5867

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 10/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lts]5 [zq odko8y f8k,d;fdk ;Pdra fmtok-q oot[q f c]t cdh w07;k,m5 dpkd ຂປລ. ເມື່ອບໍ່ດົນມານີ້, ກຳມາທິ ການບັນດາເຜົ່າ ສະພາແຫ່ງຊາດ ຮ່ວມກັບກະຊວງກະສິກຳ ແລະ ປ່າ ໄມ້ ຈັດກອງປະຊຸມສະຫລຸບຜົນການ ຕິດຕາມກວດກາຂອງຄະນະປະຈຳ ສະພາແຫ່ງຊາດ ຕໍ່ວຽກງານພັດທະ ນາຊົນນະບົດແລະ ແກ້ໄຂຄວາມທຸກ ຍາກ ປະຈຳປີ 2023 ເພື່ອທົບທວນ ການຈັດຕັ້ງປະຕິບັດ 9 ຄາດໝາຍ ຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ ມະຕິ 82/ສພຊ ແລະ ຜົນຂອງການ ປະເມີນຕາມດຳລັດ 348/ລບ ວ່າ ດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມຕົວຊີ້ ວັດທີ່ໄດ້ກຳນົດ, ພ້ອມທັງຖອດ ຖອນບົດຮຽນກ່ຽວກັບກົນໄກການ ປະສານສົມທົບ ແລະ ພົວພັນປະ ສານງານລະຫວ່າງບັນດາຂະແໜງ ການຂັ້ນສູນກາງ ກໍຄື ທ້ອງຖິ່ນໃນ ການຈັດຕັ້ງປະຕິບັດວຽກງານພັດ ທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ເພື່ອຍົກສູງຄວາມເປັນ ເອກະພາບ ແລະ ຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດມະຕິຂອງ ສະພາແຫ່ງຊາດ ໃນຂົງເຂດວຽກ ງານດັ່ງກ່າວ ໃຫ້ມີປະສິດທິຜົນສູງ ກວ່າເກົ່າ. ທ່ານ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້, ມີ ຄວາມສໍາຄັນຫລາຍໃນລະດັບຍຸດ ທະສາດຂອງການພັດທະນາ ເພື່ອ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ຄັ້ງທີ IX (20212025) ໂດຍສະເພາະວຽກງານພັດ ທະນາຊົນນະບົດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມນີ້, ທ່ານຍັງ ໄດ້ຮຽກຮ້ອງບັນດາຜູ້ເຂົ້າຮ່ວມຍົກ ສູງຄວາມຮັບຜິດຊອບຂອງຕົນ ເພື່ອ ຄົ້ນຄວ້າ ແລະ ແລກປ່ຽນຄຳຄິດຄຳ ເຫັນຢ່າງມີຈຸດສຸມເຂົ້າໃສ່ວຽກງານ ດັ່ງກ່າວຢ່າງຈິງຈັງ. ກອງປະຊຸມໄດ້ຮັບຟັງການສະ ເໜີເນື້ອໃນທີ່ສຳຄັນເປັນຕົ້ນຜົນການ ຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະ ຕິ82/ສພຊ,ລົງວັນທີ30/12/2022 ແລະ ຜົນຂອງການປະເມີນຕາມ ດໍາລັດ 348/ລບ, ລົງວັນທີ 16/11/ 2017 ວ່າດ້ວຍມາດຕະຖານພົ້ນ ທຸກ ແລະ ມາດຕະຖານພັດທະນາ; ຜົນການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2023; ຜົນການ ຕິດຕາມກວດກາຂອງຄະນະປະຈຳ ສະພາແຫ່ງຊາດ ຕໍ່ການຈັດຕັ້ງປະ ຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມມະ ຕິ 82/ສພຊ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາຄິດຄຳເຫັນເພື່ອແລກ ປ່ຽນບົດຮຽນ, ປະສົບການແລະທັດ ສະນະ ເພື່ອເປັນທິດໃນການປັບປຸງ ຂອດການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ໃຫ້ປະສົບຜົນສຳເລັດພົ້ນ ເດັ່ນກວ່າເກົ່າ. ຂ່າວ-ພາບ: ອານຸສອນ ພູມມີທອນ ສພຊ ຂປລ. ໃນວັນທີ 6-8 ພຶດສະພາ 2024 ນີ້, ກົມປະກັນສັງຄົມກົມໃຫຍ່ ການເມືອງກອງທັບນຳໂດຍ ທ່ານ ພັນໂທ ຕຸ້ຍ ວິໄລແພງ ຫົວໜ້າຂະ ແໜງໄອທີ ກົມປະກັນສັງຄົມ ແລະ ທ່ານ ພັນຕີ ນາງ ອານຸລັກ ພົມມະສິງ ຮອງພະແນກທະບຽນກົມປະກັນ ສັງຄົມ ພ້ອມຄະນະລົງເຄື່ອນໄຫວ ເຮັດວຽກຢູ່ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ແລະ ເຮັດບັດປະ ກັນສັງຄົມ, ປະກັນຕົນແລະມອບບັດ ໃຫ້ພະແນກປະກັນສັງຄົມໂຮງຮຽນ ວັດທະນະທໍາຊົນເຜົ່າກອງທັບ ໂດຍ ມີທ່ານ ພັນເອກ ນາງ ຄຳມີ ບົດນາລີ ຄະນະປະຈຳພັກ, ຫົວໜ້າຫ້ອງການ ເມືອງ ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ, ພ້ອມດ້ວຍວິຊາການ ທີ່ກ່ຽວຂ້ອງຈາກພະແນກປະກັນສັງ ຄົມ ເຂົ້າຮ່ວມ. ການລົງເຄື່ອນໄຫວວຽກງານ ຄັ້ງນີ້, ກໍເພື່ອປະຕິບັດຕາມການແຈ້ງ ການ ໂດຍອີງຕາມຂໍ້ກຳນົດຂອງກະ ຊວງປ້ອງກັນປະເທດວ່າດ້ວຍການ ຂຶ້ນທະບຽນ, ອອກບັດແລະຄຸ້ມຄອງ ບັນຊີສະມາຊິກປະກັນສັງຄົມກອງ ທັບ ສະບັບເລກທີ 674ກປທ, ລົງ ວັນທີ 28 ກຸມພາ 2019 ແລະ ອີງ ຕາມການຕົກລົງເຫັນດີຂອງຄະນະ ພັກ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ ໃນຄັ້ງວັນ ທີ 05 ເມສາ 2024. ດັ່ງນັ້ນພະແນກປະກັນສັງ ຄົມໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບກອງທັບ ພ້ອມດ້ວຍ ວິຊາການຈາກກົມປະກັນສົງຄົມກົມ ໃຫຍ່ການເມືອງກອງທັບ ຈຶ່ງໄດ້ຈັດ ຕັ້ງປະຕິບັດຕາມແຈ້ງການ ແລະ ໄດ້ຮັບຜົນສຳເລັດຕາມແຜນການທີ່ ວາງໄວ້ ໂດຍມີຈຳນວນພົນໃນການ ເຮັດບັດປະກັນສັງຄົມ ໃນຄັ້ງນີ້ປະ ກອບມີ: ພະນັກງານ-ນັກຮົບຈຳ ນວນ 56 