5862

07 xtgmf]k; gsfdko{dkora fmtok a 03/05/2024 ຂ່າວ: ສຸພາສະຫວັນ່ າຸ ພັ ນ l6 odk'co;]k;lh k'-kf ]q '-5 dp6 h ;Pd 37ltokdkola d;a d-y o 16 j c0;'va f8txn ຂປລ. ອົງການກາແດງແຫ່ງ ຊາດລາວ ໄດ້ມອບລົດກູ້ໄພສຸກເສີນ (ລົດໂຕໂຍຕ້າ ແລນກຸຍເຊີ) ໃຫ້ ອົງການກາແດງ ແຂວງຜົ້ງສາລີ ໃນວັນທີ 29 ເມສາ 2024 ຈຳນວນ 1 ຄັນ, ມູນຄ່າ 83.000 ໂດລາສະ ຫະລັດ ໂດຍໄດ້ຮັບການສະໜັບສະ ໜູນຈາກໂຄງການພັດທະນາແລວ ທາງເສດຖະກິດອາຊີຕາເວັນອອກ ສຽງໃຕ້ເພື່ອການເຊື່ອມຈອດ-ເຊື່ອມ ໂຍງ, ເພື່ອນຳໃຊ້ໃນການຊ່ວຍ ເຫລືອສຸກເສີນ ໂດຍສະເພາະການ ປະຖົມພະຍາບານ, ຊ່ວຍເຫລືອຜູ້ປະ ສົບອຸບັດເຫດ, ແລະ ໄພພິບັດຕ່າງໆ ຂປລ. ວັນທີ 30 ເມສາ 2024 ນີ້, ຢູ່ສະຖາບັນຂົງຈື ມະຫາວິທະ ຍາໄລແຫ່ງຊາດ, ໄດ້ມີພິທີຖະແຫລ່ງ ຂ່າວການຈັດງານມະຫະກໍາກິລາ ມະຫາວິທະຍາໄລລາວຄັ້ງທີ 2, ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິ ການ ແລະ ກິລາ, ຮອງປະທານຄະ ນະກຳມະການໂອແລມປິກແຫ່ງ ຊາດລາວ, ທັງເປັນຜູ້ຊີ້ນຳການຈັດ ງານກິລາມະຫາວິທະຍາໄລລາວ ຄັ້ງທີ 2, ທ່ານ ອຸດົມ ພອນຄໍາເພັງ ປະທານສະຫະພັນກິລາມະຫາວິທະ ຍາໄລລາວທັງເປັນປະທານຈັດງານ ມະຫະກຳກິລາມະຫາວິທະຍາໄລ ລາວ ຄັ້ງທີ 2, ມີຫົວໜ້າກົມ, ສະຖາບັນ, ສູນ, ຜູ້ໃຫ້ການສະໜັບ ສະໜູນ ຕະຫລອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ໂອກາດນີ້, ທ່ານ ອຸດົມ ພອນຄໍາ ເພັງ ໄດ້ກ່າວວ່າ: ມະຫະກໍາກິລາ vq 'dkodkcf' c0;'zQ 'lk]u wfh Ia []q fd6h wrl5 dglu o ,tstdedy ]k,tsk;y mtpkw]]k; 7A 'mu 2 9tgxu flkd0B o.orb fltrkoU ຂປລ. ສູນກາງແນວລາວສ້າງ ຊາດ ລົງຊຸກຍູ້ວຽກງານໂຄສະນາ ວຽກສັກວັກຊິນກັນພະຍາດໂຄວິດ- 19 ແລະ ວັກຊິນກັນພະຍາດຕາມລະ ດູການແກ່ຊຸມຊົນ ລວມທັງການ ປ້ອງກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍຢູເມືອສາມັກຄີ ໄຊ ແຂວງອັດຕະປື ໃນວັນທີ 29 ເມສາ2024ໂດຍປະຕິບັດຕາມແຜນ ການຮ່ວມມືລະຫວ່າງສູນກາງແນວ ລາວສ້າງຊາດ ແລະ ອົງການອຸຍ ນີເຊບ ປະຈຳ ສປປ ລາວ ກໍຄື ການ ຮ່ວມລະຫວ່າງສູນກາງແນວລາວ ສ້າງຊາດ ແລະ ກະຊວງສາທາລະ ນະສຸກ ໂດຍໄດ້ເປີດກອງປະຊຸມ ປຶກສາຫາລື ສະພາບວຽກງານສັກ ຢາກັນພະຍາດ, ການໃຫ້ວັກຊິນກັນ ພະຍາດໂຄວິດ-19 ແລະ ວັກຊິນກັນ ພະຍາດຕາມລະດູການ. ເຂົ້າຮ່ວມກອງປະຊຸມປຶກສາຫາ ລືຄັ້ງນີ້, ມີ ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ ສູນກາງແນວ ລາວສ້າງຊາດ, ທ່ານ ຕະບອງເພັດ ພຸດທະວົງ ຊ່ຽວຊານວຽກງານ ໂຄສະນາ ແລະ ສື່ສານມວນຊົນ ອົງການອຸຍນີເຊບ ປະຈໍາ ສປປ ລາວ, ມີທ່ານຮອງປະທານແນວ ລາວສ້າງຊາດແຂວງອັດຕະປື, ພະ ແນກສາທາລະນະສຸກແຂວງ ແລະ ຫ້ອງການສາທາລະນະສຸກເມືອງ, ສະຫະພັນແມ່ນຍິງແຂວງ ແລະ ພະແນກການກ່ຽວຂ້ອງອື່ນໆ. ພ້ອມ ນີ້, ຍັງມີບັນດາກຸ່ມບ້ານ, ແນວໂຮມ ບ້ານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມ ເພື່ອນໍາເອົາໄປໂຄສະນາ ໃຫ້ປະຊາຊົນ ໃຫ້ຄວາມຮູ້ ແລະ ເຂົ້າໃຈ ແລະ ໃຫ້ຄວາມສຳຄັນຕໍ່ ບັນຫາສຸຂະພາບ, ເປັນເຈົ້າການປຸກ ລະດົມລູກຫລານຂອງຕົນ ມາຮັບ ວັກຊິນກັນພະຍາດໃຫ້ຄົບຕາມເຂັມ ທີ່ແພດໝໍກຳນົດ. ໂອກາດນີ້, ທ່ານ ວັນດີ ຈັນສົມບັດ ໄດ້ກ່າວເຖິງພາລະບົດບາດຂອງ ແນວລາວສ້າງຊາດ ວ່າ: ແນວລາວ ສ້າງຊາດ ແມ່ນອົງການຈັດຕັ້ງ ສຳພັນທາງການເມືອງຂອງທົ່ວ ສັງຄົມ, ແນວລາວສ້າງຊາດເປັນ ພາກສ່ວນໜຶ່ງໃນລະບົບການເມືອງ ໂດຍແມ່ນພັກປະຊາຊົນປະຕິວັດ ລາວເປັນແກນນຳ, ແນວລາວສ້າງ ຊາດມີພາລະບົດສຳຄັນຕົ້ນຕໍ ຄື: ເປັນຫລັກແຫລ່ງເຕົ້າໂຮມຄວາມ ສາມັກຄີປອງດອງ, ຄວາມເປັນ ປຶກແຜ່ນຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ລວມ ທັງຄົນເຊື້ອຊາດລາວທີ່ດຳລົງຊີວິດ ຢູ່ຕ່າງປະເທດ, ສຶກສາອົບຮົມ, ປຸກ ລະດົມຂົນຂວາຍ ແລະ ເສີມຂະ ຫຍາຍສິດເປັນເຈົ້າຂອງປະຊາຊົນ, ປົກປ້ອງສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງປະຊາຊົນ, ຕິດຕາມ ແລະ ໃຫ້ຄຳປຶກສາ, ສະເໜີແນະ ຕໍ່ການຈັດຕັ້ງການເມືອງສັງຄົມ, ບຸກຄົນ ແລະ ນິຕິບຸກຄົນ, ການ ເຄື່ອນໄຫວຂອງອົງການ. ພ້ອມນີ້, ທ່ານຍັງໄດ້ເນັ້ນເຖິງຄວາມສໍາຄັນ ຂອງວຽກງານສັກຢາກັນພະຍາດ ແລະ ບົດບາດຂອງແນວລາວສ້າງ ຊາດ ໃນການປຸກລະດົມປະຊາຊົນ ບັນດາເຜົ່າ ໃຫ້ເອົາລູກຫລານມາຮັບ ວັກຊິນກັນພະຍາດຕາມລະດູການ ລວມທັງພະຍາດໂຄວິດ-19 ພິເສດ ແມ່ນສຸມໃສ່ລະດົມຜູ້ປົກຄອງນຳ ເອົາລູກຫລານຂອງຕົນທີ່ມີອາຍຸ ຕຳກວ່າ 5 ປີລົງມາ ມາຮັບວັກຊິນ ກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເຊິ່ງຈະເລີ່ມສັກໃນ ລະຫວ່າງວັນທີ 20-31/5/2024 ໃນຂອບເຂດທົ່ວປະເທດ. ພ້ອມນີ້, ຜູ້ຕາງໜ້າ ພະແນກ ສາທາລະນະສຸກແຂວງ ກໍໄດ້ລາຍ ງານສະພາບການໃຫ້ວັກຊິນກັນ ພະຍາດພາຍໃນເມືອງ ແລະ ແຂວງ ອັດຕະປື, ພ້ອມນັ້ນກໍຍັງຈະໄດ້ແລກ ປ່ຽນຄຳເຫັນກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການໃຫ້ບໍລິການສັກ ວັກຊິນກັນພະຍາດໃນໄລຍະຜ່ານ ມາ. ຈາກນັ້ນ, ບັນດາຜູ້ຕາງໜ້າພະ ແນກການກ່ຽວຂ້ອງ ກໍໄດ້ປະກອບ ຄໍາຄິດຄໍາເຫັນໃນການແກ້ໄຂບັນຫາ ອັດຕາການສັກຢາໃຫ້ໄດ້ຕາມມາດ ຕາຖານ ທີ່ລັດຖະບານກຳນົດ. ໂອກາດດຽວກັນ, ຜູ້ຕາງໜ້າສູນ ກາງ ແນວລາວສ້າງຊາດສູນກາງ, ອົງການອຸຍນີເຊບ, ພະແນກສາທາ ລະນະສຸກ ກໍໄດ້ພົບປະໂອ້ລົມກັບ ປະຊາຊົນ ບ້ານລະຫາງ ເມືອງ ສາມັກຄີໄຊ ແຂວງອັດຕະປື ເພື່ອ ປຸກລະດົມວຽກງານການໃຫ້ວັກຊິນ ກັນພະຍາດໂຄວິດ-19 ແລະ ວັກຊິນ ກັນພະຍາດຕາມລະດູການ, ລວມ ທັງການໂຄສະນາການສັກວັກຊິນ ປ້ອງກັນ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ. ພາຍຫລັງສຳເລັດ, ການລົງຊຸກຍູ້ ວຽກໂຄສະນາ ຢູ່ແຂວງອັດຕະປື ແລ້ວ, ສູນກາງແນວລາວສ້າງຊາດ, ອົງການອຸຍນີເຊບ ແລະ ພາກສ່ວນ ກ່ຽວຂ້ອງຈະໄດ້ສືບຕໍ່ດໍາເນີນ ຢູ່ ເມືອງກະລຶມ ແລະ ເມືອງດາກຈຶງ ແຂວງເຊກອງ ຕື່ມອີກ. ມະຫາວິທະຍາໄລລາວຄັ້ງທີ II ຈະ ເປີດສາກຂຶ້ນຢ່າງເປັນທາງການໃນ ວັນທີ 5 ແລະ ຈະດໍາເນີນໄປຮອດ ວັນທີ 14 ພຶດສະພາ 2024 ທີ່ມະຫາ ວິທະຍາໄລແຫ່ງຊາດ, ໂດຍຈະ ແຂ່ງຂັນກັນໃນ 11 ປະເພດກິລາຄື : ກິລາແລ່ນ-ລານ, ບານເຕະ, ດອກ ປີກໄກ່, ເທຄວັນໂດ, ປັນຈັກສິລັດ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ບານບ້ວງ, ກະຕໍ້, ຢູໂດ, ອີສະປອດ ແລະ ເປຕັງ ເຊິ່ງຈະມີການຊີງຫລຽນ ທັງໝົດ 526 ຫລຽນ. ໃນນີ້, ຫລຽນ ຄໍາ ມີ 146 ຫລຽນ, ຫລຽນເງິນ 146ຫລຽນແລະຫລຽນທອງ234 ຫລຽນ ແລະ ມີ 14 ພາກສ່ວນເຂົ້າ ຮ່ວມການແຂ່ງຂັນຄື: ມະຫາວິທະ ຍາໄລແຫ່ງຊາດ (ມຊ), ມະຫາ ວິທະຍາໄລຈໍາປາສັກ (ມຈ), ມະ ຫາວິທະຍາໄລສະຫວັນນາເຂດ (ມຂ), ມະຫາວິທະຍາໄລສຸພານຸ ວົງ (ມສ), ມະຫາວິທະຍາໄລວິທະ ຍາສາດສຸຂະພາບ (ມວສ), ວິທະ ຍາຄານປ້ອງກັນຊາດ ໄກສອນ ພົມ ວິຫານ (ວປກ), ວິທະຍາຄານສັນ ຕິບານປະຊາຊົນ (ວປສ), ສະຖາ ບັນກິລາ-ກາຍຍະກໍາ (ສບກ), ສະຖາບັນເຕັກໂນໂລຊີສຸດສະກະ (ສຕສ), ສະຖາບັນການທະນາ ຄານ (ສທຄ), ສະຖາບັນຍຸຕິທໍາ ແຫ່ງຊາດ(ສຍຊ),ສະຖາບັນຣັຕນະ ບໍລິຫານທຸລະກິດ (ສຣບທ), ວິທະ ຍາໄລເຕັກນິກ-ວິຊາຊີບກຽດຕິສັກ (ວຕວກ) ແລະ ສະຖາບັນ ລາວອາເມລິກາ (ສລອ). ທ່ານຮອງອະທິການບໍດີມະຫາ ວິທະຍາໄລແຫ່ງຊາດ ໃຫ້ຮູ້ຕື່ມວ່າ: ການຈັດງານກິລາຄັ້ງນີ້ ແມ່ນເພື່ອ ສ້າງການພົວພັນ ແລະ ສ້າງຄວາມ ສາມັກຄີຮັກແພງລະຫວ່າງບັນດາ ສະຖາບັນການສຶກສາຊັ້ນສູງ, ອາຊີ ວະສຶກສາ, ວິທະຍາໄລ ທັງພາກ ລັດ ແລະ ເອກະຊົນ ທົ່ວປະເທດ ໃນການເສີມຂະຫຍາຍວຽກງານ ກິລາ-ກາຍະກຳ ເຂົ້າສູ່ຖັນແຖວພະ ນັກງານ ຄູ-ອາຈານ, ນັກສຶກສາ ຢ່າງກວ້າງຂວາງຕໍ່ເນື່ອງ ແລະ ຫັນ ໄປສູ່ການພັດທະນາກິລາແຕ່ລະ ປະເພດ ເຂົ້າສູ່ລະດັບມາດຕະຖານ, ເປັນໂອກາດຍົກຄຸນນະພາບທາງ ດ້ານຮ່າງກາຍ ແລະ ຈິດໃຈເຂົ້າໃນ ການສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອ ກຽມພ້ອມປະກອບສ່ວນເຂົ້າໃນ ພາລະກິດການພັດທະນາເສດຖະ ກິດ-ສັງຄົມ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສ້າງ ໂອກາດໃຫ້ນັກສຶກສາທຸກພາກສ່ວນ ໄດ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ສ້າງນ້ຳໃຈສາມັກຄີຮັກແພງ, ມີລະບຽບວິໄນ ໃນຖັນແຖວຊາວ ໜຸ່ມ, ນັກສຶກສາ-ປັນຍາຊົນ ເຊິ່ງ ເປັນການປະກອບສ່ວນອັນສຳຄັເຂົ້າ ໃນການພັດທະນາຊັບພະຍາກອນ ມະນຸດ ແລະ ສະກັດກັ້ນປາກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມ, ທັງເປັນ ໂອກາດຄັດເລືອກເອົານັກກິລາທີ່ດີ ເດັ່ນ ຜູ້ມີພອນສະຫວັນ ເປັນຕົວແທນ ນັກສຶກສາ ຂອງບັນດາມະຫາວິທະ ຍາໄລໃນລາວ ເພື່ອກຽມພ້ອມເຂົ້າ ຮ່ວມການແຂ່ງຂັນກັບບັນດາສະ ຖາບັນການສຶກສາຊັ້ນສູງໃນງານ ມະຫະກຳກິລາມະຫາວິທະຍາໄລ ຂອງບັນດາປະເທດອາຊຽນ ແລະ ມະຫາວິທະຍາໄລຂອງໂລກ ແລະ ກຽມຄວາມພ້ອມເພື່ອເປັນເຈົ້າພາບ ຈັດງານໃນລະດັບພາກພື້ນ ແລະ ສາກົນໃນອະນາຄົດອີກດ້ວຍ. ສໍາລັບງານມະຫະກໍາກິລາມະ ຫາວິທະຍາໄລລາວຄັ້ງທີ 2 ນີ້, ຈະ ນໍາໃຊ້ງົບປະມານທັງໝົດ 12 ຕື້ກີບ ເຊິ່ງແມ່ນລັດຖະບານສະໜອງໃຫ້ ໃນບ້ວງງົບປະມານຂອງມະຫາວິ ທະຍາໄລແຫ່ງຊາດ, ເຖິງຢ່າງໃດກໍ ຕາມ ງົບປະມານດັ່ງກ່າວຍັງບໍ່ພຽງ ພໍກັບຄວາມຮຽກຮ້ອງຕ້ອງການ ຂອງວຽກງານ, ຈະໄດ້ມີການປະ ກອບສ່ວນຈາກບັນດາບໍລິສັດ, ໂຮງ ຈັກ, ໂຮງງານ, ຫ້າງຮ້ານ, ສະມາ ຄົມ, ອົງການຈັດຕັ້ງສັງຄົມຕ່າງໆ ທັງພາກລັດ ແລະ ເອກະຊົນ ເພື່ອ ຊ່ວຍໃຫ້ການສະໜັບສະໜູນຕື່ມອີກ ແລະ ໃນນາມປະທານຮັບຜິດຊອບ ຈັດງານ, ຂໍຮຽກຮ້ອງມາຍັງປະຊາ ຊົນໃນທົ່ວປະເທດ, ຄູອາຈານ, ນັກ ສຶກສາ ເຂົ້າຮ່ວມງານດັ່ງກ່າວໃຫ້ ເປັນຂະບວນຟົດຟື້ນ, ຖືເອົາງານດັ່ງ ກ່າວເປັນການກະຕຸກຊຸກຍູ້ສົ່ງເສີມ ການອອກກໍາລັງກາຍໃຫ້ນັກສຶກສາ ມີສຸຂະພາບແຂງແຮງຫ່າງໄກຢາ ເສບຕິດ ເພື່ອກຽມພ້ອມປະກອບ ສ່ວນເຂົ້າໃນພາລະກິດການປົກປັກ ຮັກສາ ແລະ ສ້າງສາປະເທດຊາດ, ຮຽກຮ້ອງມາຍັງການຈັດຕັ້ງທຸກ ຂັ້ນທຸກພາກສ່ວນ ຈົ່ງໃຫ້ການສະ ໜັບສະໜູນປະກອບສ່ວນທຶນຮອນ ເພື່ອອຸປະຖໍາເຂົ້າໃນການຈັດຕັ້ງ ງານດັ່ງກ່າວໃຫ້ສໍາເລັດຕາມຈຸດ ປະສົງລະດັບຄາດໝາຍວາງໄວ້. ໃນໂອກາດນີ້, ກໍມີຫລາຍພາກ ສ່ວນ ທີ່ໃຫ້ການສະໜັບສະໜູນ ມະຫະກຳກິລາມະຫາວິທະຍາໄລ ລາວຄັ້ງທີ 2 ລວມມູນຄ່າກວ່າ 1,5 ຕື້ກີບ ຊຶ່ງປະກອບມີ ບໍລິສັດ ເບຍ ລາວ ຈຳກັດ ໃຫ້ການສະໜັບສະໜູນ 900 ລ້ານກີບ, ໃນນັ້ນ ເປັນເງິນສົດ 100 ລ້ານກີບ, ຜະລິດຕະພັນຕ່າງໆ ໂດຍສະເພາະເຄື່ອງດື່ມ ລວມມູນຄ່າ 663 ລ້ານກີບ ແລະ ປ້າຍຕ່າງໆ 137 ລ້ານກີບ, ມະຫາວິຍາໄລຊົນ ເຜົາກວາງຊີ 300 ລ້ານກີບ ແລະ ບໍລິສັດ ບູນກຣາດ ດີຊາຍກຣຸບ ຈຳກັດຜູ້ດຽວ 150 ລ້ານກວ່າກີບ. ນອກຈາກນັ້ນ ກໍຍັງມີສະພາ ການຄ້າກວາງຊີ ປະຈຳສປປ ລາວ 30 ລ້ານກີບ, ບໍລິສັດ ດັບເບິນຢູ ດັບເບິນຢູ, ບໍລິສັດ ແມ່ຂອງ ຈຳກັດ ແລະ ບໍລິສັດ ແສງເພັດ ກໍ່ສ້າງຂົວ ທາງ ຈຳກັດຜູ້ດຽວ ພາກສ່ວນລະ 20 ລ້ານກີບ, ບໍລິສັດ ຢຸນລຸນກໍ່ສ້າງ ຂົວທາງ ຈຳກັດຜູ້ດຽວ, ບໍລິສັດ ແກ້ວປະເສີດ ການລົງທຶນຈຳກັດຜູ້ ດຽວ, ບໍລິສັດ ເດີບິວເດີ ສຳຫຼວດອອກແບບ, ກໍ່ສ້າງ ແລະທີ່ປຶກສາ ຈຳກັດ ແລະ ບໍລິສັດ ວີໂວລາວ ພາກ ສ່ວນລະ 10 ລ້ານກີບ.ຮ້ານຈຳໜ່າຍ ອຸປະກອນການສຶກສາ ເອດີເອັດ, ທ່ານຢາງກົງຊຽງນັກສຶກສາປະລິນ ຍາໂທ ຄະນະອັກສອນສາດ ມຊ, ບໍລິສັດ ເຄພີ ກໍ່ສ້າງ ຈຳກັດຜູ້ດຽວ ແລະ ບໍລິສັດ ວີເອັນວີກໍ່ສ້າງຈຳກັດຜູ້ ດຽວ ພາກສ່ວນລະ 5 ລ້ານກີບ, ບໍລິ ສັດ ໂຮງງານເພັດປະກາຍຕັດຫຍິບ ປັກແສ່ວ ແລະ ພິມ 3 ລ້ານກີບ ແລະ ບໍລິສັດ ເອັກພີການຄ້າຄົວວົງຈອນ ຈຳກັດຜູ້ດຽວ 2 ລ້ານກີບ ລວມມູນ ຄ່າໃນການສະໜັບສະໜູນເປັນເງິນ ສົດ 555 ລ້ານກີບ ແລະ ລວມມູນ ຄ່າທັງໝົດ 1.505.242.400 ກີບ. ທີ່ອາດຈະເກີດຂຶ້ນ ແລະ ນຳສົ່ງຄົນ ເຈັບໄດ້ທັນການເຊິ່ງມອບໂດຍທ່ານ ຮອງຈັນ ຈັນທະວົງ ຫົວໜ້າຫ້ອງ ການອົງການກາແດງແຫ່ງຊາດ ລາວແລະຮັບໂດຍທ່ານນາງບົວໄຂ ແກ້ວວິພາກອນ ຫົວໜ້າອົງການກາ ແດງ ແຂວງຜົ້ງສາລີ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານ ອົງການກາແດງແຫ່ງຊາດລາວແລະ ທ່ານ ຄຳເຫລັກ ໃຈອີສານຮອງເຈົ້າ ແຂວງຜົ້ງສາລີແລະພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມເປັນສັກຂີ່ພິຍານ. ພາຍຫລັງ ສໍາເລັດພິທີມອບ- ຮັບລົດກູ້ໄພສຸກເສີນ ແລ້ວ, ທ່ານ ຄຳລາວັນ ຈັນທະລາວັນ ປະທານ ອົງການກາແດງແຫ່ງຊາດລາວ ກໍ ໄດ້ໂອ້ລົມພະນັກງານ-ລັດຖະກອນ ແລະ ອາສາສະໝັກ ທົ່ວອົງການ ກາແດງ ແຂວງຜົ້ງສາລີ ເພື່ອໃຫ້ ທິດຊີ້ນຳໃນການຈັດຕັ້ງປະຕິບັດ ວຽກງານຂອງອົງການກາແດງ ໃຫ້ມີຜົນສຳເລັດໃນຕໍ່ໜ້າ, ພ້ອມທັງ ໄດ້ລົງຢ້ຽມຢາມສູນເລືອດອົງການ ກາແດງ ແຂວງຜົ້ງສາລີ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==