5870

xtgmf]k; 6 15/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ໄໝຄຳ ຍ້ອມສິນ -u ;y f{;a fmtotme [h kogIn vo0v'7q o]k; ]k; ,u ,kf8tdko.sh m5 drkdlj ;o.-h {9j kpgxa og'y odu [ ໂດຍ: ເກີດຂວັນໃຈ ມາລີຈັນສີ * ສປປ ລາວ ແມ່ນໜຶ່ງໃນສະມາ ຊິກອາຊຽນໄດ້ເລີ່ມປະຕິບັດເຄັ່ງຄັດ ຮັດກຸມການຊໍາລະສະສາງ ແລະ ໃຊ້ ຈ່າຍຕ່າງໆໃຫ້ເປັນເງິນກີບເພື່ອຊຸກ ຍູ້ ແລະ ສົ່ງເສີມໃຫ້ເສດຖະກິດພາຍ ໃນ ປະເທດ ລວມທັງຄ່າເງິນກີບໃຫ້ ມີຄວາມເຂັ້ມແຂງຂຶ້ນເປັນກ້າວໆ ຂະນະທີ່ພາກອຸດສາຫະກໍາທ່ອງ ທ່ຽວໜຶ່ງໃນຫລາຍຂະແໜງການ ຕ້ອງເອົາໃສ່ເຜີຍແຜ່ ແລະ ລະດົມ ຂົນຂວາຍທຸກຫົວໜ່ວຍທຸລະກິດບໍ ລິການກ່ຽວຂ້ອງກັບທ່ອງທ່ຽວໃຫ້ ປະຕິບັດຢ່າງເປັນຮູບທໍາ. ຫວ່າງບໍ່ດົນມານີ້, ກະຊວງຖະ ແຫລງຂ່າວວັດທະນະທໍາແລະທ່ອງ ທ່ຽວໄດ້ແຈ້ງເຖິງພະແນກຖະແຫລງ ຂ່າວ, ວັດທະນະທໍາແລະທ່ອງທ່ຽວ ແຂວງ/ນະຄອນຫລວງວຽງຈັນ; ບັນດາສະມາຄົມ, ກຸ່ມບໍລິການໃນ ຂະແໜງການທ່ອງທ່ຽວ; ຫົວໜ່ວຍ ທຸລະກິດການທ່ອງທ່ຽວ ໃນຂອບ ເຂດທົ່ວປະເທດ ໃຫ້ກໍານົດມູນຄ່າ, ການຕິດ, ການປະກາດ ຫລື ໂຄສະ ນາລາຄາ, ການຊໍາລະ ແລະ ການ ຮັບຊໍາລະຢູ່ສປປລາວ ໃຫ້ເປັນເງິນ ກີບທັງນີ້, ກໍ່ເພື່ອການຈັດຕັ້ງປະຕິ ບັດ ແລະ ຜັນຂະຫຍາຍຄໍາສັ່ງວ່າ ດ້ວຍການຈັດຕັ້ງປະຕິບັດການຄຸ້ມ ຄອງເງິນຕາຕ່າງປະເທດ ສະບັບ ເລກທີ 10/ນຍ, ລົງວັນທີ 14 ກໍລະ ກົດ2023, ໂດຍສະເພາະຕິດພັນກັບ ການບໍລິການທ່ອງທ່ຽວວ່າດ້ວຍ ການຄຸ້ມຄອງ ແລະ ຕິດຕາມກວດ ກາທຸກພາກສ່ວນໃນການຕິດ, ການ ປະກາດ ຫລື ການໂຄສະນາລາຄາ, ການຊໍາລະ, ການຮັບຊໍາລະ ເປັນຕົ້ນ ຄ່າບໍລິການວຽກງານສື່ມວນຊົນ, ຄ່າບໍລິການທຸລະກິດນໍາທ່ຽວ, ຄ່າ ບໍລິການສະຖານທີ່ພັກແຮມ, ຄ່າອາ ຫານ ແລະ ເຄື່ອງດື່ມ ຕາມສະຖານ ທີ່ບໍລິການ ຢູ່ ສປປ ລາວ ໃຫ້ເປັນ ເງິນກີບ ແລະ ການຊໍາລະ, ການຮັບ ຊໍາລະດ້ານການທ່ອງທ່ຽວຜ່ານລະ ບົບທະນາຄານໃຫ້ຫລາຍຂຶ້ນ. ພ້ອມ ກັນຈັດຕັ້ງປະຕິບັດຜັນຂະຫຍາຍ ຄໍາສັ່ງດັ່ງກ່າວໃຫ້ໄດ້ຮັບຜົນດີ, ເພື່ອເປັນການປະກອບສ່ວນເຂົ້າໃນ ວຽກງານສົ່ງເສີມປີທ່ອງທ່ຽວລາວ 2024 ແລະ ການປູກຈິດສໍານຶກໃຫ້ ຜູ້ປະກອບການ, ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ທີ່ເດີນ ທາງມາທ່ອງທ່ຽວ ສປປ ລາວ ປະຕິ ບັດຕາມລະບຽບການທີ່ວາງອອກ ຢ່າງເຂັ້ມງວດ ເຊິ່ງໃນຂະແໜງ ການທ່ອງທ່ຽວປະຕິບັດ ດັ່ງນີ້: ພະ ແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ/ນະຄອນ ຫລວງວຽງຈັນ ເປັນເຈົ້າການຄຸ້ມ ຄອງແລະ ຕິດຕາມ, ກວດກາບັນດາ ຫົວໜ່ວຍທຸລະກິດໃນຂະແໜງການ ທ່ອງທ່ຽວ ໃນການຊໍາລະເປັນເງິນ ກີບ ໂດຍຜ່ານລະບົບ QR ໂຄດ, ເຄື່ອງອ່ານຂໍ້ມູນຊໍາລະ ຫລື POS ຂອງທະນາຄານທຸລະກິດຢູ່ ສປປ ລາວ ແລະ ຜ່ານເວັບໄຊ້ ດ້ວຍບັດຊໍາ ລະສາກົນຂອງຕ່າງປະເທດ ເປັນ ຕົ້ນ Visa, Master, UnionPay ລວມທັງ Wechat, Alipay ສາ ມາດດໍາເນີນທຸລະກໍາເປັນເງິນຕາ ຕ່າງປະເທດໄດ້; ບັນດາຫົວໜ່ວຍທຸ ລະກິດໃນຂະແໜງການທ່ອງທ່ຽວ ແລະ ພະນັກງານນໍາທ່ຽວ ໃຫ້ເປັນ ເຈົ້າການ ຊ່ວຍໂຄສະນາ, ປະຊາສໍາ ພັນແລະແນະນໍານັກທ່ອງທ່ຽວຕ່າງ ປະເທດ ທີ່ເຂົ້າມາ ສປປ ລາວ ໃຫ້ ນໍາໃຊ້ຜະລິດຕະພັນການຊໍາລະ ໂດຍ ດາວໂຫລດ“EzyKip”APP ເພື່ອ ແລກປ່ຽນເງິນຕາ ແລະ ຊໍາລະ ຢູ່ ພາຍໃນ ສປປ ລາວ. (ສາມາດເຂົ້າ ເບິ່ງໄດ້ທີ່ QR Code ຂ້າງລຸ່ມນີ້) ສໍາລັບນັກທ່ອງທ່ຽວ ທີ່ບໍ່ໄດ້ນໍາໃຊ້ EzyKip ຕ້ອງແນະນໍາໃຫ້ແລກ ປ່ຽນເງິນຕາກັບທະນາຄານທຸລະ ກິດໃດໜຶ່ງທີ່ຕັ້ງຢູ່ ສປປ ລາວ; ສໍາ ລັບພະນັກງານນໍາທ່ຽວຕ້ອງແຈ້ງ ໃຫ້ນັກທ່ອງທ່ຽວຕ່າງປະເທດຊໍາ ລະຄ່າບໍລິການຢູ່ພາຍໃນດິນແດນ ສປປ ລາວ ເປັນເງິນກີບ, ການຊໍາ ລະຜ່ານລະບົບ QR, ເຄື່ອງອ່ານຂໍ້ ມູນຊໍາລະ ຫລື POS ຂອງທະນາ ຄານທຸລະກິດເທົ່ານັ້ນ ຖືກຕ້ອງຕາມ ກົດໝາຍ. ກໍລະນີຫ້າງຮ້ານບໍ່ມີບໍລິ ການຮັບຊໍາລະດັ່ງກ່າວນັກທ່ອງ ທ່ຽວສາມາດຊຳລະເປັນເງິນກີບໄດ້ ເທົ່ານັ້ນ. ກໍລະນີນັກທ່ອງທ່ຽວແລກ ປ່ຽນເງິນຕາຢູ່ພາຍນອກລະບົບ, ຖ້າເຈົ້າໜ້າທີ່ພົບເຫັນ ແມ່ນຈະຖືກ ກ່າວເຕືອນ, ປັບໃໝຕາມແຕ່ກໍລະນີ; ກໍລະນີພົບເຫັນຜູ້ໃຫ້ບໍລິການທ່ອງ ທ່ຽວບໍ່ໃຫ້ຄວາມຮ່ວມມື, ລະເມີດ ກົດໝາຍ ຫລື ມີພຶດຕິກໍາໂຄສະນາ ແລະ ສົ່ງເສີມນັກທ່ອງທ່ຽວຕ່າງປະ ເທດແລກປ່ຽນເງິນຕາ ກັບຜູ້ໃຫ້ບໍ ລິການຜິດກົດໝາຍ ແລະ ການນໍາ ໃຊ້ເງິນຕາຕ່າງປະເທດຢູ່ສປປລາວ ຈະຖືກການດໍາເນີນມາດຕະການ ທີ່ ເຫັນວ່າເໝາະສົມເປັນຕົ້ນການໂຈະ ຊົ່ວຄາວ, ຖາວອນ, ຖອນໃບອະນຸ ຍາດດໍາເນີນທຸລະກິດ ຫລື ບັດອະນຸ ຍາດນໍາທ່ຽວແລະອື່ນໆ; ສື່ມວນຊົນ ໃນຂະແໜງການ ກະຊວງ ຖວທ, ພະແນກ ຖວທ ແຂວງ/ນະຄອນ ຫລວງວຽງຈັນ ຊ່ວຍຊຸກຍູ້ສື່ມວນ ຊົນທັງພາຍໃນ ແລະ ຕ່າງປະເທດ ຊ່ວຍໂຄສະນາ, ປະຊາສໍາພັນຜະລິດ ຕະພັນການຊໍາລະ EzyKip ຜ່ານສື່ ຂອງຂະແໜນງຖວທແລະສື່ຕ່າງໆ ທີ່ເຫັນສົມຄວນໃຫ້ຮັບຮູ້ຢ່າງທົ່ວ ເຖິງດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງ ເຂັ້ມງວດດ້ວຍ. ເຖິງແນວໃດກໍດີ ອອກແຈ້ງ ການຄັ້ງນີ້ກໍເພື່ອຮັບປະກັນເຮັດໃຫ້ ການຈັດຕັ້ງປະຕິບັດປະກົດຜົນເປັນ ຈິງຈາກສູນກາງເຖິງແຂວງ, ເມືອງ ແລະ ທ້ອງຖິ່ນ ນອກຈາກນັ້ນຍັງ ສ້າງຄວາມຮັບຮູ້, ເຂົ້າໃຈຢ່າງເລິກ ເຊິ່ງຕໍ່ແນວທາງນະໂຍບາຍຂອງ ພັກ-ລັດຖະບານເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມຢ່າງຮອບດ້ານ. ຮ່ອມພູໃກ້ໆກັບແມ່ນໍ້າລຳເຊ ເຊິ່ງ ເໝາະແກ່ການປູກຝັງທຳມາຫາກິນ ລ້ຽງຊີບ ແລະ ມີຄວາມສະດວກສະ ບາຍໃນການໄປມາຫາສູ່ກັນ. ສຳລັບ ເຮືອນດັ້ງເດີມຂອງຄົນລາວເປັນ ເຮືອນຮ້ານ ປູກສ້າງດ້ວຍໄມ້ ມີລັກ ສະນະເປັນສອງຊັ້ນ ຊັ້ນລຸ່ມ ຫລື ຮຽກກັນວ່າ ກ້ອງຕະລ່າງເປັນບ່ອນ ສຳລັບເກັບຮັກສາເຄື່ອງໃຊ້ສອຍ ໃນການກະເສດ, ບ່ອນຕັ້ງກີ່ຕໍ່າຜ້າ, ບາງທ້ອງຖິ່ນກໍປະໄວ້ສຳລັບລ້ຽງ ສັດ. ສ່ວນຊັ້ນເທິງຈະເປັນບ່ອນທີ່ ຢູ່ອາໄສ. ຕາມຂໍ້ມູນຂອງ ທ່ານ ຫານຊະ ນະ ສີສານ ທີ່ຂຽນໄວ້ໃນປຶ້ມ ລາວດິນແດນ ແຫ່ງວັດທະນະທຳລາວ ລະບຸໄວ້ວ່າ: ໂດຍທົ່ວໄປແລ້ວຮູບ ແບບເຮືອນຊົງລາວ ຈະແບ່ງອອກ ເປັນ3ສ່ວນຄື:ສ່ວນທີໜຶ່ງເປັນບ່ອນ ນອນ, ສ່ວນທີສອງເປັນບ່ອນແຕ່ງ ຢູ່ຄົວກິນ ແລະ ສ່ວນທີ່ສາມເປັນ ບ່ອນສຳລັບຮັບແຂກຄົນ, ເຮືອນຊົງ ລາວດັ້ງເດີມນິຍົມມຸງດ້ວຍຫຍ້າ ຄາ, ບາງທ້ອງຖິ່ນມຸງດ້ວຍໄມ້ ແລະ ດິນຂໍ, ຝາເຮືອນຈະເປັນໄມ້ ຫລື ກະ ແຕະໄມ້ໄຜ່. ສ່ວນພື້ນເຮືອນຈະເປັນ ໄມ້ແປ້ນ ຫລື ຟາກ (ຝາໄມ້ເຮ້ຍ, ໄມ້ໄຜ່), ເມື່ອກ່ອນນັ້ນ ຄົນລາວຈະ ຮ້ອງວັນເກີດຂອງຕົນເປັນວັນຕົກ ຝາກ, ໝາຍເຖິງມື້ທຳອິດທີ່ລອດ ອອກມາຈາກທ້ອງແມ່ຈະຕົກລົງ ຟາກປູພື້ນເຮືອນ, ປັດຈຸບັນຄຳເວົ້າ ນີ້ຫາຍາກທີ່ຈະໄດ້ຍິນ. ເຮືອນລາວ ທີ່ສວຍງາມທີ່ສຸດຈະອ້ອມຮອບໄປ ດ້ວຍຕົ້ນໄມ້ກິນໝາກ ເນື່ອງຈາກ ຄົນລາວຜູກພັນກັບທຳມະຊາດມາ ແຕ່ໃດ. ທຳມະຊາດເປັນສ່ວນໜຶ່ງ ຂອງຊີວິດຄົນລາວ ເພາະອາຫານ ການກິນຂອງຄົນລາວແມ່ນຫາມາ ໄດ້ຈາກທຳມະຊາດໃນລະດູການ ຕ່າງໆ, ຄົນລາວຍັງນິຍົມກັນປູກ ຕົ້ນດອກຄູນ ແລະ ຕົ້ນໝາກຍົມໄວ້ ໜ້າເຮືອນ, ສ່ວນຂ້າງເຮືອນຈະມີ ຕົ້ນຍໍ, ຕົ້ນໝາກໝີ້, ໝາກຝາງ ແລະ ຕົ້ນໄມ້ກິນໝາກອື່ນໆ ເຊື່ອກັນ ວ່ານຳຄວາມເປັນມົງຄຸນມາໃຫ້ແກ່ ເຈົ້າຂອງເຮືອນ. ເວົ້າໄດ້ວ່າເຮືອນຊົງລາວນັ້ນ ສ້າງຂຶ້ນດ້ວຍປັດໄຈ ທາງສະພາບ ອາກາດທີ່ຄ່ອນຂ້າງຈະຮ້ອນເປັນ ສ່ວນໃຫຍ່, ດັ່ງນັ້ນການເຮັດເຮືອນ ຮ້ານແບບລາວຈຶ່ງເປັນແບບເຮືອນທີ່ ສາມາດລະບາຍຄວາມຮ້ອນອອກ ຈາກເຮືອນໄດ້ດີທີ່ສຸດ ເໝາະກັບສະ ພາບອາກາດທັງໃນອະດີດແລະ ປັດ ຈຸບັນ ເພາະບໍ່ຈຳເປັນຕ້ອງໃຊ້ເຄື່ອງ ປັບອາກາດໃຫ້ສິ້ນເປືອງພະລັງ ງານຫລຸດຜ່ອນລາຍຈ່າຍເປັນຕົ້ນ. *ຄົນລາວມັກຈະສ້າງຖິ່ນທີ່ຢູ່ອາ ໄສຕາມເຂດທົ່ງພຽງ, ແຄມແມ່ນໍ້າ,

RkJQdWJsaXNoZXIy MTc3MTYxMQ==