5857

xtgmf]k; 6 25/04/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ​ໂດຍ: ​ມາລີ​ດາ lyj 'muj gxa osq ;.9le7a o 0v'l;ovkskosh ;p;u cdh '-a o vu dcs]j 'mj v'mj P;pvfoy pq ,muj 7;owxleza f ໂດຍ: ປະພິດ ພາບ: ເກດສະໜາ * ໃນໄລຍະບຸນປີໃໝ່ລາວ, ນອກ ຈາກຊາວລາວ ແລະ ນັກທ່ອງທ່ຽວ ມັກຫລິ້ນນໍ້າດ້ວຍວິທີຫົດສົງພະທະ ຮູບ, ຄູບາອາຈານ, ພໍ່ແມ່, ລຸງປ້າ ອາວອາ ແລະ ໝູ່ເພື່ອນ ເພື່ອສະ ແດງເຖິງຄວາມກະຕັນຍູຮູ້ບຸນຄຸນ, ລ້າງກໍາຈັດປັດເປົ່າສິ່ງບໍ່ດີອອກ ຈາກຮ່າງ ແລະ ຮັບໂຊກຮັບໄຊໃຫຍ່ ຫລວງກວ່າເກົ່າ ແຕ່ອີກທາງເລືອກ ໜຶ່ງຄືຄົນເຮົາມັກຊອກຫາແຫລ່ງ ທ່ອງທ່ຽວເປັນທໍາມະຊາດທີ່ມີນໍ້າ ໄຫລເຢັນຕະຫລອດປີເພື່ອ ເປັນ ຂອງຂວັນໃນວັນພັກຜ່ອນດ້ວຍບັນ ຍາກາດງຽບສະຫງົບ, ຢູ່ຫ່າງຈາກ ຜູ້ຄົນ ແລະ ລວມທັງມົນລະພິດ. ມື້ນີ້ຜູ້ຂຽນໄດ້ນໍາເອົາບັນຍາກາດ ດີໆຈາກປີໃໝ່ມາຝາກມາຕ້ອນຄື ລະຫວ່າງວັນທີ14-15ເມສາ2024 ເຊິ່ງເປັນວັນສັງຂານເນົາຂອງບຸນປີ ໃໝ່ລາວພສ2567 ປະຊາຊົນສ່ວນ ຫລາຍ ນອກຈາກສ້າງສັນມ່ວນຊື່ນ ຢູ່ກັບບ້ານເຮືອນຂອງຕົນແລ້ວຍັງນິ ຍົມໄປທ່ຽວຕາມສະຖານທີ່ທ່ອງ ເປັນສະຖານທີ່ທ່ອງທ່ຽວແຫ່ງໃໝ່ ທີ່ຫາກໍເປີດໃຫ້ມວນຊົນເຂົ້າທ່ຽວ ຊົມ, ແຕ່ກໍມີຜູ້ຄົນມາທ່ອງທ່ຽວເປັນ ຈຳນວນຫລວງຫລາຍ. ທ່ານ ສຸບິນ ໂພສາງ ຜູ້ພັດທະ ນາແຫລ່ງທ່ອງທ່ຽວ ແກ້ງຊັນ ບ້ານ ແກ້ງຊັນ ນະຄອນປາກເຊ ໃຫ້ສຳ ພາດວ່າ: ແຫລ່ງທ່ອງທ່ຽວແກ້ງຊັນ ຫ່າງຈາກຕົວເມືອງປາກເຊ ພຽງ 7 ກິໂລແມັດ, ເລີ່ມເປີດໃຫ້ແຂກເຂົ້າ ໄປທ່ອງທ່ຽວໃນວັນແມ່ຍິງສາກົນ ທີ 8 ມີນາ 2024 ຜ່ານມາ ແລະ ໄດ້ ເປັນທີ່ຮູ້ຈັກກັນຫລາຍຂຶ້ນ ເຮັດໃຫ້ບຸນ ປີໃໝ່ປີນີ້ ໄດ້ມີຄົນມາທ່ຽວຫລາຍ ເປັນພິເສດ. ແຫລ່ງທ່ອງທ່ຽວແກ້ງ ຊັນເປັນສະຖານທີ່ໃໝ່ຂອງນະຄອນ ປາກເຊ ແຕ່ເຫັນວ່ານັບແຕ່ມື້ເປີດ ມາຮອດປັດຈຸບັນແມ່ນມີການຕອບ ຮັບຈາກຜູ້ມາທ່ຽວເປັນຢ່າງດີ ໂດຍ ສະເພາະໃນເທສະການຕ່າງໆຄື: ວັນແມ່ຍິງ ແລະ ບຸນປີໃໝ່ລາວ, ຂ້າ ພະເຈົ້າຮູ້ສຶກດີໃຈ ແລະ ຂອບໃຈທີ່ ທຸກຄົນໃຫ້ຄວາມສົນໃຈມາທ່ຽວ ສະຖານທີ່ແຫ່ງນີ້ ແລະ ຂໍເຊີນຊວນ ທຸກທ່ານທັງພາຍໃນ ແລະ ຕ່າງປະ ເທດເຂົ້າມາທ່ຽວຊົມ, ຫລິ້ນນ້ຳເຢັນໆ ຈາກທຳມະຊາດສາຍນໍ້າເຊໂດນ ຊຶ່ງຈະເຮັດໃຫ້ທ່ານມີຄວາມສຸກ, ຄວາມປອດໄພຢ່າງແນ່ນອນ. ພ້ອມ ດຽວກັນນີ້ສະຖານທີ່ທ່ອງທ່ຽວ ແກ້ງຊັນ ບໍ່ໄດ້ເກັບຄ່າເຂົ້າທ່ຽວຊົມ, ເກັບແຕ່ຄ່າບໍລິການຝາກລົດ, ຄ່າ ເຊົ່າຕູບ. ນອກຈາກນີ້, ຍັງມີເຄື່ອງ ດື່ມ, ອາຫານຄອຍບໍລິການຕ້ອນຮັບ ພິເສດໄລຍະບຸນປີໃໝ່ກໍມີວົງດົນຕີ ນັກຮ້ອງ, ໝໍລຳ ມາສ້າງສັນບັນ ຍາກາດໃຫ້ຟົດຟື້ນມ່ວນຊື່ນຕະ ຫລອດງານ. ຂໍ້ມູນສຳລັບຜູ້ທີ່ສົນໃຈຢາກ ມາທ່ຽວແຫລ່ງທ່ອງທ່ຽວແກ້ງຊັນ ສາມາດຈອງຕູບ ໄດ້ທີ່ເບີໂທລະສັບ 020 56568789 ຄ່າເຊົ່າຕູບ 50 ພັນກີບ ຕໍ່ຕູບ ລາຄາຝາກລົດກໍເປັນ ກັນເອງ. * ຫ່າງ​ຫາຍ​ມາ​ດດົນພໍສົມຄວນ ສໍາລັ​ ບການ​ ນໍາສ​ ະເ​ໜີທຸລະກິ​ ດກ່ຽວ ກັບຮ້ານອາຫານ, ມື້ນີ້ຄໍລໍ​ າສົ່​ ງເສີມ​ ທຸລະ​ກິດຈະ​ມາຫວນຄືນບັນຍາ ກາດເ​ກເກົ່າ ແລະພ​ າບັ​ ນດາທ່​ ານມາ​ ຮູ້​ຈັກ​ ຮ້ານ​ອາຫານສວນອາຫານ ຫ້ວຍວີ ທີ່​ມີ​ຊື່ສຽງຂອງ​ເມືອງ​ລະ​ ມາມ ​ແຂວງ​ເຊ​ກອງ ເຊິ່ງເປັນອີກ ສະຖານທີ່ໜຶ່ງໜ້າທ່ຽວຊົມດ້ວຍ ທິວທັດທໍາມະຊາ, ມີນໍ້າຕົກຕາດ ອ້ອມຮອບໄປດ້ວຍຕົ້ນໄມ້ນ້ອຍໃຫຍ່ ແລະ ຕູບໄມ້ມຸງດ້ວຍຫຍ້າກາງ​ນໍ້າ ໄວ້ຄອຍບໍລິການລູກຄ້າ ແລະ ເສີບ ອາຫານລົດເລີດແບບລາວໆ ເຂົ້າກັບ ບັນຍາກາດຫລາຍ ເມື່ອໄດ້ໄປນັ່ງ ຕູບກິນອາຫານແຊບໆ ເບິ່ງນໍ້າຕົກ ຕາດໄປພ້ອມແລ້ວ ຮູ້ສຶກສະບາຍໃຈ ປານໄດ້ໄປຫລິ້ນຕາດ ຫລື ໄປກິນ ເຂົ້າປ່າກໍ່ວ່າໄດ້ . ທ່ານ ພູນຊັບ ແກ້ວມະນີວົງ ຜູ້ບໍ ລິຫານສວນອາຫານຫ້ວຍວີ ໄດ້ຮູ້ ວ່າ: ສວນອາຫານຫ້ວຍວີ ຕັ້ງຢູ່ ບ້ານໂພນ ເມືອງລະມາມ ແຄມເສັ້ນ ທາງໃຫຍ່ (ເຊກອງ-ເມືອງກະລຶມ) ຫ່າງຈາກເທສະບານແຂວງ ປະ ມານ 10 ກິໂລແມັດ ໄດ້ເລີ່ມລົງມື ພັດທະນາ ແລະ ເປີດໃຫ້ບໍລິການນັບ ແຕ່ປີ 2014 ເປັນຕົ້ນມາ, ເປັນສວນ ອາຫານທີ່ມີຄວາມແຕກຕ່າງຈາກ ສວນອາຫານທົ່ວໄປ ໂດຍເນັ້ນ ຄວາມເປັນທຳມະຊາດ, ສະອາດ, ອາຫານແຊບ, ບັນຍາກາດດີເນື່ອງ ຈາກວ່າໄດ້ອອກແບບຮ້ານຕິດພັນ ກັບທຳມະຊາດແລະ ສິ່ງແວດລ້ອມ. ນອກນັ້ນ, ຍັງມີອາຫານຫລາກ ຫລາຍລາຍການໄວ້ບໍລິການແກ່ລູກ ຄ້າ ເຊັ່ນ: ພັນປາ, ປາລາດພິກ, ປາໜຶ້ງ ໝາກນາວ, ຕຳເຂົ້າປຸ້ນ, ຕ ຳ ໝີ່ , ຕໍ າ ໝ າ ກ ຮຸ່ ງ - ໝາກແຕງ, ປີ້ງກຸ້ງ-ປາ ມຶກ, ອາຫານປະເພດຍ່ຳ, ຜັດ, ດາດ- ຈຸ່ມ, ລວກ-ທອດ ແລະ ອື່ນໆ ທີ່ເປັນ ສູດສະເພາະຂອງຮ້ານໃນລາຄາ ເລີ່ມຕົ້ນ 30 ຫາ 120 ພັນກີບ. ສວນ ອາຫານຫ້ວຍວີ ນອກຈາກເນັ້ນ ຄວາມເປັນທຳມະຊາດແລ້ວ ຍັງ ເນັ້ນການບໍລິການທີ່ດີຕໍ່ລູກຄ້າ, ມີ ຕູບ, ມີສິ່ງອຳນວຍຄວາມສະດວກ ແລະ ມີສະຖານທີ່ຈອດລົດກວ້າງ ຂວາງ ໄວ້ບໍລິການແກ່ລູກຄ້າ, ສາ ມາດຮອງຮັບລູກຄ້າໄດ້ຫລາຍກວ່າ 300 ຄົນ ເຊິ່ງໃນປັດຈຸບັນສາມາດ ດຶງດູດລູກຄ້າ ໄດ້ດີພໍສົມຄວນ ໂດຍ ສະເພາະວັນພັກຜ່ອນ, ບຸນປະເພນີ ແລະ ວັນບຸນສໍາຄັນຈະມີແຂກເຂົ້າ ມາໃຊ້ບໍລິການເປັນຈຳນວນຫລາຍ. ທ່ານພູນຊັບຍັງໃຫ້ຮູ້ອີກວ່າ: ໃນ ຕໍ່ໜ້າ ໂດຍສະເພາະໃນປີ 2024 ນີ້ ເປັນປີທ່ອງທ່ຽວລາວສວນອາຫານ ຈະໄດ້ມີການປັບປຸງແລະພັດທະນາ ເພື່ອຮອງຮັບນັກທ່ອງທ່ຽວ ເປັນຕົ້ນ ຈະໄດ້ມີການປັບປຸງໜອງປາ, ປັບ ປຸງພື້ນທີ່ສວນ, ເພີ່ມເຄື່ອງຫລິ້ນສໍາ ລັບເດັກນ້ອຍໃຫ້ຫລາກຫລາຍ ແລະ ປັບປຸງການບໍລິການຕ່າງໆ. ສະນັ້ນ, ສຳລັບທ່ານໃດທີ່ຍັງຊອກຫາບ່ອນ ພັກຜ່ອນທີ່ມີອາກາດດີ ເຢັນສະບາຍ ຄືໄດ້ຢູ່ກັບທຳມະຊາດ ກໍສາມາດ ມາແວ່ຫລິ້ນຢູ່ສວນອາຫານຫ້ວຍວີ ໄດ້ ຫລື ສາມາດໂທສອບຖາມຂໍ້ມູນ ໄດ້ທີ່ ເບີໂທ: 020 54 375 242. ທ່ຽວແຫ່ງຕ່າງໆ ໂດຍສະເພາະສະ ຖານທີ່ທ່ອງທ່ຽວແກ້ງຊັນຢູ່ ນະ ຄອນປາກເຊ ແຂວງຈຳປາສັກ ເຊິ່ງ

RkJQdWJsaXNoZXIy MTc3MTYxMQ==