lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/04/2024 xtgmf]k; ຊົນຊັ້ນກຳມະກອນແມ່ນຊົນຊັ້ນ... ລົງນາມເອກະສານ... ນວ ເລັ່ງປັບປຸງ... ລະດົມຄວາມຄິດ... ຍົກລະດັບຄວາມຮູ້ ... ຊົນຊັ້ນກຳມະກອນແມ່ນກຳລັງ... ທຶນນິຍົມ ແລະ ຣັດເຊຍ ໂດຍໂຄ້ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳ ຂັວນ“ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ1 ພຶດສະພາ1886 ເປັນວັນກຳມະກອນສາກົນ”, ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາຂອງ ທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ”. ຕະລອດໄລຍະຜ່ານມາ, ພາລະກໍາປະຫວັດສາດຂອງຊົນຊັ້ນກໍາມະກອນ ສາກົນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນແມ່ນຊົນ ຊັ້ນທີ່ນໍາໜ້າຂອງຍຸກສະໄໝຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍທີ່ຈະລຶບລ້າງລະບອບ ການພົວພັນສັງຄົມແບບກົດຂີ່ ແລະ ສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການນໍາພາ ຂອງພັກກອມມູນິດ. ສຳລັບປະເທດລາວເຮົາ ພວກລ່າເມືອງຂຶ້ນຝຣັ່ງເຂົ້າມາຢຶດຄອງ ແຕ່ປີ 1893-1954 ພວກເຂົາ ໄດ້ ເກັບເກນເອົາຊາວໄຮ່ນາໄປຂຸດຄົ້ນເອົາແຮ່ກົ່ວ ຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ຢູ່ແຂວງຄຳມ່ວນ ໄປເປັນກູລີເຮັດທາງ. ຈາກນັ້ນ, ເກີດມີກໍາມະກອນລະ ດູການດ້ວຍການນໍາໃຊ້ແຮງງານນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນ ກໍາມະກອນອາຊີບ, ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍໄມ້, ໂຮງສີເຂົ້າ,ໂຮງ ງານໄຟຟ້າຈຳນວນໜຶ່ງ. ຈາກນັ້ນ, ກໍາມະກອນລາວ ກໍໄດ້ເພີ່ມຂຶ້ນເລື້ອຍໆ. ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ ກຳມະກອນລາວ ຖືກ ກົດຂີ່ຂູດຮີດຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະທໍາສັງຄົມ ພວກເຂົາບັງຄັບໃຫ້ກໍາມະກອນອອກແຮງງານ 14-16 ຊົ່ວໂມງ, ອອກ ແຮງງານຫລາຍໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງິນເດືອນ, ຖືກໄລ່ອອກ ຈາກວຽກໂດຍບໍ່ມີເຫດຜົນ, ຂາດສິດເສລີພາບທາງດ້ານການເມືອງ ແລະ ກົດໝາຍ, ບໍ່ໄດ້ຮັບການເບິ່ງແຍງທາງດ້ານສະ ຫວັດດີການຕ່າງໆ. ຈາກສະ ພາບການທີ່ກ່າວມານັ້ນ, ຊົນຊັ້ນກໍາມະກອນ ກໍຄື ຜູ້ອອກແຮງງານລາວ ບັນດາເຜົ່າ ກໍໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ໂດຍເລີ່ມຈາກການຕໍ່ສູ້ທີ່ ມີລັກສະນະເກີດເອງ ໄດ້ກາຍເປັນຂະບວນການອັນກກວ້າງຂວາງ ນໍາພາ ໂດຍບັນພະບູລຸດຜູ້ຮັກຊາດ ແຕ່ເໜືອເຖິງໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກນໍາ ພາ. ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະບວນການລຸກຮືຂຶ້ນຢຶດອຳ ນາດການປົກຄອງໃນທົ່ວປະເທດ, ໄດ້ມີຂະບວນການກຳມະກອນໄຟຟ້າລາວ ເປີດສາກນຳໜ້າພາທາງໃຫ້ຂະບວນການກຳມະກອນຢູ່ແຫ່ງອື່ນໆ ລຸກຂຶ້ນຕໍ່ ສູ້ພ້ອມກັບການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ພາຍໃຕ້ ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນລາວ, ສາມາດໂຄ້ນລົ້ມ ລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດລາວເຮົາ. ເນື່ອງໃນໂອກາດວັນກຳມະກອນສາກົນ ທີ 1 ພຶດສະພາ ທີ່ໄດ້ໜູນວຽນ ມາບັນຈົບຄົບຮອບໃນແຕ່ລະປີ ສູນກາງສະຫະພັນກໍາມະບານລາວ ກໍຄືສະ ຫະພັນກໍາມະບານແຕ່ລະຂັ້ນໄດ້ຈັດຕັ້ງການສະເຫລີມສະຫລອງ ເພື່ອລະ ນຶກເຖິງມູນເຊື້ອປະຫວັດຄວາມເປັນມາ, ການກໍາເນີດ ແລະ ເຕີບໃຫຍ່ຂະ ຫຍາຍຕົວ, ຄວາມສາມັກຄີຂອງກຳມະກອນພາກພື້ນ ແລະ ສາກົນ ແນໃສ່ ປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳ ຂອງກໍາມະກອນ ແລະ ຜູ້ອອກ ແຮງງານ. ສໍາລັບ ປີ 2024 ນີ້ ຊຶ່ງເປັນປີຄົບຮອບ 138 ປີ , ສູນກາງສະ ຫະພັນກໍາມະບານລາວ ໄດ້ມີແຈ້ງການເຖິງ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ເພື່ອຈັດຕັ້ງການສະເຫລີມສະຫລອງ ວັນກໍາມະກອນສາກົນ ໃນປີນີ້ ພາຍໃຕ້ຄຳຂວັນ:“ ຄວາມຍຸຕິທຳໃນສັງຄົມ ແລະ ວຽກທີ່ມີຄຸນຄ່າເປັນທຳສຳລັບທຸກຄົນ”. ເພື່ອເຮັດໃຫ້ວັນດັ່ງກ່າວມີ ຄວາມໝາຍສຳຄັນ, ເນື້ອໃນ ເລິກເຊິ່ງ ແລະ ກວ້າງຂວາງມີກິດຈະກຳ ເຊັ່ນ: ຈັດຕັ້ງປາຖະກະຖາມູນເຊື້ອວັນກໍາມະກອນສາກົນ ຄົບຮອບ 138 ປີ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໃຫ້ຮັບຮູ້, ເຂົ້າໃຈ ແລະ ລະນຶກເຖິງມູນ ເຊື້ອການກໍາເນິດເຕີບໃຫ່ຍຂອງຊົນຊັ້ນກໍາມະກອນສາກົນ ແລະ ຊົນຊັ້ນ ກໍາ ມະກອນລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນຕາມເງື່ອນໄຂ ແລະ ຄວາມ ເໝາະສົມຂອງແຕ່ລະບ່ອນ; ຈັດກິດຈະກໍາຖາມ-ຕອບຄວາມຮູ້ກ່ຽວກັບວັນ ກໍາມະກອນສາກົນ ຜ່ານສື່ ຫລື ເຮັດແບບເຊິ່ງໜ້າດ້ວຍບັນຍາກາດທີ່ ເບີກບານມ່ວນຊື່ນແລະມີເນື້ອໃນ; ຈັດກິດຈະກໍາຍ່າງເພື່ອສຸຂະພາບ 1 ພຶດສະພາ ຄົບຮອບ 138 ປີ ຢູ່ທີ່ສວນປະຕູໄຊ; ຈັດການແຂ່ງຂັນກິລາ;ຈັດ ຂະບວນການອະນາໄມລວມອະນາໄມສະຖານທີ່ສຳນັກງານ, ອົງການ ແລະ ສະຖານທີ່ສາທາລະນະໃຫ້ມີຄວາມສະອາດງາມຕາພ້ອມທັງຮັກ ສາສິ່ງແວດລ້ອມໃຫ້ດີ. ສຳລັບສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ, ສະຫະພັນກໍາມະບານເມືອງ, ນະຄອນ ແລະ ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານ ໃຫ້ຈັດຕັ້ງການອອກແຮງ ງານອະນາໄມ ຕາມສຳນັກງານ, ອົງການ, ສະຖານທີ່ເຮັດວຽກ ແລະ ສະ ຖານທີ່ຕ່າງໆຕາມເງື່ອນໄຂ,ຄວາມເໝາະສົມຕົວຈິງ; ໂຄສະນາເຄື່ອນທີ່ຢູ່ ຕາມຫົວໜ່ວຍແຮງງານ ເພື່ອສ້າງຄວາມຮັບຮູ້ໃຫ້ແກ່ກໍາມະກອນ, ມີກິດ ຈະກໍາຖາມ-ຕອບຕ່າງໆ ພ້ອມທັງໂຄສະນາຜ່ານສື່ຂອງກໍາມະບານ ແລະ ສື່ຕ່າງໆເພື່ອເປັນການສະເຫລີມສະຫລອງໃຫ້ມີບັນຍາກາດຟົດຟື້ນ ແລະ ກວ້າງຂວາງ. ຂໍ່ານັບ ຊົມເຊີຍວັນທີ 1 ພຶດສະພາ ຄົບຮອບ 138ປີ ຢ່າງສຸດໃຈ ! ອັນຜ່ອງໃສ, ມີວິໄສທັດກວ້າງ ຂວາງໃນການຕີລາຄາບັນຫາ, ສັງ ລວມພຶດຕິກໍາຕົວຈິງໄດ້ກາຍເປັນ ທິດສະດີຊີ້ນໍາ. ສະນັ້ນ, ຊົນຊັ້ນກໍາ ມະກອນ ຢາກເຮັດລ້ອນພາລະກໍາ ປະຫວັດສາດປົດປ່ອຍຕົນເອງໄດ້ ຕ້ອງໄດ້ຮັບການນໍາພາ-ຊີ້ນໍາຢ່າງ ວິທະຍາສາດຈາກພັກການເມືອງ ຂອງຕົນທີ່ຖືລັດທິມາກ-ເລນິນ ເປັນ ທິດຊີ້ນໍາ. ສຳລັບ ປະເທດລາວເຮົາພວກ ລ່າເມືອງຂຶ້ນແບບເກົ່າເຂົ້າມາຢຶດ ຄອງແຕ່ປີ1893-1954ພວກເຂົາ ໄດ້ເກັບເກນເອົາຊາວໄຮ່ນາໄປຂຸດ ຄົ້ນເອົາແຮ່ກົ່ວ ຢູ່ບໍ່ໂພນຕິ້ວ ແລະ ບໍ່ແໜ່ງ ຢູ່ແຂວງຄຳມ່ວນ ໄປເປັນ ກູລີເຮັດທາງ. ຈາກນັ້ນ, ເກີດມີກໍາ ມະກອນລະດູການດ້ວຍການນໍາໃຊ້ ແຮງງານນັບມື້ນັບຫລາຍຂຶ້ນ ແລະ ໄດ້ກາຍເປັນກໍາມະກອນອາຊີບ, ຕໍ່ມາພວກເຂົາໄດ້ສ້າງໂຮງເລື່ອຍ ໄມ້, ໂຮງສີເຂົ້າ, ໂຮງງານໄຟຟ້າ ຈຳນວນໜຶ່ງ. ຈາກນັ້ນ, ກໍາມະກອນ ລາວ ກໍໄດ້ເພີ່ມຂຶ້ນເລື້ອຍໆ. ພາຍໃຕ້ ການປົກຄອງຂອງພວກລ່າເມືອງ ຂຶ້ນແບບເກົ່າ ກຳມະກອນລາວຖືກ ກົດຂີ່ຂູດຮີດຢ່າງໜັກໜ່ວງທາງ ດ້ານເສດຖະກິດ, ວັດທະນະທໍາສັງ ຄົມ ພວກເຂົາບັງຄັບໃຫ້ກໍາມະກອນ ອອກແຮງງານ 14-16 ຊົ່ວໂມງ, ອອກແຮງງານຫລາຍໄດ້ຄ່າຕອບ ແທນໜ້ອຍ, ຖືກຕັດເງິນເດືອນ, ຖືກ ໄລ່ອອກຈາກວຽກໂດຍບໍ່ມີເຫດ ຜົນ, ຂາດສິດເສລີພາບທາງດ້ານ ການເມືອງແລະ ກົດໝາຍ, ບໍ່ໄດ້ຮັບ ການເບິ່ງແຍງທາງດ້ານສະຫວັດ ດີການຕ່າງໆ. ຈາກສະພາບການທີ່ ກ່າວມານັ້ນ, ຊົນຊັ້ນກໍາມະກອນກໍຄື ຜູ້ອອກແຮງງານລາວບັນດາເຜົ່າ ກໍ ໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານ ໂດຍເລີ່ມຈາກການຕໍ່ສູ້ທີ່ມີລັກສະ ນະເກີດເອງ ໄດ້ກາຍເປັນຂະບວນ ການອັນກວ້າງຂວາງ ນໍາພາໂດຍ ບັນພະບູລຸດຜູ້ຮັກຊາດ ແຕ່ເໜືອ ເຖິງ ໃຕ້, ຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຢ່າງ ດຸເດືອດ ແຕ່ຂະບວນການຕໍ່ສູ້ໄລຍະ ນັ້ນບໍ່ໄດ້ຮັບໄຊຊະນະຍ້ອນບໍ່ມີພັກ ນໍາພາ. ປີ 1930 ພັກກອມມູນິດອິນດູ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍ ແມ່ນປະທານ ໂຮ່ຈີ່ມິງ, ພັກໄດ້ ວາງແນວທາງອັນຖືກຕ້ອງ ເພື່ອນໍາ ພາຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນ, ພາຍຫລັງ ມີພັກນຳພາຂະບວນການຕໍ່ສູ້ຂອງ ປະຊາຊົນ, ຊົນຊັ້ນກໍາມະກອນ, ຜູ້ ອອກແຮງງານ 3 ຊາດອິນດູຈີນໄດ້ ມີຄຸນນະພາບໃໝ່ ສາມາດຍາດໄດ້ ໄຊຊະນະເປັນກ້າວໆມາ. ຜົນງານ ອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະ ບວນການລຸກຮືຂຶ້ນຢຶດອຳນາດ ການປົກຄອງໃນທົ່ວປະເທດ, ໄດ້ມີ ຂະບວນການກຳມະກອນໄຟຟ້າ ລາວເປີດສາກນຳໜ້າພາທາງໃຫ້ ຂະບວນການກຳມະກອນຢູ່ແຫ່ງ ອື່ນໆ ລຸກຂຶ້ນຕໍ່ສູ້ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວບັນດາເຜົ່າໃນ ທົ່ວປະເທດ, ພາຍໃຕ້ການນຳພາ ອັນສະຫລາດສ່ອງໃສຂອງພັກປະ ຊາຊົນລາວ, ສາມາດໂຄ້ນລົ້ມລັດທິ ລ່າເມືອງຂຶ້ນແບບເກົ່າ ແລະ ແບບ ໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງລະ ບອບ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນໃນວັນ ທີ2 ທັນວາປີ 1975 ຊຶ່ງເປັນບາດ ລ້ຽວປະຫວັດສາດອັນສຳຄັນຂອງ ຊາດລາວເຮົາ. ພະແນກ ຍທຂ ຈັດຕັ້ງປະຕິບັດ. ມາຮອດປັດຈຸບັນ, ພະແນກ ຍທຂ ໄດ້ເຊັນສັນຍາກັບບໍລິສັດຜູ້ຮັບເໝົາ ເພື່ອຈັດຕັ້ງປະຕິບັດໃຫ້ທ່ວງທັນກັ ບ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມ ເຊິ່ງໂຄງການທີ່ອະນຸມັດມີ 19 ໂຄງການ. ໃນນີ້, ມີວຽກປູຢາງ ຂົ້ວທັບໜ້ າທາງຈຳນວນ 11 ເສັ້ນ, ວຽກປູຄອນກຣີດເກັບເສັ້ນທາງ, ວຽກຕີເສັ້ນ, ແຕ້ມເສັ້ນຈະລາຈອນ ປ້າຍຂ້າມທາງ. ໃນນັ້ນ, ໂຄງການທີ ມາທິການ, ຮອງເລຂາທິການ, ຫົວ ໜ້າກົມ-ຮອງກົມພາຍໃນສະພາ ແຫ່ງຊາດ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ນາງ ທຸມມາລີ ວົງພະຈັນ ໄດ້ມີຄຳເຫັນວ່າ: ເພື່ອເປັນການຍົກ ລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ຂີດຄວາມສາມາດໃນການຮ່າງ ເອກະສານປະເພດຕ່າງໆ ຮັບໃຊ້ ແກ່ວຽກງານວິຊາສະເພາະ ກໍຄືບັນ ດາເອກະສານຮັບໃຊ້ໃຫ້ແກ່ກອງ ປະຊຸມສະພາແຫ່ງຊາດ ແລະ ສະພາ ປະຊາຊົນຂັ້ນແຂວງ ໃຫ້ເປັນວິທະ ຍາສາດ ແລະ ເປັນມືອາຊີບຂຶ້ນ. ກຳ ມາທິການວັດທະນະທຳ-ສັງຄົມ ຈຶ່ງ ໄດ້ຈັດກອງປະຊຸມສ້າງຄວາມເຂັ້ມ ແຂງຍົກລະດັບໃຫ້ແກ່ພະນັກງານລັດຖະກອນຂອງຕົນ ແລະ ຄະນະ ກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າຂອງສະພາປະຊາ ຊົນຂັ້ນແຂວງ ປະຈຳປີ 2024 ໂດຍຜູ້ເຂົ້າຮ່ວມຈະໄດ້ຮັບບົດຮຽນ ສຳຄັນ ເປັນຕົ້ນ ບົດຮຽນການຮ່າງ ບົດສະຫລຸບປະຈຳເດືອນ, ບົດລາຍ ງານຜົນສຳເລັດຂອງກອງປະຊຸມ ແລະ ຮ່າງບົດຄຳເຫັນຂອງການນຳ ຕໍ່ກອງປະຊຸມປະເພດຕ່າງໆ; ຮ່າງ ບົດບັນທຶກກອງປະຊຸມ ແລະ ບົດ ສັງລວມຄຳເຫັນປະທານກອງປະ ຊຸມ; ການຮ່າງຄຳຖາມເຈາະຈີ້ມ ແລະ ຄຳຊັກຖາມ; ຮ່າງແຈ້ງການ ເຊີນແລະຄຳແນະນຳ;ການຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ການສ້າງ ແລະ ປັບປຸງກົດໝາຍ; ການປະກອບ ຄຳເຫັນຕໍ່ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ຂອງ ແຂວງ; ຮ່າງແຜນການຕິດຕາມ ກວດກາປົກກະຕິ, ຫົວຂໍ້ສະເພາະ ແລະ ບັນຫາພົ້ນເດັ່ນເຄັ່ງຮ້ອນເປັນ ຕົ້ນ ການສ້າງແຜນການ, ການສ້າງ ຄໍາຖາມເຈາະຈີ້ມ ແລະ ການລາຍ ງານຜົນການຕິດຕາມກວດກາ. ບັນດາເອກະສານດັ່ງກ່າວ, ເຫັນ ວ່າມີຄວາມຈຳເປັນ ແລະ ມີຄວາມ ສຳຄັນຫລາຍຕໍ່ພະນັກງານ-ລັດຖະ ກອນຂອງ ກວທສ ແລະ ຄະນະກຳ ມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ເພື່ອໃຫ້ສາມາດກຳແໜ້ນ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກງານຕົວຈິງ ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນຢ່າງມີ ປະສິດທິພາບ ແລະ ປະສິດທິຜົນ. ກອງປະຊຸມຄັ້ງນີ້, ຈະໄດ້ດຳເນີນ ເປັນເວລາ 3 ວັນ ໂດຍໄດ້ຮັບການ ສະໜັບສະໜູນຊ່ວຍເຫລືອດ້ານງົບ ປະມານຈາກໂຄງການສ້າງຄວາມ ເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPs) ໂດຍຜ່ານກອງເລຂາ ຄຸ້ມຄອງແຫລ່ງທຶນຊ່ວຍເຫລືອລ້າ ໃຫ້ແກ່ສະພາແຫ່ງຊາດ. ຂ່າວ-ພາບ: ສອນສັກ ວັນວິໄຊ ດາພະແນກການ, ອົງການທຽບເທົ່າ ຈາກ 5 ແຂວງ ຄື: ແຂວງສະຫວັນ ນະເຂດ, ສາລະວັນ, ຈໍາປາສັກ,ເຊ ກອງແລະແຂວງອັດຕະປືເຂົ້າຮ່ວມ. ສະຫາຍ ຄໍາພັນ ພົມມະທັດ ໄດ້ ກ່າວວ່າ: ໂຄງການການເມືອງ ຂອງ ພັກແມ່ນສ່ວນປະກອບທີ່ສໍາຄັນ ຂອງພັກມາກ-ເລນິນ ແລະ ພັກໃດທີ່ ເປັນພັກມາກ-ເລນິນ ທີ່ແທ້ຈິງຕ້ອງ ປະກອບມີໂຄງການການເມືອງ, ມີກົດລະບຽບຂອງພັກ, ມີສາຍໄຍ ການຈັດຕັ້ງທີ່ເປັນລະບົບ ແລະ ມີຖັນ ແຖວສະມາຊິກພັກທີ່ມີຄຸນນະພາບ. ພ້ອມນີ້, ໂຄງການການເມືອງ ແມ່ນ ທິດສະດີປະຕິວັດຂອງພັກ, ປຽບ ເໝືອນໄຟເຍືອງທາງໃຫ້ແກ່ປະຊາ ຊົນໃນພາລະກິດປະຕິວັດມີຜົນສໍາ ເລັດຢ່າງມີໄຊ, ພັກປະຊາຊົນປະ ຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນໍາ ພາທຸກໄຊຊະນະຂອງການປະຕິວັດ ລາວ. ຕະຫລອດໄລຍະແຫ່ງການ ນໍາພາຂອງພັກ, ພັກໄດ້ວາງແຜນດໍາ ເນີນງານ, ໂຄງການການເມືອງ ຂອງຕົນ ເພື່ອນໍາພາການປະຕິວັດ ລາວຈາກໄຊຊະນີ້ໄປສູ່ໄຊຊະນະໃໝ່ ທີ່ໃຫຍ່ຫລວງກວ່າເກົ່າ; ແຕ່ລະ ໂຄງການການເມືອງ ໄດ້ເປັນຂີດ ໝາຍອັນໃສແຈ້ງສ່ອງແສງໃຫ້ເຫັນ ເຖິງການເຕີບໃຫຍ່ຂະຫຍາຍຕົວ ຂອງພັກເຮົາ. ສະນັ້ນ, ກອງປະຊຸມ ຄັ້ງນີ້, ແມ່ນມີຄວາມໝາຍສໍາຄັນ ເປັນການເປີດກວ້າງລະດົມຄວາມ ຄິດເຫັນໃສ່ຮ່າງເນື້ອໃນໂຄງການ ການເມືອງຂອງພັກ ໂດຍສະເພາະ ດ້ານໂຄງສ້າງ, ເນື້ອໃນການນໍາພາ ຂອງພັກ, ການຕີລາຄາສະພາບການ ຂອງໂລກ ແລະ ພາກພື້ນ,ການກໍາ ນົດຈຸດໝາຍຮອດປີ 2055, ການ ກໍານົດທິດທາງ ແລະ ໜ້າທີ່ຂອງພັກ ໃນ 11 ດ້ານ ແລະ ບັນດາຄໍາຂວັນ ທີ່ນໍາໃຊ້ເປັນປະໂຫຍດມ້ວນທ້າຍ ຂອງໂຄງການການເມືອງສະບັບນີ້ ໃຫ້ມີຄວາມຮັດກຸມ, ມີຄວາມຖືກ ຕ້ອງ ແລະ ມີເນື້ອໃນວິທະຍາສາດ ຕອບສະໜອງແກ່ການກໍານົດທິດ ທາງ ແລະ ການປະຕິບັດໜ້າທີ່ຂອງ ພັກປະຊາຊົນປະຕິວັດລາວ ໃນຕໍ່ ໜ້າໃຫ້ປະກົດຜົນເປັນຈິງ. ໃນໂອກາດນີ້, ສະຫາຍ ພູວົງ ອຸ່ນຄໍາແສນກໍາມະການສູນກາງພັກ, ຫົວໜ້າສະຖາບັນການເມືອງ-ການ ປົກຄອງແຫ່ງຊາດ, ຮອງປະທານ ສະພາທິດສະດີສູນກາງພັກ ໄດ້ນໍາ ສະເໜີເນື້ອໃນໂຄງການການເມືອງ ຂອງພັກປະຊາຊົນປະຕິວັດລາວ ໂດຍໄດ້ຍົກໃຫ້ເຫັນພັກນໍາພາການ ປະຕິວັດ ເຮັດສໍາເລັດພາລະກິດປົດ ປ່ອຍຊາດ ແລະ ສ້າງລະບອບປະຊາ ທິປະໄຕ ປະຊາຊົນ ກ້າວຂຶ້ນສັງຄົມນິ ຍົມ; ບູລະນະລະບອບປະຊາທິປະ ໄຕ ປະຊາຊົນສູ່ຈຸດໝາຍສັງຄົມນິຍົມ ແລະ ການກໍານົດແນວທາງ ແລະ ໜ້າທີ່ຂອງພັກໃນແຕ່ລະດ້ານ. ພ້ອມ ນີ້, ຍັງໄດ້ຮັບຟັງການປະກອບຄໍາ ເຫັນ ແລະ ຮັບຟັງການລາຍງານຜົນ ສໍາເລັດກອງປະຊຸມສໍາມະນາແຕ່ລະ ແຂວງ. ທັງນີ້, ກໍເພື່ອຮັບປະກັນການ ກໍານົດເນື້ອໃນໂຄງການການ ເມືອງ ຂອງພັກມີຄວາມອຸດົມສົມບູນ, ສ່ອງ ແສງໄດ້ການຈັດຕັ້ງນໍາພາຂອງ ພັກຢ່າງຖືກຕ້ອງ, ສອດຄ່ອງກັບ ຍຸກສະໄໝ ແລະ ການນໍາພາປະເທດ ຊາດກ້າວຂຶ້ນສັງຄົມນິຍົມຢ່າງບໍ່ ຢຸດຢັ້ງ. ຂ່າວ-ພາບ: ສັນຍາ ສູນກາງພັກ, ປະທານອົງການກວດ ກາລັດ, ຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ, ມີ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງເຊກອງ, ສະຫາຍເລຂາຮອງເລຂາພັກແຂວງ, ຂະແໜງ ການກ່ຽວຂ້ອງຂັ້ນສູນກາງ,ບັນ 1 ກຳລັງຈັດຕັ້ງປະຕິບັດຄື ໂຄງການ ຢາງຂົ້ວທັບໜ້າທາງແຕ່ໄຟອຳນາດ ອາກາດຫາໄຟອຳນາດສີໄຄມີລວງ ຍາວ 1,6 ກິໂລແມັດ ແລະ ໂຄງການ ອື່ນໆທີ່ນອນຢູ່ໃນແຜນຈະເລີ່ມລົງມື ຈັດຕັ້ງປະຕິບັດໃຫ້ສຳເລັດໂດຍ ໄວ, ການຈັດຕັ້ງປະຕິບັດເລີ່ມແຕ່ວັນ ທີ 27 ເມສາເປັນຕົ້ນມາ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດ, ໃຊ້ຖະ ໜົນໃຫ້ເພີ່ມສະຕິມີຄວາມລະມັດລະ ວັງໃນການສັນຈອນໄປມາໃນໄລຍະ ການປັບປຸງສ້າງເສັ້ນທາງດັ່ງກ່າວ. ຂ່າວ-ພາບ: ໜັງສືພິມປະຊາຊົນ ລົດກົນຈັກຕ່າງໆ ເພື່ອບູລະນະ,ສ້ອມ ແປງຖະໜົນຫົນທາງ ແລະ ຂົວທີ່ເປ່ ເພຢູ່ສປປລາວລວມມູນຄ່າ1.500 ລ້ານເຢນ (ສະກຸນເງິນຍີ່ປຸ່ນ), ຕາງ ໜ້າລັດຖະບານ ສປປ ລາວ ເຊັນ ໂດຍທ່ານ ໂພໄຊ ໄຂຄຳພິທູນ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ເຊັນໂດຍ ທ່ານ ໂຄບະຢະຊິ ເຄນ ອິຈິ ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນປະ ຈໍາ ສປປ ລາວ ໂດຍມີທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າ ຮ່ວມເປັນສັກຂີພິຍານ. ການຊ່ວຍເຫລືອຄັ້ງນີ້, ເປັນການ ຕອບສະໜອງຕາມຄວາມຮຽກ ຮ້ອງຕ້ອງການໃນການປັບປຸງ, ຟື້ນ ຟູ ແລະ ຍົກລະດັບຄຸນນະພາບເສັ້ນ ທາງພາຍໃນ ສປປ ລາວ ທີ່ເປ່ເພ ເນື່ອງຈາກໄພພິບັດທໍາມະຊາດ ໂດຍ ສະເພາະແມ່ນເສັ້ນທາງເລກທີ 13 ເໜືອ, 11 ເໜືອ, R2 ແລະ ອື່ນໆ ທີ່ ມີຄວາມສໍາຄັນເປັນຢ່າງຍິ່ງຕໍ່ການ ເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ແລະ ສາກົນ. ໃນພິທີ, ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ເນັ້ນວ່າ: ການພັດທະນາພື້ນຖານ ໂຄງລ່າງແມ່ນໜຶ່ງໃນປັດໄຈພື້ນ ຖານສໍາຄັນ ສໍາລັບການພັດທະນາ ເສດຖະກິດ-ສັງຄົມ ຂອງບັນດາປະ ເທດໃນທົ່ວໂລກ ລວມທັງ ສປປ ລາວ ເຊິ່ງລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນສູງຕໍ່ການປັບ ປຸງ ແລະ ຍົກລະດັບພື້ນຖານໂຄງ ລ່າງ ເພື່ອຫັນປ່ຽນຈາກປະເທດທີ່ ບໍ່ມີຊາຍແດນຕິດກັບທະເລມາເປັນ ປະເທດທີ່ເຊື່ອມໂຍງເຊື່ອມຈອດກັບ ພາກພື້ນ ແລະ ສາກົນ. ພ້ອມນີ້, ໂຄງ ການດັ່ງກ່າວ ຍັງປະກອບສ່ວນສໍາ ຄັນເຂົ້າໃນການຍົກລະດັບເສັ້ນທາງ ຫລວງແຫ່ງຊາດ ໃຫ້ສາມາດຮອງ ຮັບການໄປມາຫາສູ່, ການບໍລິການ ຂົນສົ່ງສິນຄ້າ ແລະ ການບໍລິການ ທ່ອງທ່ຽວກັບປະເທດເພື່ອນບ້ານ ໃກ້ຄຽງ ກໍຄື ໃນພາກພື້ນ ແລະ ຈະ ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາດ້ານເສດຖະກິດ ແລະ ສັງ ຄົມ ຂອງ ສປປ ລາວ ໂດຍສະເພາະ ແມ່ນປະຊາຊົນໃຫ້ມີຊີວິດການເປັນ ຢູ່ດີຂຶ້ນເທື່ອລະກ້າວ. ພ້ອມນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າ ໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງລັດ ຖະບານ ກໍຄື ປະຊາຊົນຍີ່ປຸ່ນ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ດ້ານຕ່າງໆ ແກ່ ສປປ ລາວ ຕະ ຫລອດໄລຍະຜ່ານມາ ແລະ ຫວັງ ເປັນຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບການ ຮ່ວມມືຊ່ວຍເຫລືອເພີ່ມຕື່ມໃນຕໍ່ໜ້າ. ໃນຂະນະດຽວກັນ, ທ່ານ ເອກ ອັກຄະຣາຊະທູດ ໂຄບະຢະຊິເຄນອິຈິ ໄດ້ສະແດງຄວາມໝາຍໝັ້ນວ່າ:ຈະ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວ ພັນມິດຕະພາບແລະການຮ່ວມມືອັນ ດີງາມ ກໍຄື ການເປັນຄູ່ຮ່ວມຍຸດທະ ສາດຂອງສອງປະເທດ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆ. ພາບ: ເກດສະໜາ
RkJQdWJsaXNoZXIy MTc3MTYxMQ==