xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 15/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp Iv'sq ;|h k vvxl 3vh ]q ,rtoa d'ko vq 'dkowvptdkoxt-k-q o c0;'w-lq ,[6 o g-dv' lqj 'glu ,dkozt]y f grjn vmq fcmo dkooeg0Q k c]t gxa oly o7h klqj 'vvd dko05 f7Q ortr5 fmtI6 [w]pt 2 rq [rtr5 fmtI6 [mv'le]y fgruj ,vu d 4 vq ' ຂປລ. ໃນໂອກາດເຄື່ອນໄຫວຊຸກ ຍູ້ວຽກງານໄອຍະການປະຊາຊົນ ຢູ່ 3ແຂວງຄື:ແຂວງໄຊສົມບູນ,ແຂວງ ຊຽງຂວາງ ແລະ ແຂວງຫົວພັນ ລະ ຫວ່າງວັນທີ 12-17 ພຶດສະພາ 2024 ນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ(ອອປສ) ໄດ້ມີຄຳ ເຫັນໂອ້ລົມພະນັກງານຫລັກແຫລ່ງ ທົ່ວອົງການໄອຍະການປະຊາຊົນ ແຂວງໄຊສົມບູນ ໂດຍທ່ານໄດ້ເນັ້ນ ໃຫ້ຄະນະນໍາອົງການໄອຍະການປະ ຊາຊົນແຂວງຕ້ອງຖືສໍາຄັນວຽກ ງານສຶກສາອົບຮົມການເມືອງແນວ ຄິດພະນັກງານຢ່າງເລິກເຊິ່ງ, ເປັນ ປົກກະຕິຕໍ່ເນື່ອງ, ມີຄວາມອຸ່ນອຽນ ທຸ່ນທ່ຽງ, ຮ່ວມແຮງຮ່ວມໃຈກັນ ສ້າງຜົນງານ; ສືບຕໍ່ວຽກງານຄຸ້ມ ຄອງ-ນໍາພາພະນັກງານໂດຍຕິດພັນ ກັບການຊັບຊ້ອນ, ບັນຈຸ, ໂຍກຍ້າຍ, ແຕ່ງຕັ້ງ ເຊິ່ງແມ່ນອົງການໄອຍະ ການສູງສຸດເປັນຜູ້ຈັດຕັ້ງປະຕິບັດ; ສ້າງກົນໄກປະສານງານກັບພາກ ສ່ວນກ່ຽວຂ້ອງ ໂດຍມີການປະຊຸມ ສ່ອງແສງລາຍງານ, ສືບຕໍ່ແກ້ໄຂ ບັນຫາຄໍາຮ້ອງຟ້ອງຕິດພັນກັບວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແລະ ສືບຕໍ່ເຮັດ ໜ້າທີ່ວຽກງານກວດກາທົ່ວໄປພ້ອມ ທັງສ້າງຄວາມເຂັ້ມແຂງໃຫ້ແກ່ພະ ນັກງານ. ໃນໂອກາດນີ້, ທ່ານ ຄໍາເພັດ ດວງມາລາ ຫົວໜ້າອົງການໄອຍະ ການປະຊາຊົນ ແຂວງໄຊສົມບູນ ໄດ້ໃຫ້ຮູ້ວ່າ: ໃນໜຶ່ງປີຜ່ານມາ, ອົງ ການໄອຍະການປະຊາຊົນ ແຂວງ ໄຊສົມບູນ ໄດ້ຮັບສໍານວນຄະດີຢາ ເສບຕິດທັງໜົດ 39 ເລື່ອງ, ແກ້ໄຂ ໄດ້ 39 ເລື່ອງເທົ່າກັບ 100%, ໄດ້ ເຂົ້າຮ່ວມຖະແຫລງຄະດີຢາເສບ ຕິດທີ່ປະຊຸມສານ 24 ເລື່ອງ, ສານ ຕັດສິນເອົາຕາມຄໍາຖະແຫລງ 23 ເລື່ອງ, ໄດ້ສະເໜີຄັດຄານຄໍາຕັດສິນ ຂອງສານ 1 ເລື່ອງ; ຄະດີອາຍາມີ ທັງໜົດ 257 ເລື່ອງ, ຄ້າງມາ 202 ເລື່ອງ, ຄະດີເຂົ້າໃໜ່ 55 ເລື່ອງ, ແກ້ໄຂໄດ້ 14 ເລື່ອງ, ພວມຈັດຕັ້ງ ປະຕິບັດ 243 ເລື່ອງ, ຄະດີບໍ່ສາ ມາດຈັດຕັ້ງປະຕິບັດໄດ້ 13 ເລື່ອງ; ສໍາລັບຄະດີແພ່ງລວມທັງໜົດ 40 ເລື່ອງ, ຄ້າງມາ 28 ເລື່ອງ, ເຂົ້າໃໜ່ 6 ເລື່່ອງ, ປະຕິບັດສໍາເລັດ 6 ເລື່ອງ, ພວມຈັດຕັ້ງປະຕິບັດ 36 ເລື່ອງ. ພ້ອມນີ້, ອົງການໄອຍະການປະຊາ ຊົນແຂວງໄຊສົມບູນ ແລະ ເຂດຍັງ ໄດ້ເອົາໃຈໃສ່ປະສານສົມທົບກັບ ເຈົ້າໜ້າທີ່ໆກ່ຽວຂ້ອງເພື່ອກວດກາ ການນໍາໃຊ້ວິທີການສືບສວນ-ສອບ ສວນ ແລະ ການນໍາໃຊ້ມາດຕະການ ສະກັດກັ້ນ ເປັນຕົ້ນໄດ້ອອກຄໍາແນະ ນໍາ 74 ສະບັບ, ຄໍາສັ່ງກັກຂັງພາງ 123 ສະບັບ, ຄໍາສັ່ງຕໍ່ການກັກຂັງ ພາງ 157 ສະບັບ, ຄໍາສັ່ງຈັບຕົວ 22 ສະບັບ, ຄໍາສັ່ງປ່ອຍຕົວພາງ 7 ສະບັບ, ຄໍາສັ່ງຊັດມ້ຽນຄະດີ 2 ສະບັບ, ຄໍາສັ່ງກວດຄົ້ນເຄຫາສະ ຖານ 23 ສະບັບ, ໝາຍຮຽກ 10 ສະບັບແລະໄດ້ເປີດກອງປະຊຸມຮ່ວມ ເພື່ອປຶກສາຫາລືການແກ້ໄຂຄະດີ ໄດ້ 14 ຄັ້ງ. ໃນໂອກາດດຽວກັນ, ທ່ານ ບຸນ ທ່ຽງ ວິໄລວົງ ຮັກສາການຫົວໜ້າ ຫ້ອງການອົງການໄອຍະການປະ ຊາຊົນສູງສຸດກໍໄດ້ມອບຄອມພິວເຕີ ຈໍານວນ 2 ຊຸດ ໃຫ້ແກ່ອົງການໄອ ຍະການປະຊາຊົນແຂວງໄຊສົມບູນ ເພື່ອນໍາໃຊ້ເຂົ້າໃນວຽກງານໃຫ້ມີ ຄວາມສະດວກ ແລະ ວ່ອງໄວຂຶ້ນ ກວ່າເກົ່າ. ຂ່າວ: ວົງເດືອນ ຄຳມ່ວນ ເກັບກູ້ພຶດລະດູແລ້ງ... ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນ, ກະສິ ກອນທົ່ວແຂວງຄຳມ່ວນ ສາມາດ ເກັບກູ້ຜົນຜະລິດລະດູແລ້ງ (ພືດ ລວມ) ໄດ້ 3.880 ເຮັກຕາ ເທົ່າກັບ 39% ຂອງເນື້ອທີ່ປູກຕົວຈິງ ໃນນີ້, ເນື້ອທີ່ປູກພືດເພື່ອເປັນສະບຽງອາ ຫານເກັບກູ້ໄດ້ 1.214 ເຮັກຕາ ເທົ່າ ກັບ 35% ຂອງເນື້ອທີ່ປູກຕົວຈິງ ແລະ ເນື້ອທີ່ປູກພືດເພື່ອເປັນສິນຄ້າ ເກັບກູ້ໄດ້ 1.960 ເຮັກຕາ ເທົ່າກັບ 31% ຂອງເນື້ອທີ່ປູກຕົວຈິງ. ຄາດ ວ່າການເກັບກູ້ພືດລະດູແລ້ງ ໃນທົ່ວ ແຂວງ ຈະໃຫ້ສໍາເລັດໃນຕົ້ນເດືອນ ມິຖຸນາ 2024 ນີ້. ຂະແໜງປູກຝັງ, ພະແນກກະສິ ກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ແຂວງເຊກອງ ໄດ້ສຸມໃສ່ຊຸກຍູ້ສົ່ງ ເສີມການຜະລິດ ແລະ ສ້າງຖານ ການຜະລິດກະສິກໍາເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ພ້ອມທັງຊຸກຍູ້ ສົ່ງເສີມຜູ້ປະກອບການສ້າງຜະລິດ ຕະພັນສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນ (ໂອດັອບ) ທີ່ມີມາດຕະຖານ ແລະ ຍືນຍົງ, ສ້າງສະພາບແວດ ລ້ອມທີ່ເອື້ອອໍານວຍ ແລະ ພັດທະນາ ທຸລະກິດຂະໜາດນ້ອຍ ແລະ ຂະ ລາຄາສິນຄ້າໃນທ້ອງຕະຫລາດ ຕິດພັນກັບການສະໜອງສະບຽງ ອາຫານ ແລະ ນໍ້າມັນເຊື້ອໄຟຢ່າງ ເປັນປົກກະຕິ; ສົ່ງເສີມຜູ້ປະກອບ ການສ້າງຜະລິດຕະພັນສິນຄ້າໂອ ດັອບ ທີ່ມີມາດຕະຖານມີທ່າອ່ຽງ ເພີ່ມຂຶ້ນ ສາມາດຮັບຮອງໄດ້ກາ ໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ທັງໝົດ11ຫົວໜ່ວຍ14 ລາຍການ; ສ້າງສະພາບແວດລ້ອມທີ່ອໍານວຍ ຄວາມສະດວກ ໃຫ້ພາກທຸລະກິດ ແລະ ພັດທະນາ SME ໄປສູ່ຄຸນນະ ພາບໃໝ່ໃຫ້ເຂັ້ມແຂງ; ປະຕິບັດ ການນໍາເຂົ້າສິນຄ້າໄດ້ທັງໝົດ 5 ແສນກວ່າໂດລາສະຫະລັດ ເທົ່າກັບ 2,78% ຂອງແຜນການ (ແຜນ 18,90 ລ້ານໂດລາສະຫະລັດ ແລະ ສົ່ງອອກບັນລຸໄດ້ 59,16 ລ້ານໂດ ລາສະຫະລັດ ເທົ່າກັບ 23,11% ຂອງແຜນການ (ແຜນ 256 ລ້ານ ໂດລາ) ເຮັດໃຫ້ເກີນດຸນການຄ້າປະ ມານ 58,64 ລ້ານໂດລາ. ທ່ານ ສີສຸພັນ ມະຫາວົງ ໃຫ້ຮູ້ ຕື່ມວ່າ: ເພື່ອເຮັດໃຫ້ເສດຖະກິດ-ສັງ ຄົມ ຂະຫຍາຍຕົວ, ການແກ້ໄຂບັນ ຫາຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນມີປະສິດທິພາບປະສິດທິຜົນ ແຂວງເຊກອງ ຈະສຸມ ໃສ່ຊຸກຍູ້ສົ່ງເສີມການຜະລິດ, ສ້າງ ກົນໄກຜະລິດ ແລະ ສະໜອງສະ ບຽງອາຫານໃຫ້ພຽງພໍກັບຄວາມ ຕ້ອງການບໍລິໂພກພາຍໃນ ແລະ ສົ່ງ ອອກເປັນສິນຄ້າຕາມເງື່ອນໄຂຕົວ ຈິງຂອງແຂວງ; ເອົາໃຈໃສ່ຄຸ້ມຄອງ ລາຄາສິນຄ້າ, ການນໍາເຂົ້າ-ສົ່ງ ອອກສິນຄ້າ, ສະໜອງສະບຽງອາ ຫານ ໃຫ້ໂຄງການໃຫຍ່ທີ່ດໍາເນີນຢູ່ ທ້ອງຖິ່ນ ໃຫ້ເປັນຮູບປະທໍາ ເພື່ອ ຊ່ວຍໜູນການປັບປຸງຊີວິດການເປັນ ຢູ່ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ. ຂ່າວ-ພາບ: ສັນຍາ ຮູ້ເມື່ອບໍ່ດົນມານີ້ວ່າ: ໃນລະດູການ ຜະລິດພືດລະດູແລ້ງປະຈໍາສົກປີ 2023-2024 ທົ່ວແຂວງມີເນື້ອທີ່ ແຜນການທໍາການຜະລິດທັງໝົດ 10.311 ເຮັກຕາ, ຄາດຄະເນຜົນຜະ ລິດໃຫ້ໄດ້ 54.380 ໂຕນ ໃນນີ້, ເນື້ອ ທີ່ປູກພືດເພື່ອເປັນສະບຽງອາຫານ 3.661 ເຮັກຕາ, ຄາດຄະເນຜົນຜະ ລິດ 18.909 ເຮັກຕາ ແລະ ເນື້ອທີ່ ປູກພືດເພື່ອເປັນສິນຄ້າ 6.650 ເຮັກ ຕາ, ຄາດຄະເນຜົນຜະລິດ 35.921 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດ ຕົວຈິງເນື້ອທີ່ປູກພືດລວມໄດ້ໃນ ເນື້ອທີ່9.840ເຮັກຕາ(ຫລຸດແຜນ) ໃນນີ້, ເນື້ອທີ່ປູກພືດເພື່ອເປັນສະ ບຽງອາຫານປະຕິບັດໄດ້ 3.449 ເຮັກຕາ ແລະ ເນື້ອທີ່ປູກພືດເພື່ອເປັນ ສິນຄ້າປະຕິບັດໄດ້ 6.286 ເຮັກຕາ. ພືດທີ່ກະສິກອນປູກຫລາຍແມ່ນ ມັນຕົ້ນ, ກະລໍ່າປີ, ໝາກແຕງ, ສາລີ ແລະ ພືດອື່ນໆ ເຊິ່ງເມືອງທີ່ປະຕິບັດ ເນື້ອທີ່ປູກພືດລະດູແລ້ງໄດ້ຫລາຍ ກວ່າໝູ່ແມ່ນເມືອງທ່າແຂກ, ເມືອງ ໜອງບົກ ແລະ ເມືອງຫີນບູນ. ຂ່າວ-ພາບ: ແດງສະຫວັດ ແສນພານິດ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 10 ພຶດ ສະພາ 2024 ເປັນຕົ້ນມາ, ທີມງານ ກົມມໍລະດົກ ກະຊວງຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ສົມທົບກັບຄະນະຮັບຜິດຊອບ ຂັ້ນແຂວງ, ເມືອງ ແລະ ບ້ານ ສືບ ຕໍ່ຂຸດຄົ້ນ ເພື່ອເກັບກູ້ຊັບສົມບັດວັດ ທະນະທຳຢູ່ບໍລິເວນດອນເຜິ້ງຄໍາ ເມືອງຕົ້ນເຜິ້ງແຂວງບໍ່ແກ້ວໄລຍະທີ 2 ເຊິ່ງມາຮອດວັນທີ 11 ພຶດສະພາ ການຂຸດຄົ້ນໄດ້ພົບເຫັນພະພຸດທະ ຮູບນ້ອຍ 2 ອົງ ແລະ ມາໃນວັນທີ 13 ພຶດສະພານີ້, ການຂຸດຄົ້ນໄດ້ພົບ ພະພຸດທະຮູບທອງສໍາລິດ ເພີ່ມອີກ ຈໍານວນ 4 ອົງ ຄື: ອົງທີ 1 ສູງ 45 ຊັງຕີແມັດ, ໜ້າຕັກກວ້າງ 27 ຊັງ ຕີແມັດ, ບ່າໄຫລ່ກວ້າງ 17 ຊັງຕີ ແມັດ; ອົງທີ 2 ສູງ 40 ຊັງຕີແມັດ, ໜ້າຕັກກວ້າງ 27 ຊັງຕີແມັດ, ບ່າ ໄຫລ່ກວ້າງ 16 ຊັງຕີແມັດ; ອົງ ທີ 3 ສູງ 21 ຊັງຕີແມັດ, ໜ້າຕັກ ກວ້າງ 8 ຊັງຕີແມັດ, ບ່າໄຫລ່ 8 ຊັງຕີແມັດ; ອົງທີ 4 ສູງ 40 ຊັງຕີ ແມັດ, ໜ້າຕັກກວ້າງ 22 ຊັງຕີ ແມັດ, ບ່າໄຫລ່ 13 ຊັງຕີແມັດ.ນອກ ນີ້, ຍັງພົບເຫັນຈານອາລູມີນຽມເກົ່າ ແກ່ 1 ໜ່ວຍ ແລະ ໂອຕັກນໍ້າ 1 ອັນ. ໃນການຂຸດຄົ້ນພະພຸດທະຮູບ ສ່ວນຫລາຍຍັງເປີດໜ້າດິນໃໝ່ເຂດ ບໍລິເວນທີ່ຂຸດຄົ້ນເກົ່າ ການຂຸດຄົ້ນ ໃນໄລຍະ 4 ວັນ ແຕ່ວັນທີ 10-13 ພຶດສະພາ 2024, ພົບເຫັນພະພຸດ ທະຮູບ ລວມທັງໝົດ 6 ອົງ, ນອກ ນັ້ນ, ຍັງໄດ້ພະປາງລີລາ, ພະໃບໂພ, ພະຫໍສະຫວັນ ແລະ ຊິ້ນສ່ວນພະພຸດ ທະຮູບຈໍານວນໜຶ່ງ. ຂ່າວ: ຄໍາເພັງ ສີສະຫວ່າງ ໜາດກາງ (SME) ໄປສູ່ຄຸນນະ ພາບໃໝ່ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເຂົ້າເຖິງຕະຫລາດສາກົນ. ທ່ານ ສີສຸພັນ ມະຫາວົງ ຫົວໜ້າ ຫ້ອງວ່າການ ແຂວງເຊກອງ ລາຍ ງານເມື່ອບໍ່ດົນນີ້ວ່າ: ໃນໄລຍະ 4 ເດືອນຕົ້ນປີ 2024 ການຜະລິດເຂົ້າ ນາແຊງ ປະຕິບັດໄດ້ 3.976 ໂຕນ; ພືດສະບຽງອາຫານ 6.021 ໂຕນ ແລະ ພືດເປັນສິນຄ້າ 10.248 ໂຕນ. ພ້ອມນີ້, ກໍໄດ້ເອົາໃຈໃສ່ປະຕິບັດນະ ໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງ ທຶນສູ່ທ້ອງຖິ່ນ ເລກທີ 765/ທຫລ ແລະ ນະໂຍບາຍສິນເຊື່ອເພື່ອກະ ຕຸ້ນເສດຖະກິດ ເລທີ 766/ທຫລ ມາຮອດປັດຈຸບັນມີຫົວໜ່ວຍທຸລະ ກິດທີ່ມີເງື່ອນໄຂ 10 ຫົວໜ່ວຍ ໃນ ນີ້, ໄດ້ດໍາເນີນການເຊັນສັນຍາປ່ອຍ ກູ້ ແລະ ໂອນສໍາເລັດ 5 ຫົວໜ່ວຍ ວົງເງິນ 8,3 ຕື້ກີບ ແລະ ຍັງສືບ ຕໍ່ຄົ້ນຄວ້າ 5 ຫົວໜ່ວຍ ວົງເງິນ 14,02 ຕື້ກີບ. ພ້ອມນີ້, ໄດ້ເອົາໃຈໃສ່ ຕິດຕາມ, ກວດກາ ແລະ ຄຸ້ມຄອງ
RkJQdWJsaXNoZXIy MTc3MTYxMQ==