5870

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/05/2024 xtgmf]k; ເປີດບໍລິການລະບົບ.... ຄອບຄົວການນຳ... ບັນຫາໄຟຟ້າ... ປະເທດອາຊຽນ ຫາລື... ໄລຍະ 4 ເດືອນຕົ້ນປີ... ປ່າໄມ້ ແລະ ທີ່ດິນປ່າໄມ້... ຮອງນາຍົກລັດຖະມົນຕີ... ພ້ອມດ້ວຍຄະນະ ໃນໂອກາດເດີນ ທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ການ ຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ ແທນ ຈາກນະຄອນຄຸນໝິງ ໃນຄັ້ງ ນີ້. ພ້ອມທັງຕີລາຄາສູງຕໍ່ຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕະກຳ ລາວ-ຈີນ, ຈີນ-ລາວລະຫວ່າງສອງ ພັກ, ສອງລັດ ແລະ ສອງປະຊາຊົນ ສອງຊາດ ລາວ-ຈີນ. ພ້ອມກັນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ກໍ ໄດ້ສະແດງຄວາມຊົມເຊີຍມາຍັງນະ ຄອນຄຸນໝິງ ກໍຄື ແຂວງຢຸນນານ ເນື່ອງໃນໂອກາດໄດ້ຮັບມອບໝາຍ ຈາກສູນກາງ ໃນການຊຸກຍູ້, ເສີມຂະ ຫຍາຍການພົວພັນແລະຮ່ວມມືຮ່ວມ ກັບ ສປປ ລາວ ກໍຄື ການຈັດຕັ້ງປະ ຕິບັດບັນດາໂຄງການຮ່ວມມືແບບ ຢ່າງທີ່ການນຳສູງສຸດ ຂອງສອງປະ ເທດຕົກລົງເຫັນດີເປັນເອກະພາບ ກັນໃຫ້ເປັນຮູບປະທຳ. ທັງສອງຝ່າຍຍັງໄດ້ປຶກສາຫາ ລືກ່ຽວກັບການຊຸກຍູ້ການຮ່ວມມື ດ້ານເສດຖະກິດຕາມແລວທາງ ລົດໄຟ ລາວ-ຈີນ ໂດຍສະເພາະການ ສ້າງເງື່ອນໄຂອຳນວຍຄວາມສະ ດວກໃຫ້ແກ່ການຂົນສົ່ງສິນຄ້າຂອງ ສປປ ລາວ ສູ່ ສປ ຈີນ ໃຫ້ນັບມື້ນັບ ຫລາຍຂຶ້ນ. ພ້ອມນັ້ນ, ທ່ານຮອງ ນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ຖືເອົາໂອກາດໃນການ ເປີດປີທ່ອງທ່ຽວລາວ 2024 ເຊື້ອ ເຊີນບັນດານັກທ່ອງທ່ຽວຈາກ ສປ ຈີນ ກໍຄື ນະຄອນຄຸນໝິງ ມາທ່ອງ ທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ. ໃນໂອກາດດຽວກັນ, ທ່ານຫລິວ ຫົງຈ້ຽນ ໄດ້ຕາງໜ້າໃຫ້ຄະນະສະ ແດງຄວາມຂອບອົກຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຍິນດີຈະສືບຕໍ່ຊຸກ ຍູ້ເພີ່ມທະວີການຮ່ວມມືລະຫວ່າງ ນະຄອນຄຸນໝິງແລະບັນດາອຳນາດ ການປົກຄອງທ້ອງຖິ່ນຂອງ ສປປ ລາວ ໃນຂະແໜງການທີ່ທັງສອງ ຝ່າຍເຫັນວ່າມີທ່າແຮງຮ່ວມກັນ. ຂ່າວ-ພາບ: ກຕທ ບົດ ເຊິ່ງບໍ່ພຽງແຕ່ນໍາໃຊ້ໄມ້ເພື່ອປຸກ ສ້າງເຮືອນຊານເທົ່ານັ້ນ ແຕ່ຍັງອາ ໄສປ່າໄມ້ ແລະ ທີ່ດິນປ່າໄມ້ເປັນ ແຫລ່ງທໍາມາຫາກິນ, ຢາປົວພະຍາດ ແລະ ເຄື່ອງປ່າຂອງດົງເພື່ອສ້າງ ລາຍຮັບໃຫ້ຄອບຄົວອີກດ້ວຍ. ຕະຫລອດໄລຍະຜ່ານມາພັກ, ລັດຖະບານ ໄດ້ວາງນະໂຍບາຍຈະ ແຈ້ງກ່ຽວກັບວຽກງານປ່າໄມ້ ແລະ ທີ່ດິນປ່າໄມ້ ແລະ ມະຕິກອງປະຊຸມ ສະພາແຫ່ງຊາດ ວ່າດ້ວຍແຜນແມ່ ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ໄດ້ວາງຄາດໝາຍສູ້ຊົນເພີ່ມຄວາມ ປົກຫຸ້ມປ່າໄມ້ ໃຫ້ໄດ້ 70% ຂອງ ເນື້ອທີ່ທົ່ວປະເທດ ແລະ ຮັກສາເນື້ອ ທີ່ດິນປ່າໄມ້ ໃຫ້ໄດ້ 70% ຫລື ປະ ມານ16,5ລ້ານເຮັກຕາຂອງເນື້ອທີ່ ທົ່ວປະເທດ. ໃນນັ້ນ, ຄຸ້ມຄອງ ແລະ ປົກປັກຮັກສາເນື້ອທີ່ດິນປ່າປ້ອງກັນ ໃຫ້ໄດ້ 8,2 ລ້ານເຮັກຕາ (35%), ປ່າສະຫງວນ ໃຫ້ໄດ້ 4,7 ລ້ານເຮັກ ຕາ (20%) ແລະ ປ່າຜະລິດ ໃຫ້ໄດ້ 3,1 ລ້ານເຮັກຕາ (13%) ແລະ ທີ່ ດິນເພື່ອປູກໄມ້ 0,5 ລ້ານເຮັກຕາ (2%). ຈີນ ໃຫ້ແກ່ລັດຖະບານ ສປປ ລາວ ໃນວັນທີ 13 ພຶດສະພາ 2024 ທີ່ ນະຄອນຫລວງວຽງຈັນ ໂດຍການ ເປັນປະທານຮ່ວມເປີດພິທີຂອງ ທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຫວາງສ້າງ ອຸປະ ທູດຊົ່ວຄາວສະຖານເອກອັກຄະລັດ ຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕາງໜ້າອົງການຈັດຕັ້ງ, ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວິທູນ ສິດທິມໍລະດາ ຫົວ ໜ້າກົມສົ່ງເສີມການຄ້າ ແລະ ຫັດ ຖະກຳ ໄດ້ໃຫ້ຮູ້ກ່ຽວກັບຈຸດປະສົງ ການກໍ່ສ້າງລະບົບການຄ້າເອເລັກ ໂຕຣນິກ ສຳລັບຜະລິດຕະພັນກະສິ ກຳລາວ ວ່າ: ກົມສົ່ງເສີມການຄ້າ ຊ່ວຍເຫລືອໃຫ້ແຂວງໄຊສົມບູນ ເພື່ອ ໄປມອບຕໍ່ໃຫ້ປະຊາຊົນຜູ້ທຸກຍາກ ເຊິ່ງປະກອບມີ ເຄື່ອນນຸ່ງຫົ່ມ, ເຄື່ອງ ໃຊ້ຂອງນ້ອງນັກຮຽນຈໍານວນໜຶ່ງ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ພີເອສແອວ ຈຳກັດ ແລະ ບໍລິສັດ ອີຊູຊູລາວ ວີເອສເອ ຈຳກັດ ເພື່ອປະກອບສ່ວນຊ່ວຍເຫລືອຄອບ ຄົວປະຊາຊົນພາຍໃນແຂວງໄຊສົມ ບູນ ທີ່ຍັງມີຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ, ຢູ່ເຂດຫ່າງໄກ ສອກຫລີກ. ເຖິງເຄື່ອງທີ່ໄດ້ນຳມາ ມອບໃຫ້ໃນຄັ້ງນີ້, ອາດຈະບໍ່ພຽງ ພໍກັບຄວາມຕ້ອງການ ແຕ່ກໍຂໍເປັ ນສ່ວນໜຶ່ງໃນການປະກອບສ່ວນ ນອກຈາກນີ້,ພັກ,ລັດຖະບານຍັງ ໄດ້ສົ່ງເສີມການຄ້າຂາຍໄມ້ ແລະ ຜະລິດຕະພັນໄມ້ ໃຫ້ຖືກຕ້ອງຕາມ ກົດໝາຍ ໂດຍການຫັນມານຳໃຊ້ ໄມ້ປູກໃຫ້ຫລາຍຂຶ້ນ; ສົ່ງເສີມການ ທ່ອງທ່ຽວແບບອະນຸລັກທຳມະຊາດ ໃນເຂດເນື້ອທີ່ດິນປ່າໄມ້ ເພື່ອເພີ່ມ ການມີສ່ວນຮ່ວມ ແລະ ການສ້າງ ວຽກເຮັດງານທຳ ໃຫ້ທ້ອງຖິ່ນ ຫລາຍຂຶ້ນ; ສົ່ງເສີມໃຫ້ປະຊາຊົນຜູ້ ທີ່ຕິດພັນກັບປ່າໄມ້ຢູ່ກັບປ່າມີສ່ວນ ຮ່ວມ ແລະ ປະກອບສ່ວນເຂົ້າໃນ ການຄຸ້ມຄອງ, ປົກປັກຮັກສາ, ພັດ ທະນາ, ນຳໃຊ້ ແລະ ກວດກາລາດ ຕະເວນປ່າໄມ້ ແລະ ທີ່ດິນປ່າໄມ້ ໃຫ້ມີຄວາມຍືນຍົງ ເພື່ອເປັນແຫລ່ງ ທຳມາຫາກິນ ແລະ ເປັນແຫລ່ງ ລາຍຮັບ. ໃນໂອກາດວັນປູກຕົ້ນໄມ້ແຫ່ງ ຊາດ ວັນທີ 1 ມິຖຸນາ 2024 ຈະມາ ເຖິງນີ້, ຂໍເຊີນຊວນປວງຊົນທັງ ຊາດ ປະກອບສ່ວນຕາມເງື່ອນໄຂ, ຄວາມສາມາດໃນການປູກໄມ້, ຟື້ນຟູ ປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກ ປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະ ຍາດແຫ່ງຊາດ ໃຫ້ນັບມື້ມີຄວາມ ອຸດົມສົມບູນ, ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການວັດຖຸດິບ ດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ແບບຍືນນານໂດຍບໍ່ມີວັນບົກແຫ້ງ, ການປູກຕົ້ນໄມ້ ແມ່ນສາມາດປູກ ໄດ້ແຕ່ດຽວນີ້ເປັນຕົ້ນໄປຈົນຮອດ ທ້າຍຂອງລະດູຝົນ, ບ່ອນໃດທີ່ມີ ເງື່ອນໄຂເຊັ່ນ: ເນື້ອທີ່ ແລະ ແຫລ່ງ ນໍ້າກໍສາມາດ ປູກໄດ້ຕະຫລອດເມື່ອ ປູກແລ້ວ ຕ້ອງໄດ້ບົວລະບັດຮັກສາ ໃຫ້ຕົນໄມ້ໄດ້ເຕີບໃຫຍ່ ໃນອະນາຄົດ ແລະ ກາຍເປັນມໍລະດົກຕົກທອດ ເຖິງຮຸ່ນລູກຮຸ່ນຫລານຕໍ່ໆໄປ. ຂ່າວ: ກິດຕາ ແລະ ຫັດຖະກຳ, ກະຊວງອຸດສາຫະ ກໍາ ແລະ ການຄ້າ ໃນນາມຜູ້ຈັດຕັ້ງ ປະຕິບັດໂຄງການຊ່ວຍເຫລືອກໍ່ ສ້າງລະບົບການຄ້າຜ່ານທາງເອ ເລັກໂຕຣນິກ ຫລື E-commerce ສໍາລັບຜະລິດຕະພັນກະສິກໍາລາວ ເຊິ່ງເປັນໜຶ່ງໃນໂຄງການທີ່ສຳຄັນ ທີ່ໄດ້ຮັບການຊ່ວຍເຫລືອຫລ້າຈາກ ລັດຖະບານແລະ ປະຊາຊົນສປຈີນ. ພາຍຫລັງໄດ້ເຊັນສັນຍາວ່າດ້ວຍ ການຊ່ວຍເຫລືອກໍ່ສ້າງໂຄງການ ໃນວັນທີ19 ພະຈິກ2020,ກະຊວງ ອຸດສາຫະກຳ ແລະ ການຄ້າ ໄດ້ແຕ່ງ ຕັ້ງຄະນະກໍາມະການປະເມີນວຽກ ງານການບໍລິການ E-commerce ແລະ ບຳລຸງຮັກສາ, ສະບັບເລກທີ 0172/ອຄ,ຈພງ, ລົງວັນທີ 4 ມີນາ 2021 ໂດຍໄດ້ເຮັດວຽກຄັດເລືອກ ເອົາບໍລິສັດທີ່ປຶກສາ EST Consultingຈໍາກັດ ແລະ ບໍລິສັດດຳເນີນ ງານ ອາໂລ ເຕັກໂນໂລຊີ (ALO Technology) ຈໍາກັດ ທີ່ເປັນບໍລິ ສັດພັດທະນາລະບົບໄອຊີທີ ເຂົ້າ ຮ່ວມໃນຂະບວນການກໍ່ສ້າງລະບົບ ຮ່ວມກັບບໍລິສັດຈາກ ສປ ຈີນ ທີ່ໄດ້ ຮັບມອບໝາຍ. ກົມສົ່ງເສີມການຄ້າ ແລະ ຫັດ ຖະກໍາ ສືບຕໍ່ຮ່ວມມືກັບບໍລິສັດດໍາ ເນີນງານ ອາໂລ ເຕັກໂນໂລຊີ ເປັນ ຜູ້ດຳເນີນການບໍລິຫານ ແລະ ໃຫ້ບໍລິ ການເວັບໄຊທີ່ສ້າງຂື້ນ, ສ່ວນທາງ ບໍລິສັດ ອ່ານຫຸ່ຍອີ້ຊ່າງເຕັກໂນໂລຊີ ດີຈິຕອນ ແມ່ນປະກອບຊ່ຽວຊານປະ ຈຳການຕິດຕາມບຳລຸງຮັກສາລະ ບົບຊ່ວຍຈົນສິ້ນສຸດໂຄງການ. ນອກນີ້, ການກໍ່ສ້າງລະບົບການ ຄ້າເອເລັກໂຕຣນິກ ສຳລັບສິນຄ້າກະ ສິກຳລາວກໍຄືການສ້າງແພລັດຟອມ ທີ່ເປັນແຫລ່ງຂໍ້ມູນສິນຄ້າກະສິ ກຳລາວ ເປັນເວັບໄຊທີ່ຮັບໃຊ້ສາທາ ລະນະແລ້ວ, ຍັງເປັນການລິເລີ່ມສ້າງ ພື້ນຖານໂຄງລ່າງດ້ານເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ສານໃນ ຂົງເຂດການຄ້າ ແລະ ບໍລິການ, ສ້າງຈຸດບໍລິການ E-commerce ໃນທົ່ວປະເທດ, ຝຶກອົບຮົມໃຫ້ພະນັກ ງານລັດ, ຜູ້ຜະລິດ ແລະ ຫົວໜ່ວຍ ທຸລະກິດທີ່ກ່ຽວຂ້ອງ, ສະໜັບສະໜູນ ດ້ານເຕັກນິກການບໍລິຫານລະບົບ E-commerce, ສ້າງຕັ້ງຮູບແບບ ການພັດທະນາໃຫ້ E-commerce ເຂົ້າເຖິງເຂດຊົນນະບົດ ເພື່ອສາມາດ ເຊື່ອມໂຍງດ້ານຂໍ້ມູນໃຫ້ເກີດໝາກ ຜົນບັນລຸໄດ້ການຊື້-ຂາຍອອນລາຍ ລະຫວ່າງຜູ້ຜະລິດ ແລະ ຜູ້ບໍລິໂພກ, ຊຸກຍູ້ການຜະລິດກະສິນກຳຂອງ ລາວ ໃຫ້ເປັນຜະລິດຕະພັນສົ່ງອອກ ໄປຕ່າງປະເທດຂະຫຍາຍຕົວກວ້າງ ຂວາງຂຶ້ນ ໂດຍຜ່ານ ແພລັດຟອມ ຢູ່ເທິງເວັບໄຊ ທີ່ມີຊື່ວ່າ www.laoproduct.com.la ທີ່ເປັນແພລັດ ຟອມພາຍໃນ ແລະ www.laoproduct.com.cn ທີ່ເປັນແພລັດ ຟອມຂ້າມແດນ. ພ້ອມນີ້, ໄດ້ສຳເລັດການຕິດຕັ້ງ ປ້າຍຈຸດໜ່ວຍບໍລິການທັງໝົດ 20 ຈຸດ ລວມທັງຢູ່ໃນນະຄອນຫລວງ ວຽງຈັນແຂວງຈຳປາສັກ,ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ຫລວງພະ ບາງ, ອັດຕະປື, ຫລວງນໍ້າທາ ແລະ ແຂວງໄຊຍະບູລີ. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ຊຸກຍູ້ແກ້ໄຂຄວາມຫຍຸ້ງຍາກຊ່ວຍ ການນໍາແຂວງໄຊສົມບູນ. ໂອກາດນີ້, ທ່ານ ສຸກສະຫວາດ ວົງພູມເຫລັກ ຮອງເຈົ້າແຂວງໄຊ ສົມບູນ ໄດ້ຕາງໜ້າໃຫ້ຄະນະນໍາ ຂອງແຂວງ ສະແດງຄວາມຂອບ ໃຈມີຄວາມຮູ້ສຶກພາກພູມໃຈທີ່ໄດ້ ຕ້ອນຮັບຄອບຄົວການນໍາຂັ້ນສູນ ກາງພ້ອມດ້ວຍຄະນະທີ່ໄດ້ເດີນທາງ ມາເຄື່ອນໄຫວຢ້ຽມຢາມ ແລະ ມອບ ເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຜູ້ ທີ່ມີຄວາມຫຍຸ້ງຍາກດ້ານເສດຖະ ກິດ, ເຄື່ອງໃຊ້ຂອງນ້ອງນັກຮຽນ ຢູ່ແຂວງໄຊສົມບູນ ເຊິ່ງສະແດງໃຫ້ ເຫັນເຖິງຄວາມເປັນຫ່ວງເປັນໄຍ ຕໍ່ອົງຄະນະພັກ, ອົງການປົກຄອງ ແຂວງ ແລະ ປະຊາຊົນບັນດາເຜົ່າ ແຂວງໄຊສົມບູນ. ພ້ອມທັງໃຫ້ຄຳ ໝັ້ນສັນຍາວ່າ ຈະສົມທົບຂະແໜງ ການກ່ຽວຂ້ອງຂອງແຂວງ, ບັນດາ ເມືອງຄົ້ນຄວ້າຄັດເລືອກຄອບຄົວ ປະຊາຊົນ, ໂຮງຮຽນເປົ້າໝາຍ ເພື່ອ ສືບຕໍ່ນໍາເອົາເຄື່ອງດັ່ງກ່າວໄປແຈກ ຢາຍໃຫ້ທົ່ວເຖິງຜູ້ມີຄວາມຈຳເປັນ, ມີຄວາມຫຍຸ້ງຍາກແທ້, ພ້ອມທັງ ແນະນໍາການຊົມໃຊ້ປົກປັກຮັກສາ ໃຫ້ເກີດປະໂຫຍດ ແລະ ນໍາໃຊ້ໃຫ້ ຍາວນານທີ່ສຸດ. ຈາກນັ້ນ, ຄອບຄົວການນໍາຂັ້ນ ສູງກາງ, ສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດ ພ້ອມຄະນະຍັງໄດ້ ນຳເອົາເຄື່ອງໄປມອບໃຫ້ພໍ່ແມ່ປະ ຊາຊົນບ້ານທົ່ງຮັກ, ບ້ານນໍ້າຍອນ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ມອບເຄື່ອງໃຫ້ໂຮງຮຽນເຫລົ່າ ຮົບພະລາທິການກອງທັບ ຕື່ມອີກ. ຂ່າວ: ບິກໄຊ ສົມພູ ແລະ ກິລາ ແຫ່ງ ສປປ ລາວ, ທ່ານ ໂຣເຈີ ຢັບ ຈາວ ຜູ້ຊ່ວຍຜູ້ອໍານວຍ ການ, ຫົວໜ້າພະແນກການສຶກສາ, ຊາວໜຸ່ມ ແລະ ກິລາ, ກອງເລຂາອາ ຊຽນ, ມີບັນດາຫົວໜ້າຄະນະຜູ້ແທນ ປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ, ຜູ້ຕາງໜ້າຄູ່ຮ່ວມ ພັດທະນາແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ນາງ ສີພາພອນ ມະນີວົງ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ເປັນກອງປະຊຸມລະດັບວິຊາການ ຂອງອາຊຽນ ເພື່ອກະກຽມກອງ ປະຊຸມລັດຖະມົນຕີສຶກສາອາຊຽນ ກ່ຽວກັບວຽກງານການດູແລ ແລະ ສຶກສາກ່ອນໄວຮຽນ, ພ້ອມນີ້ຍັງ ເປັນເວທີ ທີ່ຈະຊ່ວຍໃຫ້ພວກເຮົາປັບ ປຸງ ແລະ ຮຽນຮູ້ຈາກປະສົບການ ຂອງກັນ ແລະ ກັນກ່ຽວກັບການ ດູແລ ແລະ ການສຶກສາເດັກກ່ອນໄວ ຮຽນ ເພື່ອເຮັດວຽກງານການພັດ ທະນາທີ່ດີກວ່າຂອງເດັກນ້ອຍເຊັ່ນ ດຽວກັນກັບການບັນລຸແຜນພັດທະ ນາເສດຖະກິດ-ສັງຄົມ (SDG 4.2)ໃນປີ2030. ພ້ອມນີ້, ກອງປະ ຊຸມຍັງໄດ້ຜັນຂະຫຍາຍຖະແຫລງ ການຂອງສາກົນກ່ຽວກັບການດູແລ ແລະສຶກສາກ່ອນໄວຮຽນທີ່ປະກາດ ໃນປີ 2022 ແລະ ສືບຕໍ່ຜັນຂະ ຫຍາຍຖະແຫລງການຂອງລັດຖະ ມົນຕີອາຊຽນ ກ່ຽວກັບການດູແລ ແລະ ສຶກສາກ່ອນໄວຮຽນຢູ່ໃນອາ ຊຽນ ທີ່ໄດ້ປະຊຸມກັນໃນປີ 2023 ຜ່ານມາ. ກອງປະຊຸມຄັ້ງນີ້, ຍັງເປັນການ ເຕົ້າໂຮມເອົາບັນດາວິຊາການ, ຜູ້ ຊ່ຽວຊານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກກ່ຽວ ກັບການສຶກສາກ່ອນໄວຮຽນ ໂດຍ ສະເພາະແມ່ນລະດັບຜູ້ອໍານວຍການ ໂຮງຮຽນລ້ຽງເດັກອະນຸບານ, ບັນ ດາພາກສ່ວນກ່ຽວຂ້ອງ, ຄູ່ຮ່ວມພັດ ທະນາ ໂດຍສະເພາະແມ່ນບັນດາອົງ ການທີ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອເບິ່ງແຍງໂຄງການເດັກກ່ອນ ໄວຮຽນ. ຫົວຂໍ້ທີ່ມາປຶກສາຫາຫລື ແລະ ແລກປ່ຽນໃນຄັ້ງນີ້ ປະກອບມີ: ເສີມ ຂະຫຍາຍການຫັນປ່ຽນຈາກການ ສຶກສາກ່ອນໄວຮຽນໄປສູ່ຊັ້ນປະຖົມ ຊະນະຕ່າງໆຢູ່ພາຍໃນບ້ານເຮືອນ ແລະ ນອກເຮືອນໃຫ້ດີ; ປ່ຽນພາຊະ ນະທີ່ມີນໍ້າອັ່ງຂັງໂດຍສະເພາະຖັງ, ຖາດຮອງຕີນຕູ້ ແລະ ອື່ນໆ; ປ່ອຍ ປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງສະພາບແວດລ້ອມ, ສະຖານ ທີ່ຢູ່ອາໄສຂອງຕົນໃຫ້ສະອາດງາມ ຕາຢູ່ສະເໝີ ແລະ ປະຕິບັດເປັນປະ ຈຳທຸກໆອາທິດ. ພ້ອມນັ້ນ, ອົງການ ຈັດຕັ້ງເມືອງ ແລະ ບ້ານຕ້ອງເປັນ ເຈົ້າການປຸກລະດົມໂຄສະນາໃຫ້ປະ ຊາຊົນມີຄວາມເຂົ້າໃຈ, ຮັບຮູ້ວິທີ ປ້ອງກັນຕົນເອງຕໍ່ພະຍາດດັ່ງກ່າວ ໂດຍຜ່ານທາງໂທລະໂຄ່ງ ແລະ ອື່ນໆ. ຢ່າງໃດກໍຕາມ, ຖ້າທ່ານຫລືຄົນ ໃນຄອບຄົວຮູ້ສຶກບໍ່ສະບາຍຫລືມີອາ ການຄ້າຍຄື ເປັນພະຍາດໄຂ້ຍຸງລາຍ ບໍ່ຄວນຊື້ຢາມາກິນເອງ, ຄວນໄປ ພົບແພດໝໍໂດຍດ່ວນ ເປັນຕົ້ນໂຮງ ໝໍເມືອງ, ແຂວງ, ສູນກາງ, ສຸກສາ ລາໃກ້ບ້ານທ່ານ ຫລື ສະຖານທີ່ໃຫ້ ບໍລິການຕ່າງໆ ເພື່ອຈະໄດ້ກວດໃຫ້ຮູ້ ອາການພະຍາດ ພ້ອມກິນຢາຕາມ ແພດສັ່ງ ແລະ ປິ່ນປົວໃຫ້ທັນເວລາ. ຂ່າວ: ທະນູທອງ ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ສຶກສາ; ຄູສອນ/ຜູ້ດູແລເດັກ ແລະ ພໍ່ແມ່ຜູ້ປົກຄອງ; ການເງິນຂອງການ ດູແລ ແລະ ການສຶກສາເດັກກ່ອນ ໄວຮຽນ; ການດູແລ ແລະ ການສຶກ ສາເດັກກ່ອນໄວຮຽນ ແລະ ການ ປ່ຽນແປງຂອງດິນຟ້າ. ຂ່າວ-ພາບ: ສົມຫວັງ ຈຶ່ງເກີດມີສະພາບໄຟຟ້າບໍ່ພຽງພໍ ບາງເຂດນັ້ນ, ເກີດຈາກການການ ນຳໃຊ້ພະລັງງານໄຟຟ້າບັນທຸກ ໂຫລດໝໍ້ແປງເກີນ ບໍ່ສາມາດຈ່າຍ ໄຟໄດ້ພຽງພໍ ເນື່ອງຈາກອາກາດ ຮ້ອນອົບເອົ້າ, ການຊົມໃຊ້ໄຟຟ້າ ເພີ່ມຂຶ້ນຢ່າງກ້າວກະໂດດ, ທາງໄຟ ຟ້າລາວບໍ່ສາມາດແກ້ໄຂປັບປຸງໄດ້ ຢ່າງທັນການ ເຊິ່ງເປັນເຫດພາວະວິ ໄສທີ່ບໍ່ສາມາດຫລີກລ່ຽງໄດ້ ເມື່ອ ມີການຊົມໃຊ້ໄຟຫລາຍກໍເຮັດໃຫ້ອຸ ປະກອນພາກສາຍສົ່ງ ແລະ ພາກ ຈຳໜ່າຍເກີດຄວາມເສຍຫາຍ ແລະ ເກີດອຸບັດເຫດໄຟຟ້າ ເຊັ່ນ: ໝໍ້ແປງ ໄໝ້ ຫລື ເປເພ່ ສາຍໄຟເປື່ອຍເກີດ ຊ໋ອດລັດວົງຈອນ ແລະ ອື່ນໆ ເນື່ອງ ຈາກບັນທຸກໂຫລດການຊົມໃຊ້ເກີນ ຂອບເຂດຄວາມສາມາດຮັບໄດ້ ຂອງອຸປະກອນພາກຈຳໜ່າຍ. ອີງ ຕາມການສະເໜີຂອງລູກຄ້າພາຍ ໃນນະຄອນຫລວງວຽງຈັນ ເຫັນວ່າ ການສະໜອງໄຟບໍ່ພຽງພໍມີທັງໜົດ 110 ຈຸດ ສະເພາະເຂດຮັບຜິດຊອບ ຂອງໄຟຟ້າລາວ ສາຂານະຄອນ ຫລວງ 2 ມີ 68 ຈຸດ. ທ່ານ ເພັດສະໝອນ ວັນທາ ຍັງກ່າວອີກວ່າ: ຢ່າງໃດກໍຕາມ, ຂໍ ຝາກເຕືອນມາຍັງພໍ່ແມ່ປະຊາຊົນກໍ ຄືຜູ້ຊົມໃຊ້ໄຟຟ້າ ຈົ່ງມີສະຕິໃນການ ຊົມໃຊ້ໄຟຟ້າ, ໃຫ້ໝັ່ນກວດກາ ແລະ ປ່ຽນຖ່າຍເຄື່ອງໃຊ້ໄຟຟ້າ, ສາຍໄຟ ທີ່ເກົ່າແກ່ ຫລື ໃຊ້ມາດົນແລ້ວອອກ ພ້ອມຊົມໃຊ້ພະລັງງານໄຟຟ້າແຕ່ສະ ເພາະສິ່ງທີ່ຈຳເປັນ ເພື່ອເປັນການ ຊ່ວຍກັນຫລຸດຜ່ອນການໂຫລດພະ ລັງງານໄຟຟ້າ. ພ້ອມນີ້, ຖ້າຫາກ ຜູ້ຊົມໃຊ້ໄຟຟ້າຫາກພົບເຫັນອຸບັດ ເຫດດ້ານໄຟຟ້າ ສາມາດແຈ້ງສາຍ ດ່ວນໄຟຟ້າລາວ ໝາຍເລກ 1199 ຕະຫລອດ 24 ຊົ່ວໂມງ ຫລື ສູນ ບໍລິການໄຟຟ້າໃກ້ບ້ານ ເພື່ອຄວາມ ປອດໄພທາງດ້ານຊີວິດ ແລະ ຊັບ ສິນຂອງທ່ານ. ສໍາລັບລັດວິສາຫະກິດໄຟຟ້າ ລາວ ສາຂານະຄອນຫລວງ 2 ຮັບ ຜິດຊອບ5ເມືອງນອກຂອງນະຄອນ ຫລວງວຽງຈັນ ຄື: ເມືອງໄຊທານີ, ຫາດຊາຍຟອງ, ນາຊາຍທອງ, ສັງ ທອງ ແລະ ເມືອງປາກງື່ມ, ມີຈຳ ນວນບ້ານທີ່ຄຸ້ມຄອງທັງໝົດ 322 ບ້ານ, ມີລະບົບຈຳໜ່າຍທັງໝົດ 10 ສະຖານີ ຄື: ສະຖານີທ່າສະຫວ່າງ, ສະຖານີວຽງແກ້ວ, ສະຖານີໂຄກສະ ອາດ, ສະຖານີດົງໂພສີ, ສະຖານີ ທ່ານາແລ້ງ, ສະຖານີນາໄຫ, ສະຖາ ນີວີຕ້າປາກ, ສະຖານີນາຊາຍທອງ, ສະຖານີເພຍລາດ ແລະ ສະຖານີ ນາບົງ. ຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ ຂ່າວ: ສົມຫວັງ

RkJQdWJsaXNoZXIy MTc3MTYxMQ==