຫຍຸ້ງຍາກ ຫລາຍປະການ ໃນການຍົກສູງຄຸນ ນະພາບການສຶກສາ. ພ້ອມດຽວກັນນີ້, ຄະນະບໍລິຫານ ງານສູນກາງພັກ ໃຫ້ສຸມໃສ່ສ້າງຖັນ ແຖວຄູ, ອາຈານໃຫ້ໄດ້ມາດຕະຖານ ດ້ານວິຊາການແລະຈັນຍາບັນທີ່ໜັກ ແໜ້ນ ເພື່ອສະໜອງໃຫ້ການສຶກ ສາທຸກລະດັບ, ຮັບປະກັນການຄັດ ເລືອກ, ເລືອກເຟັ້ນ, ສອບບັນຈຸຄູໃຫ້ ໄດ້ມາດຕະຖານ, ທົບທວນຄືນລະ ບອບເງິນເດືອນ, ເງິນອຸດໜູນ, ຄ່າສະ ຫວັດດີການ, ສິດທິປະໂຫຍດຕ່າງໆ ຕໍ່ຄູ, ສືບຕໍ່ປັບປຸງເນື້ອໃນຫລັກສູດ ໃນລະບົບການສຶກສາທຸກລະດັບ, ແກ້ໄຂຊ່ອງຫວ່າງຄວາມແຕກໂຕນ ການສຶກສາລະຫວ່າງຕົວເມືອງກັບ ຊົນນະບົດ, ເພີ່ມທະວີການນໍາພາຊີ້ ນໍາຢ່າງໃກ້ຊິດຂອງຄະນະພັກ, ອົງ ການປົກຄອງແຕ່ລະຂັ້ນ, ການມີ ສ່ວນຮ່ວມຂອງຄອບຄົວ, ຂອງສັງ ຄົມຕໍ່ວຽກງານພັດທະນາການສຶກ ສາໃຫ້ສູງຂຶ້ນກວ່າເກົ່າ ໂດຍໃຫ້ຄົ້ນ ຄວ້ານະໂຍບາຍສະເພາະຕໍ່ນັກຮຽນ ຜູ້ທຸກຍາກ, ຜູ້ດ້ອຍໂອກາດກໍຄື ເດັກ ນ້ອຍຢູ່ເຂດທຸລະກັນດານ, ຫ່າງໄກ ສອກຫລີກ, ເຂດພູດອຍຊົນເຜົ່າ, ເສີມ ຂະຫຍາຍຄຸນປະໂຫຍດ ແລະ ບົດ ຮຽນຂອງໂຮງຮຽນກິນນອນຊົນ ເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ແກ່ປະ ຊາຊົນໃນການຍົກລະດັບຄວາມຮູ້, ການສ້າງເຮັດວຽກງານທໍາ, ການ ປະກອບອາຊີບ ແລະ ປະກອບສ່ວນ ເຂົ້າໃນການພັດທະນາ, ສ້າງປະເທດ ຊາດ ແລະ ມອບໃຫ້ລັດຖະບານເອົາ ໃຈໃສ່ ເພີ່ມງົບປະມານໃສ່ວຽກງານ ການສືກສາຂຶ້ນຕື່ມ. ນອກນັ້ນ, ຄະນະບໍລິຫານງານ ສູນກາງພັກ ຍັງໄດ້ປະກອບຄວາມ ເຫັນ ແລະ ໃຫ້ທິດຊີ້ນໍາຕໍ່ໂຄງຮ່າງ ແລະ ເນື້ອໃນໃຫຍ່ເບື້ອງຕົ້ນຂອງ ຮ່າງລາຍງານການເມືອງ, ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການສະ ຫລຸບແນວທາງປ່ຽນແປງໃໝ່ຮອບ ດ້ານມີຫລັກການຂອງພັກ ເຊິ່ງເປັນ ເອກະສານສໍາຄັນ ທີ່ຈະສະເໜີຕໍ່ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນ ຕົ້ນປີ 2026 ເພື່ອໃຫ້ອະນຸກໍາມະ ການທີ່ກ່ຽວຂ້ອງສືບຕໍ່ນໍາໄປຄົ້ນ ຄວ້າ, ປັບປຸງໃຫ້ເປັນລະບົບຕື່ມອີກ. ຄະນະບໍລິຫານງານສູນກາງພັກ ຍັງໄດ້ມອບໃຫ້ຄະນະພັກກະຊວງ, ອົງການແລະທ້ອງຖິ່ນເປັນເຈົ້າການ ນໍາພາຊີ້ນໍາການເຊື່ອມຊຶມ, ຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດມະຕິ ກອງປະຊຸມຄັ້ງນີ້ ໃຫ້ເຂົ້າສູ່ຂະບວນ ການວຽກງານຕົວຈິງ ແລະ ຮຽກ ຮ້ອງມາຍັງຄະນະພັກ, ອົງການປົກ ຄອງແຕ່ລະຂັ້ນ, ສະມາຊິກພັກ, ພະ ນັກງານ, ທະຫານ, ຕໍາຫລວດ ແລະ ທົ່ວປວງຊົນລາວ ຈົ່ງພ້ອມກັນເພີ່ມ ທະວີຄວາມສາມັກຄີ ໃຫ້ເປັນປຶກ ແຜ່ນແໜ້ນໜາ, ຍົກສູງຄວາມຮັບ ຜິດຊອບການເມືອງ, ເດັດດ່ຽວຖື ເອົາການແກ້ໄຂບັນຫາຄວາມຫຍຸ້ງ ຍາກເສດຖະກິດ-ການເງິນ,ພ້ອມກັນ ເຊີດຊູນໍ້າໃຈຮັກຊາດ, ເປັນເຈົ້າຕົນ ເອງ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃຫ້ປະກົດ ເປັນຈິງ. ພາບ: ເກດສະໜາ ຕິບັດການສອນດ້ວຍຫລັກສູດຊັັ້ນ ປະຖົມສຶກສາ ສະບັບປັບປຸງໃໝ່ ອາດເປັນສິ່ງທ້າທາຍຫາກບໍ່ໄດ້ຮັບ ການສະໜັບສະໜູນ, ວິດີໂອສຳລັບ ການພັດທະນາຄູ ຈະຊ່ວຍໃຫ້ຄູສອນ ຊັ້ນປະຖົມສຶກສາໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງ ວິທີການທີ່ເຂົາເຈົ້າສາມາດນໍາໃຊ້ ວິທີການສອນແບບໃໝ່ ເພື່ອປັບປຸງ ທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ. ທ່ານນາງວາເນັດຊ້າ ເຮັກກາທີ້ ເລຂາເອກ, ສະຖານທູດ ອົດສະຕຣາ ລີ ໄດ້ກ່າວວ່າ: “ການຊ່ວຍເຫລືອ ຂອງລັດຖະບານອົດສະຕຣາລີ ຕໍ່ຂະ ແໜງການສຶກສາຂອງ ສປປ ລາວ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ສອນ ດ້ວຍວິທີການສິດສອນແບບ ໃໝ່ ພາຍໃຕ້ຫລັກສູດຊັ້ນປະຖົມ ສຶກສາສະບັບປັບປຸງ ແນໃສ່ຍົກສູງ ຄວາມສາມາດຂອງຄູ ເພື່ອເຮັດໃຫ້ ຫລັກສູດການຮຽນການສອນ, ຮັບ ປະກັນໃຫ້ຄູມີຄວາມໝັ້ນໃຈ, ຄູມີທັກ ສະໃນການສອນຫລັກສູດທີ່ມີປະ ສິດທິພາບ ທັງເປັນການພັດທະນາ ວິຊາຊີບຂອງຄູ. ວິດີໂອການສອນເປັນຄູ່ຖ່າຍ ທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງ ສະຫວັນນະເຂດ ໂດຍວິດີໂອ ໄດ້ອະ ທິບາຍສາມຂັ້ນຕອນຂອງການ ສອນ ເປັນຄູ່ຄື: ການວາງແຜນກ່ອນ ການສອນເປັນຄູ່, ການດຳເນີນ ການສອນເປັນຄູ່ແລະ ການສະທ້ອນ ຄືນຫລັງການສອນເປັນຄູ່. ແຕ່ລະ ຂັ້ນຕອນເຫລົ່ານີ້, ຖືກຖ່າຍທອດ ໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ, ເຕັກນິກທີ່ສະແດງ ໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍ ໃຫ້ຄູມີຄວາມໝັ້ນໃຈໃນການສິດ ສອນຫລັກສູດສະບັບປັບປຸງ. ວິດີ ໂອ ນີ້ ໄດ້ອອກອາກາດທາງຊ່ອງ Lao ESTV-ຊ່ອງໂທລະພາບສຶກ ສາ ແລະ ກິລາ ທາງຊ່ອງ 8 ຈານ ດາວທຽວລາວແຊັດ ແລະ ຍັງ ສາມາດເບິ່ງໄດ້ທາງແພັຣດຟອມ ຄັງປັນຍາລາວ ແລະ ຊ່ອງຢູທູບ Youtube ວິດີໂອ ສໍາລັບການພັດ ທະນາຄູ Teacher Development Videos. ຊ່ອງ YouTube ວິດີໂອສຳ ລັບການພັດທະນາຄູ ໄດ້ສ້າງຂຶ້ນ ແຕ່ປີ 2019 ໂດຍກະຊວງສຶກສາ ທິການ ແລະ ກິລາ ໄດ້ຮັບການສະ ໜັບສະໜູນ ຈາກລັດຖະບານ ອົດສະ ຕຣາລີ ຜ່ານແຜນງານ ບີຄວາ. ຊ່ອງ ທາງດັ່ງກ່າວ, ເປັນຜົນສໍາເລັດອັນ ຍິ່ງໃຫຍ່ເຊິ່ງໄດ້ຮັບເຖິງ 4 ລ້ານ ວິວ. ໃນຊ່ອງດັ່ງກ່າວ, ຍັງມີວິດີໂອ ການສຳລັບການພັດທະນາຄູອີກ ຫລາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນ-ການສອນທີ່ເປັນ ຟາຍສຽງສຳລັບຄູຊັ້ນປະຖົມສຶກ ສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິ ເທດ, ມີບັນດາວິດີໂອຂອງຫລາຍວິ ຊາ ແລະ ເຕັກນິກຕ່າງໆ ກ່ຽວກັບວິ ທີການປະຕິບັດວິທີການຮຽນການ ສອນແບບໃໝ່ຂອງຫລັກສູດ ເຊິ່ງຫົວ ຂໍ້ວິດີໂອສຳລັບການພັດທະນາ ຄູ ໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າ ທາຍທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາ ຄິດເຫັນຈາກຄູ. ຄູສາມາດນໍາໃຊ້ວິດີໂອເພື່ອກະ ກຽມບົດຮຽນ, ປັບປຸງວິທີການສອນ ຂອງຕົນ ແລະ ຮຽນຮູ້ ຫລື ທົບທວນ ຄືນເຕັກນິກສະເພາະຈາກຄູ ຜູ້ທີ່ ເຄີຍໄດ້ສອນຫລັກສູດສະບັບປັບ ປຸງໃໝ່. ພ້ອມທັງສາມາດເປີດຟາຍ ສຽງ, ເພງ ແລະ ບົດເລື່ອງພາສາອັງ ກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອ ການເຂົ້າເຖິງໄດ້ຫລາຍຂຶ້ນ. ລະດັບຊາດ ໃນແຕ່ລະປີສູງເຖິງ 3,6 ພັນຕື້ກີບ ຫລື ປະມານ 2.3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍ ຊີວິດ 6.700 ຄົນຕໍ່ປີ ຫລື 18 ຄົນຕໍ່ ມື້ ເຊິ່ງກວມເອົາ 15% ຂອງການ ຕາຍທັງໝົດໃນ ສປປ ລາວ. ທ່ານ ບຸນແຝງ ພູມມະໄລສິດ ລັດ ຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫລງຂ່າວວັນທີ 17 ພຶດສະພາ 2024 ກ່ຽວກັບຂໍ້ຕົກ ລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄຳເຕືອນສຸຂະພາບ ແລະ ສະຫລາກຜະລິດຕະພັນຢາສູບວ່າ: ຕໍ່ກັບສາເຫດຂອງການຕາຍເກີດ ຈາກການສູບຢາ ແມ່ນສາມາດປ້ອງ ກັນໄດ້ຖ້າມີມາດຕະການຄວບຄຸມ ຢາສູບຢ່າງມີປະສິດທິພາບເປັນ ຕົ້ນ ການເພີ່ມອາກອນຢາສູບ, ການ ຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະປອດ ຈາກຄວັນຢາສູບການໃຫ້ຄວາມຮູ້ ແກ່ສັງຄົມກ່ຽວກັບຜົນຮ້າຍທີ່ເກີດ ຈາກການສູບຢາ ແລະ ການໄດ້ຮັບ ຄວັນຢາສູບ ແລະ ການພິມຄໍາເຕືອນ ກ່ຽວກັບສຸຂະພາບ ເປັນຮູບພາບຂະ ໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ. ຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການພິມຄໍາເຕືອນກ່ຽວກັບ ສຸຂະພາບ ທີ່ເປັນຮູບພາບຂະໜາດ 75% ທີ່ອອກໃນປີ 2016 ມາເປັນ ເວລາ 8 ປີ, ເຫັນວ່າຫລາຍຮູບພາບ ຄໍາ ເຕືອນ ແລະ ສະຫລາກ ຍັງມີປະ ສິດທິພາບຕໍ່າ, ຍັງມີການໂຄສະນາ ແລະ ໃຫ້ຂໍ້ມູນທີ່ສ້າງຄວາມເຂົ້າໃຈ ຜິດແກ່ຜູ້ບໍລິໂພກ ຜ່ານຊອງຢາສູບ ແລະ ຍັງບໍ່ສອດຄ່ອງກັບຂໍ້ມູນໃໝ່ໆ ທາງດ້ານວິທະຍາສາດກ່ຽວກັບ ຜົນກະທົບຂອງຢາສູບຕໍ່ສຸຂະພາບ. ດັ່ງນັ້ນ, ຈຶ່ງໄດ້ປັບປຸງເພື່ອໃຫ້ສອດ ຄ່ອງກັບກົດໝາຍວ່າດ້ວຍການ ຄວບຄຸມຢາສູບ ສະບັບປັບປຸງເລກ ທີ 09/ສພຊ ລົງວັນທີ 16 ພະຈິກ 2021 ຊຶ່ງກໍານົດໃຫ້ກະຊວງສາທາ ລະນະສຸກ ປັບປຸງຄໍາເຕືອນກ່ຽວກັບ ສຸຂະພາບເປັນຮູບພາບ ແລະ ສະ ຫລາກ ເປັນແຕ່ລະໄລຍະໃຫ້ມີປະສິດ ທິພາບ ແລະ ແທດເໝາະກັບສະພາບ ຄວາມເປັນຈິງໃນປັດຈຸບັນ; ຂໍ້ຕົກ ລົງວ່າດ້ວຍການບັນຈຸ, ການຫຸ້ມຫໍ່, ການພິມຄໍາເຕືອນກ່ຽວກັບສຸຂະ ພາບ ແລະ ສະຫລາກຜະລິດຕະພັນ ຢາສູບ ສະບັບເລກທີ 1090/ສທ ລົງວັນທີ 13 ພຶດສະພາ 2024 ແມ່ນ ປະກອບມີ 10 ຮູບພາບພ້ອມຂໍ້ ຄວາມ ແລະ 10 ຮູບແບບສະຫລາກ ຄໍາເຕືອນກ່ຽວກັບສຸຂະພາບ ທີ່ບໍລິ ສັດຜະລິດຢາສູບ ທັງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດຕ້ອງໄດ້ ພິມໃສ່ທຸກຊອງ ແລະ ຕຸດຢາສູບ ທີ່ ຈໍາໜ່າຍໃນ ສປປ ລາວ ລວມທັງໃນ ຮ້ານຄ້າປອດພາສີແລະ ຕ້ອງມີການ ສັບປ່ຽນໝູນວຽນຮູບພາບພ້ອມ ຂໍ້ຄວາມ ແລະ ສະຫລາກຄໍາເຕືອນ, ການກໍານົດສີ, ຄ່າຄວາມເຂັ້ມຂອງ ສີ, ນໍ້າໜັກສີ, ລະຫັດສີ, ຕໍາແໜ່ງຕົວ ອັກສອນ, ຂະໜາດ ແລະ ຄວາມຊັດ ເຈນຕ້ອງພິມຕາມຕົ້ນສະບັບທີ່ກະ ຊວງສາທາລະນະສຸກສະໜອງໃຫ້ ເທົ່ານັ້ນ. ປະໂຫຍດ ທີ່ຈະໄດ້ຮັບຈາກການ ພິມຄຳເຕືອນກ່ຽວກັບສຸຂະພາບທີ່ ເປັນຮູບພາບມີຄື: ຄຳເຕືອນກ່ຽວກັບ ສຸຂະພາບທີ່ເປັນຮູບພາບ ເປັນນະໂຍ ບາຍທີ່ມີປະໂຫຍດສູງສຸດສຳລັບ ຜູ້ທີ່ສູບຢາ ແລະ ບໍ່ສູບຢາເພາະເປັນ ການປຸກລະດົມໂຄສະນາກ່ຽວກັບ ຜົນຮ້າຍຜ່ານຊອງຢາສູບ, ຜູ້ທີ່ສູບ ຢາ 1 ຊອງຕໍ່ມື້ ຈະເຫັນຮູບພາບຢູ່ ຊອງຢາສູບ 7.300 ຄັ້ງຕໍ່ປີ ເປັນ ການໃຫ້ຂໍ້ມູນຂ່າວສານຢ່າງຈະ ແຈ້ງກ່ຽວກັບພິດໄພ ແລະ ອັນຕະ ລາຍຂອງການສູບຢາ ແລະ ການໄດ້ ຮັບຄວັນຢາສູບ ເຊິ່ງມີຫລັກຖານຢືນ ຢັນວ່າຮູບພາບຄໍາເຕືອນຂະໜາດ ໃຫຍ່ຊ່ວຍປ້ອງກັນການລິເລີ່ມສູບ ຢາໃນເດັກ ແລະ ເຍົາວະຊົນ ແລະ ຍັງຊ່ວຍຊຸກຍູ້ສົ່ງເສີມໃຫ້ຄົນອອກ ຢາສູບໄດ້; ເປັນເຄື່ອງມືຊ່ວຍລັດຖະ ບານ ໃນການຕິດຕາມກວດກາ ແລະ ສະກັດກັ້ນຢາສູບເຖື່ອນອີກທາງ ໜຶ່ງຄຽງຄູ່ກັບການຕິດສະແຕມພາ ສີ ແລະ ອາກອນ. ພາຍໃນເດືອນທັນ ວາ 2024 ທີ່ຈະມາເຖິງນີ້, ຜະລິດ ຕະພັນຢາສູບທຸກຍີ່ຫໍ້ທີ່ຈໍາໜ່າຍໃນ ທ້ອງຕະຫລາດທົ່ວປະເທດລວມ ທັງໃນຮ້ານຄ້າປອດພາສີທຸກແຫ່ງ ຕ້ອງໄດ້ພິມຄຳເຕືອນກ່ຽວກັບສຸຂະ ພາບເປັນຮູບພາບ ພ້ອມສະຫລາກ ຂະໜາດ 75%ຕາມທີ່ທາງກະຊວງ ສາທາລະນະສຸກກຳນົດເທົ່ານັ້ນ. ເນື່ອງໃນໂອກາດວັນງົດສູບຢາ ໂລກກໍຄືວັນງົດສູບຢາແຫ່ງຊາດ ປິ ນີ້ວັນທີ 31 ພຶດສະພາ ຈະມາເຖິງ ນີ້, ຈັດຂຶ້ນພາຍໃຕ້ຄໍາຂວັນ “ປົກ ປ້ອງໄວໜຸ່ມ ຈາກການຕົວະຍົວະ ຫລອກລວງຂອງອຸດສາຫະກຳ ຢາສູບ”. ຮຽກຮ້ອງມາຍັງພໍ່-ແມ່, ຜູ້ປົກຄອງ ຈົ່ງພ້ອມກັນປົກປ້ອງ ລູກຫລານໃຫ້ປອດໄພ ຈາກເລ່ກົນ ຂອງບໍລິສັດຢາສູບ, ປູກຈິດສຳນຶກ ໃນການບໍ່ສູບຢາໃຫ້ແກ່ລູກຫລານ ເພື່ອໃຫ້ກາຍເປັນຄ່ານິຍົມໃໝ່ຂອງ ສັງຄົມລາວ. ຂ່າວ: ກິດຕາ ສຶກພາກພູມໃຈເປັນຢ່າງຍິ່ງທີ່ເຫັນ ວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວແລະລັດກູເວດໄດ້ຮັບການເພີ່ມ ທະວີໃຫ້ເຂັ້ມແຂງໃນຊຸມປີຜ່ານມາ. ຂ້າພະເຈົ້າຫວັງເປັນຢ່າງຍິ່ງທີ່ຈະ ໄດ້ເຮັດວຽກຮ່ວມກັບສົມເດັດຢ່າງ ໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ທີ່ ດີດັ່ງກ່າວ ໃຫ້ແຕກດອກອອກຜົນ ຍິ່ງຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດລວມຂອງສອງປະເທດ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະ ນາໃນພາກພື້ນ ແລະ ໃນໂລກ. ຂ້າ ພະເຈົ້າ ຂໍຖືໂອກາດນີ້ອວຍພອນໄຊ ອັນປະເສີດມາຍັງ ສົມເດັດ ຈົ່ງມີ ພະລານາໄມສົມບູນ, ມີຄວາມຜາ ສຸກ ແລະ ປະສົບຜົນສຳເລັດໃນໜ້າ ທີ່ວຽກງານທີ່ມີກຽດສູງສົ່ງຂອງ ສົມເດັດ. ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ກໍໄດ້ສົ່ງສານ ຊົມເຊີຍເຖິງ ທ່ານ ປອ. ໂມຮາມັດ ມູສຕາຟາ ນາຍົກລັດຖະມົນຕີແຫ່ງ ລັດປາແລັດສະຕິນເນື່ອງໃນໂອກາດ ທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນ ນາຍົກລັດຖະມົນຕີແຫ່ງລັດປາແລັດ ສະຕິນ. ພ້ອມນີ້,ທ່ານສອນໄຊສີພັນດອນ ຍັງໄດ້ສົ່ງສານຊົມເຊີຍເຖິງທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເນື່ອງໃນໂອກາດທີ່ທ່ານໄດ້ຮັບການ ແຕ່ງຕັ້ງໃຫ້ດຳລົງຕຳແໜ່ງ ເປັນ ນາຍົກລັດຖະມົນຕີ ແຫ່ງສາທາລະ ນະລັດ ສິງກະໂປ ເຊັ່ນດຽວກັນ. ຂ່າວກ່ຽວກັບການປັບປຸງສະຖານ ທີ່ດັ່ງກ່າວ ໃນວັນທີ 16 ພຶດສະພາ 2024 ຜ່ານມານີ້ວ່າ: ການສ້າງ ສວນສາທາລະນະ ພື້ນທີ່ກະຊວງຍຸ ຕິທໍາຫລັງເກົ່າ ໄລຍະທີ 1, ໄດ້ເລີ່ມ ຈັດຕັ້ງປະຕິບັດໃນເດືອນພຶດສະພາ ເປັນຕົ້ນໄປ, ໃນເນື້ອທີ່ທັງໝົດ 1,5 ເຮັກຕາ ແນໃສ່ເຮັດໃຫ້ໃຈກາງນະ ຄອນຫລວງວຽງຈັນ ມີພື້ນທີ່ສາທາ ລະນະສີຂຽວ, ໃຫ້ຄວາມຮົ່ມເຢັນ, ເປັນບ່ອນພັກຜ່ອນຢ່ອນອາລົມ ໂດຍ ຈະສ້າງໃຫ້ມີສວນຮົ່ມໄມ້, ຮ້ານ ຂາຍອາຫານເບົາ ແລະ ເຄື່ອງທີ່ລະ ນຶກ, ມີຫ້ອງນໍ້າສາທາລະນະ, ມີ ບ່ອນຈອດລົດ, ມີລະບົບໄຟຟ້າ, ນໍ້າ ປະປາ ແລະ ອື່ນໆ ຄາດວ່າຈະໃຫ້ສໍາ ເລັດພາຍໃນເດືອນກັນຍາ 2024 ນີ້. ພາຍຫລັງສ້າງສໍາເລັດ, ສວນສາ ທາລະນະແຫ່ງນີ້ ຈະເພີ່ມສີສັນ ແລະ ສ້າງບັນຍາກາດໃໝ່ໃຫ້ນະຄອນ ຫລວງວຽງຈັນ ໂດຍສະເພາະໃນປີ 2024ທີ່ສປປລາວໄດ້ຮັບກຽດເປັນ ປະທານອາຊຽນ, ທັງເປັນປີທ່ອງ ທ່ຽວລາວ ແລະ ນະຄອນຫລວງ ວຽງຈັນ ເປັນເຈົ້າພາບຈັດກອງປະ ຊຸມບັນດາເຈົ້າຄອງນະຄອນຫລວງ ອາຊຽນ. ທ່ານ ບຸນຍະວັດ ນີຣະໄຊຍ໌ ຍັງ ໃຫ້ຮູ້ຕື່ມວ່າ: ສວນສາທາລະນະດັ່ງ ກ່າວ, ອອກແບບໂດຍຄະນະທີ່ປຶກ ສາສະຖາປະນິກ, ຄະນະອາຈານ ແລະ ນັກສຶກສາ ຈາກມະຫາວິທະຍາ ໄລແຫ່ງຊາດ ໂດຍໄດ້ຮັບການສະ ໜັບສະໜູນດ້ານທຶນຮອນຈາກພະ ແນກການຄ້າ ແຂວງຢຸນນານ ສປ ຈີນຈໍານວນ3ແສນໂດລາສະຫະລັດ ແລະ ທຶນຈາກນະຄອນຫລວງວຽງ ຈັນ ອີກຈໍານວນໜຶ່ງ, ໂດຍມີບໍລິສັດ ທີ່ປຶກສາແລະກໍ່ສ້າງແຂວງຢຸນນານ ສປ ຈີນ ເປັນຜູ້ດໍາເນີນການກໍ່ສ້າງ ຕາມຮູບແບບທີ່ໄດ້ຖືກຮັບຮອງ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ ນວ ປັບປຸງພື້ນທີ່... ດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ຫລາຍ ຂຶ້ນ ໂດຍຈະປັບປຸງໃຫ້ສໍາເລັດພາຍ ໃນເດືອນກັນຍາ 2024 ນີ້. ທ່ານ ບຸນຍະວັດ ນີຣະໄຊຍ໌ ຫົວ ໜ້າພະແນກໂຍທາທິການ ແລະ ຂົນ ສົ່ງ (ຍທຂ) ນະຄອນຫລວງວຽງ ຈັນ ລາຍງານໃຫ້ຮູ້ໃນພິທີຖະແຫລງ

RkJQdWJsaXNoZXIy MTc3MTYxMQ==