5860

xtgmf]k; 3 30/04/2024 0j k; c]t gsfdko ລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງອາວຸດ ແລະ ອາຫານກວ່າ 25.000 ໂຕນຮັບໃຊ້ບັ້ນຮົບ (ພາບ:TTXVN) dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຄ້ອງໃໝ່ ຂ່າວ-ພາບ: ສົມຫວັງ vk-u [spy [g7nj v' gIa f.sh -u ;y fdkogxa o16j fu 0B o * ໄຊຊະນະບັ້ນຮົບດຽນບຽນຟູ ແມ່ນຈຸດສູງສຸດ, ແມ່ນການທົດສອບ ກຳລັງແຮງຮອບດ້ານ, ດຸເດືອດຂ້ຽວ ຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດ ລະ ຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກ ກະພັດອາເມລິກາ. ໄຊຊະນະດຽນບຽນ ຟູ ບໍ່ພຽງແຕ່ແມ່ນການປະກາດເຖິງ ການມໍລະນະ ຂອງພວກລ່າເມືອງຂຶ້ນ ຝຣັ່ງ ຢູ່ຫວຽດນາມ ກໍ່ຄືຢູ່ໃນອິນດູຈີນ, ແຕ່ມັນຍັງເປັນການຕີເອົາຊະນະຈັກ ກະພັດອາເມລິກາ ຂອງກອງທັບປະຊາ ຊົນຫວຽດນາມ. ໄຊຊະນະບັ້ນຮົບດຽນ ບຽນຟູໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນ ແບບເກົ່າ ຖືກພັງທະລາຍເປັນເທື່ອທຳ ອິດ ຢູ່ໃນໂລກ, ບັງຄັບໃຫ້ພວກວາງ ແຜນຍຸດທະສາດຂອງລັດທິລ່າເມືອງ ຂຶ້ນ ເຊິ່ງນຳໜ້າແມ່ນຈັກກະພັດອາເມ ລິກາຕ້ອງໄດ້ຫັນທິດໄປສູ່ການປະຕິບັດ ລັດທິລ່າເມືອງແບບໃໝ່. ບັ້ນຮົບດຽນບຽນຟູ ເປັນບັ້ນຮົບໜຶ່ງ ທີ່ດຸເດືອດຂ້ຽວຂາດທີ່ສຸດ ໃນການຕໍ່ ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດ ນາມ, ໃນບັ້ນຮົບດັ່ງກ່າວມີການເສຍສະ ລະຊີວິດເລືອດເນື້ອບໍ່ຈັກວ່າເທົ່າໃດ ຂອງທະຫານ ແລະ ປະຊາຊົນຫວຽດ ນາມ. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍ ແລະ ໄດ້ຮັບການພັດທະ ນາ ເພື່ອລະນຶກເຖິງສະມໍລະພູມຮົບ ອັນດຸເດືອດຂ້ຽວຂາດດັ່ງກ່າວ ໃນໂອ ກາດຄົບຮອບ 70 ປີ ແຫ່ງວັນໄຊຊະນະ ບັ້ນຮົບດຽນບຽນຟູ ພັກ-ລັດຖະບານ ຫວຽດນາມ ໄດ້ຈັດຫລາຍກິດຈະກຳ ສະຫລອງວັນສຳຄັນດັ່ງກ່າວ ສະແດງ ຄວາມເຄົາລົບນັບຖື, ຄວາມເອກອ້າງ ທະນົງໃຈກ່ຽວກັບໜ້າປະຫວັດສາດ ທີ່ສະຫງ່າອົງອາດ ຂອງຊາດຫວຽດ ນາມ, ທັງເປັນການສະແດງຄວາມຮູ້ ບຸນຄຸນຢ່າງເລິກເຊິ່ງຕໍ່ນັກຮົບວິລະຊົນ, ນັກຮົບເສຍສະລະຊີວິດເພື່ອຊາດ, ຜູ້ທີ່ ເຄີຍເຂົ້າຮ່ວມການຕໍ່ຕ້ານໃນບັ້ນຮົບ ດຽນບຽນຟູ. ຂະນະດຽວກັນຢູ່ທີ່ ແຂວງດຽນ ບຽນກໍ່ໄດ້ສ້າງຫໍພິພິຕະພັນໄຊຊະນະປະ ຫວັດສາດ ດຽນບຽນຟູ ເພື່ອໃຫ້ແຂກທີ່ ໄປທ່ຽວຊົມໄດ້ເຫັນຮູບພາບ, ວັດຖຸພັນ ທີ່ສຳຄັນເປັນເອກະລັກສະເພາະ ທີ່ປະ ກອບສ່ວນສ້າງໄຊຊະນະດັງກ້ອງກັງ ວານໄປທົ່ວໂລກກ່ອນນີ້ 70 ປີ. ໜຶ່ງໃນ ບັນດາວັດຖຸພັນທີ່ເປັນສັນຍະລັກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ ບົດສະເໜີ ໂດຍ: ໄໝຄຳ ຍ້ອມສິນ I6 [rk[csj 'la opt]a d .o[A oIq [fPo[Po26 ກໍແມ່ນລົດຖີບລຳລຽງ ຊຶ່ງຖືວ່າເປັນ ສ່ວນສຳຄັນໃນການຕັດສິນໄຊຊະນະ ດຽນບຽນຟູ ກໍວ່າໄດ້. ດັ່ງໃນບົດຄວາມທີ່ເຜີຍແຜ່ໂດຍ ວິທະຍຸກະຈາຍສຽງຫວຽດນາມ (vov) ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງລົດຖີບລຳລຽງຄື: ໃນບັ້ນຮົບ ດຽນບຽນຟູ ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການ ຂົນສົ່ງລຳລຽງ ໃນຕະຫລອດເສັ້ນທາງ ທີ່ມີຄວາມຍາວ ເກືອບ 1.500 ກິໂລ ແມັດ. ລົດຖີບລຳລຽງກາຍເປັນພາຫະ ນະຂົນສົ່ງຕົ້ນຕໍ, ເປັນດັ່ງຈັກເຄື່ອນທີ່. ບັນດາລົດຖີບລຳລຽງນັ້ນຖືວ່າເປັນ “ຍານພາຫະນະພິເສດ ຂອງການຂົນ ສົ່ງ” ຢູ່ສະໜາມຮົບ. ເນື່ອງຈາກລົດ ຖີບມີຮ່າງນ້ອຍ, ເຄື່ອນທີ່ສະດວກກວ່າ ບັນດາພາຫະນະຕິດເຄື່ອງຈັກ, ສາມາດ ເຄື່ອນທີ່ໄປຢູ່ທຸກບ່ອນໃນເຂດໂນນພູ, ຫ້ວຍນ້ຳລຳເຊ ເພື່ອຂົນສົ່ງວັດຖຸ, ແຕ່ ບໍ່ນຳໃຊ້ເຊື້ອເພີງ, ສ້ອມແປງງ່າຍ ແລະ ສາມາດໄປໃນທຸກສະພາບດິນຟ້າອາ ກາດ. ເມື່ອເວົ້າເຖິງຄວາມມະຫັດສະ ຈັນຂອງລົດຖີບລຳລຽງໃນບັ້ນຮົບ ດຽນບຽນຟູ ທ່ານ ທາຍຮຶວແຮວ່ງ, ກອງຮ້ອຍ 292, ກອງຊາວໜຸ່ມຕະ ລຸມບອນ 34 ຕ້ານຝຣັ່ງ ໄດ້ຍົກໃຫ້ເຫັນ ວ່າ: “ຂ້າພະເຈົ້ານັບຖືນໍ້າໃຈອ້າຍນ້ອງ ຜູ້ຖີບລົດ ຫລື ຄວບຄຸມລົດແມ່ນໜັກ ໜ່ວງທີ່ສຸດ,2ເບື້ອງແລະທາງໜ້າແມ່ນ ມີເຄື່ອງເຕັມ. ເມື່ອລົງຄ້ອຍ, ຈະມີ 1 ຫລື 2 ຄົນດຶງຢູ່ທາງຫລັງ, ເມື່ອລົດ ລົງຄ້ອຍແລ້ວ, ກໍ່ກັບມາຍູ້ລົດຄັນອື່ນ, ໃນຕອນກາງຄືນແນມບໍ່ເຫັນໜ້າກັນ ແຕ່ເຂົາເຈົ້າຍູ້ລົດດ້ວຍຄວາມແຮງ, ອົງ ອາດກ້າແກ່ນທີ່ສຸດ”. ໃນເບື້ອງຕົ້ນ, ລົດຖີບລຳລຽງແຕ່ ລະຄັນລຳລຽງໄດ້ແຕ່ 80-100 ກິໂລ ກຣາມ ເທົ່ານັ້ນ, ຫລັງຈາກນັ້ນຍ້ອນ ມີການດັດແປງແບບງ່າຍໆຈາກຫົວ ຄິດປະດິດສ້າງຂອງປະຊາຊົນຫວຽດ ນາມ ໄດ້ຍົກລະດັບການບັນທຸກນ້ຳໜັກ ຄ່ອຍໆສູງຂຶ້ນເປັນ 150 ກິໂລກຣາມ, ແລ້ວກໍ່ຮອດ 200 ກິໂລກຣາມ. ຍ້ອນ ເຫດນັ້ນ, ຕະຫລອດໄລຍະບັ້ນຮົບດຽນ ບຽນຟູ ບໍ່ມີຍາມໃດທີ່ອາຫານ, ຢາປົວ ພະຍາດ ແລະ ວັດຖຸອຸປະກອນ ສູ້ຮົບ ຈະຂາດເຂີນ. ໃນບັ້ນຮົບດຽນບຽນຟູ, ມີພຽງກຳລັງແຮງຂອງມະນຸດ ແລະ ພາຫະນະຂົນສົ່ງປະຖົມປະຖານທີ່ຂົນ ສົ່ງອາວຸດແລະອາຫານກວ່າ25.000 ໂຕນເພື່ອຮັບໃຊ້ບັ້ນຮົບ. ແຕ່ດ້ວຍນ້ຳໃຈ ເສຍສະລະ ແລະ ພ້ອມກັນປະຕິຄຳຂວັນ “ທຸກສິ່ງ, ທຸກຢ່າງເພື່ອແນວໜ້າ, ເພື່ອ ໄດ້ຮັບໄຊຊະນະ”. ປະຊາຊົນຫວຽດ ນາມທີ່ເຂົ້າຮ່ວມຂະບວນການລຳລຽງ ກໍພ້ອມກັນນຳໃຊ້ລົດຖີບລຳລຽງຜ່ານ ຜ່າຄວາມຫຍຸ້ງຍາກ, ຄວາມລຳບາກ ເພື່ອຂົນສົ່ງອາຫານ, ອາວຸດ...ຮັບໃຊ້ໃຫ້ ບັ້ນຮົບດຽນບຽນຟູ. ຄວາມເສຍສະລະ ແລະ ຄວາມມານະອົດທົນ ດັ່ງກ່າວ ໄດ້ປະກອບສ່ວນສ້າງໄຊຊະນະທີ່ຍິ່ງ ໃຫຍ່ທີ່ດັງກ້ອງກັງວານໄປທົ່ວໂລກ, ເຮັດໃຫ້ທົ່ວໂລກສັ່ນສະເທື່ອນ ແລະ ຈົດ ຈຳໄຊຊະນະບັ້ນຮົບດຽນບຽນຟູ ຢ່າງ ບໍ່ມີວັນລືມ. * ບົດຜ່ານມາ ໄດ້ຍົກບາງເນື້ອ ໃນເບື້ອງຕົ້ນ ມະຕິ ທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໂດຍ ສະເພາະ ຄວາມຈໍາເປັນໃນການ ອອກມະຕິດັ່ງກ່າວ. ເພື່ອສືບຕໍ່ເຊື່ອມ ຊຶມເນື້ອໃນຈິດໃຈມະຕິເລກທີ 04/ ກມສພ, ບົດນີ້ນໍາເອົາສ່ວນໜຶ່ງຂອງ ແນວຄິດຊີ້ນໍາ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫລື ສອຈ ໃຫ້ພວກເຮົາເຂົ້າໃຈເລິກເຊິ່ງ, ນໍາໄປຈັດຕັ້ງຜັນຂະຫຍາຍຖືກທິດ ມີປະສິດທິພາບ ແລະ ປະສິດທິ ຜົນສູງ, ໄປຕາມລະດັບຄາດໝາຍ ທີ່ວາງ ໄວ້. ແນວຄິດຊີ້ນໍາການສ້າງເສດຖະ ກິດ ເອກະລາດ ເປັນເຈົ້າຕົນເອງ ອັນໜຶ່ງ ຍົກຂຶ້ນມາໃຫ້ເຫັນໃນນີ້ ແມ່ນ: “ການສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງ ແມ່ນພາກ ສ່ວນສໍາຄັນຂອງຄວາມເປັນເອກະ ລາດ,ອໍານາດອະທິປະໄຕຂອງຊາດ ເຊິ່ງເນື້ອແທ້ແມ່ນການຍົກສູງສະຕິ ຊາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດ ແຂ່ງຂັນຂອງ ຄົນໃນຊາດ ເພື່ອຂຸດ ຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະ ຍາກອນມະນຸດ, ຊັບພະຍາກອນ ທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທໍາ-ສັງຄົມ ຢ່າງມີການ ວາງແຜນ, ມີຍຸດທະສາດ ແລະ ຄໍາ ນຶງເຖິງປະສິດທິພາບ, ປະສິດທິຜົນ ແລະຄວາມຄຸ້ມຄ່າຂອງການນໍາໃຊ້ ຄວາມສາມາດບົ່ມຊ້ອນຂອງຊັບພະ ຍາກອນທີ່ມີ ເພື່ອຕອບສະໜອງ ໃຫ້ແກ່ການປົກປັກຮັກສາປະເທດ ຊາດ ແລະ ການພັດທະນາທີ່ຍືນຍົງ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນ ພາຍໃນຊາດ, ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງຢ່າງ ໜັກແໜ້ນ, ສັງຄົມມີຄວາມສະຫງົບ lv9 c,j orkdlj ;ole7a o 0v'7;k,gxa ogvdt]kfDDD ແລະ ເປັນລະບຽບຮຽບຮ້ອຍ”. ພາຍຫລັງທໍາຄວາມເຂົ້າໃຈໃຫ້ ເລິກເຊິ່ງເນື້ອໃນຈິດໃຈສ່ວນນີ້, ພວກເຮົາມາແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ຄືແນວໃດ ເພື່ອໃຫ້ບັນລຸຈຸດປະສົງ ແລະ ລະດັບຄາດໝາຍແທ້ຈິງ. ຫລາຍຄໍາເຫັນເວົ້າວ່າ ແນວຄິດຊີ້ ນໍານີ້ແມ່ນຖືກຕ້ອງພາວະວິໄສທີ່ສຸດ ບໍ່ວ່າສະເພາະໜ້າ ແລະ ຍາວນານ. ໃນການເຮັດການປະຕິວັດຊາດ ປະ ຊາທິປະໄຕ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ໃນການຕໍ່ສູ້ກັບຈັກກະພັດຮຸກຮານ ແລະ ລູກແຫລ້ງຕີນມືຂອງພວກເຮົາ ຈົນ ໄດ້ຮັບໄຊຊະນະສົມບູນ ກໍ່ແມ່ນ ເພື່ອຄວາມເອກະລາດ ເປັນເຈົ້າ ຂອງປະເທດຊາດ ໂດຍແທ້ຈິງ. ການໄດ້ມາຊຶ່ງຄວາມເປັນເອກະ ລາດ ແລະ ເປັນເຈົ້າປະເທດຊາດ ກໍ່ ແມ່ນໄດ້ມາຈາກແນວຄິດຮັກຊາດ ອັນດູດດື່ມ, ຄວາມສາມັກຄີພາຍ ໃນອັນເປັນປຶກແຜ່ນອ້ອມຂ້າງພັກ, ຄວາມພິລະອາດຫານ ເດັດດ່ຽວຕໍ່ສູ້ ຍືດເຍື້ອຍາວນານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕະ ຫລອດເຖິງການອູ້ມຊູຊ່ວຍເຫລືອ ຂອງບັນດາປະເທດເພື່ອນມິດ. ຍ້ອນ ບັນດາກໍາລັງແຮງສັງລວມຄືດັ່ງ ກ່າວ, ຂະບວນການຕໍ່ສູ້ປົດປ່ອຍ ຊາດຍາດເອົາເອກະລາດ ແລະ ຄວາມເປັນເຈົ້າຂອງປະເທດຊາດ ຈຶ່ງສໍາເລັດຜົນຢ່າງສະຫງ່າງາມ. ດ້ວຍມູນເຊື້ອອັນດີງາມນັ້ນ, ການຍົກສູງສະຕິຊາດ ເສີມຂະ ຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນຂອງ ຄົນໃນຊາດ ແມ່ນສໍາຄັນຫລາຍ, ລ້ວນພົວພັນກັບຄົນ, ພົວພັນກໍາລັງ ສັງລວມພາຍໃນຊາດ ໃນໄລຍະໃໝ່ ທີ່ຕ້ອງບຸກທະລຸຢ່າງແຂງແຮງ ດ້ານຈິນຕະນາການແຕ່ຫົວທີ ເພື່ອ ນໍາໃຊ້ເງື່ອນໄຂ, ຈຸດພິເສດ, ຄວາມ ສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີ ຢູ່ຂອງປະເທດເຮົາ ດ້ານຕ່າງໆ ເຊິ່ງບໍ່ມີຫຍັງນ້ອຍໜ້າປະເທດອື່ນ ໃດ ເຮັດໃຫ້ເສດຖະກິດເຮົານັບມື້ມີ ຄວາມເຂັ້ມແຂງຕາມທິດທາງ ແລະ ເປົ້າໝາຍທີ່ວາງໄວ້. ຄົນກໍ່ຄືກະໂຕ ຂອງພວກເຮົາທັງໝົດແມ່ນຜູ້ຕັດ ສິນຜົນສໍາເລັດ ໃນການຈັດຕັ້ງຜັນ ຂະຫຍາຍມະຕິ 04/ກມສພ ກໍ່ຄືບັນ ດາແນວທາງຂອງພັກ, ແຜນນະໂຍ ບາຍຂອງລັດ. ພວກເຮົາມີທ່າແຮງບົ່ມຊ້ອນ ດ້ານຊັບພະຍາກອນມະນຸດ, ຊັບພະ ຍາກອນທໍາມະຊາດ, ທີ່ຕັ້ງພູມສັນ ຖານ, ວັດທະນະທໍາ-ສັງຄົມ. ສະນັ້ນ ການນໍາໃຊ້ຈໍາເປັນຕ້ອງມີແຜນ ການແຜນງານຢ່າງເປັນລະບົບ, ວິ ທະຍາສາດ, ພາວະວິໄສໃນການພັດ ທະນາ ໂດຍຕິດພັນກັນສະໜິດແໜ້ນ, ບໍ່ອາດແຍກອອກດັ່ງກາຍອິນຊີ. ທຸກ ການໜ້າວຽກຄໍານຶງເຖິງຄວາມກຸ້ມ ຄ່າທາງດ້ານຜົນປະໂຫຍດລວມ ແລະ ມີຄວາມຍືນຍົງ. ແນ່ນອນວ່າ ມັນບໍ່ງ່າຍຄືກັບປອກກ້ວຍໃສ່ປາກ, ແຕ່ມູນເຊື້ອອັນດີງາມແລະບົດຮຽນ ໃນການຜ່ານຜ່າຄວາມຫຍຸ້ງຍາກ ຕ່າງໆທາງດ້ານເສດຖະກິດ ແມ່ນ ພວກເຮົາມີ, ເຄີຍປະສົບຜົນສໍາເລັດ ມາເປັນຕົ້ນໃນໄລຍະປະເທດຊາດ ໄດ້ຮັບການປົດປ່ອຍໃໝ່ໆ ຖືກປິດ ລ້ອມທາງເສດຖະກິດ, ໄລຍະປະສົບ ໄພພິບັດທໍາມະຊາດ, ພະຍາດລະ ບາດແຮງ ແລະ ອື່ນໆ ພວກເຮົາກໍ່ ສາມາດຜ່ານຜ່າມາໄດ້ ນັ້ນກໍ່ຍ້ອນ ພວກເຮົາມີແນວທາງຂອງພັກອັນ ຖືກຕ້ອງ, ທົ່ວປວງຊົນບັນດາເຜົ່າ ມີສະຕິແຫ່ງຄວາມເປັນເອກະລາດ ເປັນເຈົ້າຕົນເອງ ໂດຍແທ້ຈິງ. ສະຫລຸບວ່າເວລານີ້ ເໜືອສິ່ງ ອື່ນໃດ ພວກເຮົາຕ້ອງໄດ້ຈັດຕັ້ງ ເຊື່ອມຊຶມທໍາຄວາມເຂົ້າໃຈກ່ຽວ ກັບ ສອຈ ພ້ອມກັນຍົກສູງສະຕິຊາດ ເສີມຂະຫຍາຍສະຕິປັນຍາ, ກໍາລັງ ແຮງ ແລະ ຄວາມສາມາດແຂ່ງຂັນ ຂອງຄົນໃນຊາດ ຢ່າງແທ້ຈິງ. ບໍ່ມີ ໃຜນອກຈາກເຮົາ ຈະຕ້ອງຍົກສູງ ຄວາມເປັນເຈົ້າຂອງປະເທດຊາດ, ຈະເຂັ້ມແຂງໄດ້ກໍ່ຂຶ້ນກັບຄົນລາວ ທຸກຄົນ. * ອາຊີບຫຍິບເຄື່ອງ ເປັນອາຊີບ ໜຶ່ງທີ່ສ້າງລາຍຮັບໃຫ້ຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເພາະ ຫລາຍຄົນໄດ້ໃຫ້ຄວາມສົນໃຈແລະຫັນ ເອົາອາຊີບຫຍິບເຄື່ອງມາເປັນອາຊີບ ຫລັກ ຫລື ສາມາດເປັນອາຊີບເສີມໄດ້ ເພາະຍຸກປັດຈຸບັນເຄື່ອງນຸ່ງຫົ່ມປະເພດ ຕ່າງໆບໍ່ວ່າຈະເປັນໂສ້ງ, ສິ້ນ, ເສື້ອ ຍັງ ເປັນສິ່ງຕ້ອງການຫລາຍໃນສັງຄົມ. ນາງພອນມະນີແສນມະນີກໍເປັນຜູ້ໜຶ່ງ ທີ່ໄດ້ຍຶດຖືເອົາອາຊີບຫຍິບເຄື່ອງເປັນ ອາຊີບຫລັກ ແລະ ໄດ້ເປີດຮ້ານຫຍິບ ແລ້ວມາປະກອບຫຍິບເປັນໂຕ ເມື່ອ ສຳເລັດແລ້ວທາງຮ້ານຈຶ່ງມາຮັບເອົາ. ຈາກການມາໃຊ້ບໍລິການຫຍິບເຄື່ອງ ຂອງລູກຄ້າເຫັນວ່າຕົນເອງກໍມີຄວາມ ຊໍານິຊຳນານ, ໝັ້ນໃຈຫລາຍຂຶ້ນຈາກ ປະສົບການການຫຍິບຕົວຈິງ ແລະ ການຖອດຖອນບົດຮຽນ ກໍຄືການຕິຊົມ ຂອງລູກຄ້າ, ທັງເຮັດຕົວຈິງໄປນຳ, ຮຽນເພີ່ມໄປນຳ. ຈາກຄວາມຕັດສິນໃຈ ສູງບວກກັບຄວາມດຸໝັ່ນ, ອົດທົນ, ຕັ້ງ ໃຈ, ກ້າເຮັດກ້າຮັບຄຳຕຳນິຕິຊົມເພື່ອ ພັດທະນາຕົນເອງເຫັນວ່າ ກິດຈະການ ແມ່ນໄປໄດ້ດີສົມຄວນ ແລະ ໃນອະນາ ຄົດຕົນເອງມີແຜນທີ່ຈະຮັບເອົາພະນັກ ງານຜູ້ທີ່ບໍ່ມີປະສົບການ, ຜູ້ທີ່ມີຄວາມ ສົນໃຈພ້ອມທີ່ຈະຮຽນຮູ້ຢາກມາຫຍິບ ເຄື່ອງແຕ່ຍັງບໍ່ມີປະສົບການ ຫລື ຍັງ ຫຍິບເຄື່ອງບໍ່ເປັນມາກ່ອນຕົນເອງກໍ ພ້ອມທີ່ຈະສິດສອນ ແລະ ຖ່າຍທອດ ຄວາມຮູ້ໃຫ້ແບບບໍ່ເສຍຄ່າ. ໂອກາດນີ້, ນາງ ພອນມະນີ ແສນມະນີກໍໄດ້ມີ ຄຳ ເຫັນເນື່ອງໃນໂອກາດວັນກຳມະກອນ ສາກົນຄົບຮອບ138ປີ(1/5/18861/5/2024) ນີ້ວ່າ: ວັນທີ 1 ພຶດສະພາ ຫລື ວັນກໍາມະກອນສາກົນປຽບສະ ເໝືອນບຸນໃຫຍ່ຂອງຜູ້ອອກແຮງງານ ທຸກຄົນແລະ ເປັນວັນທີ່ສໍາຄັນສໍາລັບຊົນ ຊັ້ນກໍາມະກອນ ຫລື ຜູ້ອອກແຮງງານ ໝົດທຸກຄົນ ທີ່ໄດ້ອອກແຮງແຂ່ງຂັນ ຮ່ວມມືກັນປະກອບສ່ວນສ້າງສາພັດທະ ນາປະເທດຊາດ ຄົນລະເລັກລະໜ້ອຍ, ຂ້າພະເຈົ້າ ຂໍອວຍພອນໄຊໃຫ້ຊົນຊັ້ນ ກຳມະກອນ ແລະ ຜູ້ອອກແຮງງານໝົດ ທຸກຄົນມີສຸຂະພາບແຂງແຮງ, ປາສະ ຈາກໂລກໄພໄຂ້ເຈັບ, ປະຕິບັດໜ້າທີ່ ຂອງຕົນໃຫ້ປະສົບຜົນສຳເລັດຕາມ ທີ່ຄາດໝາຍໄວ້, ພ້ອມທັງສະຫລອງ ວັນກຳມະກອນສາກົນດ້ວຍຄວາມເບີກ ບານມ່ວນຊື່ນ ແລະ ມີສະຕິ. ເຄື່ອງ ຢູ່ບ້ານໜອງໄຮ ເມືອງຫາດ ຊາຍຟອງ ນະຄອນຫລວງວຽງຈັນ. ນາງ ພອນມະນີ ແສນມະນີ ໄດ້ໃຫ້ສຳ ພາດວ່າ: ຕົນເອງແມ່ນມີຄວາມພູມ ໃຈ ຫລາຍ ໃນການເຮັດອາຊີບເປັນຊ່າງ ຫຍິບເຄື່ອງ ເຊິ່ງໄດ້ຮັບຫຍິບເຄື່ອງທົ່ວ ໄປເປັນຕົ້ນ ໂສ້ງ, ເສື້ອ ແລະ ຊຸດຜ້າໄໝ ມີລາຍໄດ້ຕໍ່ເດືອນປະມານ 4-5 ລ້ານ ກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວດີຂຶ້ນ ສາມາດສົ່ງເສີມ ລູກໃຫ້ໄດ້ຮຽນໜັງສື, ທັງໄດ້ເຮັດວຽກ ຢູ່ເຮືອນ ສາມາດເບິ່ງແຍງຄອບຄົວເຮືອນຊານໄດ້ໃນຂະນະດຽວກັນ. ໃນປີ 2004 ຕົນເອງໄດ້ເຂົ້າເຮັດວຽກຢູ່ໂຮງ ງານຕັດຫຍິບ ໂດຍໄດ້ມີການພັດທະ ນາຝີມືໃນດ້ານການຫຍິບມາເລື້ອຍໆ ຈົນໄດ້ເລື່ອນຕໍາແໜ່ງເປັນຫົວໜ້າຂະ ແໜງດ້ານການຫຍິບເຄື່ອງ, ໃນເມື່ອ ກ່ອນການເຮັດວຽກຢູ່ໂຮງງານຕັດ ຫຍິບກໍສາມາດສ້າງລາຍຮັບໃຫ້ຕົນໃນ ລະດັບໜຶ່ງ ໂດຍອີງໃສ່ນະໂຍບາຍ ຕ່າງໆຂອງໂຮງງານ ມີທັງເງິນຂະ ຫຍັນ, ເງິນຜະລິດ ມີລາຍໄດ້ສະເລ່ຍປະ ມານ 3 ລ້ານກີບຕໍ່ເດືອນ ເຊິ່ງເວລານັ້ນ ກໍຖືວ່າເປັນລາຍໄດ້ທີ່ສູງສົມຄວນ, ພ້ອມທັງຍັງມີນະໂຍບາຍສຸຂະພາບ ຕ່າງໆ. ມາໃນທ້າຍປີ 2019 ໄດ້ ເກີດການແພ່ລະບາດຂອງພະຍາດໂຄ ວິດ-19 ຕົນເອງຈຶ່ງໄດ້ອອກຈາກໂຮງ ງານ ແລະ ມາເປີດຮ້ານຫຍິບເຄື່ອງ ເປັນຂອງຕົນເອງ ໂດຍໄດ້ໃຊ້ບົດຮຽນ ແລະ ປະສົບການທີ່ຜ່ານມາ, ທຳອິດ ແມ່ນເລີ່ມຈາກການຮັບແປງເຄື່ອງ ແລະ ຫຍິບເຄື່ອງ ຈາກຄົນຮູ້ຈັກຂອບ ເຂດບ້ານໃກ້ເຮືອນຄຽງ, ເມື່ອເຫັນວ່າ ມີລາຍຮັບດີ ຕົນເອງຈຶ່ງໄດ້ຫັນເອົາ ອາຊີບຕັດຫຍິບເປັນຫລັກໃນການ ສ້າງລາຍຮັບໃຫ້ຄອບຄົວແລະໄດ້ຊື້ຈັກ ຫຍິບເຄື່ອງ 1 ໜ່ວຍ ແລະ ຈັກແຊັກ 1 ໜ່ວຍ ແລະ ໄດ້ຕໍ່ເຕີມຂະຫຍາຍເຮັດ ເປັນຫ້ອງຫຍິບເຄື່ອງ. ຫລັງຈາກນັ້ນ, ກໍມີຮ້ານຂາຍເສື້ອຜ້າ, ຮ້ານຊຸດຜ້າໄໝ ຕ່າງໆ ໄດ້ຕິດຕໍ່ເອົາເສື້ອຜ້າຈໍານວນ ຫລາຍມາໃຫ້ຫຍິບເປັນປະຈໍາ ໂດຍ ຮ້ານດັ່ງກ່າວ ໄດ້ຕັດເປັນຮູບຮ່າງມາ (ເນື່ອງໃນໂອກາດວັນໄຊຊະນະດຽນບຽນຟູ ຄົບຮອບ 70 ປີ 7/5/1954 - 7/5/2024)

RkJQdWJsaXNoZXIy MTc3MTYxMQ==