xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 03/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp Iv']a f4t,q o8u dt-;'dko8j k'xtgmf g7jn vows;gIa f;Pdmuj fj kolkdq olk,s]j P,7e Ih kovkskody o]q ,-q ,;y ; goA o[= ]y dko vksko]k; mu j .-h ;a f45 fy [lq f ltvkf c[[,N 8+ ,N Ij k'[q f]kp'kocsj '-kfc[[lt\a d.9 lt[a [mu 3 7;k,7n [|h k dkoxt8y [a f;k]t 2030 grn j vdkora fmtokc[[pn opq ' ຂປລ. ໃນວັນທີ 27-28 ເມສາ 2024 ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງສູນ ກາງ ໄດ້ລົງພົບປະເຮັດວຽກຮ່ວມ ກັບຄະນະຄຸ້ມຄອງເຂດເສດຖະກິດ ພິເສດສາມຫລ່ຽມຄໍາ ພ້ອມດ້ວຍ ຜູ້ຕາງໜ້າຈາກຂະແໜງການທີ່ ກ່ຽວຂ້ອງແຂວງບໍ່ແກ້ວ ເພື່ອ ຮ່ວມ ກັນລົງຕິດຕາມ, ກວດກາການກໍ່ ສ້າງສຳນັກງານຫ້ອງການດ່ານສາ ກົນສາມຫລ່ຽມຄຳ ຫລັງໃໝ່. ດ່ານສາກົນສາມຫລ່ຽມຄໍາ ເປັນດ່ານຊາຍແດນທາງນໍ້າຂອງ ຕັ້ງຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ (ຢູ່ໃນເຂດເສດຖະກິດພິເສດສາມ ຫລ່ຽມຄໍາ) ເຊິ່ງໜ້າກັບດ່ານສາກົນ ຊົບຮວກ ບ້ານສົບຮວກ ອໍາເພີ ຊຽງ ແສນ ຈັງຫວັດຊຽງລາຍ ຣາຊະອາ ນາຈັກໄທ. ດ່ານດັ່ງກ່າວໄດ້ສ້າງ ຕັ້ງຂຶ້ນໃນວັນທີ29ກໍລະກົດ2012, ປະກອບມີອາຄານຫ້ອງການດ່ານ 1 ຫລັງ, ພ້ອມທັງມີທ່າເຮືອສໍາ ລັບຜູ້ໂດຍສານເດີນທາງເຂົ້າ-ອອກ ແລະ ຂົນສົ່ງສິນຄ້າ. ມາຮອດທ້າຍປີ 2023 ກຸ່ມບໍລິສັດ ດອກງິ້ວຄໍາ ຈໍາ ກັດໄດ້ດໍາເນີນການກໍ່ສ້າງສໍານັກ ງານຫ້ອງການດ່ານສາກົນສາມ ຫລ່ຽມຄໍາຫລັງໃໝ່ ແລະ ສ້າງທ່າ ເຮືອຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງ ສິນຄ້າ ໃກ້ກັບອາຄານດ່ານຫລັງ ເກົ່າທີ່ນໍາໃຊ້ມາດົນ ແລະ ຊຸດໂຊມ. ການປັບປຸງອາຄານຫ້ອງການ ດ່ານຫລັງໃໝ່ນີ້ ເພື່ອຮອງຮັບການ ເພີ່ມຂຶ້ນຂອງຜູ້ໂດຍສານໃນປັດຈຸ ບັນ ກໍຄື ໃນຕໍ່ໜ້າ ເຊິ່ງດ່ານດັ່ງກ່າວ ແລະ ທ່າເຮືອແຫ່ງໃໝ່ນີ້ມີລະບົບ ການອຳນວຍຄວາມສະດວກຄົບ ຊຸດ ແລະ ທັນສະໄໝ, ຮັບປະກັນປະ ສິດທິພາບການເຮັດວຽກ ແລະ ການບໍລິການຂອງເຈົ້າໜ້າທີ່ປະ ຈໍາດ່ານ, ການບໍລິການຂົນສົ່ງຜູ້ ໂດຍສານ, ສະຖານທີ່ຈອດເຮືອ, ການຂຶ້ນລົງເຮືອ ແລະ ການໃຊ້ບໍລິ ການອື່ນໆ. ອາຄານດ່ານຫລັງໃໝ່ ເປັນອາ ຄານ 2ຊັ້ນ,ມີເຂດກວດກາຄົນເຂົ້າອອກດ່ານ, ທ່າທຽບເຮືອ ແລະ ການ ຂຶ້ນ-ລົງທີ່ສະດວກ, ມີເຂດບໍລິການ ຮ້ານຄ້າ ແລະ ອື່ນໆ ທີ່ຈະອໍານວຍ ຄວາມສະດວກໃຫ້ແກ່ຜູ້ໂດຍສານ ເຂົ້າ- ອອກຜ່ານດ່ານ ແຫ່ງນີ້. ປັດຈຸ ບັນ, ການກໍ່ສ້າງສໍາເລັດແລ້ວປະ ມານ 90% ໂດຍແມ່ນກຸ່ມບໍລິສັດ ດອກງິ້ວຄໍາຈໍາກັດເປັນຜູ້ລົງທຶນທັງ ໝົດ ແລະ ຄາດວ່າຈະໄດ້ເປີດນໍາໃຊ້ ຕຶກດັ່ງກ່າວ ໃນກາງປີ 2024 ນີ້. ການລົງຕິດຕາມ ແລະ ກວດກາ ອາຄານດ່ານຫລັງໃໝ່ ໃນຄັ້ງນີ້, ທ່ານຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຮັບຟັງການ ລາຍງານຂັ້ນຕອນການກໍ່ສ້າງຕຶກ ອາຄານ ຈາກຄະນະຄຸ້ມຄອງເຂດ ເສດຖະກິດພິເສດສາມຫລ່ຽມຄໍາ, ພ້ອມທັງຮັບຟັງການປະກອບຄວາມ ຄິດເຫັນຂອງບັນດາຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງຂອງ ສູນກາງ ແລະ ທ້ອງຖິ່ນ ແລະ ກໍໄດ້ ໃຫ້ທິດຊີ້ນຳ ກ່ຽວກັບການກະກຽມ ຄວາມພ້ອມເປີດນຳໃຊ້ອາຄານ ຫລັງໃໝ່. ຂປລ. ຮ້ານອາຫານກິນລົມຊົມ ວິວ ເປັນຮ້ານອາຫານໃໝ່ ເປີດຂຶ້ນ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ໂດຍເນັ້ນບໍລິການອາຫານ ຂປລ . ວັນທີ 30 ເ ມສາ 2024, ຢູ່ນະຄອນຫລວງວຽງຈັນ, ກະຊວງການຕ່າງປະເທດ ໃນນາມ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການ ພັດທະນາແບບຍືນຍົງ (ກອງເລຂາ ປພຍ ແຫ່ງຊາດ) ຢູ່ ສປປ ລາວ ຈັດ ກອງປະຊຸມຮ່ວມກັບຄະນະຈຸດປະ ສານງານ ປພຍ ແຫ່ງຊາດ ແລະ ຜູ້ ມີສ່ວນຮ່ວມຫລາຍພາກສ່ວນກ່ຽວ ກັບຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ (VNR) ສະບັບທີ 3 ກ່ຽວກັບຄວາມຄືບໜ້າການຈັດ ຕັ້ງປະຕິບັດວາລະ 2030 ເພື່ອການ ພັດທະນາແບບຍືນຍົງຂອງ ສປປ ລາວ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ມຸກດາວັນ ສີສຸລິດ ຮອງຫົວໜ້າກົມອົງການຈັດຕັ້ງສາ ກົນ, ກະຊວງການຕ່າງປະເທດ, ທັງເປັນຫົວໜ້າກອງເລຂາ ປພຍ ແຫ່ງຊາດ ແລະ ທ່ານ ບາໂຄ ເດຍ ເບີຄານອຟ ຜູ້ຕາງໜ້າຫ້ອງການຜູ້ ປະສານງານອົງການ ສປຊ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າຈາກຈຸດປະ ສານງານ ປພຍ ແຫ່ງຊາດ ຂອງບັນ ດາກະຊວງ ແລະ ອົງການລັດທຽບ ເທົ່າກະຊວງ, ຜູ້ຕາງໜ້າບັນດາ ອົງການເຄືອຂ່າຍ ສປຊ, ລວມທັງ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ທາງສັງຄົມ, ອົງການຈັດຕັ້ງສາກົນ ທີ່ບໍ່ສັງກັດລັດຖະບານ ແລະ ພາກ ເອກະຊົນ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ແມ່ນການ ສືບຕໍ່ການຈັດກອງປະຊຸມປຶກສາ ຫາລືກັບຈຸດປະສານງານປພຍແຫ່ງ ຊາດແລະ ພາບສ່ວນທີ່ກ່ຽວຂ້ອງໃນ ສັງຄົມກ່ຽວກັບເນື້ອໃນຮ່າງບົດ ລາຍງານ VNR ສະບັບທີ 3 ຂອງ ສປປ ລາວ, ທີ່ຈັດຂຶ້ນໃນວັນທີ 9 ມັງກອນ 2024 ທີ່ຜ່ານມາ ເຊິ່ງຈຸດ ປະສົງຫລັກ ແມ່ນເພື່ອສືບຕໍ່ຄວາມ ພະຍາຍາມ ໃນການສົ່ງເສີມສົ່ງການ ມີສ່ວນຮ່ວມກັບທຸກພາກສ່ວນໃນ ສັງຄົມ, ໂດຍສະເພາະແມ່ນບັນດາ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດ ທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ແລະ ພາກເອກະຊົນ, ໃນການສົນທະນາ ແລະ ປຶກສາຫາ ລືກ່ຽວກັບຮ່າງບົດລາຍງານ VNR ສະບັບທີ 3 ຂອງ ສປປ ລາວ ທີ່ຈະ ນໍາສະເໜີຕໍ່ກອງປະຊຸມເວທີການ ເມືອງລະດັບສູງຂອງອົງການ ສປຊ (HLPF) ໃນເດືອນກໍລະກົດ 2024 ທີ່ຈະມາເຖິງນີ້. ຂະບວນການສົ່ງບົດລາຍງານ ແຫ່ງຊາດແບບສະໝັກໃຈ (VNR) ແມ່ນມີຄວາມສໍາຄັັນໃນການຂັບ ເຄື່ອນ ແລະ ນໍາພາຂອງລັດຖະບານ ສປປ ລາວ, ໂດຍສືບຕໍ່ຈາກຜົນຂອງ ກອງປະຊຸມປະຈໍາປີຂອງຄະນະຊິ້ ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ວາລະ 2030 ແລະ ການພັດທະນາ ແບບຍືນຍົງ ທີ່ຈັດຂຶ້ນໃນປີ 2023 ທີ່ຜ່ານມາ, ລັດຖະບານແຫ່ງ ສປປ ລາວ ໄດ້ສະແດງເຈດຈໍານົງໃນການ ສົ່ງບົດລາຍງານແຫ່ງຊາດແບບສະ ໝັກໃຈ ເປັນຄັ້ງທີ 3 (ສະບັບທໍາ ອິດ ແມ່ນສົ່ງໃນປີ 2018 ແລະ ສະ ບັບທີ 2 ແມ່ນສົ່ງໃນປີ 2021) ທີ່ ຈະລາຍງານຕໍ່ກອງປະຊຸມເວທີການ ເມືອງລະດັບສູງ ເພື່ອການພັດທະນາ ແບບຍືນຍົງຂອງອົງການ ສປຊ ໃນເດືອນກໍລະກົດ 2024 ໂດຍສະ ບັບທີ 3 ນີ້ ຈະນໍາເອົາຜົນຂອງການ ຈັດຕັ້ງປະຕິບັດ ແລະ ການປະເມີນ ກາງສະໄໝແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຈະລົງເລິກການລາຍງານ 11 ເປົ້າໝາຍການພັດທະນາແບບ ຍືນຍົງທີ່ເປັນບຸລິມະສິດຂອງປະເທດ ເຮົາໃນປັດຈຸບັນ ແລະ ປິ່ນອ້ອມກັບ 6 ແນວທາງການຫັນປ່ຽນຂອງເລ ຂາທິການໃຫຍ່ອົງການ ສປຊ ໃນ ການຂັບເຄື່ອນ ການຈັດຕັ້ງປະຕິບັດ ວາລະ 2030 ແຕ່ນີ້ຮອດປີ 2030. ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມ ສໍາຄັນຂອງການສົ່ງບົດລາຍງານ ແຫ່ງຊາດແບບສະໝັກໃຈ, ເຊິ່ງ ການສົ່ງບົດລາຍງານດັ່ງກ່າວບໍ່ ພຽງແຕ່ຈະສະແດງໃຫ້ເຫັນເຖິງ ຄວາມໝາຍໝັ້ນອັນແຮງກ້າຂອງ ລັດຖະບານ ໃນການຈັດຕັ້ງວາລະ 2030 ຄຽງຄູ່ກັບເປົ້າໝາຍການພັດ ທະນາທີ່ເປັນບູລິມະສິດຂອງຊາດ, ແຕ່ຍັງເປັນໂອກາດອັນດີໃນການ ຕິດຕາມ-ປະເມີນ, ຄຽງຄູ່ກັບການ ທົບທວນຄືນ ແລະ ລາຍງານຄວາມ ຄືບໜ້າ, ຜົນສໍາເລັດ, ສິ່ງທ້າທາຍ ຕ່າງໆໃນການຈັດຕັ້ງປະຕິບັດວາ ລະສາກົນໃນໄລຍະທີ່ຜ່ານມາອີກ ດ້ວຍ. ພ້ອມກັນນີ້, ປະທານກອງປະ ຊຸມໄດ້ຊຸກຍູ້ໃຫ້ທຸກພາກສ່ວນຮັດ ແໜ້ນການຮ່ວມມືເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນການມີສ່ວນຮ່ວມ ແລະ ການປະກອບສ່ວນຂອງບັນດາ ອົງການເຄືອຂ່າຍ ສປຊ, ຄູ່ຮ່ວມພັດ ທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດ ລັດຖະບານ ແລະ ພາກເອກະຊົນ ໃນການຮ່າງບົດລາຍງານສະບັບທີ 3 ນີ້ ເພື່ອຮັບປະກັນເຮັດໃຫ້ເນື້ອໃນ ມີຄວາມສົມບູນສອດຄ່ອງ ແລະ ເປັນເອກະພາບກັນບົນພື້ນຖານ “ພວກເຮົາພ້ອມກັນກ້າວໄປ” ເຊິ່ງ ຈະສະແດງໃຫ້ເຫັນເຖິງຄວາມເປັນ ເຈົ້າການຂອງພາກລັດ ໃນການວາງ ແນວທາງ, ນະໂຍບາຍ ແລະ ການ ເຊື່ອມສານວາລະການພັດທະນາ ດັ່ງກ່າວ ເຂົ້າໃນແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະ ໄລຍະອີກດ້ວຍ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການນໍາສະເໜີກ່ຽວກັບຄວາມຄືບ ໜ້າ ແລະ ຂະບວນການ ແລະ ຮ່າງ ເນື້ອໃນຂອງຮ່າງບົດລາຍງານແຫ່ງ ຊາດແບບສະໝັກໃຈ. ພ້ອມທັງຜູ້ ເຂົ້າຮ່ວມ ກໍໄດ້ຮັບຟັງ, ແລກປ່ຽນ, ປຶກສາຫາລື ແລະ ປະກອບຄໍາເຫັນ ຕໍ່ຮ່າງບົດລາຍງານດັ່ງກ່າວ, ເຊິ່ງ ຜົນຂອງກອງປະຊຸມຈະນໍາໄປພິຈາ ລະນາເພື່ອສືບຕໍ່ປັບປຸງເນື້ອໃນຂອງ ບົດລາຍງານໃຫ້ມີຄວາມສົມບູນ ແລະ ສອດຄ່ອງກັບສະພາບການພັດ ທະນາຕົວຈິງຂອງປະເທດເຮົາ ໂດຍ ສະເພາະຈະເປັນພື້ນຖານແລະແນວ ທາງໃນການລະດົມຂົນຂວາຍການ ສະໜັບສະໜັບຈາກທຸກພາກສ່ວນ ທັງພາຍໃນ ແລະ ສາກົນ ເຂົ້າໃນ ການຈັດຕັ້ງປະຕິບັດ ປພຍ ໃນໄລ ຍະເວລາທີ່ຍັງເຫລືອຕໍ່ໜ້າ. ກອງປະຊຸມ ໄດ້ຈັດຂຶ້ນໂດຍທຶນ ໄດ້ຮັບການສະໜັບສະໜູນຈາກ ອົງ ການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ. ຂ່າວ: ວຽງສະຫວັນ, ພາບ: ເກດສະໜາ ລາວ ທີ່ເປັນຍອດນິຍົມຂອງແຕ່ລະ ທ້ອງຖິ່ນແຕ່ເໜືອຮອດໃຕ້ ເຊັ່ນ: ລາບ, ເອາະລາມ, ກ້ອຍປາເຄິງ,ໝົກ ປາເຄິງ, ໝົກໜ່ໍໄມ້, ປິ້ງໄກ່ທາປາ ແດກ, ຕໍາຖົ່ວໝູກອບ, ລາບໝູທອດ, ອາຫານປະເພດຍໍາ, ປະເພດປິ້ງ,ອາ ຫານປະເພດ ເສັ້ນຕ່າງໆ, ອາຫານ ສາກົນຈຳນວນໜຶ່ງ ແລະ ເຄື່ອງ ດື່ມທີ່ບໍລິການວ່ອງໄວ, ສະອາດໃຊ້ ວັດຖຸດິບສົດໃໝ່ສະອາດແບບມື້ຕໍ່ມື້ ພ້ອມຕ້ອນຮັບນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ. ທ່ານ ວຽງສະຫວັນ ແສງຈັນ ເຈົ້າຂອງຮ້ານອາຫານກິນລົມຊົມ ວິວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ຮ້ານອາຫານກິນ ລົມຊົມວິວເປີດໃຫ້ບໍລິການບໍ່ຮອດປີ ແຕ່ໄດ້ຮັບຄວາມສົນໃຈ ແລະ ຜົນ ຕອບຮັບຈາກລູກຫລາຍ ພໍສົມຄວນ ດ້ວຍເອກະລັກຕັ້ງຢູ່ແຄມບຶງຂະ ຫຍອງ ທີ່ສວຍງາມ ແລະ ມີທິວທັດ ແມ່ນຳທີ່ເບິ່ງແລ້ວສະບາຍຕາ, ຮູ້ສຶກ ຜ່ອນຄາຍ, ພາຍໃນຮ້ານກວ້າງ ຂວາງຕົບແຕ່ງເຢັນຕາ ແລະ ຫ້ອງພິ ເສດສຳລັບລູກຄ້າທີ່ມັກແບບສ່ວນ ຕົວ ໂດຍລູກຄ້າສ່ວນໃຫຍ່ທີ່ເຂົ້າ ມາໃຊ້ບໍລິການ ແມ່ນຄົນ ພາຍໃນນະ ຄອນຫລວງມາແບບຄອບຄົວ, ໝູ່ ເພື່ອນ ແລະ ທົ່ວນັກທ່ອງທ່ຽວເກົ່າ ຫລີ, ຈີນ, ຫວຽດ ແລະ ໄທ ສາມາດ ຮອງຮັບລູກຄ້າໄດ້ 100 ກວ່າຄົນ ເຊິ່ງຮ້ານພວກເຮົາກາຍເປັນອີກ ທາງເລືອກໜຶ່ງໃຫ້ກັບຄົນທີ່ມັກກິນ ອາຫານແບບລາວໆ, ລວມທັງຊາວ ຕ່າງປະເທດ ກໍຄືນັກທ່ອງທ່ຽວໃຫ້ ໄດ້ລອງຊີມ ແລະ ສຳຜັດກັບລົດ ຊາດອາຫານລາວ ທີ່ແຊບ, ສະອາດ ຖືເປັນການເຜີຍແຜ່ວັດທະນະທຳ ທາງດ້ານອາຫານລາວ ໃຫ້ກັບນັກ ທ່ອງທ່ຽວຕ່າງປະເທດໄດ້ຮັບຮູ້ໄປ ໃນຕົວ. ຮ້ານອາຫານກິນລົມຊົມວິວ ຕັ້ງ ຢູ່ບ້ານບຶງຂະຫຍອງ, ເມືອງສີສັດ ຕະນາກ, ນະຄອນຫລວງວຽງຈັນ ເປີດໃຫ້ບໍລິການແຕ່ເວລາ 10:0023:00 ໂມງ. ຂ່າວ: ກິດຕາ ເຜີຍແຜ່ຄຳແນະນຳ... ຫົວໜ້າກົມໂຄສະນາເຜີຍແຜ່ກົດ ໝາຍ ໄດ້ໃຫ້ຮູ້ວ່າ: ການເຜີຍແຜ່ຄັ້ງ ນີ້, ເປັນການກະກຽມໃຫ້ແກ່ການດໍາ ເນີນການປະເມີນການໂຄສະນາເຜີຍ ແຜ່ກົດໝາຍ ຂອງຂະແໜງຍຸຕິທໍາ ເຊິ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍ ແຜ່ກ່ຽວກັບຄໍາແນະນໍາການປະເມີນ ການໂຄສະນາເຜີຍແຜ່ກົດໝາຍ ຂອງຂະແໜງຍຸຕິທໍາ ເພື່ອປັບປຸງ ເນື້ອໃນ,ຮູບການ,ວິທີການໂຄສະນາ ເຜີຍແຜ່ກົດໝາຍ ໃຫ້ແຕ່ລະເປົ້າໝາຍ ລວມທັງການພັດທະນາບຸກຄະລາ ກອນທີ່ຮັບຜິດຊອບວຽກງານໂຄ ສະເຜີຍແຜ່ນິຕິກໍາ ໃຫ້ມີການຜັນ ປ່ຽນຢ່າງແຂງແຮງ ໄປສູ່ຄຸນນະ ພາບໃໝ່ທີ່ສູງກວ່າເກົ່າ, ພ້ອມກັນ ນັ້ນຄະນະຮັບຜິດຊອບໄດ້ສະເໜີ ຮ່າງແບບສອບຖາມ ປະກອບມີ 2 ຮ່າງຄື: ຮ່າງສອບຖາມ ເພື່ອປະເມີນ ຄວາມຮູ້ກົດໝາຍຂອງພົນລະເມືອງ ໂດຍສະເພາະແມ່ນກົດໝາຍຂອງຂະ ແໜງການຍຸຕິທຳຈໍານວນ 10 ສະ ບັບ; ຮ່າງສອບຖາມເພື່ອປະເມີນ ຄຸນນະພາບ ຂອງພະນັກງານໂຄ ສະນາເຜີຍແຜ່ນິຕິກໍາຂອງຂະແໜງ ຍຸຕິທໍາ. ພ້ອມນີ້, ທ່ານ ນາງ ສີສຸດາ ໂສພາວັນດີ ຍັງໄດ້ມີຄໍາເຫັນໃຫ້ຄະ ນະຮັບຜິດຊອບສໍາເນົາແບບສອບ ຖາມແລ້ວສົ່ງໃຫ້ພະແນກຍຸຕິທໍາ ແຂວງ, ນະຄອນຫລວງວຽງຈັນ ແລະຕັ້ງກຸ່ມປະສານງານເພື່ອຄວາມ ສະດວກໃນການພົວພັນປະສານ ງານ ແລະ ໃຫ້ຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ, ສໍາເລັດຕາມເວລາທີ່ ກໍານົດໄວ້. ຂ່າວ-ພາບ: ໄໝສີສົດ ສິນພອນເພັດ
RkJQdWJsaXNoZXIy MTc3MTYxMQ==