5863

xtgmf]k; 6 06/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ຂ່າວ: ອຸທາ ພົນທາວີ xt-k-q og,n v']v' [6 ]totxt8y la '0vortmkf9v,;a ' ໂດຍ: ມາລີດາ 7;k,rtpkpk,gxa o0q ;0h k, zj kowxsk7;k,leg]a f 9a opk[a o ly f|h kmuj c]t 7;k,Ia [zy f-v[0v'z6h lh k'I6 [g'q k ຜິດຊອບສ້າງຄວາມເຂົ້າໃຈບົດຮູບ ເງົາແລະມູມກ້ອງເພື່ອອໍານວຍການ ໃນການຖ່າຍທໍາໃຫ້ແກ່ນັກຖ່າຍທໍາ; ນັກຖ່າຍທໍາ ຄວບຄຸມບັນຊາກ້ອງ ຖ່າຍ ໂດຍປະສານມຸມກ້ອງກັບຜູ້ກໍາ ກັບຖ່າຍທໍາຮູບເງົາ; ນັກຂຽນບົດ ຮູບເງົາ ມີໜ້າຮັບຜິດຊອບຄົ້ນຄິດ, ປະດິດແຕ່ງ ແລະ ຂຽນບົດດ້ວຍຕົນ ເອງ ຫລື ນໍາເອົາບົດປະພັນຕ່າງໆ ຂອງຜູ້ອື່ນທີ່ໄດ້ຮັບອະນຸຍາດມາ ຂຽນເປັນບົດຮູບເງົາ; ນັກສະແດງ ເປັນຕົ້ນພະເອກ, ນາງເອກ, ຜູ້ສະ ແດງປະກອບມີໜ້າທີ່ສະແດງຕາມ ບົດບາດ, ອາລົມຈິດຂອງຕົວລະ ຄອນຕາມເນື້ອໃນເລື່ອງແລະຄວາມ ຕ້ອງການຂອງຜູ້ກໍາກັບການສະ ແດງ; ຊ່າງແຕ່ງໜ້າສ້າງຄວາມເຂົ້າ ໃຈບົດຮູບເງົາ ແລະ ບົດບາດຂອງ ນັກສະແດງຮູບເງົາ ແລ້ວແຕ່ງໜ້າ ນັກສະແດງໃຫ້ເຂົ້າກັບບົດບາດແລະ ບົດຮູບເງົາ; ນັກຈັດສາກຈັດຫາອຸ ປະກອນປະກອບພາບ, ສາກ, ສິລະ ປະຕາມການອອກແບບຂອງຜູ້ກໍາ ກັບການຖ່າຍທໍາ; ນັກຈັດແສງສະ ຫວ່າງ ສ້າງຄວາມເຂົ້າໃຈບົດຮູບ ເງົາ, ເນື້ອໃນຂອງແຕ່ລະສາກ ແລະ ອາລົມຂອງຕົວລະຄອນ ເພື່ອຈັດ ແສງໃຫ້ເຂົ້າກັບເນື້ອໃນແລະອາລົມ ຂອງຕົວລະຄອນ; ນັກອັດສຽງຄົ້ນ ຄວ້າ, ຮິບໂຮມ ແລະ ບັນທຶກສຽງ ຢູ່ ໃນສະຖານທີ່ຖ່າຍທໍາແລະຫ້ອງອັດ ສຽງ ເພື່ອຮັບໃຊ້ເນື້ອໃນ ແລະ ເຫດ ການຂອງຮູບເງົາ; ນັກກໍາກັບສິນ ມີໜ້າທີ່ສ້າງຄວາມເຂົ້າໃຈບົດຮູບ ເງົາ ແລະ ສາກຕ່າງໆ ເພື່ອຈັດສາກ ຂອງການສະແດງໃຫ້ເຂົ້າກັບບົດ ແລະຄວາມຕ້ອງການຂອງຜູ້ກໍາກັບ ການສະແດງ; ນັກກໍາກັບເຄື່ອງນຸ່ງ ນັກສະແດງ ມີໜ້າສ້າງຄວາມເຂົ້າ ໃຈບົດຮູບເງົາ ແລະ ລັກສະນະຂອງ ຕົວລະຄອນ ພ້ອມທັງຕິດຕາມການ ແຕ່ງກາຍຂອງນັກສະແດງ ໃຫ້ມີ ຄວາມຕໍ່ເນື່ອງຕາມເຫດການຂອງ ບົດຮູບເງົາ; ຜູ້ຮັບຜິດຊອບເຕັກນິກ ມີໜ້າທີ່ສ້າງຄວາມເຂົ້າໃຈບົດຮູບ ເງົາ ແລະ ປະສານສົມທົບກັບຜູ້ກໍາ ກັບການສະແດງກ່ຽວກັບສາກແລະ ພາບຕ່າງໆທີ່ຈະຖ່າຍທໍາ ເພື່ອກະ ກຽມອຸປະກອນເຕັກນິກໃຫ້ເຂົ້າກັບ ຄວາມຕ້ອງການໃນການຖ່າຍທໍາ ແຕ່ລະພາບ ແລະ ສາກ; ຜູ້ບໍລິຫານ ກອງຖ່າຍ ມີໜ້າອໍານວຍຄວາມສະ ດວກໃຫ້ກອງຖ່າຍດ້ານການບໍລິ ຫານ, ການເດີນທາງ, ການກິນຢູ່ ແລະ ອື່ນໆ ຂອງກອງຖ່າຍທໍາ; ນັກ ອອກແບບກຣາຟິກຄອມພິວເຕີ ມີ ໜ້າທີ່ອອກແບບພາບກຣາຟິກ ຕາມ ການແນະນໍາແລະຄວາມຕ້ອງການ ຂອງຜູ້ກໍາກັບການສະແດງ; ນັກຕັດ ຕໍ່ຮູບເງົາ ມີໜ້າທີ່ເລືອກເຟັ້ນຮຽບ ຮຽງລໍາດັບພາບໃຫ້ໄປຕາມເຫດ ການຂອງບົດເລື່ອງໂດຍການ ເຫັນ ດີຂອງຜູ້ກໍາກັບການສະແດງ; ນັກ ຕົບແຕ່ງແສງສີມີໜ້າທີ່ສ້າງຄວາມ ເຂົ້າໃຈບົດຮູບເງົາແລະອາລົມຂອງ ຮູບເງົາ ເພື່ອປັບແສງ ແລະ ສີຂອງ ຮູບເງົາໃນເວລາຕັດຕໍ່ໃຫ້ເຂົ້າກັບ ຄວາມຕ້ອງການຂອງຜູ້ກໍາກັບການ ສະແດງ; ນັກແຕ່ງດົນຕີປະກອບ ຮູບເງົາ ມີໜ້າທີ່ປະພັນບົດເພງຮ້ອງ ແລະ ດົນຕີ ເພື່ອປະກອບໃສ່ຮູບເງົາ ຕາມເນື້ອໃນ ແລະ ອາລົມຂອງບົດ ຮູບເງົາ; ນັກພາກຮູບເງົາ ມີໜ້າທີ່ ສ້າງຄວາມເຂົ້າໃຈບົດຮູບເງົາ ແລະ ອາລົມຂອງຕົວລະຄອນ ແລ້ວພາກ ຮູບເງົາ ໃຫ້ເຂົ້າກັນກັບເນື້ອໃນ ແລະ ອາລົມຂອງຕົວລະຄອນ. ສຳລັບ ສິດ ແລະ ພັນທະຂອງຜູ້ ສ້າງຮູບເງົາ ໄດ້ກຳນົດ ມາດຕາ 32 ວ່າ: ມີສິດໃນການຄົ້ນຄວ້າ ແລະ ສຶກສາຮຽນຮູ້ ເພື່ອຍົກລະດັບດ້ານ ການເມືອງ, ວັດທະນະທໍາ ແລະ ວິ ຊາສະເພາະ; ຄົ້ນຄວ້າ, ປະດິດ ແຕ່ງ ແລະສະແດງຜົນງານຂອງຕົນທີ່ໄດ້ ຮັບອະນຸຍາດ; ແຈ້ງຜົນງານຮູບເງົາ ຂອງຕົນ ແລະ ໄດ້ຮັບການປົກປ້ອງ ລິຂະສິດຕາມກົດໝາຍ; ເຄື່ອນໄຫວ ແລະ ດໍາເນີນທຸລະກິດ ກ່ຽວກັບຮູບ ເງົາທີ່ຖືກຕ້ອງຕາມກົດໝາຍ; ນໍາ ໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ.ພ້ອມນີ້ໃນມາດຕາ33ໄດ້ ກຳນົດພັນທະຂອງຜູ້ສ້າງຮູບເງົາ ດັ່ງນີ້: ພັນທະໃນການຟື້ນຟູ, ອະນຸ ລັກ, ພັດທະນາ ແລະ ເສີມຂະຫຍາຍ ວັດທະນະທໍາ ແລະ ຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງເຜົ່າ; ພັນ ທະໂຄສະນາເຜີຍແຜ່ ແນວທາງນະ ໂຍບາຍ ແລະ ກົດໝາຍ ໂດຍຜ່ານ ການເຄື່ອນໄຫວວຽກງານຮູບ ເງົາ; ພັນທະຖ່າຍທອດຄວາມຮູ້, ຄວາມ ສາມາດ, ບົດຮຽນແລະປະສົບການ ໃຫ້ຜູ້ສ້າງຮູບເງົາຮຸ່ນສືບທອດ; ປະ ກອບສ່ວນຕ້ານ ແລະ ສະກັດກັ້ນປາ ກົດການຫຍໍ້ທໍ້ທາງດ້ານວັດທະນະ ທໍາ-ສັງຄົມ; ເສຍພາສີ,ອາກອນ,ຄ່າ ທໍານຽມ; ປະຕິບັດພັນທະອື່ນ ຕາມ ທີ່ໄດ້ກໍານົດໄວ້ໃນກົດໝາຍ. * ໃນກົດໝາຍວ່າດ້ວຍຮູບເງົາ ສະບັບສ້າງໃໝ່ ປີ 2019 ມາດຕາທີ 27 ໄດ້ກຳນົດໄວ້ວ່າ: ຜູ້ສ້າງຮູບເງົາ ປະກອບ ມີຜູ້ອໍານວຍການສ້າງ, ຜູ້ ກໍາກັບຮູບເງົາ, ຜູ້ກໍາກັບການຖ່າຍ ທໍາ, ນັກຖ່າຍທໍາ, ນັກຂຽນບົດຮູບ ເງົາ, ນັກສະແດງ, ຊ່າງແຕ່ງໜ້າ, ນັກຈັດສາກ, ນັກຈັດແສງສະຫວ່າງ, ນັກອັດສຽງ, ນັກກໍາກັບສິນ, ນັກກໍາ ກັບ ເຄື່ອງນຸ່ງນັກສະແດງ, ຜູ້ຮັບຜິດ ຊອບເຕັກນິກ, ຜູ້ບໍລິຫານກອງຖ່າຍ, ນັກອອກແບບກຣາຟິກ ຄອມພິວເຕີ, ນັກຕັດຕໍ່, ນັກຕົບແຕ່ງແສງສີ, ນັກ ແຕ່ງດົນຕີປະກອບຮູບເງົາ, ນັກພາກ ຮູບເງົາ ແລະ ອື່ນໆ. ຜູ້ສ້າງຮູບເງົາຕ້ອງມີຈັນຍາບັນ ດັ່ງນີ້: ມີແນວຄິດສ້າງສັນ, ບໍ່ຂັດກັບ ແນວທາງນະໂຍບາຍ, ກົດໝາຍ, ຮີດຄອງປະເພນີ ແລະ ວັດທະນະທໍາ ອັນດີງາມຂອງຊາດ, ຂອງເຜົ່າ; ມີ ການປະພຶດ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ສັງຄົມ; ຮັກອາຊີບ, ຊື່ສັດຕໍ່ ເວລາ, ນັບຖືການຈັດຕັ້ງທີ່ກ່ຽວຂ້ອງ; 4. ຮູ້ເຄົາລົບ ໃຫ້ກຽດບຸກຄົນ, ເພື່ອນ ຮ່ວມງານແລະສະຖານທີ່ກ່ຽວຂ້ອງ. ພ້ອມນີ້ ຜູ້ສ້າງຮູບເງົາ ຍັງຕ້ອງມີ ຄວາມຮັບຜິດຊອບກົງຮອບດ້ານ ໃນຂະບວນການຜະລິດຮູບເງົາແຕ່ ຕົ້ນຈົນສໍາເລັດຜົນ; ຜູ້ກໍາກັບຮູບ ເງົາ ຮັບຜິດຊອບສ້າງຄວາມເຂົ້າໃຈບົດ ຮູບເງົາ, ເລືອກທີມງານເຕັກນິກ,ນັກ ສະແດງ, ສະຖານທີ່ຖ່າຍທໍາ ແລະ ເປັນຜູ້ຄວບຄຸມການຜະລິດຮູບເງົາ ທັງໝົດ; ຜູ້ກໍາກັບການຖ່າຍທໍາຮັບ * ຄໍ​ລໍາ​ບັນ​ເທີ​ງສະບັບນີ້​ ຍັງເ​ກາະ​ ຂອບ​ເວທີ ​ເບິ່ງ​ສາວ​ງາມ​ ຈາກ​ເວທີ ມີສຢູ່ນິເ​ວີສລາວ ປະຈໍ​ າປີ 2024 ທີ່ໄ​ ລ ຍະນີ້​ ສາວ​ງາມ​ໂຕ​ແທນແ​ ຂວງຕ່​ າງໆ ກໍາລັງ​ເກັບ​ໂຕ​ເຮັດ​ກິດຈະ​ກໍາ ​ເພື່ອ​ ກຽມພ້ອມ​ຄວ້າ​ມົງກຸດ ທີ່​ຊົງ​ກຽດນີ້ ພ້ອມ​ດຽວກັນ ກໍ​ເປັນ​ໂຕ​ແທນ​ແມ່ຍິງ​ ລາວ ທີ່​ ຈ​ ະໄ​ ດ້ໄ​ ປເ​ຜີຍແ​ ຜ່ສິລະປ​ ະວັດທະ ນະ​ທໍາ ຄວາມ​ເປັນ​ລາວ​ໃຫ້​ຊາວ​ໂລກ​ ໄດ້​ຮັບຮູ້​ ​ຫລາຍ​ຂຶ້ນ.​ແນວ​ໃດ​ກໍດີກ່ອນ​ ຈະ​ຮອດ​ມື້​ນັ້ນ ມື້​ນີ້​ເຮົາ​ມາ​ຮູ້​ຈັກ​ອີກໜຶ່ງ ສາວ​ງາມໂຕ​ແທນ​ຈາກ​ແຂວງຫລວງ ນໍ້າທາ ມີນາ​ມວ່າ ນາງ ສຸກສະຫວັນ ພອນ ຫານຊະນະ ຫລື ແ​ ອນນີ້​ ມາພ້​ ອມ​ ກັບ​ຄະຕິ​ເຕືອນ​ໃຈ​ທີ່ “ຄວາມພະຍາ ຍາມບໍ່ເຄີຍທໍລະຍົດໃຜເພາະມັນຈະ ເຮັດໃຫ້ເຮົາເຕີບໂຕໄປເລື້ອຍໆ”. ນາງ ສຸກສະຫວັນພອນ ຫານຊະ ນະ 21 ປີ ຕົວແທນນຳສະເໜີແຂວງ ຫລວງນໍ້າທາ ປັດຈຸບັນກຳລັງສຶກສາ ປະລິນຍາຕີ ປີທີ 3 ທີ່ສະຖາບັນຣັຕນະ ບໍລິຫານທຸລະກິດ ​ເຜີຍ​ວ່າ: ແອ່ນນີ້ ເອງເປັນຄົນທີ່ສົນໃຈດ້ານນາງງາມ ມາແຕ່ນ້ອຍ ແລະ ເດີນສາຍປະກວດ ມາຕັ້ງແຕ່ອາຍຸ 16 ປີ ຍ້ອນເສດຖະກິດ ທາງຄອບຄົວພໍ່ ບໍ່​ສະບາຍກະທັນຫັນ ຈົນ​ເຮັດ​ໃຫ້​ພໍ່ ​ເປັນ​ຄົນ​ປ່ວຍ​ຕິດຕຽງ, ແມ່ກໍກາຍມາເປັນແມ່ລ້ຽງດ່ຽວ ​ແຕ່​ ກໍ່​ບໍ່ປະຖິ້ມຄວາມຝັນຂອງຕົນເອງທີ່ ຢາກເປັນແມ່ຍິງຕົວແບບຂອງສັງຄົມ ແລະ ຢາກເປັນແມ່ຍິງຄົນໜຶ່ງມີບົດ ບາດໃນການຊ່ວຍເຫລືອສັງຄົມ ເປັນ ແຮງບັນດານໃຈໃຫ້ແກ່ທຸກຄົນທີ່ມີ ຄວາມຝັນ ມີເປົ້າໝາຍຂໍໃຫ້ເຊື່ອໝັ້ນ ແລະ ສັດທາໃນໂຕເອງແລ້ວລົງມືເຮັດ.​ ເພາະ​ຕົນ​ເອງ​ເປັນ ຄົນໜຶ່ງທີ່ເກີດໃນ ຄອບຄົວທຸກຍາກ ແລະ ຄອບຄົວແມ່ ລ້ຽງດ່ຽວ ສູ້ຊົນຈົນມາຮ​ ອດທຸ​ ກມື້​ ນີ້ ທີ່ ມີຫົວໃຈທີ່ແຂ່ງແກ່ນຂ້າມຜ່ານຄວາມ ຢ້ານກົວຂອງຕົນເອງຈົນໄດ້ມາຢືນຢູ່ ເທິງເວທີຈັກກະວານ ຕອນນີ້ນ້ອງຮູ້ສຶກ ພູມໃຈທີ່ສຸດ ແລະ ເຊື່ອວ່າຕົນ​ເອງຈະ ເຕີບ​ໃຫຍ່ໄປເລື້ອຍໆ ແລະ ບໍ່ຍອມແພ້ ນັ້ນມັນຈະເຮັດໃຫ້ມີພະລັງໃຈໃນການ ສູ້ຊີວິດ ແລະ ໄປຕໍ່ໄດ້ໄກກວ່າເກົ່າ. ນາງ ສຸກສະຫວັນພອນ ​ເວົ້າ​ຕື່ມ​ ວ່າ: ການ​ປະກ​ ວດ​ຄັ້ງນີ້​ ບອກເລີຍວ່າ ຄວາມໝັ້ນໃຈເກີນ 100 ພ້ອມຈະມາ ສູ້ ຢູ່ເທິງເວທີຈັກກະວານ. ຖ້ານ້ອງໄດ້ ເປັນ Miss Universe Laos ສິ່ງທໍາ ອິດທີ່ຈະເຮັດຄືຂອບໃຈແມ່ທີ່ເປັນແມ່ ຍິງທີ່ເຂັ້ມແຂງທີ່ຄ່ອຍດູແລເດັກນ້ອຍ ຄົນນີ້ ແລະ ຕໍ່ມາຄືການຊຸກຍູ້ ອຸປະ ກອນ ແລະ ລົນນະລົງການການຮຽນ ຂອງເດັກນ້ອຍຊົນນະບົດເພື່ອອຳນວຍ ຄວາມສະດວກຫລາຍຂຶ້ນ. ນາງງາມຈັກກະວານໃນດວງໃຈ ຈະເປັນໃຜບໍ່ໄດ້ນັ້ນແມ່ນເອື້ອຍປາ ເປົ້າ Miss Universe Laos ຄົນ ປັດຈຸບັນນັ້ນເອງ ເຊິ່ງເປັນຄົນເກັ່ງມີ ຫົວໃຈທິ່ແຂງແກ່ນ ບໍ່ທໍ້ຖອຍຕໍ່ຄວາມ ຝັນ ມີຄວາມພະຍາມຈົນກວ່າຈະໄດ້ມາ ເຖິງຄວາມສຳເລັດ ເຮັດໃຫ້ເປັນແຮງ ບັນດານໃຈຂອງຫາຍໆຄົນເລີຍ. ຝາກທຸກຄົນຊ່ວຍເຊຍ ແລະ ເປັນ ກຳລັງໃຈໃຫ້ແອ່ນນີ້ຕົວແທນນຳສະ ເໜີແຂວງຫຼວງນໍ້າທາແນ່ເດີສັນຍາ ຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ. ສາ ມາດຕິດຕາມການເຄື່ອນໄຫວໄດ້ທີ່: Facebook: Annie Halsana IG: Annie Halsana, TT: annie38388 * ພະທາດຈອມວັງ ເປັນພະທາດ ທີ່ເກົ່າແກ່ສ້າງມາໄດ້ຫລາຍຮ້ອຍປີ ແລ້ວ ແຕ່ບໍ່ປະກົດເຫັນຫລັກຖານທາງ ດ້ານປະຫວັດຄວາມເປັນມາຂອງພະ ທາດ, ຫລົງເຫລືອພຽງຊາກຫັກພັງທີ່ ເກົ່າແກ່; ມາໃນວັນທີ 10 ພຶດສະພາ 2023 ພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງລອງ ແຂວງຫລວງນໍ້າທາ ແລະ ອົງການປົກຄອງບ້ານຊຽງຮຸ່ງ ໄດ້ລົງ ກວດກາ, ເກັບກໍາຂໍ້ມູນ-ສໍາຫລວດ ຈັບຈຸດພິກັດ GPS ພ້ອມທັງກໍານົດ ຂອບເຂດພື້ນທີ່ ແລະ ຫ້າງຫາກະກຽມ ໃນການກໍ່ສ້າງພະທາດ; ພະທາດຈອມ ວັງ ອອກແບບເປັນເອກະລັກຂອງຊາດ ລາວ ຊົນເຜົ່າລື້ບ້ານຊຽງຮຸ່ງນ້ອຍ ມີ ລັກສະນະ4ຫລ່ຽມ, ຄວາມກວ້າງຖານ ພະທາດ 12 ແມັດ, ຍາວ 12 ແມັດ ແລະ ສູງ 10 ແມັດ ເລີ່ມລົງມືກໍ່ສ້າງໃນວັນທີ 1 ພຶດສະພາ 2024 ມູນຄ່າການກໍ່ ສ້າງ 750 ລ້ານກີບ; ສ້າງຂຶ້ນເພື່ອເປັນ ບ່ອນສັກກາລະບູຊາຂອງປະຊາຊົນທັງ ພາຍໃນ ແລະ ຕ່າງປະເທດ ທີ່ມາທ່ອງ ທ່ຽວຢູ່ພະທາດ ແລະ ສ້າງໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວທາງດ້ານວັດທະ ນະທໍາທີ່ມີີຊື່ສຽງແຫ່ງໃໝ່ຂອງເມືອງ. ໃນພິທີເປີດການບູລະນະປະຕິສັງ ຂອນພະທາດຈອມວັງ ບ້ານຊຽງຮຸ່ງ ກຸ່ມບ້ານຊຽງກົກ ໂດຍການເປັນກຽດ ເຂົ້າຮ່ວມ ຂອງທ່ານ ບຸນຖອງ ລໍຫວັນ ວົງສາ ປະທານແນວລາວສ້າງຊາດ ເມືອງ ຜູ້ຊີ້ນໍາອົງການຈັດຕັ້ງມະຫາ ຊົນ, ມີພະອາຈານ ອິນທະນິນ ພູລິຍາ ໂນ ເຈົ້າອາວາດວັດສີດອນສັກ ເມືອງ ຕົ້ນເຜິ້ງແຂວງບໍ່ແກ້ວ ແລະ ພະອາຈານ ຄໍາເງິນ ແກ້ວດວງຄໍາ ປະທານ ອພສ ເມືອງ, ມີບັນດາຄະນະຮັບຜິດຊອບ ການບູລະນະປະຕິສັງຂອນ ຂັ້ນເມືອງຂັ້ນບ້ານ, ອົງການປົກຄອງ, ເຖົ້າແກ່ ແນວໂຮມ, ປະຊາຊົນບ້ານຊຽງຮຸ່ງເຂົ້າ ຮ່ວມ. ໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັັງ ການຜ່ານຂໍ້ຕົກລົງຂອງເຈົ້າເມືອງໆ ລອງ ວ່າດ້ວຍການອະນຸມັດການກໍ່ ສ້າງ ແລະ ບົດລາຍງານກ່ຽວກັບປະ ຫວັດຄວາມເປັນມາໃນການບູລະນະ ປະຕິສັງຂອນພະທາດຈອມວັງ ບ້ານ ຊຽງຮຸ່ງ ຊຶ່ງເປັນບ້ານໜຶ່ງໃນ 14 ບ້ານທີ່ຂຶ້ນກັບກຸ່ມຊຽງກົກ ສ້າງຂຶ້ນໃນ ປີ 1986 ຫ່າງຈາກເທສະບານເມືອງ ລອງໄປທາງທິດຕາເວັນຕົກສ່ຽງເໜືອ 30 ກິໂລແມັດ ປະກອບມີຈໍານວນ 27 ຫລັງຄາເຮືອນ, ມີ 31 ຄອບຄົວ, ມີພົນລະເມືອງ 108 ຄົນ, ຍິງ 50 ຄົນ, ປະຊາຊົນມີອາຊີບເຮັດນາ, ເຮັດໄຮ່, ເຮັດສວນ, ປູກຢາງພາລາ, ມັນຕົ້ນ, ອ້ອຍ ແລະ ລ້ຽງສັດ, ອາຊີບສໍາຮອງ ຄ້າຂາຍ ແລະ ເກັບເຄື່ອງປ່າຂອງດົງ. ໂອກາດນີ້, ທ່ານ ບຸນຖອງ ລໍຫວັນ ວົງສາ ໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະ ນະຮັບຜິດຊອບເອົາໃຈໃສ່ຕິດຕາມ, ກວດກາ, ອໍານວຍຄວາມສະດວກ, ປະ ຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນເພື່ອໃຫ້ຮູບແບບ, ການ ຄວັດ, ແຕ້ມລວດລາຍ, ຮູບຊົງໃຫ້ຖືກ ຕ້ອງຕາມວັດທະນະທໍາອັນດີງາມ ຂອງຊາດລາວເຮົາທີ່ເຄີຍສືບທອດ ກັນມາ ຮັບປະກັນທາງດ້ານເຕັກນິກ ຕາມມາດຖານທາງດ້ານເຄຫາສະ ຖານ, ອົງການປົກຄອງບ້ານ, ເຖົ້າແກ່ ແນວໂຮມ ແລະ ປະຊາຊົນບ້ານ ຕ້ອງ ເປັນເຈົ້າການຄຸ້ມຄອງ, ປົກປັກຮັກສາ ພະທາດໃຫ້ໃຊ້ໄດ້ຢ່າງຍາວນານ ແລະ ເກີດຜົນປະໂຫຍດສູງສຸດໃຫ້ແກ່ປະຊາ ຊົນ ເຮັດໃຫ້ກາຍເປັນສະຖານທີ່ທ່ອງ ທ່ຽວທາງດ້ານວັດທະນະທໍາແຫ່ງໃໝ່ ທີ່ມີຊື່ສຽງຂອງເມືອງ.

RkJQdWJsaXNoZXIy MTc3MTYxMQ==