xtgmf]k; 6 10/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ [= ]y dko0q olqj 'rkp.o]k; 0tspkp8q ;;j v'w; ]k; 8y fva ofa [ 53 0v'3]d gxa oxtgmf7;owx1h P,1k, xu 2024 ໂດຍ: ເກີດຂວັນໃຈ ມາລີຈັນສີ *ສປປລາວໄດ້ຮັບການຍົກຍ້ອງ ແລະ ໄດ້ຮັບການຄັດເລືອກໃຫ້ເປັນ ປະເທດທີ່ດີສຸດໃນໂລກຄວນໄປຢ້ຽມ ຢາມ ແລະ ສໍາຜັດສໍາລັບປີ 2024. ອີງຕາມວາລະສານ ແລະ ເວັບ ໄຊຊີອີໂອສາກົນ (CEOworld) ໄດ້ເຜີຍແຜ່ຂໍ້ມູນສະຖິຕິ ໃນວັນທີ 15 ເມສາ 2024 ຜ່ານມານີ້ ໂດຍ ຕັ້ງຄໍາຖາມ ແລ ອະທິບາຍວ່າ: ມີ ທ່ານໃດບໍມັກຄວາມຄິດຂອງການ ສຳຫລວດສະຖານທີ່ໃໝ່ໆ ແລະ ພົບ ກັບຄົນໃໝ່? ພວກເຮົາໝັ້ນໃຈວ່າ * ສປປ ລາວ ແມ່ນຫນຶ່ງໃນບັນ ດາ 10 ປະເທດສະມາຊິກອາຊຽນ ທີ່ມີທຸລະກິດຂົນສົ່ງສິນຄ້າທັງພາຍ ໃນ ແລະ ຕ່າງປະເທດຂະຫຍາຍຕົວ ເພີ່ມຂຶ້ນຢ່າງວ່ອງໄວ ພາຍຫລັງ ສປປ ລາວ ແລະ ສປ ຈີນ ເປີດໃຫ້ ບໍລິການເສັ້ນທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2021 ເຊິ່ງເຮັດໃຫ້ ລະບົບຂົນສົ່ງທາງບົກເຊື່ອມຈອດ ກັນຢ່າງເປັນລະບົບ. ທຸກຄົນທີ່ເຮັດ, ການເລືອກປາຍທາງ ຂອງເຂົາເຈົ້າອາດຂຶ້ນກັບຄວາມມັກ ຂອງໃຜມັນເຊັ່ນວ່າ: ຫາດຊາຍ, ພູ ຜາປ່າດົງ, ປະຫວັດສາດ, ວັດທະນະ ທໍາ, ການຊື້ເຄື່ອງ ແລະ ອື່ນໆທີ່ແຕກ ຕ່າງກັນ ເຊິ່ງຂໍ້ມູນທັງໝົດເຫລົ່ານັ້ນ ເພື່ອຊ່ວຍທ່ານຕັດສິນໃຈເລືອກຈະ ໄປສໍາຜັດກ່ຽວກັບສະຖານທີ່ພັກຜ່ອນ ຕໍ່ໄປຂອງທ່ານ ສະນັ້ນ ວາລະສານ ຊີອີໂອສາກົນ (CEOWORLD) ຈິ່ງໄດ້ລວບລວມບັນຊີລາຍຊື່ຂອງ ປະເທດທີ່ດີສຸດຈະໄປຢ້ຽມຢາມຄັ້ງ ໜຶ່ງໃນຊີວິດຂອງທ່ານ. ບັນຊີລາຍຊື່ດັ່ງກ່າວມານັ້ນປະ ກອບມີຫລາຍສະຖານທີ່ທ່ອງທ່ຽວ ແລະການຈັດອັນດັບແມ່ນອີງໃສ່ຄໍາ ຄິດເຫັນຂອງຜູ້ອ່ານຫລາຍກວ່າ 295.000 ຄົນ ເພື່ອເຮັດໃຫ້ຄົນມີ ສ່ວນຮ່ວມໃນການສໍາຫລວດຂໍ້ມູນ ອອກມາໄດ້ຮັບຜົນດີສຸດ. ສະເພາະ ສປປ ລາວ ແມ່ນໜຶ່ງ ໃນບັນດາ 10 ປະເທດສະມາຊິກ ອາຊຽນ, ກັບປະຊາກອນມີພຽງ 7 ລ້ານກວ່າຄົນ ເຊິ່ງປະເທດບໍ່ມີຊາຍ ແດນດ້ານໃດຕິດຈອດກັບທະເລ ແຕ່ ເຕັມໄປດ້ວຍສິ່ງມະຫັດສະຈັນ ແລະ ໜ້າຄົ້ນຫາທີ່ຕື່ນເຕັ້ນສໍາລັບການ ທ່ອງທ່ຽວດ້ານທໍາມະຊາດ, ປະຫວັດ ສາດ, ວັດທະນະທໍາ ແລະ ວິຖີຊີວິດ ຂອງຄົນລາວ ຍັງຕິດພັນກັບທໍາມະ ຊາດ ນອກຈາກນັ້ນຍັງມີແຫລ່ງ ມໍລະດົກໂລກທີ່ຄວນໄປສໍາຜັດດ້ວຍ ຕາເຊັ່ນ: ມໍລະດົກໂລກຫລວງພະ ບາງ, ຜາສາດຫີນວັດພູຈໍາປາສັກ, ທົ່ງໄຫຫີນຊຽງຂວາງ. ພ້ອມດຽວກັນນັ້ນບັນຫາພື້ນຖານ ໂຄງລ່າງເສັ້ນທາງລົດໄຟ, ເຮືອນ ພັກ, ໂຮງແຮມ ແລະ ອື່ນໆທີ່ມີມາດ ຕະຖານສາມາດເອື້ອອໍານວຍຄວາມ ສະດວກສະບາຍ, ມີຄວາມປອດໄພ ແລະ ສະຫງົບດີໃຫ້ນັກທ່ອງທ່ຽວ ສາມາດເດີນທາງໄປມາໄດ້ໂດຍປັດ ສະຈາກຄວາມກັງວົນ; ແລະ ສິ່ງສໍາ ຄັນໜຶ່ງປະຊາຊົນລາວບັນດາເຜົ່າ ແຕ່ເໜືອຮອດໃຕ້ ມີນິໃສຍິ້ມແຍ້ມ ແຈມໃສ ແລະ ເປັນມິດຕໍ່ແຂກຄົນ. ດ້ວຍຫລາຍປັດໃຈຕ່າງໆກ່ຽວ ພັນກັນນັ້ນເຮັດໃຫ້ວາລະສານຊີອີ ໂອສາກົນໄດ້ຈັດອັນດັບ ແລະ ຄັດ ເລືອກເອົາປະເທດທີ່ທ່າແຮງບົ່ມ ຊ້ອນໃຫ້ເປັນປະເທດທີ່ດີສຸດໃນ ໂລກຄວນໄປຢ້ຽມຢາມແລະສໍາຜັດ ສໍາລັບປີ 2024 ເຊິ່ງ ສປປ ລາວ ແມ່ນຕິດໃນອັນດັບທີ 5 ໃນອາຊຽນ ໂດຍຮອງຈາກ ໄທ, ອິນໂດເນເຊຍ, ຟິລິບປິນ, ຫວຽດນາມ ແລະ ເປັນ ອັນດັບທີ 53 ໃນໂລກ. ດັ່ງຮູ້ນໍາກັນ, ຫລາຍຊຸມປີຜ່ານ ມານີ້ ມີບໍລິສັດຂົນສົ່ງຂອງຕ່າງ ປະເທດໄດ້ນໍາເອົາລົດບັນທຸກສິນ ຄ້າ ແລະ ຜູ້ໂດຍສານ(ແທັກຊີ) ມາ ແລ່ນ ໃນລາວເພີ່ມຂຶ້ນແບບກ້າວ ກະໂດດ ໂດຍສ່ວນໃຫຍ່ຂົນສົ່ງສິນ ຈາກລາວໄປຕ່າງປະເທດ,ຈາກອາ ຊຽນເຂົ້າໄປຈີນ ແລະ ຈາກຈີນໄປ ອາຊຽນ. ອີງຕາມການລາຍງານຂອງ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າ ກົມຂົນສົ່ງກະຊວງໂຍທາທິການ ແລະຂົນສົ່ງ(ຍທຂ)ກ່າວວ່າ:ການ ຈັດຕັ້ງປະຕິບັດການຄຸ້ມຄອງການ ຂົນສົ່ງທາງບົກລະຫວ່າງປະເທດຕໍ່ ກອງປະຊຸມ ຍທຂ ທົ່ວປະເທດ ປະ ຈຳປີ2023 ເມື່ອບໍ່ດົນມານີ້ວ່າ: ສຳ ລັບວິສາຫະກິດຂົນສົ່ງໂດຍສານ ທີ່ເຂົ້າຮ່ວມການແລ່ນລົດລະຫວ່າງ ປະເທດມີ49 ຫົວໜ່ວຍ,ມີພາຫະ ນະການຂົນສົ່ງໂດຍສານທັງໝົດ 320 ຄັນ,ມີວິສາຫະກິດຂົນສົ່ງສິນ ຄ້າທີ່ດຳເນີນການຂົນສົ່ງລະຫວ່າງ ປະເທດມີ80 ຫົວໜ່ວຍ, ມີພາຫະນະ ການຂົນສົ່ງສິນຄ້າ ທັງໝົດ 1.827 ຄັນ, ແຕ່ລະປີບໍລິມາດຂົນສົ່ງໂດຍ ສານເພີ່ມຂຶ້ນສະເລ່ຍ 9% ແລະ ບໍລິ ມາດຈໍລະຈອນສິນຄ້າ 9%. ສ່ວນ ທ່າບົກຫ້ວຍຊາຍ ແຂວງບໍ່ແກ້ວ, ຫລວງພະບາງ ແລະ ອຸດົມໄຊ ກຳ ລັງສຶກສາແລະຍັງໄດ້ຄົ້ນຄວ້າການ ສຶກສາຄວາມເປັນໄປໄດ້ການສ້າງ ລະບົບຄ່ຽນຖ່າຍສິນຄ້າຢູ່ດ່ານສາ ກົນນາເພົ້າແຂວງຄໍາມ່ວນ. ຢ່າງໃດ ກໍຕາມ, ໃນການຄຸ້ມຄອງວຽກງານ ຂົນສົ່ງລະຫວ່າງປະເທດ ກໍຍັງມີ ຂໍ້ຫຍຸ້ງຍາກຫລາຍປະການທີ່ຕ້ອງ ໄດ້ຮັບການປັບປຸງແກ້ໄຂໃນຕໍ່ໜ້າ. ທ່ານ ບຸນຕາ ອ່ອນນາວົງ ກ່າວ ຕື່ມວ່າ: ລັດຖະບານລາວ ຍາມໃດກໍ ໄດ້ຖືສຳຄັນວຽກງານການຂົນສົ່ງ ທາງບົກລະຫວ່າງປະເທດ ເພື່ອເສີມ ຂະຫຍາຍສ້າງໃຫ້ເປັນຂະແໜງ ການນໍາໜ້າໃນການສ້າງລາຍຮັບ ແຫ່ງຊາດທັງເປັນປັດໄຈໃນການ ຂັບເຄື່ອນການພັດທະນາເສດຖະ ກິດແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງ ຕໍ່ເນື່ອງ. ໃນໄລຍະຜ່ານມາ, ການຈັດຕັ້ງ ປະຕິບັດວຽກງານດັ່ງກ່າວໂດຍສຸມ ໃສ່ 2 ໜ້າທີ່ຕົ້ນຕໍ ເປັນຕົ້ນສ້າງໂຄງ ລ່າງພື້ນຖານເພື່ອອໍານວຍຄວາມ ສະດວກໃຫ້ແກ່ການຂົນສົ່ງພາຍ ໃນ, ການເຊື່ອມຕໍ່ກັບບັນດາປະເທດ ອ້ອມຂ້າງ; ອັນເປັນເງື່ອນໄຂອໍາ ນວຍຄວາມສະດວກໃຫ້ແກ່ການ ຈັດຕັ້ງປະຕິບັດການຂົນສົ່ງໂດຍ ສານ ແລະ ສິນຄ້າຜ່ານແດນທາງ ບົກລະຫວ່າງປະເທດ. ເຖິງແນວໃດກໍດີ ການພັດທະ ນາພື້ນຖານໂຄງລ່າງທີ່ດີມີຄຸນນະ ພາບນັ້ນແມ່ນໜຶ່ງໃນຫລາຍບູລິມະ ສິດສໍາຄັນຂອງພັກ-ລັດຖະບານ ລາວ ເພື່ອສົ່ງເສີມ ແລະ ຍົກລະດັບ ການເຊື່ອມໂຍງເຊື່ອມຈອດກັນກັບ ພາກພື້ນ-ສາກົນ ເຊິ່ງຈະເປັນການ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ, ສ້າງວຽກ ເຮັດງານທໍາ, ເອື້ອອໍານວຍການ ຂົນສົ່ງສິນຄ້າ, ການບໍລິການ ແລະ ການແກ້ໄຂຄວາມທຸກຍາກຂອງ ປະເທດຢ່າງໜັກແໜ້ນ.
RkJQdWJsaXNoZXIy MTc3MTYxMQ==