5863

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/05/2024 xtgmf]k; ເອດີບີ ຄາດຄະເນ... ເຈົ້າໜ້າທີ່ກ່ຽວຂ້ອງ... ພ້ອມກັນເສີມຂະຫຍາຍ... ໄຊຊະນະບັ້ນຮົບ... ຮອງນາຍົກລັດຖະມົນຕີ... ຄະນະຮັບຜິດຊອບສະຫລຸບ... ກຽມສະຫລຸບ 40 ປີ ແຫ່ງການ ປ່ຽນແປງໃໝ່ ແມ່ນວຽກງານໜຶ່ງ ທີ່ມີຄວາມໝາຍສຳຄັນຕະຫລອດ ໄລຍະແຫ່ງການຈັດຕັ້ງນຳພາຂອງ ພັກ ໃນພາລະກິດແຫ່ງການປ່ຽນ ແປງໃໝ່ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງບັນດາຜົນງານແຫ່ງການຈັດ ຕັ້ງນຳພາພາລະກິດປ່ຽນແປງໃໝ່ ໄດ້ສ່ອງແສງໃຫ້ເຫັນເຖິງໝາກຜົນ ແຫ່ງໄຊຊະນະ ຂອງການປົກປັກຮັກ ສາ-ສ້າງສາພັດທະນາປະເທດຊາດ ຂອງພັກເຮົາຕະຫລອດໄລຍະ 40 ປີ(1986-2026). ທັງນີ້ກໍເພື່ອ ເປັນການກະກຽມໃຫ້ແກ່ການຈັດ ຕັ້ງກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ, ພັກເຮົາຈຶ່ງຕັ້ງບັນຫາກ່ຽວກັບ ການສະຫລຸບ ການຈັດຕັ້ງປະຕິບັດ ແນວທາງປ່ຽນແປງໃໝ່ ຂອງພັກ ເພື່ອຍົກໃຫ້ເຫັນສະພາບແວດລ້ອມ ແຫ່ງການກຳເນີດແນວທາງປ່ຽນ ແປງໃໝ່ຂອງພັກເຮົາ ແລະ ການສະ ຫລຸບຕີລາຄາໝາກຜົນດັ່ງກ່າວ ຢ່າງຖືກຕ້ອງ, ພາວະວິໄສ, ການ ຖອດຖອນບົດຮຽນຈາກພາຍໃນ ແລະ ບົດຮຽນຂອງບັນດາປະເທດ ເພື່ອນມິດຍຸດທະສາດ. ພ້ອມກັນ ນັ້ນ, ກໍກຳນົດອອກໃຫ້ເຫັນຢ່າງຈະ ແຈ້ງກ່ຽວກັບການກຳນົດທິດທາງ, ວິທີການ ແນໃສ່ສືບຕໍ່ເຮັດໃຫ້ການ ປະຕິບັດແນວທາງປ່ຽນແປງໃໝ່ ຂອງພັກໃຫ້ປາກົດຜົນເປັນຈິງ ແລະ ສອດຄ່ອງກັບສະພາບການຫັນ ປ່ຽນໃໝ່ຂອງພາກພື້ນ ແລະ ສາກົນ. ກອງປະຊຸມໃນຄັ້ງນີ້, ຄະນະຮັບຜິດ ຊອບ ຍັງໄດ້ພ້ອມກັນປະກອບຄຳ ຄິດເຫັນໃສ່ໂຄງຮ່າງສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ທີ່ຄະນະ ຮັບຜິດຊອບໄດ້ກະກຽມເພື່ອສ້າງ ຄວາມເປັນເອກະພາບ ແລະ ເພື່ອສະ ເໜີກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ທີ່ຈະເປີດຂຶ້ນໃນ ມໍ່ໆນີ້ ພິຈາລະນາ-ຮັບຮອງ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ຍັງຮຽກຮ້ອງມາຍັງຄະນະ ຮັບຜິດຊອບ ຈົ່ງໄດ້ສຸມສະຕິປັນຍາ ປະກອບຄຳຄິດເຫັນຕໍ່ກັບບັນຫາ ຕ່າງໆ ດ້ວຍຄວາມຮັບຜິດຊອບສູງ ແລະ ມີລັກສະນະວິທະຍາສາດ ເພື່ອ ໃຫ້ອະນຸກຳມະການດ້ານເນື້ອໃນ ໄດ້ນຳໄປປັບປຸງໃຫ້ສົມບູນ. ພ້ອມນີ້, ກອງປະຊຸມຍັງໄດ້ຜ່ານ ມະຕິຕົກລົງຂອງຄະນະບໍລິຫານ ງານສູນກາງພັກ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບສະຫລຸບ 