5862

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 03/05/2024 xtgmf]k; ຮອງປະທານກຳມາທິການ... ຄະນະຜູ້ແທນຂັ້ນສູງ... ກອງທັບປະຊາຊົນລາວ... ສານສະແດງຄວາມຊົມເຊີຍ... ຖອດຖອນບົດຮຽນ... ໂຮງຮຽນວັດທະນະທຳ... ໄຟຟ້າລາວ ຈັດແຂ່ງຂັນ... ເພື່ອເສີມສ້າງສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານໃກ້ ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມ ຍຸດທະສາດ ເພື່ອການຈະເລີນເຕີບ ໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ຣາຊະ ອານາຈັກໄທ ໃຫ້ນັບມື້ນັບຈະເລີນ ງອກງາມຍິ່ງໆຂຶ້ນເພື່ອຜົນປະໂຫຍດ ລວມຂອງປະຊາຊົນສອງຊາດພວກ ເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການ ພັດທະນາໃນພາກພື້ນ ແລະໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດອັນສະ ຫງ່າລາສີນີ້ອວຍພອນໄຊອັນປະ ເສີດມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບ ຜົນສຳເລັດໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ. ຄ້າງ ເພື່ອປັບປຸງແກ້ໄຂ ແນໃສ່ເຮັດ ໃຫ້ການກະກຽມ ແລະ ການດໍາເນີນ ກອງປະຊຸມຄັ້ງຕໍ່ໄປໄດ້ຮັບການປັບ ປຸງດ້ານຄຸນນະພາບສູງຂຶ້ນ ເປັນຕົ້ນ ການກະກຽມ ແລະ ພິຈາລະນາ-ຮັບ ຮອງເອົາບັນດານິຕິກຳ, ບັນຫາສໍາ ຄັນພື້ນຖານຂອງທ້ອງຖິ່ນ ແລະ ການຕິດຕາມກວດກາຂອງກອງປະ ຊຸມລວມທັງການກະກຽມ ແລະ ດໍາ ເນີນການປະເມີນບຸກຄະລາກອນ ທີ່ມາລາຍງານ, ຊີ້ແຈງ ແລະ ຕອບ ຄໍາຊັກຖາມ ໃນກອງປະຊຸມສະໄໝ ສາມັນແຕ່ລະຄັ້ງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ ຮັບຟັງການສະເໜີບົດລາຍງານ ກ່ຽວກັບການສະຫລຸບ, ຕີລາຄາ ຜົນສໍາເລັດການດຳເນີນກອງປະ ຊຸມສະໄໝສາມັນເທື່ອທີ 5 ແລະ 6 ຂອງ ສພຂ ຊຸດທີ II; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົາບັນ ຫາສຳຄັນພື້ນຖານຂອງທ້ອງຖິ່ນ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຜົ້ງສາລີ; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົາບັນຫາສຳ ຄັນພື້ນຖານຂອງທ້ອງຖິ່ນໃນກອງ ປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຫລວງນໍ້າທາ; ການກະກຽມ ແລະ ພິຈາລະນາ, ຮັບຮອງເອົານິຕິກຳສຳ ຄັນຂອງທ້ອງຖິ່ນຂອງ ສພຂ ຊຸດທີ II ຈາກປະທານ ສພຂ ຄຳມ່ວນ; ການຕິດຕາມກວດກາຂອງກອງປະ ຊຸມ ສພຂ, ການກະກຽມ ແລະ ດຳ ເນີນການປະເມີນບຸກຄະລາກອນ ທີ່ມາລາຍງານ, ຊີ້ແຈງ ແລະ ຕອບ ຄຳຊັກຖາມ ໃນກອງປະຊຸມສພຂ ຊຸດທີ II ຈາກປະທານ ສພຂ ສາລະ ວັນ. ຈາກນັ້ນ, ບັນດາຜູ້ແທນກອງ ປະຊຸມໄດ້ເອົາໃຈໃສ່ສຸມສະຕິປັນຍາ ແລະເປັນເຈົ້າການໃນການຄົ້ນຄວ້າ, ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ ແລະ ມີຈຸດສຸມ. ຂ່າວ-ພາບ: ສຸພາວັນ ຫອມສະນິດ ແລະ ນ້ອງນັກຮຽນທົ່ວໂຮງຮຽນ ເຂົ້າຮ່ວມ. ຂະບວນການສັກຢາວັກຊິນປ້ອງ ກັນພະຍາດໂຄວິດ-19 ໃນຄັ້ງນີ້, ແມ່ນອີງຕາມໜັງສືແນະນຳການ ໃຊ້ວັກຊິນໂຄວິດ-19ຝາສີເທົາຂອງ ສູນສຸຂະພາບແມ່ ແລະ ເດັກ, ກົມອະ ນະໄມ ແລະ ສົ່ງເສີມສຸຂະພາບກະ ຊວງສາທາລະນະສຸກ, ສະບັບເລກ ທີ 3671/ສສມດ, ລົງວັນທີ 8 ພະ ຈິກ 2023, ອີງຕາມແຜນການ ເຄື່ອນໄຫວສັກຢາກັນພະຍາດ COVID-19, ໄຂ້ຫວັດຕາມລະດູການ ປະຈຳປີ2024. ດັ່ງນັ້ນ, ຄະນະພັກຄະນະອຳນວຍການໂຮງຮຽນຈຶ່ງ ໄດ້ຈັດຕັ້ງປະຕິບັດຕາມໜັງສືແຈ້ງ ການ. ທັງນີ້, ກໍເພື່ອເຮັດໃຫ້ພະນັກ ງານ-ນັກຮົບແລະນ້ອງນັກຮຽນທົົ່ວ ໂຮງຮຽນໄດ້ຮັບວັກຊິນຢ່າງທົ່ວເຖິງ ແລະ ເປັນຂະບວນການຟົດຟື້ນ. ຂ່າວ: ໂອລິນ ມິ່ງມີໄຊ, ພາບ: ກະປູ ສີສຸທຳ ບວນການຕໍ່ສູ້ດັ່ງກ່າວ, ໄດ້ປຸກລະດົມ ຂະບວນການຕໍ່ສູ້ຂອງກໍາມະກອນ ຢູ່ໃນປະເທດຕ່າງໆຢ່າງກວ້າງ ຂວາງ, ຟົດຟື້ນ ສືບເນື່ອງເລື້ອຍໆມາ ແລະ ໄດ້ກາຍມາເປັນມູນເຊື້ອ, ເປັນ ສັນຍະລັກ ແລະ ເປັນສຽງລະຄັງ ເພື່ອປ່າວເຕືອນຂະບວນການລຸກຮື ຂຶ້ນຕໍ່ສູ້ຂອງຊົນຊັ້ນກໍາມະກອນ ເພື່ອ ທວງເອົາສິດ ແລະ ຜົນປະໂຫຍດ ອັນຊອບທໍາຂອງຕົນ ຈົນມາເຖິງ ປັດຈຸບັນ. ສໍາລັບ ສປປ ລາວ ນັບແຕ່ ມີພັກນໍາພາ, ໜໍ່ແໜງຂອງການຕໍ່ ສູ້ໄດ້ເກີດຂຶ້ນ ແລະ ໄດ້ກາຍເປັນຂະ ບວນການຕໍ່ສູ້ຂອງກໍາມະກອນຢູ່ ໂຮງຈັກ, ໂຮງງານຫລາຍບ່ອນ ໄດ້ເລີ່ມກໍ່ຕົວຂຶ້ນ ແລະ ຂະຫຍາຍຕົວ ເລື້ອໆມາ. ທ່ານ ທອງພັດ ອິນທະວົງ ຍັງໃຫ້ຮູ້ອີກວ່າ: ສະຫະພັນກໍາມະ ບານກະຊວງພະລັງງານ ແລະ ບໍ່ ແຮ່ໄດ້ຈັດງານແຂ່ງຂັນສີມືແຮງ ງານຂຶ້ນໃນແຕ່ລະປີເຊິ່ງເຫັນວ່າ ກາຍເປັນຂະບວນການໜຶ່ງທີ່ມີບັນ ຍາກາດຟົດຟື້ນ, ມີການເຂົ້າຮ່ວມ ຢ່າງກວ້າງຂວາງຜ່ານການ ແຂ່ງ ຂັນໃນແຕ່ລະປີ ສາມາດເລືອກເຟັ້ນ ບຸກຄົນ, ທີມງານ, ກົມກອງທີ່ມີສີມືດີ ເດັ່ນ, ມີຄວາມຊໍານານງານໃນການ ເຮັດໜ້າທີ່, ການອອກແຮງງານ ແລະ ມີຫົວຄິດປະດິດສ້າງຂອງແຕ່ ລະຫົວໜ່ວຍວິຊາສະເພາະ-ວິຊາ ການ ແລະ ຫົວໜ່ວຍຄຸ້ມຄອງ-ບໍລິ ຫານພາຍໃນຂະແໜງການຂອງ ພວກເຮົາ. ພ້ອມກັນນີ້, ສາມາດຕີລາ ຄາ ແລະ ປະເມີນໄດ້ລະດັບການເຕີບ ໃຫຍ່ຂະຫຍາຍຕົວ ຂອງພະນັກ ງານ,ກໍາມະກອນໂດຍຜ່ານຂະບວນ ການເຄື່ອນໄຫວວຽກງານໃນພາກ ຕົວຈິງເດັ່ນຊັດຂຶ້ນ. ການແຂ່ງຂັນໃນຄັ້ງນີ້, ມີທີມ ງານເຂົ້າຮ່ວມທັງໝົດ 99 ທີມ. ໃນນັ້ນ, ມາຈາກໄຟຟ້າທົ່ວປະເທດ ເຊິ່ງມີ 8 ຫົວຂໍ້ໃນການແຂ່ງຂັນຄື: ການຄິດໄລ່ພະລັງງານຄືນຫລັງ, ການກວດກາ-ທົດສອບໝໍ້ຈໍາໜ່າຍ CT ແລະ VT, ການປ່ຽນດອກກັນ ໄຟ 115kv, ການເຊື່ອມສາຍ Fiber optic, ນະວັດຕະກໍາໃໝ່, ການລົງ ບັນຊີສະຫລຸບປະຈໍາເດືອນ, ການ ແຂ່ງຂັນພິທີກອນ-ພິທີການ ແລະ ການແຂ່ງຂັນຂັບລໍາ-ຮ້ອງເພງຂັບລໍາສຽງດີ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ ທານສະພາປະຊາຊົນແຂວງໃນ ການຈັດຕັ້ງປະຕິບັດວຽກງານກໍ່ ສ້າງຮາກຖານການເມືອງຕິດພັນ ກັບວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກ ງານ 3 ສ້າງທົ່ວແຂວງ (20162021) ແລະ ທິດທາງຮອດປີ 2025. ທ່ານ ນາງ ວິລະພອນ ທອງພິມ ໄດ້ໃຫ້ຮູ້ວ່າ: ແຂວງໄຊຍະບູລີ ປະ ກອບມີ 11 ເມືອງ, 430 ບ້ານ ແລະ ມີຫລາຍກວ່າ 80 ພັນຄອບຄົວ, ມີ ປະຊາກອນຫລາຍກວ່າ 4 ແສນ ຄົນ, ຍິງເກືອບ 2 ແສນຄົນ, ປະ ກອບດ້ວຍ 8 ເຜົ່າຄື: ເຜົ່າລາວ, ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າລື້, ເຜົ່າ ໄປລ່, ເຜົ່າຍວນ, ເຜົ່າອີວມຽນ, ເຜົ່າ ໄທດຳ, ຄວາມໜາແໜ້ນຂອງຜົນ ລະເມືອງສະເລ່ຍ 25 ຄົນຕໍ່ກິໂລ ຕາແມັດ, ແຕ່ລະເຜົ່າແມ່ນມີຄວາມ ເຊື່ອຖືແຕກຕ່າງກັນ. ໃນນັ້ນ, ເຊື່ອ ຖືສາສະໝາພຸດ 70%, ເຊື່ອຖືບັນພະ ບູລຸດ 27% ແລະ ສາສະໜາເຢຊູ ຄລິສ 0,97%. ທົ່ວແຂວງ ແມ່ນມີ ທ່າແຮງບົ່ງຊ້ອນຫລາຍດ້ານທີ່ເປັນ ເງື່ອນໄຂຕໍ່ການພັດທະນາເສດຖະ ກິດ-ສັງຄົມ ເປັນຕົ້ນ ຂົວຂ້າມນ້ຳ ຂອງ 3 ແຫ່ງ, ເຂື່ອນໄຟຟ້າຂະໜາດ ໃຫຍ່2ແຫ່ງ, ຂະໜາດກາງ1ແຫ່ງ, ມີດ່ານສາກົນ4ແຫ່ງ, ມີແຫລ່ງທ່ອງ ທ່ຽວທຳມະຊາດຫລາຍແຫ່ງ ທີ່ໄດ້ ຮັບການພັດທະນາ ແລະ ມີວັດທະ ນະທຳທີ່ເປັນເອກະລັກເທສະການ ບຸນຊ້າງ ແລະ ບຸນປະເພນີຂອງແຕ່ ລະເຜົ່າ ແຕ່ລະທ້ອງຖິ່ນ; ປະຊາຊົນ ບັນດາເຜົ່າ ມີມູນເຊື້ອດຸໝັ່ນໃນການ ທຳການຜະລິດກະສິກຳເປັນສິນຄ້າ ນັບມືເພີ່ມຂຶ້ນສະເລ່ຍ 4,9% ຕໍ່ປີ, ລາຍຮັບສະເລ່ຍຜູ້ໜຶ່ງໄດ້ຫລາຍ ກວ່າ 1.700 ໂດລາສະຫະລັດຕໍ່ ຄົນຕໍ່ປີ. ໃນໄລຍະຜ່ານມາ,ທຸກພາກສ່ວນ ກ່ຽວຂ້ອງໄດ້ເອົາໃຈໃສ່ຕໍ່ວຽກງານ ຂອງຕົນ ທີ່ຕິດພັນກັບວຽກງານ ພັດທະນາຊົນນະບົດ, ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ຂອງປະຊາຊົນອັນໄດ້ເຮັດໃຫ້ຄວາມ ທຸກຍາກຂອງປະຊາຊົນໄດ້ຫລຸດລົງ ເທື່ອລະກ້າວ ເຊິ່ງສະແດງໃຫ້ເຫັນ ທົ່ວແຂວງຍັງເຫລືອຄອບຄົວບໍ່ທັນ ພົ້ນທຸກປະມານ 30 ພັນຄອບຄົວ, ບ້ານບໍ່ທັນພົ້ນທຸກ 115 ບ້ານ, ເມືອງ ບໍ່ພົ້ນທຸກ 3 ເມືອງຄື: ເມືອງໄຊຍະ ບູລີ, ຊຽງຮ່ອນ ແລະ ເມືອງໄຊສະ ຖານ. ສຳລັບທິດທາງອັນໃກ້ນີ້, ຈະ ເລັ່ງຊຸກຍູ້ທຸກພາກສ່ວນ ສູ້ຊົນແກ້ ໄຂຄອບຄົວທຸກຍາກໃຫ້ໄດ້ 732 ຄອບຄົວ, ສ້າງບ້ານພົ້ນທຸກໃຫ້ໄດ້ 8 ບ້ານ, ບ້ານພັດທະນາ 30 ບ້ານ, ສ້າງບ້ານໃຫຍ່ກາຍເປັນຕົວເມືອງ ນ້ອຍໃນຊົນນະບົດ, ສ້າງເມືອງພົ້ນ ທຸກໃຫ້ໄດ້ 1 ເມືອງ. ໂອກາດນີ້, ທ່ານ ແກ້ວຈະເລີນ ເຊ່ຍຢີ້ງຢ່າງ ໄດ້ເນັ້ນໃຫ້ສະພາປະ ຊາຊົນແຂວງ ເອົາໃຈໃສ່ປະຕິບັດ ວຽກງານຂອງສະພາປະຊາຊົນ ແຂວງຕາມພາລະບົດບາດໃນນາມ ເປັນຕົວແທນແຫ່ງສິດຜົນປະໂຫຍດ ຂອງປະຊາຊົນ ໂດຍສະເພາະແມ່ນ ເອົາໃຈໃສ່ດ້ານນິຕິກຳ, ດ້ານການ ຕົກລົງບັນຫາພື້ນຖານທ້ອງຖິ່ນ, ດ້ານຕິດຕາມກວດກາ. ຂະນະທີ່ ການຕິດຕາມກວດກາການຈັດຕັ້ງ ປະຕິບັດລັດຖະທໍາມະນູນ ແລະ ກົດ ໝາຍ ຕ້ອງເອົາໃຈໃສ່ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ ໄຂຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນ ທໍາຂອງປະຊາຊົນຕາມສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ເພື່ອຮັບປະ ກັນຄວາມສອດຄ່ອງກັບກົດໝາຍ ແລະ ຖືກຕ້ອງກັບເງື່ອນໄຂຕົວຈິງ ໄປ ພ້ອມໆກັບການສົ່ງເສີມທົ່ວສັງ ຄົມຮັກສາສະຖຽນລະພາບທາງ ດ້ານການເມືອງ, ຄວາມເປັນລະ ບຽບຮຽບຮ້ອຍຕາມສາຍແດນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ ຕ່າງໆຂອງສັງຄົມ ເປັນຕົ້ນບັນຫາ ຢາເສບຕິດ, ຂີ້ລັກງັດແງະ, ຂ້າເຈົ້າ ເອົາຂອງ, ການເຄື່ອນໄຫວສາສະ ໜາ ແລະ ອື່ນໆ. ກອມມູນິດຊາວກອມມູນິດຣັດເຊຍ, ຮອງປະທານສະພານິຕິບັນຍັດເຂດ Altai ຂອງຣັດເຊຍ ພ້ອມຄະນະ ໄດ້ມາເຄື່ອນໄຫວຢ້ຽມຢາມ ສປປ ລາວ ເຊິ່ງເປັນການຢ້ຽມຢາມຄັ້ງທີ 2 ນັບແຕ່ສອງພັກ ໄດ້ສ້າງຕັ້ງສາຍ ພົວພັນນຳກັນ. ໃນໄລຍະຢູ່ຢ້ຽມຢາມ, ຄະນະຜູ້ ແທນຂັ້ນສູງຂອງພັກດັ່ງກ່າວ,ໄດ້ ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງສະ ລິດມັງໜໍ່ເມກ ເລຂາທິການສູນກາງ ພັກ, ຫົວໜ້າຫ້ອງວ່າການສູນກາງ ພັກ ແລະ ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຝ່າຍລາວນຳໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະ ນະພົວພັນຕ່າງປະເທດສູນກາງພັກ. ໃນການພົບປະ, ບັນດາສະຫາຍ ການນໍາຂອງລາວ ໄດ້ຕີລາຄາສູງຕໍ່ ການມາຢ້ຽມຢາມລາວຄັ້ງນີ້ຂອງ ຄະນະຜູ້ແທນ ເຊິ່ງເປັນການປະ ກອບສ່ວນຊຸກຍູ້ສາຍພົວພັນມິດ ຕະພາບແລະການຮ່ວມມືທີ່ເປັນມູນ ເຊື້ອອັນດີງາມ ລະຫວ່າງ ປະຊາຊົນ ສອງຊາດລາວ-ຣັດເຊຍ ໂດຍສະ ເພາະ ລະຫວ່າງ ພັກ ປປ ລາວ ແລະ ພັກກອມມູນິດຊາວກອມມູນິດ ຣັດ ເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໂອກາດນີ້, ຝ່າຍລາວ ໄດ້ ແຈ້ງໃຫ້ຝ່າຍຣັດເຊຍ ຊາບກ່ຽວ ກັບສະພາບລວມຂອງການພັດທະ ນາເສດຖະກິດ-ສັງຄົມ ຢູ່ ສປປ ລາວໃນຊຸມປີຜ່ານມາກໍຄືໃນໄລຍະ ປັດຈຸບັນ. ພັກ-ລັດຖະບານລາວ ກໍາລັງສຸມທຸກກໍາລັງ ໃນການສືບຕໍ່ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ຈັດຕັ້ງປະ ຕິບັດ 2 ວາລະແຫ່ງຊາດ ແກ້ໄຂບັນ ຫາເສດຖະກິດ-ການເງິນ ແລະ ບັນ ຫາຢາເສບຕິດ ແລະ ເອົາໃຈໃສ່ກະ ກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ທີ່ຈະໄຂຈັດຂຶ້ນໃນ ຕົ້ນປີ 2026; ໄດ້ຍົກໃຫ້ເຫັນເຖິງ ມູນເຊື້ອການຕໍ່ສູ້ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງພັກ ປປ ລາວ ໃນພາລະກິດປົດປ່ອຍຊາດໃນ ເມື່ອກ່ອນ ແລະ ພ້ອມທັງສະຖາ ປະນາ ສປປ ລາວ ປີ 1975 ເຊິ່ງ ຍາມໃດພັກກໍຍຶດໝັ້ນໃນລັດທິມາກເລນິນເປັນພື້ນຖານແນວຄິດທິດສະ ດີ ເພື່ອສ້າງສາພັດທະນາປະເທດ ຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມ; ແຈ້ງໃຫ້ຊາບວ່າ ປີ 2024 ເປັນ ປີທີ່ ສປປ ລາວ ເປັນປະທານໝູນວຽນ ອາຊຽນ ແລະ ຍັງເປັນປີທ່ອງທ່ຽວ ລາວ ທີ່ມີຄວາມໝາຍສໍາຄັນຕໍ່ຊີວິດ ການເມືອງແລະການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ. ພ້ອມທັງຕີລາຄາສູງຕໍ່ການພົວພັນ ລະຫວ່າ 2 ປະເທດ ລາວ-ຣັດເຊຍ, ສະເພາະສາຍພັກກໍໄດ້ມີການພົວ ພັນກັບ 3 ພັກການເມືອງໃນຣັດ ເຊຍ, ພ້ອມທັງໄດ້ປຶກສາຫາລືຊອກ ຫາຊ່ອງທາງເພື່ອຂະຫຍາຍການ ພົວພັນຮ່ວມມືໃນດ້ານອື່ນໆ, ເປັນ ຕົ້ນ ການຄ້າ-ການລົງທຶນ, ການ ທ່ອງທ່ຽວ, ການແລກປ່ຽນທາງ ດ້ານວັດທະນະທໍາ, ລວມທັງເສີມ ຂະຫຍາຍການພົວພັນທາງດ້ານ ການທູດປະຊາຊົນ, ການຮ່ວມມືລະ ຫວ່າງ ອົງການຈັດຕັ້ງກໍາມະບານ, ແມ່ຍິງ, ຊາວໜຸ່ມ ແລະ ເຍົາວະຊົນ. ສະຫາຍ ມາລິນໂກວິດຈ໌ ເຊີຣ໌ ເກ ອາເລັກຊານໂດຣວິດຈ໌ ໄດ້ສະ ແດງຄວາມຂອບໃຈຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງບັນດາ ການນໍາຂັ້ນສູງຂອງ ພັກ ປປ ລາວ, ພ້ອມທັງໄດ້ກ່າວເຖິງຈຸດປະສົງ ຂອງການມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ກໍເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ, ເພື່ອສຶກສາ, ແລກປ່ຽນ ແລະ ຖອດຖອນບົດຮຽນ ຈາກພັກເພື່ອນມິດທີ່ຍຶດໝັ້ນໃນລັດ ທິມາກ-ເລນິນ ແລະ ຊອກຫາຊ່ອງ ທາງຊຸກຍູ້ການຮ່ວມມືທາງດ້ານ ການຄ້າ-ການລົງທຶນຢູ່ສປປລາວ. ສະຫາຍປະທານພັກ ຍັງໄດ້ແຈ້ງ ໃຫ້ຊາບກ່ຽວກັບການເຄື່ອນໄຫວ ຂອງ ພັກກອມມູນິດຊາວກອມມູນິດ ຣັດເຊຍ ໃນການສະໜັບສະໜູນລັດ ຖະບານຣັດເຊຍ, ປະກອບສ່ວນໃນ ການສ້າງສາພັດທະນາປະເທດ ຊາດ ແລະ ຂະຫຍາຍການພົວພັນ ຮ່ວມມືກັບບັນດາພັກກອມມູນິດ ໃນ ໂລກ. ພ້ອມກັນນີ້, ກໍຍັງໄດ້ສະ ແດງ ຄວາມຊົມເຊີຍຕໍ່ຜົນສຳເລັດອັນ ໃຫຍ່ຫລວງໃນດ້ານຕ່າງໆທີ່ພັກປປ ລາວ ຍາດມາໄດ້ຕະຫລອດໄລຍະ ຜ່ານມາ ແລະ ເຊື່ອໝັ້ນວ່າພາຍໃຕ້ ການນໍາພາຂອງພັກ-ລັດສປປລາວ ຈະສືບຕໍ່ຍາດໄດ້ຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ. ໃນໂອກາດນີ້, ຄະນະຜູ້ແທນພັກ ກອມມູນິດຊາວກອມມູນິດ ຣັດເຊຍ ຍັງໄດ້ພົບປະກັບເຈົ້າແຂວງໆວຽງ ຈັນ ແລະ ບັນດາການນໍາຂອງອົງ ການຈັດຕັ້ງມະຫາຊົນຈໍານວນ ໜຶ່ງ ເຊັ່ນ: ສູນກາງກໍາມະບານລາວ, ສູນ ກາງສະຫະພັນແມ່ຍິງລາວ,ການ ນໍາຂອງສູນກາງຊາວໜຸ່ມ ປປ ລາວ ແລະ ໄດ້ໄປຢ້ຽມຢາມສະຖານທີ່ ທາງປະຫວັດສາດ ແລະ ແຫລ່ງ ທ່ອງທ່ຽວວັດທະນະທໍາຈໍານວໜຶ່ງ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ. ນອກຈາກນີ້, ສອງ ຝ່າຍ ຍັງໄດ້ແລກປ່ຽນທັດສະນະນໍາ ກັນໃນບັນຫາທີ່ສອງຝ່າຍມີຄວາມ ສົນໃຈ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 2 ພຶດສະພາ 2024 ນີ້, ໂດຍທ່ານໄດ້ຍົກໃຫ້ເຫັນໄຊຊະນະ ດຽນບຽນຟູ ກໍຄື ການປະກອບສ່ວນ ຂອງກອງທັບປະຊາຊົນລາວ ໃນ ການຮ່ວມສຳພັນສູ້ຮົບ ໃນບັ້ນຮົບ ດຽນບຽນຟູ ຈົນໄດ້ຮັບໄຊສະນະ ເຊິ່ງໄຊຊະນະດຽນບຽນຟູ ໄດ້ບັງຄັບ ໃຫ້ພວກລ່າເມືອງຂຶ້ນແບບເກົ່າ ຕ້ອງຍອມຮັບເຊັນສັນຍາເຊີແນວປີ 1954 ກ່ຽວກັບອິນດູຈີນ ຮັບຮອງ ຄວາມເປັນເອກະລາດແລະ ອະທິປະ ໄຕຂອງ 3 ຊາດອິນດູຈີນ. ພາຍຫລັງ ສັນຍາເຊີແນວບໍ່ໄດ້ເທົ່າໃດປີ, ຈັກ ກະພັດລ່າເມືອງຂຶ້ນແບບໃໝ່ໄດ້ເຂົ້າ ມາປ່ຽນແທນພວກລ່າເມືອງຂຶ້ນ ແບບເກົ່າຮຸກຮານລາວ ແລະ ຫວຽດ ນາມ ດ້ວຍລັດທິລ່າເມືອງຂຶ້ນແບບ ໃໝ່ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ສືບຕໍ່ຄຽງ ບ່າຄຽງໄຫລ່ກັບພະນັກງານ-ນັກ ຮົບກອງທັບປະຊາຊົນລາວ ແລະ ປະຊາຊົນລາວ ບັນດາເຜົ່າດຳເນີນ ການຕໍ່ສູ້ຢ່າງເດັດດ່ຽວໜຽວແໜ້ນ ແລະ ອາດຫານຊານໄຊທີ່ສຸດດ້ວຍ ຈິດໃຈເຂົ້າເມັດຫັກ, ຜັກເສັ້ນໜຶ່ງ ກໍແບ່ງກັນກິນ ເພື່ອທັບມ້າງຍຸດທະ ສາດຮຸກຮານຂອງພວກຈັກກະພັດ ລ່າເມືອງຂຶ້ນແບບໃໝ່ ແລະ ລູກ ແຫລ່ງຕີນມືຂາຍຊາດຂອງລັດຖະ ບານຫຸ່ນວຽງຈັນ ຍາດເອົາໄຊຊະນະ ເຊັ່ນ: ບັ້ນຮົບປົດປ່ອຍຫລວງນໍ້າທາ (1962), ບັ້ນຮົບ 128, ບັ້ນຮົບນໍ້າ ບາກ (1968), ບັ້ນຮົບເມືອງສູຍ (1969),ບັ້ນຮົບກູ້ກຽດ,ບັ້ນຮົບທະ ນົງກຽດ (1969-1970), ບັ້ນຮົບ ລາມເຊີນ 719 (1971), ບັ້ນຮົບ ທົ່ງໄຫຫີນຊຽງແຂວງ, ລ້ອງແຈ້ງ, ບັ້ນຮົບສາລາພູພູນ (19711972) ແລະ ບັ້ນຮົບອື່ນໆ. ເພື່ອຊ່ວຍໃຫ້ສະຫາຍຫວຽດ ນາມ ເຮັດສຳເລັດພາລະກິດປະຫວັດ ສາດ ໃນການປົດປ່ອຍພາກໃຕ້ ຫວຽດນາມ, ພັກປະຊາຊົນ ປະຕິວັດ ລາວ, ສູນກາງແນວລາວຮັກຊາດ ກໍ ໄດ້ສ້າງທຸກເງື່ອນໄຂເອື້ອອຳນວຍ, ໄດ້ອະນຸຍາດໃຫ້ເພື່ອນເປີດເສັ້ນ ທາງໂຮ່ຈີ່ມິງ ຜ່ານດິນແດນລາວ ເພື່ອ ລຳລຽງຂົນສົ່ງກໍາລັງທະຫານ, ພະຫະນະສົງຄາມເປັນເວລາຫລາຍ ປີປົດປ່ອຍພາກໃຕ້ຫວຽດນາມ ຢ່າງສົມບູນ ໃນວັນທີ 30 ເມສາ 1975 ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນໄຊຊະນະລວມຂອງ ສອງຊາດ ລາວ-ຫວຽດນາມ. ໂດຍ ປະສານສົມທົບກັບໄຊຊະນະຂອງ ປະຊາຊົນຫວຽດນາມ, ຢູ່ລາວພວກ ເຮົາ ກໍໄດ້ເປີດບັ້ນຮົບປຸກລະດົມ ການລຸກຮືຂຶ້ນດ້ວຍ 3 ບາດຄ້ອນ ຍຸດທະສາດ, ກ້າວໄປສູ່ການຢຶດ ອໍານາດທົ່ວປະເທດ ໃນວັນທີ 23 ສິງຫາ 1975, ລົບລ້າງລະບອບເກົ່າ ລາຊາທິປະໄຕລາດຊະອານາຈັກທີ່ ເປັນເມືອງຂຶ້ນຂອງຕ່າງຊາດ, ສະ ຖາປະນາລະບອບໃໝ່ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໃນວັນທີ 2 ທັນວາ 1975 ຢ່າງສະຫງ່າງາມ. ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໃຫ້ຮູ້ອີກ ວ່າ: ໄຊຊະນະດຽນບຽນຟູແມ່ນໄຊ ຊະນະທີ່ສະຫວ່າງສະໄຫວທີ່ສຸດ ໃນປະຫວັດສາດການຕໍ່ສູ້ຕ້ານການ ຮຸກຮານຈາກຈັກກະພັດພາຍນອກ ຂອງປະຊາຊົນຫວຽດນາມ ຜູ້ພິລະ ອາດຫານ ເຊິ່ງໄດ້ບັນທຶກເຂົ້າໃນປະ ຫວັດສາດຂອງຊາດແລະຂອງໂລກ ຢູ່ໃນສະຕະວັດທີ XX ທີ່ໄດ້ທັບ ມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນ ແບບເກົ່າ ຂອງລັດທິຈັກກະພັດ, ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະ ຫວ່າງສະໄຫວຂຶ້ນຢູ່ໃນຊາດເຄິ່ງ ສັກດີນາ ທີ່ເຄີຍເປັນຫົວເມືອງຂຶ້ນປະ ຊາກອນບໍ່ຫລາຍ, ເສດຖະກິດຫລ້າ ຫລັງ, ກໍາລັງທະຫານ ແລະ ພາຫະ ນະ-ອາວຸດຍຸດໂທປະກອນມີໜ້ອຍ ແຕ່ດ້ວຍຄວາມສາມັກຄີຢ່າງແໜ້ນ ແຟ້ນ, ພາຍໃນຊາດ, ການຊີ້ນຳ-ນຳ ພາຂອງພັກ ແລະ ປະທານໂຮ່ຈີ່ມິງ ຜູ້ນຳທີ່ຍິ່ງໃຫຍ່, ປຸກລະດົມແລະໝູນ ໃຊ້ກຳລັງປະກອບອາວຸດປະຕິບັດ ໜ້າທີ່ປ້ອງກັນປະເທດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນ, ຕີເອົາ ໄຊຊະນະກັບສັດຕູຜູ້ຮຸກຮານທີ່ມີ ພື້ນຖານເສດຖະກິດ ແລະ ການທະ ຫານເຂັ້ມແຂງ ແລະທັນສະໄໝກວ່າ ຫລາຍເທົ່າ ຈົນໄດ້ຮັບໄຊຊະນະ. ຂ່າວ: ທະນູທອງພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==