xtgmf]k; 3 15/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຈັນທີ ສີລິເດດ ທລຍ ເມືອງຄໍາ ບົດສະເໜີ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ ວັນທີ 18/5/1959-18/5/2024) * ໃນໂອກາດລະນຶກວັນປະຫວັດ ສາດ ກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູ ຄົບຮອບ 65 ປີ (18/5/ 1959-18/5/2024) ຄໍລຳປະ ຈຳວັນນີ້ ຂໍນຳສະເໜີມູນເຊື້ອວັນ ສຳຄັນດັ່ງກ່າວ ເພື່ອເປັນການຢັ້ງ ຢືນເຖິງຜົນງານ ແລະ ນໍ້າໃຈອັນພິ ລະອາດຫານຂອງນັກຮົບປະຕິວັດ ລາວ ກໍຄືກອງທັບປະຊາຊົນລາວ ໃນການຕໍ່ສູ້ປົດປ່ອຍປະເທດຊາດ ຊຶ່ງພາຍ ຫລັງທີ່ພວກຈັກກະພັດອາ ເມລິກາແລະລູກມືໄດ້ຮັບຄວາມປະ ລາໄຊຢ່າງຕໍ່ເນື່ອງ ໃນການດຳເນີນ ກົນອຸບາຍຫລອກເສືອອອກຈາກ ຖ້ຳ ແລະ ກົນອຸບາຍ ຫັນປ່ຽນໂດຍ ສັນຕິ ພວກເຂົາໄດ້ຕັດສິນໃຈໂຄ່ນ ລົ້ມລັດຖະບານປະສົມ ຈີກສັນຍາ ວຽງຈັນ ໃຊ້ຄວາມຮຸນແຮງຝືນປະ ຕິວັດດ້ວຍກຳລັງອາວຸດ ເພື່ອຫວັງ ດັບສູນກຳລັງປະຕິວັດ ພວກເຂົາໄດ້ ອອກຄຳສັ່ງໃຫ້ລູກມືໃນທຸກເຂດ ແຂວງອອກແຮງປາບປາມກຳລັງ ຮັກຊາດ ຢ່າງໂຫດຮ້າຍປ່າເຖື່ອນ ພ້ອມດຽວກັນນີ້ ກໍດຳເນີນການປິດ ລ້ອມນາບຂູ່ ແລະ ຈັບກຸມຄຸມຂັງຜູ້ ນຳຂອງແນວລາວຮັກຊາດ. ໂດຍປະຕິບັດຕາມສັນຍາ ວຽງ ຈັນ ປີ 1957 ວ່າດ້ວຍການລວມປະ ສົມກຳລັງທະຫານຂອງສອງຝ່າຍ dv'ra omu 2 zj k;q 'xy f]h v,la f86 ;y ]tdeva o,tsa flt9a o 0v'dv'ma [xt-k-q o]k; ລະຫວ່າງຝ່າຍແນວລາວຮັກຊາດ ແລະ ລັດຖະບານແຫ່ງລາຊະອະ ນາຈັກ ກຳລັງປະກອບອາວຸດຂອງ ຝ່າຍ ປະເທດລາວ ຈຳນວນ 1.500 ຄົນ ໄດ້ຮັບການຈັດຕັ້ງມອບໝາຍ ໃຫ້ເຂົ້າຮ່ວມກັບກອງທັບຂອງລາ ຊະອານາຈັກ ໂດຍກອງພັນທີ 1 ຕັ້ງຢູ່ເມືອງຊຽງເງິນ ແຂວງຫລວງ ພະບາງ ແລະ ກອງພັນທີ 2 ຕັ້ງຢູ່ ທົ່ງໄຫຫີນແຂວງຊຽງຂວາງ. ກອງ ກຳລັງທັງສອງກອງພັນ ແມ່ນກຳ ລັງທີ່ຈົ່ງຮັກພັກດີຕໍ່ພັກ ແລະ ປະຊາ ຊົນ ມີມູນເຊື້ອຮັກຊາດທີ່ສູງສົ່ງມີ ນ້ຳໃຈປະຕິວັດ ສຸດກົກສຸດປາຍ ມີ ລະບຽບວິໄນ ທີ່ເຄັ່ງຄັດເຂັ້ມງວດ ເປັນກຳລັງທີ່ເຄີຍສ້າງຜົນງານອັນ ດີເດັ່ນ ໃນການຕໍ່ສູ້ອັນພິລະອາດ ຫານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາຜູ້ຮຸກ. ນັບແຕ່ມື້ທີ່ກອງພັນທີ 2 ໄດ້ເຄື່ອນ ທັບເຂົ້າມາຕັ້ງຢູ່ໃຈກາງທົ່ງໄຫຫີນ ຈັກກະພັດອາເມລິກາແລະພວກຫຸ່ນ ວຽງຈັນທີ່ເປັນລູກມື ກໍໄດ້ດຳເນີນ ກົນອຸບາຍ ເພື່ອຫວັງທັບມ້າງ ແລະ ດັບມອດກຳລັງຂອງ ກອງພັນທີ 2 ຊຶ່ງໃນເບື້ອງຕົ້ນ ພວກເຂົາໄດ້ນຳໃຊ້ ເລ່ລ່ຽມກົນອຸບາຍ ດ້ວຍວິທີໂຄສະ ນາຊວນເຊື່ອຕົວະຍົວະ ຊື້ຈ້າງຈອບ ອອຍດ້ວຍເງິນຄຳ ນາງສາວ ແລະ ແບບດຳລົງຊີວິດທີ່ຟຸມເຟືອຍ ຍົວະ ເຍົ້າໃຫ້ກອງພັນທີ 2 ຍອມມອບອາ ວຸດ ແລະ ຮັບເອົາການປະດັບຊັ້ນ ເພື່ອຫວັງກືນເອົາກຳລັງຂອງກອງ ພັນທີ 2 ເຂົ້າເປັນກຳລັງຂອງກອງ ທັບລາຊະອານາຈັກ. ແຕ່ຄະນະພັກ ແລະ ຄະນະບັນຊາຂອງກອງພັນທີ 2 ກໍໄດ້ເດັດດ່ຽວນຳພາ ແລະ ອ້າຍ ນ້ອງພະນັກງານນັກຮົບດ້ວຍຄວາມ ທຸນທ່ຽງໝັ້ນໜຽວ ສາມາດຮັກສາ ແລະ ສະແດງໃຫ້ເຫັນໄດ້ ທາດແທ້ ຂອງນັກຮົບປະຕິວັດ ຕໍ່ມາພວກເຂົາ ໄດ້ຫັນມານຳໃຊ້ວິທີການນາບຂູ່ ການບີບບັງຄັບໂດຍທາງອ້ອມ ເປັນຕົ້ນ ການຈຳກັດເຂົ້າປາອາ ຫານ ເຄື່ອງໃຊ້ສອຍ ແລະ ອື່ນໆ ການກະ¬ທຳຂອງພວກເຂົາ ເຖິງ ວ່າໄດ້ສ້າງຄວາມຫຍຸ້ງຍາກຫລາຍ ປະການ ໂດຍສະເພາະແມ່ນດ້ານຊີ ວິດການເປັນຢູ່ຂອງພະນັກງານ ນັກຮົບ ແລະ ຄອບຄົວ ແຕ່ພວກເຂົາ ກໍບໍ່ສາມາດເອົາຊະນະມານະຈິດປະ ຕິວັດຂອງນັກຮົບປະຕິວັດໄດ້ ກົງ ກັນຂ້າມ ທົ່ວກອງພັນຍິ່ງມີຈິດໃຈ ບຸກບືນນ້ຳໃຈຄຽດແຄ້ນສັດຕູ ນັບມື້ ນັບສູງ. ຄະນະພັກຄະນະບັນຊາ ໄດ້ອອກ ແຮງປຸກລະດົມຂະບວນການ ເພີ່ມ ພູນຜະລິດຜົນປະຢັດມັດທະຍັດ ບັນດາກົມກອງໄດ້ເປັນເຈົ້າການ ເຮັດວຽກງານໂຄສະນາ ຂົນຂວາຍ ເປີດກ້ວາງການພົວພັນລະຫວ່າງ ທະຫານ ກັບປະຊາຊົນຢູ່ໃນເຂດ ອ້ອມແອ້ມທີ່ຕັ້ງຂອງກອງພັນ ສະ ນັ້ນພຽງແຕ່ໄລຍະສັ້ນໆ ພະນັກ ງານນັກຮົບກອງພັນທີ 2 ກໍໄດ້ຮັບ ຄວາມເຊື່ອຖືຮັກແພງແລະ ເຊື່ອໝັ້ນ ຈາກປະຊາຊົນຢ່າງກ້ວາງຂວາງ ຈາກນັ້ນ ປະຊາຊົນທີ່ຢູ່ບໍລິເວນນັ້ນ ກໍໄດ້ໃຫ້ຄວາມຊ່ວຍເຫລືອ ເບິ່ງ ແຍງຊີວິດການເປັນຢູ່ຂອງພະນັກ ງານນັກຮົບກອງພັນທີ 2 ຄືກັບລູກ ຫລານຄີງຂອງຕົນເອງ. ເມື່ອເຮັດ ແນວໃດນັກຮົບປະຕິວັດກອງ ພັນທີ 2 ກໍບໍ່ຍອມຈຳນົນ ກົງກັນຂ້າມ ຊ້ຳ ພັດມີຄວາມທຸນທ່ຽງ ບໍ່ຢ້ານກົວຕໍ່ ການກະທຳ ແລະ ສະຖານະການ ໃດໆ ພວກເຂົາກໍໄດ້ບືນເລິກເຂົ້າ ໂດຍໃຊ້ກຳລັງທະຫານລາຊະອະ ນາຈັກ ຈຳນວນ 3 ກອງພັນ ໂດຍມີ ກອງກຳລັງປືນໃຫຍ່ ລົດຫຸ້ມເກາະ ແລະ ເຮືອບິນ ທຳການປິດລ້ອມ ກອງພັນທີ 2 ໃຊ້ຖ້ອຍຄຳນາບຂູ່ ເພື່ອບັງຄັບໃຫ້ກອງພັນທີ 2 ມອບ ຕົວ. ຢືນຢູ່ຕໍ່ໜ້າສະພາບການທີ່ ເຄັ່ງຕຶງແລະສ່ຽງເປັນສ່ຽງຕາຍດັ່ງ ກ່າວ ຄະນະພັກ ຄະນະບັນຊາກອງ ພັນ ໄດ້ເປີດກອງປະຊຸມປຶກສາຫາລື ກັນຢ່າງເຄັ່ງຮ້ອນລະອຽດຮອບ ຄອບຖີ່ຖ້ວນບົນພື້ນຖານຄວາມເປັນ ເອກະພາບ ມີຄວາມຕັດສິນໃຈທີ່ ໝັ້ນແກ່ນ ຂອງພະນັກງານນັກຮົບ ທົ່ວກອງພັນ ແລະ ດ້ວຍການອູ້ມຊູ ຊ່ວຍເຫລືອ ຂອງປະຊາຊົນເຂດ ຊຽງຂວາງ ກອງພັນທີ 2 ໄດ້ສ້າງ ວິລະກຳ ດ້ວຍການຕັດສິນໃຈບັນ ຊາກອງທະຫານ ຜ່ານວົງລ້ອມ ອັນແໜ້ນໜາຂອງສັດຕູ ອອກໄປ ສູ່ເຂດທີ່ໝັ້ນປະຕິວັດ ໃນວັນທີ 18 ພຶດສະພາ (5) 1959 ດ້ວຍຄວາມ ພິລະອາດຫານ ແລະ ມີໄຊ.ໄຊຊະ ນະຂອງກອງພັນທີ 2 ໃນການຜ່າ ວົງລ້ອມຂອງສັດຕູ ບໍ່ພຽງແຕ່ເປັນ ການທັບມ້າງເ ລ່ລ່ຽມ ກົນອຸບາຍ ແລະ ການກະທຳຝືນປະຕິວັດ ຂອງ ພວກຈັກກະພັດອາເມລິກາ ແລະ ພວກຫຸ່ນວຽງຈັນ ທີ່ເປັນຕີນມືເທົ່າ ນັ້ນ ແຕ່ມັນຍັງເປັນການປຸກລະດົມ ແລະ ເປີດສາກໃຫ້ແກ່ການຫັນທິດຕໍ່ ສູ້ປະຕິວັດ ໃຫ້ກ້າວໄປສູ່ໄລຍະ ແລະ ຄຸນນະພາບໃໝ່ ພ້ອມດຽວກັນນີ້ ກໍ ໄດ້ເປັນການປະກອບສ່ວນຂຽນ ປະຫວັດສາດແຫ່ງການຕໍ່ສູ້ທີ່ຮຸ່ງ ເຮືອງເຫລືອງເຫລື້ອມ ຂອງປະຊາ ຊົນລາວໃນໄລຍະຕໍ່ມາ. 7v[7q ;8q ;c[[ .odko lh k']kpIa [9kddko]h P'la f * ມະຕິວ່າດ້ວຍການສ້າງເສດຖະ ກິດ ເອກະລາດ ເປັນເຈົ້າຕົນເອງໃນໄລ ຍະໃໝ່ ແມ່ນແນວທາງປ່ຽນແປງຂອງ ພັກເຮົາ ທັງແມ່ນມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ແລະ ບັນດາ ມະຕິຂອງຄະນະບໍລິຫານ ງານສູນກາງພັກໃນໄລຍະຜ່ານມາ. ດັ່ງ ນັ້ນ, ພວກເຮົາຕ້ອງເອົາໃຈໃສ່ຈັດຕັ້ງ ຜັນຂະຫຍາຍທິດທາງ ແລະ ສືບຕໍ່ສ້າງ ເສດຖະກິດຕະຫລາດຕາມທິດສັງຄົມນິ ຍົມ, ພັດທະນາເສດຖະກິດ ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມທີ່ໄດ້ກຳນົດອອກ ໃນມະຕິຂອງຄະນະບໍລິຫານງານສູນ ກາງພັກ ສະບັບເລກທີ 05/ຄບສພ, ລົງ ວັນທີ 5 ກັນຍາ 2023 ຢ່າງຕັ້ງໜ້າ. ພັກປະຊາຊົນປະຕິວັດລາວ ຢືນຢັນ ມາແຕ່ຕົ້ນແລ້ວວ່າ ດໍາເນີນການປະຕິ ວັດຊາດ-ປະຊາທິປະໄຕ ເພື່ອຕໍ່ສູ້ຍາດ ເອົາເອກະລາດແຫ່ງຊາດ, ອິດສະຫລະ ພາບ, ສິດປະຊາທິປະໄຕ ແລະ ຄວາມ ເປັນເຈົ້າຂອງປະເທດຊາດ ອັນແທ້ຈິງ ມາສູ່ກຳມືຂອງປະຊາຊົນລາວ ບັນດາ ເຜົ່າ ທັງຢຶດໝັ້ນການເຊີດຊູຄວາມ ເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງແລະສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ໃຫ້ມີຄວາມໜັກແໜ້ນເປັນ ແນວທາງພັດທະນາອັນເປັນພື້ນຖານ ຂອງພັກເຮົາ (ນັບທັງການພັດທະນາ ເສດຖະກິດ). ໃນໄລຍະສິບກວ່າປີຜ່ານ ມາ, ພັກເຮົາໄດ້ວາງແນວທາງການພັດ ທະນາທີ່ຢືນຢູ່ບົນພື້ນຖານການຂຸດ ຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງ ແຮງສັງລວມ ເພື່ອສ້າງບາດກ້າວບຸກ ທະລຸໃນການພັດທະນາ, ຮັບປະກັນໃຫ້ ການເຕີບໂຕ ຂອງເສດຖະກິດ ດ້ວຍຈັງ ຫວະທີ່ໝັ້ນທ່ຽງແລະຕໍ່ເນື່ອງ, ສ້າງໃຫ້ ມີຖານການຜະລິດ ແລະ ການບໍລິການ ທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນ ການພັດທະນາແບບຍືນຍົງ ແລະ ເປັນ ເຈົ້າຕົນເອງ. ຜ່ານພຶດຕິກຳຕົວຈິງ ໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານເສດ ຖະກິດແຫ່ງຊາດ ໄປຕາມທິດດັ່ງ ກ່າວ, ເຫັນວ່າຄວາມເປັນເຈົ້າຕົນເອງດ້ານ ເສດຖະກິດ ເມື່ອທຽບກັບເງື່ອນໄຂ, ຈຸດ ພິເສດ, ຄວາມສາມາດ ແລະ ທ່າແຮງ ບົ່ມຊ້ອນທີ່ມີຢູ່ຂອງປະເທດເຮົາ ແມ່ນ ບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກ ແໜ້ນເທື່ອ, ຍັງເພິ່ງພາ, ເອື້ອຍອີງໃສ່ ການກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສ ການຂຸດຄົ້ນຊັບພະຍາກອນທໍາມະຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ. ຂາດ ການປຸງແຕ່ງແລະບໍ່ຖືກທິດຍືນຍົງ, ປະ ເທດເຮົາ ຍັງປະເຊີນໜ້າກັບການຂາດ ດຸນໃນຫລາຍດ້ານເຊັ່ນ: ດ້ານການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ, ນອກນັ້ນ ສັງຄົມເຮົາ ຍັງ ນັບມື້ນັບກາຍເປັນສັງຄົມບໍລິໂພກ, ຄົນ ໃນຊາດມີຄ່ານິຍົມຊົມໃຊ້ສິນຄ້າຈາກ ຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ... ເຮັດໃຫ້ຄວາມສາມາດຮັບມືກັບບັນຫາ ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະ ທ້ອນຈາກສະພາບແວດລ້ອມພາຍ ນອກຍັງຈໍາກັດຫລາຍດ້ານ, ກໍ່ໃຫ້ເກີດ ມີຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ, ເງິນຕາ ທີ່ສະສົມຢ່າງຕໍ່ ເນື່ອງມາຮອດປັດຈຸບັນເຊັ່ນ: ບັນຫາໜີ້ ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນ ຕາຕ່າງປະເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບ ຖີບຕົວສູງຂຶ້ນ ກະທົບ ຕໍ່ການພັດທະນາກໍຄືສ້າງຄວາມຫຍຸ້ງ ຍາກ, ຝຶດເຄືອງຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫລວດ ແລະ ອື່ນໆ. ສາເຫດ ຫລື ປັດໄຈຕົ້ນຕໍທີ່ເຮັດໃຫ້ ເກີດມີສະພາບດັ່ງກ່າວ ແມ່ນຍ້ອນການ ຄຸ້ມຄອງມະຫາພາກ ຂອງລັດ ຍັງບໍ່ທັນ ເຂັ້ມງວດ, ເຂັ້ມແຂງ, ຍັງມີການລະເມີດ ວິໄນແຜນການ-ການເງິນ ທີ່ຮ້າຍແຮງ, ປະສິດ ທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ຍັງບໍ່ທັນສູງ, ຂາດຈຸດສຸມໃນການພັດ ທະນາ, ການສ້າງຖານການຜະລິດແລະ ການບໍລິການທີ່ເປັນຕົວຂັບເຄື່ອນເສດ ຖະກິດຍັງຊັກຊ້າ, ບໍ່ທ່ວງທັນກັບກາລະ ໂອກາດທີ່ມີ ແລະ ສະພາບແວດລ້ອມ ທີ່ເອື້ອອໍານວຍໄດ້ຢ່າງເປັນເຈົ້າການ. ຢ່າງໃດກໍດີ ບົນສະພາບຄວາມເປັນ ຈິງດັ່ງກ່າວນັ້ນ, ພວກເຮົາມີຄວາມຈໍາ ເປັນຢ່າງພາວະວິໄສ ເພື່ອຢືນຢັນຄືນ ຄວາມຖືກຕ້ອງຂອງແນວທາງ, ແຜນ ນະໂຍບາຍທີ່ໄດ້ວາງອອກ, ພ້ອມກັນ ນັ້ນກໍກວດກາ, ຕີລາຄາ ແລະ ປັບປຸງ ບາງນະໂຍບາຍ, ຍົກລະດັບຄວາມສາ ມາດດ້ານການບໍລິຫານຈັດການ, ພັດ ທະນາເສດຖະກິດ ຕາມທິດສ້າງເສດ ຖະກິດເອກະລາດ ເປັນເຈົ້າຕົນເອງ ໃນ ໄລຍະໃໝ່ ເຊິ່ງຈະເປັນເງື່ອນໄຂພື້ນ ຖານຮັບປະກັນການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທັງໃນໄລຍະສັ້ນ ແລະ ໄລຍະຍາວກໍຄື ການພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມຢູ່ປະເທດເຮົາ ໃຫ້ ນັບມື້ນັບເປັນຮູບປະທຳຍິ່ງຂຶ້ນ. ໂດຍ: ຢ່າຕົ່ງ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ gxa og9Q kdko9a f8A ',t8y ;j kfh ;p dkolh k'glf4tdy f gvdt]kf gxa og9Q k8q ogv'.ow]pt.\j * ກິດຈະກຳສົ່ງເສີມໃຫ້ປະຊົນ ລ້ຽງສັດເປັນສິນຄ້າ ເປັນອີກໂຄງການ ໜຶ່ງທີ່ກອງທຶນຫລຸດຜ່ອນຄວາມ ທຸກຍາກ (ທລຍ) ເອົາໃຈໃສ່ໃນ ການຈັດຕັ້ງປະຕິບັດເນື່ອງຈາກວ່າ ກິດຈະກຳດັ່ງກ່າວ ເປັນທ່າແຮງຂອງ ຫລາຍທ້ອງຖິ່ນຍ້ອນມີສະພາບພື້ນ ທີ່ເອື້ອຍອຳນວຍຊຶ່ງຜ່ານການຈັດ ຕັ້ງປະຕິບັດ ກໍເຫັນວ່າຫລາຍຄອບ ຄົວເຮັດໄດ້ດີ ແລະ ມີຊີວິດການເປັນ ຢູ່ຍ້ອນການລ້ຽງສັດ ເໝືອນດັ່ງ ຄອບຄົວນາງ ນິດ ທີ່ອາໃສຢູ່ບ້ານ ພຽງດ້າງ, ຂຶ້ນກັບກຸ່ມບຸນຖິ່ນ, ເມືອງຄໍາ ແຂວງຊຽງຂວາງ ຊຶ່ງ ບ້ານດັ່ງກ່າວ ຫ່າງຈາກຕົວເມືອງ 84 ກິໂລແມັດ ແລະ ເປັນບ້ານເປົ້າ ໝາຍຊຸດທີ່ 1 ຂອງໂຄງການ ທລຍ 3 ໄລຍະເພີ່ມທຶນ. ຄອບຄົວນາງ ນິດ ມີສະມາຊິກ ທັງໝົດ 4 ຄົນ (ຍິງ 2 ຄົນ). ນາງ ນິດ ແລະ ຜົວຂອງລາວ ໄດ້ມີໂອ ກາດເຂົ້າຮ່ວມຮັບຟັງການແນະນໍາ ກຽວກັບໂຄງການ ທລຍ ໂດຍສະ ເພາະການສ້າງຕັ້ງກຸ່ມຊ່ວຍເຫລືອ ກັນ (ກຊກ) ແລະ ເຮັດໃຫ້ ນາງ ນິດ ແລະ ຜົວ ເຂົ້າໃຈເຖິງຈຸດປະສົງ ຂອງໂຄງການ ທລຍ ທີ່ຈະສະໜັບ ສະໜູນຊ່ວຍຄອບຄົວທຸກຍາກ ພາຍໃນບ້ານ ໃຫ້ຫລຸດພົ້ນຈາກ ຄວາມທຸກຍາກ. ຫລັງຈາກນັ້ນ ນາງ ນິດ ແລະ ຄອບຄົວ ໄດ້ຕົກລົງ ກັນເຂົ້າເປັນສະມາຊິກກຊກ. ນັບແຕ່ ຕົ້ນປີ 2021 ເປັນຕົ້ນມາ, ນາງ ນິດ ໄດ້ເຂົ້າຮ່ວມກອງປະຊຸມ ກຊກ ແລະ ຝາກເງິນກັບກອງທຶນ ກຊກ ຢ່າງ ເປັນປົກກະຕິ ຊຶ່ງມາຮອດປັດຈຸບັນ ນາງ ນິດ ໄດ້ຝາກເງິນກັບກອງທຶນ ກຊກ ທັງໝົດ 355.000 ກີບ. ນອກ ຈາກນັ້ນ ນາງ ນິດ ແລະ ຜົວ ຍັງໄດ້ ເຂົ້າຮ່ວມຝຶກອົບຮົມເຕັກນິກການ ປູກ-ການລ້ຽງ ທີ່ຈັັດໂດຍໂຄງການ ທລຍ ໂດຍສົມທົບກັບຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ. ຫລັງ ຈາກນັ້ນ ຄອບຄົວ ນາງ ນິດ ໄດ້ກູ້ ຢືມເງິນຈາກກອງທຶນກຊກຈໍານວນ 5.000.000 ກີບ ເພື່ອລົງທຶນຊື້ ໝູນ້ອຍ ຈໍານວນ 10 ໂຕ ມາລ້ຽງ (ລາຄາໝູນ້ອຍ ໂຕລະ 500.000- 600.000 ກີບ) ເປັນ ໄລຍະ 15- 30 ມື້ ເພື່ອໃຫ້ນໍ້າ ໜັກເພີ່ມຂຶ້ນ ແລ້ວ ຂາຍອອກ ປະມານ 850.000 ກີບ ຕໍ່ໂຕ. ໃນ 1 ປີ ຄອບຄົວ ນາງ ນິດ ໄດ້ຊື້ ໝູນ້ອຍເຂົ້າມາລ້ຽງ ແລ້ວຂາຍ ອອກ 9 ຄັ້ງ ໂດຍໄດ້ກໍາໄລທັງໝົດ 20.250.000 ກີບ ຕໍ່ປີ. ນອກຈາກ ນີ້, ຄອບຄົວນາງນິດຍັງໄດ້ລ້ຽງໄກ່ ໂດຍສາມາດສ້າງລາຍຮັບເຂົ້າສູ່ຄ ອບຄົວໄດ້ 10.000.000 ກີບ ຕໍ່ປີ, ລວມລາຍຮັບຈາກການລ້ຽງໝູ ແລະ ໄກ່ ແມ່ນ 30.250.0000 ກີບ/ປີ. ການສ້າງລາຍຮັບຈາກ ການລ້ຽງໝູແລະ ໄກ່ຂອງຄອບຄົວ ນາງ ນິດ ໄດ້ກາຍເປັນແບບຢ່າງໃຫ້ ຄອບຄົວອື່ນແລະສາມາດເປັນບ່ອນ ຮຽນຮູ້ພາຍໃນບ້ານພຽງດ້າງ ແລະ ບ້ານໃກ້ຄຽງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==