40 ປີແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ, ຜ່ານຮ່າງສະຫລຸບ 40 ປີ ປ່ຽນແປງໃໜ່ແຜນດໍາເນີນງານ ວຽກງານສະຫລຸບ 40 ປີປ່ຽນແປງ ໃໜ່ຕື່ມອິກ. ຂ່າວ: ກິດຕາ, ພາບ: ເກດສະໜາ ສະມາຊິກຂອງອົງການ OECD ແລະ ສະເຫລີມສະຫລອງ ຄົບຮອບ 10 ປີ ຂອງການສ້າງຕັ້ງໂຄງການ ອາຊີຕາເວັນອອກສ່ຽງໃຕ້ຂອງອົງ ການ OECD ຫລື the OECD Southeast Asia Regional Programme (SEARP). ໃນການເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ໃນນາມປະທານໝູນວຽນ ຂອງປະເທດອາຊຽນ ໃນປີ 2024 ໄດ້ເຂົ້າຮ່ວມໃນພາກພິທີເປີດກອງ ປະຊຸມ ແລະ ກ່າວມີຄຳເຫັນໃນພາກ ພິທີສະເຫລີມສະຫລອງ ຄົບຮອບ 10 ປີ ການສ້າງຕັ້ງໂຄງການ SEARPຮ່ວມກັບບັນດາລັດຖະມົນ ຕີຈາກ 5 ປະເທດສະມາຊິກອາຊຽນ ຄື: ຫວຽດນາມ, ສິງກະໂປ, ໄທ, ອິນໂດເນເຊຍ ແລະ ກອງເລຂາ ອາຊຽນ. ໃນໂອກາດນີ້, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງການຮ່ວມມືກັນ ແລະ ບັນດາສິ່ງທ້າທາຍທີ່ໂລກຂອງ ພວກເຮົາກຳລັງຜະເຊີນຢູ່ທັງໃນ ດ້ານການເມືອງ, ເສດຖະກິດ ແລະ ສັງຄົມທີ່ກົດໜ່ວງຖ່ວງດຶງຕໍ່ການ ພັດທະນາຂອງບັນດາປະເທດໃນ ໂລກ ເຊິ່ງ ສປປ ລາວ ໄດ້ຮຽກຮ້ອງ ໃຫ້ທຸກພາກສ່ວນ ໂດຍສະເພາະອົງ ການ OECD ແລະ ຄູ່ຮ່ວມມືຈົ່ງ ເພີ່ມທະວີການຮ່ວມມືກັນໃຫ້ຫລາຍ ຂຶ້ນ ໃນແກ້ໄຂບັນຫາສິ່ງທ້າທາຍ ດັ່ງກ່າວ ເພື່ອກ້າວໄປສູ່ການເຕີບໂຕ ແລະ ພັດທະນາແບບຍືນຍົງ ແລະ ຮອບດ້ານໃນພາກພື້ນ ກໍຄືທົ່ວໂລກ. ພ້ອມດຽວກັນ, ໃນໂອກາດຄົບ ຮອບ 10 ປີ ການສ້າງຕັ້ງໂຄງການ SEARP, ທ່ານຮອງນາຍົກລັດ ຖະມົນຕີຍັງໄດ້ຊົມເຊີຍຕໍ່ຜົນສໍາ ເລັດ ແລະ ຄວາມພະຍາຍາມຂອງ ອາຊຽນ ແລະ ອົງການ OECD ໃນການສົ່ງເສີມການຮ່ວມມືກັນຕະ ຫລອດໜຶ່ງທົດສະວັດຜ່ານມາ. ສປປ ລາວ ເຫັນໄດ້ຄວາມສຳຄັນ ຂອງການການຮ່ວມມື ລະຫວ່າງ ອາຊຽນ ແລະ OECD ທີ່ນັບມື້ນັບມີ ບາດກ້າວຂະຫຍາຍຕົວ ແລະ ເປັນ ຮູບປະທໍາຂຶ້ນເລື້ອຍໆ. ໃນນາມປະ ເທດສະມາຊິກອາຊຽນ ສປປ ລາວ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີສ່ວນຮ່ວມໃນກອງປະຊຸມລະດັບ ລັດຖະມົນຕີເປັນປະຈຳທຸກປີ ເພື່ອ ແລກປ່ຽນວິໄສທັດ ຮ່ວມກັບບັນດາ ປະເທດສະມາຊິກ OECD ແລະ ອາຊຽນ ລວມທັງ ສປປ ລາວ ກໍມີ ຄວາມຍິນດີໃຫ້ການຮ່ວມມືກັບ OECD ໃນຕໍ່ໜ້າ ເພື່ອສົ່ງເສີມການ ມີສ່ວນຮ່ວມຂອງ ສປປ ລາວ ໃນ ອົງການ OECD. ສຳລັບການເປັນປະທານອາ ຊຽນ 2024 ຂອງ ສປປ ລາວ ພາຍ ໃຕ້ຄຳຂວັນ: “ເພິ່ມທະວີການເຊື່ອມ ຈອດ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”, ທ່ານຮອງນາຍົກລັດຖະ ມົນຕີຍັງໄດ້ຍົກໃຫ້ເຫັນຄວາມພະຍາ ຍາມ ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນການສ້າງປະຊາ ຄົມອາຊຽນ. ສະນັ້ນ, ເພື່ອໃຫ້ບັນ ລຸຕາມເປົ້າໝາຍການເປັນປະທານ ອາຊຽນ 2024 ກໍຄື ການນຳພາປະ ເທດສະມາຊິກອາຊຽນ ບັນລຸເປົ້າ ໝາຍອັນດຽວກັນ, ສປປ ລາວ ໄດ້ ແນໃສ່ການຈັດຕັ້ງປະຕິບັດ 9 ແຜນ ງານບຸລິມະສິດທີ່ຕິດພັນກັບວຽກ ງານການເຊື່ອມຈອດແລະການສ້າງ ຄວາມເຂັ້ມແຂງໃຫ້ເປັນຮູບປະທຳ. ຄຽງຄູ່ກັນນີ້, ອາຊຽນ ກໍຈະສືບຕໍ່ ຮັດແໜ້ນການຮ່ວມມືກັບຄູ່ຮ່ວມມື ທັງພາຍໃນ ແລະ ພາຍນອກ ແລະ ຄູ່ຮ່ວມພັດທະນາອື່ນໆ ເພື່ອເຮັດ ໃຫ້ອາຊຽນ ເປັນພາກພື້ນແຫ່ງສັນ ຕິພາບ, ສະຫງົບສຸກ ແລະ ນຳເອົາ ຜົນປະໂຫຍດລວມມາສູ່ພາກພື້ນ. ໃນໂອກາດດຽວກັນນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະສອງຝ່າຍ ກັບຄູ່ຮ່ວມຕໍາແໜ່ງ ເຊັ່ນ: ລັດຖະ ມົນຕີຕ່າງປະເທດ ສສ ຫວຽດນາມ, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ, ລັດ ຖະມົນຕີຕ່າງປະເທດສາທາລະນະ ລັດ ເປຣູ, ລັດຖະມົນຕີກະຊວງດີຈິ ຕອນ ຍີ່ປຸ່ນ ແລະ ຮອງລັດຖະມົນຕີ ຕ່າງປະເທດ ສ ອາເມລິກາ ເພື່ອພົບ ປະແລກປ່ຽນການພົວພັນຮ່ວມມື ສອງຝ່າຍ ແລະ ວຽກງານໃນຂອບ ອາຊຽນ. ກອງປະຊຸມສະພາລັດຖະມົນຕີ ຂອງອົງການ OECD ແມ່ນຈັດຂຶ້ນ ເປັນປະຈໍາທຸກປີ ເພື່ອຮ່ວມກັນປຶກ ສາຫາລືກ່ຽວກັບບັນຫາ ແລະ ສິ່ງ ທ້າທາຍຂອງໂລກໃນປັດຈຸບັນ. ທັງ ນີ້, ກໍເພື່ອຊອກຫາຊ່ອງທາງໃນການ ຮ່ວມມື, ແກ້ໄຂ ແລະ ຜ່ານຜ່າສິ່ງທ້າ ທາຍເຫລົ່ານັ້ນໄປດ້ວຍກັນ ເຊິ່ງຈະ ມີບັນດາລັດຖະມົນຕີຈາກ 38 ປະ ເທດສະມາຊິກ ອົງການ OECD, ຄູ່ຮ່ວມມື ແລະ ບັນດາແຂກຖືກເຊື້ອ ເຊີນພິເສດເຂົ້າຮ່ວມ. ສຳລັບການ ຮ່ວມມືລະຫວ່າງ ອາຊຽນ-OECD ທີ່ພົ້ນເດັ່ນ ແມ່ນການສ້າງຕັ້ງໂຄງ ການ SEARP ໃນປີ 2014 ໂດຍ ແມ່ນຂໍ້ລິເລີ່ມຂອງທ່ານ ຊິນໂຊະ ອາເບະ ອະດີດນາຍົກລັດຖະມົນຕີ ຍີ່ປຸ່ນ ມີຈຸດປະສົງເພື່ອສະໜັບສະ ໜູນການເຊື່ອມໂຍງອາຊຽນກັບອົງ ການ OECD ແລະ ການປະກອບ ສ່ວນປະຕິຮູບນະໂຍບາຍເສດຖະກິດ ຂອງປະເທດໃນພາກພື້ນອາຊຽນ ເພື່ອການເຕີບໂຕແບບຍືນຍົງ ແລະ ຮອບດ້ານ. ຂ່າວ-ພາບ: ກຕທ ຊາຊາດ ທີ່ຕົກເປັນຫົວເມືອງຂຶ້ນ ໄດ້ ລຸກຂຶ້ນຕໍ່ສູ້ຕ້ານກບການກົດຂີ່ຂູດ ຮີດ ແລະ ແອກຄອບຄອງເມືອງຂຶ້ນ ແບບເກົ່າຢູ່ຫລາຍບ່ອນໃນທົ່ວໂລກ. ຕະຫລອດໄລຍະ 70 ປີ ແຫ່ງ ໄຊຊະນະດຽນບຽນຟູ ໄດ້ເຮັດໃຫ້ປະ ຊາຊົນຫວຽດນາມ ອ້າຍນ້ອງມີການ ພັດທະນາຢ່າງຮອບດ້ານ, ມີຜົນ ງານຍິ່ງໃຫຍ່ແລະ ມີຄວາມໝາຍປະ ຫວັດສາດ. ໃນດ້ານການເມືອງແມ່ນ ຮັກສາໄດ້ສະຖຽນລະພາບ, ບົດບາດ ການນຳພາ ແລະ ຄວາມສາມາດກຳ ອຳນາດຂອງພັກກກອມມູນິດ ໄດ້ ຮັບການຍົກສູງຂຶ້ນ, ລະບົບການບໍລິ ຫານລັດມີຄວາມເຂັ້ມແຂງ, ປະຊາ ຊົນມີຄວາມເຊື່ອໝັ້ນ ແລະ ເດີນຕາມ ພັກ; ເສດຖະກິດຫວຽດນາມເຕີບ ໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ປະ ຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກ, ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການຍົກລະດັບຂຶ້ນ, ກຳລັງແຮງ ສັງຮວມຂອງຊາດໄດ້ຮັບການຍົກ ສູງຂຶ້ນ; ສັງຄົມໄດ້ມີຄວາມກ້າວໜ້າ, ຊັບພະຍາກອນມະນຸດໄດ້ຮັບການ ພັດທະນາດ້ວຍຄຸນະພາບສູງ; ດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ສາມາດຮັກສາໄດ້ຄວາມເປັນ ເອກະລາດແຫ່ງຊາດ, ອຳນາດອະ ທິປະໄຕ, ເອກະພາບ ແລະ ຜືນແຜ່ນ ດິນອັນຄົບຖ້ວນ ນັບທັງນ່ານນໍ້າ, ນ່ານຟ້າ, ເກາະດອນ ແລະ ລະບອບ ສັງຄົມນິຍົມ; ດ້ານການຕ່າງປະເທດ ຫວຽດນາມໄດ້ຮັບການເປີດກວ້າງ, ທີ່ຕັ້ງ,ບົດບາດ,ອິດທິພົນຂອງຫວຽດ ນາມໄດ້ຮັບການຍົກສູງຂຶ້ນໃນພາກ ພື້ນ ແລະ ສາກົນ ແລະ ບັນຫາອື່ນໆ. ທ່ານ ຄໍາພັນ ເຜີຍຍະວົງ ຍັງໄດ້ ກ່າວ ອີກວ່າ: ບົດຮຽນອັນລໍ້າຄ່າ ຂອງໄຊຊະນະດຽນບຽນຟູ ຍູ້ແຮງ ໃຫ້ແກ່ຂະບວນການປົດປ່ອຍຊາດ ແລະ ສະຖາປະນາ ສປປ ລາວ ຊຶ່ງ ລວມ ມີ 4 ບົດຮຽນໃຫ້ແກ່ຂະບວນ ການປົດປ່ອຍຊາດຢູ່ລາວ ຄື: ບົດ ຮຽນການປຸກລະດົມຈິດໃຈຮັກ ຊາດ, ຄວາມເດັດດ່ຽວອົງອາດ, ກ້າແກ່ນ, ເດັດຂາດມີໄຊໃນການຕໍ່ສູ້ ຂອງທົ່ວພັກ, ທົ່ວກອງທັບ ແລະ ປະ ຊາຊົນລາວບັນດາເຜົ່າ; ບົດຮຽນ ໃນການເສີມຂະຫຍາຍຄວາມເປັນ ເອກະລາດແຫ່ງຊາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ມີຫົວຄິດປະດິດ ສ້າງໃນການກຳນົດແນວທາງປະ ຕິວັດ ແລະ ຍຸດທະສາດການທະ ຫານທີ່ຖືກຕ້ອງ; ບົດຮຽນໃນການ ສ້າງຄວາມສາມັກຄີທົ່ວປວງຊົນບັນ ດາເຜົ່າ ພາຍໃຕ້ການນຳພາຂອງ ພັກ; ບົດຮຽນໃນການສົມທົບກໍາລັງ ແຮງຂອງຊາດ ກັບກໍາລັງແຮງຂອງ ຍຸກສະໄໝ, ກຳລັງແຮງພາຍໃນປະ ເທດ ແລະ ການຊ່ວຍເຫລືອໃຫ້ການ ສະໜັບສະໜູນຈາກປະເທດບ້ານໃກ້ ເຮືອນຄຽງແລະສາກົນເຊິ່ງບົດຮຽນ ດັ່ງກ່າວ, ໄດ້ເປັນທິດສະດີເຍືອງ ທາງ, ເປັນພຶດຕິກຳທີ່ມີຊີວິດຊີວາທີ່ ນັກຮົບປະຕິວັດລາວໝູນໃຊ້ຢ່າງປະ ດິດສ້າງເຂົ້າໃນການປະຕິວັດລາວ ແລະ ໄດ້ພິສູດໃຫ້ເຫັນໃນພຶດຕິກຳ ແຫ່ງການສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ພ້ອມກັນນີ້, ທ່ານຍັງໄດ້ຕີລາ ຄາການຮ່ວມມືສອງຄະນະໂຄສະ ນາອົບຮົມ ລາວ-ຫວຽດນາມ ໃນໄລ ຍະຜ່ານມາ, ການຮ່ວມມືສອງຝ່າຍ ມີຜົນສຳເລັດຫລາຍດ້ານ ຊຶ່ງສະ ແດງອອກໃນການປະຕິບັດເນື້ອໃນ ຈິດໃຈຂອງບົດບັນທຶກຮ່ວມມືສອງ ຝ່າຍໃນແຕ່ລະໄລຍະ. ຂ່າວ: ສົມຫວັງ,ພາບ: ຂັນໄຊ ທີ່ສ້າງຄວາມເສຍຫາຍໃຫ້ເນື້ອ ທີ່ປ່າເຂດສະຫງວນແຫ່ງຊາດ. ແຕ່ ຜ່ານການກວດກາ ຂອງເຈົ້າໜ້າທີ່ ກ່ຽວກັບຮູບພາບຕາມສື່ສັງຄົມອອນ ລາຍທີ່ຖ່າຍເຫັນນັກທ່ອງທ່ຽວ ແລະ ມີໄມ້ທີ່ບັນທຸກຢູ່ລົດນັ້ນ ບໍ່ແມ່ນຢູ່ ເຂດພູກອງເຂົ້າ ແຕ່ຢູ່ເຂດຜາງອຍ. ທ່ານ ຄຳສອນ ກຸນນະວົງ ຮັກ ສາການຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງທຸລະຄົມ, ແຂວງ ວຽງຈັນ ໃຫ້ສໍາພາດຜ່ານລາຍການ ຮອບບ້ານຜ່ານເມືອງ ຂອງວິທະຍຸ ກະຈາຍສຽງແຫ່ງຊາດລາວ ເມື່ອບໍ່ ດົນນີ້ວ່າ: ຜ່ານການຕິດຕາມຂໍ້ມູນ ຮູ້ວ່າຮູບພາບ ແລະ ວິດີໂອທີ່ລົງຜ່ານ ສື່ອອນລາຍນັ້ນເປັນຮູບພາບເກົ່າ ແຕ່ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ ບໍ່ໄດ້ນິ້ງນອນໃຈຕໍ່ເຫດການ ທີ່ເກີດຂຶ້ນ ຈຶ່ງໄດ້ສົມທົບກັບກົມ ກວດກາປ່າໄມ້ ແລະ ກອງຄຸ້ມຄອງ ອຸທິຍານແຫ່ງຊາດພູເຂົາຄວາຍລົງ ພື້ນທີ່ເພື່ອສອບຖາມຂໍ້ມູນກັບປະ ຊາຊົນໃນພື້ນທີ່ຢ່າງຮີບດ່ວນ. ຜ່ານການລົງພື້ນທີ່ພົບເຫັນ ການຈູດປ່າ ແລະ ລັກລອບຕັດໄມ້ ເຂດຜາງອຍ ແຕ່ເປັນການຖາງປ່າ ເພື່ອເຮັດການຜະລິດຕາມລະດູການ ເທົ່ານັ້ນ ແລະ ມີຮ່ອງຮອຍໃໝ່ພຽງ ເລັກໜ້ອຍ ແລະ ບາງຂໍ້ມູນກໍບໍ່ມີ ຄວາມຈິງ ເຊິ່ງພາກລັດກຳລັງສືບ ຕໍ່ດຳເນີນການ ເພື່ອຫາຜູ້ກະທໍາຜິດ ມາດຳເນີນຄະດີຕາມກົດໝາຍ. ທັງ ນີ້, ກໍເພື່ອເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ການປົກປັກຮັກສາປ່າໄມ້ແນ ໃສ່ກຳຈັດການບຸກລຸກທຳລາຍປ່າ ໃຫ້ຫລຸດໜ້ອຍຖອຍລົງ. ສ່ວນເຂດພູ ກອງເຂົ້າທີ່ເປັນຫາງສຽງຈາກສັງ ຄົມນັ້ນ ທາງວິຊາການຍັງບໍ່ສາມາດ ເຂົ້າເຖິງພື້ນທີ່ເທື່ອ ເນື່ອງຈາກພາ ຫະນະໄປບໍ່ຮອດ ແຕ່ຈະພະຍາຍາມ ຊອກຫາວິທິທາງໃນການເຂົ້າເຖິງ ສະຖານທີ່ດັ່ງກ່າວໃຫ້ໄດ້ ເພື່ອນຳ ເອົາຄວາມກະຈ່າງແຈ້ງມາສູ່ສັງຄົມ ໄດ້ຮັບຊາບຕື່ມອີກ. ທ່ານ ຄຳສອນ ກຸນນະວົງ ຍັງ ໃຫ້ຮູ້ຕື່ມວ່າ: ປ່າສະຫງວນແຫ່ງຊາດ ພູເຂົາຄວາຍ ຢູ່ພາຍໃຕ້ການຄຸ້ມ ຄອງຂອງກະຊວງປ້ອງກັນປະເທດ ມາຮອດຕົ້ນປີ 2022 ໄດ້ປ່ຽນຈາກ ປ່າສະຫງວນແຫ່ງຊາດ ເປັນອຸທິ ຍານແຫ່ງຊາດພູເຂົາຄວາຍ ໂດຍ ແມ່ນກອງຄຸ້ມຄອງອຸທິຍານແຫ່ງ ຊາດພູເຂົາຄວາຍກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບພະແນກກະ ສິກຳ ແລະ ປ່າໄມ້ ແຂວງວຽງຈັນ ແລະ ກະຊວງປ້ອງກັນປະເທດເປັນ ຜູ້ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອ ຕິດຕາມການບຸກລຸກເນື້ອທີ່ປ່າ ເພື່ອ ທຳການຜະລິດ ລວມເຖິງການລັກ ລອບຕັດໄມ້ເຂດປ່າສະຫງວນ ໂດຍ ບໍ່ໄດ້ຮັບອະນຸຍາດ ແລະ ບັນຫາ ອື່ນໆ. ຂໍ້ມູນ: ບຸນຖະຫນອມ ນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 3 ພຶດສະພາ 2024 ນີ້ວ່າ: ບົດຮຽນປະຫວັດສາດກ່ຽວ ກັບມູນເຊື້ອມິດຕະພາບ, ຄວາມສາ ມັກຄີແບບພິເສດ ລະຫວ່າງປະຊາ ຊົນສາມປະເທດອິນດູຈີນ ໂດຍສະ ເພາະການຮ່ວມສຳພັນສູ້ຮົບສະ ຫວ່າງ ຫວຽດນາມ ແລະ ລາວ ໃນ ບັ້ນຮົບດຽນບຽນຟູ ມາເຖິງປັດຈຸບັນ ຍັງມີຄຸນຄ່າດັ່ງເດີມ ແລະ ເພື່ອເສີມ ຂະຫຍາຍມູນເຊື້ອດັ່ງກ່າວ, ພວກ ເຮົາຕ້ອງສືບຕໍ່ເສີມຂະຫຍາຍບັນ ດາບົດຮຽນ, ຈິດໃຈຕ້ອງຕໍ່ສູ້, ເສີມ ຂະຫຍາຍກຳລັງແຮງຂອງກ້ອນມະ ຫາສາມັກຄີຊົນຊາດ, ຮ່ວມຈິດ ຮ່ວມໃຈແກ້ໄຂທຸກຄວາມຫຍຸ້ງຍາກ ລຳບາກ ເພື່ອຕີຊະນະສັດຕູ, ເສີມ ຂະຫຍາຍກຳລັງແຮງພາຍໃນ, ຍົກສູງຈິດໃຈເອກະລາດເປັນເຈົ້າ ຕົນເອງ, ເຂັ້ມແຂງດ້ວຍຕົນເອງ, ຕັດ ສິນໃຈລະຜ່ານຜ່າທຸກຄວາມຫຍຸ້ງ ຍາກລຳບາກ ເພື່ອຍາດເອົາໄຊຊະ ນະ, ສືບທອດ ແລະ ພັດທະນາບົດ ຮຽນກ່ຽວກັບການເຄົາລົບຄວາມ ເປັນຈິງ, ກຳແໜ້ນທັດສະນະພຶດຕິ ກຳຕົວຈິງ, ປະດິດສ້າງໃນການກະ ທຳຢ່າງທັນການເພື່ອບັນລຸເປົ້າໝາຍ ສູງສຸດ, ເພີ່ມທະວີຄວາມສາມັກຄີ, ເປີດກວ້າງສາຍພົວພັນການຕ່າງ ປະເທດ, ຍາດແຍ່ງການສະໜັບສະ ໜູນ, ຊ່ວຍເຫລືອຂອງບັນດາປະ ເທດອ້າຍນ້ອງ, ເພື່ອນມິດສາກົນ ແລະ ຄຽງບ່າຄຽງໄຫລ່ເຊິ່ງກັນ ແລະ ກັນ. ໃນສະເພາະໜ້າ, ສອງປະເທດ ຫວຽດນາມ-ລາວ ຄວນສຸມໃສ່ພາ ລະກິດພັດທະນາ ຂອງແຕ່ລະປະ ເທດ, ຕ້ອງຍົກສູງຈິດໃຈຮັກຊາດ, ຈິດໃຈເອກະລາດເປັນເຈົ້າຕົນເອງ, ເຊີດຊູຊົນຊາດ, ເຂັ້ມແຂງດ້ວຍຕົນ ເອງ, ບໍ່ຍອມຮັບຄວາມທຸກຍາກ ແລະ ຫລ້າຫລັງ, ຕັດສິນໃຈໃນຜ່ານ ຜ່າສິ່ງທ້າທາຍ, ເສີມຂະຫຍາຍຫົວ ຄິດປະດິດສ້າງ, ກ້າຄິດກ້າເຮັດ, ຍາມໃດກໍສະໜິດຕິດແທດລະຫວ່າງ ທິດສະດີກັບພຶດຕິກຳຕົວຈິງ, ວິໄຈ ບັນດາການພັດທະນາໃໝ່ຂອງສະ ພາບການໂລກ ແລະ ພາຍໃນຢ່າງ ຖືກຕ້ອງ ແລະ ພັດທະນາທິດສະດີ ຢ່າງປະດິດສ້າງ ເພື່ອນຳພາພາລະ ກິດປ່ຽນແປງໃໝ່ ກ້າວເຂົ້າສູ່ໄຊຊະ ນະ ແລະ ອື່ນໆ. ສຳລັບ ສາຍພົວພັນ ຫວຽດ ນາມ-ລາວ ໃຫ້ສືບຕໍ່ພາສາຍພົວພັນ ດ້ານການເມືອງກ້າວເຂົ້າສູ່ລວງ ເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ ເປັນຢ່າງດີ, ພິເສດຕ້ອງສືບຕໍ່ປົກປັກ ຮັກສາ ແລະ ຍົກສູງປະສິດທິຜົນບັນ ດາກົນໄກການຮ່ວມມືລະຫວ່າງ ການນຳຂັ້ນສູງສອງປະເທດ, ເຊື່ອມ ຊຶມ ແລະ ຍົກສູງຄວາມຮັບຮູ້ລວມ ກ່ຽວກັບລະດັບຄວາມສຳຄັນຂອງ ສາຍພົວພັນພິເສດຫວຽດນາມລາວ ສູ່ທຸກຊັ້ນຄົນຂອງສອງປະ ເທດ. ພ້ອມທັງຍົກລະດັບການ ຮ່ວມມືດ້ານເສດຖະກິດ ຂອງສອງ ປະເທດຜ່ານການເປີດກວ້າງ,ຍົກລະ ດັບການເຊື່ອມຈອດຄົມມະນາຄົມ ຕາ ເວັນອອກ-ຕາເວັນຕົກ, ສ້າງຕັ້ງ ກົນໄກຮ່ວມມືຢ່າງຄົບຊຸດ, ນະໂຍ ບາຍພິເສດ, ອຳນວຍຄວາມສະດວກ ໃຫ້ແກ່ວິສາຫະກິດ ຂອງສອງປະ ເທດລົງທຶນ, ແກ້ໄຂຂໍ້ຄົງຄ້າງດ້ວຍ ບັນດາມາດຕະການກ້າວກະໂດດ, ເສີມຂະຫຍາຍບັນດາຮູບແບບການ ຮ່ວມມືໃໝ່ ເພື່ອຍາດແຍ່ງທ່າແຮງ ບົ່ມຊ້ອນຂອງສອງປະເທດ ແລະ ຍາດແຍ່ງຄວາມບົ່ມຊ້ອນດ້ານທຶນ ຮອນ, ບົດຮຽນ, ເຕັກໂນໂລຊີຂອງຄູ່ ຮ່ວມມື, ຍາດແຍ່ງສົນທິສັນຍາການ ຄ້າເສລີສະບັບຕ່າງໆ ເພື່ອເພີ່ມທະ ວີປະສິດທິຜົນດ້ານການຄ້າ, ເປີດ ກວ້າງການຕະຫລາດ ແລະ ດຶງດູດ ການລົງທຶນ, ສຸມໃສ່ພັດທະນາ ແຫລ່ງຊັບພະຍາກອນມະນຸດເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການກ່ຽວກັບການພັດທະນາ ຂອງແຕ່ລະປະເທດ, ພ້ອມທັງປະ ກອບສ່ວນຮັດແໜ້ນຄວາມຮັກແພງ ສະໜິດຕິດແທດ, ຄວາມສາມັກຄີ ລະຫວ່າງປະຊາຊົນສອງປະເທດ. ໂອກາດນີ້, ທ່ານ ຫງວຽນ ບ໋າ ຮຸ່ງ ຍັງໄດ້ສະແດງຄວາມເອກອ້າງ ທະນົງໃຈຕໍ່ບັນດາຄວາມມານະພະ ຍາຍາມອັນໃຫຍ່ຫລວງຂອງຫລາຍ ຮຸ່ນຄົນ ໃນການສ້າງສາປະເທດ ຊາດ, ເພີ່ມພູນຄຸນສ້າງໃຫ້ແກ່ສາຍ ພົວພັນຫວຽດນາມ-ລາວແຕກດອກ ອອກຜົນຢ່າງບໍ່ຢຸດຢັ້ງ, ນຳເອົາສາຍ ພົວພັນນີ້ກາຍເປັນແບບຢ່າງ, ບໍລິ ສຸດຜຸດຜ່ອງ ແລະ ເປັນຮູບແບບອັນ ໜຶ່ງອັນດຽວໃນໂລກ. ດ້ວຍຄວາມ ເອົາໃຈໃສ່ຢ່າງສະໜິດຕິດແທດ ຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດ, ຮ່ວມກັບຄວາມມານະພະ ຍາຍາມຂອງບັນດາກະຊວງ, ຂະ ແໜງການ, ບັນດາອົງການຈັດຕັ້ງ ຢູ່ສູນກາງ ແລະ ທ້ອງຖິ່ນ, ບັນດາວິ ສາຫະກິດ ພວກເຮົາມີພື້ນຖານຢ່າງ ຄົບຖ້ວນ ເພື່ອຮັກສາຄວາມເຊື່ອໝັ້ນ ຕໍ່ອະນາຄົດອັນສະຫວ່າງສະໄຫວ ຂອງແຕ່ລະປະເທດ ກໍຄືສາຍພົວພັນ ສາມັກຄີແບບພິເສດຫວຽດນາມລາວ ຂຽວສົດງົດງາມ, ໝັ້ນຄົງຂະ ໜົງແກ່ນຕະຫລອດກາລະນານ. ຂ່າວ: ທະນູທອງ,ພາບ: ອ່າຍຄຳ ຫົວໜ້າສຳນັກງານທະນາຄານພັດ ທະນາອາຊີປະຈຳ ສປປ ລາວ ໃຫ້ ຮູ້ວ່າ: ໃນປີ2023, ເສດຖະກິດຂອງ ສປປ ລາວ ຍັງຟື້ນຕົວໃນລະດັບ ປານກາງ ໂດຍໄດ້ຮັບແຮງຍູ້ຈາກ ຂະແໜງການບໍລິການໂດຍສະເພາະ ແມ່ນການທ່ອງທ່ຽວ ແລະ ການຄ້າ ເຖິງຢ່າງໃດກໍຕາມ, ແຮງກົດດັນ ຈາກໜີ້ສິນທີ່ບໍ່ໝັ້ນຄົງ ແລະອັດ ຕາເງິນເຟີ້ສູງອາດຈະສົ່ງຜົນໃຫ້ ການຟື້ນຕົວຂອງເສດຖະກິດໂດຍ ລວມຂອງປະເທດຊ້າລົງ. ຄວາມກົດ ດັນຂອງອັດຕາເງິນເຟີ້ໃນປະເທດ ຄາດວ່າຈະຍັງມີຢູ່ເນື່ອງຈາກທຸລະ ກິດຕ່າງໆ ໄດ້ເພີ່ມລາຄາເພື່ອໃຫ້ກຸ້ມ ກັບຕົ້ນທຶນທີ່ເພີ່ມສູງຂຶ້ນຍ້ອນການ ອ່ອນຄ່າຂອງຄ່າເງິນກີບ ແລະ ຄ່າ ຈ້າງແຮງງານທີ່ເພີ່ມສູງຂຶ້ນ, ລາຄາ ຜູ້ບໍລິໂພກຄາດວ່າຈະເພີ່ມຂຶ້ນໂດຍ ສະເລ່ຍ ຢູ່ໃນລະດັບ20% ໃນປີ 2024ກ່ອນທີ່ຈະຫລຸດລົງມາລະດັບ ປານກາງເຖິງ 7% ໃນປີ 2025. ສຳລັບສິ່ງທ້າທາຍດ້ານເສດຖະ ກິດ ແລະ ການເງິນຂອງ ສປປ ລາວ ໂດຍສະເພາະໜີ້ສິນສາທາລະນະ ທີ່ສູງ, ການອ່ອນຄ່າຂອງເງິນກີບ ແລະອັດຕາເງິນເຟີ້ທີ່ສູງຂຶ້ນລ້ວນແຕ່ ມີສ່ວນເຮັດໃຫ້ເກີດສິ່ງທ້າທາຍ ດ້ານອາຫານ ແລະ ໂພຊະນາການ ຢ່າງຕໍ່ເນື່ອງ. ປະຊາກອນຢູ່ເຂດຊົນ ນະບົດມີທ່າອ່ຽງວ່າ ຈະປະສົບກັບ ບັນຫາຂາດແຄນອາຫານຫລາຍ ກວ່າປະຊາກອນຢູ່ເຂດຕົວເມືອງ ເຖິງສອງເທົ່າ, ຄວາມບໍ່ໝັ້ນຄົງດ້ານ ສະບຽງອາຫານແລະໂພຊະນາການ ເຮັດໃຫ້ເກີດຄ່າໃຊ້ຈ່າຍສູງ, ລວມ ທັງການຂາດສານອາຫານທີ່ສາ ມາດສົ່ງຜົນຕໍ່ການຮຽນຮູ້ ແລະ ທັກ ສະຂອງເດັກນ້ອຍຫລຸດລົງ. ຢ່າງ ໃດກໍ່ຕາມລັດຖະບານ ໄດ້ປະຕິບັດ ມາດຕະການຜ່ອນຄາຍຄວາມຂັດ ສົນຂອງຄົວເຮືອນ ໂດຍເຮັດວຽກ ຮ່ວມກັບບັນດາຄູ່ຮ່ວມພັດທະນາ ເພື່ອ ເພີ່ມທະວີການຊ່ວຍເຫລືອສັງ ຄົມ, ປັບປຸງການບໍລິການດ້ານສາ ທາລະນະສຸກ, ພ້ອມທັງລົງທຶນໃສ່ ນໍ້າສະອາດ ແລະ ສຸຂະພິບານ. ຂໍ້ມູນ: ໜັງສືພິມປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==