xtgmf]k; 6 30/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ dkg2xjk gxa ogvdt]a d|b j 'fP;0v'fP; skfsq d pa ']= 7vpwxlera f * ເມື່ອເອີຍເຖິງກ າເຟແລ້ວ ປະ ເທດລາວເຮົາກໍ່ບໍ່ດ້ອຍກວ່າຊາດ ໃດໃນໂລກ ດ້ວຍຄຸນນະກາເຟປ່າ ກາເຟລົດເລີດຂອງຄົນລາວ ເມື່ອ ເອີຍເຖິງກາເຟແລ້ວ ປະເທດລາວ ເຮົາກໍ່ບໍ່ແພ້ຊາດໃດໃນໂລກ ດ້ວຍ ຄຸນນ ະພາບ ຂອງກ າເຟທີ່ມີ ລົ ດຊ າດ ແຊບແບບມີເອກະລັກ ເນື່ອງຈາກ ວ່າປະຊາຊົນລາວປູກແບບທໍາມະ ຊາດ, ປອດສານພິດ ດັ່ງນັ້ນ ຈຶ່ງ ເຮັດໃ ຫ້ຜູ້ ປ ະກອບກ ານຫ ລາຍທ່ ານ ເລັ່ງເຖິງທ່າແຮງ ແລະ ເງື່ອນໄຂ ເພື່ອສ້າງຜ ະລິດຕ ະພັນກາເຟ ອອກ ມາຈໍາໜ່າຍຢ່າງຫລວງຫລາຍໃນ ປັດຈຸບັນ ເຊິ່ງແຕ່ລະຜະລິດຕະພັນ ນັ້ນກໍ່ ມີຄ ວາມແ ຊບ ແ ລະ ເອກະລັກ ແຕກຕ່າງກັນໄ ປ ເໝືອນກັບຜະລິດ ຕະພັນກາເຟປ່າ ເປັນອີ ກຜະລິດຕະ ພັນຂອງຄົນລາວ ທີ່ພວມໄດ້ຮັບ ຄວາມນິຍົມຈາກສັ ງຄົມ. ນາງ ວັນມ ະນີ ຈັນງ າຄໍ າ ຜູ້ກໍ່ ຕັ້ງ ແລະ ຜູ້ບໍລິຫານກ າເຟປ່າໄດ້ຮູ້ວ່ າ: ຈຸດເລິ່ມຕົ້ນ ຂອງຜະລິດຕະພັນກາ ເຟປ່າ ເກີດຂຶ້ນຍ້ອນຄວາມມັກໃນ ກາເຟລາວ ເນື່ອງຈ າກວ່າ ຕົນເອງ ເຮັດວຽກເປັນທີ່ປຶກສາໂຄງການ ຊ່ວຍເຫລືອລະຫວ່າງລາວ-ຍີ່ປຸ່ນ ແລະ ໄດ້ໄປສຶກສາກ່ຽວກັບກາເຟ ລາວ ຢູ່ປ າກຊ່ອງ ຈຶ່ງໄ ດ້ເຫັນວ່ າປະ ເທດລາວມີທ່າແຮງທີ່ດີທີ່ປູກແບບ ທໍາມ ະຊ າດ ແ ລະ ເຫັນວ່ າປະລິມານ ການປູກຫລາຍແຕ່ການສົ່ງອອກ ຢູ່ລາວຍັງໜ້ອຍ ດັ່ງນັ້ນ, ຈຶ່ງຢາກ ສ້າງຜະລິດຕະພັນກາເຟຂອງລາວ ເພື່ອນໍາສະເໜີ ກ່ຽວກັບກາເຟລາວ ຈຶ່ງສື ບຕໍ່ສຶກສາກ່ ຽວກັບກາເຟ ເພື່ອ ໃຫ້ໄດ້ຄວາມຮູ້ກ່ຽວກັບກາເຟຢ່າງ ເລິກເຊິ່ງຕັດສິນໃຈສ້າງຜະລິດຕະ ພັນກາເຟປ່າຂຶ້ນມາເຊິ່ງການເຮັດ ຜະລິດຕະພັນນີ້ ແມ່ນໃຫ້ປ ະຊາຊົນ ຜະລິດໃນທຸກຂັ້ນຕອນ ບໍ່ວ່າຈະ ເປັນຄັ ດເມັດ, ຂົ້ວກ າເຟ ຈົນກ ວ່າຈະ ອອກມາເປັນຜະລິດຕະພັນກາເຟ ປ່າ ທີ່ຈໍາໜ່າຍສູ່ສັງຄົມຕະຫລອດ ໄລຍະເວລາ 6 ເດືອນເຫັນວ່າໄດ້ ຮັບຜົນຕອບຮັບດີຫລາຍລູກຄ້າກໍ່ ເພີ່ມຂຶ້ນເລື້ອຍໆ ສິນຄ້າກໍມີລູກຄ້າ ເພີ່ມຂຶ້ນເລື້ອຍໆ ແລະ ຫລາຍຄົນ ກໍ່ແນະນໍາໃຫ້ເປີດໜ້າຮ້ານ ຈຶ່ງຕັດ ສິນໃຈເປີດຮ້ານກາເຟປ່າຂຶ້ນ ໃນ ປີ 2019 ເປັນຕົ້ ນມາ ເຫັນວ່າຜົນ ຕອບຮັບກໍດີຫລາຍເນື່ອງຈາກວ່າ ມີຖານຜູ້ບໍລິໂພກເກົ່າຢູ່ແລ້ວຈຶ່ງ ເຮັດຮ້ານໄປໄດ້ດີ ສໍາລັບຄວາມ ໂດດເດັ່ນຂອງຮ້ ານກ າເຟປ່າ ແມ່ນ ມີກາເຟຈາກ 7 ແຫລ່ງ ຂອງລາວ ບໍ່ວ່າຈະເປັນເຊກອງ, ປາກຊ່ອງ, ສາລະວັນ, ຊໍາເໜືອ, ຊຽງຂວາງ, ຫລວງພະບາງ, ຜົ້ງສາລີ ໄວ້ບໍລິ ການລູກຄ້າສາມາດເລືອກກິນໄດ້ ຕາມຄວາມມັກ ນອກນີ້, ພາຍໃນ ຮ້ານຍັງມີການປະສົມປະສານລະ ຫວ່າງ ອາຫານພື້ນບ້ານຂອງລາວ ແລະ ຍີ່ ປຸ່ນ ຈຶ່ ງແຕກຕ່າງຈ າກບ່ ອນ ອື່ນ ທັງເລື່ອງກ ານຕົບແຕ່ງ, ການ ບໍລິຫ ານ, ການບໍລິການທີ່ ດີ ມີໄມຕີ ຈິດເປັນມິ ດກັບລູ ກຄ້ າ ເຊິ່ງເປັນສິ່ງ ສໍາຄັນທີ່ສາມາດມັດໃຈລູກຄ້າ. ກາເຟປ່າ ແມ່ນມີຄວາມມຸ້ງຫວັງ ຢາກພັດທະນາ ແລະ ຢາກສົ່ງເສີມ ກາເຟລາວ ລວມເຖິງປະຊາຊົນ ລາວ ໃຫ້ມີວຽກງານທໍາ ແລະ ມີ ລາຍຮັບເພີ່ມ ແຕ່ແນວໃດກໍດີສໍາ ລັບປະຊາຊົນທີ່ມີຄວາມສົນໃຈປູກ ກາເຟກັບພວກເຮົາຕ້ອງປະຕິບັດ ໄດ້ດັ່ງນີ້ຄື: ປູກໂດຍຮັກສາສິ່ງແວດ ລ້ອມ, ບໍ່ທໍາລາຍປ່ າ, ບໍ່ໃ ຊ້ສານພິ ດ, ຕ້ອງເປັນຊາວສວນທີ່ຮັກໃນການ ປູກກາເຟຢ່າງແທ້ຈິງ ຈຶ່ງໄດ້ຮັບ ການສະໜັບສະໜູນ ເຊິ່ງການສະ ໜັບສະໜູນແມ່ນການລົງທຶນໃຫ້ ທັງໝົດ ທັງເລື່ອງ ການລົ ງທຶນ ແ ລະ ເລື່ອງຕະຫລາດຈໍາ ໜ່າຍ. ຮ້ານກ າເຟປ່າ ຕັ້ງຢູ່ໃກ້ 4 ແຍກ ຫໍປະຊຸມແຫ່ງຊາດ, ລ້ຽວມາຮ່ອມ ໜອງໜ້ຽງ ປະມານ 30 ແມັດ ຮ້ານ ຢູ່ແຄມທາງໃຫຍ່ ຫລື ຕິດຕໍ່ໄດ້ທີ່ເບີ 55937118. ໂດຍ: ເຂົ້າຈານນໍ້າ * ຄິດວ່າ ຫລາຍທ່ານຄົງໄດ້ສະ ເຫລີມສະຫລອງບຸນປີໃໝ່ລາວຢ່າງ ເບີກບານມ່ວນຊື່ນ ທັງໄດ້ໄປທ່ອງ ທ່ຽວຕາມຈຸດປະສົງຂອງໃຜລາວ, ບໍ່ວ່າການທ່ອງທ່ຽວທາງທຳມະ ຊາດ, ປະຫວັດສາດ ແລະ ທຳມະ ຊາດມາແລ້ວ. ແຕ່ເຖິງຢ່າງໃດກໍ ຕາມໄລຍະນີ້ ສະພາບອາກາດໃນ ປະເທດລາວເຮົາຍັງສືບຕໍ່ຮ້ອນອົບ ເອົ້າ. ຂະນະທີ່ບາງທ້ອງຖິ່ນກໍ່ຖືກ ພາຍຸພັດຜ່ານ ອັນໄດ້ສົ່ງຜົນກະທົບ ບໍ່ໜ້ອຍຕໍ່ພື້ນຖານໂຄງລ່າງ, ເຮືອນ ຊານ ບ້ານຊ່ອງ. ອາກາດຮ້ອນອົບ ເອົ້າແບບນີ້, ມື້ນີ້ ຜູ້ຂຽນຂໍແນະນຳ ແຫລ່ງທ່ອງທ່ຽວທຳມະຊາດ ທີ່ຜູ້ ປະກອບການໄດ້ລົງທຶນຊື້ຕູບມາ ຕັ້ງໄວ້ຢູ່ແຄມນ້ຳຄອຍບໍລິການນັກ ທ່ອງທ່ຽວເຂົ້າມາທ່ຽວ, ມາພັກ ຜ່ອນ, ເຊິ່ງແຫລ່ງທ່ອງທ່ຽວແຫ່ງນີ້ ກໍ ແມ່ນ ຫາດຫົກນັ້ນເອງ ໂດຍຕັ້ງຢູ່ ເມືອງຫລາແຂວງອຸດົມໄຊທີ່ມີສາຍ ນ້ຳໃສເຢັນບວກໃສ່ທິວທັດທຳມະ ຊາດສວຍງາມທີ່ຍັງລໍຄອຍທ່ານ ໄປສຳພັດດ້ວຍຕົນເອງ. ເມືອງຫລາ ແຂວງອຸດົມໄຊ ເປັນ ໜຶ່ງໃນ 7 ເມືອງຂອງແຂວງ ທັງ ເປັນເມືອງໜຶ່ງທີ່ໄດ້ຮັບຄວາມນິຍົມ ຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ບໍ່ວ່າຈະເປັນແຫລ່ງ ທ່ອງທ່ຽວທຳມະຊາດ, ວັດທະນະ ທຳແລະຖືວ່າມີຫລາກຫລາຍແຫລ່ງ ທ່ອງທ່ຽວທີ່ໜ້າສົນໃຈ. ຫາດຫົກ ເປັນອີກໜຶ່ງສະຖານທີ່ທ່ອງທ່ຽວ ທຳມະຊາດທີ່ສວຍງາມ ເຊິ່ງຫລາຍ ທ່ານຄົງໄດ້ໄປຮອດໄປເຖິງມາແລ້ວ ແລະ ກໍເຊື່ອວ່າ ຍັງມີຫລາຍໆທ່ານ ຍັງບໍ່ທັນໄດ້ໄປສຳພັດການບໍລິການ ແຂກກໍຄືນັກທ່ອງທ່ຽວມີຄືແນວ ໃດ? ດັ່ງນັ້ນ, ຈະພາທ່ານໄປຮູ້ຈັກ ກັບຜູ້ປະກອບການຢູ່ຫາດຫົກແຫ່ງ ນີ້ນຳກັນເລີຍ. ທ່ານນາງ ຫລ້າ ສີລາພອນ ເຈົ້າ ຂອງຮ້ານຕູບຫາດຫົກເລົ່າສູ່ຟັງ ວ່າ: ສຳລັບຄວາມເປັນມາຂອງຫາດ ຫົກ ໂດຍເລີ່ມແຕ່ປີ 2021 ເປັນຕົ້ນ ມາ ແມ່ນໄດ້ເປີດບໍລິການ ໃຫ້ແຂກ ຫລື