5867

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 10/05/2024 xtgmf]k; ສືບຕໍ່ກວດກາເນື້ອໃນ... ຄະນະຜູ້ແທນຂັ້ນສູງ... ກະຊວງປ້ອງກັນປະເທດ... ທ່ົ່ວແຂວງຄຳມ່ວນ ເກັບກ່ຽວ... ຮອງປະທານປະເທດ... ຈົດໝາຍສະແດງ... ທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະ ໂຫຍດຮ່ວມກັນຂອງປະຊາຊົນສອງ ຊາດພວກເຮົາ. ຂ້າພະເຈົ້າ ຂໍຖືໂອກາດນີ້ອວຍ ພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນສູງສົ່ງຂອງ ທ່ານ ແລະ ຂໍໃຫ້ປະຊາຊົນອາຟຣິ ກາໃຕ້ ເພື່ອນມິດຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ວັດທະນະຖາວອນ ຍິ່ງໆຂຶ້ນ. ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ກໍໄດ້ສົ່ງຈົດໝາຍ ສະແດງຄວາມຊົມເຊີຍເຖິງທ່ານ ນາງ ນາເລດີ ແພນດໍ ລັດຖະມົນຕີ ການຮ່ວມມື ແລະ ການພົວພັນສາ ກົນ (ລັດຖະມົນຕີຕ່າງປະເທດ) ແຫ່ງສາທາລະນະລັດ ອາຟຣິກາໃຕ້ ໃນໂອກາດວັນຊາດ ແຫ່ງ ສາທາລະ ນະລັດ ອາຟຣິກາໃຕ້ ຄົບຮອບ 30 ປີ ເຊັ່ນດຽວກັນ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ປັດຈຸບັນທົ່ວ ແຂວງຄຳມ່ວນ ສາມາດເກັບກ່ຽວ ນາແຊງໄດ້ 7.996 ເຮັກຕາ ເທົ່າ ກັບ 63,9% ຂອງເນື້ອທີ່ຕົວຈິງໃນ ນີ້, ເນື້ອທີ່ປູກເຂົ້າ ເພື່ອເປັນສະບຽງ ອາຫານເກັບກ່ຽວໄດ້ 2.717 ເຮັກ ຕາເທົ່າກັບ 65% ຂອງເນື້ອທີ່ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນຄ້າເກັບ ກ່ຽວໄດ້ 5.279 ເຮັກຕາ ເທົ່າກັບ 63% ຂອງເນື້ອທີ່. ຂະແໜງປູກຝັງ, ພະແນກກະສິ ກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນລະດູການຜະລິດເຂົ້າ ລະດູແລ້ງ (ນາແຊງ) ປະຈໍາສົກປີ 2023-2024 ທົ່ວແຂວງຄຳມ່ວນ ມີເນື້ອທີ່ແຜນການທໍາການຜະລິດ ທັງໝົດ 13.413 ເຮັກຕາ, ຄາດຄະ ເນຜົນຜະລິດໃຫ້ໄດ້ 73.519 ໂຕນ ໃນນີ້, ເນື້ອທີ່ປູກເຂົ້າ ເພື່ອເປັນສະ ບຽງອາຫານ 4.396 ເຮັກຕາ, ຄາດ ຄະເນຜົນຜະລິດ 23.772 ເຮັກຕາ ແລະ ເນື້ອທີ່ປູກເຂົ້າເພື່ອເປັນສິນ ຄ້າ 9.017 ເຮັກຕາ, ຄາດຄະເນຜົນ ຜະລິດ 49;747 ເຮັກຕາ. ຜ່ານການ ]a f4t,q o8u 4;m 8h voIa [m6 f pu j x5 j o xt9e]k;g0Q k1h P,ve]k ຂປລ. ໃນວັນທີ 9 ພຶດສະພາ 2024 ນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂ່ຳນັບອຳລາ ຂອງທ່ານ ໂຄບະຍະຊິ ເຄນອິຈິ (KOBAYA SHI Kenichi) ເອກອັກຄະຣາຊະ ທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອກາດສຳເລັດການປະຕິບັດໜ້າ ທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ໄດ້ສະແດງຄວາມ ຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍ ພົວພັນຄູ່ຮ່ວມມືຍຸດທະສາດ ລາວ- ຍີ່ປຸ່ນ ແລະ ສະແດງຄວາມຂອບໃຈ ທ່ານທູດທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊຸກຍູ້ປະກອບສ່ວນການ ຮ່ວມມືຂອງສອງປະເທດ ລາວຍີ່ປຸ່ນ ໂດຍສະເພາະ ການຮ່ວມມືໃນ ຂົງເຂດຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ທີ່ໄດ້ຮັບຜົນສໍາ ເລັດຫລາຍດ້ານ ເປັນຕົ້ນ ວຽກງານ ສົ່ງເສີມການອ່ານ, ສ້າງຫໍສະໝຸດ ຊຸມຊົນໃຫ້ແກ່ໂຮງຮຽນຕ່າງໆຂອງ ລາວ, ໄດ້ຊ່ວຍເຫລືອໃນການພັດທະ ນາບຸກຄະລາກອນທ່ອງທ່ຽວ ເພື່ອ ຍົກລະດັບດ້ານທັກສະພະນັກງານ ນຳທ່ຽວ. ນອກຈາກນີ້, ທຸກໆປີລັດ ຖະບານຍີ່ປຸ່ນ ຍັງໄດ້ສະໜັບສະໜູນ ຈັດການແຂ່ງຂັນສ້າງຮູບເງົາສັ້ນ ສຳລັບນັກຮຽນ, ນັກສຶກສາໄວໜຸ່ມ ລາວ ເພື່ອສົ່ງເສີມ ແລະ ເປີດໂອ ກາດໃຫ້ໄວໜຸ່ມລາວ ສະແດງຄວາມ ຮູ້ຄວາມສາມາດໃນການສ້າງຮູບ ເງົາສັ້ນ. ພ້ອມກັນນີ້, ກໍໄດ້ແລກປ່ຽນ ກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ເພື່ອເປັນການປະກອບສ່ວນສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ລາວຍີ່ປຸ່ນ ຄົບຮອບ 10 ປີ ໃນປີ 2025. ພ້ອມນີ້, ທ່ານລັດຖະມົນຕີກະ ຊວງ ຖວທ ຍັງສະແດງຄວາມຫວັງ ວ່າ ສອງປະເທດຂອງພວກເຮົາ ຈະໄດ້ສືບຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດລະ ຫວ່າງ ລາວ-ຍີ່ປຸ່ນ ທີ່ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ. ພ້ອມທັງອວຍພອນ ໃຫ້ທ່ານເອກອັກ ຄະຣາຊະທູດ ເດີນທາງກັບປະເທດ ດ້ວຍຄວາມສະຫວັດດີພາບ ແລະ ສືບຕໍ່ປະຕິບັດສຳເລັດໜ້າທີ່ໃໝ່ທີ່ ຈະຮັບການມອບໝາຍໃນຕໍ່ໜ້າໃຫ້ ໄດ້ຮັບຜົນສຳເລັດເປັນຢ່າງດີ. ພາບ: ອ່າຍຄຳ ໂຣເບີດໂຕ ໂມຣາເລັດສໂອເຮ ດາ ເຊິ່ງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພົ້ນເດັ່ນຢູ່ແຕ່ ລະປະເທດ, ການເຄື່ອນໄຫວຂອງ ແຕ່ລະພັກ, ແລກປ່ຽນທັດສະນະ ກ່ຽວກັບບັນຫາພາກພື້ນແລະສາກົນ ທີ່ສອງຝ່າຍໃຫ້ຄວາມສົນໃຈ. ໃນການພົບປະສອງຝ່າຍ, ສະ ຫາຍ ບຸນທອງ ຈິດມະນີ ໄດ້ສະແດງ ຄວາມດີໃຈທີ່ໄດ້ມີໂອກາດຢ້ຽມ ຢາມ ສ ກູບາ, ຂອບໃຈຢ່າງຈິງໃຈຕໍ່ ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ທີ່ໄດ້ໃຫ້ການຕ້ອນຮັບອັນ ອົບອຸ່ນ, ພ້ອມທັງສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນ ສຳເລັດຂອງກູບາ ຕະຫລອດໄລຍະ 60 ກວ່າປີ ໃນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ, ປົກປັກຮັກສາໝາກຜົນຂອງ ການປະຕິວັດໄວ້ຢ່າງໝັ້ນຄົງ ແລະ ສືບຕໍ່ຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ VIII ຂອງພັກ ໃຫ້ປະ ກົດຜົນເປັນຈິງ, ຊົມເຊີຍວັນສ້າງ ຕັ້ງສາຍພົວພັນການທູດ ລາວ-ກູບາ ຄົບຮອບ 50 ປີ (1974-2024) ເຊິ່ງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ພວກເຮົາຈະໄດ້ຮ່ວມ ກັນສະເຫລີມສະຫລອງວັນສໍາຄັນ ດັ່ງກ່າວ, ພ້ອມທັງຢືນຢັນຈະສືບຕໍ່ ຮ່ວມມືກັບເພື່ອນກູບາ ເພື່ອເສີມຂະ ຫຍາຍສາຍພົວພັນ ແລະ ການຮ່ວມ ມືທີ່ເປັນມູນເຊື້ອອັນດີງາມໃຫ້ນັບ ມື້ເຂົ້າສູ່ລວງເລິກ ແລະ ມີປະສິດທິ ຜົນຍິ່ງຂຶ້ນ. ພ້ອມທັງສະແດງຄວາມ ຂອບ ໃຈຢ່າງຈິງໃຈຕໍ່ການສະໜັບ ສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ຂອງພັກ, ລັດ ແລະ ປະຊາຊົນກູບາ ອ້າຍນ້ອງໃນພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ຂອງ ສປປ ລາວ ໃນປັດຈຸບັນ. ສະຫາຍ ໂຣເບີດໂຕ ໂມຣາເລັດສ ໂອເຮດາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສ ກູບາ ຂອງຄະນະ ເຊິ່ງເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນ ການເພິ່ມພູນຄູນສ້າງ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດກູບາ-ລາວໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນ, ຊົມເຊີຍຕໍ່ບັນດາຜົນ ສຳເລັດທີ່ປະຊາຊົນລາວຍາດມາ ໄດ້ໃນພາລະກິດສ້າງສາພັດທະນາ ປະເທດຊາດ ພາຍໃຕ້ການນໍາພາອັນ ຖືກຕ້ອງ ແລະ ສະຫລາດສ່ອງໃສ ຂອງພັກ ປປ ລາວ, ອັນໄດ້ເຮັດໃຫ້ຊີ ວິດການເປັນຢູ່ຂອງປະຊາຊົນລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນເທື່ອລະ ກ້າວ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ; ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ແລະ ອວຍພອນໃຫ້ພັກ, ລັດ ກໍຄື ປະ ຊາຊົນລາວ ຈົ່ງປະສົບຜົນສໍາເລັດ ອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ, ຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປະກົດຜົນເປັນຈິງ. ໃນໂອກາດດັ່ງກ່າວ, ຄະນະຜູ້ ແທນຂັ້ນສູງພັກ ປປ ລາວ ໄດ້ເຂົ້າ ຢ້ຽມຂໍ່ານັບສະຫາຍ ມີເກນ ດຽດ ກາເນນ ເລຂາທິການທີໜຶ່ງຄະນະບໍ ລິຫານງານສູນກາງພັກ, ປະທານປະ ເທດ ແຫ່ງ ສ ກູບາ ພ້ອມທັງຈັດກອງ ປະຊຸມສຳມະນາທິດສະດີ ແລະ ພຶດ ຕິກຳຕົວຈິງ ລະຫວ່າງ ສອງພັກເປັນ ຄັ້ງທີ 2, ເພື່ອແລກປ່ຽນບົດຮຽນ ທາງດ້ານທິດສະດີ ແລະ ພຶດຕິກຳ ຕົວຈິງເຊິ່ງກັນ ແລະ ກັນ. ພ້ອມນີ້, ສອງຫົວໜ້າຄະນະພົວພັນຕ່າງປະ ເທດສູນກາງພັກ ລາວ-ກູບາ ຍັງໄດ້ ພົບປະ,ເຮັດວຽກຮ່ວມກັນແລະຢ້ຽມ ຢາມພື້ນຖານເສດຖະກິດ, ສະຖານ ທີ່ສໍາຄັນທາງປະຫວັດສາດແລະວັດ ທະນະທໍາ ຈໍານວນໜຶ່ງໃນນະຄອນ ຫລວງລາຮາວານ. ຂ່າວ-ພາບ: ຄຕພ ກອງປະຊຸມໄດ້ສືບຕໍ່ຄົ້ນຄວ້າປະ ກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍວ່າດ້ວຍການສົ່ງເສີມການລົງ ທຶນ (ສະບັບປັບປຸງ) ເຊິ່ງຄະນະຮັບ ຜິດຊອບປັບປຸງກົດໝາຍ ແລະ ຜູ້ ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ ຄົ້ນຄວ້າ, ປະກອບຄຳເຫັນ ແລະ ເປັນເອກະພາບກັນຕໍ່ຮ່າງກົດໝາຍ ດັ່ງກ່າວ ເຊິ່ງປະກອບມີ XII ພາກ, 28 ໝວດ ແລະ 103 ມາດຕາ ເພື່ອ ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ສະບັບນີ້ ຄົບຖ້ວນ ແລະ ສອດຄ່ອງ ກັບລັດຖະທໍາມະນູນ, ກົດໝາຍອື່ນ ທີ່ປະກາດໃຊ້ແລ້ວ, ສົນທິສັນຍາ, ສັນຍາສາກົນທີ່ກ່ຽວຂ້ອງ ແລະ ການຈັດຕັ້ງປະຕິບັດຕົວຈິງ. ສຳລັບເຫດຜົນ ແລະ ຄວາມ ຈຳເປັນໃນການປັບປຸງກົດໝາຍວ່າ ດ້ວຍການສົ່ງເສີມການລົງທຶນ ເນື່ອງຈາກວ່າຍັງບໍ່ທັນແທດເໝາະ ກັບສະພາບຕົວຈິງ ແລະ ບໍ່ສອດ ຄ່ອງກັບເງື່ອນໄຂຂອງການພັດທະ ນາເສດຖະກິດ-ສັງຄົມໃນປັດຈຸບັນ; ຍັງມີບາງເນື້ອໃນທີ່ບໍ່ຈະແຈ້ງ, ລະ ອຽດ, ຮັດກຸມ ແລະ ຄົບຖ້ວນ ເພື່ອ ຮັບປະກັນຜົນປະໂຫຍດຂອງເຈົ້າ ຂອງຊັບສິນທາງປັນຍາ ແລະ ປະຊາ ຊົນລາວບັນດາເຜົ່າ. ຈາກນັ້ນ, ກໍາມາທິການກົດໝາຍ ຈະໄດ້ລາຍງານຜົນສໍາເລັດ ຂອງ ການກວດກາເນື້ອໃນຮອບດ້ານ ຂອງຮ່າງກົດໝາຍຕໍ່ກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ເພື່ອ ຕົກລົງເອົາໄປທາບທາມຄຳເຫັນ ກັບບັນດາສະມາຊິກສະພາແຫ່ງ ຊາດ, ສະມາຊິກສະພາປະຊາຊົນຂັ້ນ ແຂວງ ແລະ ພະແນກການ, ຂະແໜງ ການທີ່ກ່ຽວຂ້ອງກ່ອນນຳເຂົ້າພິຈາ ລະນາຮັບຮອງເອົາໃນກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາ ແຫ່ງຊາດຊຸດທີ IX ທີ່ຈະໄດ້ໄຂຂຶ້ນ ໃນໄວໆນີ້. ຂ່າວ-ພາບ: ໄຊໂສພາພອນ ມິ່ງມຸງຄຸນ ສູນກຸ່ມທີ່ໝັ້ນດຽນບຽນຟູ, ດັບມອດ ເຈດຈໍານົງການຮຸກຮານຂອງລ່າ ເມືອງຂຶ້ນ, ສ້າງເງື່ອນໄຂຂັບໄລ່ລ່າ ເມືອງຂຶ້ນຈັກກະພັດ ແລະ ປົດປ່ອຍ ຫວຽດນາມ, ໄຊຊະນະດຽນບຽນຟູ ແມ່ນຜົນສໍາເລັດຂອງບັ້ນຮົບການ ທະຫານຂະໜາດໃຫຍ່ຂອງການ ຮ່ວມສຳພັນສູ້ຮົບຫວຽດນາມ-ລາວ ເຊິ່ງເປັນຂີດໝາຍປະຫວັດສາດ ອັນໜຶ່ງທີ່ມີຄວາມສໍາຄັນຍິ່ງໃນສາຍ ພົວພັນ ລາວ-ຫວຽດນາມ ທີ່ພວກ ເຮົາຈໍາເປັນຕ້ອງຮູ້, ວັນທີ 30/10/ 1945 ພາຍຫລັງການປະຕິວັດ ຫວຽດນາມ ແລະ ລາວ ຢຶດອໍານາດ ໄດ້, ສັນຍາຮ່ວມສຳພັນສູ້ຮົບລະ ຫວ່າງ ລັດຖະບານລາວອິດສະຫລະ ແລະ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ຮັບ ການລົງນາມ ໄດ້ເປັນຂີດໝາຍແຫ່ງ ການກຳເນີດເກີດຂຶ້ນຂອງການ ຮ່ວມສຳພັນສູ້ຮົບຫວຽດ-ລາວ. ນັບ ແຕ່ໄລຍະນີ້, ການຮ່ວມສຳພັນສູ້ຮົບ ລະຫວ່າງສອງປະເທດ, ສອງຊາດ ພວກເຮົາໄດ້ຮັບການສ້າງຕັ້ງຂຶ້ນ ຢ່າງເປັນທາງການຕາມສາຍລັດ. ໃນວັນທີ 06/12/1953, ກົມການ ເມືອງສູນກາງພັກແຮງງານຫວຽດ ນາມ ໄດ້ຕັດສິນໃຈເປີດບັ້ນຮົບດຽນ ບຽນຟູ ເພື່ອແນໃສ່ດັບສູນກໍາລັງ ຍອດຢ້ຽມຂອງສັດຕູໃນກຸ່ມທີ່ໝັ້ນ ເຂັ້ມແຂງທີ່ສຸດຂອງພວກມັນ ໃນ ສະໜາມຮົບອິນດູຈີນ, ປົດປ່ອຍເຂດ ຕາເວັນຕົກສຽງເໜືອຂອງຫວຽດ ນາມ ຢ່າງສິ້ນເຊີງ ແລະ ສ້າງເງື່ອນ ໄຂໃຫ້ແກ່ກອງທັບ ແລະ ປະຊາຊົນ ລາວປົດປ່ອຍເຂດເໜືອສຸດຂອງ ລາວ. ບັ້ນຮົບດັ່ງກ່າວໄດ້ໃຊ້ຊື່ລັບວ່າ ເຈີ່ນດິ່ງ ແລະ ສະຫາຍ ຫວໍ ຫງວຽນ ຢາບ, ຜູ້ບັນຊາການສູງສຸດຂອງ ກອງທັບປະຊາຊົນຫວຽດນາມ ໄດ້ແຕ່ງຕັ້ງເປັນຜູ້ບັນຊາການ ທັງ ເປັນເລຂາຄະນະພັກບັ້ນຮົບ. ຕົ້ນປີ 1954, ຄະນະພະນັກງານເຂດ 1 ພາກເໜືອລາວ ນໍາພາໂດຍຫົວໜ້າ ການເມືອງກອງ 82 ທະຫານອາ ສາສະໝັກຫວຽດນາມ ແລະ ສະ ຫາຍ ຄໍາຮຸ່ງ ເສນາທິການສູ້ຮົບ ທະຫານອິດສະຫລະ ໄດ້ເດີນທາງ ເຖິງສຳນັກບັນຊາການເມືອງຟັງ (ຫວຽດນາມ) ແລະ ພົບປະກັບສະ ຫາຍ ຫວໍ ຫງວຽນ ຢາບ ແລະ ກອງ ເສນາທິການ ເພື່ອລາຍງານສະ ພາບການແລະ ເປັນເອກະພາບກ່ຽວ ກັບແຜນການຮ່ວມສູ້ຮົບລະຫວ່າງ ສະໜາມຮົບເຂດ 1 ພາກເໜືອ ລາວ ກັບສະໜາມຮົບດຽນບຽນຟູ ຫວຽດນາມ. ພາຍຫລັງກອງປະຊຸມ ດັ່ງກ່າວ, ສະຫາຍຫວໍຫງວຽນຢາບ ໄດ້ປຶກສາຫາລື ແລະ ເປັນເອກະ ພາບກັບກອງບັນຊາການສູງສຸດ ກອງທັບອິດສະຫລະ ຕົກລົງເປີດ ບັ້ນຮົບພາກເໜືອຂອງລາວ ເພື່ອ ດັບມອດລະບົບປ້ອງກັນຂອງສັດຕູ ລຽບຕາມລໍານໍ້າອູ, ຂະຫຍາຍເຂດ ປົດປ່ອຍພາກເໜືອລາວ. ຜ່ານການ ສູ້ຮົບຢ່າງຕໍ່ເນື່ອງເປັນເວລາ 10 ວັນ, ກອງທະຫານປະສົມ ລາວຫວຽດນາມ ສາມາດປັດເຂ່ຍທະ ຫານສັດຕູອອກຈາກການສູ້ຮົບຈໍາ ນວນ17ກອງຮ້ອຍ, ລວມມີ2.200 ກວ່າຄົນ. ໃນນັ້ນ, ມີ 1 ກອງພັນທະ ຫານເລວຮັບຈ້າງ, ສາມາດຢຶດອາ ວຸດຍຸດທະພັນຂອງສັດຕູ ໄດ້ນັບສິບໆ ໂຕນ. ເຂດຖານທີ່ໝັ້ນ ຂອງກອງທັບ ແລະ ປະຊາຊົນລາວໄດ້ຂະຫຍາຍ ຕື່ມອີກ ເກືອບ 1 ໝື່ນກິໂລແມັດ, ເຊື່ອມຈອດເຂດປົດປ່ອຍພາກເໜືອ ລາວກັບເຂດຕາເວັນຕົກສຽງ ເໜືອ ຫວຽດນາມ. ທ່ານ ຫງວຽນ ບ໋າ ຮຸ່ງ ຍັງໃຫ້ ຮູ້ ອີກວ່າ: ໄຊຊະນະບັ້ນຮົບດຽນບຽນ ຟູແມ່ນບາດລ້ຽວສໍາຄັນໃນປະຫວັດ ສາດຕໍ່ສູ້ຍາດເອົາເອກະລາດຈາກ ລ່າເມືອງຂຶ້ນຮຸກຮານ ເພື່ອປົດປ່ອຍ ປະເທດຊາດ ຂອງປະຊາຊົນລາວ ອ້າຍນ້ອງ ເຊິ່ງຂະບວນວິວັດແຫ່ງ ການກະກຽມ ແລະ ປະສານສົມທົບ ຮ່ວມກັນສູ້ຮົບຂອງສອງປະເທດ ພວກເຮົາໃນບັນດາບັ້ນຮົບຢູ່ລາວ ແລະ ຫວຽດນາມ ກ້າວສູ່ໄຊຊະນະ ດຽນບຽນຟູ ໄດ້ນໍາເອົາຜົນງານສໍາ ຄັນມາສູ່ປະເທດລາວ ເປັນຕົ້ນ ໃນ ຂະບວນວິວັດແຫ່ງການຮ່ວມສຳພັນ ສູ້ຮົບ, ການກໍ່ສ້າງ ແລະ ພັດທະນາ ກຳລັງການປະຕິວັດລາວ ດ້ວຍການ ຊ່ວຍເຫລືອຂອງກອງທັບຫວຽດ ນາມ, ກໍາລັງຕໍ່ຕ້ານລາວ ໄດ້ເຕີບ ໃຫຍ່ ຈາກຈໍານວນນ້ອຍ, ອາວຸດປະ ຖົມປະຖານ, ບົດຮຽນໃນການສູ້ຮົບ ບໍ່ຫລາຍ ກ້າວສູ່ເປັນກອງກຳລັງທີ່ ນັບມື້ນັບເຕີບໃຫຍ່ເຂັ້ມແຂງໃນທຸກ ດ້ານ, ກາຍເປັນກອງທັບປະກອບ ດ້ວຍທັງກຳລັງຫລວງ ແລະ ກອງ ຫລອນ, ເຕີບໃຫຍ່ດ້ານປະສົບການ, ຍຸດທະວິທີສູ້ຮົບ, ທັກສະໃນການ ປະສານສົມທົບກັບບັນດາກົມກອງ, ແນວຮົບກັບກອງທັບຫວຽດນາມ, ປະສານສົມທົບລະຫວ່າງກອງທັບ ກັບປະຊາຊົນ, ຊຸບຫລໍ່ນໍ້າໃຈພິລະ ອາດຫານຍອມເສຍສະຫລະຊີວິດ ເພື່ອປະເທດຊາດ, ເພື່ອປະຊາຊົນ. ນີ້ແມ່ນປັດໄຈທີ່ມີຄວາມສໍາຄັນຕໍ່ ການປະຕິວັດລາວ, ສ້າງເງື່ອນໄຂ ເພື່ອໃຫ້ກຳລັງປະກອບອາວຸດປະຕິ ວັດລາວສືບຕໍ່ຂະຫຍາຍຕົວນັບມື້ ນັບເປັນກຳລັງຫລວງ, ທັນສະໄໝ ກວ່າ, ປ້ອງກັນພັກ ແລະ ບັນດາເຂດ ປົດປ່ອຍ, ປະສານສົມທົບກັບກອງ ທັບປະຊາຊົນຫວຽດນາມ ສາມາດ ຍາດໄດ້ໄຊຊະນີ້ໄປສູ່ໄຊຊະນະອື່ນ ໃນການຕໍ່ສູ້ຕ້ານຈັກກະພັດລ່າເມືອງ ຂຶ້ນແບບໃໝ່ປົດປ່ອຍປະເທດຊາດ ໃນປີ 1975. ຂ່າວ: ສົມຫວັງ,ພາບ: ເກດສະໜາ ໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ໂຄບະ ຢະຊິ ເຄັນອິຈິ ຊຶ່ງໄດ້ປະກອບສ່ວນເພີ່ມ ພູນຄູນສ້າງສາຍພົວພັນ ແລະ ການ ຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນນັບມື້ແໜ້ນແຟ້ນແລະ ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ, ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະ ບານຍີ່ປຸ່ນ ທີ່ໃຫ້ການຊ່ວຍເຫລືອ ແກ່ສປປລາວຫລາຍດ້ານໃນໄລຍະ ຜ່ານມາ. ສປປ ລາວ ແລະ ຍີ່ປຸ່ນໄດ້ ສ້າງສາຍພົວພັນການທູດນໍາກັນ ໃນວັນທີ 5 ມີນາ 1955. ພ້ອມນີ້, ທ່ານຮອງປະທານປະເທດ ຍັງໄດ້ ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງ ກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບຜົນສຳເລັດໜ້າ ທີ່ວຽກງານໃໝ່ຂອງທ່ານ ແລະ ຂໍ ໃຫ້ສືບຕໍ່ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມນີ້,ທ່ານໂຄບະຢະຊິເຄັນອິຈິ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຮອງປະທານປະເທດ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມ ທັງສະແດງຄວາມຂອບໃຈຕໍ່ທຸກ ພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ ການພົວພັນຮ່ວມມື, ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ຊ່ວຍ ເຫລືອ ຕົນເອງຕະຫລອດໄລຍະທີ່ ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຕາມຄາດ ໝາຍທີ່ວາງໄວ້ ແລະ ຈະສືບຕໍ່ປະ ກອບສ່ວນ ເຮັດໃຫ້ການພົວພັນຮ່ວມ ມືລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ ຮັບການຂະຫຍາຍຕົວຍິ່ງໆຂຶ້ນ. ຈາກນັ້ນ, ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ລາວ ກໍໄດ້ເຂົ້າຢ້ຽມອໍາລາ ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສຳນັກງານ ປະທານປະເທດ ໃນໂອກາດທີ່ສຳ ເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ເຊັ່ນດຽວກັນ. ຂ່າວ: ສົມຫວັງ, ພາບ: ຂັນໄຊ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກ ຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໃນ ໂອກາດທີ່ທ່ານທູດ ໄດ້ສຳເລັດການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນໄລຍະປີ 2021-2024. ໂອກາດນີ້, ທ່ານຮອງປະທານ ປະເທດໄດ້ກ່າວສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຈັດຕັ້ງປະຕິບັດຕົວຈິງເນື້ອທີ່ປູກ ເຂົ້າທົ່ວແຂວງ ສາມາດບັນລຸໃນ ເນື້ອທີ່ນາລວມໄດ້12.511ເຮັກຕາ, ໃນນີ້ນາຫວ່ານກວມເອົາ4.925 ເຮັກຕາ, ນາປັກດໍາກວມເອົາ7.586 ເຮັກຕາ, ເຊິ່ງໃນເນື້ອທີ່ເກັບກ່ຽວ ຕົວ ຈິງ 12.511 ເຮັກຕາ ມີເນື້ອທີ່ ປູກເຂົ້າເປັນສະບຽງອາຫານກວມ ເອົາ 4.192 ເຮັກຕາ ແລະ ເນື້ອ ທີ່ປູກເຂົ້າເປັນສິນຄ້າກວມເອົາ 8.319 ເຮັກ ຕາ. ການເກັບກ່ຽວເຂົ້ານາແຊງຂອງ ກະສິກອນ ແມ່ນນໍາໃຊ້ກົນຈັກທີ່ທັນ ສະໄໝ ປະສົມປະສານກັບການເກັບ ກ່ຽວເຂົ້າແບບດັ່ງເດີມ. ສຳລັບເມືອງ ທີ່ປະຕິບັດເນື້ອທີ່ປູກເຂົ້າລະດູແລ້ງ ໄດ້ຫລາຍກວ່າໝູ່ແມ່ນເມືອງໜອງ ບົກ, ເມືອງເຊບັ້ງໄຟ, ເມືອງຍົມມະ ລາດ, ເມືອງຫີນບູນ ແລະ ເມືອງມະ ຫາໄຊຕາມລໍາດັບ ເຊິ່ງຄາດວ່າ ການເກັບກ່ຽວເຂົ້າລະດູແລ້ງໃນທົ່ວ ແຂວງ ຈະໃຫ້ສໍາເລັດໃນທ້າຍເດືອນ ພຶດສະພາ 2024 ນີ້. ຂ່າວ-ພາບ: ແດງສະຫວັດ ແສນພານິດ

RkJQdWJsaXNoZXIy MTc3MTYxMQ==