5863

07 xtgmf]k; gsfdko{dkora fmtok a 06/04/2024 ຂ່າວ-ພາບ: ກອງຄຳ ່ ໂດຍ:ຢ່າາົ່ຕົ່ງ່ງ 'ko,tstdedy ]k;y mtpkw]]k; 7A 'mu 2 w00B o1j k'gxa omk'dko ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 49 vvd7A ';a omu 03 rb fltrk 2024 g]d * 38F & 38F $ 38F # 38F @ 38F ! 38mh kp 0 3 7 9 9 9 lts^ kdra fmtok &/$& 29 33 17 16 12 dv'mb o]a f4t[ko ,v['q ; 60 38 .sh xt-k-q o[h ko,tdk 30 7v[7q ; ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນທ້າຍ ອາທິດຜ່ານມາ ໄດ້ເກີດເຫດໄຟໄໝ້ ລາມປ່າ ຢູ່ບ້ານນາຍາງໃຕ້ ເມືອງນໍ້າ ບາກ ແຂວງຫລວງພະບາງ ເນື່ອງ ຈາກປະຊາຊົນທີ່ຖາງປ່າເພື່ອເຮັດ ສວນຢູ່ໃກ້ກັບຂອບເຂດປ່າສະ w2w\h ]k,xj klts';o 16j g,n v'oE[kd glpskp 20 d;j kgIa d8k ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມາ ນີ້, ກອງທຶນລັດຖະບານ ມອບງົວ 60 ໂຕ ໃຫ້ປະຊາຊົນ ບ້ານມະກາ ເມືອງນາກາຍ ແຂວງຄຳມ່ວນ 30 ຄອບຄົວ(ຄອບຄົວລະ 2 ໂຕ)ລວມ ມູນຄ່າ 480 ລ້ານກີບ ເພື່ອເຮັດໃຫ້ ພໍ່ແມ່ປະຊາຊົນດັ່ງກ່າວມີຢູ່ມີກິນ, ສາມາດສ້າງເສດຖະກິດຄອບຄົວ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ. ທ່ານ ພູວິໄລ ຫອມໜູຮັກ ຫົວໜ້າ ຫ້ອງການກະສິກຳແລະປ່າໄມ້ເມືອງ ນາກາຍ ໄດ້ລາຍງານວ່າ: ບ້ານມະ ກາ ແມ່ນໜຶ່ງໃນ 4 ບ້ານ ທີ່ນອນ ຢູ່ໃນເປົ້າໝາຍຂອງໂຄງການ ຕັ້ງ ຢູ່ເຂດພູດອຍ ແລະ ນອນຢູ່ໃນຂອບ ເຂດປ່າສະຫງວນແຫ່ງຊາດ ນາ *ງານມະຫະກຳກິລາມະຫາວິທະ ຍາໄລລາວ ຄັ້ງທີ 2 ທີ່ມະຫາວິທະ ຍາໄລແຫ່ງຊາດ ມຊ ຮັບກຽດເປັນ ເຈົ້າພາບ ໄດ້ໄຂຂຶ້ນຢ່າງເປັນທາງ ການ ທີ່ສະໂມສອນມະຫາວິທະຍາ ໄລແຫ່ງຊາດໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພຸດ ສິມມາລາວົງ ກຳມະການ ສູນກາງພັກ, ເລຂາຄະນະພັກ,ລັດຖະ ມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາການນໍາຈາກກະຊວງ ກ່ຽວຂ້ອງ,ການນໍາຂັ້ນແຂວງ,ຄະນະ ນັກກິລາແຕ່ລະພາກສ່ວນເຂົ້າຮ່ວມ. ທ່ານ ອຸດົມ ພອນຄໍາເພັງ ປະທານ ຈັດງານມະຫະກໍາກິລາມະຫາວິ ທະຍາໄລລາວ ຄັ້ງທີ 2 ໄດ້ລາຍ ງານວ່າ: ການຈັດງານມະຫະກໍາ ກິລາມະຫາວິທະຍາໄລລາວ ເປັນ ການແຂ່ງຂັນກິລາໃນລະດັບມະຫາ ວິທະຍາໄລ, ສະຖາບັນການສຶກສາ ຊັ້ນສູງ ແລະ ວິທະຍາໄລ ທົ່ວປະເທດ ຊຶ່ງຈັດຂຶ້ນເປັນຄັ້ງທີ 2 ໂດຍປະຕິບັດ ເນື້ອໃນຂອງກອງປະຊຸມໃຫຍ່ອົງ ຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ 9 ເປົ້າໝາຍສູ້ຊົນ ທີ 8 ກໍ່ສ້າງ ແລະ ພັດທະນາບຸກຄະ ລາກອນການກິລາ-ກາຍະກຳ ໃຫ້ມີ ຄຸນນະພາບ ແນໃສ່ໃຫ້ພົນລະເມືອງ ລາວ ມີສຸຂະພາບທີ່ແຂງແຮງ ແລະ ສາມາດສ້າງນັກກິລາ ແຂ່ງຂັນກັບ ພາກພື້ນ ແລະ ສາກົນໄດ້. ນອກຈາກ ນັ້ນ ກິລາຍັງເປັນເຄື່ອງມືທາງການ ທູດເຊື່ອມຄວາມສໍາພັນທີ່ດີເຊິ່ງກັນ ແລະ ກັນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ, ງານ ກິລາຄັ້ງນີ້ ກໍເພື່ອເປັນໂອກາດສ້າງ ການພົວພັນ ແລະ ສ້າງຄວາມສາ ຫງວນຂອງບ້ານ ດ້ວຍຄວາມຂາດ ສະຕິ ບໍ່ເຮັດແລວປ້ອງກັນໄຟເຮັດ ໃຫ້ພື້ນທີ່ປ່າສະຫງວນຂອງບ້ານ ເສຍຫາຍ ຫລາຍກວ່າ 20 ເຮັກຕາ. ທ່ານ ບຸນທັນ ຈັນທະສັກ ຮອງ ເຈົ້າເມືອງນ້ຳບາກ ແຂວງຫລວງ ພະບາງ ລາຍງານໃຫ້ຮູ້ ໃນວັນທີ 1 ພຶດສະພາ 2024 ນີ້ວ່າ: ພາຍຫລັງ ເກີດເຫດໄຟໄໝ້ ແລະ ໄດ້ຮັບແຈ້ງ ເຫດຈາກຜູ້ກ່ຽວ ກໍຄື ເຈົ້າຂອງສວນ ພາກສ່ວນກ່ຽວຂ້ອງຂອງເມືອງ, ບ້ານ ກໍໄດ້ວາງແຜນການເຂົ້າດັບ ມອດແຕ່ລະຈຸດ ເຮັດໃຫ້ສາມາດດັບ ມອດໄດ້ຕາມແຜນການ ປັດຈຸບັນ ສາມາດມອດໄຟໄດ້ແລ້ວ. ຢ່າງໃດ ກໍ່ຕາມ ອົງການປົກຄອງເມືອງໄດ້ ແຈ້ງໃຫ້ແຕ່ລະບ້ານ ສືບຕໍ່ເຝົ້າລະວັງ ຢູ່ແຕ່ລະຈຸດຕື່ມ ເພື່ອບໍ່ໃຫ້ເກີດໄຟລຸກ ລາມຂຶ້ນອີກ. ທ່ານ ບຸນທັນ ຈັນທະສັກ ຍັງ ໄດ້ຮຽກຮ້ອງໃຫ້ປະຊາຊົນພາຍໃນ ເມືອງນ້ຳບາກ ພ້ອມກັນມີສະຕິໃນ ການດຳລົງຊີວິດ ໂດຍສະເພາະການ ຖາງປ່າເພື່ອເຮັດສວນ ເນື່ອງຈາກ ໄລຍະນີ້ເປັນໄລຍະທີ່ມີອາກາດຮ້ອນ ອົບເອົ້າ ອັນຈະເຮັດໃຫ້ເກີດໄຟໄໝ້ ລາມປ່າໄດ້ງ່າຍ. ສຳລັບ ມາດຕະການຕໍ່ຜູ້ກະທຳຜິດ ອົງການປົກຄອງເມືອງ ໄດ້ຊີ້ນຳໃຫ້ ພາກສ່ວນກ່ຽວຂ້ອງ ນຳເອົາຜູ້ກ່ຽວ ເຂົ້າມາສຶກສາອົບຮົມ ແລະ ດຳເນີນ ການປະຕິບັດໂທດຕາມລະບຽບ ກົດໝາຍ. ກາຍນໍ້າເທີນຫລືເຂດປົກປັກຮັກສາ, ອະນຸລັກ ແລະ ພັດທະນາແຫລ່ງນໍ້າ ນໍ້າເທີນ 2, ລວມມີ 90 ຄອບຄົວ, ເຊິ່ງກອງທຶນລັດຖະບານ ຈະໄດ້ ປ່ອຍທຶນເປັນສັດລ້ຽງ ປະເພດ ງົວ ລວມທັງໝົດ 60 ໂຕ ໃຫ້ 30 ຄອບ ຄົວ, ຄອບຄົວລະ 2 ໂຕ, ໂດຍມີກຳ ນົດເວລາການລ້ຽງ 5 ປີ ເຊິ່ງພາຍ ຫລັງລ້ຽງຄົບຕາມກຳນົດແມ່ນ ຈະ ໄດ້ເກັບຕົ້ນທຶນແລະດອກເບ້ຍ(ເຊິ່ງ ກອງທຶນຈະໄດ້ເກັບຄືນງົວ 2 ໂຕທີ່ ເປັນຕົ້ນທຶນ ແລະ ອີກ 1 ໂຕທີ່ເປັນ ດອກເບ້ຍລວມເປັນ3ໂຕ) ເພື່ອເປັນ ກອງທຶນຂະຫຍາຍໃນບ້ານຕໍ່ໆໄປ ເພື່ອເຮັດໃຫ້ກອງທຶນມີຂະການ ຫຍາຍຕົວ ແລະ ມີຄວາມຍືນຍົງ. ໂອກາດດຽວກັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ໂອ້ລົມຕໍ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ບ້ານມະກາ ກ່ຽວກັບການດຳລົງຊີວິດ, ການ ທຳມາຫາກິນຂອງພໍ່ແມ່ປະຊາຊົນ, ເນື່ອງຈາກບ້ານມະກາ ແມ່ນຕັ້ງຢູ່ ເຂດຍອດນໍ້າ ຫ່າງໄກສອກຫລີກ ການເດີນທາງເຂົ້າ-ອອກ ຍັງມີ ຄວາມຫຍຸ້ງຍາກ, ພື້ນຖານໂຄງລ່າງ ດ້ານຕ່າງໆ ຍັງບໍ່ໄດ້ຮັບການພັດທະ ນາ, ການດຳລົງຊີວິດຂອງພໍ່ແມ່ ປະຊາຊົນ ກໍຍັງມີຄວາມຫລ້າຫລັງ ຖ້າທຽບໃສ່ເຂດອື່ນໆ. ສະນັ້ນ, ເພື່ອເຮັດໃຫ້ປະຊາຊົນ ມີຢູ່ມີກິນ ແລະ ຊີວິດການເປັນຢູ່ໄດ້ ຮັບການພັດທະນາດີຂຶ້ນ ຄະນະພັກ, ອຳນາດການປົກຄອງບ້ານ ຕ້ອງ ໄດ້ເພີ່ມທະວີໃນການສຶກສາອົບຮົມ, ນຳພາພໍ່ແມ່ປະຊາຊົນສ້າງສາ ແລະ ທຳມາຫາກິນດ້ວຍຄວາມດຸໝັ່ນ, ອົດທົນບົນຄວາມຖືກຕ້ອງຕາມ ລະບຽບກົດໝາຍ, ມີຄວາມສາມັກ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພ້ອມ ພາກັນແກ້ໄຂບັນຫາທີ່ຍັງເປັນສິ່ງ ທ້າທາຍ ແລະ ກົດໜ່ວງຖ່ວງດຶງ ຕໍ່ການພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ. ພ້ອມທັງເນັ້ນໃຫ້ ຄອບຄົບຂອງພໍ່ແມ່ປະຊາຊົນ ທີ່ໄດ້ ຮັບກອງທຶນງົວ ແມ່ນໃຫ້ເອົາໃຈໃສ່ ລ້ຽງດູ, ຄຸ້ມຄອງ ແລະ ເບິ່ງແຍງງົວ ທີ່ໄດ້ຮັບຄັ້ງນີ້ໃຫ້ດີ ເພື່ອໃຫ້ສາມາດ ແຜ່ຂະຫຍາຍ ເປັນທຶນຮອນທີ່ໝັ້ນ ຄົງຕໍ່ໄປ. ມັກຄີຮັກແພງ ລະຫວ່າງ ບັນດາສະ ຖາບັນການສຶກສາຊັ້ນສູງ, ອາຊີ ວະສຶກສາ ວິທະຍາໄລ ທັງພາກລັດ ແລະ ເອກະຊົນ ທົ່ວປະເທດ; ເປັນ ການເສີມຂະຫຍາຍວຽກງານກິລາ- ກາຍະກໍາ ເຂົ້າສູ່ຖັນແຖວພະນັກ ງານ ຄູ-ອາຈານ, ນັກສຶກສາຢ່າງ ກວ້າງຂວາງ ຕໍ່ເນື່ອງ ແລະ ຫັນໄປ ສູ່ການພັດທະນາກິລາແຕ່ລະປະເພດ ເຂົ້າສູ່ລະດັບມາດຕະຖານ; ເປັນ ການຍົກຄຸນນະພາບທາງດ້ານຮ່າງ ກາຍ ແລະ ຈິດໃຈເຂົ້າໃນການສຶກ ສາຄົ້ນຄວ້າຮໍ່າຮຽນ ເພື່ອກຽມພ້ອມ ປະກອບສ່ວນເຂົ້າໃນພາລະກິດ ການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດ; ສ້າງໂອກາດໃຫ້ນັກ ສຶກສາທຸກພາກສ່ວນ ໄດ້ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ, ສ້າງ ນໍ້າໃຈສາມັກຄີຮັກແພງ, ມີລະບຽບ ວິໄນໃນ ຖັນແຖວຊາວໜຸ່ມ ນັກ ສຶກສາ-ປັນຍາຊົນ ຊຶ່ງເປັນການ ປະກອບສ່ວນອັນສໍາຄັນ ເຂົ້າໃນ ການພັດທະນາຊັບພະຍາກອນມະ ນຸດ ແລະ ສະກັດກັ້ນສິ່ງປະກົດການ ຫຍໍ້ທໍ້ໃນສັງຄົມ; ເປັນໂອກາດ ຄັດເລືອກເອົານັກກິລາທີ່ດີເດັ່ນຜູ້ ມີພອນສະຫວັນ ເປັນຕົວແທນນັກ ສຶກສາ ຂອງບັນດາມະຫາວິທະຍາ ໄລໃນລາວ ເພື່ອກຽມພ້ອມເຂົ້າຮ່ວມ ການແຂ່ງຂັນກັບບັນດາສະຖາບັນ ການສຶກສາຊັ້ນສູງ ໃນງານມະຫະ ກໍາກິລາມະຫາວິທະຍາໄລຂອງ ບັນດາປະເທດອາຊຽນ ແລະ ມະຫາ ວິທະຍາໄລຂອງໂລກ, ທັງກຽມ ຄວາມພ້ອມ ເພື່ອເປັນເຈົ້າພາບ ຈັດງານໃນລະດັບພາກພື້ນ ແລະ ສາກົນ ໃນອະນາຄົດ. ງານແຂ່ງຂັນກິລາຄັ້ງນີ້ ລວມ ມີ 14 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ ຈາກ5ມະຫາວິທະຍາໄລ, 2ວິທະຍາ ຄານ6ສະຖາບັນແລະ1ວິທະຍາໄລ ມີການຊີງໄຊ 11 ປະເພດກິລາຄື: ແລ່ນ-ລານ, ບານເຕະຊາຍ-ຍິງ, ດອກ ປີກໄກ່, ເທຄວັນໂດ, ປັນຈັກສີລັດ, ບານສົ່ງໃນຮົ່ມ-ຫາດຊາຍ,ບານບ້ວງ, ກະຕໍ້, ຢູໂດ, ອີ-ສະປອດ ແລະ ເປຕັງ; ປະກອບມີ 146 ລາຍການ, ມີການ ຊີງໄຊເອົາຫລຽນທັງໝົດ 526 ຫລຽນ,ໃນນີ້ມີ146 ຫລຽນຄຳ,146 ຫລຽນເງິນ ແລະ 234 ຫລຽນທອງ; ມີຄູຝຶກ ແລະ ນັກກິລາເຂົ້າຮ່ວມ ກວ່າ 1.000 ຄົນ ແລະ ຄະນະຮັບຜິດ ຊອບ, ຄະນະກໍາມະການ, ອະນຸກໍາມະ ການກວ່າ 1. 000 ຄົນ ແລະ ຈະດຳ ເນີນການແຂ່ງຂັນໄປຮອບວັນທີ 14 ພຶດສະພາ 2024 ຈຶ່ງຈະສໍາເລັດ.

RkJQdWJsaXNoZXIy MTc3MTYxMQ==