ນັກທ່ອງທ່ຽວເຂົ້າມາທ່ຽວຊົມ, ມາສຳພັດກັບທິວທັດທຳມາດ, ອາບ ນ້ຳ, ມາພັກກຜ່ອນຢ່ອນອາລົມກັບ ອາກາດບໍລິສຸດສົດຊື່ນ ເຊິ່ງການບໍລິ ການກໍມີຕູບຕັ້ງຕາມແຄມນ້ຳ ເພື່ອ ໃຫ້ນັກທ່ອງທ່ຽວໄດ້ນັ່ງຊົມທຳມະ ຊາດ, ກິນ-ດື່ມ, ພັກຜ່ອນ ໂດຍທາງ ຮ້ານກໍມີອາຫານຕາມສັ່ງ ເຊິ່ງກໍມີອາ ຫານພິເສດທຳມະຊາດຂອງທ້ອງ ຖິ່ນຕື່ມອີກ ນັ້ນກໍຄືປິ້ງປານ້ຳທາກ ແລະ ຈືນ, ທອດແມງໄມ້ຕາມລະດູ ການ.ຂະນະທີ່ລະດູໜາວກໍແມ່ນມົກ ໄຄ ຕິດພັນກັບສິ່ງທີ່ຂາດບໍ່ໄດ້ນັ້ນ ກໍແມ່ນສົ້ມຜັກກຸ່ມ. ຂະນະທີ່ແຂກ ທີ່ມາທ່ຽວມີກໍສາມາດເອົາອາຫານ ຂອງຕົນເອງມາແຕ່ງກິນກໍໄດ້ພຽງ ແຕ່ເສຍຄ່າບໍລິການເລັກໆໜ້ອຍໆ ໃຫ້ທາງຮ້ານເທົ່ານັ້ນ. ນອກຈາກນີ້, ການບໍລິການຂອງຮ້ານກໍຍັງສາ ມາດຮອງຮັບແຂກທີ່ມາເປັນທັງ ຄອບຄົວ, ມາເປັນທິມງານ, ພະນັກ ງານຫ້ອງການມາເປັນທິມກໍສາ ມາດຮອງຮັບໄດ້. ນອກຈາກທີ່ກ່າວມານັ້ນແລ້ວ, ທ່ານ ນາງ ຫລ້າ ສີອາພອນ ຍັງເລົ່າ ຕື່ມວ່າ: ທາງຮ້ານເຮົາຍັງມີການບໍລິ ການເຊົ່າເຕັ້ນນອນຍາມກາງຄືນ ຄົບຊຸດຕື່ມອີກ ຫລື ແຂກທີ່ສະດວກ ກໍສາມາດເອົາເຕັ້ມມາກາມເອງກໍ ໄດ້ແລະນີ້ກໍແມ່ນພາບບັນຍາກາດຢູ່ ຫາດຫົກຂອງເມືອງຫລາ ແຂວງອຸ ດົມໄຊ ທີ່ຍັງລໍຄອຍທ່ານຜູ້ມັກທ່ຽວ ຊົມທິວທັດທຳມະຊາດໄປສຳພັດ ດ້ວຍຕົວທ່ານເອງ. ແນວໃດກໍດີການທ່ອງທ່ຽວທາງ ທຳມະຊາດ ຈະໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວ ກໍຕໍ່ເມື່ອທຳມະ ຊາດຢູ່ແຫ່ງນັ້ນໆ ໄດ້ຖືກປົກປັກຮັກ ສາໃຫ້ມີຄວາມອຸດົມສົມບູນໄປດ້ວຍ ປ່າໄມ້, ສັດສາວາສິ່ງຕ່າງໆ. ດັ່ງນັ້ນ, ພວກເຮົາຕ້ອງພ້ອມກັນເປັນເຈົ້າ ການຮ່ວມກັນຮັກສາ, ປ້ອງກັນທຳ ມະຊາດໃຫ້ຫລາຍຂຶ້ນ ໂດຍສະເພາະ ໄຟໄໝ້ລາມປ່າ, ການທຳລາຍປ່າໄມ້ ຊະຊາຍ, ການລ່າເນື້ອ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==