ບັດ, ຄູ່ສົມລົດ 11 ບັດ, ລູກ ພະນັກງານອາຍຸ 18 ປີ ລົງມາຈຳ ນວນ 16 ບັດ, ນັກຮຽນຊັ້ນ ມ1-ມ6 ຈຳນວນ 400 ບັດ ລວມທັງໝົດ 486 ບັດ. ຂ່າວ: ໂອລິນ ມິ່ງມີໄຊ, ພາບ: ກະປູ ສີສຸທຳ dq ,xtda ola '7q ,dq ,.spj dkog,n v'dv'ma [ gIa f;Pd16 j 3I'IPo;a fmtotme-q ogzj q kdv'ma [ ລົດໄຟ ລາວ-ຈີນ ຕ້ອນຮັບ... ສູນວິທະຍາສາດ ແລະ ... ກອງປະຊຸມພົບປະ... ຈັດໃຫ້ມີຫລາຍກິດຈະກຳສະແດງ ສິລະປະດົນຕີພຶ້ນເມືອງລາວ, ຮ້ອງ ເພງລາວ, ຮ້ອງເພງຈີນ ແລະ ຟ້ອນ ຢູ່ເທິງລົດໄຟຂະບວນລ້ານຊ້າງ ເຊິ່ງໄດ້ສ້າງຄວາມຕື່ນຕາຕື່ນໃຈ ແລະ ສ້າງຄວາມເບີກບານມ່ວນຊື່ນ ໃຫ້ແກ່ນັກທ່ອງທ່ຽວ. ທ່ານ ຄົມ ດວງຈັນທາ ຫົວໜ້າ ກົມໂຄສະນາການທ່ອງທ່ຽວກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການ ຈັດກິດຈະກຳຕ້ອນຮັບນັກທ່ອງ ທ່ຽວ ເມືອງກຸ້ຍຢາງ ທີ່ເດີນທາງມາ ຮອດນະຄອນຫລວງວຽງຈັນ ໃນ ຄັ້ງນີ້ ແມ່ນມີຄວາມສຳຄັນຫລາຍ ເນື່ອງຈາກວ່າຂະບວນດັ່ງກ່າວ, ມີ ຈຳນວນນັກທ່ອງທ່ຽວຫລາຍສົມ ຄວນ, ທັງເປັນໂຄສະນາເຜີຍແຜ່ວັດ ທະນະທຳ, ຮີດຄອງປະເພນີລາວ ແລະ ສົ່ງເສີມການທ່ອງທ່ຽວແນ ໃສ່ເປີດໂອກາດໃຫ້ນັກທ່ອງທ່ຽວ ຈີນ ໄດ້ສຳຜັດກັບວັດທະນະທຳ, ສະຖານທີ່ທ່ອງທ່ຽວທາງປະຫວັດ ຊາດ, ທຳມະຊາດຂອງລາວ ແລະ ສຳພັດກັບບັນດາກິດຈຳກິດຕ່າງໆ ທີ່ກຽມຕ້ອນຮັບນັກທ່ອງ. ໃນປັດ ຈຸບັນ, ສປປລາວມີຫລາຍຊ່ອງທາງ ທີ່ນັກທ່ອງທ່ຽວຈີນ ຈະເດີນທາງ ມາທ່ອງທ່ຽວ ຢູ່ ສປປ ລາວ ແລະ ມີຫລາຍທາງເລືອກເຮັດໃຫ້ການ ເດີນທາງໄປມາສະດວກສະບາຍ ຫລາຍຂຶ້ນກວ່າເກົ່າ ໂດຍສະເພາະ ທາງລົດ, ທາງລົດໄຟ ແລະ ທາງອາ ກາດ, ທັງໄດ້ມີການເປີດບໍລິການ ລັດຖະບານ ໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ອໍານວຍຄວາມສະດວກ ແລະ ປັບປຸງດ້ານຕ່າງໆ ຂອງວຽກ ງານອົງການຈັດຕັ້ງສັງຄົມໃຫ້ແກ່ ພາກລັດ ກໍຄືອົງການຈັດຕັ້ງສັງຄົມ ທັງສູນກາງ ແລະ ທ້ອງຖິ່ນ ຜ່ານ ກອງປະຊຸມປຶກສາຫາລື, ເຜີຍແຜ່- ແນະນໍາ, ຝຶກອົບຮົມ ແລະ ການປະ ຕິບັດກິດຈະກໍາ-ໂຄງການຕ່າງໆລະ ຫວ່າງພາກລັດ ແລະ ອົງການຈັດ ຕັ້ງສັງຄົມ, ການຮ່ວມມືລະຫວ່າງ ພາກລັດກັບອົງການຈັດຕັ້ງສັງຄົມ (ສະມາຄົມ-ມູນນິທິ) ໃນການປະ ຕິບັດກິດຈະກໍາ, ໂຄງການຕ່າງໆ ເພື່ອປະກອບສ່ວນເຂົ້າໃນແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄື ເປົ້າໝາຍການພັດທະນາແບບ ຍືນຍົງຂອງ ສປປ ລາວ ກໍນັບມື້ ຫລາຍຂຶ້ນໃນແຕ່ລະໄລຍະ. ການຈັດ ກອງປະຊຸມຄັ້ງນີ້,ເພື່ອຮັບຟັງການ ສະຫລຸບຜົນງານ ແລະ ຕີລາຄາຜົນ ສໍາເລັດ, ດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງໃນໄລຍະ ປີ 2022, 2023 ແລະ ກໍານົດທິດທາງແຜນການແລະ ການປັບປຸງແກ້ໄຂຕໍ່ໜ້າຂອງວຽກ ງານອົງການຈັດຕັ້ງສັງຄົມທັງ ພາກລັດແລະອົງການຈັດຕັ້ງສັງຄົມ ເຮັດໃຫ້ການເຄື່ອນໄຫວວຽກງານ ຊິເປັນໂກ (KlimShipenko) ເຊິ່ງ ການຖ່າຍທຳຢູ່ໃນວົງໂຄຈອນໄດ້ ແກ່ຍາວເປັນເວລາ 2 ອາທິດ ແລະ ຮູບເງົາດັ່ງກ່າວໄດ້ສາຍຮອບປະ ຖົມມະລຶກໃນວັນທີ12 ເມສາ2023 ກົງກັບວັນນັກບິນອາວະກາດໂລກ ຄົບຮອບ 62 ປີ ຂອງການບິນອາວະ ກາດທີ່ມີມະນຸດບິນຄັ້ງທຳອິດ ໂດຍ ນັກບິນອະວະກາດໂຊວຽດ ຢູຣິກາ ກາຣິນ (Yuri Gagarin) ຮູບເງົາ “The Challenge” ເປັນອີກບາດ ກ້າວໜຶ່ງໃນການສຳຫລວດອະວະ ກາດຂອງມະນຸດ ເຊິ່ງງົບປະມານ ນຳໃຊ້ໃນການສ້າງຫລາຍກວ່າ 1 ຕື້ຣູເບີນ (ສະກຸນເງິນ ຣັດເຊຍ). ໂອກາດນີ້, ທ່ານ ຄຳເພົ້າ ວັນນະ ວົງ ຫົວໜ້າກົມຮູບເງົາກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຂອບ ໃຈມາຍັງສູນວິທະຍາສາດ ແລະ ວັດທະນະທຳ ຣັດເຊຍ ປະຈຳ ສປປ ລາວ ແລະ ສະຖານທູດ ຣັດເຊຍ ປະ ຈຳລາວ ທີ່ໄດ້ນຳຮູບເງົາທີ່ມີຄວາມ ໝາຍຄວາມສຳຄັນມາສາຍໃຫ້ຄົນ ລາວ ແລະ ຄົນຕ່າງປະເທດໄດ້ຊົມ, ທັງເປັນການປະກອບສ່ວນເຂົ້າໃນ ການແລກປ່ຽນການຮ່ວມມືທາງ ດ້ານຮູບເງົາ ອີກດ້ວຍ. ຂ່າວ: ສຸກທະວີ ພາບ: ໜັງສືພິມວຽງຈັນໃໝ່ ອົງການຈັດຕັ້ງສັງຄົມມີປະສິດທິ ພາບ ແລະ ປະສິດທິຜົນຫລາຍຂຶ້ນ. ພ້ອມນີ້, ຍັງໄດ້ສົນທະນາແລກປ່ຽນ ຄໍາຄິດເຫັນ ແລະ ຂໍ້ມູນຂ່າວສານ ການຈັດຕັ້ງປະຕິບັດວຽກງານຕົວ ຈິງ ໃນແຕ່ລະຂະແໜງການລະ ຫວ່າງພາກລັດ ແລະ ອົງການຈັດຕັ້ງ ສັງຄົມ ເພື່ອເປີດໂອກາດໃຫ້ບັນດາ ອົງການຈັດຕັ້ງສັງຄົມລາວໄດ້ວາງ ສະແດງ ແລະ ນໍາສະເໜີຜົນງານ ຂອງຕົນ ທີ່ປະຕິບັດສໍາເລັດໃນໄລ ຍະຜ່ານມາ. ໃນກອງປະຊຸມ, ທ່ານ ສຸລິວັນ ອ່ອນຕາວົງ ຫົວໜ້າກົມພັດທະນາ ການບໍລິຫານລັດ ໄດ້ຜ່ານບົດສະ ຫລຸບສະພາບການຄຸ້ມຄອງ ແລະ ການເຄື່ອນໄຫວວຽກງານອົງການ ຈັດຕັ້ງສັງຄົມລາວ ປະຈໍາປີ 2022- 2023 ແລະ ທິດທາງແຜນການ ເຄື່ອນໄຫວໃນປີ 2024 ໂດຍໄດ້ຍົກ ໃຫ້ເຫັນວ່າ: ວຽກງານອົງການຈັດ ຕັັ້ງສັງຄົມ ແມ່ນວຽກງານໜຶ່ງທີ່ມີ ບົດບາດສໍາຄັນຕິດພັນກັບຫລາຍ ຂົງເຂດວຽກງານແລະເປັນວຽກທີ່ມີ ຄວາມລະອຽດອ່ອນ ເຊິ່ງພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສໍາຄັນ ໃນ ດ້ານການຄຸ້ມຄອງ, ການອໍານວຍ ຄວາມສະດວກໃນການເຄື່ອນໄຫວ ແລະການປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມ ກໍຄື ເປົ້າໝາຍການພັດທະນາແບບຍືນ ຍົງໃນແຕ່ລະໄລຍະ. ນອກນີ້, ທ່ານ ຍັງໄດ້ຍົກໃຫ້ເຫັນເຖິງການສ້າງ ແລະ ປັບປຸງນິຕິກໍາການຄຸ້ມຄອງ ວຽກງານອົງການຈັດຕັ້ງທາງສັງ ຄົມ, ການຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນ ໄຫວວຽກອົງການຈັດຕັ້ງສັງຄົມ ລາວ ພ້ອມທັງຕີລາຄາດ້ານດີ ແລະ ດ້ານອ່ອນໃນການຄຸ້ມຄອງອົງການ ຈັດຕັ້ງສັງຄົມ. ໂອກາດນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການນໍາສະເໜີກ່ຽວກັບການ ສົ່ງເສີມບົດບາດຂອງອົງການຈັດ ຕັ້ງສັງຄົມລາວ ປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດເປົ້າໝາຍ ການພັດທະນາແບບຍືນຍົງຂອງ ສປປ ລາວ ແລະ ປະກອບສ່ວນເຂົົ້າ ໃນຍຸດທະສາດການຂ້າມຜ່ານ ເພື່ອ ຫລຸດພົ້ນອອກຈາກປະເທດດ້ອຍພັດ ທະນາ; ຜົນງານພົ້ນເດັ່ນໃນການປະ ກອບສ່ວນຂອງອົງການຈັດຕັັ້ງສັງ ຄົມ ໃນການປະຕິບັດເປົ້າໝາຍການ ພັດທະນາແບບຍືນຍົງ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ; ເພີ່ມທະວີການກວດສອບ ແຫລ່ງທີ່ມາຂອງທຶນຊ່ວຍເຫລືອ ທຸກຮູບແບບ ເພື່ອຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການ ກໍ່ການຮ້າຍ. ພ້ອມນີ້, ຍັງໄດ້ມີການ ສົນທະນາໃນຫົວຂໍ້ບົດບາດ ຂອງພະ ແນກພາຍໃນແຂວງ ໃນການໂຄສະ ນາເຜີຍແຜ່ນິຕິກໍາຄຸ້ມຄອງສະມາ ຄົມ ແລະ ມູນນິິທິ; ບົດຮຽນທີ່ດີຂອງ ອົງການຈັດຕັ້ງສັງຄົມ: ການເຂົ້າ ເຖິງແຫລ່ງທຶນ, ການບໍລິຫານ-ພັດ ທະນາອົງກອນ ແລະ ການປະສານ ງານ; ການເພີ່ມທະວີບົດບາດຂອງ ຂະແໜງການ ໃນການສົ່ງເສີມບົດ ບາດຂອງອົງການຈັດຕັ້ງສັງຄົມ ແລະ ການພົວພັນປະສານງານ. ພ້ອມກັນນີ້, ໃນກອງປະຊຸມ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະ ມົນຕີກະຊວງພາຍໃນຍັງໄດ້ມອບ ໃບຍ້ອງຍໍຜົນງານດີເດັ່ນໃຫ້ແກ່ ຄະນະກໍາມະການປະສານງານອົງ ການຈັດຕັ້ງສັງຄົມລາວ ໃນການ ປະຕິບັດວຽກງານ ໃນໄລຍະ 2 ປີ (2022-2023) ອີກດ້ວຍ. ຂ່າວ: ສຸກທະວີ ຂປລ. ບໍລິສັດທາງລົດໄຟລາວຈີນ ຈຳກັດ ຮ່ວມກັບກອງສິລະປະ ແຫ່ງຊາດລາວ ກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ຈັດພິທີຕ້ອນຮັບຂະບວນນັກທ່ອງ ທ່ຽວ ຈາກເມືອງກຸ້ຍຢາງ ແຂວງ ກຸ້ຍໂຈ່ວ ສປ ຈີນ ຈຳນວນ 240 ຄົນ ໃນວັນທີ 9 ພຶດສະພາ 2024 ໂດຍ ຖ້ຽວບິນໂດຍກົງ ວຽງຈັນ-ຮົງກົງ ໃນຕົ້ນປີ 2024 ທີ່ຜ່ານມາ ແລະ ໃນຕໍ່ໜ້າອັນໃກ້ໆນີ້ ກໍາລັງກະກຽມ ເປີດໃຫ້ບໍລິການຖ້ຽວບິນ ປາກເຊກວາງໂຈ-ປາກເຊ ແນໃສ່ໂຄສະນາ ດຶງດູດນັກທ່ອງທ່ຽວເດີນທາງໄປ ທ່ຽວບັນດາແຂວງພາກໃຕ້ຂອງ ລາວ. ບໍລິສັດ ທາງລົດໄຟລາວ-ຈີນ ໃນຖານະເປັນໂຄງການສັນຍະລັກ ແຫ່ງສາຍພົວພັນມິດຕະພາບສອງ ຊາດລາວ-ຈີນ ແລະ ໄດ້ໃຫ້ການສະ ໜັບສະໜູນຢ່າງເຂັ້ມແຂງໃນການ ກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ນັບແຕ່ທ້າຍປີ 2023 ເປັນຕົ້ນມາ, ບໍ ລິສັດທາງລົດ ໄຟລາວ-ຈີນ ຈໍາກັດ ໄດ້ຮ່ວມກັບກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈັດ ກອງປະຊຸມກ່ຽວກັບການຊຸກຍູ້ ການພັດທະນາການທ່ອງທ່ຽວຂອງ ລາວ ຕິດພັນກັບທາງລົດໄຟລາວຈີນ ໂດຍຜ່ານການນຳໃຊ້ມາດຕະ ການຕ່າງໆເຊັ່ນ: ເພີ່ມຖ້ຽວລົດໄຟ ແລະ ນຳໃຊ້ລົດໄຟສອງຂະບວນຕໍ່ ໃສ່ກັນ, ອຳນວຍຄວາມສະດວກໃນ ການຈອງປີ້ໃຫ້ກຸ່ມນັກທ່ອງທ່ຽວ, ພັດທະນາ APP ຊື້ປີ້ອອນລາຍ ແລະ ເພີ່ມຊ່ອງທາງການຊຳລະ ທີ່ຫລາກຫລາຍ ເພື່ອອຳນວຍຄວາມ ສະດວກໃຫ້ແກ່ນັກທ່ອງທ່ຽວ, ເພີ່ມ ການບໍລິການສະໜອງອາຫານແລະ ເຄື່ອງດື່ມໃນລົດໄຟ ລວມເຖິງນຳໃຊ້ ມາດຕະການຫລຸດເວລາຜ່ານດ່ານ ໃຫ້ຜູ້ໂດຍສານສາກົນ, ເພີ່ມຈຸດຈອດ ສະຖານີ ແລະ ມາດຕະການອື່ນໆ ເພື່ອພັດທະນາຄຸນນະພາບການບໍລິ ການຂອງລົດໄຟ.ປັດຈຸບັນ,ຈຳນວນ ນັກທ່ອງທ່ຽວ ທີ່ເຂົ້າມາລາວຜ່ານ ທາງລົດໄຟ ລາວ-ຈີນແມ່ນນັບມື້ນັບ ເພີ່ມຂຶ້ນ, ໄດ້ປະກອບສ່ວນສຳຄັນ ເຂົ້າໃນການພັດທະນາການທ່ອງ ທ່ຽວໃນປີທ່ອງທ່ຽວລາວ 2024. ຂ່າວ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==