5863

xtgmf]k; 4 3]d c]t gsfdko 06/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp m6 f]k; pn j olko8k8A '8+ xtmkokmy [= fu csj 'lkmk]tot]a f8;a ddu m6 f]k; pn j olko8k8A '8+ vq 'dkogdn vfsh k,vk;5 fg7,u ຂປລ. ໃນວັນທີ25 ເມສາ2024 ຜ່ານມາ, ທີ່ທໍານຽບປະທານາທິບໍດີ ແຫ່ງ ສ ຕວັກກີ, ນະຄອນຫລວງ ອັງ ກາຣາ, ທ່ານ ລັດສະໝີ ແກ້ວມະນີ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ເຣເຊັບ ໄຕຢິບ ແອຣ໌ໂດອັນ (RecepTayyip Erdoğan), ປະທານາທິບໍດີ ແຫ່ງ ສ ຕວັກກີ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະ ຈຳ ສ ຕວັກກີ ເຊິ່ງມີສໍານັກງານຕັ້ງ ຢູ່ ເຊີແນວ, ປະເທດ ສະວິດ. ພາຍຫລັງການຢື່ນສານຕາຕັ້ງ, ທ່ານທູດລາວຄົນໃໝ່ໄດ້ຮັບກຽດ ພົບປະໂອ້ລົມກັບທ່ານປະທານາທິ ບໍດີ ເຊິ່ງທ່ານທູດໄດ້ນຳເອົາຄວາມ ຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງທ່ານ ຂປລ. ວັນທີ 25 ເມສາ 2024 ຜ່ານມາ, ທ່ານ ກິ່ງໂພແກ້ວ ພົມມະ ຫາໄຊ ໄດ້ຍື່ນສານຕາຕັ້ງຕໍ່ທ່ານ FernandoArias, ຜູ້ອຳນວຍການ ໃຫຍ່ອົງການເກືອດຫ້າມອາວຸດເຄ ມີ ເພື່ອດຳລົງຕໍ່າແໜ່ງຜູ້ຕາງໜ້າ ຖາວອນ ແຫ່ງ ສປປ ລາວ ປະຈຳ ອົງການເກືອດຫ້າມອາວຸດເຄມີ ທີ່ ລາຮາຍ, ປະເທດໂຮນລັງ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດ ກິ່ງໂພແກ້ວ ພົມມະຫາໄຊ ກໍໄດ້ສະແດງຄວາມ ຂອບໃຈຕໍ່ທ່ານFernandoArias, ຜູ້ອຳນວຍການໃຫຍ່ອົງການເກືອດ ຫ້າມອາວຸດເຄມີ ກໍຄື ອົງການ OPCW ທີ່ໄດ້ໃຫ້ການຮ່ວມມືແລະ ຂປລ. ອາກາດຮ້ອນ ສາມາດສົ່ງ ກະທົບຕໍ່ສຸຂະພາບຂອງຄົນເຮົາທຸກ ເພດທຸກໄວ ໂດຍສາເພາະກຸ່ມທີ່ມີ ຄວາມສ່ຽງ ເຊັ່ນ: ຜູ້ອາຍຸສູງ, ເດັກ ນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກ ກາງແຈ້ງ ແລະ ຄົນທີ່ມີພະຍາດປະ ຈຳຕົວ ມີໂອກາດສູງທີ່ຈະໄດ້ຮັບຜົນ ກະທົບຈາກອາກາດທີ່ຮ້ອນເອົ້າ ເຊິ່ງ ຜົນກະທົບອາດຈະເກີດຂຶ້ນທັນທີຫລື ຫລັງຈາກຜ່ານໄປຫລາຍມື້ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້ ທ່ານ ໄພວັນ ແກ້ວປະເສີດ ຮອງ ລັດຖະມົນຕີກະຊວງກະຊວງສາທາ ລະນະສຸກ ໄດ້ໃຫ້ສຳພາດ ໃນວັນທີ 3 ພຶດສະພາ 2024 ວ່າ: ປັດຈຸບັນ, ສະພາບການປ່ຽນແປງດິນຟ້າອາ ກາດກໍາລັງເປັນໄພຄຸກຄາມອັນໃຫຍ່ ຫລວງໃນທົ່ວໂລກ, ອຸນຫະພູມ ແລະ ຄື້ນຄວາມຮ້ອນຂອງໂລກເພີ່ມຂຶ້ນ ເຊິ່ງມີຄວາມຮຸນແຮງຂຶ້ນເລື້ອຍໆ ສົ່ງຜົນໃຫ້ປະເທດທີ່ມີລາຍໄດ້ຕໍ່າປານກາງ (LMIC) ໄດ້ຮັບຜົນກະ ທົບຫລາຍທີ່ສຸດຈາກການປ່ຽນແປງ ດິນຟ້າອາກາດອາກາດ ໂດຍສະ ເພາະສປປລາວແມ່ນມີຄວາມບອບ ບາງຕໍ່ການປ່ຽນແປງຂອງດິນຟ້າ ອາກາດມີສະພາບອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນຄືກັນ. ສະນັ້ນ, ປະເທດຂອງພວກເຮົາ ຈຶ່ງຜະເຊີນ ກັບສິ່ງທ້າທາຍດ້ານສຸຂະພາບ,ລວມ ທັງຄວາມສ່ຽງເພີ່ມຂຶ້ນຂອງພະ ຍາດໄຂ້ຍຸງ, ພະຍາດຖອກທ້ອງ, ຄວາມກົດດັນຈາກຄວາມຮ້ອນ ແລະ ການຂາດສານອາຫານຈາກ ເຫດການສະພາບອາກາດທີ່ຮຸນ ແຮງທຳລາຍພືດ, ທີ່ຢູ່ອາໄສ ແລະ ຂາດເຂີນທາງດ້ານພື້ນຖານໂຄງ ລ່າງດ້ານນໍ້າ ແລະ ສຸຂາພິບານ. ເພື່ອປ້ອງກັນຕົນເອງຈາກຜົນ ກະທົບ ຂອງອາກາດຮ້ອນຄວນ ຫລີກລ່ຽງການອອກໄປນອກເຮືອນ ຫລື ອາຄານ ຫລືຕາກແດດຊ່ວງ ເວລາ 10:00-16:00 ໂມງ ເນື່ອງ ຈາກຊ່ວງນີ້ລັງສີ UV ຫລາຍທີ່ສຸດ ອາດເປັນອັນຕະລາຍຕໍ່ຜິວໜັງ ແລະ ສຸຂະພາບ, ຖ້າເປັນໄປໄດ້ຄວນງົດ ການເຮັດກິດຈະກຳໜັກໆກາງແຈ້ງ ອາກາດຮ້ອນຈະເຮັດໃຫ້ອຸນຫະພູມ ຮ່າງກາຍສູງ ອາດເຮັດໃຫ້ເປັນລົມ ໄດ້, ຖ້າຈຳເປັນໃຫ້ມີເຄື່ອງປ້ອງກັນ; ດື່ມນໍ້າສະອາດໃຫ້ຫລາຍຂຶ້ນ ເພື່ອ ປ້ອງກັນຮ່າງກາຍຂາດນໍ້າ ເນື່ອງ ຈາກອາກາດຮ້ອນຈະສົ່ງຜົນໃຫ້ ຮ່າງກາຍຂາດນໍ້າ ເຮັດໃຫ້ຮ່າງກາຍ ອ່ອນເພຍ (ຄວນຫລີກລ້ຽງການດື່ມ ນໍ້າເຢັນໆ ຫລື ເຢັນໂພດ ເຊັ່ນໃສ່ນໍ້າ ກ້ອນ ເພາະຈະສົ່ງຜົນກະທົບຕໍ່ລະ ບົບເຜົາຜານຮ່າງກາຍ, ບາງຄັ້ງນໍ້າ ກ້ອນອາດບໍ່ສະອາດ ເຮັດໃຫ້ຖອກ ທ້ອງໄດ້); ຫລີກລ່ຽງການເຄື່ອງ ດື່ມທີ່ມີນຳ້ຕານສູງ, ທາດເຫລົ້າ ຫລື ສານຄາເຟອີນສູງ; ກິນອາຫານ ຢ່າງລະມັດລະວັງ ເນັ້ນອາຫານທີ່ປຸງ ແຕ່ງໃໝ່ເພື່ອຫລີກລ້ຽງອາຫານ ເປັນພິດ, ອາການຖອກທ້ອງຈາກ ການເຕີບໂຕຂອງພະຍາດ; ກິນອາ ຫານ, ໝາກໄມ້ ປະເພດຊ່ວຍຫລຸດ ຄວາມຮ້ອນລົດການອອກກໍາລັງ ກາຍ, ອອກກຳລັງກາຍແຕ່ພໍດີບໍ່ Recep Tayyip Erdoğan ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ສ ຕວັກກີ ທຸກຖ້ວນໜ້າ ແລະ ໄດ້ຕີລາສູງຕໍ່ຜົນສໍາເລັດຂອງ ການພົວພັນຮ່ວມມືສອງຝ່າຍລາວຕວັກກີ ຕະຫລອດໄລຍະຫົກທົດ ສະວັດຜ່ານມາ (1958-2024). ພິເສດ, ໄດ້ສະແດງຄວາມຊົມເຊີຍຕໍ່ ບົດບາດອັນສຳຄັນທາງດ້ານການ ເມືອງ-ຄວາມໝັ້ນຄົງ ແລະ ການ ພັດທະນາເສດຖະກິດ-ສັງຄົມ ຂອງ ສ ຕວັກກີ ອັນໄດ້ເຮັດໃຫ້ຊີວິດການ ເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ ແລະປະກອບສ່ວນເຂົ້າໃນການສ້າງ ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ. ໃນໂອກາດດັ່ງກ່າວ, ທ່ານປະທານາທິບໍດີກໍໄດ້ຕີລາຄາ ສູງ ແລະ ຊົມເຊີຍຕໍ່ການມາດໍາລົງ ຕໍາແໜ່ງ ເປັນເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ປະຈໍາ ສ ຕວັກກີ ແລະ ອວຍພອນໃຫ້ທ່ານເອກອັກຄະ ລັດຖະທູດ ຈົ່ງປະສົບຜົນສໍາເລັດໃນ ການປະຕິບັດໜ້າທີ່ ແນໃສ່ສົ່ງເສີມ ສາຍພົວພັນຮ່ວມມືສອງຝ່າຍ ລາວຕວັກກີ ໃຫ້ນັບມື້ນັບເພີ່ມທະວີ. ໃນໂອກາດເຂົ້າຮ່ວມພິທີຍື່ນ ສານຕາຕັ້ງຄັ້ງນີ້, ທ່ານທູດລາວຄົນ ໃໝ່ ຍັງໄດ້ພົບປະເຮັດວຽກກັບທ່ານ ຫົວໜ້າກົມພິທີການທູດ ແລະ ທ່ານ ຫົວໜ້າກົມ ອາຊີ-ປາຊີຟິກ, ກະຊວງ ການຕ່າງປະເທດ, ທ່ານກົງສຸນກິດ ຕິມະສັກ ແຫ່ງ ສປປ ລາວ ປະຈໍາ ສ ຕວັກກີ ເຊິ່ງໄດ້ຕີລາຄາສູງຕໍ່ການ ຜັນຂະຫຍາຍການພົວພັນຮ່ວມມື ສອງຝ່າຍ ລາວ-ຕວັກກີ ໃນໄລຍະ ຜ່ານມາ ແລະ ກໍານົດທິດທາງໃນຕໍ່ ໜ້າ ໂດຍຈະສຸມໃສ່ບາງຂົງເຂດບູລິ ມະສິດທີ່ທັງສອງຝ່າຍມີຄວາມອາດ ສາມາດ, ທ່າແຮງບົ່ມຊ້ອນເຊັ່ນ: ການສຶກສາ, ກາ ນທ່ອງທ່ຽວ,ການ ຄ້າ ແລະ ການລົງທຶນ. ພ້ອມນີ້,ສອງ ຝ່າຍຈະເພີ່ມທະວີການພົວພັນຮ່ວມ ມືໃນຂອບຫລາຍຝ່າຍຕື່ມເປັນຕົ້ນ ອາຊຽນ, ອາເຊັມ (ASEM), ເອຊີ ດີ (ACD) ແລະ ອົງການສະຫະ ປະຊາຊາດ. ສປປ ລາວ ແລະ ສ ຕວັກກີ ສ້າງ ຕັ້ງສາຍພົວພັນການທູດນໍາກັນໃນ ວັນທີ 26 ມິຖຸນາ 1958 (ຄົບຮອບ 66 ປີ). ຂ່າວ-ພາບ: ກຕທ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານ ວິຊາການ ແລະ ທຶນຮອນ ເຊິ່ງເຮັດ ໃຫ້ເຈົ້າໜ້າທີ່ຈາກພາກສ່ວນກ່ຽວ ຂ້ອງຂອງ ສປປ ລາວ ໄດ້ມີໂອ ກາດ ເຂົ້າຮ່ວມເຄື່ອນໄຫວໃນວຽກ ງານຕ່າງໆ ຂອງອົງການ OPCW ຢ່າງເປັນປົກກະຕິ. ພ້ອມດຽວກັນກໍ ໄດ້ສະເໜີໃຫ້ອົງການເກືອດຫ້າມ ອາວຸດເຄມີ ເພີ່ມທະວີການສະໜັບ ສະໜູນດ້ານເຕັກນິກວິຊາການ ເພື່ອ ສ້າງຂີດຄວາມອາດສາມາດໃຫ້ພະ ນັກງານ ໃນພາກສ່ວນກ່ຽວຂ້ອງ ຂອງສປປລາວໂດຍຜ່ານບັນດາທຶນ ຝຶກອົບຮົມແລະສຳມະນາໃຫ້ຫລາຍ ຂຶ້ນກວ່າເກົ່າ ເຊິ່ງອົງການOPCW ກໍຍິນດີຈະໃຫ້ການຮ່ວມມືແລະການ ສະໜັບສະໜູນແບບເປີດກວ້າງ. ໂອກາດນິ້, ສະຖານເອກອັກຄະ ລັດຖະທູດ ແຫ່ງ ສປປ ລາວ ແລະ ອົງການ OPCW ກໍໄດ້ສະແດງ ຄວາມປິຕິຍິນດີ ແລະ ໃຫ້ຄຳໝັ້ນສັນ ຍາເພື່ອຮ່ວມມືໃນຕໍ່ໜ້າ. ຄວນອອກກຳລັງກາຍໜັກຈົນເກີນ ໄປ ເພາະອາກາດຮ້ອນຈະເຮັດໃຫ້ ຮ່າງກາຍລະບາຍຄວາມຮ້ອນບໍ່ທັນ ແລະ ອອກຊີເຈັນບໍ່ພຽງພໍ, ຄວນ ເລືອກກິດຈະກຳເບົາໆເຊັ່ນ: ຍ່າງຫລື ໂຍຄະຕອນແລງ; ພັກຜ່ອນໃຫ້ພຽງ ພໍ ໂດຍທໍາມະຊາດແລ້ວ, ລະດູຮ້ອນ ກາງເວັນຍາວກວ່າກາງຄືນອາດ ເປັນສາເຫດ ໃຫ້ພັກຜ່ອນບໍ່ພຽງພໍ, ການພັກກາງວັນເລັກນ້ອຍຖືວ່າເປັນ ປະໂຫຍດຕໍ່ສຸຂະພາບ ໂດຍສະເພາະ ຜູ້ເຮັດວຽກ ເພື່ອຮັກສາລະບົບຕ່າງໆ ຂອງຮ່າງກາຍໃຫ້ເຮັດວຽກປົກ ກະຕິ; ອາກາດຮ້ອນອາດເຮັດໃຫ້ ຮ່າງກາຍອ່ອນເພຍ ແລະ ມີເຫື່ອອກ ຫລາຍຂຶ້ນ ຄວນຮັກສາອຸນຫະພູມ ຮ່າງກາຍດ້ວຍການອາບນໍ້າເຢັນ ຫລື ໃຊ້ຜ້າຈຸ່ມນໍ້າເຢັນທໍາມະດາເຊັດ ຕາມໜ້າ ແລະ ຮ່າງກາຍ; ສວມໃສ່ ເຄື່ອງນຸ່ງໃຫ້ເໝາະສົມ, ເສື້ອຜ້າສາ ມາດດູດຊັບເຫື່ອ ແລະ ລະບາຍ ຄວາມຮ້ອນໄດ້ດີ ໃສ່ສະບາຍບໍ່ຮັດ ຈົນເກີນໄປ ເຊັ່ນ: ຜ້າຝ້າຍຜ້າຊາຕິນ ມີນໍ້າໜັກເບົາ ແລະ ຊ່ວຍຖ່າຍເທອາ ກາດໄດ້ດີກວ່າຜ້າຊະນິດອື່ນ. ຂ່າວ: ກິດຕາ ຂປລ. ໃນວັນທີ 26 ເມສາ 2024 ຜ່ານມາ, ກະຊວງການຕ່າງປະເທດ ໄດ້ລົງນາມເອກະສານແລກປ່ຽນຮັບ ເອົາໂຄງການຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນສໍາລັບໂຄງການພັດ ທະນາເສດຖະກິດ ແລະ ສັງຄົມ ເພື່ອ ສະໜອງອຸປະກອນ ແລະ ລົດກົນຈັກ ຕ່າງໆ ເພື່ອບູລະນະ, ສ້ອມແປງຖະ ໜົນຫົນທາງ ແລະ ຂົວທີ່ເປ່ເພຢູ່ ສປປ ລາວ ລວມມູນຄ່າ 1.500 ລ້ານ ເຢນ (ສະກຸນເງິນຍີ່ປຸ່ນ), ຕາງໜ້າ ລັດຖະບານ ສປປ ລາວ ເຊັນ ໂດຍ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ ໂຄບະຢະຊິ ເຄນອິຈິ ເອກອັກ ຄະຣາຊະທູດ ແຫ່ງ ຍີ່ປຸ່ນປະຈໍາ ສປປ ລາວ ໂດຍມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິ ການ ແລະ ຂົນສົ່ງ ແລະ ພາກສ່ວນ ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນ ສັກຂີພິຍານ. ການຊ່ວຍເຫລືອຄັ້ງນີ້, ເປັນການ ຕອບສະໜອງຕາມຄວາມຮຽກຮ້ອງ ຕ້ອງການໃນການປັບປຸງ, ຟື້ນຟູ ແລະ ຍົກລະດັບຄຸນນະພາບເສັ້ນທາງພາຍ ໃນ ສປປ ລາວ ທີ່ເປ່ເພ ເນື່ອງຈາກ ໄພພິບັດທໍາມະຊາດ ໂດຍສະເພາະ ແມ່ນເສັ້ນທາງເລກທີ 13 ເໜືອ, 11 ເໜືອ, R2 ແລະ ອື່ນໆ ທີ່ມີຄວາມສໍາ ຄັນເປັນຢ່າງຍິ່ງຕໍ່ການເຊື່ອມໂຍງ- ເຊື່ອມຈອດ ສປປ ລາວ ອອກສູ່ພາກ ພື້ນ ແລະ ສາກົນ. ໃນພິທີ, ທ່ານ ໂພໄຊ ໄຂຄໍາພິທູນ ]q 'ok,gvdtlkoc]dxj Po 37'dko-j ;pgs]n v9kd]a f4t[kopu j x5 j o ໄດ້ເນັ້ນວ່າ: ການພັດທະນາພື້ນຖານ ໂຄງລ່າງແມ່ນໜຶ່ງໃນປັດໄຈພື້ນຖານ ສໍາຄັນ ສໍາລັບການພັດທະນາເສດຖະ ກິດ-ສັງຄົມ ຂອງບັນດາປະເທດໃນ ທົ່ວໂລກລວມທັງສປປລາວ ເຊິ່ງລັດ ຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາ ຄັນສູງຕໍ່ການປັບປຸງ ແລະ ຍົກລະດັບ ພື້ນຖານໂຄງລ່າງ ເພື່ອຫັນປ່ຽນຈາກ ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ມາເປັນປະເທດທີ່ເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ ແລະ ສາກົນ. ພ້ອມ ນີ້, ໂຄງການດັ່ງກ່າວ ຍັງປະກອບ ສ່ວນສໍາຄັນເຂົ້າໃນການຍົກລະດັບ ເສັ້ນທາງຫລວງແຫ່ງຊາດ ໃຫ້ສາ ມາດຮອງຮັບການໄປມາຫາສູ່, ການ ບໍລິການຂົນສົ່ງສິນຄ້າ ແລະ ການບໍ ລິການທ່ອງທ່ຽວກັບປະເທດເພື່ອນ ບ້ານໃກ້ຄຽງ ກໍຄື ໃນພາກພື້ນ ແລະ ຈະປະກອບ ສ່ວນສໍາຄັນເຂົ້າໃນການ ພັດທະນາດ້ານເສດຖະກິດ ແລະ ສັງ ຄົມ ຂອງ ສປປ ລາວ ໂດຍສະເພາະ ແມ່ນປະຊາຊົນ ໃຫ້ມີຊີວິດການເປັນ ຢູ່ດີຂຶ້ນເທື່ອລະກ້າວ. ພ້ອມນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ມາຍັງລັດຖະ ບານ ກໍຄືປະຊາຊົນຍີ່ປຸ່ນທີ່ໄດ້ໃຫ້ການ ສະໜັບສະໜູນຊ່ວຍເຫລືອດ້ານ ຕ່າງໆ ແກ່ ສປປ ລາວ ຕະຫລອດໄລ ຍະຜ່ານມາ ແລະ ຫວັງເປັນຢ່າງຍິ່ງ ວ່າຈະສືບຕໍ່ໄດ້ຮັບການຮ່ວມມືຊ່ວຍ ເຫລືອເພີ່ມຕື່ມໃນຕໍ່ໜ້າ. ໃນຂະນະດຽວກັນ, ທ່ານເອກ ອັກຄະຣາຊະທູດ ໂຄບະຢະຊິ ເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນວ່າ: ຈະ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມກໍຄືການເປັນຄູ່ຮ່ວມຍຸດທະສາດ ຂອງສອງປະເທດລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປ ເລື້ອຍໆ. ພາບ: ເກດສະໜາ vkdkfIh volk,kflq j 'zq odtmq [8+ l5 0trk[0v'7q o dq ,.spj dkog,n v'dv'ma [ 4vf4vo[q fIPo{ ,v[.[1A '1n odv'xvf.l xvfwr xvf7tfu ຂປລ. ກອງປະຊຸມສະຫລຸບ ຖອດຖອນບົດຮຽນ ແລະ ມອບໃບ ຢັ້ງຢືນກອງປອດໃສ, ປອດໄພ, ປອດຄະດີ ທົ່ວກົມໃຫຍ່ການເມືອງ ກອງທັບປະຈຳປີ 2023 ຈັດຂຶ້ນ ໃນວັນທີ 29 ເມສາ 2024 ໂດຍ ການເປັນປະທານຂອງສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະ ການຄະນະປະຈຳພັກກະຊວງປ້ອງ ກັນປະເທດ ຮອງຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກຄະນະບັນຊາ,ກົມ,ກອງ,ຫ້ອງການ, ພະນັກງານນັກຫລັກແຫລ່ງທີ່ຂຶ້ນ ກັບກົມໃຫຍ່ການເມືອງ ເຂົ້າຮ່ວມ. ສະຫາຍ ພັນໂທ ພັນໄຊ ສີວົງຈັນ ຫົວໜ້າພະແນກປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ໄດ້ ຜ່ານບົດສະຫລຸບຜົນການກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະ ດີ ປະຈຳປີ 2023 ແລະ ທິດທາງ ແຜນການປະຈຳປີ 2024ໂດຍພາຍ ໃຕ້ການຊີ້ນໍາ-ນໍາພາຂອງຄະນະປະ ຈຳພັກ-ຄະນະພັກກົມໃຫຍ່ການ ເມືອງກອງທັບ, ກົມປ້ອງກັນພາຍ ໃນກອງທັບ ແລະ ຄະນະພັກ-ຄະນະ ບັນຊາແຕ່ລະກົມກອງຕໍ່ວຽກງານ ປ້ອງກັນພາຍໃນແລະຂະບວນການ ກໍ່ສ້າງກອງປອດໃສ, ປອດໄພ, ປອດຄະດີ ຢ່າງຕໍ່ເນື່ອງ ເຮັດໃຫ້ສະ ມາຊິກພັກ-ພະນັກງານ, ນັກຮົບທົ່ວ ກົມໃຫຍ່ການ ເມືອງກອງທັບມີ ຄວາມປອດໃສໜັກແໜ້ນທາງດ້ານ ການເມືອງແນວຄິດ, ເຂັ້ມແຂງທາງ ດ້ານການຈັດຕັ້ງ, ຍືດໝັ້ນຕໍ່ອຸດົມ ການສັງຄົມນິຍົມ, ມີຄວາມຈົງຮັກ ພັກດີຕໍ່ ພັກ-ຕໍ່ປະເທດຊາດ ແລະ ຕໍ່ ປະຊາຊົນບັນດາເຜົ່າ, ສາມາດເຮັດ ສໍາເລັດໜ້າທີ່ການເມືອງຂອງຕົນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ ຄື ການປັບປຸງກໍ່ສ້າງກອງທັບທີ່ມີ ແບບແຜນທັນສະໄໝ ເພື່ອຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່. ຜ່ານການຈັດຕັ້ງດຳເນີນກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະດີ ທົ່ວກົມໃຫຍ່ການເມືອງກອງທັບໃນ 1ປີຜ່ານມາສາມາດສັງລວມໄດ້ກົມ ກອງປອດໃສ, ປອດໄພ, ປອດຄະດີ ປະເພດ I 28 ກົມກອງ, ປະເພດ II 10ກົມກອງ, ປະເພດ III 4ກົມກອງ, ຕີລາຄາປະເພດຄຸນນະພາບການ ເມືອງພາຍໃນຂອງນາຍ ແລະ ພົນ ທະຫານ ປະເພດ I ກວມ 98,74% ແລະ ປະເພດ II ກວມ 1,14%. ຈາກນັ້ນ, ໄດ້ມອບໃບຢັ້ງຢືນ ກອງປອດໃສ, ປອດໄພ, ປອດຄະ ດີປະເພດ 1 ແລະ ປະເພດ 2 ປະຈຳ ປີ 2023 ຕາມລຳດັບ, ພ້ອມທັງ ຮັບເອົາຂໍ້ແຂ່ງຂັນຈຳນວນ 42 ກົມ ກອງ ຕື່ມອີກ. ຂ່າວ: ນົກ ບຸນມາເລີດ

RkJQdWJsaXNoZXIy MTc3MTYxMQ==