,v[{Ia [lh v,cx'l6 o[e[a f z6h gl[1kgl[8y f16j g,n v'0;k c0;'zQ 'lk]u 70 xu csj 'dkora fmtokdkolb dlkl6j ]tfa [lkdq o 0v',tsk;y mtpkw]m5 ]tdy f c]t glf4tlkflkdq o dt-;'dko8j k'xtgmf lts]5 [ ;Pd'kod;fdk xt9exu 2023 xtgmf]k; 4 3]d c]t gsfdko 30/04/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ບໍລິສັດ ລາວຟອດ ຊີຕີ ມໍເຕີ ໄດ້ມອບທຶນຊ່ວຍເຫລືອ ຈຳ ນວນ 20.000 ໂດລາສະຫະລັດ ໃຫ້ອົງກອນ UXO Clearance Solutions (ອົງກອນທີ່ເຮັດວຽກ ກ່ຽວກັບການເກັບກູ້ລະເບີດທີ່ບໍ່ ທັນແຕກ) ແລະ ບູລະນະໂຮງຮຽນ ບ້ານສ້າງໃໝ່ ທີ່ແຂວງຊຽງຂວາງ ໃນວັນທີ24 ເມສາ 2024 ເຊິ່ງມອບ ໂດຍ ທ່ານ ບີຈູ ນາລາຢານານ ຜູ້ອຳ ນວຍການບໍລິຫານທົ່ວໄປບໍລິສັດ ລາວຟອດຊີຕີ ແລະ ຮັບໂດຍຜູ້ຕາງ ໜ້າຈາກ ອົງກອນ UXO Clearance Solutions ປະກອບມີ: ]k;2vf -u 8u ,= g8u ,v[g'olt|a [lt|6 o gda [d6h ]tg[u f c]t -j ;pgs]n v3I'IPomuj wfh Ia [zq odtmq [ y ຂປລ. ໂດຍປະຕິບັດຕາມການ ມອບໝາຍຂອງ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ຮອງປະ ທານຄະນະກຳມະການອະໄພຍະ ໂທດລະດັບຊາດ (ຜູ້ປະຈຳການ) ໃນວັນທີ 25 ເມສາ 2024, ທີ່ຫ້ອງ ວ່າການເມືອງຂວາ ແຂວງຜົ້ງສາລີ, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ, ຄະນະກຳມະການອະໄພ ຍະໂທດລະດັບຊາດ, ຫົວໜ້າກອງ ເລຂາຄະນະກຳມະການອະໄພຍະ ໂທດ ລະດັບຊາດໄດ້ຕາງໜ້າມອບ ເງິນ 500 ລ້ານກີບ ເພື່ອປັບປຸງ ແລະ ສ້ອມແປງສູນບໍາບັດຜູ້ເສບ ຢາເສບຕິດ ພາຍໃນເມືອງຂວາ ແລະ ກ່າວຮັບໂດຍທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງໆຂວາ, ມີທ່ານ ບົວທອງ ອຸແສງຄໍາ ຮອງເລຂາພັກ ແຂວງ ຜູ້ຊີ້ນຳວຽກງານພັກ-ພະນັກ ງານ ແລະ ຂົງເຂດຕຸລາການຂັ້ນ ແຂວງເຂົ້າຮ່ວມ. ທ່ານ ບຸນທັນ ບຸນທະວິໄລ ໄດ້ ກ່າວໃນພິທີວ່າ: ການມອບ-ຮັບເງິນ ໃນຄັ້ງນີ້, ເພື່ອປະກອບສ່ວນສຳຄັນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ໂດຍສະເພາະ ການຜັນຂະຫຍາຍເນື້ອໃນວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດ ຂອງລັດຖະບານ ແຫ່ງ ສປປ ລາວ ເຂົ້າສູ່ວຽກງານໄອ ຍະການປະຊາຊົນ ແລະ ຮັບປະກັນ ຄຸນນະພາບໃນການເຄື່ອນໄຫວປະ ຕິບັດໜ້າທີ່ການດຳເນີນຄະດີຢາ ເສບຕິດ ຂອງອົງການໄອຍະການ ປະຊາຊົນ ໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍບັນຫາຢາເສບຕິດ ຂອງ ແຂວງຜົ້ງສາລີ ໃນການແກ້ໄຂປະ ກົດການຫຍໍ້ທໍ້ໃນສັງຄົມ ເພື່ອນຳ ເອົາຜູ້ເສບຢາເສບຕິດມາບຳບັດ, ມາຟື້ນຟູສຸຂະພາບ, ຝຶກວິຊາຊີບແລະ ຈັດຫາວຽກເຮັດງານທຳໃຫ້ຜູ້ເສບ ຢາເສບຕິດໃຫ້ເກີດດອກອອກຜົນ ຢ່າງມີຜົນສຳເລັດ. ໃນໂອກາດນີ້, ທ່ານ ບົວທອງ ອຸແສງຄໍາ ກໍໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ປະທານຄະນະ ກຳມະການອະໄພຍະໂທດ ລະດັບ ຊາດ ໂດຍສະເພາະຄະນະພັກ-ຄະນະ ນຳອົງການໄອຍະການປະຊາຊົນ ສູງສຸດ ທີ່ເຫັນໄດ້ຄວາມສຳຄັນໃນ ການມອບເງິນຊຸກຍູ້ຊ່ວຍເຫລືອເພື່ອ ປັບປຸງພື້ນຖານໂຄງລ່າງ, ກໍ່ສ້າງ ແລະ ສ້ອມແປງສູນບໍາບັດຜູ້ເສບຢາ ເສບຕິດພາຍໃນເມືອງຂວາ ໃຫ້ນຳ ໃຊ້ເຂົ້າໃນວຽກງານແກ້ໄຂບັນຫາ ຢາເສບຕິດ ໃຫ້ເກີດຜົນປະໂຫຍດ ຢ່າງມີປະສິດທິພາບສູງສຸດ. ຂ່າວ: ອານຸສັກ ທ່ານ ເອລອນ ຮາເຢສ ຫົວໜ້າຫ້ອງ ການບໍລິຫານ, ທ່ານ ມິເຊວ ວີເຮມ ເຊັນ ຫົວໜ້າໂຄງການ ແລະ ທ່ານ ບຸນປະສິດ ໄຊຍະວົງ ທີ່ປຶກສາພາກ ສະໜາມ. ໃນໄລຍະຜ່ານມາ ທາງບໍລິສັດ ຟອດ ມໍເຕີຊິຕີ ໄດ້ເປັນສ່ວນໜຶ່ງໃນ ການຊ່ວຍເຫລືອສັງຄົມໃນດ້ານ ຕ່າງໆ ເປັນຕົ້ນການຊ່ວຍເຫລືອ ນ້ຳຖ້ວມທີ່ເມືອງຄູນຄຳ ເເຂວງຄຳ ມ່ວນ, ຊ່ວຍເຫລືອເດັກນ້ອຍພິການ ໃນໂຄງການຂອງHandofHope. ພ້ອມນີ້, ໃນເດືອນກຸມພາ ທີ່ຜ່ານມາ ບໍລິສັດ ລາວຟອດ ຊິຕີ ໄດ້ເດີນ ທາງ ໄປຊ່ວຍເຫລືອອຸປະກອນການຮຽນ ໃຫ້ນ້ອງນັກຮຽນ ທີ່ໂຮງຮຽນໜອງ ຈອງ ເມືອງຈອມເພັດ ແຂວງຫລວງ ພະບາງ ອີກດ້ວຍ. ຂ່າວ-ພາບ: ວຽງສະຫວັນ. ຂປລ. ໃນວັນທີ 26 ເມສາ 2024 ນີ້, ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານ ກວດກາ ປະຈຳປີ 2023 ແລະ ທິດທາງແຜນການປີ 2024, ພ້ອມ ທັງເຜີຍແຜ່ເອກະສານທີ່ກ່ຽວຂ້ອງ ຈຳນວນໜຶ່ງ ໂດຍການເປັນປະທານ ຂອງ ທ່ານ ບຸນເຫລືອ ພັນດານຸວົງ ຄະນະປະຈໍາພັກ, ປະທານຄະນະ ກວດກາພັກກະຊວງ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດແລະ ມີຄະນະພັກ-ຄະນະນໍາກະຊວງ, ບັນດາເລຂາໜ່ວຍພັກ, ບັນດາຄະ ນະກົມ, ສະມາຊິກພັກ, ພະນັກງານລັດຖະກອນຂອງກະຊວງການຕ່າງ ປະເທດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ນາງ ວິລິບ ບົວສີສະຫວັດ ຮອງຫົວໜ້າ ກົມກວດກາໄດ້ຍົກໃຫ້ເຫັນເຖິງການ ເຄື່ອນໄຫວວຽກງານກວດກາໃນ ໄລຍະ 1 ປີ ຜ່ານມາ ທັງດ້ານດີ, ດ້ານຄົງຄ້າງ ແລະ ບາງບົດຮຽນທີ່ ຖອດຖອນໄດ້, ຜ່ານການເຄື່ອນໄຫວ ວຽກງານຕິດຕາມ, ກວດກາ ໃນ ໄລຍະ 1 ປີ ຜ່ານມາ ເຫັນວ່າຄະນະ ພັກແຕ່ລະຂັ້ນ, ສະມາຊິກພັກ, ພະ ນັກງານ-ລັດຖະກອນ ມີຄວາມຮັບ ຮູ້, ເຂົ້າໃຈຢ່າງຖືກຕ້ອງຕໍ່ວຽກງານ ຕິດຕາມ, ກວດກາ, ເອົາໃຈໃສ່ຕໍ່ ການສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງ, ມີສະຕິຕໍ່ການຈັດ ຕັ້ງ, ເຄົາລົບກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ພ້ອມທັງ ໄດ້ຮັບການຮ່ວມມືເປັນຢ່າງດີຈາກ ບັນດາເປົ້າໝາຍຖືກກວດກາ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງສາມາດ ຕີລາຄາໄດ້ວ່າ ສະພາບການພາຍໃນ ກະຊວງການຕ່າງປະເທດມີຄວາມ ສະຫງົບ, ການປະຕິບັດວຽກງານ ມີຄວາມໂປ່ງໃສ ແລະ ມີຄວາມສາ ມັກຄີເອກະພາບໃນການເຄື່ອນ ໄຫວວຽກງານຢ່າງຮອບດ້ານ, ສາ ມາດສະກັດກັ້ນປະກົດການຫຍໍ້ທໍ້ ໄດ້ຢ່າງທັນການ ແລະ ໄດ້ຮັບຜົນດີ. ພ້ອມກັນນີ້, ທ່ານ ນາງ ໄກມະນີ ອໍລະບູ ກໍາມະການຄະນະພັກກະ ຊວງ, ຮອງປະທານຄະນະກວດກາ ພັກກະຊວງ, ຫົວໜ້າກົມກວດກາ ໄດ້ເຜີຍແຜ່ຄໍາສັ່ງແນະນໍາຂອງຄະ ນະເລຂາທິການສູນກາງພັກ, ສະ ບັບເລກທີ 169/ຄລສພ, ລົງວັນທີ 15 ສິງຫາ 2022 ກ່ຽວກັບການ ເພີ່ມທະວີການນໍາພາ-ຊີ້ນໍາຕໍ່ການ ເຄື່ອນໄຫວວຽກງານກວດກາ ແລະ ແກ້ໄຂຜົນຂອງການກວດກາ; ຄຳ ແນະນຳຂອງຄະນະກວດກາສູນ ກາງພັກ, ສະບັບເລກທີ 379/ ຄກສພ, ລົງວັນທີ 7 ພະຈິກ 2023 ກ່ຽວກັບການປັບປຸງການຈັດຕັ້ງຄະ ນະກວດກາພັກ ແລະ ອົງການກວດ ກາລັດແຕ່ລະຂັ້ນ; ຄຳແນະນຳຂອງ ອົງການກວດກາແຫ່ງລັດ, ສະບັບ ເລກທີ 331/ອກຫລ, ລົງວັນທີ 3 ຕຸລາ 2023ກ່ຽວກັບການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍການກວດ ກາລັດ (ສະບັບປັບປຸງ). ໃນຕອນທ້າຍ, ທ່ານ ບຸນເຫລືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳຕໍ່ກອງປະຊຸມໂດຍໄດ້ ເນັ້ນໜັກ ໃຫ້ຄະນະກວດກາພັກກະ ຊວງແລະບັນດາຜູ້ຮັບຜິດຊອບວຽກ ງານກວດກາ ແຕ່ລະຂັ້ນຂອງກະ ຊວງການຕ່າງປະເທດ ຕ້ອງໄດ້ຄົ້ນ ຄວ້າ ແລະກໍາແໜ້ນບັນດາພາລະບົດ ບາດ, ສິດ ແລະ ໜ້າທີ່ ລວມທັງບັນ ດານິຕິກຳທີ່ກ່ຽວຂ້ອງກັບວຽກງານ ກວດກາ, ວຽກງານຕ້ານ ແລະ ສະ ກັດກັ້ນການສໍ້ລາດບັງຫລວງ; ຫັນ ວຽກງານກວດກາໃຫ້ໄປຕາມກົດ ລະບຽບຂອງພັກແລະກົດໝາຍຂອງ ລັດ ແລະ ທິດຊີ້ນຳຂອງຂັ້ນເທິງເທື່ອ ລະກ້າວ; ຕ້ອງໄດ້ສືບຕໍ່ຖືເອົາວຽກ ງານສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງເປັນວຽກງານໜຶ່ງ ທີ່ສຳຄັນ ແລະ ຍົກລະດັບວຽກງານ ດັ່ງກ່າວຂຶ້ນເທື່ອລະຂັ້ນ; ເພີ່ມທະວີ ການແກ້ໄຂຜົນການກວດກາໃຫ້ມີ ປະສິດຕິພາບ ແລະ ປະສິດຕິຜົນສູງ ຂຶ້ນກວ່າເກົ່າ ແລະ ຖືເອົາວຽກງານ ກວດກາ ເປັນໜຶ່ງໃນພາລະບົດບາດ ແລະ ແບບແຜນການນໍາພາທີ່ສຳ ຄັນຂອງພັກທີ່ຂາດບໍ່ໄດ້ທັງເປັນ ຄວາມຮັບຜິດຊອບໂດຍກົງຂອງຄະ ນະພັກ-ຄະນະນໍາ ພ້ອມທັງຄົ້ນ ຄວ້າປັບປຸງກົນໄກການຕິດຕາມກວດກາ ໃຫ້ຄົບຖ້ວນ, ມີຄວາມເຂົ້າ ໃຈເລິກເຊິ່ງຕໍ່ຄວາມສຳຄັນຂອງ ວຽກງານຕິດຕາມ-ກວດກາ. ພາບ: ເກດສະໜາ ຂປລ. ມະຫາວິທະຍາໄລທຸລະ ກິດ ແລະ ເສດຖະສາດສາກົນ (UIBE) ຈັດກິດຈະກຳ ແລ່ນທວນ ໄຟເພື່ອສະເຫລີມສະຫລອງຄົບຮອບ 70 ປີ ແຫ່ງການພັດທະນາການສຶກ ສາສູ່ລະດັບສາກົນ ແລະ ຮັບເອົານັກ ສຶກສາ, ນັກຄົ້ນຄວ້າຕ່າງປະເທດ ເຂົ້າມາສຶກສາຢູ່ໃນມະຫາວິທະຍາ ໄລແຫ່ງນີ້ ເຊິ່ງກິດຈະກຳດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ25 ເມສາ 2024 ຖືເປັນເປັນຂີດໝາຍສຳຄັນທາງປະ ຫວັດສາດ ອັນໜຶ່ງຂອງມະຫາວິທະ ຍາໄລ UIBE ກໍຄື 70 ປີ ແຫ່ງການ ເຕີບໃຫຍ່ຂະຫຍາຍຕົວໃນການຈັດ ຕັ້ງການຮຽນ-ການສອນຫລັກສູດ ສາກົນທີ່ມີຊື່ສຽງ ແລະ ຍອມຮັບໃນ ລະດັບສາກົນ. ກິດຈະກຳໃນຄັ້ງນີ້, ຜູ້ເຂົ້າຮ່ວມ ແລະ ຜູ້ຊົມ ໄດ້ມີສ່ວນຮ່ວມເຄື່ອນ ໄຫວແລກປ່ຽນວັດທະນະທຳ ແລະ ສະແດງສິລະປະ ໂດຍມີຜູ້ຕາງໜ້າ ຈາກ 70 ປະເທດ ລວມທັງປະເທດ ລາວ ໄດ້ເຂົ້າຮ່ວມແລກປ່ຽນວັດທະ ນະທໍາການນຸ່ງຖື, ການຟ້ອນທີ່ມີ ຄວາມຫລາກຫລາຍ ແລະ ສວຍສົດ ງົດງາມຂອງແຕ່ລະປະເທດ. ໃນ ຂະນະດຽວກັນ, ຜູ້ແລ່ນທວນໄຟກໍ ຈັບທວນໄຟແລ່ນ ສົ່ງຕໍ່ໄປໃຫ້ຕົວ ແທນຂອງແຕ່ລະປະເທດ ທີ່ຕັ້ງຈຸດ ຢູ່ແຕ່ລະບ່ອນ ເຊິ່ງມັນເປັນສັນຍະລັກ ຂອງຄວາມສາມັກຄີ ແລະ ການ ຮ່ວມມືຂອງນັກສຶກສາຕ່າງປະເທດ ທັງໝົດທີ່ສຶກສາຢູ່ມະຫາວິທະຍາ ໄລ UIBE ເຊິ່ງເປົ້າໝາຍຫລັກຂອງ ກິດຈະກໍາແລ່ນທວນໄຟ ກໍຄື ການ ສະແດງສິລະປະວັດທະນະທຳ, ການ ນຸ່ງຖື, ການເຕັ້ນ, ການຟ້ອນປະສົມ ປະສານກັບການຢ່າງແຫ່ຂະບວນ ແກວ່ງທຸງຂອງແຕ່ລະປະເທດ. ທ່ານHuangBaoyin ເລຂາຄະ ນະພັກມະຫາວິທະຍາໄລUIBE ໄດ້ ກ່າວວ່າ: ກິດຈະກຳແລ່ນທວນໄຟ ຂອງພວກເຮົາໃນມື້ນີ້ບໍ່ພຽງແຕ່ເປັນ ເຫດການໜຶ່ງທີ່ສຳຄັນເທົ່ານັ້ນ ແຕ່ແມ່ນໂອກາດໜຶ່ງທີ່ເຮັດໃຫ້ພວກ ເຮົາໄດ້ມາຢູ່ຮ່ວມກັນ, ຮຽນຮູູ້ນຳກັນ ເຂົ້າໃຈເຊິ່ງກັນ ແລະ ກັນ; ບໍ່ວ່າຈະ ເປັນຜູ້ເຂົ້າຮ່ວມ ຫລື ຜູ້ຊົມ, ທຸກຄົນ ມີບົດບາດສໍາຄັນໃນການສ້າງການ ສະເຫລີມສະຫລອງໃນຄັ້ງນີ້. ຂໍ ໃຫ້ພວກເຮົາທຸກຄົນ ທີ່ເຂົ້າຮ່ວມ ກິດຈະກຳຄັ້ງນີ້ ຈົ່ງຮ່ວມແຮງຮ່ວມ ໃຈກ້າວໄປຂ້າງໜ້າ, ພັດທະນາຕົນ ເອງ ໃຫ້ມີຫົວຄິດປະດິດສ້າງ, ຊອກ ຮູ້ຮໍ່າຮຽນໃຫ້ເປັນຊາວໜຸ່ມທີ່ມີພະ ລັງ ແລະ ສ້າງຄວາມປະທັບໃຈກັບ ມະຫາວິທະຍາ ເຂດແຫ່ງນີ້ຕະ ຫລອດໄປ. ໂອກາດນີ້, ທ່ານ ຫຸມພັນ ແກ້ວອຸ່ນຄຳ ຜູ້ອຳນວຍການສູນສົ່ງ ເສີມການສຶກສາຮຽນຮ່ວມ, ກະຊວງ ສຶກສາທິການ ແລະ ກິລາ, ຜູ້ທີ່ກໍາ ລັງສຶກສາຕໍ່ປະລິນຍາເອກສາຂາ ການພົວພັນຕ່າງປະເທດຢູ່ UIBE ພາຍໃຕ້ໂຄງການທຶນການສຶກສາ ຜູ້ນຳໄວໜຸ່ມອາ ຊຽນ-ຈີນ ໄດ້ກ່າວ ວ່າ: ມະຫາວິທະຍາໄລ UIBE ບໍ່ ພຽງແຕ່ມີຊື່ສຽງທາງດ້ານວິຊາ ການເທົ່ານັ້ນ, ແຕ່ກໍມີຄວາມໂດດ ເດັ່ນໃນການສົ່ງເສີມຄວາມຫລາກ ຫລາຍທາງດ້ານວັດທະນະທໍາທີ່ອຸ ດົມສົມບູນຂອງປະເທດຕ່າງໆອີກ ດ້ວຍ. ມະຫາວິທະຍາໄລ UIBE ໄດ້ ສະໜອງການສຶກສາໃນລະດັບສາ ກົນ, ທີ່ມີຄວາມທັນສະໄໝ, ມີຄວາມ ຄວາມເຂັ້ມງວດ ແລະ ເຄັ່ງຄັດ ໃນ ດ້ານວິຊາການ ແລະ ໃຫ້ປະສົບການ ຮຽນຮູ້ວັດທະນະທໍາຈາກຫລາຍປະ ເທດ ແລະ ກໍໄດ້ຮັບການສະໜັບ ສະໜູນຈາກສາດສະດາຈານ-ຜູ້ ຊຽວຊານໃນການຄົ້ນຄວ້າຮໍ່າ ຮຽນ ລວມທັງມີໝູ່ເພື່ອນ ຈາກຫລາຍ ປະ ເທດ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ແລກປ່ຽນບົດຮຽນນຳອີກ.
RkJQdWJsaXNoZXIy MTc3MTYxMQ==